Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສາດສະໜານີ້ດີບໍ່?
Anonymous

Date:
ສາດສະໜານີ້ດີບໍ່?


F-cross.jpg

ວັດໂບດຂອງເຢຊູ ມີຢູ່ໃນລາວ ຫຼາຍແຫ່ງ

ການເຜີຍແພ່ ສາສນາ ຂອງເອກຊົນ ບາງກຸ່ມ ໄດ້ໂຄສະນາ ຊວນເຊື່ອ ໃຫ້ ປະຊາຊົນ ເຂົ້ານັບຖື ສາສນາຄຣິສ ຊຶ່ງຖືວ່າ ເປັນການກະທຳ ທີ່ຜິດຕໍ່ ຣັຖທັມມະນູນ ລາວ ໃນຂໍ້ຂອງ ການແບ່ງແຍກ ຊົນເຜົ່າ ແລະ ສາສນາ ເນື່ອງຈາກວ່າ ບັນຫາດັ່ງກ່າວ ກຳລັງແພ່ລາມ ຢູ່ໃນລາວ ໂດຍສະເພາະ ໃນເມືອງນ້ອຍ ແລະ ເປັນເຣື້ອງ ຖົກຖຽງກັນຢູ່ ຣະຫວ່າງ ໜ່ວຍງານ ທີ່ກ່ຽວຂ້ອງ ກັບທາງພາກຣັຖ. ເຈົ້າໜ້າທີ່ ແນວລາວ ສ້າງຊາຕ ນະຄອນຫລວງ ວຽງຈັນ ເວົ້າວ່າ:

“ກໍບໍ່ຢາກໃຫ້ ເຮັດເປັນການ ໂຄສະນາ ເປັນ ລັກສນະ ຊ່ວຍເຫລືອ ແລະແຍກພວກນັ້ນ ອອກຈາກພວກນີ້ ຫຍັງຕ່າງໆ ສ້າງຄວາມສັພສົນ ເພິ່ນກໍເວົ້າກັນຢູ່ ແຕ່ວ່າໃນສິ່ງ ທີ່ມັນກະທົບ ຄືວ່າມັນມີ ຈຳພວກນຶ່ງ ທີ່ມີທຶນ ແລ້ວກໍໄປ ຂົນຂວາຍ ໂດຍສະເພາະ ອັນນີ້ ມັນມີ ການກະທົບ ເລັກນ້ອຍ ກັບຣັຖບານ ໃນປັດຈຸບັນ”.

ເຈົ້າໜ້າທີ່ ຜູ້ນີ້ກ່າວ ຕໍ່ໄປວ່າ ຢູ່ເມືອງລາວ ປັດຈຸບັນ ມີອົງກອນ ເອກຊົນ ຂນາດໃຫຍ່ ທີ່ມີເງິນທຶນ ຫລາຍ ເຂົ້າມາແອບແຝງ ເຜີຍແພ່ ສາສນາ ໃນລາວ ເພື່ອໃຫ້ຄົນລາວ ຫັນໄປນັບຖື ສາສນາ ຄຣິສ ຊຶ່ງເປັນການ ສ້າງຄວາມ ແຕກແຍກ ໃນສັງຄົມລາວ ອັນນີ້ຖືວ່າຜິດ ນະໂຍບາຍ ຂອງ ຣັຖບານລາວ ສ່ວນໃນເຣື້ອງ ທີ່ວ່າມີການ ຈັບຊາວຄຣິສຕຽນ ທີ່ປະກອບ ພິທີ ທາງສາສນາ ນັ້ນ ສ່ວນຫລາຍແລ້ວ ຈະເປັນການ ກະທຳຜິດ ກົດຣະບຽບ ຂອງອຳນາດ ການປົກຄອງ ໃນເມືອງນັ້ນໆ.

ຂນະດຽວກັນ ຊາວລາວ ທີ່ນັບຖື ສາສນາພຸທ ກໍກ່າວວ່າ ການປະກອບ ພິທີ ຂອງຊາວຄຣິສ ບໍ່ໄດ້ສ້າງ ຄວາມເດືອດຮ້ອນ ໃນສັງຄົມ ແຕ່ຢ່າງໃດ ແລະ ບໍ່ມີຄວາມ ຍຸຕິທັມ ຕໍ່ຄົນເຫລົ່ານັນ ຫາກເຈົ້າໜ້າທີ່ ໄປຈັບ:

“ຄິດວ່າໄມ່ ຍຸຕິທັມ ເພາະວ່າເຂົາ ກໍປ່ອຍ ໃຫ້ຖືແລ້ວ ແຕ່ທຳໄມຕ້ອງ ທຳຢ່າງນັ້ນ ກັບເຂົາດ້ວຍ ແລະ ເຂົາກໍບໍໄດ້ ທຳຜິດອາໄຣ ຄິດວ່າໄມ່ກໍ່ ຄວາມວຸ້ນວາຍ ໃຫ້ໃຄຣ ແລະ ເຂົາກໍຖື ຂອງເຂົາໄປ ເຂົາກໍຢູ່ ສ່ວນເຂົາ ຄິດວ່າໄມ່ ເປັນໄຣ”.

ນອກຈາກນັ້ນ ຊາວລາວ ຜູ້ນີ້ ໄດ້ກ່າວ ຕໍ່ໄປວ່າ ໃນສັງຄົມລາວ ການທີ່ຈະ ປະກອບກິຈກັມ ທີ່ມີຄົນ ເຂົ້າຮ່ວມຫລາຍ ຈຳເປັນຕ້ອງ ໄດ້ຂໍ ອະນຸຍາດ ຈາກອຳນາດ ການປົກຄອງ ເສັຍກ່ອນ ແລະ ຕົນຄິດວ່າ ໂດຍທົ່ວໄປ ແລ້ວ ຊາວລາວບໍ່ໄດ້ ລັງກຽດກຸ່ມ ຊາວຄຣິສຕຽນ ທີ່ຢູ່ໃນ ສປປລາວ ເນື່ອງຈາກ ຣັຖບານ ໄດ້ໃຫ້ສິທ ສ່ວນບຸກຄົນ ໃນການນັບຖື ສາສນາ.





__________________
Anonymous

Date:

ສາດສະໜາ ເປັນເລື້ອງ ລະອຽດອອ່ນ ແລະ ສຳຄັນຫລາຍ ໃຫ້ລະວັງເດີ ! ໃນໂລກນີ້ ເຂົາຂ້າກັນ ຢູ່ບໍ່ເຊົາ ກໍເກີດມາຈາກ ສາດສະໜານີ້ລະ , ເລື່ອງສາດ ສະໜາ ມັນຫ້າມກັນບໍ່ໄດ້ ແລະ ດີໝົດ ທຸກສາດສະໜາ ຊຶ່ງມັນເກີດຈາກສັດທາ ແລະ ຄວາມເຊື່ອຖື ຂອງ ບຸກຄົນນັ້ນໆ ສ່ວນວ່າ ການໂຄສະນານັ້ນ ກໍ ສຳຄັນ ແຕ່ ເຮົາຕອ້ງມີຈຸດຢືນ ທີ່ແນ່ນອນ ໃຫ້ຄົ້ນຄວ້າ ແລວ້ບອກລູກຫລານ ເຖິງຄວາມອັນຕະລາຍ ຂອງ ສາດສະໜາ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard