Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ດັງໄຟຝີງລະເບີດແຕກ ມີຜູ້ເສຍຊີວິດ 4 ຄົນ
Anonymous

Date:
ດັງໄຟຝີງລະເບີດແຕກ ມີຜູ້ເສຍຊີວິດ 4 ຄົນ

ດັງໄຟຝີງລະເບີດແຕກ ມີຜູ້ເສຍຊີວິດ 4 ຄົນ

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 23 ມັງ­ກອນ 2012 ປະ­ຊາ­ຊົນ​ຢູ່​ບ້ານ​ຕຳ​ລວງ ເມືອງ​ນອງ ແຂວງ​ສະ­ຫວັນ​ນະ​ເຂດ ຈຳ­ນວນ 7 ຄົນ ຊຶ່ງ​ເກືອບ​ທັງ​ໝົດ​ເປັນ​ເດັກ­ນ້ອຍ ໄດ້​ພາ­ກັນ​ນັ່ງ​ຝີງ​ໄຟ​ຢູ່​ກາງ­ເດີ່ນ​ບ້ານ ແລະ ມາ​ເຖິງ​ເວ­ລາ​ປະ­ມານ 14:15 ໂມງ ໄດ້​ເກີດ​ລະ­ເບີດ​ຂຶ້ນ​ອັນ​ເຮັດ​ໃຫ້​ເດັກ­ນ້ອຍ​ຈຳ­ນວນ 4 ຄົນ​ເສຍ​ຊີ­ວິດ ແລະ ອີກ 3 ຄົນ ໄດ້​ຮັບ​ບາດ­ເຈັບ​ສາ­ຫັດ ພາຍ­ຫຼັງ​ເຫດ­ການ​ອຸ­ບັດ­ເຫດ​ເກີດ​ຂຶ້ນ ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ໄດ້​ລົງ​ເກັບ​ກຳ​ລາຍ​ລະ­ອຽດ ແລະ ໄດ້​ຊາບ​ວ່າ: ລະ­ເບີດ​ທີ່​ແຕກ​ແມ່ນ​ລະ­ເບີດ​ລູກ​ຫວ່ານ (ບົ່ມ​ບີ່) ຊະ­ນິດ BLU 26 ເຊິ່ງ​ເປັນ​ຊະ­ນິດ​ບົ່ມ​ບີ່​ທີ່​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢ່າງ​ຫຼວງ­ຫຼາຍ​ຢູ່ ສປປ ລາວ ນັບ​ແຕ່​ສະ­ໄໝ​ສົງ­ຄາມ​ລູກ​ລະ­ເບີດ​ດັ່ງ­ກ່າວ​ຖືກ​ຝັງ​ຢູ່​ບ່ອນ​ທີ່​ເດັກ­ນ້ອຍ​ດັງ­ໄຟ​ຝີງ ແລະ ເມື່ອ​ເຖິງ​ຄວາມ​ຮ້ອນ​ຈຶ່ງ​ເກີດ​ລະ­ເບີດ​ຂຶ້ນ ອັນ​ເຮັດ​ໃຫ້​ເດັກ­ນ້ອຍ 3 ຄົນ​ເສຍ​ຊີ­ວິດ​ກັບ​ທີ່ ແລະ 1 ຄົນ​ເສຍ​ຊີ­ວິດ​ຢູ່​ໂຮງ­ໝໍ ຄື:ທ້າວ ສັກ ອາ­ຍຸ 12 ປີ ທ້າວ ຈິດ ອາ­ຍຸ 10 ປີ ທ້າວ ຕຸກ ອາ­ຍຸ 9 ປີ ແລະ ນາງ ເຊີ ອາ­ຍຸ 3 ປີ ແລະ 3 ຄົນ ຖືກ​ບາດ­ເຈັບ​ສາ­ຫັດ ຄື: ນາງ ກະ​ເລ້ ອາ­ຍຸ 28 ປີ ທ້າວ ມືດ ອາ­ຍຸ 11 ປີ ແລະ ທ້າວ ຍະ​ອົກ ອາ­ຍຸ 9 ປີ.

ສປປ ລາວ ເປັນ​ປະ­ເທດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ລະ­ເບີດ​ລູກ​ຫວ່ານ​ຫຼາຍ​ກ່ວ​າ​ໝູ່​ໃນ​ໂລກ ໃນ​ໄລ­ຍະ​ສົງ­ຄາມ​ແຕ່​ປີ 1964 ເຖິງ 1973 ລະ­ເບີດ​ຫຼາຍ​ກ່ວ​າ 2 ລ້ານ​ໂຕນ ໄດ້​ຖືກ​ຖິ້ມ​ລົງ​ໃສ່​ລາວ ໃນ​ນັ້ນ​ມີ​ລະ­ເບີດ​ລູກ​ຫວ່ານ​ຫຼາຍ​ກ່ວ​າ 80 ລ້ານ​ໜ່ວຍ​ບໍ່​ທັນ​ແຕກ​ຕົກ​ຄ້າງ ຢັ່ງ­ຢາຍ​ຢູ່​ໃນ 14 ແຂວງ​ຂອງ ສປປ ລາວ ແຂວງ​ສະ­ຫວັນ​ນະ​ເຂດ ແມ່ນ​ໜຶ່ງ​ໃນ 10 ແຂວງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຫຼາຍ​ກ່ວ​າ​ໝູ່.

ຈາກ​ສະ­ພາບ​ການ​ດັ່ງ­ກ່າວ​ເພື່ອ​ສະ­ແດງ​ເຖິງ​ການ​ຮ່ວມ​ມື​ກັບ​ວົງ​ຄະ­ນະ​ຍາດ​ສາ­ກົນ ໃນ​ການ​ຕ້ານ​ລະ­ເບີດ​ລູກ​ຫວ່ານ ສປປ ລາວ ໄດ້​ເຂົ້າ​ເປັນ​ພາ­ຄີ​ຂອງ​ສົນ­ທິ­ສັນ­ຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະ­ເບີດ​ລູກ​ຫວ່ານ (ສົນ­ທິ­ສັນ­ຍາ​ໂອດ​ສະ​ໂລ) ແລະ ໄດ້​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ຄັ້ງ​ທຳ​ອິດ​ຂອງ​ລັດ​ພາ­ຄີ​ສົນ­ທິ­ສັນ­ຍາ​ໂອດ​ສະ​ໂລ ໃນ​ເດືອນ​ພະ­ຈິກ 2010 ປັດ­ຈຸ­ບັນ​ລັດ­ຖະ­ບານ ກຳ­ລັງ​ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ສະ­ບັບ​ທີ 2 ສຳ­ລັບ​ປີ 2011-2020 ແລະ ແຜນ​ດຳ­ເນີນ​ການ 10 ປີ ສຳ­ລັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ສົນ­ທິ­ສັນ­ຍາ​ໂອດ​ສະ​ໂລ ເຊິ່ງ​ໄດ້​ວາງ​ຄາດ­ໝາຍ​ສູ້​ຊົນ​ເພື່ອ​ການ​ເກັບ​ກູ້​ລະ­ເບີດ­ອອກ​ຈາກ​ເນື້ອ­ທີ່​ໃຫ້​ໄດ້​ປະ­ມານ 20.000 ເຮັກ­ຕາ​ຕໍ່​ປີ ເພື່ອ​ຊ່ວຍ​ປົກ​ປ້ອງ​ຊີ­ວິດ​ຂອງ​ພົນ­ລະ­ເມືອງ.

__________________
Anonymous

Date:

ຂໍສະແດງຄວາມເສຍໃຈແລະໄວ້ອາໄລກັບຜູ້ເຄາະຮ້ານເຫຼົ່ານັ້ນທີ່ຕ້ອງມາຮັບເຄາະກໍາກັບສິ່ງທີ່ຕົນເອງບໍ່ໄດ້ສ້າງຂຶ້ນ 

ປະເດັນລະເບີດບໍ່ທັນແຕກເສດເຫຼືອຈາກສົງຄາມນີ້ເປັນສິ່ງທີ່ກົດໜ່ວງຄວາມກ້າວໜ້າຂອງຊົນນະບົດຢ່າສໍາຄັນ ປະຊາຊົນບໍ່ສາມາດເຮັດການຜະລິດໄດ້ຢ່າງອິສລະ. 

ຜູ້ທີ່ເສຍຊີວິດຍັງເປັນເດັກນ້ອຍຢູ່ເຊິ່ງຍັງບໍ່ຮູ້ຫຍັງເລີຍເປັນຕາອິຕົນແທ້ໆ 

__________________
Anonymous

Date:

Anonymous wrote:
ດັງໄຟຝີງລະເບີດແຕກ ມີຜູ້ເສຍຊີວິດ 4 ຄົນ
ອັນນີ້ເປັນໝາກຜົນ ອັນທີ່ອະເມຣິກາປູກໄວ້ ເພື່ອທໍາລາຍປະເທດລາວຕາມແຜນການ
ເປັນຜົນຍືດຍາວ.
ບໍ່ແມ່ນໜ່ວຍລະເບີດເວລາເທົ່ານັ້ນ, ເຂົາຍັງຝັງລະເບີດເວລາທາງຈິດຕະສາດ
ຝັງໄວ້ໃນຫົວຂອງຄົນລາວ ໃຫ້ມີຄວາມຢ້ານກົວ ມີຄວາມຫວາດລະແວງໄພ
ຄວາມບໍ່ອຸ່ນອ່ຽງ ແລະ ສິ່ງນີ້ມັນຈະບໍ່ເຄື່ອງມືໃດເກັບກູ້ອອກໄດ້ໝົດ,

__________________
Anonymous

Date:

__________________
Anonymous

Date:

ຂໍສະແດງຄວາມເສັຽໃຈນໍາຄອບຄົວແລະຍາດມິດຂອງຫຼານນ້ອຍທັງສີ່. ຕາມທີ່ຮູ້ ຕ່າງປະເທດໄດ້ຊ່ອຍເຫຼືອລາວປີນຶ່ງ 30 ລ້ານໂດລາໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນທົ່ວຂອບເຂດປະເທດລາວ, ສໍາລັບແຂວງຊຽງຂວາງແມ່ນມີປະມານ 19 ລ້ານໂດລາ ແຕ່ກໍ່ຍັງບໍ່ໄດ້ຮັບຜົນດີເທົ່າທີ່ຄວນ. ຕາມທີ່ໄດ້ຍິນເພິ່ນເວົ້າວ່າ ລະເບີດໜ່ວຍນ້ອຍໆແບບນີ້ມີປະມານ 7 ລ້ານໜ່ວຍທີ່ຍັງບໍ່ທັນໄດ້ເກັບກູ້ ແລະຫວັງວ່າລົດເກັບກູ້ລະເບີດທີ່ບໍ່ມີຄົນຂັບທີ່ຍີ່ປຸ່ນມອບໃຫ້ຄົງຈະໃຊ້ໄດ້ຢ່າງມີປະສິດທິພາບ.

__________________
Anonymous

Date:

ຂໍເຊີນລາວທີ່ຢູ່ຕ່າງປະເທດມາປະກອບຄຳເຫັນດ້ວຍ

__________________
Anonymous

Date:
RE:ດັງໄຟຝີງລະເບີດແຕກ ມີຜູ້ເສຍຊີວິດ 4 ຄົນ

Anonymous wrote:

ຂໍເຊີນລາວທີ່ຢູ່ຕ່າງປະເທດມາປະກອບຄຳເຫັນດ້ວຍ

ຂ້ອຍບໍ່ແມ່ນຕົວແທນຂອງລາວນອກ ເປັນພຽງຄົນລາວຜູ່ນຶ່ງທີ່ພັດພາກຈາກບ້ານເກີດເມືອງນອນມາດໍາລົງຊີວິດໃນຕ່າງແດນ ແຕ່ມີຄວາມເສົ້າສະຫຼົດໃຈທີ່ເຫັນເພື່ອນຮ່ວມຊາດປະສົບເຫດຮ້າຍແບບນີ້.

__________________

Senior Member

Status: Offline
Posts: 269
Date:
RE: ດັງໄຟຝີງລະເບີດແຕກ ມີຜູ້ເສຍຊີວິດ 4 ຄົນ

ນີ້ແຫລະສາເຫດທີ່ພາໃຫ້ປຊຊລາວທຸກແລ້ວຍິ່ງທຸກອີກ ເອົາຈົກຂຸດດິນເຮັດຮົ້ວເຮັດສວນກໍ່ຍັງຖືກລະເບີດແຕກໃສ່ຕາຍ. ແບກໄມ້ມາແຕ່ປ່າແລ້ວໂຍນໄມ້ອອກຈາກບ່າໄມ້ຕົກລົງເຖິງດິນ ລະເບີດໃນພື້ນດິນກໍ່ແຕກໃສ່ຕາຍຊ້ຳ ເດັກນ້ອ້ຍບໍ່ຮູ້ຫຍັງເຫັນລະເບີດເປັນໜ່ວຍມົນໆຄືລຸກບູນກໍ່ເອົາມາໂຍນຫຼິ້ນກໍ່ແຕກໃສ່ກັນຕາຍ ໂອຍນັບບໍ່ຖ້ວນ.
ຍັງຈັກປີມັນຊິໝົດນໍ ລະເບີດ ລູກບົມນີ້

__________________
Anonymous

Date:

sisouk wrote:

ຖ້າບໍ່ມີງົບ ບໍ່ມີອຸບປະກອນອັນທັນສະໃໝ ກໍ່ອາດຈະໃຊ້ເວລາຫຼາຍຮ້ອຍປີຈຶ່ງຈະເກັບກູ້ໝົດ. ທ່ານໃດ໋ຢາກບໍລິຈາກເງິນຊ່ອຍຜູ່ເຄາະຮ້າຍຈາກລະເບີດ ກໍ່ຂໍເຊີນບໍລິຈາກໄດ້ທີ່ເວັບລຸ່ມນີ້:
http://www.uxolao.org/Donating.html

__________________
Anonymous

Date:

ທາງການສະຫະລັດໄດ້ໃຫ້ເງີນເປັນກ້ອນທຶນແຕ່ລະປີ

ເພື່ອຈ້າງຄົນເກັບກູ້ລະເບີດທຳລາຍໜ່ວຍທີ່ຍັງບໍ່ແຕກ

ເຊີນຜູ້ສົນໃຈ

ຕິດຕໍ່ພົວພັນທູດສະຫະຣັຖຄຸ້ມທາດດຳເພື່ອຮາຍຮະອຽດ

__________________

Veteran Member

Status: Offline
Posts: 78
Date:

Surviving The Peace ຊີວິດໃນຍາມສັນຕິພາບ. ເບິ່ງແລ້ວຊ່ອຍສົ່ງຕໍ່ກັນໄປ ເພາະມັນເປັນວິທີນຶ່ງທີ່ເຮັດໃຫ້ຊາວໂລກຮູ້ວ່າປະຊາຊົນລາວມີຊີວິດການເປັນຢູ່ແບບໃດ໋ຫຼັງສົງຄາມ.

ຂໍຂອບໃຈເຈົ້າໜ້າທີ່ແລະຜູ່ອຸບປະຖໍາທຸກຄົນ.

__________________
Anonymous

Date:

ຄືບໍ່ໄປຂໍງົບນຳວຽດນາມ ແມ່ນພວກໃດເອົາວຽດນາມເຂົ້າມາທຳສົງ

ຄາມໃນລາວ ໄປຕິ ເມຣິກາ ຝ່າຍດຽວກໍບໍ່ໄດ້

__________________
Anonymous

Date:

Anonymous wrote:

ຄືບໍ່ໄປຂໍງົບນຳວຽດນາມ ແມ່ນພວກໃດເອົາວຽດນາມເຂົ້າມາທຳສົງ

ຄາມໃນລາວ ໄປຕິ ເມຣິກາ ຝ່າຍດຽວກໍບໍ່ໄດ້

ຖ້າສຸພານຸວົງບໍ່ເອົາວຽດເຂົ້າມາ ເພິ່ນກໍ່ຢ້ານບໍ່ໄດ້ເປັນໃຫຍ່ໃນແຜ່ນດິນ ທັງໆທີ່ສຸວັນນະພູມາໄດ້ມອບສອງແຂວງໃຫ້ເພິ່ນປົກຄອງແລະຫ້າມບໍ່ໃຫ້ໃຜແຕະຕ້ອງນ້ອງຊາຍຂອງເພິ່ນ. ແຕ່ສຸພານຸວົງພັດຫຼົງຄາລົມໂຫ່ຈິມິນ ໄດ້ຄືບພັດເອົາສອກ ໄດ້ສອກພັດຢາກໄດ້ວາອີກຫັ້ນຕິລະ ຄົນລຸ້ນຫຼັງຈຶ່ງມີຊາຕາກໍາແບບນີ້. ເສຍໃຈນໍາຜູ່ເຄາະຮ້າຍທຸກຄົນ

__________________

Senior Member

Status: Offline
Posts: 269
Date:

ຖ້າສຸພານຸວົງບໍ່ເອົາວຽດເຂົ້າມາ ເພິ່ນກໍ່ຢ້ານບໍ່ໄດ້ເປັນໃຫຍ່ໃນແຜ່ນດິນ ທັງໆທີ່ສຸວັນນະພູມາໄດ້ມອບສອງແຂວງໃຫ້ເພິ່ນປົກຄອງແລະຫ້າມບໍ່ໃຫ້ໃຜແຕະຕ້ອງນ້ອງຊາຍຂອງເພິ່ນ. ແຕ່ສຸພານຸວົງພັດຫຼົງຄາລົມໂຫ່ຈິມິນ ໄດ້ຄືບພັດເອົາສອກ ໄດ້ສອກພັດຢາກໄດ້ວາອີກຫັ້ນຕິລະ ຄົນລຸ້ນຫຼັງຈຶ່ງມີຊາຕາກໍາແບບນີ້. ເສຍໃຈນໍາຜູ່ເຄາະຮ້າຍທຸກຄົນ
____________________________________________________
ອັນເຈົ້າເວົ້ານີ້ ແມ່ນເວົ້າແບບກົບຮ້ອງໃນຮູເດີ (ພາສາໄທເອີ້ນວ່າກົບຣ້ອງໃນກະລາ) ບໍ່ຮູ້ຂ່າວຄາວຫຍັງເລີຍ ອ້າງວ່າແຕ່ພວກຂອງເຈົ້າດີ ແມ່ນຄວາມເຈົ້າເດີວ່າໃຫ້ຢູ່ສອງແຂວງ ແຕ່ພວກຂອງເຈົ້າຍັງນຳມາຂ້າ ມາຖິ້ມລະເບີດ ເຈົ້າຮູ້ບໍປຊຊເຂົາຫລົບເຂົ້າຖ້ຳເວລາຍົນແອັບ ອີ່ສັງກໍ່ບໍ່ຮູ້ມາຍິງ ຈະຫຼວດເຂົ້າຮູຖ້ຳພໍດີ ຕາຍຍົກຄອບຄົວ ທັງພໍ່ທັງແມ່ ທັງລູກ ແລ້ວເຈົ້າຈະໃຫ້ເຂົາຢູ່ຊື່ໆຊັ້ນບໍ ປ່ອຍໃຫ້ພວກເຈົ້າຂ້າຊັ້ນບໍ ໂອ!ເຈົ້ານີ້ ເວົ້າເອົາດີໃສ່ຕົວເອົາຊົ່ວໃສ່ຄົນອື່ນ ພວກເຈົ້າວ່າຫວຽດນາມຊ່ວຍພວກສຸພານຸວົງ ແລ້ວພວກເຈົ້າກໍ່ຢ່າໃຫ້ອາເມລິກາ ຝລັ່ງ ອັງກິດຊ່ວຍຕີ ເອົາສະຕິປັນຍາສູ້ກັນຕີ
ທີ່ແທ້ໃນໃຈພວກເຈົ້າກໍ່ຢາກມີອຳນາດຄືກັນນັ້ນແຫລະ ຈິ່ງໄປອີງອາເມລິກາ ແລ້ວຫວຽດນາມມັນຈະມີຫຍັງເຂົ້າຊິກິນເຂົາຍັງບໍ່ພໍປະຊາຊົນຫວຽດນາມອົດກິນເຂົ້າເໝືອດມັນ ເໝືອດສາລີ ສວ່ນເຂົາໃຫ້ທະຫານ ເພື່ອສ້າງກຳລັງທະຫານສູ້ກັບອາເມລິກາ ພວກເຈົ້າຍັງຢ້ານຈົນຫຳຫົດຕົດເຫ່ຍ ດ່າຫວຽດນາມທຸກມື້ທຸກວັນ ທັງວິທະຍຸ ທັງ web (ຂ້ອຍຢ້ານວ່າຖ້າມີອຳນາດແລ້ວຊິເປັນແບບໂປນປົດຄອງເມືອງຂະເມນເດີພວກທີ່ກຳລັງດ່ານີ້) ຖ້າຫວຽດນາມ ລວຍຊ່ຳອາເມລິກາ ຫຳພວກເຈົ້າຊິບໍ່ລີບຂຶ້ນສະໝອງບໍລະ ດຽວນີ້ອາເມລິກາມັນມາເລຍຫຳຫວຽດນາມແລ້ວ(ຊ່ວຍເຫຼືອຫວຽດນາມ) ພວກເຈົ້າຊິໄປອີງໃຜ ອີ່ຕາ ວັງປາວກໍ່ຍັງຖືກອາເມລິກາຈັບ ພວກເຈົ້າທີ່ຢູ່ອາເມລິກາ ຝລັ່ງທີ່ມັກໂຄສະນາຕໍ່ຕ້ານລັດຖະບານລາວ ລະວັງລາວຂໍຮ້ອງໃຫ້ຫວຽດນາມເວົ້ານຳອາເມລິກາໃຫ້ສົ່ງໃຫ້ລາວແລ້ວພວກເຈົ້າຊິຮູ້ວ່າ ພວກເຈົ້າເຮັດຖືກຫຼືເຮັດຜິດກັນແທ້.........

 ອາຕະມາກໍ່ບໍ່ຢາກສາບແຊ່ງພໍ່ອອກດອກແຕ່ບໍ່ຮູ້ວ່າພໍ່ອອກກໍ່ໄດ້ເບິ່ງວິດີໂອ ຢູ່ເທິງນີ້ບໍ່ຄັນໄດ້ເບິ່ງແລ້ວເປັນຫັຍງພໍ່ອອກຄືມີຄວາມເຫັນຄືແນວນີ້ ສົມມຸດວ່າຜູ້ເຄາະຮ້າຍເປັນພໍ່ ແມ່ ລູກ ເມຍ ຂອງພໍ່ອອກເດີ ພໍ່ອອກຊີ່ຄິດແນວໃດ ແລ້ວຍົນຖີ້ມລະເບີດລົງມານັ້ນພໍ່ອອກກໍ່ຄິດວ່າແມ່ນ ເປົ້າໝາຍທາງທະຫານບໍ່ ອາຕະມາເບິ່ງແລ້ວແມ່ນເຮືອນປະຊາຊົນລ້າໆ ນີ້ບໍ່ຄວາມຍຸຕິທຳ ນີ້ບໍ່ແມ່ນການຕໍ່ສູ້ກັບກອງທັບຂອງແນວລາວຮັກຊາດ ອັຕະມາບໍ່ຮູ້ວ່າພໍ່ອອກແມ່ນມະນຸດ ຫຼື ສັດເດັຍລະສານ ແຕ່ວ່າສັດເດຍລະສານກໍ່ຍັງຮັກ ແລະປົກປ້ອງຝູງຂອງມັນໃດເນາະ ສາທຸ

__________________
Anonymous

Date:

ສະບາຍດີທ່ານສີສຸກ, ເຂົ້າມາຮອດຫ້ອງການ ເປີດຄັອມຂຶ້ນແລ່ກໍ່ເຂົ້າເວັບພາສາລາວໂລດຫວາ? ລະວັງຫົວ

ໜ້າຕັດເງິນເດືອນເດີ ຊິວ່າບໍ່ເຕືອນ ຮາໆໆໆໆໆໆໆໆ. ເຈົ້າເວົ້າຖືກທີ່ວ່າ ເມກາເລຍກົ້ນແກວ, ແຕ່ຂ້ອຍແນມ

ລົງໄປແຕ່ໂພນ ພັດເຫັນວຽດເລຍກົ້ນເມກາ, ສະແດງວ່າວຽດກັບເມກາເຮັດທ່າ 69 ແມ່ນບໍ່ລະ?

ນັບແຕ່ອາເມລິກາຖອນກໍາລັງອອກຈາກວຽດນາໃນປີ 1973 ອາເມລິກາກໍ່ບໍ່ໄດ້ຫັນມາຫລຽວແລອິນໂດຈີນ

ອີກເລີຍ. ຈົນມາຮອດວັນທີ 11 ເດືອນສິງຫາ ປີ 1995 ອາເມລິກາຈຶ່ງຫັນມາຜູກສາຍສໍາພັນກັບວຽດນາມ

ອີກຄັ້ງນຶ່ງໂດຍຫວັງວ່າຈະເອົາວຽດນາມເປັນແປ້ນຢັນການຂະຫຍາຍຕົວທາງດ້ານເສດຖະກິດ ການເມືອງ

ແລະການທະຫານຂອງຈີນໃນພາກພື້ນເອເຊຍຕາເວັນອອກສ່ຽງໃຕ້. ວຽດນາມທີ່ເຄີຍຖືກຈີນສອນບົດຮຽນ

ໃຫ້ໃນປີ 1979 ແລະຖືກຈີນຂົ່ມຂູ່ໃນເຂດທະເລຈີນໃຕ້ ໄດ້ຍິນDonald Rumsfeld ເອີ່ຍປາກວ່າຈະຊ່ອຍ

ເຫລືອເອົາທະຫານວຽດໄປຮໍ່າຮຽນເອົາວິຊາມານຢູ່ອາເມລິກາ ວຽດກໍ່ດີໃຈ ຟ້າວອະນຸຍາດໃຫ້ເຮືອລົບເມກາ

ເຂົ້າມາໃຊ້ທ່າເຮືອ Cam Ranh ແລະບອກໃຫ້ນັກລົງທຶນອາເມກາເຂົ້າມາເຈາະນໍ້າມັນ ແລະເຂົ້າມາເຮັດທຸລະ

ກິດຕ່າງໆໃນວຽດນາມ. ເຈົ້າຢາກຮູ້ຕື່ມ ໃຫ້ເຂົ້າໄປອ່ານເອົາເອງເດີວ່າວຽດກັບເມກາຊິເຮັດຫຍັງກັນຕໍ່.

http://www.taipeitimes.com/News/editorials/archives/2011/03/25/2003499036

ມັນຊິຄຸ້ມຄ່າຢູ່ເບາະທ່ານທີ່ລັດຖະບານລາວຈະໄປຮ້ອງຂໍວຽດນາມໃຫ້ເວົ້າກັບເມກາແລະຈັບພວກມານັ່ງຂຽນ

ຢູ່ເວັບນີ້ສົ່ງກັບມາເມືອງລາວ? ຖ້າລັດຖະບານລາວຕ້ອງການຕົວແທ້ໆ ເພິ່ນກໍ່ສາມາດເວົ້າກັບເມກາໂດຍກົງ

ກໍ່ໄດ້ ເພາະເມກາກັບລາວກໍ່ມີສາຍພົວພັນອັນດີງາມຕໍ່ກັນມາຫລາຍປີແລ້ວ? ຕາມທີ່ຂ້ານ້ອຍຮູ້ ກົດລັດ

ຖະທໍາມະນູນ ໝວດທີ4 ມາດຕາ 44 ເພິ່ນເວົ້າວ່າ: ພົນລະເມືອງລາວມີສິດທິໃນການປາກເວົ້າ, ຂີດຂຽນ,

ໂຮມຊຸມນຸມ, ຈັດຕັ້ງສະມາຄົມແລະໂຮມຊຸມນຸມທີ່ບໍ່ຂັດກັບກົດໝາຍ. ຖ້າເພິ່ນຈັບ ມັນຈະບໍ່ຂັດກັບກົດນີ້ບໍ?

ມະນູນລາວ

__________________

Senior Member

Status: Offline
Posts: 269
Date:

ຮ່າໆໆ ເຈົ້າເວົ້າຖືກ ຂ້ອຍເປີດ mail ປະໄວ້ ເມື່ອເຂົ້າໄປເບິ່ງແລ້ວ ກໍ່ເຈິພວກເວົ້າກວນປະສາດ ຍໍແຕ່ກົ້ນໂຕເອງ ກໍ່ເລີຍຕອບໄປແບບຂ້ອຍຮູ້ ເພາະປ່ອຍໄວ້ຄົນທີ່ບໍ່ຮູ້ຄວາມຈິງເຂົາຈະຫຼົງເຊື່ອພວກນີ້ ເໝືອນປີ 1990 ນັກສຶກສາລາວປີ5ແລ້ວຍັງຖືກເປົ່າຫູເລີຍ ທັງໆທີ່ກິນເຂົ້າໝູ ແຕ່ກັບໄປເຊື່ອຄວາມໝາ
ພວກເປົ່າຫູເຂົາເຮັດສຳເຫຼັດກໍ່ເພາະວ່າ ມີຄຳສຸພາສິດທີ່ວ່າ ນ້ຳຢອດລົງຫີນທຸກວັນ ຫີນມັນຍັງກຣ່ອນ
ຄົນທີ່ດ່າຊື່ໆກໍ່ບໍ່ເປັນຫຍັງບໍ່ຖືກຈັບດອກ ແຕ່ຂໍໃຫ້ມີເຫດມີຜົນແດ່ ສວ່ນພວກທີ່ທັງດ່າ ທັງຂໍເງິນປຊຊ ທີ່ບໍ່ຮູ້ອີໂນ່ອີ່ເນ່ ເພື່ອມາສ້າງກຳລັງປະກອບອາວຸດນັ້ນມີສິດຖືກຈັບແນ່ ຕົວຢ່າງວັງປາວເດີ ພວກທີ່ດ່າລາວຢູ່ສຽງເສລີນັ້ນເວົ້າຄວາມຂຶງ 1% ເທົ່ານັ້ນເດີ ເຫຼືອນັ້ນ ຕົວະ ເປົ່າຫູ ຫຼອກເອົາເງິນປຊຊ ທີ່ຫົວອອ່ນເດີ ຈະບອກໃຫ້
ບໍ່ເຊື່ອກໍ່ມາເບິ່ງເອົາເອງວ່າຂຶງຫຼືບໍ່ຕາມທີ່ພວກນັ້ນເວົ້າ ບໍ່ແມ່ນຮ້ອງອົບໆໃນຮູ

__________________

Senior Member

Status: Offline
Posts: 269
Date:

ຂຶງ = ຈິງ

__________________

Senior Member

Status: Offline
Posts: 269
Date:

ເອີລືມໄປ ດຽວນີ້ຂ້ອຍເຝົ້າເນັດທຸກວັນເພາະຂອ້ຍກຳລັງເຮັດຣີເຊີດຈຣ໌ ຂ້ອຍຢາກໄດ້ຂໍ້ມູນກ່ຽວກັບການພັດທະນາເຂື່ອນໄຟຟ້ານ້ຳຕົກແບບຍືນຍົງ ຂ້ອຍເຈິເວບນີ້ກໍ່ເພາະຄລິກໄປເລີຍ ໆເຈິ ເວບນີ້ ຮ່າໆໆໆໆໆໆໆໆໆໆໆ ຖ້າໃຜຮູ້ລິງຄ໌ ຊ່ວຍບອກກໍ່ດີ ຂອບໃຈເດີ

 ນີ້ແມ່ນເວັບນຶ່ງທີ່ເຈົ້າສາມາດສຶກສາໄດ້ ມັນເປັນໄຟ DOC

http://www.iwhr.com/download/li080905-Berga.doc

https://www.google.com/search?q=is+dam+sustibility+development&ie=utf-8&oe=utf-8&aq=t&rls=org.mozilla:en-US:official&client=firefox-a

 ຂອບໃຈເຈົ້າຫຼາຍໆເດີ ລິງຄ໌ເທິງເຂົ້າໄດ້ແຕ່ໂຕລຸ່ມມີບັນຫາ ຂອບໃຈເດີທີ່ຊ່ວຍ

 ຖ້າເຈົ້າໃຊ້ IE ອາດຈະມີບັນຫາ. ລອງເຂົ້າໄປເບິ່ງເວັບນີ້ ເຂົາວິໃຈລະອຽດດີ.

http://www.hydroworld.com/index/display/article-display/355247/articles/hydro-review-worldwide/volume-16/issue-1/articles/technical/rcc-dam-design-analyzing-stress-and-stability.html

__________________

Veteran Member

Status: Offline
Posts: 91
Date:

ລະເບີດຂອງສະຫະລັດ ອາເມລິກາ ທີ່ບັນທຸກມາຖິ້ມໃສ່ປະເທດລາວສະເພາະ ໃນຊ່ວງປີ 1964​ຫາ1973 ລວມປະມານ ສາມລ້ານໂຕນ ໃນນັ້ນລວມລູກບົມບີ Unexploded Ordnance(UXO) ຫຼາຍກ່ວາ ສອງຮ້ອຍເຈັດສິບລ້ານລູກ ກ່ວາ ຫ້າແສນຖ້ຽວບິນທີ່ລຳລຽງມາຫວ່ານໃສ່ປະເທດລາວ

UXO ຫຼື ລູກບົມບີ ທີ່ບັນຈຸໃນລະເບີດຂະໜາດໃຫຍ່ເມື່ອແຕກແລ້ວຈະກະແຈກກະຈາຍໂດຍບໍ່ມີທິດທາງລົງສູ່ແຜ່ນດິນລາວ

ການເກັບກູ້ລະເບີດອີກຫຼາຍຮ້ອຍປີກໍ່ຍັງບໍ່ໝົດ ຖ້າທຽບມູນຄ່າຂອງລູກລະເບີດໜ່ວຍນ້ອຍໆບົມບີ ທີ່ມີຕົ້ນທຶນທຶນການຜະລິດຂອງສະຫະລັດພຽງພຽງ 1ໂດລາ ແຕ່ໃຊ້ມູນຄ່າໃນການເກັບກູ້ເຖິງສາມຮ້ອຍໂດລາໃນການເກັບກູ້ລອງຄິດເບິ່ງວ່າຖ້າເປັນຂະໜາດໃຫຍ່ຈະໃຊ້ມູນຄ່າເຖິງເທົ່າໃດຕໍ່ໜຶ່ງລູກ ບໍ່ເວົ້າເຖິງລູລະເບີດທັງໝົດກ່ວາສາມລ້ານໂຕນ... ເອົາໄປຄິດ...

ແຕ່ກໍ່ຍັງບໍ່ເທົ່າຄວາມເຈັບແຄ້ນຂອງປະຊາຊົນລາວ ກໍ່ຄື ພໍ່, ແມ່, ລຸງ, ປ້າ, ອາວ, ອາ ລວມເຖິງເດັກນ້ອຍອັນຜູ້ຈະເປັນອະນາຄົດຂອງປະເທດຊາດຕໍ່ໄປ ທີ່ທຸກມື້ນີ້ຍັງຕ້ອງຮັບຜົນກະທົບ ຫຼາຍໆຄົນພິການ ແຂນກຸດ ຂາຂາດ ຕາບອດ ແລະ ເສຍຊີວິດ ບໍ່ຮູ້ເປັນເທົ່າໃດຊີວິດມາແລ້ວ

ລູກລະເບີດທີ່ຍັກຕົກຄ້າງຈຳນວນຫຼາຍລ້ານລູກ ພ້ອມທີ່ຈະເຂັ່ນຂ້າປະຊາຊົນລາວທຸກວິນາທີ

ຢາກເອົາທ່ານຜູ້ນຳພາເປີດທາງໃຫ້ລູກລະເບີດເຂົ້າມາຖິ້ມໃສ່ລາວມາມືນຕາເບິ່ງແລ້ວຮັບຜິດຊອບ ບໍ່ຊັ້ນກໍ່ພາກັນມາຢືນລຽນແຖວອ້ອມລູກລະເບີດໃນການທຳລາຍທີ່ມີການພົບເຫັນຕໍ່ໄປແທນທີ່ຈະໃຊ້ງົບປະມານຫຼາຍລ້ານຊື້ເປົາຊາຍ ແລະຄ່າໃຊ້ຈ່າຍອື່ນໃນການເກັບກູ້ຈະເປັນການປະຢັດຫຼາຍ ເອົາເງິນສ່ວນນັ້ນມາພັດທະນາປະເທດຄົງຈະໄປໄດ້ໄກອິກຫຼາຍຂັ້ນ

__________________

Senior Member

Status: Offline
Posts: 269
Date:

Anonymous wrote:
sisouk wrote:
Anonymous wrote:
sisouk wrote:

ເອີລືມໄປ ດຽວນີ້ຂ້ອຍເຝົ້າເນັດທຸກວັນເພາະຂອ້ຍກຳລັງເຮັດຣີເຊີດຈຣ໌ ຂ້ອຍຢາກໄດ້ຂໍ້ມູນກ່ຽວກັບການພັດທະນາເຂື່ອນໄຟຟ້ານ້ຳຕົກແບບຍືນຍົງ ຂ້ອຍເຈິເວບນີ້ກໍ່ເພາະຄລິກໄປເລີຍ ໆເຈິ ເວບນີ້ ຮ່າໆໆໆໆໆໆໆໆໆໆໆ ຖ້າໃຜຮູ້ລິງຄ໌ ຊ່ວຍບອກກໍ່ດີ ຂອບໃຈເດີ

 ນີ້ແມ່ນເວັບນຶ່ງທີ່ເຈົ້າສາມາດສຶກສາໄດ້ ມັນເປັນໄຟ DOC

http://www.iwhr.com/download/li080905-Berga.doc

https://www.google.com/search?q=is+dam+sustibility+development&ie=utf-8&oe=utf-8&aq=t&rls=org.mozilla:en-US:official&client=firefox-a

 ຂອບໃຈເຈົ້າຫຼາຍໆເດີ ລິງຄ໌ເທິງເຂົ້າໄດ້ແຕ່ໂຕລຸ່ມມີບັນຫາ ຂອບໃຈເດີທີ່ຊ່ວຍ

 ຖ້າເຈົ້າໃຊ້ IE ອາດຈະມີບັນຫາ. ລອງເຂົ້າໄປເບິ່ງເວັບນີ້ ເຂົາວິໃຈລະອຽດດີ.

http://www.hydroworld.com/index/display/article-display/355247/articles/hydro-review-worldwide/volume-16/issue-1/articles/technical/rcc-dam-design-analyzing-stress-and-stability.html

 ຂອບໃຈເຈົ້າອີກເດີທີ່ອົດສາຊ່ວຍຂ້ອຍ ເຂົ້າໄດ້ແລ້ວ

__________________
Anonymous

Date:

 ຂອບໃຈເຈົ້າອີກເດີທີ່ອົດສາຊ່ວຍຂ້ອຍ ເຂົ້າໄດ້ແລ້ວ

 ຖ້າບໍ່ຊ່ອຍລູກເຂີຍຮ້າງ ກໍ່ບໍ່ຮູ້ວ່າຈະໄປຊ່ອຍໃຜ?

__________________

Senior Member

Status: Offline
Posts: 269
Date:

Anonymous wrote:

 ຂອບໃຈເຈົ້າອີກເດີທີ່ອົດສາຊ່ວຍຂ້ອຍ ເຂົ້າໄດ້ແລ້ວ

 ຖ້າບໍ່ຊ່ອຍລູກເຂີຍຮ້າງ ກໍ່ບໍ່ຮູ້ວ່າຈະໄປຊ່ອຍໃຜ?

 ອ້າວ ພໍ່ເຖົ້າເຮົານີ້ນ່າ ເວົ້າຈັ່ງຊີ້ສະແດງວ່າຂອ້ຍຍັງມີຫວັງຢູ່ແມ່ນບໍພໍ່ເຖົ້າ ຮ່າໆໆໆໆ ຈັ່ງຊີ້ກໍ່ຍັງໄຄແດ່ ຂອ້ຍກໍ່ບໍ່ຮູ້ວ່າໃຜເປັນພໍ່ເຖົ້າ ໃຜບໍ່ແມ່ນ ເພາະໃສ່ຊື່ Anonymous ບັກຫຼາຍຄົນ ຮ່າໆໆໆໆໆໆ

__________________

Senior Member

Status: Offline
Posts: 269
Date:

ບັກຫຼາຍ = ຫຼາຍໆ ເດີ

__________________

Senior Member

Status: Offline
Posts: 269
Date:

ຄິດວ່າເຈົ້າເວົ້າວ່າ ລູກເຂີຍ ແລ້ວຫົວຮ້າໆໆໆ ແຕ່ກັບໄປອ່ານດີໆໆ ມັນ ລູກເຂີຍຮ້າງ ຮ້າງໝາຍຄວາມວ່າເປັນອາດີດນີ້ນ່າ ຂ້ອຍບໍ່ຍອມເດີພໍ່ເຖົ້າ ບໍ່ຍອມເດີ ຂ້ອຍບໍ່ຍອມ ຂ້ອຍບໍ່ຍອມ ບໍ່ຍອມ ຮ່າໆໆໆໆໆໆໆ

__________________
Anonymous

Date:

sisouk wrote:

ຖ້າສຸພານຸວົງບໍ່ເອົາວຽດເຂົ້າມາ ເພິ່ນກໍ່ຢ້ານບໍ່ໄດ້ເປັນໃຫຍ່ໃນແຜ່ນດິນ ທັງໆທີ່ສຸວັນນະພູມາໄດ້ມອບສອງແຂວງໃຫ້ເພິ່ນປົກຄອງແລະຫ້າມບໍ່ໃຫ້ໃຜແຕະຕ້ອງນ້ອງຊາຍຂອງເພິ່ນ. ແຕ່ສຸພານຸວົງພັດຫຼົງຄາລົມໂຫ່ຈິມິນ ໄດ້ຄືບພັດເອົາສອກ ໄດ້ສອກພັດຢາກໄດ້ວາອີກຫັ້ນຕິລະ ຄົນລຸ້ນຫຼັງຈຶ່ງມີຊາຕາກໍາແບບນີ້. ເສຍໃຈນໍາຜູ່ເຄາະຮ້າຍທຸກຄົນ
____________________________________________________
ອັນເຈົ້າເວົ້ານີ້ ແມ່ນເວົ້າແບບກົບຮ້ອງໃນຮູເດີ (ພາສາໄທເອີ້ນວ່າກົບຣ້ອງໃນກະລາ) ບໍ່ຮູ້ຂ່າວຄາວຫຍັງເລີຍ ອ້າງວ່າແຕ່ພວກຂອງເຈົ້າດີ ແມ່ນຄວາມເຈົ້າເດີວ່າໃຫ້ຢູ່ສອງແຂວງ ແຕ່ພວກຂອງເຈົ້າຍັງນຳມາຂ້າ ມາຖິ້ມລະເບີດ ເຈົ້າຮູ້ບໍປຊຊເຂົາຫລົບເຂົ້າຖ້ຳເວລາຍົນແອັບ ອີ່ສັງກໍ່ບໍ່ຮູ້ມາຍິງ ຈະຫຼວດເຂົ້າຮູຖ້ຳພໍດີ ຕາຍຍົກຄອບຄົວ ທັງພໍ່ທັງແມ່ ທັງລູກ ແລ້ວເຈົ້າຈະໃຫ້ເຂົາຢູ່ຊື່ໆຊັ້ນບໍ ປ່ອຍໃຫ້ພວກເຈົ້າຂ້າຊັ້ນບໍ ໂອ!ເຈົ້ານີ້ ເວົ້າເອົາດີໃສ່ຕົວເອົາຊົ່ວໃສ່ຄົນອື່ນ ພວກເຈົ້າວ່າຫວຽດນາມຊ່ວຍພວກສຸພານຸວົງ ແລ້ວພວກເຈົ້າກໍ່ຢ່າໃຫ້ອາເມລິກາ ຝລັ່ງ ອັງກິດຊ່ວຍຕີ ເອົາສະຕິປັນຍາສູ້ກັນຕີ
ທີ່ແທ້ໃນໃຈພວກເຈົ້າກໍ່ຢາກມີອຳນາດຄືກັນນັ້ນແຫລະ ຈິ່ງໄປອີງອາເມລິກາ ແລ້ວຫວຽດນາມມັນຈະມີຫຍັງເຂົ້າຊິກິນເຂົາຍັງບໍ່ພໍປະຊາຊົນຫວຽດນາມອົດກິນເຂົ້າເໝືອດມັນ ເໝືອດສາລີ ສວ່ນເຂົາໃຫ້ທະຫານ ເພື່ອສ້າງກຳລັງທະຫານສູ້ກັບອາເມລິກາ ພວກເຈົ້າຍັງຢ້ານຈົນຫຳຫົດຕົດເຫ່ຍ ດ່າຫວຽດນາມທຸກມື້ທຸກວັນ ທັງວິທະຍຸ ທັງ web (ຂ້ອຍຢ້ານວ່າຖ້າມີອຳນາດແລ້ວຊິເປັນແບບໂປນປົດຄອງເມືອງຂະເມນເດີພວກທີ່ກຳລັງດ່ານີ້) ຖ້າຫວຽດນາມ ລວຍຊ່ຳອາເມລິກາ ຫຳພວກເຈົ້າຊິບໍ່ລີບຂຶ້ນສະໝອງບໍລະ ດຽວນີ້ອາເມລິກາມັນມາເລຍຫຳຫວຽດນາມແລ້ວ(ຊ່ວຍເຫຼືອຫວຽດນາມ) ພວກເຈົ້າຊິໄປອີງໃຜ ອີ່ຕາ ວັງປາວກໍ່ຍັງຖືກອາເມລິກາຈັບ ພວກເຈົ້າທີ່ຢູ່ອາເມລິກາ ຝລັ່ງທີ່ມັກໂຄສະນາຕໍ່ຕ້ານລັດຖະບານລາວ ລະວັງລາວຂໍຮ້ອງໃຫ້ຫວຽດນາມເວົ້ານຳອາເມລິກາໃຫ້ສົ່ງໃຫ້ລາວແລ້ວພວກເຈົ້າຊິຮູ້ວ່າ ພວກເຈົ້າເຮັດຖືກຫຼືເຮັດຜິດກັນແທ້.........

 The conflict in Los was nobody fault But two brothers, Souphanouvong and Souvannaphoumma that's it. So please stop make an argument about it. this is 21 century, Laos has move forward so is Lao new generation.

 31974008602332952788.jpg

 ຄົນໃຕ້: ຂ້າພະເຈົ້າອ່ານຂໍ້ຄວາມແຕ່ລະທ່ານຕ່າງຄົນກໍຕ່າງມີເຫດຜົນ. ຂ້າພະເຈົ້ນເປັນຫົວຫນ້າຫນ່ວຍງານເກັບກູ້ລະເບີດທີ່ຍັງບໍ່ແຕກປາງສົງຄາມ.ປະຈຳຢູ່ແຂວງສາລະວັນ. ຂ້າພະເຈົ້າກໍຂໍສະແດງຄວາມເສຍໃຈນຳຜູ້ທີ່ປະສົບເຄາະຮ້າຍຈາກການເກີດອຸບບັດເຫດຄັ້ງນີ້. ຂ້າພະເຈົ້າເຮັດວຽກນີ້ມາເກືອບ15ປີແລ້ວ. ແລະກໍບໍ່ໂທດໃຜຜິດໃຜຖືກນີ້ຄືກົນໃກຂອງສົງຄາມປຽບດັ່ງສະນໍ້າໃສ່ກັນຕ່າງຝ່າຍຕ່າງເສຍຫາຍ. ແລະຍັງມີຜົນເສັຍຫາຍໄລຍະຍາວແລະເປັນຜົນກະທົບຕໍ່ການພັດທະນາ. ເວລາຜ່ານໄປເກືອບສອງສັດຕະວັດຄວາມຊົງຈຳແລະຜົນສະທ້ອນຈາກສົງຄາມຍັງບໍ່ຈາງຫາຍ ໄປຈາກປະເທດລາວ.ຂ້າພະເຈົ້າຢາກໃຫ້ຄົນລາວບໍ່ວ່າຈະຢູ່ພາຍໃນຫຼືຕ່າງປະເທດຫັນມາຈັບມືກັນ, ຮ່ວມໃຈກັນລືມອາດີດທີ່ຊົ່ວຮ້າຍນັ້ນມາພ້ອມກັນປົວແປງສ້າງສາປະເທດເຮົາໃຫ້ກ້ວໄປຂ້າງຫນ້າຈະ ດີກວ່າມານັ່ງດ່າກັນໃນຫນ້າເນັດໂດຍປະຊາຊົນລາວບໍ່ໄດ້ຮັບຜົນປະໂຫຍດຫຍັງ. ສຸດທ້າຍຄົນໃຕ້ຂໍໃຫ້ຄົນລາວທີ່ອາໃສຢູ່ພາຍໃນແລະຕ່າງປະເທດຈົ່ງຫັນຫນ້າມາຫາກັນພ້ອມກັນສ້າງ ສາປະເທດເຮົາໃຫ້ກ້າວຕໍ່ໄປ.

 ຄົນໃຕ້: ຜູ້ໃດເກັ່ງເລື້ອງໂຫຼດພາບກະລຸນາບອກແດ່ຄົນໃຕ້ຊິໂຫຼດພາບການເກັຍກູ້ລະເບີດໃຫ້ເບິ່ງ

ລວມທັງຜູ້ປະສົບເຄາະຮ້າຍຈາກລະເບີດບາງເທື່ອອາດຈະເປັນການຊ່ວຍຊອກແຫຼ່ງທຶນກໍເປັນໄດ້.

ຂໍຂອບໃຈ.

__________________
Anonymous

Date:

Anonymous wrote:
Anonymous wrote:
____________________________________________

ອັນເຈົ້າເວົ້ານີ້ ແມ່ນເວົ້າແບບກົບຮ້ອງໃນຮູເດີ (ພາສາໄທເອີ້ນວ່າກົບຣ້ອງໃນກະລາ) ບໍ່ຮູ້ຂ່າວຄາວຫຍັງເລີຍ ອ້າງວ່າແຕ່ພວກຂອງເຈົ້າດີ ແມ່ນຄວາມເຈົ້າເດີວ່າໃຫ້ຢູ່ສອງແຂວງ ແຕ່ພວກຂອງເຈົ້າຍັງນຳມາຂ້າ ມາຖິ້ມລະເບີດ ເຈົ້າຮູ້ບໍປຊຊເຂົາຫລົບເຂົ້າຖ້ຳເວລາຍົນແອັບ ອີ່ສັງກໍ່ບໍ່ຮູ້ມາຍິງ ຈະຫຼວດເຂົ້າຮູຖ້ຳພໍດີ ຕາຍຍົກຄອບຄົວ ທັງພໍ່ທັງແມ່ ທັງລູກ ແລ້ວເຈົ້າຈະໃຫ້ເຂົາຢູ່ຊື່ໆຊັ້ນບໍ ປ່ອຍໃຫ້ພວກເຈົ້າຂ້າຊັ້ນບໍ ໂອ!ເຈົ້ານີ້ ເວົ້າເອົາດີໃສ່ຕົວເອົາຊົ່ວໃສ່ຄົນອື່ນ ພວກເຈົ້າວ່າຫວຽດນາມຊ່ວຍພວກສຸພານຸວົງ ແລ້ວພວກເຈົ້າກໍ່ຢ່າໃຫ້ອາເມລິກາ ຝລັ່ງ ອັງກິດຊ່ວຍຕີ ເອົາສະຕິປັນຍາສູ້ກັນຕີ
ທີ່ແທ້ໃນໃຈພວກເຈົ້າກໍ່ຢາກມີອຳນາດຄືກັນນັ້ນແຫລະ ຈິ່ງໄປອີງອາເມລິກາ ແລ້ວຫວຽດນາມມັນຈະມີຫຍັງເຂົ້າຊິກິນເຂົາຍັງບໍ່ພໍປະຊາຊົນຫວຽດນາມອົດກິນເຂົ້າເໝືອດມັນ ເໝືອດສາລີ ສວ່ນເຂົາໃຫ້ທະຫານ ເພື່ອສ້າງກຳລັງທະຫານສູ້ກັບອາເມລິກາ ພວກເຈົ້າຍັງຢ້ານຈົນຫຳຫົດຕົດເຫ່ຍ ດ່າຫວຽດນາມທຸກມື້ທຸກວັນ ທັງວິທະຍຸ ທັງ web (ຂ້ອຍຢ້ານວ່າຖ້າມີອຳນາດແລ້ວຊິເປັນແບບໂປນປົດຄອງເມືອງຂະເມນເດີພວກທີ່ກຳລັງດ່ານີ້) ຖ້າຫວຽດນາມ ລວຍຊ່ຳອາເມລິກາ ຫຳພວກເຈົ້າຊິບໍ່ລີບຂຶ້ນສະໝອງບໍລະ ດຽວນີ້ອາເມລິກາມັນມາເລຍຫຳຫວຽດນາມແລ້ວ(ຊ່ວຍເຫຼືອຫວຽດນາມ) ພວກເຈົ້າຊິໄປອີງໃຜ ອີ່ຕາ ວັງປາວກໍ່ຍັງຖືກອາເມລິກາຈັບ ພວກເຈົ້າທີ່ຢູ່ອາເມລິກາ ຝລັ່ງທີ່ມັກໂຄສະນາຕໍ່ຕ້ານລັດຖະບານລາວ ລະວັງລາວຂໍຮ້ອງໃຫ້ຫວຽດນາມເວົ້ານຳອາເມລິກາໃຫ້ສົ່ງໃຫ້ລາວແລ້ວພວກເຈົ້າຊິຮູ້ວ່າ ພວກເຈົ້າເຮັດຖືກຫຼືເຮັດຜິດກັນແທ້.........

O K
Very good comment

__________________
Anonymous

Date:

" ຢາກເອົາທ່ານຜູ້ນຳພາເປີດທາງໃຫ້ລູກລະເບີດເຂົ້າມາຖິ້ມໃສ່ລາວມາມືນຕາເບິ່ງແລ້ວຮັບຜິດຊອບ ບໍ່ຊັ້ນກໍ່ພາກັນມາຢືນລຽນແຖວອ້ອມລູກລະເບີດໃນການທຳລາຍທີ່ມີການພົບເຫັນຕໍ່ໄປແທນທີ່ຈະໃຊ້ງົບປະມານຫຼາຍລ້ານຊື້ເປົາຊາຍ ແລະຄ່າໃຊ້ຈ່າຍອື່ນໃນການເກັບກູ້ຈະເປັນການປະຢັດຫຼາຍ ເອົາເງິນສ່ວນນັ້ນມາພັດທະນາປະເທດຄົງຈະໄປໄດ້ໄກອິກຫຼາຍຂັ້ນ "

ຕາມທີ່ເຄີຍໄດ້ຟັງສາລະຄະດີທີ່ອະດີດສໍາມະນາກອນເອົາມາເລົ່າໃນເລື້ອງ " ສຸດສາຍທາງເລກ 9 " ຕໍາລວດ ທະຫານຂອງລັດຖະບານວຽງຈັນຕາຍຍ້ອນລະເບີດຕົກຄ້າງຫລາຍຮ້ອຍຄົນໃດ໋ທ່ານລູກຄົນລາວແລະຄິດວ່າສໍາມະນາກອນຢູ່ສູນສໍາມະນາອື່ນກໍ່ຄົງຈະຕາຍຫລາຍຮ້ອຍຄົນເຊັ່ນກັນ. ຖ້າຈະຂຸດເອົາຊາກສົບຂອງບັນດາແກ່ນນໍາທີ່ເຊັນອະນຸຍາດໃຫ້ອາເມລິກາເຂົ້າມາຖິ້ມລະເບີດໃສ່ທະຫານວຽດນາມເໜືອທີ່ເຂົ້າມາໃຊ້ດິນລາວເປັນເສັ້ນທາງລໍາລຽງມານອນລຽນແທນກະເປົ໋າຊາຍຄືທ່ານຄິດ ມັນກໍ່ຄົງຈະກັນໄວ້ບໍ່ໄດ້ຫລາຍ, ຄິດວ່າອະໂຫສິກໍາໃຫ້ເຂົາເຈົ້າສາທ່ານເອີຍ ຄືຄູບາອາຈານສັ່ງສອນໄວ້ຫັ້ນລະວ່າ ເວນລະງັບດ້ວຍການບໍ່ຈອງເວນ. ຖ້າວິນຍານຂອງທ່ານສຸວັນນະພູມາມີຈິງ ວິນຍານເພິ່ນກະຄືຊິຄິດກິນແໜງແລະເສຍໃຈໃນການກະທໍາຂອງເພິ່ນ ແລະເພິ່ນເອງກະຄືຊິຄິດບໍ່ເຖິງວ່າການຕັດສິນໃຈຂອງເພິ່ນຈະນໍາເອົາຄວາມທຸກທໍລະມານມາໃຫ້ພີ່ນ້ອງປະຊາຊົນລາວຈາກລຸ້ນລູກໄປຫາລຸ້ນຫລານລຸ້ນເຫຼັນລຸ້ນຫລ້ອນແລະຕໍ່ໆໄປຫລາຍສັດຕະວັດ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard