Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຍາດແຍ່ງ
ບອກແລ້ວເດ໋

Date:
ຍາດແຍ່ງ


ນີ້ແມ່ນຂ່າວທີ່ລອກມາຈາກເວັບໄຊເສດຖະກິດ-ສັງຄົມ. ບໍລິຄໍາໄຊ ສົ່ງອອກສິນຄ້າເພີ່ມຂຶ້ນ 6 ເດືອນ ບັນລຸແລ້ວ 3 ລ້ານກວ່າໂດລາ ໂດຍ: ສະ­ຫມານ ທ່າມ­ກາງ​ການ​ຂະ­ຫຍາຍຕົວ​ທາງ​ດ້ານ​ເສດ­ຖະ­ກິດ​ຂອງແຂວງ, ການ​ລົງ­ທຶນ​ເຂົ້າ​ໃນ​ຂະແຫນງ​ການ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ນັບ​ມື້​ນັບ​ມີ​ການ​ແຂ່ງ­ຂັນ​ລົງ­ທຶນຫລາຍ ເຮັດ​ໃຫ້​ສິນ­ຄ້າ​ນັບ​ມື້​ນັບ​ມີຄວາມ​ຫລາກ​ຫລາຍ ແລະ ສະຫນອງ​ໄດ້​ກັບ​ຄວາມ​ຮຽກ­ຮ້ອງຕ້ອງ­ການ​ຂອງ​ສັງ­ຄົມ; ໃນ​ຂະ­ນະດຽວ​ກັນ​ສົ່ງ​ອອກ​ສິນ­ຄ້າ​ຂອງແຂວງ​ກໍ່​ເພີ່ມ​ຂຶ້ນ​ຫລາຍ​ກວ່າ 43% ໃນ 6 ເດືອນ​ຕົ້ນ​ສົກ​ປີ 2010-2011. ຫນ່ວຍ​ງານ​ຄຸ້ມ​ຄອງ​ນຳ​ເຂົ້າສົ່ງ​ອອກ, ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ແຂວງ​ບໍ​ລິ​ຄຳ​ໄຊ ລາຍ​ງານ​ວ່າ: ການ​ສົ່ງ​ອອກ​ຂອງແຂວງ​ບໍ​ລິ​ຄຳ​ໄຊ​ໃນ 6 ເດືອນ​ຕົ້ນສົກ​ປີ 2010-2011 ບັນ­ລຸ 3,8 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ, ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ສົກ​ປີຜ່ານ​ມາ​ເພີ່ມ​ຂຶ້ນ 43,82%; ສາເຫດ​ຍ້ອນ​ວ່າ​ໃນ​ສົກ​ແຜນ​ພັດ​ທະນາ 5 ປີ​ແຕ່ 2006-2010 ມີນັກ​ລົງ­ທຶນ​ຂອງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໄດ້​ມີ​ການ​ລົງ­ທຶນ​ເຂົ້າໃນ​ຂະ­ແຫນງ­ການ​ອຸດ­ສາ­ຫະ­ກຳປຸງ​ແຕ່ງ​ນັບ​ມື້​ນັບ​ມີ​ການ​ແຂ່ງ­ຂັນເກີດ​ຂຶ້ນ​ຫລາຍ, ການ​ລົງ­ທຶນ​ເຂົ້າໃນ​ວຽກ​ງານ​ກະ­ສິ­ກຳ​ກໍ່​ເພີ່ມ​ຂຶ້ນ, ເຮັດ​ໃຫ້​ສິນ­ຄ້າ​ກະ­ສິ­ກຳ, ອຸດ​ສາຫະ​ກຳ​ປຸງ​ແຕ່ງ​ຜະ­ລິດ​ຕະ​ພັນ​ກະ​ສິກຳ​ສາ­ມາດ​ຕອບ​ສະ­ຫນອງ​ໄດ້​ກັບຄວາມ​ຕ້ອງ­ການ​ຂອງ​ພາຍ​ໃນ ແລະ ສົ່ງ​ອອກ​ໃນ​ລັກ­ສະ­ນະ​ເພີ່ມຂຶ້ນ​ທຸກໆ​ປີ. ສະ­ເພາະ​ການ​ສົ່ງ​ອອກ​ໃນ​ສົກປີ 20092010 ບັນ­ລຸ​ເກືອບ 7 ລ້ານ​ໂດ​ລາ​ສະ­ຫະ­ລັດ, ເພີ່ມຂຶ້ນ 4% ຈາກ​ສົກ​ປີ​ກ່ອນ​ຫນ້ານີ້. ສ່ວນ​ການ​ນຳ​ເຂົ້າ​ເຫັນ​ວ່າ​ມີລັກ­ສະ­ນະ​ຫລຸດ​ລົງ, ເນື່ອງ​ຈາກການ​ຜະ­ລິດ​ພາຍ​ໃນ​ພວມ​ມີ​ຫນໍ່ແຫນງ ແລະ ກ້າວ​ໄປ​ສູ່​ການ​ກຸ້ມຕົນ​ເອງ. ທ່ານ ສະ​ຫວນ ສະ­ຫວ່າງ ຫົວຫນ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ແຂວງ​ບໍ​ລິ​ຄຳ​ໄຊ​ກ່າວວ່າ: ແຂວງ​ບໍ​ລິ​ຄຳ​ໄຊ​ໄດ້​ສວຍ​ໃຊ້ກາ­ລະ​ໂອ­ກາດ​ການ​ເຊື່ອມ​ໂຍງ​ສາກົນ, ຮ່ວມ​ມື​ກັບ​ຕ່າງ­ປະ­ເທດ​ຍາດແຍ່ງ​ການ​ຊ່ວຍ­ເຫລືອ​ມາ​ພັດ​ທະນາ​ວຽກ​ງານ​ການ​ຄ້າ​ຂອງ​ແຂວງໃຫ້​ມີ​ການ​ຂະ­ຫຍາຍ­ຕົວ, ທັງ​ສ້າງເງື່ອນ­ໄຂ​ເອື້ອ​ອຳ­ນວຍ, ດຶງ​ດູດການ​ລົງ­ທຶນ​ຂອງ​ພາຍ​ໃນ ແລະ ຕ່າງ­ ປະ­ເທດ​ໃຫ້​ຫລາຍ​ຂຶ້ນ, ທັງ​ນີ້ ແນ­ໃສ່​ຜະ­ລິດ​ສິນ­ຄ້າ​ທີ່​ມີ​ຄຸນ​ນະພາບ, ຕອບ​ສະ­ຫນອງ​ກັບ​ການ​ບໍລິ​ໂພກ​ພາຍ​ໃນ​ຢ່າງ​ພຽງ­ພໍ ແລະ ສົ່ງ​ອອກ​ໄດ້​ຕາມ​ທີ່​ຕະ­ຫລາດ​ຕ້ອງການ. ຢ່າງ­ໃດ​ກໍ່​ຕາມ ທຸ­ລະ​ກິດ​ພາຍໃນ​ຍັງ​ຜະ­ເຊີນ​ຫນ້າ​ກັບ​ສິ່ງ​ທ້າທາຍ​ຢ່າງ​ທີ່​ເກີດ​ຂຶ້ນ, ເພາະ​ປະ­ຈຸບັນ​ ກໍ່​ໄດ້​ມີ​ການ​ເປີດ​ກວ້າງ​ການພົວ­ພັນ​ການ​ຄ້າ​ກັບ​ສາ­ກົນ ເຊິ່ງຈະ​ກໍ່­ໃຫ້­ເກີດ​ເສລີ​ທາງ​ການ​ຄ້າ ຫລາຍ​ຂຶ້ນ, ແຕ່​ຜູ້​ປະ­ກອບ​ການ ພາຍ​ໃນ​ຍັງ​ບໍ່​ທັນ​ມີ​ປະ­ສົບ​ການ, ບົດ­ຮຽນ​ບໍ່​ສູງ ແລະ ທຶນ­ຮອນ​ຕ່ຳ ຈິ່ງ​ພົບ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ ພັດ­ທະ­ນາ​ເພື່ອ​ເຂົ້າ​ສູ່​ການ​ແຂ່ງ­ຂັນທາງ​ດ້ານ​ການ​ຄ້າ​ໄດ້, ໂດຍ​ສະເພາະ​ການ​ເຂົ້າ​ສູ່​ຕະ­ຫລາດ​ເສລີອາ​ຊຽນ, ຕະ­ຫລາດ​ສາ­ກົນ ເຊິ່ງມີ​ການ​ຮຽກ­ຮ້ອງ​ໃຫ້​ພວກ​ເຮົາຕ້ອງ​ໄດ້​ພັດ­ທະ­ນາ​ໃຫ້​ມີ​ຄວາມເຂັ້ມ­ແຂງ. ປະ­ຈຸ​ບັນ​ ທາງ​ແຂວງ​ພວມ​ຫັນເຂົ້າ​ສູ່​ການ​ຖື​ເອົາ​ອຸດ­ສາ­ຫະ­ກຳ ແລະ ປ່າ­ໄມ້​ເປັນ​ພື້ນ­ຖານ​ໃຫ້​ແກ່ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ແລະ ການບໍ­ລິ­ການ​ຫັນ​ໄປ​ສູ່​ຄວາມ​ທັນ​ສະໄຫມ​ໃກ້​ມາດ­ຕະ­ຖານ​ຂອງ​ສາ­ກົນ ຈິ່ງ​ຈະ​ເຮັດ​ໃຫ້​ສາ­ມາດ​ແຂ່ງ­ຂັນໄດ້​ໃນ​ຍຸກ​ຕະ­ຫລາດ​ເສລີ. ----------------------------------------------------- ມີສັບໃດ໋ໃນພາສາລາວທີ່ມ່ວນກ່ວາຄໍາວ່າຍາດແຍ່ງ? ຖ້າວິໃຈຄໍານີ້ແລ້ວ ໝາຍຄວາມວ່າຜູ່ທີ່ຊ່ວຍເຫລືອບໍ່ພໍໃຈທີ່ຈະໃຫ້ການຊ່ອຍເຫລືອເຮົາ ຈົນເຮົາຕ້ອງໄດ້ຍາດໄດ້ຊິງໄດ້ແຍ່ງເອົາຈາກເຂົາ.

__________________
Anonymous

Date:

ລືມເອົາລິ້ງອອກໃຫ້, ຂໍໂທດ. http://www.ecom.org.la/teen/prints/3/1252 ຂໍຂອບໃຈທີ່ທ່ານອອກຄໍາເຫັນແບບສ້າງສັນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard