Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລຳບາກ
Anonymous

Date:
ຄົນລຳບາກ


ຂ້າພະເຈົ້າແມ່ນຄົນໜື່ງທີ່ໄດ້ຮັບຜົນກະທົບຈາກການເປ່ເພຂອງທາງເລກທີ່13ເໜືອ ແຕ່ຍັງມີປະຊາຊົນອີກຫລາຍສິບພັນຄົນທີ່ໄດ້ຮັບຜົນກະທົບ

ຂ້າພະເຈົ້າກະບໍ່ເຂົ້າໃຈຄືກັນວ່າເປັນຫຍັງການສ້ອມແປງທາງຄືຊັກຊ້າແທ້ ປະຊາຊົນທີ່ອາໄສຢູ່ລຽບຕາມຂອບ

ທາງທັງສອງເບື້ອງກະໄດ້ຮັບຜົນກະທົບ

ຂ້າພະເຈົ້າທຽວການທຸກມື້ສັງເກດເຫັນຮ້ານຂາຍເຄື່ອງຢູ່ລຽບສອງແຄມທາງສ່ວນຫລາຍເຂົາເຈົ້າປິດຮ້ານເນື່ອງ

ຈາກທົນຂີ້ຝຸ່ນບໍ່ໄດ້ແຕ່ເຂົາເຈົ້າພັດຍັງໄດ້ເສຍພາສີປົກະຕິ ເວລາກາງຄືນມັນງຽບລົດແລ່ນໄວເຮັດໃຫ້ສຽງດັງ ແຮງບາງຄັ້ງຈົນສະດຸ້ງຕື່ນ ພະນັກງານຫລາຍຄົນທີ່ທຽວການລວມທັງນັກຮຽນທີ່ໄປໂຮງຮຽນເວລາລົດສວນ ມາຈົນບໍ່ເຫັນຄົນຂີ້ຝຸ່ນປົກໝົດຍາມນີ້ພັດມີນຳ້ໜອກບວກກັບຂີ້ຝຸ່ນກາຍເປັນຂີ້ຕົມຕິດໂສ້ງຕິດເສື້ອຈາກເຄື່ອງສຸ ພາບກະເປື້ອນໝົດ ຕາມທີ່ຂ້າພະເຈົ້າຮູ້ອຸປະຕິເຫດທີ່ເກີດຫົນທາງທີ່ເປ່ເພມີຫລາຍລາຍບາງຄົນກະເສຍຊີວິດ ຍ້ອນແລະບາງລາຍກໍ່ພິການ ຫລາຍທ່ານທີ່ສັນຈອນໄປມາຄົງຈະເຫັນບໍລິສັດສ້ອມແປງຂູດລົງເລິກປະມານ 20ຊມ ແຕ່ເລື່ອງນີ້ກະບໍ່ຮູ້ວ່າພະນັກງານກະຊວງທີ່ຮັບຜິດຊອບນັ້ນສະບາຍກັນໝົດທຸກຄົນແລ້ວລະບໍ່ສົນໃຈ ປະຊາຊົນຕາດຳໆຫລາຍສິບພັນຄົນ

ໃນການສ້າງທາງກະບໍ່ຮູ້ວ່າເປັນນຳຫຍັງທາງຈື່ງເພໄວ ເປັນຍ້ອນເອົາວິຊາການຕາຍໆມາຄຸມບໍ່ຫລືວ່າເອົາວິຊາ ການມາກວດວຽກຕາມວາດຊື່ໆໄດ້ບໍ່ໄດ້ກະເຊັນໃຫ້

ຂ້າພະເຈົ້າຮູ້ແຕ່ພຽງໄລຍະທີ່ຂ້າພະເຈົ້າທຽວການປະມານ 20 ກມ ແຕ່ທາງທີ່ເພແມ່ນວຽງຈັນຮອດວັງວຽງ ປະມານ 100 ກວ່າກິໂລແມັດປະຊາຊົນທີໄດ້ຮັບຜົນກະທົບຄືຊິມີເປັນລ້ານພຸ້ນລະ

ເບີ່ງແລ້ວຄືກັບທາງໄປເຂດພິເສດເມື່ອ 20 ປີຫລັງ



__________________
Anonymous

Date:

ຂ້ອຍເຫັນໃຈເຈົ້າຫລາຍໆແລະເຫັນໃຈທຸກຄົນທີ່ໄດ້ຮັບຜົນກະທົບ

ເຈົ້າເວົ້າມາຄິດເຫັນເລີຍສະພາບຖະຫນົນແບບນີ້ມັນສົ່ງຜົນກະທົບແນວໃດຕໍ່

ການດຳລົງຊີວິດຂອງປະຊາຊົນທີ່ຢູ່ໃຫ້ເຂດເຫລົ່ານັ້ນລວມທັງຜູ້ຊົມໃຊ້ຖະຫນົນ

ດັ່ງກ່າວ ຄັນມັນລຳບາກຫລາຍປືກສາຫາລືກັນຫາທາງອອກດີບໍ່ ອາດຈະເປັນການປະຊຸມ

ກັນລະຫວ່າງຜູ້ໄດ້ຜົນກະທົບຈາກການກໍ່ສ້າງເສັ້ນທາງ ທີ່ບໍລິສັດຮັບເຫມົາກໍ່ສ້າງບໍ່ໄດ້ຄຳນືງ

ເຖິງສະພາບແວດລ້ອມທີ່ຈະສົ່ງຜົນກະທົບຕໍ່ຊຸມຊົນ ຍື່ນເລື້ອງໄປຫາຫນ່ວຍງານຮັບຜິດຊອບ

ເພື່ອລົງມາແກ້ໄຂປັນຫາ ເຫັນມີຫລາຍຄົນຢູ່ສ່ອງແສງມາເລື້ອງນີ້



__________________
Anonymous

Date:

ຖ່າຍຮູບສະພາບຕົວຈິງແລ້ວມາອັບໂຫລດໃຫ້ເບີ່ງແນ່



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard