Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເສັ້ນ­ທາງ​ຢູ່​ນະ­ຄອນ­ຫຼວງ​
Anonymous

Date:
ເສັ້ນ­ທາງ​ຢູ່​ນະ­ຄອນ­ຫຼວງ​


ຕົກ​ລະ­ດູ­ແລ້ງ​ເສັ້ນ­ທາງ​ຫຼາຍ​ສາຍ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ພວມ​ຢູ່​ໃນ​ໄລ­ຍະ​ປັບ­ປຸງ​ປົວ­ແປງ ແລະ ສ້າງ​ໃໝ່... ແນ່­ນອນ ເມື່ອ​ມີ​ການ​ສ້າງ​ໃໝ່​ກໍ​ຍ່ອມ​ສ້າງ​ຜົນ​ກະ­ທົບ​ແກ່​ການ​ສັນ­ຈອນ​ເປັນ​ຂອງ​ທຳ​ມະ​ດາ ບໍ່​ສາ­ມາດ​ຫຼີກ​ລ້ຽງ​ໄດ້.

ແຕ່​ບັນ­ຫາ​ນີ້ ຜູ້​ທຽວ​ທາງ​ກໍ​ຄື​ຜູ້​ດຳ­ລົງ​ຊີ­ວິດ​ແຄມ​ທາງ​ມີ​ຫາງ​ສຽງ​ຫຼາຍ​ທີ່​ສຸດ ເປັນ­ຕົ້ນ​ແມ່ນ​ທາງ​ຕານ​ມີ​ໄຊ​ຫາ​ໜອງ​ທາ​ໃຕ້ ໂພນ​ຕ້ອງ-ດອນ​ແດງ ທາງ​ບຶງ​ທາດ­ຫຼວງ-ໂນນ​ຄໍ້-ໂນນ​ຫວາຍ...

ມີ​ຜູ້​ສ່ອງ​ແສງ​ເຖິງ​ຄໍ​ລຳ​ພວກ​ເຮົາ​ເລື້ອຍໆ... ເວ­ລາ​ທ່ານ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ລົງ​ໄປ​ພົບ​ປະ​ພໍ່​ແມ່​ປະ­ຊາ­ຊົນ​ນັ້ນ ປະ­ຊາ­ຊົນ​ກໍ​ມີ​ຂໍ້​ສະ­ເໜີ ແຕ່​ໃນ​ຕົວ​ຈິງ​ກໍ​ເຫັນ­ໃຈ​ການ​ປັບ­ປຸງ ປົວ­ແປງ ແລະ ການ​ສ້າງ​ໃໝ່ ເພາະ​ຕ້ອງ​ເວົ້າ​ເຖິງ​ງົບ­ປະ­ມານ.

ສຳ­ລັບ​ເສັ້ນ­ທາງ​ບຶງ​ທາດ­ຫຼວງ-ໂນນ​ຄໍ້-ໂນນ​ຫວາຍ​ນີ້ ເພື່ອນ​ຜູ້​ອ່ານ​ຕັ້ງ​ບັນ­ຫາ​ວ່າ: ການ​ສ້ອມ­ແປງ​ແຕ່​ລະ​ເທື່ອ ສັງ­ເກດ​ເຫັນ​ວ່າ​ບໍ່​ເໝາະ​ສົມ​ກັບ​ງົບ­ປະ­ມານ​ປານ­ໃດ ? ເພາະ​ເຫັນ​ແຕ່​ລົດ​ມາ​ກວດ​ດິນ... ໃຫ້​ຮາບ​ພຽງ ຫຼື ຖົມ​ດິນ​ແດງ​ໃສ່​ກໍ​ແລ້ວ­ໄປ... ປະ­ຊາ­ຊົນ​ທົນ​ຝຸ່ນ​ບໍ່​ໄຫວ​ກໍ​ຫົດ​ນ້ຳ​ເປື້ອນ​ໃສ່ ທາງ​ກໍ​ເປ່​ເພ​ອີກ... ເພິ່ນ​ຕັ້ງ​ຂໍ້​ສັງ­ເກດ​ວ່າ ງົບ­ປະ­ມານ​ທີ່​ໃຊ້​ເຂົ້າ​ໃນ​ການ​ແປງ​ທາງ​ນັ້ນ ຄັນ​ແມ່ນ​ເອົາ​ມາ​ລວມ​ກັນ​ເບິ່ງ​ຢ້ານ​ວ່າ​ເຮັດ​ທາງ​ໃໝ່​ໄດ້​ແລ້ວ​ກະ​ບໍ່​ຈັກ ? ສະ­ນັ້ນ ເພິ່ນ​ຈຶ່ງ​ສ່ອງ​ແສງ​ມາ​ວ່າ: ຢາກ​ໃຫ້​ມີ​ການ​ຕິດ­ຕາມ​ເບິ່ງ​ການ​ປັບ­ປຸງ​ປົວ­ແປງ​ທາງ​ເບິ່ງ​ວ່າ ມັນ​ສົມ​ມາ​ພາ​ຄວນ​ຫຼື​ບໍ ? ອາດ​ມີ​ຂໍ້​ອ້າງ​ບໍ່​ຢາກ​ສ້າງ​ທາງ​ໃໝ່... ຍ້ອນ​ວ່າ­ການ​ປັບ­ປຸງປົວ­ແປງ​ແຕ່​ລະ​ຄັ້ງ ມັນ​ມີ​ລາຍ​ຮັບ​ດີ​ກ່ວ​າ​ການ​ສ້າງ​ໃໝ່... ຄັນ​ແມ່ນ​ສ້າງ​ໃໝ່​ໝົດ ງົບ​ສ້ອມ­ແປງ​ບໍ່​ມີ... ແລ້ວ​ຈະ​ໄປ​ຫາ​ກິນ​ຢູ່​ໃສ​ນໍ ?.

ອັນ​ນັ້ນ​ແມ່ນ​ຄຳ​ສ່ອງ​ແສງ​ເລື່ອງ​ການ​ສ້ອມ­ແປງ​ເສັ້ນ­ທາງ​ຫຼາຍ​ສາຍ​ທີ່​ເປ່​ເພ​ຢູ່​ໃນ​ປັດ­ຈຸ­ບັນ.

ໃນ​ຕົວ​ຈິງ​ທາງ​ຫຼາຍ​ເສັ້ນ​ຍິນ​ຂ່າວ​ວ່າ​ມີ​ການ​ປະ­ມູນ​ຮຽບ​ຮ້ອຍ ແຕ່​ບໍ­ລິ­ສັດ​ບໍ່​ຄ່ອຍ​ລົງ­ມື​ກໍ່­ສ້າງ... ອັນ​ນີ້​ທາງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ກໍ​ລົງ​ກວດ­ກາ ແລະ ເປີດ­ເຜີຍ​ເປັນ​ຂ່າວ​ມາ​ແລ້ວ​ນໍ ? ແຕ່​ສຳ­ລັບ​ເສັ້ນ­ທາງ​ແຕ່​ນາ​ຄວາຍ​ທີ່​ອອກ​ມາ​ຈາກ​ທາງ 450 ປີ ເນັ່ງ​ມາ​ໃສ່​ໂນນ​ຫວາຍ-ໂນນ​ຄໍ້-ບຶງ​ທາດ­ຫຼວງ​ນີ້ ຍິນ​ຂ່າວ​ມາ​ມີ​ບໍ­ລິ­ສັດ​ປະ­ມູນ​ໄດ້​ຄັກ­ແນ່ ? ແຕ່​ມາ​ຮອດ​ດຽວ­ນີ້​ກໍ​ຍັງ​ບໍ່​ທັນ​ມີ​ຂ່າວ​ອອກ​ມາ ວ່າ​ຈະ​ລົງ­ມື​ສ້າງ​ໃໝ່​ຍາມ​ໃດ ?.

ເມື່ອ​ບໍ່​ມີ​ຂ່າວ ເຫັນ​ແຕ່​ການ​ສ້ອມ­ແປງ​ພໍ­ແລ້ວ​ຮີດ​ຄື​ກ່າວ​ມາ​ຂ້າງ​ເທິງ ຄົນ​ສ່ວນ​ຫຼາຍ​ກໍ​ເລີຍ​ຕັ້ງ​ບັນ­ຫາ​ຄື​ເວົ້າ​ມາ​ນໍ ?.

ຢາກ​ໃຫ້ ຄ.ຍ.ທ ນະ­ຄອນ­ຫຼວງ​ເຮົາ​ກວດ­ກາ ແລະ ລົງ​ໄມ້­ແສ້​ໃສ່​ບໍ­ລິ­ສັດ​ທີ່​ໄດ້​ຮັບ​ສຳ​ປະ­ທານ ເພາະ​ບໍ່​ຊັ້ນ​ມັນ​ບໍ່​ເໜັງ ? ປີ 2012 ເຮົາ​ເປັນ​ເຈົ້າ­ພາບ​ໃຫຍ່​ຈັດ​ກອງ​ປະ­ຊຸມ​ອາ​ເຊັມ... ທາງ​ເວັ້ນ​ມີ​ແຕ່​ຈຸດ​ໜອງ​ໜ່ຽງ​ມາ​ໃສ່​ບຶງ​ທາດ­ຫຼວງ ແຕ່​ຈຸດ​ນາ​ຄວາຍ​ຍັງ​ຄື­ເກົ່າ... ລົດ​ມັນ​ກໍ​ມາ​ອັ່ງ​ຢູ່​ບຶງ​ທາດ­ຫຼວງ​ອີກ ເພາະ​ມີ​ຕະ­ຫຼາດ​ຫຼາຍ​ໂພດ ແລະ ອີກ​ຕໍ່­ໜ້າ​ນີ້ ກໍ​ຈະ​ມີ​ການ​ກໍ່­ສ້າງ​ໂຄງ­ການ​ບຶງ​ທາດ­ຫຼວງ​ອີກ !.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard