Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຕະບານລະດັບວິທະຍາໄລອາທິດນີ້ຄູ່ດຽວກັນແຕ່ຂຽນຂ່າວຜິດ ລະຫວ່າງ ວຽງຈັນໄໝ່ ກັບ ເສດຖະກິດຊສັງຄົມ
Anonymous

Date:
ເຕະບານລະດັບວິທະຍາໄລອາທິດນີ້ຄູ່ດຽວກັນແຕ່ຂຽນຂ່າວຜິດ ລະຫວ່າງ ວຽງຈັນໄໝ່ ກັບ ເສດຖະກິດຊສັງຄົມ


ເຕະບານລະດັບວິທະຍາໄລອາທິດນີ້ຄູ່ດຽວກັນແຕ່ຂຽນຂ່າວຜິດ

ລະຫວ່າງ ວຽງຈັນໄໝ່ ກັບ ເສດຖະກິດຊສັງຄົມ

ສຳ­ລັບ​ຜົນ​ການ​ແຂ່ງ­ຂັນ​ເມື່ອ​ວັນ​ອາ­ທິດ ທີ 12 ກຸມ­ພາ​ຜ່ານ​ມາ ມີ 2 ຄູ່ ປະ­ກົດ​ວ່າ: ວິ­ທະ­ຍາ­ຄານ ປກສ ແຫ່ງ​ຊາດ ເສຍ​ໃຫ້ ວ.ການ​ເງິນ​ດົງ​ຄຳ​ຊ້າງ 0-3 ແລະ ມ.ແຫ່ງ​ຊາດ ເສຍ​ໃຫ້ ວ.ເຕັກ­ນິກ​ປາກ​ປ່າ​ສັກ 0-5.

------------------------------------------------------------------------

  ໃນເຄິ່ງເວລາທຳອິດເລີ່ມສະຕາດໄດ້ພຽງ 10 ນາທີມ.ຊໄດ້ປະຕູຂຶ້ນນຳກ່ອນຈາກລູກຍິງຂອງຕ່າມມະຫາທິລາດກອງຫນ້າພອນສະຫວັນຫາຈັງຫວະຍິງປະຕູໄດ້ໄວເຕະບານ ສຽບເສົາເຂົ້າໄປຂຶ້ນນຳກ່ອນ 1-0 ຈົບເກມເຄິ່ງເວລາທຳອິດມະຫາວິທະຍາໄລແຫ່ງຊາດນຳຢູ່1-0 ປະຕູເລີ່ມເຄິ່ງເວລາທີສອງພຽງ 7 ນາທີຕ່າມຄົນເດີມແຝງລິດໂຊຟອມເກ່ງໃນ ນາທີ 52 ຍິງປະຕູໃຫ້ມ.ຊຂຶ້ນນຳເປັນ 2-0 ຈາກນັ້ນດ້ວຍຄວາມຂະຫຍັນຂອງກອງຫນ້າລ່າຝັນຂອງຕົນຈິ່ງຍິງອີກລູກທີ 3 ໄດ້ໃນນາທີ 75 ຈາກຕ່າມເປັນ 3-0 ປະຕູ.

ຈາກນັ້ນມາພຽງນາທີດຽວສາວະລິດທຽມມາລາຍິງປະຕູໃຫ້ມະຫາວິທະຍາໄລແຫ່ງຊາດໃນນາທີ 78 ຫນີຫ່າງວິທະຍາໄລເຕັກນິກປາກປ່າສັກ 4-0 ປະຕູເຮັດໃຫ້ກຳລັງຂອງ ປາກປາສັກອ່ອນລົງບໍ່ສາມາດຕ້ານທານຄວາມແຂ່ງແກ່ນຂອງຄູ່ຕໍ່ສູ້ໄດ້ມ.ຊໄດ້ໃຈຮຶດຂຶ້ນມາອີກໃນໄລຍະຕໍ່ເວລາບາດເຈັບນາທີໆ 91 ກໍ່ມາໄດ້ປະຕູຈາກພອນໄຊເພັດຊົມພູ ກອງຫລັງຕົວສຳຄັນທັງຮັບຫນ້າທີ່ສວມປອກແຂນຫົວຫນ້າທີມແຝງລິດນາທີສຸດທ້າຍເພື່ອສະແດງເຖິງດີກຣີຂອງຕົນຍິງເຂົ້າໄປຢ່າງສວຍງາມຊ່ວຍໃຫ້ມ.ຊບຸກໄປຖະຫລົ່ມ ວິທະຍາໄລເຕັກນິກປາກປ່າສັກ 5-0 ປະຕູເກັບ 3 ຄະແນນໄດ້ຕາມຄາດ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard