Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປານໃດ ໂຮງໝໍຢູ່ ລາວ ຈະມີການບໍລິການທີ່ດີຂື້ນ
KPS


Veteran Member

Status: Offline
Posts: 66
Date:
ປານໃດ ໂຮງໝໍຢູ່ ລາວ ຈະມີການບໍລິການທີ່ດີຂື້ນ


ການບໍ່ລິການຂອງໂຮງໝໍ ຢູ່ລາວ ນັບມື້ນັບບໍ່ເປັນເຂົ້າ  ຈັກຊີເຮັດແນວໃດດີ, ຄັນວ່າໄປປົວຢູ່ປະເທດໃກຄຽງ ເພີ່ນກະມີຫາງສຽງ ແນວນັ້ນ ແນວນີ້



__________________
Anonymous

Date:
RE: ປານໃດ ໂຮງໝໍຢູ່ ລາວ ຈະມີການບໍລິການທີ່ດີຂື້ນ


ຄົງຈະຍັງອີກດົນ



__________________
Anonymous

Date:

 

ມີໂຮງໜໍສາກົນ ຫຼາຍແຫ່ງເກີດຂຶ້ນໃນວຽງຈັນ

ການບໍລິການດີໆ ແຕ່ມັນຄືມາແພງເອົາແທ້ເອົາວ່າ ແພງກ່ວາຢູ່ໄທອີກ no



__________________
Anonymous

Date:

ການສາທາຣະນະສຸກຢູ່ເມືອງລາວແມ່ນອາໃສການຊ່ອຍເຫລືອຈາກຕ່າງປະເທດເປັນສ່ວນໃຫຍ່ເພາະຣັຖບານຂາດງົບ ຖ້າກະຊວງສາທາໄດ້ຮັບອະນຸຍາດໃຫ້ຂຸດຄົ້ນບໍ່ຄໍາຈັກສອງສາມບໍ່ ຣະບົບສາທາຣະນະສຸກໃນລາວຄົງຈະດີຂຶ້ນກ່ວານີ້.

__________________
KPS


Veteran Member

Status: Offline
Posts: 66
Date:

ການຂາດງົບປະມານກະແມ່ນບັນຫານຶ່ງ ແຕ່ບັນຫາສໍາຄັນແມ່ນ ແພດໝໍ ຂາດຈັນຍາບັນ ຂອງຄວາມເປັນແພດໝໍ


__________________
Anonymous

Date:

KPS wrote:

ການຂາດງົບປະມານກະແມ່ນບັນຫານຶ່ງ ແຕ່ບັນຫາສໍາຄັນແມ່ນ ແພດໝໍ ຂາດຈັນຍາບັນ ຂອງຄວາມເປັນແພດໝໍ


ແພດໝໍບາງຄົນບໍ່ມີໃຈຮັກໃນອາຊີບພະຍາບານ ແຕ່ເຂົ້າຮຽນແພດຍ້ອນພໍ່ແມ່ຊຸກຍູ້ ສະນັ້ນ ເວລາອອກປະຕິບັດໜ້າທີ່ຈຶ່ງບໍ່ເອົາໃຈໃສ່ເທົ່າທີ່ຄວນ.

__________________
Anonymous

Date:

ກະຍັງວ່າປະເທດດ້ອຍພັດທະນາເນາະ ແມ່ນຫຍັງມັນກະດ້ອຍໄປຫມົດທຸກຢ່າງນັ້ນແລ້ວ

ຊິຫວັງຫຍັງຫລາຍ ທຳໃຈຍອມຮັບສະພາບດີກວ່າ



__________________
Anonymous

Date:

ມື້ໃດຜູ່ໃຫຍ່ເຂົ້າມາປິ່ນປົວພຸ້ນລະເພິ່ນຈຶ່ງຈະປັບປຸງໃຫ້ດີຂຶ້ນ ແຕ່ດຽວນີ້ຜູ່ໃຫຍ່ມັກໄປປິ່ນປົວຢູ່ຕ່າງປະເທດເຊັ່ນ: ໄທ ສິງຄະໂປ ເກົາຫລີ ຍີ່ປຸ່ນ ຖ້າຈະໄປປົວຢູ່ວຽດນາມ ປົວຢູ່ຈີນກໍ່ຢ້ານຖືກສັກຢາ...

__________________
KPS


Veteran Member

Status: Offline
Posts: 66
Date:

5555 ທໍາໃຈແລ້ວ ສັນນະ ລໍຖ້າອີກ 20 ປີ ຂ້າງໜ້າ

__________________
Anonymous

Date:

ອີກ20ປີ ລູກຫລານເພິ່ນກະຍັງຊິພາກັນເຫີ່ໄປປົວຢູ່ຕ່າງປະເທດຄືເກົ່າຫັ້ນລະອ້າຍເຂີຍເອີຍ ແນວວ່າເພິ່ນມີເງິນ, ນອນປົວ ນັ່ງປົວ ກອງກົ້ນຂີ້ປົວ ເງິນເພິ່ນກະຍັງກອງເອັ້ງເພັ້ງຢູ່ ກະຊິມີແຕ່ພວກໝູ່ເຮົາເຈົ້າຂອ້ຍນີ້ລະທີ່ຈະເອົາຊີວິດໄປຝາກໄວ້ນໍານາງແພດປະຕິວັດ.

__________________
Anonymous

Date:

ແພດໝໍ ບໍ່ໃດ້ຂາດຈັນຍາບັນ ຂອງຄວາມເປັນແພດໝໍ ແຕ່ ຕ້ອງເອົາໂຕໃຫ້ລອດສາກ່ອນ ນັ້ນກະຄືເງີນເທົ່ານັ້ນ



__________________
Anonymous

Date:

ໄດ້ຍິນຂ່າວວ່າທ່ານປະທານປະເທດເປັນ stroke ແລະ ulcer ແລະກໍາລັງທໍາການພະຍາບານຢູ່ໂຮງໝໍຈຸຣາລົງກອນ, ໃຜມີຂ່າວ ອັບເດດໃຫ້ຮູ້ນໍາແດ່. ປະຊາຊົນເປັນຫ່ວງ !

__________________
Anonymous

Date:

Anonymous wrote:

ໄດ້ຍິນຂ່າວວ່າທ່ານປະທານປະເທດເປັນ stroke ແລະ ulcer ແລະກໍາລັງທໍາການພະຍາບານຢູ່ໂຮງໝໍຈຸຣາລົງກອນ, ໃຜມີຂ່າວ ອັບເດດໃຫ້ຮູ້ນໍາແດ່. ປະຊາຊົນເປັນຫ່ວງ !




ຂ່າວລືຫລືຂ່າວຈິງ? ບາງຄົນກະຊ່າວ່າແກ໊ງ3(ທ່ານຈູມມະລີ ທ່ານສົມສະຫວາດແລະທ່ານບົວສ້ຽງ)ສັ່ງຈັບທ່ານຄໍາເຜີຍ ປານມະໄລທອງ ທ່ານພັນຄໍາ ວິພາວັນ ແລະທ່ານບົວເງິນ ຊາພູວົງ, ເປັນໄປໄດ້ແນວໃດຫວາຊິສັ່ງຈັບຄົນຂອງທ່ານຄໍາໄຕ ກ້າຫວາ?

__________________
Anonymous

Date:

ໃຜຄົນຂອງທ່ານຄໍາໄຕ?

__________________
A™

Date:

ໃຜມີຂ່າວຄືບໜ້າຂອງການຈັບກຸມທ່ານ ດຣ. ຄໍາເຜີຍ ຊ່ອຍບອກແດ? ໃຫ້ໃຊ້ proxy ນີ້ເດີ ເພິ່ນຈຶ່ງຈະບໍ່ຮູ້ວ່າທ່ານໃຊ້ເນັດຈາກຫ້ອງການໃນນະຄອນຫລວງ.

http://tools.rosinstrument.com



__________________
Anonymous

Date:

ສາທາລະນະສຸກ ໄດ້ຮັບການຊ່ວຍເຫລືອຈາກສາກົນຫລາຍ ມີຫລາຍໂຄງການ,ຫລາຍອົງກອນຈາກຕ່າງຊາດ,ບາງປີໃຊ້ເງີນຈົນບໍ່ຫມົດໄດ້ສົ່ງຄືນຄືນແລ້ວສະເຫນີໃຫມ່

ງົບປະມານຳດ້ມາ: ຊື້ລົດ,

ຈັດກອງປະຊຸມ,ຖອດຖອນບົດຮຽນ,ໄປຕ່າງປະເທດ,ຊື້ເຄື່ອງໃຊ້ຫ້ອງການ,ຈ້າງຊ່ຽວຊານ

ບັນຫາແກ້ໄຂ ການບໍລິການ,ສ້າງສີ່ງຈູງໃຈໃຫ້ແພດຫມໍບໍ່ມີ,ເຈົ້ານາຍບຸກນໍາວຽກໂຄງການທີ່ມີເງີນໂດລາຫລາຍ,ໄປປະຊຸມຕ່າງປະເທດຫລາຍບໍ່ທັນລົງເຖີງບັນຫາບໍລິການປະຊາຊົນແນວໃດຈະດີ

ບໍ່ມີໃຜຍົກບັນຫາຂື້ນມາແກ້ຢ່າງຈີງຈັງເທື່ອ



__________________
Anonymous

Date:

ຂ້ອຍກະເບື່ອ ໂຮງຫມໍຢູ່ລາວບໍ່ລິການຄຶເຮ້ຍນິແລະ ເວົ້າກະບໍ່ມ່ວນ 

 

ກະເລີຍເັນຫຍັງຄອບຄົວຂ້ອຍເລີໄປແຕ່ໄທ ແພງກະຢ່າ ສະບາຍໃຈ 



__________________
Anonymous

Date:

ເຄີຍໄດ້ຍິນບໍ! ສຸກງ່າໃດກິນງ່ານັ້ນ ໝາຍຄວາມວ່າໃຜເຮັດນຳຫຍັງ ຢູ່ໃສ ລະ ໃຫ້ ເລັ່ງສ້າງຜົນງານໂດຍການສວຍໃຊ້ຫ້ອງການນັ້ນໆ ຫາເງິນໃຫ້ໄດ້ຫຼາຍເທົ່າໃດຍິ່ງມີຜົນງານ ຍິ່ງດີ ຂູດຮີດໃຜບໍ່ຈັກ! ໃຫ້ມັນຕາຍໄປໂລດ. ແພດໝໍກະເລີ້ມຊົ່ວ ຄູອາຈານກະເລີ້ມຊົ່ວ ຕຳຫຼວດທະຫານກະດີຕໍ່ໄປບໍ່ໄດ້,.....ພະນັກງານລັດທຸກສຳນັກງານອົງການກະດີຕໍ່ໄປບໍ່ໄດ້ ບໍ່ມີປະໂຫຍດຫຍັງ ມີແຕ່ພາກັນຊົ່ວ ເຊົາກະຄົງຂະຄຶດແຕ່ທໍ່ນັ້ນ ເມື່ອມັນອີ່ມໂຕແລ້ວມັນອາດຈະດີເອງ ສ່ວນວ່າສັງຄົມໂດຍລວມ ແມ່ນວ່າ ປ່ອຍມັນໄປຕາມສາຍລົມສາ...........



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard