ລາຄາສິນຄ້າໃນຕະຫຼາດນະຄອນຫຼວງ ເປັນຕົ້ນເຄື່ອງຢູ່ຂອງກິນມັກຖີບຕົວຂຶ້ນໃນ 3 ໄລຍະ ຄື: ເວລາຂຶ້ນປີໃໝ່ສາກົນ ປີໃໝ່ຈີນ-ຫວຽດນາມ ແລະ ປີໃໝ່ລາວ ຄັນແມ່ນຂຶ້ນລາຄາແລ້ວ ຍາກທີ່ຈະຫຼຸດລົງ ເຊັ່ນ: ປະເພດຊີ້ນງົວ ຄວາຍ ໄກ່ ໝູ.
ສະນັ້ນ ໃນເວລາລົມກັນ ວັນເສົາ-ອາທິດ ເພື່ອນຜູ້ອ່ານຈຶ່ງມີຄຳເຫັນວ່າ ຄວນຄວບຄຸມລາຄາວ່າຊັ້ນ ! ການຄວບຄຸມນີ້ ເພິ່ນວ່າລາຄາມັນເໜັງຕີງຢູ່ ຂອດສຸດທ້າຍຄືການຈຳໜ່າຍໜ້າຂຽງ ... ສ່ວນລາຄາຢູ່ຟາມ ... ຢູ່ໂຮງຂ້າສັດນັ້ນ ບໍ່ຄ່ອຍເໜັງຕີງປານໃດ ?.
ການເໜັງຕີງຂອງລາຄາໜ້າຂຽງນີ້ ກໍມີຫຼາຍເຫດຜົນ ເຊິ່ງໃນນັ້ນມີການຂຶ້ນລາຄາຕາມລຳພັງໃຈ ເພາະຜູ້ຂາຍເອົາເງິນມື້ນອກລະບົບມາ ເປັນຕົ້ນ ທຶນໃນການຄ້າ ຈຸດນີ້ຫຼາຍຄົນທີ່ສົນທະນາວ່າອັນຕະລາຍແທ້ໆ ມີບາງລາຍເຖິງຂັ້ນຂາຍເຮືອນ ຂາຍດິນ ມາໃຊ້ໜີ້ ຍ້ອນກູ້ເງິນນອກລະບົບມາຄ້າຂາຍ ... ຍ້ອນວ່າເງິນນອກລະບົບດອກເບ້ຍສູງເຖິງ 30% ບໍ່ທໍ່ນັ້ນ ວິໄນໃນການໃຊ້ຈ່າຍເງິນກໍບໍ່ຮັດກຸມ ສຸດທ້າຍກໍລົງເອີ່ຍຄືກ່າວມາຂ້າງເທິງນັ້ນ.
ແລ້ວເຮັດແນວໃດ ? ຊາວຄ້າຂາຍຍ່ອຍ ... ທຶນນ້ອຍ ຈະເຂົ້າສູ່ລະບົບກູ້ຢືມເງິນນຳສະຖາບັນການເງິນໄດ້ ? ອັນນີ້ກໍແມ່ນບັນຫາເລັ່ງດ່ວນ ແລະ ສຳຄັນທີ່ມະຫາພາກ ຄວນໄດ້ຊອກທາງອອກ ເພາະບໍ່ຊັ້ນຕົວເລກຄອບຄົວທຸກຍາກໃນຕົວເມືອງໃຫຍ່ ຕົວເມືອງນ້ອຍຈະເພີ່ມຂຶ້ນ ເພາະສັງເກດເຫັນວ່າ ຄົນໃນຕົວເມືອງມີອາຊີບຄ້າຂາຍ ແລະ ເຮັດການບໍລິການຫຼາຍກ່ວາທຳການຜະລິດ ທັງນີ້ກໍຍ້ອນວ່າບໍ່ມີທີ່ດິນ ບໍ່ມີພາຫະນະການຜະລິດ ຫຼື ວ່າເປັນຄອບຄົວ ພະນັກງານ ລັດຖະກອນ ຄອບຄົວຍົກຍ້າຍຈາກເມືອງອື່ນ ແຂວງອື່ນເຂົ້າມານະຄອນຫຼວງ.
ຍົກບັນຫານີ້ຂຶ້ນ ກໍບໍ່ແມ່ນຊອກກູ້ນຳທະນາຄານ ຫຼື ສະຖາບັນການເງິນບໍ່ໄດ້ເນີ !.. ມີຜູ້ໄດ້ ແຕ່ວ່າຕ້ອງມີຊັບສິນຄ້ຳປະກັນ ຄັນບໍ່ມີກໍໄດ້ໜ້ອຍ ຄັນແມ່ນໄດ້ແບບພະນັກງານ ລັດຖະກອນ ກູ້ນຳທະນາຄານແຫ່ງໜຶ່ງນັ້ນ ກໍເຫັນວ່າຂັ້ນຕອນການຈ່າຍ ເຂົາໃຫ້ຈ່າຍທັງຕົ້ນທຶນ ແລະ ດອກເບ້ຍແບບຫານໂລດ ກໍເປັນຊ່ອງຫວ່າງ ຊຶ່ງຜູ້ກູ້ເສຍປຽບຢູ່ດີ.
ທາງອອກທີ່ຜ່ານມາ ກໍເຫັນກອງທຶນປະຈຳບ້ານພົວພັນໄດ້ ແຕ່ວ່າພວກຄ້າຂາຍໜ້ອຍເຂົ້າບໍ່ເຖິງ ຍ້ອນຜູ້ກູ້ຕ້ອງແມ່ນຜູ້ຝາກເຊັ່ນກັນ ລະບຽບເຂົາເປັນແນວນັ້ນ.
ກ້ຽວມາສູ່ລາຄາສິນຄ້າ ຢາກໃຫ້ມະຫາພາກ ໂດຍສະເພາະແມ່ນຂະແໜງການຄ້າ ເຂົ້າໄປສອດສ່ອງດູແລໃນຕະຫຼາດໃຫຍ່ໆຢູ່ນະຄອນຫຼວງ ໂດຍການສົມທົບກັບຈັດສັນຕະຫຼາດ ຈຶ່ງຈະສາມາດຄວບຄຸມລາຄາສິນຄ້າໄດ້ຢູ່ມື ... ບໍ່ຊັ້ນຈະມີການສວຍໂອກາດໃນໄລຍະເວລາດັ່ງກ່າວ.
ຂໍຮຽກຮ້ອງເຖິງຊາວຄ້າຂາຍ ຈົ່ງຖືເອົາຄວາມຊື່ສັດ ຄວາມພໍດີພໍງາມ ໃນການຊອກຫາກຳໄລ ຮັ່ງມີດ້ວຍການລັກໂລບສໍ້ໂກງ ບໍ່ຍືນຍົງ.
Anonymous wrote:ລາຄາສິນຄ້າໃນຕະຫຼາດນະຄອນຫຼວງ ເປັນຕົ້ນເຄື່ອງຢູ່ຂອງກິນມັກຖີບຕົວຂຶ້ນໃນ 3 ໄລຍະ ຄື: ເວລາຂຶ້ນປີໃໝ່ສາກົນ ປີໃໝ່ຈີນ-ຫວຽດນາມ ແລະ ປີໃໝ່ລາວ ຄັນແມ່ນຂຶ້ນລາຄາແລ້ວ ຍາກທີ່ຈະຫຼຸດລົງ ເຊັ່ນ: ປະເພດຊີ້ນງົວ ຄວາຍ ໄກ່ ໝູ.ສະນັ້ນ ໃນເວລາລົມກັນ ວັນເສົາ-ອາທິດ ເພື່ອນຜູ້ອ່ານຈຶ່ງມີຄຳເຫັນວ່າ ຄວນຄວບຄຸມລາຄາວ່າຊັ້ນ ! ການຄວບຄຸມນີ້ ເພິ່ນວ່າລາຄາມັນເໜັງຕີງຢູ່ ຂອດສຸດທ້າຍຄືການຈຳໜ່າຍໜ້າຂຽງ ... ສ່ວນລາຄາຢູ່ຟາມ ... ຢູ່ໂຮງຂ້າສັດນັ້ນ ບໍ່ຄ່ອຍເໜັງຕີງປານໃດ ?.ການເໜັງຕີງຂອງລາຄາໜ້າຂຽງນີ້ ກໍມີຫຼາຍເຫດຜົນ ເຊິ່ງໃນນັ້ນມີການຂຶ້ນລາຄາຕາມລຳພັງໃຈ ເພາະຜູ້ຂາຍເອົາເງິນມື້ນອກລະບົບມາ ເປັນຕົ້ນ ທຶນໃນການຄ້າ ຈຸດນີ້ຫຼາຍຄົນທີ່ສົນທະນາວ່າອັນຕະລາຍແທ້ໆ ມີບາງລາຍເຖິງຂັ້ນຂາຍເຮືອນ ຂາຍດິນ ມາໃຊ້ໜີ້ ຍ້ອນກູ້ເງິນນອກລະບົບມາຄ້າຂາຍ ... ຍ້ອນວ່າເງິນນອກລະບົບດອກເບ້ຍສູງເຖິງ 30% ບໍ່ທໍ່ນັ້ນ ວິໄນໃນການໃຊ້ຈ່າຍເງິນກໍບໍ່ຮັດກຸມ ສຸດທ້າຍກໍລົງເອີ່ຍຄືກ່າວມາຂ້າງເທິງນັ້ນ.ແລ້ວເຮັດແນວໃດ ? ຊາວຄ້າຂາຍຍ່ອຍ ... ທຶນນ້ອຍ ຈະເຂົ້າສູ່ລະບົບກູ້ຢືມເງິນນຳສະຖາບັນການເງິນໄດ້ ? ອັນນີ້ກໍແມ່ນບັນຫາເລັ່ງດ່ວນ ແລະ ສຳຄັນທີ່ມະຫາພາກ ຄວນໄດ້ຊອກທາງອອກ ເພາະບໍ່ຊັ້ນຕົວເລກຄອບຄົວທຸກຍາກໃນຕົວເມືອງໃຫຍ່ ຕົວເມືອງນ້ອຍຈະເພີ່ມຂຶ້ນ ເພາະສັງເກດເຫັນວ່າ ຄົນໃນຕົວເມືອງມີອາຊີບຄ້າຂາຍ ແລະ ເຮັດການບໍລິການຫຼາຍກ່ວາທຳການຜະລິດ ທັງນີ້ກໍຍ້ອນວ່າບໍ່ມີທີ່ດິນ ບໍ່ມີພາຫະນະການຜະລິດ ຫຼື ວ່າເປັນຄອບຄົວ ພະນັກງານ ລັດຖະກອນ ຄອບຄົວຍົກຍ້າຍຈາກເມືອງອື່ນ ແຂວງອື່ນເຂົ້າມານະຄອນຫຼວງ.ຍົກບັນຫານີ້ຂຶ້ນ ກໍບໍ່ແມ່ນຊອກກູ້ນຳທະນາຄານ ຫຼື ສະຖາບັນການເງິນບໍ່ໄດ້ເນີ !.. ມີຜູ້ໄດ້ ແຕ່ວ່າຕ້ອງມີຊັບສິນຄ້ຳປະກັນ ຄັນບໍ່ມີກໍໄດ້ໜ້ອຍ ຄັນແມ່ນໄດ້ແບບພະນັກງານ ລັດຖະກອນ ກູ້ນຳທະນາຄານແຫ່ງໜຶ່ງນັ້ນ ກໍເຫັນວ່າຂັ້ນຕອນການຈ່າຍ ເຂົາໃຫ້ຈ່າຍທັງຕົ້ນທຶນ ແລະ ດອກເບ້ຍແບບຫານໂລດ ກໍເປັນຊ່ອງຫວ່າງ ຊຶ່ງຜູ້ກູ້ເສຍປຽບຢູ່ດີ.ທາງອອກທີ່ຜ່ານມາ ກໍເຫັນກອງທຶນປະຈຳບ້ານພົວພັນໄດ້ ແຕ່ວ່າພວກຄ້າຂາຍໜ້ອຍເຂົ້າບໍ່ເຖິງ ຍ້ອນຜູ້ກູ້ຕ້ອງແມ່ນຜູ້ຝາກເຊັ່ນກັນ ລະບຽບເຂົາເປັນແນວນັ້ນ.ກ້ຽວມາສູ່ລາຄາສິນຄ້າ ຢາກໃຫ້ມະຫາພາກ ໂດຍສະເພາະແມ່ນຂະແໜງການຄ້າ ເຂົ້າໄປສອດສ່ອງດູແລໃນຕະຫຼາດໃຫຍ່ໆຢູ່ນະຄອນຫຼວງ ໂດຍການສົມທົບກັບຈັດສັນຕະຫຼາດ ຈຶ່ງຈະສາມາດຄວບຄຸມລາຄາສິນຄ້າໄດ້ຢູ່ມື ... ບໍ່ຊັ້ນຈະມີການສວຍໂອກາດໃນໄລຍະເວລາດັ່ງກ່າວ.ຂໍຮຽກຮ້ອງເຖິງຊາວຄ້າຂາຍ ຈົ່ງຖືເອົາຄວາມຊື່ສັດ ຄວາມພໍດີພໍງາມ ໃນການຊອກຫາກຳໄລ ຮັ່ງມີດ້ວຍການລັກໂລບສໍ້ໂກງ ບໍ່ຍືນຍົງ.
ອັນອື່ນເວົ້າໄປກໍ່ທໍ່ນັ້ນ ແຕ່ທີ່ແນ່ໆລະແມ່ນມີແຕ່ຂື້ນບໍ່ມີວັນລົງ. ພາກສ່ວນທີ່ກ່ຽວຂ້ອງຫັ້ນເພື່ນມີເງີນຫຼາຍແລ້ວລາຄາຊ້ຳທ້ອງຕະຫຼາດຫັ້ນເພີ່ນບໍ່ແຄດອກມັນແມ່ນເງີນເສດຖົງເພີ່ນ
ກະເລີຍບໍ່ຄິດມີການຄວບຄຸມ ໃຜຍາກຂື້ນກະຂື້ນບໍ່ສົນໃຈກັບຜູ້ມີລາຍໄດ້ຕຳ່
ລາຄາສິນຄ້າແບບຜູກຂ່າດ, ເມື່ອໄດ້ຂື້ນແລ້ວລົງຍາກ, ຄວາມລຳບາກແມ່ນມັນມາຕົກຢູ່ກັບຜູ້ບໍລິໂພກທີ່ມີລາຍຮັບນ້ອຍຢ່າງພວກເຮົານີ້ລະ.