Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອ້ວນພີດີງາມ ຈ່ອຍຜອມຜາງຮ້າຍ
ສາຍເຊລຳເພົາ

Date:
ອ້ວນພີດີງາມ ຈ່ອຍຜອມຜາງຮ້າຍ

ມີຄົນຖົກຖຽງກັນ ເລື່ອງການໃຊ້ພາສາບາງຄົນ(ຜູ້ບໍ່ຮູ້ແທ້) ມັກຈະຖຽງກັນວ່າ “ອັນນັ້ນຄໍາລາວອັນນີ້ຄໍາໄທຍ໌” ຄວາມເຂົ້າໃຈແບບນີ້ ເປັນອັນຕະລາຍຕໍ່ລະບົບການພັດທະ ນາ ພາສາລາວໃນປັດຈຸບັນ ແລະອະນາຄົດແນ່ອນ, ເມື່ອມີບັນຫາ ເຮົາບໍ່ເຂົ້າມາແກ້ບັນ ຫາ ຫຼືປະຕິບັດໃຫ້ບັນຫານັ້ນ ຖືກແກ້ໄຂໄປທິດທາງທີ່ຖືກຕ້ອງໂດຍໄວ ອາດກາຍເປັນບັນ ຫາຊໍາເຮື້ອ ເມື່ອເວລາຜ່ານໄປໃນອະນາຄົດບັນຫາດັ່ງກ່າວ ຈະເປັນຜົນສະທ້ອນຕໍ່ພາ ສາ ອັກສອນລາວໂດຍທາງລົບແນ່ນອນ ແລະຈະກາຍເປັນບັນຫາທີ່ແກ້ໄຂໄດ້ໂດຍຍາກ ດ້ວຍ.
ບັນກາໜຶ່ງກ່ຽວກັບພາສາລາວ ທີ່ຄົນຮຸ່ນໃໝ່ສົງໄສ ແລະເຂົ້າໃຈວ່າ “ຜອມ ເປັນພາສາລາວ “ຈ່ອຍ” ເປັນສາໄທຍ໌ ຄໍາເລົ່ານັ້ນ ເປັນພາສາໄທຍ໌ ແທ້ຫຼືບໍ່ເຮົາມາອ່ານການ ສຶກສາວິເຄາະນໍາກັນ ຄື.
ເຮົາມັກຍິນສະເໝີໃນວົງສັງຄົມ ການສົນທະນາກັນວ່າ “ຕຸ້ຍ” ມັກຈະຄູ່ກັນກັບ “ຈ່ອຍ” ເມື່ອເຮົາມາຍິນຄໍາວ່າ “ຜອມ” ກັບ “ອ້ວນ” ຂອງຄົນທ້ອງຖິ່ນອື່ນກະມັກຈະຕິວ່າ ຄົນນັ້ນເວົ້າພາສາໄທຍ໌.
ອັນຄວາມຈິງແລ້ວ ພາສາໄທຍ໌ກັບພາສາລາວ ມັກຕ່າກັນທີ່ສຽງ ແລະສໍານຽງ ເທົ່ານັ້ນ ສ່ວນຄໍາເວົ້າ ອັນເປັນນາມ, ຄຸນນາມ, ລັກສະນະນາມ ແລະວັດຖຸປະສົງຂອງ ການສື່ນັ້ນມັນມີຄວາມເໝືອນກັນເກືອບທັງໝົດ ເຖິງວ່າມີສຽງ, ສໍານຽງ ແລະຄໍາບາງຄໍາ ມີການຕ່າງກໍຕ່າງກັນເລັກນ້ອຍ.
ຫາກຈະເວົ້າຄວາມຕ່າງນັ້ນຂອງຄໍາ ມັນກໍມີຕ່າງບໍ່ເທົ່າໃດຄໍາເທົ່ານັ້ນ ເຊັ່ນ ຜົມ, ສັນ, ຄັບ, ຈະ, ຈ້າ ເທົ່ານັ້ນ, ນອກຈາກຄໍາແລ້ວ ກໍມີປະໂຫຍກ ເຊັ່ນ ອະໄຣ ກົງກັບ ອັນໃດ, ແມ່ນຫຍັງ ກໍ ເປັນແມ່ອະໄຣ ເທົ່ານັ້ນ ເຫຼືອນັ້ນ ກໍມີສັບບາງຊັບ ອັນເປັນຊັບຖິ່ນ ທີ່ເຂົາຍົກມາກເປັນສັບທາງການ ເຊັ່ນ “ໝາກ” ໄທຍ໌ກໍວ່າ “ມະ” ຫາກຈະທຽບກັບຄໍາລາວ ກໍກົງກັບຄໍາລາວພວນ “ມະ” ໝາຍເຖິງໝາກໄມ້.
ນອກຈາກນັ້ນ ສຽງທີ່ຖືວ່າຕ່າງກັນກັບພາສາລາວ ກໍແມ່ນສຽງວັນນະຍຸດ ເອກ ໂທ ຄື ສຽງໃດ ເປັນສຽງໂທ ໃນຄໍາບາງຄໍາເປັນສຽງເອກ ເຊັ່ນ “ຊ້າງ” ໃນພາສາໄທຍ໌ ມັກຈະເປັນ ສຽງເອກແລະໂທປົນກັນ, “ໄມ່ໃຊ້” ກາຍເປັນສຽງ ເປັນສຽງໂທ “ໄມ້” ອັນນີ້ ບໍ່ແມ່ນ ແຕ່ສຽງໄທຍ໌ເທົ່ານັ້ນ ໃນພາສາລາວເຮົາ ສຽງເອກກໍມັກຈະອອກສຽງໂທກະມີ ເຊັ່ນສຽງ ລາວກຸ່ມໄທທົ່ງ, ສຽງລາວກຸ່ມລາວເໜືອບາງກຸ່ມ ແມ່ນແຕ່ສຽງລາວພາສາກາງມັກຈະ ອອກສຽງເອກເປັນສຽງໂທ ເຊັ່ນ “ເຣື່ອງ” ມັກຈະອອກເປັນ “ເຣື້ອງ” ເຫຼົ່ານີ້ເປັນຕົ້ນ.
ຢ່າງໃດກໍຕາມ ກ່ຽວກັບຄໍາເວົ້າລາວກັບໄທຍ໌ນັ້ນ ເວົ້າລວມແລ້ວ ມີຄວາມເໝືອນ ກັບພາສາລາວເປັນສ່ວນຫຼາຍ ແລະມີຄວາມແຕກຕ່າງກັນເປັນສ່ວນໜ້ອຍເທົ່ານັ້ນ.
ທີ່ນີ້ ເຮົາມາສົນທະນາກັນ “ອ້ວນ, ຜອມ” ເປັນພາສາລາວແທ້ບໍ ?, ຄວາມຈິງ ເຮົາມັກຈະຍິນຄໍາວ່າ “ຕຸ້ຍກັບຈ່ອຍ” ທີ່ຄົນລາວເຮົາເວົ້າຈາກັນ ແຕ່ວ່າໃນທ້ອງຖິ່ນແລ້ວ ຄໍາວ່າ “ຕຸ້ຍກັບຈ່ອຍ” ນັ້ນເປັນພາສານິຍົມໃນຍຸກຫຼັງ ທີ່ສັງຄົມລາວກ້າວຈາກພະຫຸສັງ ຄົມ ກາຍມາເປັນເອກະສັງຄົມໃນຍຸກປັດຈຸບັນເທົ່ານັ້ນ, ໃນສັງຄົມ ທີ່ເປັນສັງຄົມໃຫຍ່ ຫຼືສັງຄົມເປັນສັງຄົມພະຫຸສັງຄົມ ມີການພົວພັນກັນໃນກຸ່ມບ້ານ ກຸ່ມເມືອງນັ້ນ ຄໍາວ່າ “ອ້ວນ, ຜອມ, ຕຸ້ຍ, ພີ, ຈ່ອຍ” ລ້ວນແຕ່ເປັນຄໍາລາວທັງນັ້ນ.
ບາງຄົນອາດຊິເວົ້າແກ້ ດ້ວຍວ່າຍ້ອນວ່າຄົນລາວຟັງວິທະຍຸ ແລະໂທລະທັດໄທຍ໌ ຫຼາຍ ຈຶ່ງນໍາເອົາພາສາໄທຍ໌ມາເວົ້າ ອັນນີ້ບໍ່ເປັນຄວາມຈິງ ປານໃດ, ເພາະຄໍາເລົ່່ານີ້ ຖືກໃຊ້ສົນທະນາປາໃສ ໃນທ້ອງຖິ່ນລາວເຫິງນານຕັ້ງແຕ່ຍຸກການສື່ສານຍັງບໍ່ທັນກວ້າງ ຂວາງພຸ້ນ.
ຄໍາຢັ້ງຢືນວ່າ “ອ້ວນ, ຜອມ, ຕຸ້ຍ, ພີ, ຈ່ອຍ” ຄໍາລາວເລົ່ານີ້ມັກຈະເອົາມາຕັ້ງຊື່ ໃຫ້ລູກຫຼານຂອງຕົນເພື່ອໃຫ້ເປັນມຸງຄຸນ ຄື “ທ້າວຕຸ້ຍ, ນາງຕຸ້ຍ, ທ້າວອ້ວນ, ສ່ວນພີ ມີໜ້ອຍ ທີ່ຈະເອົາມາຕັ້ງຊື່ຄົນ ເຖິງມີ ກໍມີຄວາມໝາຍອື່ນເຊັ່ນ ສຸພີ, ສະນັ້ນຄໍາວ່າພີ ຈຶ່ງເປັນຄໍາ ໃຊ້ແທນອ້ວນ ແລະຕຸ້ຍນັ້ນ ຖືກຕາຍແລ້ວ ຄວາມຈິງ “ພີ” ກັບ “ອ້ວນ” ມີຄວາມໝາຍດຽວກັນ ຄືອ້ວນກັບພີ ຄູ່ກັບກັບຈ່ອຍ ເຊັ່ນ “ອ້ວນພີດີງາມ” ດຽວນີ້ຈະປ່ຽນຄໍາວ່າ “ອ້ວນ” ມາເປັນ “ຕຸ້ຍພີດີງາມ”.
ສໍາລັບ ຄໍາວ່າ “ຜອມ” ບໍ່ມັກນໍາມາຕັ້ງຊື່ເພາະຖືວ່າເປັນຊື່ອັບປະມຸງຄຸນ ແຕ່ຈ່ອຍ ມີຄວາມໝາຍດຽວກັບຜອມ ພັດປາກົດເຫັນມີການນໍາມາຕັ້ງຊື່ ເຊັ່ນ “ທ້າວຈ່ອຍ, ນາງຈ່ອຍ” ເລົ່ານີ້ເປັນຕົ້ນ, ເມື່ອມາເບິ່ງແລ້ວ ຄໍາວ່າ “ຈ່ອຍ” ນີ້ອາດໝາຍເຖິງຄົນທີ່ມີຮ່າງ ກາຍສົມສ່ວນ ສົມບູນ ກໍາລັງວັງຊາແຂງແຮງ ແຕ່ວ່າຮ່າງກາຍບໍ່ໃຫຍ່ ຈຶ່ງຮຽກວ່າຈ່ອຍ, ສ່ວນວ່າຜອມ ໃນພາສາລາວ ອາດໝາຍເຖິງຄົນເຄີຍອ້ວນທ້ວນສົມບູນ ແຕ່ມາໄລຍະຫຼັງ ຮ່າງກາຍຜອມລົງ ດ້ວຍອາການທາງສຸຂະພາບ ຈຶ່ງຮຽກວ່າ “ຜອມ” ດ້ວຍເຫດນັ້ນ ຈຶ່ງບໍ່ເອົາມາຕັ້ງຊື່ ເພາະເປັນອັບປະມຸງຄຸນ, ນອກຈາກຈ່ອຍ ແລະຜອມແລ້ວໃນຄໍາລາວ ຍັງມີຄໍາໜຶ່ງ ທີ່ມັກຈະນໍາມາໃຊ້ ຄືຄໍາວ່າ “ຢອດ” ອັນໝາຍເຖິງຄົນລຸກແຕ່ໄຂ້ໃໝ່ໆ ຮ່າງກາຍ ຈ່ອຍຜອມ ເຫຼືອງລ່າເຂົາຮຽກວ່າ “ຢອດ” ສະໄໝຍັງນ້ອຍມີຄໍາປະໂຫຍກໜຶ່ງວ່າ“ທ້າວຕຸ້ຍຂາວປອດ ລາວໄປກິນໝາກນອດ ຈຶ່ງເຮັດໃຫ້ລາວຢອດຈ່ອຍຜອມ”, ນອກຈາກຄໍາດຽວດ່ຽມ ເຊັ່ນ ອ້ວນ, ພີ, ຕຸ້ຍ, ຜອມ, ຈ່ອຍ, ແລ້ວ ຍັງຄໍາເວົ້າລາວຍັງເອົາຄໍາເລົ່ານີ້ ຜະສົມກັນເອງອີກວ່າ “ພີຕຸ້ຍ, ອ້ວນພີ, ຈ່ອຍຜອມ” ແລະອື່ນໆອີກ, ສະນັ້ນ ຄົນລາວທັງມວນ ເມື່ອຮູ້ແລ້ວວ່າ ຄໍາເລົ່ານີ້ເປັນສົມບັດອັນລໍ້າຄ່າຂອງລາວ ຄວນຈະອະນຸລັກປົກປັກ ຮັກສາຄໍາເລົ່ານີ້ຈັ່ງໃດ ມັນຈຶ່ງຈະຢູ່ຄູ່ລາວນານເທົ່ານານ.

__________________
Anonymous

Date:

ສາຍເຊລຳເພົາ wrote:

 ນະມັສການ ທ່ານອາຈານ ອັນນີ້ຂະນ້ອຍ ຂໍອອກຄຳເຫັນວ່າ ເປັນຄວາມຜິດພາດ ແລະຄວາມ ອອ່ນແອ ຂອງກະຊວງສຶກສາທິການ ບໍ່ເຫັນຄວາມສຳຄັນ ຂອງພາສາລາວ ປ່ອຍໃຫ້ຂຽນ ຕາມໃຈ  ລົບລ້າງ ຕົວ ຣ ອອກ ທັງຯທີ່ເປັນພາສາລາວແທ້ຯ

__________________
Anonymous

Date:

Anonymous wrote:

ເວ ົ້າຖ ືກຕ້ອງ

 ໄປເອົາປືມເດັກນ້ອຍປໍ1 ມາເບິ່ງດູວ່າມີຢູ່ບໍຕົວ ຣ ຢ່າງຊູຈົມຢູ່ກັບອາດີດຫຼາຍພໍ່ຕູ້ເອີຍຕື່ນຂື້ນມາເບິ່ງໂລກປະຈຸບັນນໍາເຂົາແດ່

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard