Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຄິດເຫັນແນວໃດຕໍ່ການລັ່ງໄຫລເຂົ້າມາປະເທດລາວຂອງຊາວຕ່າງດ້າວ
I phone 11

Date:
ທ່ານຄິດເຫັນແນວໃດຕໍ່ການລັ່ງໄຫລເຂົ້າມາປະເທດລາວຂອງຊາວຕ່າງດ້າວ

ຂ້າພະເຈົ້າກໍ່ຄືບັນດາທ່ານກໍ່ສັງເກດເຫັນແລ້ວເນາະວ່າປະຈຸບັນນີ້ມີຊາວຕ່າງດ້າວຈຳນວນຫລວງ

ຫລາຍໄດ້ພາກັນຫລັ່ງໄຫລເຂົ້າມາທຳມາຫາກິນຢູ່ຜືນແຜ່ນດິນຂອງປະເທດລາວ, ບາງຄົນເຂົ້າມາກໍ່ສາມາດພັດນາສິ່ງດີໆຢູ່ພາຍໃນປະເທດ, ແຕ່ບາງຄົນກໍ່ເຂົ້າມາແບຜິດກົດໝາຍສຳບໍ່ນຳກໍ່ຍັງສ້າງຄວາມເຊື່ອມເສຍໃຫ້ປະເທດກໍ່ຄື ເຂົ້າມາປຸ້ນຈີ້ລັກຊັບ, ຂໍບັນດາທ່ານປະກອບຄຳເຫັນຊ່ວຍ, ຂອບໃຈ

__________________
Anonymous

Date:
RE: ທ່ານຄິດເຫັນແນວໃດຕໍ່ການລັ່ງໄຫລເຂົ້າມາປະເທດລາວຂອງຊາວຕ່າງດ້າວ

ສະເໜີໃຫ້ກອງຫຼອນມີການເວນຍາມເຂັ້ມງວດກ່ວານີ້.

__________________
Anonymous

Date:

I phone 11 wrote:

ຂ້າພະເຈົ້າກໍ່ຄືບັນດາທ່ານກໍ່ສັງເກດເຫັນແລ້ວເນາະວ່າປະຈຸບັນນີ້ມີຊາວຕ່າງດ້າວຈຳນວນຫລວງ

ຫລາຍໄດ້ພາກັນຫລັ່ງໄຫລເຂົ້າມາທຳມາຫາກິນຢູ່ຜືນແຜ່ນດິນຂອງປະເທດລາວ, ບາງຄົນເຂົ້າມາກໍ່ສາມາດພັດນາສິ່ງດີໆຢູ່ພາຍໃນປະເທດ, ແຕ່ບາງຄົນກໍ່ເຂົ້າມາແບຜິດກົດໝາຍສຳບໍ່ນຳກໍ່ຍັງສ້າງຄວາມເຊື່ອມເສຍໃຫ້ປະເທດກໍ່ຄື ເຂົ້າມາປຸ້ນຈີ້ລັກຊັບ, ຂໍບັນດາທ່ານປະກອບຄຳເຫັນຊ່ວຍ, ຂອບໃຈ

 ເວົ້າແຕ່ໃຫ້ຄົນປະເທດອື່ນກະເບິ່ງຄົນລາວເຮົາຢູ່ຕ່າງປະເທດແດ່ ບາງຄົນລັກໄປ ບາງຄົນໄປຖືກກົດໝາຍແຕ່ພໍວິຊາໝົດບໍ່ກັບປະເທດລັກຢູ່ຕໍ່ ຄົນຢູ່ຕ່າງປະເທດຢາກໄດ້ລູກຖານຕົນເອງໄປຢູ່ນໍາພຸ້ນ ກໍ່ທໍາທ່າວ່າມາແຕ່ງງານເອົາພໍໄດ້ນໍາເອກະສານທາງການໄປຕົວະເຂົາໃຫ້ເຂົາອານຸຍາດເຂົາເມືອງ. 

__________________

Senior Member

Status: Offline
Posts: 140
Date:

ຂພຈ ກະບໍ່ມັກນະ
ມັນຫລັ່ງໄຫລ ກັນມາເຮັດຫັຍງ ໂດຍສະເພາະແມ່ນ ຈີນ ກັບ ຫວຽດ
ສັງເກດເບິ່ງ ຊື້ດິນແຄມທາງ ເຮັດການຄ້າໃຫຍ່ໆ ມີ ແຕ່ຈີນ ກັບ ຫວຽດ ຊື້ໄດ້ ລະມັນເອົາເງີນມາແຕ່ໃສ ມາຊື້ ເປັນ ແສນ ສອງແສນ ຫລຽນ
ຄົນລາວກາຍເປັນຂີ້ຂ້າມັນຊ້ຳ ເອົາໄປ ເອົາມາ

__________________
Anonymous

Date:

ບໍ່ມັກ ແຕ່ຕ້ອງຈໍາເປັນຍອມຮັບເພາະເຂົາຊ່ວຍເຮົາເຮັດຊີເກມຈົນມີໜ້າມີຕາ, ຊ່ອຍສ້າງເສດຖະກິດບ້ານເຮົາຈົນຮຸ່ງເຮືອງເຫຼືອງເຫຼື້ອມ ບ້ານເຮົາກໍ່ຄືບ້ານເຂົາ ຄິດວ່າຊັ້ນສາຈໍາປາ.

__________________
Anonymous

Date:

Anonymous wrote:

 ເຈົ້ານີ້ສົງໃສ ບໍ່ແມ່ນຈີນກະຄືສິແມ່ນຫວຽດ ເຂົາບໍ່ຊ່ວຍກະບໍ່ຕ້ອງເຮັດຕົ໋ວ ຊີເກມຫັ້ນ ພ້ອມເມື່ອໃດຄ່ອຍເຮັດກະໄດ້ ຄັນເຮັດມັນກະມີສົນທິສັນຍາກ່ຽວກັບການຊ່ວຍເຫຼືອຢູ່ແລ້ວເພີ່ນບໍ່ປ່ອຍໃຫ້ເຮົາເຮັດຜູ້ດຽວດອກ ສິມາອ້າງບຸນອ້າງສິນຫຍັງ ກຳປູເຈຍ ບໍ່ເຮັດຊີເກມຈັກເທື່ອບ້ານເຂົາກະຍັງຈະເລີນກວ່າເຮົາ

__________________
Anonymous

Date:

ອີກ 50 ປີຂ້າງໜ້າລາວຈະເປັນຊົນເຜົ່າສ່ວນ້ອຍຂອງຈີນຫລືຫວຽດນາມ

__________________

Senior Member

Status: Offline
Posts: 269
Date:

ບັນຫານີ້ມັນເປັນບັນຫາເຮື້ອຮັງ ມາຍາວນານແລ້ວ ເພາະມີເຈັກຈີນ ຫວຽດນາມມາຕັ້ງຖິ່ນຖານຢູ່ລາວນານແລ້ວ ຄົນເຫຼົ່ານັ້ນເຂົາມີພີ່ມີນ້ອງຢູ່ປະເທດເຂົາ ເຂົາມາຢູ່ລາວເຂົາກໍ່ຂະຫຍັນເຮັດວຽກເຮັກງານຈົນຕັ້ງຕົນຕັ້ງໂຕໄດ້ ທີ່ສຳຄັນຄືວັນນີ້ພວກເຂົາໄດ້ສິດຖືບັດປຊຊລາວ ເວລານີ້ຈີນຈະເລີນ ມີເງິນມີຄຳເຫຼືອໃຊ້ ຈີນສັນຊາດລາວ ກັບຈີນແຜ່ນດິນໃຫຍ່ເຂົາກໍ່ພົວພັນກັນ ຫວຽດສັນຊາດລາວ ກັບຫວຽດນາມແຜ່ນດິນແມ່ ເຂົາກໍ່ພົວພັນກັນ ຄືກັນກັບລາວໃນ ກັບລາວນອກ(ອາເມລິກາ ການາດາ ຝລັ່ງ...) ກໍ່ພົວພັນກັນ
ນະໂຍບາຍລັດຖະບານລາວ ແມ່ນຄົນຕ່າງດ້າວບໍ່ມີສິດຊື້ດິນ ເດັດຂາດ ດັ່ງນັ້ນເຮົາຈິ່ງເຫັນວ່າ ເສດຖີລວຍໆຂອງໂລກບໍ່ສາມາດມາຊື້ດິນລາວ
ແຕ່ກໍ່ ຈີນສັນຊາດລາວ ຫວຽດສັນຊາດລາວ ລາວໃນ ທີ່ຍິນຍອມອອກຊື່ຕົນເອງຊື້ດິນໃຫ້ ຄົນຕ່າງດ້າວເຫຼົ່ານັ້ນ ຊຶ່ງມັນກໍ່ບໍ່ຜິດກົດໝາຍ
ດັ່ງນັ້ນເຮົາຈະເຫັນ ຈີນ ຫວຽດ ມີຫຼາຍໃນປະເທດລາວ ສວ່ນລາວນອກນັ້ນເບິ່ງບໍ່ອອກ ເວົ້າພາສາລາວບໍ່ໂນ້ງເໝືອນຫວຽດກັບຈີນ
ຂອ້ຍເປັນຄົນລາວ ຂ້ອຍຮູ້ເລື່ອງນີ້ ກໍ່ເພາະ ຮູ້ກັບເຂົາເຈົ້າຫຼາຍຄົນ ຂພຈກໍ່ມີພີ່ນ້ອງຢູ່ອາເມລິກາເໝືອນກັນເສຍແຕ່ຂພຈບໍ່ລວຍ ຖ້າບໍ່ດັ່ງນັ້ນກໍ່ຈະມາຊື້ດິນອາເມລິກາຈັກໄຮ່ໄວ້ເປັນຂວັນຕາເມືອນກັນ ຮ່າໆໆໆໆໆໆໆໆໆ

ຢ່າຕັ້ງບັນຫານີ້ໃຫ້ເປັນປະເດັນເພື່ອຈຳແນກກັນເລີຍ ອາເມລິກາ ການາດາ ສວິດ ຝລັ່ງ ... ຍັງມີຫຼາຍເຊືອຊາດຢູ່ນຳກັນບໍ່ແມ່ຫວາ

__________________
Anonymous

Date:

sisouk wrote:

 ແມ່ນແລ້ວເຈົ້າເວົ້າຖືກດີລະແລະເຂົາມາສ້າງໃຫ້ລາວພັດທະນາຫັນນະຖ້າເຂົາບໍ່ເອົາເງິນມາຊ່ອຍເຫລືອ

ກາຄືສິເປັນລາວຄືເກົ່າຫັນແລະເດີ້ຖ້າຄົນລາວດຸໝັ່ນຕັ້ງໄຈຫາເງິນບໍ່ຫລີ້ນກີນຟຸມເຟິອຍຄືເຂົ້າກາຄືຊິດີ

ຢູ່ດອກອັນນີ້ລາບໍ່ຊອກບໍ່ຫາລາມີແຕ່ວ່າໂອເອງເປັນແຕ່ລູກນ້ອງເຂົາ

__________________
Anonymous

Date:

ສີສຸກ, ລັດຖະບານລາວອະນຸຍາດໃຫ້ຄົນຕ່າງປະເທດຊື້ດິນແລ້ວໃດ໋ເນີ ຖ້າວ່າເຂົາມາລົງທືນໃນລາວຈໍານວນ 500000 ໂດລາຂຶ້ນໄປ ແມ່ນມີສິດຊື້ດິນ 800 ຕາລາງແມັດ, ລົງທຶນຫຼາຍກໍ່ຊື້ໄດ້ຫຼາຍ. ການທີ່ມີຄົນຕ່າງດ້າວເຂົາມາຕັ້ງຖິ່ນຖານມນລາວມັນກໍ່ມີຜົນດີຕໍ່ເສດຖະກິດຖ້າຫາກວ່າເຂົາເຈົ້າເຂົ້າມາຖືກຕ້ອງຕາມກົດໝາຍ  ຢ່າງນ້ອຍລັດກໍ່ມີລາຍໄດ້ເພິ່ມຈາກການເກັບພາສີນໍາເຂົາເຈົ້າ.

__________________

Senior Member

Status: Offline
Posts: 140
Date:

ທ່ານສີສຸກເອີ້ຍ
ມັນບໍ່ແມ່ນຈຳແນກດອກ
ເຈົ້າວ່າເຂົາຂະຫຍັນ ມັນກະເປັນບາງຄົນ
ສ່ວນຫລາຍມັນກະຂະຫຍັນໂກງ ຫັ້ນລະ ຄັນມັນເຮັດການຄ້າກະດາຍ
ເອົາແຕ່ຂອງປອມມາຂາຍ
ແລ້ວວ່າແມ່ນຂອງແທ້
ຂ້ອຍຖືກມາແລ້ວ
ແຕ່ກະຢ່າປ່ອຍໃຫ້ ກຳນຳສະໜອງມັນເອງ

ຄົນລາວກະຂະຫຍັນຄືກັນ ຄັນຊັ້ນກະພາກັນຕາຍໝົດລະຊັ້ນຕົວະ

__________________
Anonymous

Date:

ຫວຽດນາມຈະມາລົງທຶນໃນລາວ 424 ໂຄງການ ແຕ່ລະໂຄງການຈະນໍາເອົາແຮງງານຫວຽດນາມເຂົ້າມາປະມານ 20000 ຄົນ. ສ່ວນຈີນກໍ່ຈະມາລົງທຶນໃນລາວ 397 ໂຄງການ, ແຕ່ບໍ່ທັນຮູ້ວ່າລັດຖະບານລາວຈະໃຫ້ເຂົາເອົາແຮງງານເຂົ້າມາໂຄງການລະຈັກພັນຄົນ.

__________________

Senior Member

Status: Offline
Posts: 269
Date:

Champa wrote:

ທ່ານສີສຸກເອີ້ຍ
ມັນບໍ່ແມ່ນຈຳແນກດອກ
ເຈົ້າວ່າເຂົາຂະຫຍັນ ມັນກະເປັນບາງຄົນ
ສ່ວນຫລາຍມັນກະຂະຫຍັນໂກງ ຫັ້ນລະ ຄັນມັນເຮັດການຄ້າກະດາຍ
ເອົາແຕ່ຂອງປອມມາຂາຍ
ແລ້ວວ່າແມ່ນຂອງແທ້
ຂ້ອຍຖືກມາແລ້ວ
ແຕ່ກະຢ່າປ່ອຍໃຫ້ ກຳນຳສະໜອງມັນເອງ

ຄົນລາວກະຂະຫຍັນຄືກັນ ຄັນຊັ້ນກະພາກັນຕາຍໝົດລະຊັ້ນຕົວະ

 ແມ່ນຄວາມເຈົ້າຫັ້ນລະ ເຂົາຂະຫຍັນ ແຕ່ເຂົາຄ້າລະຫວ່າງປະເທດ ແຕ່ຄົນລາວຂະຫຍັນ ຄ້າພາຍໃນປະເທດ ແລ້ວໃຜຊິລວຍໄວກວ່າກັນ ນະພໍ່ລຸງ ເລື່ອງຂີ້ຄ້ານນັ້ນ ທຸກປະເທດໃນໂລກກໍ່ມີຄືກັນ

ແຕ່ຂ້ອຍເວົ້າສະເພາະຜູ້ເຂົາທຳດີ ຖ້າເວົ້າແບບເຈົ້າມັນບໍ່ສຸດຈັກເທື່ອເດີພໍ່ລຸງ

__________________
Anonymous

Date:

  1. ຂ້ອຍບໍ່ພໍໃຈເພິ່ນອະນຸຍາດໃຫ້ຄົນທົ່ວໄປຂອງປະຊາກອນຈີນແລະຫວຽດເຂົ້າມາລາວຫລາຍໂພດ
  2. ຖ້າມີແຕນັກລົງທຶນມາແລ້ວນຳວິຊາການບາງສ່ວນເຂົ້າມາສິດສອນປະສົບການໃຫ້ຄົນລາວແມ່ນດີ
  3. ບໍ່ພໍໃຈພວກຈີນໜ້າຕໍ່າໆມາຫາບເຄື່ອງຂາຍເຊົ່າເຮືອນນ້ອຍໆແຄມທາງຂາຍເຄື່ອງຈັງແມ່ນຫລາຍເພິ່ນໃຫ້ມາຫຍັງຫລາຍແທ້
  4. ບໍ່ພໍໃຈນຳບ່ອນໃດກະມີແຕ່ຄົນຫວຽດຊອກຕັດເລັບມືຫາຂາຍສະຫວານມືສອງ

__________________
Anonymous

Date:

ແມ່ນແລ້ວຄົນຫວງດແລະຈີນກຳລັງເຫັນໂອກາດດີ

ທີຈະມາຢູລາວເພາະລັດຖະບານຕອ້ງການເຂົາ

ຢາກໃຫ້ທ່ານທັ້ງຫຼາຍໄປບິ່ງຫວງດເຕັ່ມນະຄອນຫຼວງວຽງ

ຈັນ ເວລາວັນອາທິດຈະມັກເຫັນພວກເຂົາຍ່າງໄປໂບດ

__________________
Anonymous

Date:

ເຂົາບໍ່ໄດ້

ພາກັນມາຊື່ໆ

ມີພວກເດັກເສັ້ນ

ຂອງຖັນແຖວພັກລັດຮັບເອົາເງີນຊື້ຈ້າງ-ຈັ່ງໄດ້ມາ

ພວກໃດທ້ອງສວດໆໂຊ່ນໆ

ແມ່ນເພີ່ນໂລດ

ຜົນງານພວກຜູ້ສະຫລາດສ່ອງມືດ

ສ່ອງເຂົ້າໄປຮອດໂຕ່ງສີ້ນ-ໂດຍບໍ່ໃຊ້ໄຟສາຍ

ມັນມືດປານຫໍສະຫລະອີໃນສີ້ນ

__________________
Anonymous

Date:

ຫຼັ່ງເຂົ້າມາເປັນຄູລີໃຫ້ຄົນລາວໃດ້ຢູ່ແຕ່ຕ້ອງກັບເມືອປະເທດຂະເຈົ້າກ່ອນຕາເວັນຕົກ!

__________________
Anonymous

Date:

Those illegal immigrants were unable to find jobs in their own highly competitive countries, mostly Vietnam and China. Most will likely stay in Laos. They flood Laos while young Lao people have to go to find work in Thailand. So, Lao people are slowly being replaced.

__________________
Anonymous

Date:

ໝູ່ຄົນລາວ-ຈີນ ເວົ້າສູ່ຂ້ອຍຟັງວ່າ ຄົນຈີນທີ່ເຂົ້າມາອາໃສຢູ່ລາວສ່ວນຫລາຍແມ່ນພວກທີ່ບໍ່ມັກນະໂຍບາຍລູກຄົນດຽວທີ່ລັດຖະບານຈີນວາງອອກ ເຂົາຢາກໄດ້ລູກຊາຍຫລາຍໆຄົນພໍໄດ້ສືບຕໍ່ແທນແນວແລະຖ້າໄດ້ມາຢູ່ລາວ ເຂົາຢາກມີລູກຈັກຄົນເຂົາກະມີໄດ້.
ປະເທດລາວເປັນປະເທດທີ່ມີພົນລະເມືອງນ້ອຍ, ກ່ອນປີ 1975 ມີພົນລະເມືອງປະມານ 3 ລ້ານຄົນ. ແຕ່ຫລັງປີ 1975, ພົນລະເມືອງໃນປະເທດລາວໄດ້ມີມີການເພີ້ມຂຶ້ນຢ່າງໄວວາ ໂດຍສະເພາະແມ່ນຫລັງຈາກທ່ານໄກສອນ ພົມວິຫານຍອມຮັບເຊັນສັນຍາພິເສດລາວ-ຫວຽດນາມ ໃນວັນທີ 18 ເດືອນສິງຫາ ປີ 1977 ຊຶ່ງເປັນສັນຍາທີ່ເຮັດໃຫ້ຄົນຫວຽດນາມມີເງື່ອນໄຂເຂົ້າມາຕັ້ງຖິ່ນຖານໃນປະເທດລາວໄດ້ຢ່າງງ່າຍດາຍ.
ຖ້າເບິ່ງໃນໄລສັ້ນ ຄົນຈີນແລະຄົນຫວຽດນາມຈະເປັນກ້ອນກໍາແລງຊຸກຍູ້ເສດຖະກິດໃນປະເທດລາວ, ແຕ່ໃນໄລຍະຍາວເຂົ້າເຈົ້າຈະກາຍເປັນເຈົ້າຂອງເສດຖະກິດ-ສັງຄົມແລະເປັນກຸ່ມທີ່ມີອໍານາດທາງດ້ານການເມືອງ.

 ພໍ່ຕູ້ປະໂຫຍກສຸດທ້າຍຂອງເຈົ້າ

ແຕ່ໃນໄລຍະຍາວເຂົ້າເຈົ້າຈະກາຍເປັນເຈົ້າຂອງເສດຖະກິດ-ສັງຄົມແລະເປັນກຸ່ມທີ່ມີອໍານາດທາງດ້ານການເມືອງ

ຂອ້ຍຢາກຖາມວ່າ ໂອບາມາ ປະທານະທິບໍດີ ອາເມລິກາຄົນປະຈຸບັນ ເປັນຄົນດຳແມ່ນບໍ່ ແຕ່ກ່ອນນີ້ຄົນດຳນີ້ເປັນພຽງຂີ້ຂ້າຄົນຂາວ ແມ່ນບໍ ແຕ່ດຽວນີ້ເປັນຫຍັງຈິ່ງເປັນ ປະທານະທິບໍດີ ອາເມລິກາ ໜ້າຈະເປັນຂີ້ຂ້າຄົນຂາວ

__________________
Anonymous

Date:

ສະບາຍດີທ່ານສີສຸກ, ຂ້ອຍບໍ່ມແມ່ນພໍ່ຕູ້ຄົນນັ້ນເດີ ແຕ່ຂ້ອຍຢາກຕອບເຈົ້າຊື່ໆເພາະສອງອາທິດຜ່ານມານີ້ເຫັນວ່າທ່ານເປັນ Rookie ທີ່ມາແຮງແລະຂໍຍ້ອງຍໍໃນຄວາມກ້າຫານແລະຈິງໃຈຂອງທ່ານ.
ຄົນຜິວດໍາໃນທະວີບອາເມຣິກາເໜືອບໍ່ແມ່ນມາຈາກຊົນຊັ້ນຂ້າທາດໝົດໃດ໋ທ່ານ, ບາງຄົນກໍ່ມາຈາກຊົນຊັ້ນສັກດິນ ບາງຄົນກໍ່ມາຈາກຊົນຊັ້ນຮັ່ງມີ. ພໍ່ຂອງທ່ານບາຣັກ ໂອບາມາ ເປັນເຈົ້າໜ້າທີ່ຂັ້ນສູງໃນວົງການລັດຖະບານຂອງປະເທດເຄນຢາ, ສ່ວນແມ່ຂອງເພິ່ນເປັນຄົນຜິວຂາວແລະມີຖານະດີ. ຫຼັງຈາກທ່ານບາຣັກ ໂອບາມາ ໄດ້ເປັນປະທານາທິບໍດີຄົນທີ 44 ຂອງອາເມຣິກາແລ້ວ ເພິ່ນໄດ້ເຮັດຫຍັງແດ່ໃຫ້ສັງຄົມຄົນຜິວດໍາ? ໃຫ້ທ່ານສີສຸກເຮັດ RESEARCH ເອົາເອງ.

 ເອົາເຄນຢາໄປປົກຄອງອາເມລິກາລະຫວະ ບາດຄົນຫວຽດ ຄົນຈີນ ມາຢູ່ລາວ ພວກເສລີຊົນຮອນໂຕກັນໃຫຍ່ທັງໆທີ່ຄົນພວກນີ້ສ່ວນຫຼາຍແມ່ນໄປອາໃສປະເທດເຂົາຢູ່

__________________

Senior Member

Status: Offline
Posts: 239
Date:

ບໍ່ໍ່ຢາກໃຫ້ເຂົ້າມາ

__________________

ສາມັນຊົນ

Anonymous

Date:

ປາກາງໄມ້ຫີບ (ປາກາງຫີວ) ມັນກະຖືກໜິບເປັນຂອງທໍາມະດາ ປະເທດລາວເປັນໜີສິນ ຂອງສອງ ປະເທດນີ້ໃນຕອນສໄມສົງຄາມຕໍ່ສູ້ກັບພວກຂາຍຊາດ ມາເຖິງປະຈຸບັນເຮົາກໍຍັງບໍ່ມີປັນຍາຈ່າຍ ເຂົາຄືນ ໜີ້ສິນອັນມະຫາສານນັ້ນມັນກະຕ້ອງຈໍາເປັນໄດ້ປ່ຽນວິທີການທົດແທນ ໂດຍເອົາສັນຍາ ແບບພິເສດມາເປັນສາກບັງໜ້າ ພໍຫຼອກຕາປະຊາຊົນ. ໃນເມື່ອຫວຽດນາມເຮັດໄດ້ ໃນຖານະເຈົ້າໜີ ຄືກັນ ມີຫຽັງທີ່ຈີນທີ່ຈະເຮັດບໍ່ໄດ້ ຍັງດີແຕ່ທີ່ ຣັດເຊັຍບໍ່ເຮັດນໍາອີກ.

ລັດເຊຍເຂົ້າມາສໍາລວດບໍ່ສັງກະສີຢູ່ອັດຕະປືແລ້ວ ຕັ້ງແຕ່ປີ 2009 ພຸ້ນນະ, ດຽວນີ້ ຄາດວ່າມີການລົງມືຂຸດຄົ້ນແລ້ວ.
http://laovoices.com/russian-firm-seeks-tin-zinc-in-attapeu/

__________________
Anonymous

Date:

ຢ່າຕັ້ງບັນຫານີ້ໃຫ້ເປັນປະເດັນເພື່ອຈຳແນກກັນເລີຍ ອາເມລິກາ ການາດາ ສວິດ ຝລັ່ງ ... ຍັງມີຫຼາຍເຊືອຊາດຢູ່ນຳກັນບໍ່ແມ່ຫວາ

ອາເມລິກາເປັນປະເທດທີ່ມີຄົນຈາກທົ່ວທຸກມຸມໂລກໄປຢູ່ ແຕ່ເຂົາເຈົ້າກໍ່ຢູ່ພາຍໃຕ້ກົດໝາຍຂອງອາເມລິກາ, ທຸກໆຄົນຕ້ອງມີຄວາມຮັບຜິດຊອບໃນການເສຍພາສີລາຍໄດ້ ຖ້າມີການຫລີກລ້ຽງ Uncle Sam ນໍາຮອດບ້ານ. ພາສີເປັນລາຍໄດ້ທີ່ສໍາຄັນຂອງລັດຖະບານອາເມລິກາ, ແຕ່ລະປີ ທຸກຄົນຕ້ອງໄດ້ເຮັດ Income Tax Return ໃຫ້ທັນວັນທີ 17 ເມສາ. ລາຍໄດ້ຫລາຍ ເສຍຫລາຍ, ລາຍໄດ້ນ້ອຍ ເສຍນ້ອຍ, ບໍ່ມີລາຍໄດ້ ບໍ່ເສຍ. ຖ້າລາຍໄດ້ຫລາຍ ແຕ່ຢາກເສຍນ້ອຍ ກໍ່ຕ້ອງບໍລິຈາກໃຫ້ມູນນິທິຕ່າງໆເພື່ອເອົາໄປຊ່ອຍເຫລືອຄົນທຸກຄົນຍາກໃນປະເທດແລະຕ່າງປະເທດ(ໃນນັ້ນອາດຈະມີປະເທດລາວລວມຢູ່ດ້ວຍ ເພາະປະເທດລາວຢູ່ໄດ້ຍ້ອນການຊ່ວຍເຫລືອຂອງສະຫະປະຊາຊາດ ແລະສະຫະປະຊາຊາດມີເງິນໄປຊ່ວຍເຫລືອກໍ່ຍ້ອນອາເມລິກາເປັນຜູ່ບໍລິຈາກນໍ້າເບີນຶ່ງ). ນອກຈາກພາສີລາຍໄດ້ແລ້ວ, ລັດຖະບານທ້ອງຖິ່ນຍັງຕ້ອງໄດ້ເກັບອາກອນຈາກການຊື້-ຂາຍຕ່າງໆເພື່ອເອົາເງິນເຫລົ່ານັ້ນໄປບຸລະນະສ້າງສາທ້ອງຖິ່ນຂອງຕົນ ໂດຍບໍ່ຕ້ອງແບມືຂໍນໍາລັດຖະບານກາງ ຖ້າບໍ່ຈໍາເປັນ. ສະນັ້ນ, ອາເມລິກາຈຶ່ງກາຍເປັນປະເທດທີ່ມີເສດຖະກິດເຂັ້ມແຂງປະເທດນຶ່ງໃນໂລກ.
ເຖິງວ່າ ອາເມລິກາເປັນປະເທດທີ່ມີກົດໝາຍເຄັ່ງຄັດໃນການເກັບພາສີອາກອນ ແຕ່ຄົນຕ່າງປະເທດກໍໝົ້ນເຂົ້າໄປຢູ່ ຍ້ອນວ່າອາເມລິກາເປັນປະເທດທີ່ມີສິດເສລີພາບແລະເປັນປະເທດທີ່ໃຫ້ໂອກາດແກ່ທຸກຄົນ. ເຂົ້າໄປແບບຖືກຕ້ອງຕາມກົດໝາຍບໍ່ໄດ້ ກໍ່ລັກລອບສ່ຽງຕາຍເຂົ້າໄປແບບ Robin hood ປີນຶ່ງຫລາຍໆລ້ານຄົນ. ຄົນເຂົ້າເມືອງຜິດກົດໝາຍບໍ່ໄດ້ມີສ່ວນສ້າງເສດຖະກິດ ແຕ່ເປັນຄົນດູດງົບປະມານຂອງລັດ. ເມືອງຂ້ອຍຢູ່ນີ້ມີຊາຍແດນຕິດກັບປະເທດແມັກຊິໂກ, ແຕ່ລະມື້ມີຄົນແມັກຊິແກນແຫ່ເຂົ້າມາເຮັດວຽກປານແຫ່ບຸນພະເວັດ. ສ່ວນຫລາຍມາເຮັດວຽກເອົາເງິນສົດຢູ່ຕາມສວນປູກຝັງ, ບາງກຸ່ມກໍ່ຮັບຈ້າງເປັນກໍາມະກອນກໍ່ສ້າງແລະບາງກຸ່ມກໍ່ເຂົ້າມາຄ້າຂາຍຢາເສບຕິດແລະກະທໍາອາດສະຍາກອນອື່ນໆ. ເມື່ອເຮັດວຽກເອົາເງິນສົດ ລັດກໍ່ບໍ່ໄດ້ເງິນພາສີ, ເມື່ອເວລາເຂົາເຈັບເປັນໄປໂຮງໝໍ ລັດກະຕ້ອງໄດ້ປິ່ນປົວຮັກສາຈົນດີຈຶ່ງໄດ້ສົ່ງເຂົາກັບບ້ານ. ສ່ວນພວກທີ່ຂາຍຊາຂາຍເຮໂຣອິນ ເມື່ອຖືກຈັບໄດ້ກໍເຂົ້າໄປກິນເຂົ້າແດງໃນຄຸກຄາບລະ 8 ໂດລາ, ບາງຄົນສວຍໂອກາດຕອນລໍຖ້າສານຕັດສິນສົ່ງກັບປະເທດ ຮຽນວິຊາຊ່າງກໍ່ຈົບໄປແລ້ວວິຊານຶ່ງ.
ປະເທດລາວບໍ່ມີເຈົ້າໜ້າທີ່ຮັກສາກົດໝາຍເອົາໃຈຫລາຍພໍທີ່ຈະຄວບຄຸມແລະປາບປາມຄົນເຂົ້າເມືອງຜິດກົດໝາຍແລະອີກຢ່າງ ຈີນແລະຫວຽດນາມເປັນປະເທດທີ່ມີອໍານາດຫລາຍກ່ວາ ຖ້າເພິ່ນປ່ອຍໃຫ້ເຂົາຫລຸລັ່ງທັ່ງເທກັນເຂົ້າມາແບບນີ້ຈະມີຜົນສະທ້ອນຕໍ່ຄົນລາວແນ່ນອນ.

__________________
Observe

Date:

ແມ່ນແລ້ວຂ້ອຍເຫັນດີນຳເຈົ້າເດີ້, ຖ້າພວກພັກລັດຫຍັງເຫັນເງິນເປັນໃຫຍ່ກວ່າທຸກສິງ ມັນກໍ່ບໍ່ສາມາດແກ້ໄຂໄດ້ຈັກເທື່ອດອກ

__________________
Anonymous

Date:

ຄົນລາວຍັງພາກັນໄປຢູ່ບ້ານເພິ່ນເມືອງເພິນເດ

 ເຫັນດີເດີທີ່ວ່າໃຫ້ຄວບຄຸມຄົນເຂົ້າເມືອງ ຂ້ອຍວ່າເຂົາກໍ່ຄຸ້ມຄອງ ຄວບຄຸມກັນຢູ່ ເຈົ້າອາດຈະບໍ່ເຫັນ ເພາະເຂົ້າອອກປະເທດຕ້ອງມີ ພາສປອຣດຢູ່ແລ້ວ ສຳລັບປະເທດອາຊຽນນັ້ນ ບໍ່ໃຊ້ວີຊາຢູ່ໄດ້1ເດືອນ ແນ່ນອນ ຈີນກັບຫວຽດຈະຫຼາຍກວ່າປະເທດອື່ນທີ່ມາຄ້າຂາຍ ເມື່ອເຂົ້າມາແລ້ວບໍ່ເຮັດຜິດກົດໝາຍ ບໍ່ມີຜູ້ແຈ້ງຄວາມວ່າເຮັດຜິດ ຕ່ຳຫຼວດເຂົາກໍ່ບໍ່ຮູ້ວ່າຈະຈັບໃຜ ນອກຈາກວ່າຕັ້ງດ່ານແລ້ວກວດພົບ ແຕ່ຜູ້ກະທຳຜິດເຂົາຈະໄປຜ່ານດ່ານນັ້ນບໍ່ ບາງຄົນວ່າມີຄົນຫາບເຄື່ອງຂາຍ ຫຼືມີພວກມາເລາະຕັດເລັບມື ນັ້ນມາຈາກບໍລິສັດແມ່ເຂົາມາເຊົ່າຮ້ານແລ້ວ ເສຍພາສີແລ້ວ ແຕ່ຄົນບໍ່ເຂົ້າຮ້ານ ເຂົາກໍ່ເລາະຕັດເລັບ ເຂົາກໍ່ຫາບ ຫຼືໃສ່ລົດຖີບເລ່ຂາຍຮອດເຮືອນ ຖ້າຜິດຕຳຫຼວດເຂົາກໍ່ຈັບແລ້ວ ແມ່ນບໍ່ ນີ້ບໍ່ຈັບ ສະແດງວ່າບໍ່ຜິດ

ຂ້ອຍເຄີຍເຂົ້າລາວຜ່ານດ່ານຂະເມນ ແຕ່ບໍ່ເຄີຍເຂົ້າລາວທາງຊາຍແດນວຽດນາມແລະຈີນ, ເພິ່ນກໍ່ມີການກວດເບິ່ງໜັງສືເດີນທາງແລະເກັບຄ່າເຂົ້າເມືອງແທ້ ແຕ່ກໍ່ເຄີຍໄດ້ຍິນຊາວບ້ານເວົ້າສູ່ຟັງວ່າມີຄົນຂະເມນລັກເຂົ້າມາຕັດໄມ້ແຖວນັ້ນເລື້ອຍໆ ກໍ່ເລີຍຄິດວ່າອາດຈະມີຄົນວຽດ ຄົນຈີນລັກເຂົ້າມາຄືກັນເພາະວ່າລາວກັບວຽດນາມມີຊາຍແດນຮ່ວມກັນຫຼາຍຮ້ອຍກິໂລແມັດແລະຕໍາລວດຊາຍແດນຂອງລາວອາດຈະບໍ່ມີຫຼາຍພຽງພໍສໍາລັບລາດຕະເວນຕາມຊາຍແດນຄືກັບປະເທດອື່ນໆ.
ຕາມທີ່ເຄີຍໄດ້ອ່ານຂ່າວຈາກເວັບໄຊພາສາອັງກິດຂອງວຽດນາມ, ຂ່າວວ່າ ໃນປີ 2011 ຕໍາລວດວຽດນາມຊາຍແດນວຽດນາມໄດ້ຈັບຄົນວຽດນາມທີ່ພະຍາຍາມລັກຂົນຢາເສບຕິດແລະກຸ່ມຄ້າມະນຸດທີ່ຈະເອົາຜູ່ຍິງວຽດນາມຂ້າມມາຫາກິນຢູ່ລາວໄດ້ຈໍານວນ 3488 ຄົນ, ໃນກໍລະນີທີ່ຈັບບໍ່ໄດ້ມີຈໍານວນຫຼາຍເທົ່າກໍ່ຍັງບໍ່ຮູ້ແລະຢູ່ຕາມຊາຍແດນແຂວງອື່ນໆເດ໋ຊັ້ນ ຈະບໍ່ມີການລັກລອບເຂົ້າເມືອງຄືກັນບໍ?
ສື່ລາວກໍ່ເຄີຍເອົາຂ່າວແບບນີ້ມາອອກໃຫ້ປະຊາຊົນໄດ້ອ່ານຢູ່ບໍ່ລະ?

__________________
Anonymous

Date:

ໃຜກໍເຂົ້າເມືອງລາວໄດ້

ທະແນມ

ເຈົ້າໜ້າທີ່ລາວໄດ້ເງີນຄ່າຈ້າງ

ແລະຂອງແຖມ

ໃຫ້ເລຍເຕົ່າຂົນຫລັງແຕກໂຕຢູ່ງ່າຂາມ

ອາດຍາລາວໄດ້ອີ່ມປາກລຸ່ມປາກເທິງ

__________________
Anonymous

Date:

if you  and i live in united state of america and canada and somewhere else... why do chinese and vietnamese can't live in laos?  yah pen khonh hen kai toi jon kern pai kert pen khon.

ຕາມທີ່ເຂົ້າໃຈ, ເຂົາລົມກັນເລື້ອງເຂົ້າມາຢູ່ແບບຜິດກົດໝາຍ ຖ້າເຂົ້າມາຢູ່ຢ່າງຖືກຕ້ອງຕາມກົດໝາຍແລະບໍ່ສ້າງຄວາມວຸ້ນວາຍໃຫ້ສັງຄົມລາວຄົງບໍ່ມີຜູ່ໃດ໋ຄັດຄ້ານ.
ຢູ່ອາເມຣິກາ ໂດຍສະເພາະແມ່ນຢູ່ຣັຖ California ແມ່ນມີຄົນວຽດນາມ ຄົນຈີນຢູ່ຢ່າງຫຼວງຫຼາຍຈົນມີເມືອງໄຊງ່ອນ2 ແລະມີເມືອງຮົງກົງ2. ແຕ່ເມື່ອເບິ່ງຈໍານວນເປີເຊັນຈະເຫັນວ່າຄົນວຽດມີນ້ອຍຖ້າທຽບໃສ່ຄົນຜິວຂາວແລະຊາດອື່ນໆ, ຕົວຢ່າງເມືອງ San Jose ໃຜໆກໍ່ວ່່າມີຄົນວຽດຫຼາຍແທ້ໆ ມີປະມານ 8-9 ໝື່ນຄົນ ແຕ່ເມື່ອທຽບໃສ່ຊາດອື່ນແລ້ວ ຄົນວຽດນາມມີແຕ່ 8% ປາຍ, ກັບມາເບິ່ງເມືອງ Westminster(Little Saigon) ເຖິງຈະມີຄົນວຽດຢູ່ແຕ່ 3-4 ໝື່ນຄົນ ແຕ່ທຽບໃສ່ຊາດອື່ນພັດມີຫຼາຍ ຄືມີເຖິງ 31%. ຖ້າເບິ່ງຂຶ້ນໄປຮອດກໍາແພງນະຄອນ ຮອດແຂວງ ຮອດລະດັບປະເທດ ຄົນວຽດນາມມີທັງໝົດປະມານ 1,737,433 ຄົນ ຫຼື 0,6% ຂອງພົນລະເມືອງ. ສໍາລັບຄົນຈີນຢູ່ອາເມລິກາ ມີຫຼາຍແທ້, ມີປະມານ 3,794,673 ຄົນ ຫຼື 1,2% ຂອງພົນລະເມືອງທັງໝົດ.
ສ່ວນປະເທດລາວ ເປັນປະເທດນ້ອຍ, ພົນລະເມືອງນ້ອຍ ແລະກົດໝາຍກໍ່ບໍ່ເຄັ່ງຄັດ ຖ້າຄົນຊາດອື່ນເຂົ້າມາອາໃສໂດຍບໍ່ມີກໍານົດ ອະນາຄົດຈະເປັນແນວໃດ໋?

__________________
Anonymous

Date:

that's why we have phuck and lat nam pha der ......... 

__________________
Anonymous

Date:

Anonymous wrote:

that's why we have phuck and lat nam pha der ......... 

that's why we have phuck and lat nam pha der=ເຈົ້າຢາກເວົ້າວ່າບໍ່ເປັນຫຍັງມີພັກແລະລັດນຳພາເດີນັ້ນວະ

__________________
Anonymous

Date:

Anonymous wrote:

that's why we have phuck and lat nam pha der ......... 

ພັກນໍາພາ ລັດຄຸ້ມຄອງ ປະຊາຊົນເປັນເຈົ້າ(ບາງຄົນກໍ່ເວົ້າສຽງຍາວໆກໍ່ເລີຍອອກເປັນ "ຈ້າວວວວວວວວວວ"). ຈ້າວ = hurry ແມ່ນບໍ່?

 ຈ້າວ ຫຼື ພ້າວ -ຂຽນຕັວພຫາງຍາວບໍ່ໄດ້

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard