Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານແສງແກ້ວ ຟຣີຈິດຕະວົງ
Anonymous

Date:
ທ່ານແສງແກ້ວ ຟຣີຈິດຕະວົງ

ຜ່ານໄປເຫັນບາງທ່ານຍົກເອົາເລື້ອງການຕັດສິນໃຈກັບຄືນຖິ່ນ ຖານບ້ານເກີດເມືອງນອນຂອງທ່ານແສງແກ້ວ ຟຣີຈິດຕະວົງ ຂຶ້ນ ມາເວົ້າໃນບາງກະທູ້ ກໍ່ແຍກອອກມາລົມຕ່າງຫາກເພາະບໍ່ຢາກ ໃຫ້ມັນປົນເຈືອກັບກະທູ້ອື່ນ. ຂ້ອຍຄິດວ່າທ່ານແສງແກ້ວ ຟຣີຈິດຕະວົງ ຕັດສິນໃຈຖືກຕ້ອງ ເພາະວ່າລາວບໍ່ສາມາດໃຊ້ຊິວິດໃນເມືອງໃຫຍ່ທີ່ມີການແຂ່ງຂັນ ກັບເວລາ ແຂ່ງຂັນກັບຄົນຫລາຍຊາດຫລາຍພາສາ. ອີກຢ່າງນຶ່ງ ລາວບໍ່ມັກເຮັດວຽກໃນໂຮງງານອຸດສະຫະກໍາທີ່ມີກົດລະບຽບ ເຄັ່ງຄັດແບບຊົນຊັ້ນກໍາມະຊີບ. ຖ້າຂ້ອຍເປັນລາວ ຂ້ອຍກໍ່ຈະກັບຄືກັນເພາະ 7-8 ປີທີ່ເຮັດວຽກ ມື້ນຶ່ງຫລາຍກ່ວາ 10 ຊົ່ວໂມງ ເຮັດ 6 ມື້ຕໍ່ທິດຄົງຈະໄດ້ເງິນ ຫລາຍໝື່ນຫລາຍແສນໂດລາກາດານາ ແລະຖ້ານໍາເອົາເງິນຈໍາ ນວນນັ້ນມາລົງທຶນປະກອບທຸລະກິດນ້ອຍໆໃນລາວຄົງຈະໄດ້ດີ. ສິ່ງຂໍຍ້ອງຍໍໃນຄວາມມີນໍ້າໃຈຊາດນິຍົມຂອງລາວ ທີ່ນໍາເອົາ ຄວາມຮູ້ຄວາມສາມາດທີ່ລາວໄດ້ຝຶກຝົນຫລໍ່ຫລອມໃນປະເທດ ການາດາມາປະກອບສ່ວນສ້າງສາພັດທະນາປະເທດລາວໃຫ້ ຈະເລີນຮຸ່ງເຮືອງເໝືອນປະເທດອື່ນ. http://www.voanews.com/lao/news/Lao-Diaspora-interview-Seangkeo-Frichittavong-Lao-3-8-12-141885233.html Good luck to you Sengkeo Freechittavong

__________________
Anonymous

Date:

ຖືກຕ້ອງແລ້ວ ຄົນສະຫຼາດແມ່ນຄົນທີ່ກັບມາສ້າງສາປະເທດຊາດບ້ານເມືອງ

aww

__________________
Anonymous

Date:

Anonymous wrote:

ຖ້າເປັນຄົນສະຫລາດຫລາຍຄວນຢູ່ຕ່າງປະເທດຫາເງິນສົ່ງມາ ໃຫ້ຄອບຄົວຊຶ້ດິນປຸກເຮືອນ ຊື້ເຂົ້າຂອງເຄື່ອງໃຊ້ ຫລືບໍ່ຊັ້ນກໍ່ສົ່ງ ມາໃຫ້ໝູນເຮັດທຸລະກິດອັນໃດອັນນຶ່ງດີກ່ວາ. ສໍາລັບທ້າວແສງແກ້ວ ຈະດີມີປະໂຫຍດຫລາຍຖ້າລາວນໍາເອົາ ເທັກນິກທີ່ລາວໄດ້ຮຽນຮູ້ຈາກໂຮງງານເຮັດເຄື່ອງອາໄລ່ມາເຜີຍ ແຜ່ໃນລາວຄືເຖົ້າແກ່ຮ້ານ KFC ຄູວຽງຫັ້ນນະ.

__________________

Senior Member

Status: Offline
Posts: 269
Date:

ຢູ່ຕ່າງປະເທດຫາເງິນໄດ້ຫຼາຍແທ້ແຕ່ກໍ່ມີຄ່າໃຊ້ຈ່າຍຫຼາຍ, ການເຮັດວຽກກໍ່ເກືອບໝົດມື້ ອອກເຮືອນແຕ່ເຊົ້າມືດ ກັບມາກໍ່ຄ່ຳມືດ ໄດ້ຢູ່ເຮືອນແຕ່ວັນພັກ ເສົາ ອາທິດ ບາງໂຮງງານກໍ່ພັກແຕ່ວັນທິດ ເປັນຊີວິດທີ່ຊ້ຳໆຊາກໆ ອາດຈະເບື່ອ ເຮັດໃຫ້ເກີດພະຍາດຄິດຮອດບ້ານຢູ່ລາວ
ຢູ່ລາວຖ້າມັກຊີວິດແບບສບາຍໆ ຖ້າມັກການປູກຝັງລຽງສັດຈະມ່ວນກວ່າ ໂດຍສະເພາະເຮັດກະເສດປະສົມ ປູກຝັງລ້ຽງສັດ ແຕ່ຕ້ອງມີທຶນບຸກເບີກ ເຊັ່ນຂຸດໜອງປາ ປູກກວ້ຍປູກອ້ອຍ ຜັກ ລ້ຽງເປັດລ້ຽງໄກ່ ຂີ້ໝູຂີ້ເປັດຂີ້ໄກ່ສາມາດເຮັດເປັນກາສຊີວະພາບໃຊ້ສຳລັບການຫຸງຕົ້ມ ແລະມີທຶນຈັກ300ລ້ານກີບຝາກທະນາຄານ(4ໝື່ນໂດລາ)ກິນດອກເບ້ຍ ໃຊ້ຊື້ເຂົ້າ ສະບູ່ຢາສີຟັນ ມັນສະຫວັນເມືອງຄົນຈິງໆເດີພີ່ນ້ອງ
ດັ່ງນັ້ນຄວນຮຽນຮູ້ເລື່ອການກະເສດ ແລະທ້ອນເງິນໃຫ້ໄດ້ຫຼາຍ ແລ້ວກັບມາຢູ່ລາວ ຈະສະບາຍກວ່າ
ແຕ່ຖ້າມີ 4ໝື່ນໂດລາ ແລ້ວໄປວົນນຳສາວນ້ອຍ ອາທິດໜຶ່ງກໍ່ບໍ່ເຫຼືອຈັກອັດເລີຍເດີຈະບອກໃຫ້ ຮ່າໆໆໆໆ
ເຮັດໜອງແລ້ວລ້ຽງເປັດລ໊ຍງຫ່ານ

ລ້ຽງປາ

ປູກໝາກເຜັດ

__________________
ອື່ງເພົ້າ

Date:

ຂ້ອຍຄິດວ່າ ຢູ່ຕ່າງປະເທດ ແຕ່ລະເມືອງແຕ່ລະແຂວງ ຄ່າຄອງ ຊີບຖືກແພງບໍ່ຄືກັນ, ຢູ່ໃນຕົວເມືອງໃຫຍ່ໆຄ່າຄອງຊີບຕ້ອງແພງ ກ່ວາຄ່າຄອງຊີບຢູ່ຊົນນະບົດ. ຢູ່ບ້ານເຮົາກໍ່ຄືກັນ ລາຄາດິນລາ ຄາບ້ານຢູ່ນະຄອນຫລວງແພງກ່ວາລາຄາດິນຢູ່ເມືອງດັກຈຶງ, ແມ່ນບໍລະທ່ານສີສຸກ? ເຮັດວຽກຢູ່ຕ່າງປະເທດອາດຈະຕ່າງກັບເຮັດວຽກຢູ່ເມືອງລາວ ໜ້ອຍນຶ່ງຄື ຢູ່ບ້ານເຮົາກົດລະບຽບຢູ່ບ່ອນເຮັດວຽກບໍ່ເຄັ່ງຄັດ ເລື້ອງເວລາ ເຂົ້າການ 8 ໂມງ ມາຊ້າ 5 ຫລື 10 ນາທີກໍ່ໄດ້ ແລະເວລາເລີກ ເລີກກ່ອນໂມງກໍ່ໄດ້. ມື້ເຮັດການ ຂໍລາພັກນາຍ ໄປຮ່ວມງານດອງພີ່ນ້ອງໝູ່ຄູ່ກໍ່ໄດ້, ແຕ່ຢູ່ຕ່າງປະເທດ ຈະເຮັດ ວຽກຢູ່ໂຮງງານອຸດສະຫະກໍາຫລືເຮັດວຽກຢູ່ໃນຫ້ອງການຫລື ເຮັດຢູ່ທົ່ງໄຮ່ທົ່ງນາກໍ່ຕ້ອງປະຕິບັດຕາມໂມງເວລາຄັກແນ່ ບໍ່ສາ ມາດເຮັດແບບເສລີບີຮົ່ວໄດ້. ສະນັ້ນ ປະເທດເຂົາຈຶ່ງກາຍເປັນ ປະເທດຜະລິດ ບໍ່ແມ່ນເປັນປະເທດຊົມໃຊ້ຄືປະເທດເຮົາ ຫລື ເວົ້າແຈ້ງໆ ບໍ່ໄດ້ອີງອາໃສແຕ່ການຊ່ວຍເຫລືອຈາກຕ່າງປະເທດ. ຄົນຕ່າງປະເທດ Live easy, work harder. ແຕ່ຄົນລາວ Work easy, live easier. ແມ່ນບໍ່ລະ?

__________________
Anonymous

Date:

ແນວຄິດມັກງ່າຍໆ ສະບາຍ ສະບາຍ ເປັນຜົນຮ້າຍກັບການພັດທະນາປະເທດຊາດ ແລະບໍ່ພຽງແຕ່

ເທົ່ານີ້ ບຸກຄົນທີ່ຄິດແບບນີ້ ຈະກາຍເປັນຄົນທີ່ບໍ່ມັກສະແຫວງຫາຄວາມກ້າວໜ້າໃສ່ຕົວເອງ.

ສັງຄົມ ແລະ ເສດຖະກິດ ຈະປ່ຽນແປງໄປໄດ້ດ້ວຍຄວາມສີວິໄລ ກໍ ຕໍ່ເມື່ອວ່າໃນສັງຄົມມີການຜະລິດ

ແລະຍົກປະສິດຕິພາບທັງປະລິມານແລະຄຸນນະພາບຂື້ນໄປເລື້ອຍໆຂອງການຜະລິດທີ່ມາຈາກຄວາມ

ບຸກເບີກ ຂອງສ່ວນບຸກຄົນໃນຊາດ ເຊັ່ນ ປະເທດທີ່ຈະເລີນ ຈະແຕກຕ່າງກັບ ປະເທດທີ່ດ້ອຍການພັດ

ທະນາທີ່ສຸດ  ຄົນໃນບັນດາປະເທດທີ່ທຸກຈົນ ສ່ວນຫຼາຍເປັນຄົນຄ້ານ ໂງ່ ມັກງ່າຍ ມັກສະບາຍ ຂາດ

ລະບຽບແບບແຜນໃນການດຳລົງຊີວິດ

__________________
Anonymous

Date:

ເຖິງທ່ານ ສີສຸກ ເຫັນເປັດ, ຫານ, ປາ ແລະ ໝາກເພັດແລ້ວ ມີແລ້ງເອົາເປັດມາເຮັດລາບ ເອົາ ໝາກເພັດ ມາກິນກັບ ຂ້ອຍຊິເປັນເບຍ ເຈົ້າເປັນຂອງແກ້ມ ຮາໆໆໆ ເອີຢ່າລືມເອົາເລືອດໄວ້ຖ້າແດ່ເດີ ຂ້ອຍຊິເຮັດເລືອດແປງ

__________________

Senior Member

Status: Offline
Posts: 269
Date:

Anonymous wrote:

ເຖິງທ່ານ ສີສຸກ ເຫັນເປັດ, ຫານ, ປາ ແລະ ໝາກເພັດແລ້ວ ມີແລ້ງເອົາເປັດມາເຮັດລາບ ເອົາ ໝາກເພັດ ມາກິນກັບ ຂ້ອຍຊິເປັນເບຍ ເຈົ້າເປັນຂອງແກ້ມ ຮາໆໆໆ ເອີຢ່າລືມເອົາເລືອດໄວ້ຖ້າແດ່ເດີ ຂ້ອຍຊິເຮັດເລືອດແປງ

 ຕົກລົງເດີ

ຄົນເຮົາ ເກີດມາມັນຕ້ອງຫາຄວາມສຸກໃສ່ໂຕ ໂດຍບໍ່ບຽດບຽນຄົນອື່ນແມ່ນບໍ?

ຖ້າໂຊກດີລ້ຽງເປັດລ້ຽງໄກແລ້ວລວຍກໍ່ມີເດີ

__________________
Anonymous

Date:

ຂ້ອຍລະເຫັນແຕ່ສາວນອ້ຍ ເອົານາໄຮ່ດຽວ ເຂົ້າແລກກັບການໄດ້ໄປຢູ່ຕ່າງປະເທດນັບບໍ່ຖ້ວນ

ລອງຄິດເບີ່ງເວລາເຈັບປ່ວຍຈະເຮັດແນວໃດ ຢູ່ຕ່າງປະເທດໄດ້ຮັບການ

ປິ່ນປົວຢ່າງດີ ຟຣີ ຂອ້ຍເຄີຍໄປປາດໃສ້ຕິ່ງ ນາງພະຍາບານ ບໍລິການສຸດຍອດ ຍ່າງບໍ່ໄດ້ ເຂົາມາເຊັດຕົວໃຫ້ຄາຕຽງ

__________________
Anonymous

Date:

ອັນວ່າເຮັດວຽກໜັກຢູ່ຕ່າງປະເທດຫັ້ນ ຢາກຖາມວ່າໄດ້ໄປເຮັດມາແລ້ວ

ຫຼືຍັງ ສຳລັບຂອ້ຍຢູ່ອົສຕາລີ ກໍເຮັດວຽກກຳມະກອນນີ້ລະ ມື້ໜຶ່ງເຮັດ 8 ຊົ່ວໂມງ ເຂົ້າ 7 ເຊົ້າ ເລີກ 3 ແລງ ພັກ tea break 10ນາທີ lunch 30ນາທີ ຈັນ ຮອດ ສຸກ ກາຍນັ້ນແມ່ນ overtime ຂຶ້ນກັບໃຈສມັກ

ເດືອນໜຶ່ງພັກພິເສດມື້ໜຶ່ງ ເພາະແຕ່ລະທິດເຮັດວຽກ 40 ຊມ ແຕ່ຄວາມຈິງແມ່ນ ຕອ້ງເຮັດແຕ່ 38 ແປວ່າເຫຼືອ 2ຊມ ຕໍ່ທິດລວມ 4ທິດ ເປັນ8ຊມ ເຂົາຮອ້ງວ່າ roster day off  ນອກນັ້ນມີວັນພັກລາດຊະການອີກ 10ກວ່າມື້ຕໍ່ປີ (public holiday)ແລະພັກປະຈຳປີ (annual leave)20ມື້ຕໍ່ປີສ່ວນຫຼາຍແມ່ນຕອນຄຣິສມາສ ມີsick leave ລາເຈັບໄດ້ 7ມືໍ້ຕໍ່ປີ

ລາຍໄດ້ຫຼັງຈາກເສັຽພາສີ ຊຶ່ງຜົນໄດ້ຈາກການເສັຽພາສີແມ່ນຄ່າໂຮງໝໍຟີ

ລູກໄດ້ຮຽນຟີ ຖ້າສອງຜົວເມັຽເຮັດການສາມາດດຳລົງຊີວິດແບບສະບາຍ

ຄ່າໃຊ້ຈ່າຍພໍປະມານ ຍາມໜາວມີ ໄອອຸ່ນເປີດທົ່ວເຮືອນ ຍາມຮອ້ນມີແອເຢັນ ເຮືອນຖ້າບໍ່ເອົາແບບຫຼູຫຼາ ຈ່າຍສິບກ່ວາປີກໍໝົດແລ້ວ ລົດກໍຄືກັນເຮືອນຂອ້ຍມີ ສາມຄົນ ລົດສາມຄັນ ບໍ່ແມ່ນຟຸມເຟືອຍ ແຕ່ຈຳເປັນຕອ້ງໃຊ້ ເວລາກະສຽນມີເງິນຕຽມໄວ້ແລ້ວ superannuation ຫຼືຖ້າບໍ່ພໍ ກໍ pension ຍັງມີອີກຫຼາຍແນວຖ້າສົນໃຈຈະເລົ່າສູ່ຟັງຄວາມຈິງ ບໍ່ແມ່ນ ເຂົາວ່າ ລືມບອກຢູ່ອົສຕາລີຈ່າຍເງິນເປັນອາທິດ weeklyບາງບອ່ນສອງອາທິດ forthnighly

__________________
Anonymous

Date:

ຂ້ອຍເຫັນມາຫລາຍຄົນແລ້ວ ພວກທີ່ກັບລາວ ບໍ່ເກີນ 3ປີ  ເງີນໝົດແລ້ວ

ກໍ່ຢາກ ກັບມາປະເທດນອກອີກ ບາງຄົນເຫລືອແຕ່ຫຳ ກັບມາ ຄອບຄົວ

ແຕກສາມະຄີ ຖືກລູກເມັຽປະຮ້າງ ກາຍເປັນໝາຫົວເໝົ່າ ຍ້ອນແນວຄິດ

ແບບສະບາຍໆ. ຄື  ທ່ານແສງແກ້ວ ຟຣີຈິດຕະວົງ

__________________
Anonymous

Date:

ກະດີຫັ້ນລະ ຖ້າມີເງິນມີຄວາມຮູ້ແລ້ວກັບມາພັດທະນາບ້ານ ເກີດເມືອງນອນໃຫ້ຮຸ່ງເຮືອງຄືປະເທດອື່ນ. ທ່ານອະນຸສັກ ສຸພາວັນ ຮຽນຈົບດອັກເຕີຂະແໜງ computer science Rochester Institute of Technology ລາວກະຍັງຕັດສິນໃຈມາເຮັດທຸລະກິດຢູ່ລາວຫັ້ນເດ໋.

__________________
Anonymous

Date:

ຄົນຂ້າງບ້ານຂ້ອຍກໍ່ຈະກັບເມືອຢູ່ລາວໃນໄວໆນີ້, ລາວມາຢູ່ອາເຣິກາປະມານ 12-13ປີ ມີເງິນຫຼາຍໝື່ນ ຈະກັບເມືອເຮັດທຸຣະກິດເພາະອ້າຍຂອງລາວໄດ້ເລື່ອນຊັ້ນເປັນຕີຊ່ວຍແລະມີເສັ້ນໃຫຍ່ ວ່າຊັ້ນສາ.

__________________
Anonymous

Date:

Anonymous wrote:

ກະດີຫັ້ນລະ ຖ້າມີເງິນມີຄວາມຮູ້ແລ້ວກັບມາພັດທະນາບ້ານ ເກີດເມືອງນອນໃຫ້ຮຸ່ງເຮືອງຄືປະເທດອື່ນ. ທ່ານອະນຸສັກ ສຸພາວັນ ຮຽນຈົບດອັກເຕີຂະແໜງ computer science  Institute of Technology ລາວກະຍັງຕັດສິນໃຈມາເຮັດທຸລະກິດຢູ່ລາວຫັ້ນເດ໋.

 ແມ່ນ ຊັ້ນເບາະ...ວ່າຈົບ ດອກເຕີ້ ...ກະດຽວວ່າ Master degree '95. ໄປອ່ານໃຫມ່ດຸ.

__________________
Anonymous

Date:

ຖ້າເພິ່ນໄດ້ປຣິນຍາໂທແຕ່ປີ 1995 ປານນີ້ເພິ່ນອາດຈະໄດ້ກາຍ ດຣ. ແລ້ວກໍ່ເປັນໄດ້ເນີເພາະດຽວນນີ້ພະນັກງານຂັ້ນນໍາຖືກສົ່ງໄປຍົກຣະດັບຢູ່ວຽດນາມຫຼາຍ.

---------------------------------------------------- 

     " ພະນັກງານຂັ້ນນຳຖືກສົ່ງໄປຍົກລະດັບຢູ່ຫວຽດນາມຫຼາຍ "

ຫນ້າເສົ້າໃຈທີ່ພະນັກງານຂັ້ນນຳເຫລົ່ານັ້ນບໍ່ສາມາດໄປຍົກລະດັບ ຄວາມຮູ້ອັນແທ້ຈິງຂອງໂຕເອັງຢູ່ປະເທດອື່ນທີ່ຈະເລີນກວ່າ

ແຕ່ຕ້ອງໄປແຕ່ປະເທດຫວຽດເທົ່ານັ້ນ. ທ່ານກໍຮູ້ຢູ່ເຕັມຫມາກກະດອງໃຈວ່າການໄປນັ້ນ

ກໍເພື່ອເປົ້າຫມາຍຜົນປະໂຫຍດທາງດ້ານການເມືອງຂອງຫວຽດນາມ. 

ສົງໃສທ່ານກໍໄດ້ປຣິນຍາກາຍຂັ້ນ ດຣ ຄືກັນແມ່ນບໍ່ ? ໄດ້ມາຈາກມະຫາວິທະຍາໄລເມືອງວຽງໄຊ ຕິ.

ເມືອງລາວຄົງຈະມີແຕ່ບັນດາພວກທີ່ມີປຣິນຍາກາຍ ດຣ ເຕັມບ້ານຕິຈຶ່ງພູມໃຈນຳແຕ່ຄວາມລ້າຫລັງຢູ່ຢ່າງທຸກວັນນີ້.

ທ່ານເດ ກາຍຂັ້ນ ດຣ ແມ່ນບໍ່ ?   ຢາກຕົວະກະໃຫ້ໄປຕົວະແຕ່ລູກນ້ອງຂອງທ່ານ ຢ່າໃຫ້ປະເທດອື່ນເຂົາຮູ້ນຳເດີ້...ອາຍເຂົາ.

__________________
Anonymous

Date:

Anonymous wrote:

ຖືກຕ້ອງແລ້ວ ຄົນສະຫຼາດແມ່ນຄົນທີ່ກັບມາສ້າງສາປະເທດຊາດບ້ານເມືອງ

aww

 ແມ່ນແທ້ບໍ່ ? ເອົາປະເທດລາວມາບັງໜ້າຊື່ໆດອກ ແຕ່ສ່ວນຫຼາຍຕາມເຫັນມາແມ່ນມີຈຸດປະສົງໄປສະແຫວງຫາສາວນ້ອຍ ຕ່າງຫາກ ຜູ່ບາງຄົນຖີ້ມລູກຖີ້ມເມັຽຫອບສັງຂານໄປຢູ່ເມືອງລາວ ບາງຄົນກໍ່ປະສົບຄວາມສຳເລັດໃນຄວາມມຸ້ງຫວັງ ແຕ່ຜູ່ບາງຄົນກໍ່ຖືກຄວາມຫລົມແຫຼວສີ້ນຫວັງກໍເລີຍຫອບກະດູກມາຕັ້ງຈຸດສູນໃໝ່ຢູ່ເມືອງນອກອີກເທື່ອໃໝ່

__________________
Anonymous

Date:

Anonymous wrote:
Anonymous wrote:

ຖ້າເພິ່ນໄດ້ປຣິນຍາໂທແຕ່ປີ 1995 ປານນີ້ເພິ່ນອາດຈະໄດ້ກາຍ ດຣ. ແລ້ວກໍ່ເປັນໄດ້ເນີເພາະດຽວນນີ້ພະນັກງານຂັ້ນນໍາຖືກສົ່ງໄປຍົກຣະດັບຢູ່ວຽດນາມຫຼາຍ. 

---------------------------------------------------- 

     " ພະນັກງານຂັ້ນນຳຖືກສົ່ງໄປຍົກລະດັບຢູ່ຫວຽດນາມຫຼາຍ "

ຫນ້າເສົ້າໃຈທີ່ພະນັກງານຂັ້ນນຳເຫລົ່ານັ້ນບໍ່ສາມາດໄປຍົກລະດັບ ຄວາມຮູ້ອັນແທ້ຈິງຂອງໂຕເອັງຢູ່ປະເທດອື່ນທີ່ຈະເລີນກວ່າ

ແຕ່ຕ້ອງໄປແຕ່ປະເທດຫວຽດເທົ່ານັ້ນ. ທ່ານກໍຮູ້ຢູ່ເຕັມຫມາກກະດອງໃຈວ່າການໄປນັ້ນ

ກໍເພື່ອເປົ້າຫມາຍຜົນປະໂຫຍດທາງດ້ານການເມືອງຂອງຫວຽດນາມ. 

ສົງໃສທ່ານກໍໄດ້ປຣິນຍາກາຍຂັ້ນ ດຣ ຄືກັນແມ່ນບໍ່ ? ໄດ້ມາຈາກມະຫາວິທະຍາໄລເມືອງວຽງໄຊ ຕິ.

ເມືອງລາວຄົງຈະມີແຕ່ບັນດາພວກທີ່ມີປຣິນຍາກາຍ ດຣ ເຕັມບ້ານຕິຈຶ່ງພູມໃຈນຳແຕ່ຄວາມລ້າຫລັງຢູ່ຢ່າງທຸກວັນນີ້.

ທ່ານເດ ກາຍຂັ້ນ ດຣ ແມ່ນບໍ່ ?   ຢາກຕົວະກະໃຫ້ໄປຕົວະແຕ່ລູກນ້ອງຂອງທ່ານ ຢ່າໃຫ້ປະເທດອື່ນເຂົາຮູ້ນຳເດີ້...ອາຍເຂົາ.

 ພວກໄດ້ປຣິນຍາ ກາຍ ດຣ ຈາກປະເທດຫວຽດ ແມ່ນເອົາໄກ່ໄປແລກເອົາ.

__________________
Anonymous

Date:

 ພວກໄດ້ປຣິນຍາ ກາຍ ດຣ ຈາກປະເທດຫວຽດ ແມ່ນເອົາໄກ່ໄປແລກເອົາ.

ເວົ້າບາບເພິ່ນຫລາຍເດີເຈົ້ານີ້.

__________________
Anonymous

Date:

Go ahead man!

You will be sorry later after you lost everything you have.

Be prepare when you get sick, when you got to that situation

you will be crying back to where you were before. I've been through

this experience before you. I was almost lost my life when I got sick

during I was in Vientiane, I had to go to Thailand hospital then to the

States. If I was late to get to my Doctor's hands on time in the United

States, I was dead since last 4 years.

Just want to remind you.

ຜູ່ສາວແກງໝາກຕອດໃຫ້ກິນຊັ້ນເບາະຈັ່ງໄດ້ໄປສວນທ້ອງຢູ່ໄທ? ທ່ານແສງແກ້ວ ຟຣີຈິດຕະວົງ ມີທ່ານໝໍປະຈໍາຕົວ, ບໍ່ຕ້ອງເປັນຫ່ວງລາວດອກ.

__________________
Anonymous

Date:

Anonymous wrote:

ອັນວ່າເຮັດວຽກໜັກຢູ່ຕ່າງປະເທດຫັ້ນ ຢາກຖາມວ່າໄດ້ໄປເຮັດມາແລ້ວ

ຫຼືຍັງ ສຳລັບຂອ້ຍຢູ່ອົສຕາລີ ກໍເຮັດວຽກກຳມະກອນນີ້ລະ ມື້ໜຶ່ງເຮັດ 8 ຊົ່ວໂມງ ເຂົ້າ 7 ເຊົ້າ ເລີກ 3 ແລງ ພັກ tea break 10ນາທີ lunch 30ນາທີ ຈັນ ຮອດ ສຸກ ກາຍນັ້ນແມ່ນ overtime ຂຶ້ນກັບໃຈສມັກ

ເດືອນໜຶ່ງພັກພິເສດມື້ໜຶ່ງ ເພາະແຕ່ລະທິດເຮັດວຽກ 40 ຊມ ແຕ່ຄວາມຈິງແມ່ນ ຕອ້ງເຮັດແຕ່ 38 ແປວ່າເຫຼືອ 2ຊມ ຕໍ່ທິດລວມ 4ທິດ ເປັນ8ຊມ ເຂົາຮອ້ງວ່າ roster day off  ນອກນັ້ນມີວັນພັກລາດຊະການອີກ 10ກວ່າມື້ຕໍ່ປີ (public holiday)ແລະພັກປະຈຳປີ (annual leave)20ມື້ຕໍ່ປີສ່ວນຫຼາຍແມ່ນຕອນຄຣິສມາສ ມີsick leave ລາເຈັບໄດ້ 7ມືໍ້ຕໍ່ປີ

ລາຍໄດ້ຫຼັງຈາກເສັຽພາສີ ຊຶ່ງຜົນໄດ້ຈາກການເສັຽພາສີແມ່ນຄ່າໂຮງໝໍຟີ

ລູກໄດ້ຮຽນຟີ ຖ້າສອງຜົວເມັຽເຮັດການສາມາດດຳລົງຊີວິດແບບສະບາຍ

ຄ່າໃຊ້ຈ່າຍພໍປະມານ ຍາມໜາວມີ ໄອອຸ່ນເປີດທົ່ວເຮືອນ ຍາມຮອ້ນມີແອເຢັນ ເຮືອນຖ້າບໍ່ເອົາແບບຫຼູຫຼາ ຈ່າຍສິບກ່ວາປີກໍໝົດແລ້ວ ລົດກໍຄືກັນເຮືອນຂອ້ຍມີ ສາມຄົນ ລົດສາມຄັນ ບໍ່ແມ່ນຟຸມເຟືອຍ ແຕ່ຈຳເປັນຕອ້ງໃຊ້ ເວລາກະສຽນມີເງິນຕຽມໄວ້ແລ້ວ superannuation ຫຼືຖ້າບໍ່ພໍ ກໍ pension ຍັງມີອີກຫຼາຍແນວຖ້າສົນໃຈຈະເລົ່າສູ່ຟັງຄວາມຈິງ ບໍ່ແມ່ນ ເຂົາວ່າ ລືມບອກຢູ່ອົສຕາລີຈ່າຍເງິນເປັນອາທິດ weeklyບາງບອ່ນສອງອາທິດ forthnighly

 ຄົນທີ່ມາອອກຄວາມເຫັນຢູ່ນີ້ລ້ວນແຕ່ເປັນຄົນມີລະດັບ ແຕ່ມີຜູ້ມັກຫຍາບຄາຍບໍ່ມີມາລະຍາດປົນຢູ່ໜ້ອຍໜຶ່ງ ! ຂ້ອຍກໍ່ເຄີຍໄປອົສຕຣາລີ ແລະຜູ້ອື່ນຢູ່ລາວກໍ່ເຄີຍໄປ ແລະໄປເຫັນຫລາຍປະເທດຕາເວັນຕົກຫລາຍກວ່າເຈົ້າອີກ ! ຢ່າຄຶດວ່າຄົນລາວຢູ່ລາວຈະບໍ່ໄດ້ໄປເຫັນປະເທດອື່ນເດີ້ ທ່ານເອີຍ ! ຄິດຜິດຄິດໃໝ່ ! ຍອມຮັບແທ້ວ່າຊີວິດຢູ່ອົສຕຣາລີ ສະບາຍແທ້ ຍ້ອນເສດຖະກິດດີ ແຜ່ນດິນໃຫຍ່ ແຕ່ຄົນໜ້ອຍ ! ແຕ່ທ່ານຄວນຮູ້ເອົາໄວ້ແດ່ວ່າ ຢູ່ຝຣັ່ງ ຄົນລາວເຮັດວຽກໜັກ ແຕ່ກໍ່ຍັງທຸກຫລາຍ ບໍ່ສະບາຍຄືທ່ານກຳມະກອນອົສຕຣາລີເດີ້ ! ຢູ່ USA ແລະ ການາດາ ເຮັດວຽກໜັກຫລາຍ ທັງເມື່ອຍຫລາຍ ຫລາຍຄອບຄົວ ຜົວເມຍອາທິດໜຶ່ງພໍ້ໜ້າກັນພຽງແຕ່ເທື່ອດຽວກໍ່ມີ ສະນັ້ນຫລາຍຄົນມີທຶນມີຮອນແລ້ວຢາກກັບມາໃຊ້ຊີວິດສະບາຍສະບາຍບັ້ນປາຍຢູ່ບ້ານເກີດ ເຂົາເຈົ້າຕັດສິນໃຈຖືກແລ້ວ ໄດ້ຢູ່ໃກ້ຍາດຕິພີ່ນ້ອງລູກຫລານ ຈັ່ງແມ່ນມັນອົບອຸ່ນ! ສຸກທັງກາຍ ສຸກທັງໃຈ smileຢູ່ບ້ານແມ່ເຮົາ ກິນເຂົ້າໜຽວຈໍ້າປາແດກ ແຕ່ກໍ່ຍັງແຊບ ແຕ່ກໍ່ຍັງນົວ ດີກວ່າເປັນຂ້ອຍຊາດອື່ນເຂົາ smile ຢູ່ແຕ່ປະເທດດຽວ ຢ່າຄຶດວ່າໂຕເອງຮູ້ຫລາຍ ໂລກນີ້ມັນກວ້າງໃຫຍ່ໄພສານຫລາຍເດີ້ ທ່ານເອີຍ smile

 ແມ່ນຄວາມເຈົ້າ ຂ້ອຍທັງໄດ້ຍິນ ທັງໄປເຫັນ ສັງຄົມຄົນລາວຢູ່ USA ຜົວເມຍບໍ່ມີເວລາໃຫ້ກັນ ສຸດທ້າຍພໍ່ສ່ຽວແມ່ສ່ຽວຫລອຍຕ່ອຍກົ້ນກັນອຶກກະທຶກ ລາງເທື່ອຜົວຮູ້ ກໍ່ປາກຫຍັງບໍ່ໄດ້ ເພາະສິດແມ່ຍິງຢູ່ USA  ມັນຫລາຍເກີນຂອບເຂດ ! ໝາຍັງມີສິດທິກວ່າຜູ້ຊາຍ biggrinbiggrinbiggrin ຈັບກຸ່ມຈັບກ້ອນ ອິດສາບັງບຽນກັນ ຫລິ້ນຜົວຫລິ້ນເມຍກັນ ຍາດເມຍຍາດແຟນກັນກອງຢູ່ຫັ້ນໝົດ nononoconfuse

__________________
Anonymous

Date:

ຖ້າຢາກຫາເວລາຢູ່ນໍາກັນມັນກໍ່ພໍມີຢູ່ພໍ່ອາວ ຍົກເວັ້ນຄົນທີ່ຄິດຢາກນອກໃຈກັນ ຊິນັ່ງເຝົ້າກັນໝົດມື້ໝົດຄືນ ມັນກະຫາເວລາໄປນອກໃຈກັນຫັ້ນລະ. ຢູ່ລາວເຮົາກໍ່ມີບັນຫາເລື້ອງຫຼິ້ນຊູ້ຊູເມຍເພິ່ນຄືກັນ ຂະນາດວ່າຜົວອອກບ້ານໄປເຮັດການຫາເງິນມາໃຫ້ເມຍຢູ່ບ້ານໃຊ້ ເມຍກໍ່ຍັງໄປໃຫ້ໜຸ່ມສາມລໍ້ຕອກຫັ້ນເດ໋.

__________________
Anonymous

Date:

ຂ້ອຍໜີມາຢູ່ອາເມຣິກາ 27-28 ປີແລ້ວ ບໍ່ເຄີຍໄດ້ເຮັດວຽກເບົາຈັກເທື່ອ, ໄປສະໝັກເຮັດວຽກກັບໂຮງງານເຮັດຍອງຝ້າຍ ເຂົາກໍ່ໃຫ້ຂັບຣົດຍົກ ຂັບຢູ່ໃນສາງເກັບເຄື່ອງ 8 ຊົ່ວໂມງຕໍ່ມື້ 5 ມື້ຕໍ່ອາທິດ. ຜູ່ອຸບປະຖໍາກໍ່ບອກວ່າ ຖ້າຢາກເຮັດວຽກຢູ່ຫ້ອງການຕິດແອ ກໍ່ຕ້ອງໄປຮຽນໜັງສື ຊິຮຽນບັນຊີ ຫຼືຂິຮຽນເປັນນັກປ້ອນຂໍ້ມູນ data entry ກໍ່ໄດ້ ແຕ່ຂ້ອຍພັດເປັນຄົນໃຈບໍ່ປ່ອງຄືແມ່ອ່ີນາງ ກໍ່ເຄີຍໃຫ້ແຕ່ແມ່ອີ່ນາງຫັ້ນລະໄປຮຽນ ໂຊກດີລາວບໍ່ຫຼົງຄາລົມອົງວຽດ ຂ້ອຍຈຶ່ງບໍ່ໄດ້ກັບໄປຊອກເອົາສາວນ້ອຍຢູ່ລາວມາເປັນເມຍຄືຫຼາຍຄົນເຫີ່ກັນ. ເວົ້າເລື້ອງທຸກ ກໍ່ທຸກແທ້ເພາະເຮັດວຽກເປັນ blue collar worker ເດ , ນາຍຢາກໃຊ້ໃຫ້ຍົກຫຍັງກໍ່ຕ້ອງໄດ້ໄປຍົກ ໃຄແດ່ທີ່ນາຍບໍ່ສັ່ງໃຫ້ຍົກຈອກບັກຂາຈ່າງຈຶ່ງພໍອົດທົນເຮັດໄປຈົນລ້ຽງອີ່ນາງໃຫຍ່ແລະຮຽນຈົບນາງພະຍາບານ.

 ເຈົ້າເຮັດຖືກແລ້ວ ບໍ່ມາເອົາສາວນ້ອຍຢູ່ລາວໄປເປັນເມຍ ຫັ້ນນະ ! ຫລາຍຄົນລະເດ່ ເຈັບໃຈ ທັງເສຍເງິນບັກຫລາຍໆ ເຊື່ອຊິໄດ້ ທຽວມາລາວຈົນທຸກ ໄປເຮັດວຽກໃຊ້ເຂົາເມື່ອຍເກືອບຕາຍ ! ບາດໄດ້ໄປແລ້ວ ເວລາມັນຍັງເວົ້າອັງກິດບໍ່ເປັນ ຂັບລົດບໍ່ເປັນກໍ່ໄຄແດ່ ບາດມັນເປັນແລ້ວ ປານຕິດປີກ ! ແລ້ວບັກໝາລາວໝາ  USA  ກໍ່ຫຸ້ມກັນຍາດສີກກິນ ປານແມງວັນຕອມກອງ ຂ ! ບາດໂຕເອງຜູ້ເສຍເງິນ ເສຍເວລາ ເສຍໃຈ ໄດ້ແຕ່ນັ່ງໂກ່ໂສ່ເບີ່ງ ເຮັດຫຍັງບໍ່ໄດ້ ເພາະ ມັນມາຕື່ນສິດທິ ຢູ່  USA , ມັນບໍ່ອີ່ຕົນເຮົາຜູ້ເອົາມັນຂ້າມນໍ້າຂ້າມທະເລມາເລີຍ  hmmhmmhmm

 ບໍ່ແມ່ນເຮັດໃຫ້ເຂົາບໍ່ໄດ້ບໍ ມີແຕ່ລູບໆໆຄໍາໆໆ ລະລາ ເຂົາກະໄປຫາຜູ້ໃໝ່ລະເນາະ

 ແບບເພິ່ນວ່າ ໝູເຮັດນາ ໝາກິນເຂົ້າ ຫລື ລ້ຽງໝູໄວ້ຖ້າເຈັກ ຫັ້ນຕົວເນາະ biggrinbiggrinbiggrin ແຕ່ກໍລະນີນີ້ ມັນບໍ່ແມ່ນແຕ່ເຈັກ ມັນມີທຸກສັນຊາດຫຸ້ມຍາດນານ້ອຍໄຮ່ດຽວຈາກລາວ biggrinbiggrinbiggrin 70% ເປັນແນວນັ້ນໝົດ ໃຜບໍ່ຢາກເຈັບໃຈກໍ່ຢ່າລອງດີກວ່າເດີ້ !

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ຂ້ອຍໜີມາຢູ່ອາເມຣິກາ 27-28 ປີແລ້ວ ບໍ່ເຄີຍໄດ້ເຮັດວຽກເບົາຈັກເທື່ອ, ໄປສະໝັກເຮັດວຽກກັບໂຮງງານເຮັດຍອງຝ້າຍ ເຂົາກໍ່ໃຫ້ຂັບຣົດຍົກ ຂັບຢູ່ໃນສາງເກັບເຄື່ອງ 8 ຊົ່ວໂມງຕໍ່ມື້ 5 ມື້ຕໍ່ອາທິດ. ຜູ່ອຸບປະຖໍາກໍ່ບອກວ່າ ຖ້າຢາກເຮັດວຽກຢູ່ຫ້ອງການຕິດແອ ກໍ່ຕ້ອງໄປຮຽນໜັງສື ຊິຮຽນບັນຊີ ຫຼືຂິຮຽນເປັນນັກປ້ອນຂໍ້ມູນ data entry ກໍ່ໄດ້ ແຕ່ຂ້ອຍພັດເປັນຄົນໃຈບໍ່ປ່ອງຄືແມ່ອ່ີນາງ ກໍ່ເຄີຍໃຫ້ແຕ່ແມ່ອີ່ນາງຫັ້ນລະໄປຮຽນ ໂຊກດີລາວບໍ່ຫຼົງຄາລົມອົງວຽດ ຂ້ອຍຈຶ່ງບໍ່ໄດ້ກັບໄປຊອກເອົາສາວນ້ອຍຢູ່ລາວມາເປັນເມຍຄືຫຼາຍຄົນເຫີ່ກັນ. ເວົ້າເລື້ອງທຸກ ກໍ່ທຸກແທ້ເພາະເຮັດວຽກເປັນ blue collar worker ເດ , ນາຍຢາກໃຊ້ໃຫ້ຍົກຫຍັງກໍ່ຕ້ອງໄດ້ໄປຍົກ ໃຄແດ່ທີ່ນາຍບໍ່ສັ່ງໃຫ້ຍົກຈອກບັກຂາຈ່າງຈຶ່ງພໍອົດທົນເຮັດໄປຈົນລ້ຽງອີ່ນາງໃຫຍ່ແລະຮຽນຈົບນາງພະຍາບານ.

 ເຈົ້າເຮັດຖືກແລ້ວ ບໍ່ມາເອົາສາວນ້ອຍຢູ່ລາວໄປເປັນເມຍ ຫັ້ນນະ ! ຫລາຍຄົນລະເດ່ ເຈັບໃຈ ທັງເສຍເງິນບັກຫລາຍໆ ເຊື່ອຊິໄດ້ ທຽວມາລາວຈົນທຸກ ໄປເຮັດວຽກໃຊ້ເຂົາເມື່ອຍເກືອບຕາຍ ! ບາດໄດ້ໄປແລ້ວ ເວລາມັນຍັງເວົ້າອັງກິດບໍ່ເປັນ ຂັບລົດບໍ່ເປັນກໍ່ໄຄແດ່ ບາດມັນເປັນແລ້ວ ປານຕິດປີກ ! ແລ້ວບັກໝາລາວໝາ  USA  ກໍ່ຫຸ້ມກັນຍາດສີກກິນ ປານແມງວັນຕອມກອງ ຂ ! ບາດໂຕເອງຜູ້ເສຍເງິນ ເສຍເວລາ ເສຍໃຈ ໄດ້ແຕ່ນັ່ງໂກ່ໂສ່ເບີ່ງ ເຮັດຫຍັງບໍ່ໄດ້ ເພາະ ມັນມາຕື່ນສິດທິ ຢູ່  USA , ມັນບໍ່ອີ່ຕົນເຮົາຜູ້ເອົາມັນຂ້າມນໍ້າຂ້າມທະເລມາເລີຍ  hmmhmmhmm

 ບໍ່ແມ່ນເຮັດໃຫ້ເຂົາບໍ່ໄດ້ບໍ ມີແຕ່ລູບໆໆຄໍາໆໆ ລະລາ ເຂົາກະໄປຫາຜູ້ໃໝ່ລະເນາະ

 ຄັນເປັນແນວນັ້ນກໍ່ແລ້ວໄປ ມະນຸດຍ່ອມມີຄວາມຕ້ອງການທາງເພດ ເປັນຂອງທຳມະດາ ! ແຕ່ກໍລະນີເຮົາເຮັດໄດ້ຢູ່ ແຕ່ມັນ ເປັນ11 ຣດ ບໍ່ຮູ້ອີ່ມບໍ່ຮູ້ພໍນີ້ຕິ ມັນໜ້າເຈັບໃຈ !

__________________
Anonymous

Date:

Anonymous wrote:
Anonymous wrote:

Go ahead man!

You will be sorry later after you lost everything you have.

Be prepare when you get sick, when you got to that situation

you will be crying back to where you were before. I've been through

this experience before you. I was almost lost my life when I got sick

during I was in Vientiane, I had to go to Thailand hospital then to the

States. If I was late to get to my Doctor's hands on time in the United

States, I was dead since last 4 years.

Just want to remind you.

ຜູ່ສາວແກງໝາກຕອດໃຫ້ກິນຊັ້ນເບາະຈັ່ງໄດ້ໄປສວນທ້ອງຢູ່ໄທ? ທ່ານແສງແກ້ວ ຟຣີຈິດຕະວົງ ມີທ່ານໝໍປະຈໍາຕົວ, ບໍ່ຕ້ອງເປັນຫ່ວງລາວດອກ.

No, it wasn't that way. I have my own doctor in Laos too but I need treatment from him only cold, coughing and fever something like that, not major treatment like dead or life situation.    I am totally not trust any doctor and hospital in Laos because lack of professional Physician Doctor and lack of high tech hospital equipment.  

__________________
Anonymous

Date:

ກົດບ່ອນນີ້ຖ້າຢາກຟັງພໍ່ຕູ້ອະນຸຣັກທັມໃຫ້ພອນທ່ານແສງແກ້ວແນວໃດ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard