Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: U-22 ອາຊຽນ ຄັບ 2013 ຮອບຄັດເລືອກ
LAOS

Date:
U-22 ອາຊຽນ ຄັບ 2013 ຮອບຄັດເລືອກ


ແບ່ງສາຍແລ້ວ U-22 ອາຊຽນ ຄັບ 2013 ຮອບຄັດເລືອກສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ອາ­ຊີ ຫຼື AFC ໄດ້​ທຳ​ການ​ຈົກ​ສະ­ຫຼາກ​ແບ່ງ​ສາຍ ເຕະ­ບານ​ລຸ້ນ​ອາ­ຍຸ​ບໍ່​ເກີນ 22 ປີ ຫຼື U-22 ອາ​ຊຽນ ຄັບ 2013 ຮອບ​ຄັດ​ເລືອກ​ຂຶ້ນ​ວັນ​ທີ 13 ກຸມ­ພາ 2012 ທີ່​ສຳ­ນັກ­ງານ​ໃຫຍ່ AFC ນະ­ຄອນ­ຫຼວງ​ກວາ​ລາ​ລຳ​ເປີ ປະ­ເທດ​ມາ​ເລ​ເຊຍ ໂດຍ​ທີມ​ຊາດ​ລາວ​ຖືກ​ຈັດ​ຢູ່​ຮ່ວມ​ກຸມ F ປະ­ກອບ​ມີ: ສປປ ເກົາ­ຫຼີ ສປ ຈີນ ໄທ ຮົງ​ກົງ ແລະ ກຳ­ປູ­ເຈຍ.

ອີງ​ຕາມ​ຂໍ້​ມູນ​ຈາກ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ ໄດ້​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 15 ກຸມ­ພາ 2012 ຜ່ານ​ມາ​ວ່າ: ການ​ແຂ່ງ­ຂັນ​ເຕະ­ບານ​ລຸ້ນ​ອາ­ຍຸ​ບໍ່​ເກີນ 22 ປີ ອາ​ຊຽນ ຄັບ ຮອບ​ຄັດ​ເລືອກ 2013 ຫຼື “AFC U-22 Asian Cup 2013 Qualifiers” ໄດ້​ທຳ​ການ​ຈົກ​ສະ­ຫຼາກ​ແບ່ງ​ສາຍ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ແລະ ຈະ​ທຳ​ການ​ແຂ່ງ­ຂັນ​ກັນ​ໃນ​ລະ­ຫວ່າງ​ວັນ​ທີ 23ມິ­ຖຸ­ນາ ຫາ 3ກໍ­ລະ­ກົດ 2012ຊຶ່ງ​ທີມ​ຊາດ​ລາວ​ຖືກ​ຈັດ​ຢູ່​ຮ່ວມ​ກຸ່ມ F ປະ­ກອບ​ມີ: ສປປ ເກົາ­ຫຼີ ສປ ຈີນ ໄທ ຮົງ​ກົງ ແລະ ກຳ­ປູ­ເຈຍ ເພື່ອ​ຄັດ​ເລືອກ​ເອົາ​ທີມ​ທີ່​ມີ​ຄະ­ແນນ​ດີ​ທີ່​ສຸດ ທີມ​ອັນ​ດັບ​ທີ 1-2ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ຕໍ່​ໄປ... ຂະ­ນະ​ທີ່ ສປປ ລາວຈະ​ເປັນ​ເຈົ້າ­ພາບ​ຈັດ­ການ​ແຂ່ງ­ຂັນ​ໃນ​ຮອບ​ຄັດ​ເລືອກ​ນີ້.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard