Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Lao E-corner ຊີ້ແຈງສາເຫດທີ່ສຳພາດເປັນພາສາ ໄທ

Senior Member

Status: Offline
Posts: 239
Date:
Lao E-corner ຊີ້ແຈງສາເຫດທີ່ສຳພາດເປັນພາສາ ໄທ

Anonymous wrote:

ໃນນາມສ່ວນຕົວຂ້ອຍກໍວ່າຮັບໄດ້

ເພາະຄິດວ່າລະດັບຄວາມສໍານຶກຂອງຄົນລາວມັນຫາກຕໍ່າຕ້ອຍ ແລະໃຫ້ເຫັນມາຈົນເຄີຍຊິນແລ້ວ !

(ເຖິງແມ່ນຄິດສົມເພດຄົນໂຕເອງມາຕະຫຼອດ)

ແຕ່ ໃນນາມຈຸດຢືນຂອງຕົວແທນຂອງຊາດແລ້ວ..ແມ່ນເດັດຂາດ ຮັບບໍ່ໄດ້ !

ບໍ່ວ່າເຫດຜົນຈະພັນລະນາອີກຫ້າຮ້ອຍໜ້າເຈັ້ຍ ມັນກໍສະຫຼຸບຄວາມໄດ້ວ່່າ

ເປັນຄໍາແກ້ຕົວ ທີ່ບໍ່ຍອມຮັບຄວາມຂີ້ຮ້າຍຂອງການກະທໍາອັນຕໍ່າຕ້ອຍ

ດ້ວຍຄວາມໄຮ້ຈິດສໍານຶກໃນສັກສີຊາດຂອງຕົນເອງ,

ຍ້ອນສິດໜ້າທີ່ຕົກໃນມືຂອງຄົົນບໍ່ມີກຽດສັກສີແນວນີ້ ມັນເວົ້າຍາກ..............

ລອງຕອບຄໍາດຽວເບິ່ງດູວ່າ " ຄົນໄທທາງໃດຊິບໍ່ເຂົ້າໃຈພາສາລາວ?? "

ທັງເພງລາວ ເພງໄທກໍຍັງວ່າ ຮີດຄອງປະເພນີດຽວກັນ

ປາກເວົ້າເຂົ້າໃຈ ຮ່ວມສາຍໄມຕຣີ..............

ເປັນພາສາເວົ້າໂດຍບໍ່ຕ້ອງແປ.. ທີ່ມີໜຶ່ງດຽວໃນໂລກຄື :

ລາວ ກັບ ໄທ

ຄົນຮັກເມືອງລາວ

 ຖ້າເວົ້າເລື່ອງບໍ່ຖືກບໍ່ຄວນນັ້ນແມ່ນຜິດແທ້ ເພາະວ່າສອງປະເທດເຂົ້າໃຈກັນແທ້ໃນພາສາປາກເວົ້ານັ້ນ

ແຕ່ຖ້າເວົ້າເລື່ອງໃຫ້ອະໄພ ໃຫ້ໂອກາດ ໃຫ້ແກ້ໂຕນັ້ນ ມັນກໍ່ຄວນມີຕໍ່ກັນເພື່ອໃຫ້ກຳລັງໃຈກັນກັບຄົນເຮັດວຽກ ເພື່ອຈະໄດ້ນຳໄປແກ້ໄຂໃນໂອກາດໜ້າ

-- Edited by thone on Saturday 21st of January 2012 06:36:18 AM

__________________

ສາມັນຊົນ

Anonymous

Date:

ຊີ້ແຈງເລື່ອງລາຍການ e-Corner ສຳພາດເປັນພາສາໄທອອກລາຍການແບໄຕ

ໃນເດືອນຕຸລາຂອງປີ 2011 ທີ່ຜ່ານມາ ທາງລາຍການແບ໋ໄຕໄຮເທັກ ເຊິ່ງເປັນລາຍການໄອທີຊື່ດັງຂອງປະເທດໄທ ທີ່ອອກອາກາດສົດຜ່ານຊ່ອງ Cable TV ຢູ່ໄທ ໄດ້ຕິດຕໍ່ມາຫາທີມງານ e-Corner ເພື່ອຂໍສຳພາດ ກ່ຽວກັບລະບົບ 4G ໃນລາວ ທີ່ຫາກໍເປີດໂຕໃນໄລຍະນັ້ນ ໂດຍຈຸດປະສົງແມ່ນຢາກໄດ້ຂໍ້ມູນຈາກ ສື່ມວນຊົນດ້ານໄອທີຂອງລາວ ບໍ່ແມ່ນຈາກບໍລິສັດເຊິ່ງອາດເຮັດໃຫ້ໄດ້ຂໍ້ມູນທີ່ມີລັກສະນະໂຄສະນາສິນຄ້າໂພດ ແລະທາງລາຍການແບໄຕ ກໍຢາກສຳພາດກ່ຽວກັບສື່ໄອທີໃນລາວ ວ່າມີໃຜແນ່ເປັນແນວໃດ ເຮັດແນວໃດ ມີຄວາມຄືບຫນ້າຫລາຍປານໃດ ນັ້ນຄືຈຸດປະສົງຂອງການສຳພາດ.

ຫລັງຈາກມີການຕິດຕໍ່ເຂົ້າມາ ທາງທີມງານ e-Corner ກໍໄດ້ຕົກລົງເຫັນດີໃນການໃຫ້ສຳພາດ ເພື່ອຈະໄດ້ເຮັດໃຫ້ທາງປະເທດໃກ້ຄຽງຮູ້ຄວາມຄືບຫນ້າດ້ານໄອທີໃນປະເທດລາວເຮົາຫລາຍຂຶ້ນເພື່ອສະແດງໃຫ້ເຫັນວ່າລາວເຮົາໄດ້ມີການພັດທະນາໄປຮອດໃສແລ້ວ ແລະຫລຸດຜ່ອນການອອກຂ່າວໂດຍບໍ່ຮູ້ຂໍ້ມູນແທ້ຈິງ ເຊິ່ງຈາກການຕິດຕໍ່ລາຍລະອຽດຂອງການສຳພາດນັ້ນ ທາງລາຍການແບ໋ໄຕເພິ່ນເປັນລາຍການສົດ ແລະພິທີກອນທີ່ສຳພາດກໍເປັນຄົນໄທ ເຊິ່ງຈະມີບັນຫາກັບການຟັງພາສາລາວ ແລະລາຍການເປັນລາຍການອອກອາກາດສົດ ຈຶ່ງບໍ່ສາມາດໄປຕັດຕໍ່ຫລືໄປແປພາສາ ຫລືໄປເຮັດຄຳບັນຍາຍໄດ້ ແລະທີ່ສຳຄັນເວລາມີຈຳກັດ ແຕ່ຫົວຂໍ້ໃນການສຳພາດຜັດມີຫລາຍ ຈຶ່ງເຮັດໃຫ້ຖ້າຈະສຳພາດເປັນພາສາລາວມັນຈະບໍ່ສະດວກ ດັ່ງນັ້ນຈຶ່ງໄດ້ມີການຕົກລົງກັນວ່າຈະເວົ້າພາສາໄທໃນການສຳພາດ.

ເຊິ່ງໃນການສຳພາດກໍທາງທີມງານ e-Corner ກໍໄດ້ເວົ້າພາສາໄທອອກອາກາດໄປ ເຊິ່ງຂະຫນາດເວົ້າພາສາໄທກໍຍັງສົນທະນາສິ່ງທີ່ຈະເວົ້າກັນໄດ້ບໍ່ຫມົດ ແຕ່ຫລັງຈາກອອກອາກາດໄປ ກໍປະກົດວ່າມີຫາງສຽງຫລາຍຮູບແບບ ໂດຍແບ່ງເປັນສອງດ້ານຄື:

- ການທີ່ຄົນລາວໄປເວົ້າພາສາໄທສຳພາດແບບນັ້ນແມ່ນບໍ່ເຫມາະສົມ ບໍ່ຮັກສາກຽດຂອງຊາດ ບໍ່ຮັກພາສາຕົນເອງແລະອື່ນໆ
- ບໍ່ເປັນຫຍັງ ເພາະຖືວ່າເປັນການໄດ້ເຜີຍແຜ່ຂໍ້ມູນຂອງປະເທດໃຫ້ປະເທດໃກ້ຄຽງໄດ້ຮັບຮູ້ ແລະເວົ້າພາສາໄທກໍຍ້ອນອອກອາກາດໃຫ້ຄົນໄທເບິ່ງບໍ່ແມ່ນໃຫ້ຄົນລາວເບິ່ງ

ເຊິ່ງຈາກກໍລະນີດັ່ງກ່າວ ຈົນມາຮອດປັດຈຸບັນກໍຍັງມີຫາງສຽງລັກສະນະທັງສອງ ສົນທະນາກັນໂດຍສະເພາະທາງ Social Network ເຖິງຄວາມບໍ່ເຫມາະສົມ ດັ່ງນັ້ນທີມງານ e-Corner ຈຶ່ງຢາກຂໍ້ຊີ້ແຈງທີ່ໄປທີ່ມາໃຫ້ຊາບດັ່ງທີ່ຂຽນໄວ້ທາງເທີງນັ້ນ ເຖິງເຫດຜົນແລະຄວາມຈຳເປັນໃນການນຳໃຊ້ພາສາໄທໃຫ້ການສຳພາດ.

ຖ້າຫາກວ່າທ່ານໃດທີ່ເຄີຍໄດ້ຕິດຕາມ ອ່ານວາລະສານ ອີຄອນເນີ ຫລື ຕິດຕາມການເຄື່ອນໄຫວຂອງທີມງານພວກເຮົາມາຕະຫລອດ ຈະຮູ້ດີວ່າພວກເຮົາເປັນທີມງານໄອທີ ທີ່ໃຫ້ຄວາມສຳຄັນຕໍ່ການນຳໃຊ້ພາສາລາວ ບໍ່ວ່າເຮັດເວັບໄຊພາສາລາວ, ສົ່ງເສີມການຕິດຕັ້ງພາສາລາວໃນຄອມພິວເຕີ ຮວມທັງໃນໂທລະສັບມືຖືຮຸ່ນໃຫມ່ໆ ຮ່ວມທັງເຮັດວາລະສານໄອທີເປັນພາສາລາວໃຫ້ຄົນລາວໄດ້ອ່ານ ແລະລາຍການໂທລະພາບ ທີ່ໄດ້ພະຍາຍາມເວົ້າລາວໃຫ້ຖືກຕ້ອງມາຕະຫລອດ. ສາເຫດກໍເນື່ອງຈາກວ່າທີມງານພວກເຮົາທຸກຄົນຮັກພາສາລາວ ຢາກສົ່ງເສີມການນຳໃຊ້ພາສາລາວໃນໂລກອອນໄລທີ່ຍັງເປັນເລື່ອງໃຫມ່ ທີ່ຍັງມີຈຸດອ່ອນ ທີ່ຍັງມີຄົນນຳໃຊ້ບໍ່ຫລາຍ ແຕ່ການສຳພາດອອກເປັນພາສາໄທນັ້ນ ກໍເນື່ອງຈາກມີຄວາມຈຳເປັນຫລາຍຢ່າງດັ່ງທີ່ກ່າວມາ.

ເພາະວ່າກ່ອນການສຳພາດນັ້ນ ພວກເຮົາກໍໄດ້ພິຈາລະນາຫລາຍໆເຫດຜົນ ຈຶ່ງສະຫລຸບອອກມາໃຫ້ເປັນແນວນັ້ນ

- ຖ້າບໍ່ສຳພາດ ກໍເທົ່າກັບວ່າຕັດໂອກາດໃນການເຜີຍແຜ່ຂໍ້ມູນຂ່າວສານຂອງປະເທດ
- ຖ້າເວົ້າລາວ ກໍກາຍເປັນສຳພາດບໍ່ສຸດ (ລາຍການອອກອາກາດສົດ ເວລາເພິ່ນຈຳກັດ)
- ຖ້າເວົ້າລາວປົນໄທ ໃນບາງຄຳເພື່ອໃຫ້ທາງໄທເຂົ້າໃຈ ກໍກາຍເປັນການເວົ້າພາສາຊອດກະຈາ ເຊິ່ງຂໍ້ນີ້ພວກເຮົາຍອມຮັບບໍ່ໄດ້ທີ່ຈະໄປເວົ້າພາສາຊອດກະຈາ ເຊິ່ງເປັນການທຳລາຍພາສາໂຕເອງໂດຍກົງເລີຍ

ໃນສະພາບການແບບນັ້ນທາງທີມງານກໍເຫັນວ່າທາງເລືອກທີ່ເຫມາະທີ່ສຸດຄືເວົ້າພາສາເຈົ້າບ້ານ ກໍເປັນການເຫມາະສົມທີ່ສຸດເພາະລາຍການແມ່ນອອກອາກາດໃຫ້ຄົນໄທເບິ່ງ

ດັ່ງນັ້ນຈຶ່ງຢາກຮຽນແຈ້ງໃຫ້ທຸກທ່ານເຂົ້າໃຈເຖິງສາເຫດດັ່ງນີ້ ໃນໂຕຈິງຕ່າງຝ່າຍຕ່າງກໍມີຄຳເຫັນໃນລັກສະນະສ້າງສັນ ລັກສະນະທີ່ເປັນຫ່ວງ ເຊິ່ງພວກເຮົາຂໍນ້ອມຮັບທຸກຄຳຕຳຫນິ ທາງທີມງານຕ້ອງກ່າວຂໍໂທດຂໍອາໄພນຳພີ່ນ້ອງຄົນລາວກັບເຫດການດັ່ງກ່າວ ແລະຈະນຳມາປັບປຸງເພື່ອໃຫ້ໃນຕໍ່ຫນ້າບໍ່ມີບັນຫາເກີດຂຶ້ນອີກ.
ດ້ວຍຄວາມຮັກແພງ ທີມງານ e-Corner.

__________________

Senior Member

Status: Offline
Posts: 239
Date:

ສຳຫຼັບຄົນລາວຄືຂ້ອຍນະສຳພາດພາສາໄທກະບໍ່ເປັນຫຍັງດອກ ຖ້າເຂົ້າໃຈກັນກະພໍແລ້ວ ມັນກະບໍ່ແມ່ນເລື່ອງໃຫຍ່ພໍປານໃດ ອະໄພກັນໄດ້ ມີພາດໄດ້

__________________

ສາມັນຊົນ

Anonymous

Date:

ໃນນາມສ່ວນຕົວຂ້ອຍກໍວ່າຮັບໄດ້

ເພາະຄິດວ່າລະດັບຄວາມສໍານຶກຂອງຄົນລາວມັນຫາກຕໍ່າຕ້ອຍ ແລະໃຫ້ເຫັນມາຈົນເຄີຍຊິນແລ້ວ !

(ເຖິງແມ່ນຄິດສົມເພດຄົນໂຕເອງມາຕະຫຼອດ)

ແຕ່ ໃນນາມຈຸດຢືນຂອງຕົວແທນຂອງຊາດແລ້ວ..ແມ່ນເດັດຂາດ ຮັບບໍ່ໄດ້ !

ບໍ່ວ່າເຫດຜົນຈະພັນລະນາອີກຫ້າຮ້ອຍໜ້າເຈັ້ຍ ມັນກໍສະຫຼຸບຄວາມໄດ້ວ່່າ

ເປັນຄໍາແກ້ຕົວ ທີ່ບໍ່ຍອມຮັບຄວາມຂີ້ຮ້າຍຂອງການກະທໍາອັນຕໍ່າຕ້ອຍ

ດ້ວຍຄວາມໄຮ້ຈິດສໍານຶກໃນສັກສີຊາດຂອງຕົນເອງ,

ຍ້ອນສິດໜ້າທີ່ຕົກໃນມືຂອງຄົົນບໍ່ມີກຽດສັກສີແນວນີ້ ມັນເວົ້າຍາກ..............

ລອງຕອບຄໍາດຽວເບິ່ງດູວ່າ " ຄົນໄທທາງໃດຊິບໍ່ເຂົ້າໃຈພາສາລາວ?? "

ທັງເພງລາວ ເພງໄທກໍຍັງວ່າ ຮີດຄອງປະເພນີດຽວກັນ

ປາກເວົ້າເຂົ້າໃຈ ຮ່ວມສາຍໄມຕຣີ..............

ເປັນພາສາເວົ້າໂດຍບໍ່ຕ້ອງແປ.. ທີ່ມີໜຶ່ງດຽວໃນໂລກຄື :

ລາວ ກັບ ໄທ

ຄົນຮັກເມືອງລາວ

__________________
Anonymous

Date:

ຢ່າໄດ້ອ້າງວ່າເວລາຂອງເຂົາເຈົ້າຈຳກັດເລີຍ, ເປັນນຳນິດໄສໃນນາມເປັນເບັ້ຍລ່າງຊາດອື່ນຕ່າງຫາກທີ່

ຢາກຍິ່ງພະຫຍອງສະແດງອອກໂດຍທີ່ບໍ່ໄດ້ຄົ້ນຄິດຫຍັງ ຂ້ອຍເຂົ້າໃຈວ່າພວກເຈົ້າເຮັດເປັນພາສາລາວ

ລົງທາງ cyber ນີ້ ແຕ່ຈິດສຳນຶກຄວາມຮັກຊາດພວກເຈົ້າມີບໍ່ເຖິງທີ່ພວກເຈົ້າຈະມາຮັບໜ້າທີ່ເປັນສື່

ທີ່ເປັນຕົວແທນທາງວັນນະຄະດີໃຫ້ຄົນລາວເລີຍ

__________________
Anonymous

Date:

Anonymous wrote:

ຢ່າໄດ້ອ້າງວ່າເວລາຂອງເຂົາເຈົ້າຈຳກັດເລີຍ, ເປັນນຳນິດໄສໃນນາມເປັນເບັ້ຍລ່າງຊາດອື່ນຕ່າງຫາກທີ່

ຢາກຍິ່ງພະຫຍອງສະແດງອອກໂດຍທີ່ບໍ່ໄດ້ຄົ້ນຄິດຫຍັງ ຂ້ອຍເຂົ້າໃຈວ່າພວກເຈົ້າເຮັດເປັນພາສາລາວ

ລົງທາງ cyber ນີ້ ແຕ່ຈິດສຳນຶກຄວາມຮັກຊາດພວກເຈົ້າມີບໍ່ເຖິງທີ່ພວກເຈົ້າຈະມາຮັບໜ້າທີ່ເປັນສື່

ທີ່ເປັນຕົວແທນທາງວັນນະຄະດີໃຫ້ຄົນລາວເລີຍດອກ............

ຄັນຂໍໂທດນຳຄົນລາວແບບເຕັມໃຈແບບນີ້ກໍຮູ້ສຶກວ່າພວກເຈົ້າຍັງມີດີຢູ່ໃນລັກສະນະຜິດແລ້ວຍ່ອມປ່ຽນແປງ

__________________
Anonymous

Date:

ເກີດເປັນຄົນໃຫ້ເປັນຄົນແກ້ໄຂ ຢ່າເປັນຄົນແກ້ໂຕ.

ທາງທີມງານອີ ຄອນເນີ ຈະຕ້ອງເຂົ້າໃຈຈຸດຢືນຂອງໂຕເອງວ່າ ເປັນທໍລະພາບທີ່ສື່ສານໃຫ້ຄົນລາວທັງ

ນ້ອຍແລະໃຫຍ່ໄດ້ເບີ່ງ,​ຖ້າແກ້ໂຕວ່າເຂົາໂທມາແບບກະທັນຫັນຈຳເປັນຕ້ອງໄດ້ເວົ້າພາສາໄທຍ

ເດັກນ້ອຍຜູ້ເຂົາເບີ່ງ ເຂົາກໍ່ຈະຮຽນແບບຄືກັນ ຖ້າມີຄົນໄທຍມາລົມ ບໍ່ຕ້ອງເວົ້າພາສາລາວໃຫ້ເວົ້າ

ພາສາໄທຍໂລດ ເພາະທໍລະທັດເພີ່ນພາເຮັດ......ສະນັ້ນ,ຄວນຈະເປັນແບບຢ່າງທີ່ດີແລະຖືກຕ້ອງ

ບໍ່ວ່າຈະເປັນການແຕ່ງໂຕ ພາສາປາກເວົ້າ ໃຫ້ມັນຖືກຕ້ອງແລະເໝາະສົມ ເນື້ອຫາທີ່ນຳມາສະເຫນີໃຫ້ ມັນມີສາລະ. ເຮັດວຽກກໍ່ຕ້ອງໃຫ້ມັນມີແບບແຜນ ຮູ້ຄວາມເໝາະສົມແລະຕີລາຄາໃຫ້ມັນຖືກຕ້ອງ....

ເທື່ອຫນ້າສະເຫນີໃຫ້ເຂົາສຳພາດເປັນພາສາອັງກິດແທນ.

__________________
Anonymous

Date:

  ຍ້ອນພິທີກອນບໍ່ມີລັກສະນະຊາດຫຼາຍກ່ອນ ພໍເຂົາຖາມເປັນພາສາໄທຍເລີຍ ຕອບເປັນພາສາໄທຍທັນທີ ແບບບໍ່ອາຍປາກ ໂດຍບໍ່ຄຳນືງເຖີງຄວາມເໝາະສົມ ບໍ່ຮູ້ຮອດວ່າໂຕເອງເປັນພິທີກອນກຳລັງອອກທໍລະທັດ ໃຫ້ຄົນເບີ່ງຢູ່. ລອງຄິດເບີ່ງວ່າຖ້າພິທີກອນລາວທຸກຄົນເຮັດຄືກັນກັບອີຄອນເນີ້ ພາສາລາວຊິບໍ່ດັບສູນ ຍ້ອນເບາະ. ຖ້າຍັງບໍ່ຮູ້ຈຸດຢືນຂອງໂຕເອງ ບໍ່ຮູ້ຄວາມເໝາະສົມເທື່ອ ກໍ່ບໍ່ສົມຄວນຈະມາເປັນພິທີກອນ ໃຫ້ເປັນແບບຢ່າງທີ່ບໍ່ດີແກ່ໜຸ່ມນ້ອຍ.

__________________
Anonymous

Date:

ຖ້າວ່າບໍ່ແມ່ນຖ່າຍທອດສົດ ມີການອັດເທບກ່ອນ ແຕ່ຍັງປ່ອຍບົດສຳພາດນີ້ອອກມາໄດ້ແຮງເຮິຮ້າຍ ສະແດງວ່າທີມງານອີຄອນເນີ້ ບໍ່ມີຄວາມສາມາດພໍ ທີ່ຈະຮູ້ຈັກຄວາມເໝາະສົມ ໃນການຈະນຳສະເໜີໃຫ້ແກ່ຜູ້ຊົມ.  ຂໍຕຳນິແລະດ່າທັງທີມງານອີຄອນເນີ້ວ່າບໍ່ຮູ້ຈັກຄຳວ່າຮັກຊາດຮັກພາສາຮັກວັດທະນາທຳ ຖ້າທຸກລາຍການຂອງລາວຄິດແລະແກ້ໂຕຄືພວກເຈົ້າ ຊັ້ນກໍ່ບໍ່ຕ້ອງໃຊ້ພາສາລາວອີກ ເວົ້າເປັນໄທຍໝົດເລີຍຊະເພາະຄົນໄທຍຈະໄດ້ເຂົ້າໃຈເນື້ອຫານຳ. ຖ້າຄົນໄທຍຢາກເຂົ້າໃຈ ກໍ່ໃຫ້ເຂົາໄປຮຽນພາສາລາວ ບໍ່ຊັ້ນກໍ່ຈ້າງນາຍແປ ຫຼື ສຳພາດເປັນພາສາອັງກິດເອົາ. ລາຍການພວກເຈົ້າສົມຄວນຖືກປິດ ເພາະບໍ່ມີຄວາມສາມາດພໍທີ່ຈະໃຈ້ແຍກຄວາມເໝາະສົມແລະບໍ່ເໝາະສົມ ສີ່ງທີ່ຈະຖ່າຍທອດໃຫ້ຜູ້ຊົມ.

__________________
Anonymous

Date:

I forgive, but I will never forget no

__________________
Anonymous

Date:

I heard so many Lao pop music or song that copied from Thai accent even some song's texts are Thai language also

That guy was telling the truth, we are Lao should have our own Lao accent.

click here  

__________________
Anonymous

Date:

Anonymous wrote:

I forgive, but I will never forget no

 ປະໂຫຍກນີ້ມີຄວາມໝາຍໜັກແທ້ເນີພໍ່ອາວ, ຄວາມຜິດຊໍ່ານີ້ອະໄພໃຫ້ກັນແລະລືມມັນໄປສາ ຢ່າເກັບມັນໄວ້ໃນຫ້ວງເລິກຂອງຄວາມຊົງຈໍາແບບນີ້ເທາະ.

__________________
ຄົນຍຸກໄໝ່

Date:

ໃຜຄິດຫລາຍກະເຈັບຫົວເຈົ້າຂອງ ເຮັດຄືເພີ່ນແຕ່ຢ່າເຮັດຄືເພີ່ນ ທີ່ຂະເຈົ້າມາສຳພາດເຈົ້າຈື່ງຢ່າເອົາແບບຢ່າງທີ່ບໍ່ດີມາໃຊ້ລະກະແລ້ວ ຈົບ

ຂໍ້ຜິດຜາດຍ່ອມເປັນບົດຮຽນອັນລ້ຳຄ່າ

__________________
Anonymous

Date:

ຢ່າງອື່ນກະບໍ່ດີຢູ່ແລ້ວ ຍັງມີປະໂຫຍກນີ້ອີກ

" ແລະເວົ້າພາສາໄທກໍຍ້ອນອອກອາກາດໃຫ້ຄົນໄທເບິ່ງບໍ່ແມ່ນໃຫ້ຄົນລາວເບິ່ງ "

ຂໍໂທດນຳຫລາຍໆ ຮັບບໍ່ໄດ້ແທ້ໆ ມີບໍ່ລາຍການທີ່ອອກອາກາດທາງໂທລະພາບໃນໄທ ແລ້ວຫ້າມຄົນລາວເບີ່ງ ຊ່າງເວົ້າຫຍັງບໍ່ຄິດກ່ອນແທ້ໆອັນນີ້ແຫລະເພີ່ນວ່າກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ

ຂ້ອຍເປັນຄົນລາວເຈົ້າບໍ່ໃຫ້ຄົນລາວເບີ່ງຂ້ອຍກະບໍ່ເບີ່ງ

ຂ້ອຍໄປເບີ່ງລາຍການ Nine Intrend ທາງຊ່ອງ Modern nine ຂອງໄທດີກວ່າເຂົາບໍ່ໄດ້ຫ້າມໃຫ້ຄົນລາວເບີ່ງ

__________________
Anonymous

Date:

ອືມ...ແມ່ນແທ້ຫວະກັບເຫດຜົນທີ່ຍົກຂື້ນມາຊີ້ແຈງ

ບໍ່ແມ່ນເວລາເຮັດບໍ່ໄດ້ຄິດຫຍັງເລີຍຕິຜົນມັນຈິງອອກມາຢ່າງທີ່ເຫັນ

ແຕ່ຖ້າແມ່ນຄິດດີແລ້ວໄດ້ຊຳນີ້ ກໍ່ຄວນພິຈາລະນາຕົນເອງຄືນ

ບໍ່ຊັ້ນມັນຈະບໍ່ເຫມາະສົມກັບຄຳວ່າ " ສື່ມວນຊົນດ້ານໄອທີຂອງລາວ "

" ຢ່າໄດ້ເອົາຄວາມມັກງ່າຍ ມາທຳລາຍຄວາມເປັນລາວ "

__________________
Anonymous

Date:

thone wrote:

ສຳຫຼັບຄົນລາວຄືຂ້ອຍນະສຳພາດພາສາໄທກະບໍ່ເປັນຫຍັງດອກ ຖ້າເຂົ້າໃຈກັນກະພໍແລ້ວ ມັນກະບໍ່ແມ່ນເລື່ອງໃຫຍ່ພໍປານໃດ ອະໄພກັນໄດ້ ມີພາດໄດ້

 ຄວນໃຫ້ເຂົາເຈົ້າຮູ້ແດ່ວ່າພາສາລາວເວົ້າແນວໃດ ບໍ່ແມ່ນຕົກໝູ່ແຫ້ງເປັນແຫ້ງ ຕົກໝູ່ກາເປັນກາ ບໍ່ມີເອກະລັກ

__________________
ສາຍເຊລຳເພົາ

Date:

Anonymous wrote:

ຊີ້ແຈງເລື່ອງລາຍການ e-Corner ສຳພາດເປັນພາສາໄທອອກລາຍການແບໄຕ

ໃນເດືອນຕຸລາຂອງປີ 2011 ທີ່ຜ່ານມາ ທາງລາຍການແບ໋ໄຕໄຮເທັກ ເຊິ່ງເປັນລາຍການໄອທີຊື່ດັງຂອງປະເທດໄທ ທີ່ອອກອາກາດສົດຜ່ານຊ່ອງ Cable TV ຢູ່ໄທ ໄດ້ຕິດຕໍ່ມາຫາທີມງານ e-Corner ເພື່ອຂໍສຳພາດ ກ່ຽວກັບລະບົບ 4G ໃນລາວ ທີ່ຫາກໍເປີດໂຕໃນໄລຍະນັ້ນ ໂດຍຈຸດປະສົງແມ່ນຢາກໄດ້ຂໍ້ມູນຈາກ ສື່ມວນຊົນດ້ານໄອທີຂອງລາວ ບໍ່ແມ່ນຈາກບໍລິສັດເຊິ່ງອາດເຮັດໃຫ້ໄດ້ຂໍ້ມູນທີ່ມີລັກສະນະໂຄສະນາສິນຄ້າໂພດ ແລະທາງລາຍການແບໄຕ ກໍຢາກສຳພາດກ່ຽວກັບສື່ໄອທີໃນລາວ ວ່າມີໃຜແນ່ເປັນແນວໃດ ເຮັດແນວໃດ ມີຄວາມຄືບຫນ້າຫລາຍປານໃດ ນັ້ນຄືຈຸດປະສົງຂອງການສຳພາດ.

ຫລັງຈາກມີການຕິດຕໍ່ເຂົ້າມາ ທາງທີມງານ e-Corner ກໍໄດ້ຕົກລົງເຫັນດີໃນການໃຫ້ສຳພາດ ເພື່ອຈະໄດ້ເຮັດໃຫ້ທາງປະເທດໃກ້ຄຽງຮູ້ຄວາມຄືບຫນ້າດ້ານໄອທີໃນປະເທດລາວເຮົາຫລາຍຂຶ້ນເພື່ອສະແດງໃຫ້ເຫັນວ່າລາວເຮົາໄດ້ມີການພັດທະນາໄປຮອດໃສແລ້ວ ແລະຫລຸດຜ່ອນການອອກຂ່າວໂດຍບໍ່ຮູ້ຂໍ້ມູນແທ້ຈິງ ເຊິ່ງຈາກການຕິດຕໍ່ລາຍລະອຽດຂອງການສຳພາດນັ້ນ ທາງລາຍການແບ໋ໄຕເພິ່ນເປັນລາຍການສົດ ແລະພິທີກອນທີ່ສຳພາດກໍເປັນຄົນໄທ ເຊິ່ງຈະມີບັນຫາກັບການຟັງພາສາລາວ ແລະລາຍການເປັນລາຍການອອກອາກາດສົດ ຈຶ່ງບໍ່ສາມາດໄປຕັດຕໍ່ຫລືໄປແປພາສາ ຫລືໄປເຮັດຄຳບັນຍາຍໄດ້ ແລະທີ່ສຳຄັນເວລາມີຈຳກັດ ແຕ່ຫົວຂໍ້ໃນການສຳພາດຜັດມີຫລາຍ ຈຶ່ງເຮັດໃຫ້ຖ້າຈະສຳພາດເປັນພາສາລາວມັນຈະບໍ່ສະດວກ ດັ່ງນັ້ນຈຶ່ງໄດ້ມີການຕົກລົງກັນວ່າຈະເວົ້າພາສາໄທໃນການສຳພາດ.

ເຊິ່ງໃນການສຳພາດກໍທາງທີມງານ e-Corner ກໍໄດ້ເວົ້າພາສາໄທອອກອາກາດໄປ ເຊິ່ງຂະຫນາດເວົ້າພາສາໄທກໍຍັງສົນທະນາສິ່ງທີ່ຈະເວົ້າກັນໄດ້ບໍ່ຫມົດ ແຕ່ຫລັງຈາກອອກອາກາດໄປ ກໍປະກົດວ່າມີຫາງສຽງຫລາຍຮູບແບບ ໂດຍແບ່ງເປັນສອງດ້ານຄື:

- ການທີ່ຄົນລາວໄປເວົ້າພາສາໄທສຳພາດແບບນັ້ນແມ່ນບໍ່ເຫມາະສົມ ບໍ່ຮັກສາກຽດຂອງຊາດ ບໍ່ຮັກພາສາຕົນເອງແລະອື່ນໆ
- ບໍ່ເປັນຫຍັງ ເພາະຖືວ່າເປັນການໄດ້ເຜີຍແຜ່ຂໍ້ມູນຂອງປະເທດໃຫ້ປະເທດໃກ້ຄຽງໄດ້ຮັບຮູ້ ແລະເວົ້າພາສາໄທກໍຍ້ອນອອກອາກາດໃຫ້ຄົນໄທເບິ່ງບໍ່ແມ່ນໃຫ້ຄົນລາວເບິ່ງ

ເຊິ່ງຈາກກໍລະນີດັ່ງກ່າວ ຈົນມາຮອດປັດຈຸບັນກໍຍັງມີຫາງສຽງລັກສະນະທັງສອງ ສົນທະນາກັນໂດຍສະເພາະທາງ Social Network ເຖິງຄວາມບໍ່ເຫມາະສົມ ດັ່ງນັ້ນທີມງານ e-Corner ຈຶ່ງຢາກຂໍ້ຊີ້ແຈງທີ່ໄປທີ່ມາໃຫ້ຊາບດັ່ງທີ່ຂຽນໄວ້ທາງເທີງນັ້ນ ເຖິງເຫດຜົນແລະຄວາມຈຳເປັນໃນການນຳໃຊ້ພາສາໄທໃຫ້ການສຳພາດ.

ຖ້າຫາກວ່າທ່ານໃດທີ່ເຄີຍໄດ້ຕິດຕາມ ອ່ານວາລະສານ ອີຄອນເນີ ຫລື ຕິດຕາມການເຄື່ອນໄຫວຂອງທີມງານພວກເຮົາມາຕະຫລອດ ຈະຮູ້ດີວ່າພວກເຮົາເປັນທີມງານໄອທີ ທີ່ໃຫ້ຄວາມສຳຄັນຕໍ່ການນຳໃຊ້ພາສາລາວ ບໍ່ວ່າເຮັດເວັບໄຊພາສາລາວ, ສົ່ງເສີມການຕິດຕັ້ງພາສາລາວໃນຄອມພິວເຕີ ຮວມທັງໃນໂທລະສັບມືຖືຮຸ່ນໃຫມ່ໆ ຮ່ວມທັງເຮັດວາລະສານໄອທີເປັນພາສາລາວໃຫ້ຄົນລາວໄດ້ອ່ານ ແລະລາຍການໂທລະພາບ ທີ່ໄດ້ພະຍາຍາມເວົ້າລາວໃຫ້ຖືກຕ້ອງມາຕະຫລອດ. ສາເຫດກໍເນື່ອງຈາກວ່າທີມງານພວກເຮົາທຸກຄົນຮັກພາສາລາວ ຢາກສົ່ງເສີມການນຳໃຊ້ພາສາລາວໃນໂລກອອນໄລທີ່ຍັງເປັນເລື່ອງໃຫມ່ ທີ່ຍັງມີຈຸດອ່ອນ ທີ່ຍັງມີຄົນນຳໃຊ້ບໍ່ຫລາຍ ແຕ່ການສຳພາດອອກເປັນພາສາໄທນັ້ນ ກໍເນື່ອງຈາກມີຄວາມຈຳເປັນຫລາຍຢ່າງດັ່ງທີ່ກ່າວມາ.

ເພາະວ່າກ່ອນການສຳພາດນັ້ນ ພວກເຮົາກໍໄດ້ພິຈາລະນາຫລາຍໆເຫດຜົນ ຈຶ່ງສະຫລຸບອອກມາໃຫ້ເປັນແນວນັ້ນ

- ຖ້າບໍ່ສຳພາດ ກໍເທົ່າກັບວ່າຕັດໂອກາດໃນການເຜີຍແຜ່ຂໍ້ມູນຂ່າວສານຂອງປະເທດ
- ຖ້າເວົ້າລາວ ກໍກາຍເປັນສຳພາດບໍ່ສຸດ (ລາຍການອອກອາກາດສົດ ເວລາເພິ່ນຈຳກັດ)
- ຖ້າເວົ້າລາວປົນໄທ ໃນບາງຄຳເພື່ອໃຫ້ທາງໄທເຂົ້າໃຈ ກໍກາຍເປັນການເວົ້າພາສາຊອດກະຈາ ເຊິ່ງຂໍ້ນີ້ພວກເຮົາຍອມຮັບບໍ່ໄດ້ທີ່ຈະໄປເວົ້າພາສາຊອດກະຈາ ເຊິ່ງເປັນການທຳລາຍພາສາໂຕເອງໂດຍກົງເລີຍ

ໃນສະພາບການແບບນັ້ນທາງທີມງານກໍເຫັນວ່າທາງເລືອກທີ່ເຫມາະທີ່ສຸດຄືເວົ້າພາສາເຈົ້າບ້ານ ກໍເປັນການເຫມາະສົມທີ່ສຸດເພາະລາຍການແມ່ນອອກອາກາດໃຫ້ຄົນໄທເບິ່ງ

ດັ່ງນັ້ນຈຶ່ງຢາກຮຽນແຈ້ງໃຫ້ທຸກທ່ານເຂົ້າໃຈເຖິງສາເຫດດັ່ງນີ້ ໃນໂຕຈິງຕ່າງຝ່າຍຕ່າງກໍມີຄຳເຫັນໃນລັກສະນະສ້າງສັນ ລັກສະນະທີ່ເປັນຫ່ວງ ເຊິ່ງພວກເຮົາຂໍນ້ອມຮັບທຸກຄຳຕຳຫນິ ທາງທີມງານຕ້ອງກ່າວຂໍໂທດຂໍອາໄພນຳພີ່ນ້ອງຄົນລາວກັບເຫດການດັ່ງກ່າວ ແລະຈະນຳມາປັບປຸງເພື່ອໃຫ້ໃນຕໍ່ຫນ້າບໍ່ມີບັນຫາເກີດຂຶ້ນອີກ.
ດ້ວຍຄວາມຮັກແພງ ທີມງານ e-Corner.

 ຫາກຈະໃຫ້ຖືກຕ້ອງຕາມຫຼັກສາກົນແລ້ວ

໑. ຢູ່ເມືອງໄທຍ ເວົ້າກັບຄົນໄທຍ ຄວນເວົ້າພາສາໄທຍ ຈຶ່ງຖືກ, ກົງກັນຂ້າມ ຢູ່ເມືອງລາວ ເວົ້າກັບຄົນລາວ ຕ້ອງເວົ້າພາສາລາວ ຈຶ່ງຖືກຕ້ອງ(ອັນນີ້ ໃຊ້ໄດ້ສະເພາະພາສາລາວກັບພາສາໄທຍ ເທົ່ານັ້ນ ເພາະຄົນລາວ-ກັບຄົນໄທຍ ເວົ້າພາສາດຽວກັນຕ່າງແຕ່ສຳນຽງ ເໝືອນຫັບຄົນຈຳປາສັກ ເວົ້າກັບຄົນຊຳເໜືອເທົ່ານັ້ນ ຕ່າງຄວາມເວົ້າ ພຽງແຕ່ຄລັບກັບຜົມ ສັນ ແລະເທີເທົ່ານັ້ນ)

໒. ກໍຣະນີໜຶ່ງອີກທີ່ຖືວ່າ ເປັນສາກົນເວົ້າກັບຄົນຊາດໃດກໍເອົາພາສາ ນັ້ນໆ ໄປເວົ້ານຳກັນ ແຕ່ຖ້າວ່າທັງສອງບໍ່ສາມາດພາສາຂອງກັນໄດ້ ກໍໃຫ້ເວົ້າພາສາກາງ (ອັງກິດຫຼືຝຣັ່ງ) ຫາກທັງສອງບໍ່ໄດ້ພາສາອັງກິດ ຝຣັ່ງ ກໍຕ້ອງໃຊ້ນາຍແປພາສາ (ທາງຊຽງຮຸ່ງວ່າ ນາຍປີ້ນພາສາ ຫຼືນາຍພິກພາສາ)

__________________
ສາຍເຊລຳເພົາ

Date:

ສາຍເຊລຳເພົາ wrote:

 ເພີ່ມໃຫ້ແຈ້ງໆຊັດໆໆ

໑. ຄົນລາວ ເວົ້າກັບຄົນໄທຍ ຢູ່ເມືອງໄທຍ ຕ້ອງເວົ້າພາສາໄທຍ

໒. ຄົນລາວເວົ້າກັບຄົນໄທຍ ຢູ່ເມືອງລາວ ຕ້ອງເວົ້າພາສາລາວ

໓. ຄົນລາວເວົ້າລາວ ຄົນໄທຍເວົ້າໃນສົນທະນາກັນຢູ່ປະເທດໃດກໍບໍ່ຜິດ ເພາະເຂົ້າໃຈກັນຢູ່ແລ້ວ ແຕ່ຖ້າຄົນລາວເວົ້າລາວ ຄົນໄທຍຟັງບໍ່ໄດ້ກໍເປັນເລື່ອງຂອງເຂົາ ບໍ່ຄວນສົນທະນາກັບຄົນນັ້ນ ເປັນອັນແລ້ວເລື່ອງ.

໔. ຫາກບໍ່ເວົ້າພາສາລາວ ກໍໃຊ້ພາສາກາງ ອັງກິດ ແລະຝຣັ່ງ ຈີນ ແລະອື່ນໆ ກໍແລ້ວເລື່ອງ

໕. ວິທີສຸດທ້າຍໃຊ້ນາຍພາສາແປ ກໍແລ້ວເລື່ອງຄືກັນ

(ອັນນີ້ເວົ້າຕາມຫຼັກສາກົນ)

__________________
Anonymous

Date:

Anonymous wrote:

ອືມ...ແມ່ນແທ້ຫວະກັບເຫດຜົນທີ່ຍົກຂື້ນມາຊີ້ແຈງ

ບໍ່ແມ່ນເວລາເຮັດບໍ່ໄດ້ຄິດຫຍັງເລີຍຕິຜົນມັນຈິງອອກມາຢ່າງທີ່ເຫັນ

ແຕ່ຖ້າແມ່ນຄິດດີແລ້ວໄດ້ຊຳນີ້ ກໍ່ຄວນພິຈາລະນາຕົນເອງຄືນ

ບໍ່ຊັ້ນມັນຈະບໍ່ເຫມາະສົມກັບຄຳວ່າ " ສື່ມວນຊົນດ້ານໄອທີຂອງລາວ "

" ຢ່າໄດ້ເອົາຄວາມມັກງ່າຍ ມາທຳລາຍຄວາມເປັນລາວ "

ເຫັນດີນຳເດີ້. ມັນບໍ່ແມ່ນວ່າເຂົາເຈົ້າມັກງ່າຍດອກ ຍ້ອນຄວາມບໍ່ຮັກຊາດຫຼາຍກ່ອນ, ເທີດທູນວົງການໄອທີຂອງໄທຍ ພໍເຂົາມາສຳພາດ ຟ້າວໂດດໃສ່ ແບບບໍ່ໃຊ້ມັນສະໝອງຄິດວ່າມັນສົມຄວນຫຼືບໍ່ສົມຄວນ.​ ຖ້າເຂົາເຈົ້າຈະຮຽນຮູ້ແດ່ຈະຮູ້ໃນໂຕໂລດວ່າກະຊວງວັດທະນາທຳລາວ ບໍ່ເຄີຍອະນຸຍາດໃຫ້ຄົນລາວ ຫຼືສີນລະປີນລາວຜູ້ໃດ ເວລາໄປສຳພາດນຳໄທຍ ແລ້ວໃຊ້ພາສາໄທຍໄດ້.​ຖ້າວ່າໃຊ້ຄຳຕາງຫນ້າລາວ ຕ້ອງຮູ້ວ່າຄວນຈະວາງໂຕແນວໃດ ນຸ່ງຖືແນວໃດ ເວົ້າພາສາຫຍັງ ອັນນີ້ແມ່ນຄວາມຮູ້ພື້ນຖານຂອງພື້ນຖານ

ຂອງຄົນລາວທົ່ວໆໄປທີ່ຄວນຈະຮູ້ ສະເຫນີໃຫ້ທີມງານອີຄອນເນີ້ກັບໄປໂຮງຮຽນແລະຮຽນຄືນໃໝ່.

ບໍ່ແມ່ນຄິດວ່າໂຕເອງເກັ່ງໄອທີແລ້ວສຸດໆແລ້ວ ເລື່ອງອື່ນບໍ່ແຄບໍ່ສົນ ແລ້ວຢ່າໄດ້ວ່າຫຼົງໂຕເອງ

ວ່າເປັນຕົວແທນໄອທີຂອງລາວ. ດີແທ້ ສະເຫນີໃຫ້ກະຊວງວັດທະນາທຳ ສັ່ງປິດລາຍການນີ້ຊະ

ເພື່ອຈະໄດ້ບໍ່ເປັນແບບຢ່າງທີ່ບໍ່ດີໃຫ້ແກ່ຄົນລຸ້ນຫຼັງທີ່ກຳລັງເຮີ່ກັບສັງຄົມໄທຍ ຈົນລືມຄວາມຮັກຊາດຂອງ

ໂຕເອງ. ທີມງານອີຄອນເນີ້ ຍັງດ້ອຍທາງດ້ານຄວາມຄິດເກີນໄປ ທີ່ຈະເຮັດລາຍການສື່ມວນຊົນ ອອກອາກາດໃຫ້ຄົນລາວເບີ່ງໄດ້.

__________________
Anonymous

Date:

ใจเย็น ๆ กันนะครับ

ในฐานะคนไทยผมก็เข้าใจความรู้สึกคนลาวที่ไม่อยากให้คนลาวพูดไทยกัน อยากให้รักษาภาษาลาวไว้

แต่เรื่องนี้ทีมงานเขาก็แจ้งเหตุผลมาแล้ว และ ผมมองว่ามันก็เป็นสิทธิ์ของเขานะที่อยากจะสัมภาษณ์เป็นภาษาอะไร จะไทยหรือลาว คนลาวหรือคนไทยก็ฟังออก แหละ จะแปลกซะอีกถ้า ลาวกับไทย คุยกันเป็นภาษาอังกฤษ

อันนี้ต้องเข้าใจจุดนึงนะครับ คือ คนไทย ไม่ใช่ทุกคนจะฟังภาษาลาวออกหมด ยิ่งคนภาคใต้ หรือกรุงเทพ ที่แทบจะไม่ได้ฟังภาษาลาวบ่อย ๆ อาจไม่เข้าใจภาษาลาวทั้งหมด

ในขณะที่คนลาวส่วนใหญ่ คนปฏิเสธไม่ได้ว่า ได้รับสื่อไทยอยู่ตลอดเวลา และเข้าใจภาษาไทยเป็นอย่างดี เพราะฉะนั้น คนไทยพูดไทยกับคนลาว คนลาวจึงเข้าใจหมด เผลอ ๆ หลาย ๆ คนรู้เรื่องเมืองไทยดกว่าคนไทยหลาย ๆ คนซะอีก

คืออ่านความเห็นแล้วรู้สึกเห็นใจทีมงาน Lao E-corner หนะครับ

อันนี้เป็นความเห็นผมคนเดียวถ้าทำให้รู้สึกไม่สบายใจก็ขออภัยเป็นอย่างสูง  ຂອບໃຈຫຼາຍໆ

     ຖ້າທໍລະທັດໄທຍຢາກສຳພາດລາວ ຕ້ອງຊອກລາມແປເອງ, ບໍ່ແມ່ນຈະໃຫ້ ທໍລະທັດລາວ ຕອບເປັນພາສາໄທຍ ຜ່ານທໍລະທັດ ມັນບໍ່ເໝາະສົມແລະບໍ່ຖືກຕ້ອງ. ຖ້າສຶບຕໍ່ເຮັດແນວນີ້ຈະເຮັດໃຫ້ຄົນລາວເວົ້າພາສາໄທຍໄປເລີຍ ເຂົາຮ້ອງວ່າຖືກກືນກີນແລະເຊື່ອມຊືມແນວຄວາມຄິດໂດຍບໍ່ຮູ້ສຶກໂຕ.

__________________
Anonymous

Date:

ຄົນອີສານເກືອບ ສາມສິບລ້ານຄົນລ້ວນແຕ່ຄົນລາວກໍບໍ່ມັກເວົ້າພາສາລາວຍ້ອນແນວຄິດກືນກິນຊາດຂອງໄທ

ຈິ່ງຫັນເຫແນວຄິດຈິດໃຈເຂົາເຈົ້າ,ປານນັ້ນລູກຫລານຄົນອີສານຮຸ່ນໃໝ່ເຂົາປະຕິເສດທີ່ຈະມີເຊື້ອຊາດວ່າເປັນລາວ

ແລະຖ້າພວກເຮົາບໍ່ສະກັດກັ້ນລູກຫລານລາວຝັ່ງຊ້າຍໃຫ້ມີອຸດົມການອັນສູງສົ່ງຕໍ່ເຊື້ອຊາດເຜົ່າພັນກໍຄົງລຳບາກ

ເນື່ອງຈາກໄທຍາມໃດກໍຢາກກືນກິນທັງແຜ່ນດິນແລະວັດທະນະທັມ, ແມ້ກະທັ້ງແຄນທີ່ເປັນດົນຕຣີພື້ນເມືອງ

ລາວເຂົາກໍຍັງວ່າແມ່ນເປັນຂອງໄທ, ປາແດກກິ່ນເໝັນໆເຂົາກໍຍັງວ່າພູມປັນຍາຊາວໄທປະດິດສ້າງມາທັ້ງທີ່

ເປັນອາຫານທຸກຄາບເຂົ້າແລງງາຍຂອງຄົນລາວແທ້ໆ

__________________
Anonymous

Date:

Anonymous wrote:

ใจเย็น ๆ กันนะครับ

ในฐานะคนไทยผมก็เข้าใจความรู้สึกคนลาวที่ไม่อยากให้คนลาวพูดไทยกัน อยากให้รักษาภาษาลาวไว้

แต่เรื่องนี้ทีมงานเขาก็แจ้งเหตุผลมาแล้ว และ ผมมองว่ามันก็เป็นสิทธิ์ของเขานะที่อยากจะสัมภาษณ์เป็นภาษาอะไร จะไทยหรือลาว คนลาวหรือคนไทยก็ฟังออก แหละ จะแปลกซะอีกถ้า ลาวกับไทย คุยกันเป็นภาษาอังกฤษ

อันนี้ต้องเข้าใจจุดนึงนะครับ คือ คนไทย ไม่ใช่ทุกคนจะฟังภาษาลาวออกหมด ยิ่งคนภาคใต้ หรือกรุงเทพ ที่แทบจะไม่ได้ฟังภาษาลาวบ่อย ๆ อาจไม่เข้าใจภาษาลาวทั้งหมด

ในขณะที่คนลาวส่วนใหญ่ คนปฏิเสธไม่ได้ว่า ได้รับสื่อไทยอยู่ตลอดเวลา และเข้าใจภาษาไทยเป็นอย่างดี เพราะฉะนั้น คนไทยพูดไทยกับคนลาว คนลาวจึงเข้าใจหมด เผลอ ๆ หลาย ๆ คนรู้เรื่องเมืองไทยดกว่าคนไทยหลาย ๆ คนซะอีก

คืออ่านความเห็นแล้วรู้สึกเห็นใจทีมงาน Lao E-corner หนะครับ

อันนี้เป็นความเห็นผมคนเดียวถ้าทำให้รู้สึกไม่สบายใจก็ขออภัยเป็นอย่างสูง  ຂອບໃຈຫຼາຍໆ

       ຜ່ານໆມາຂ້ອຍເຫັນນັກຮ້ອງລາວແລະນັກສະແດງລາວໄປສຳພາດລາຍການຢູ່ໄທຍຫຼາຍຄົນ ກໍ່ບໍ່ມີໃຜດັດຈະລິດເວົ້າສຳພາດເປັນພາສາໄທຍຈັກຄົນ ເຂົາເຈົ້າກໍ່ຖ່າຍທອດເປັນພາສາລາວ ຄົນໄທຍເຂົາກໍ່ເຂົ້າໃຈພວກທີມງານອີຄອນເນີ້ຫາກຢາກດັດຈະລິດ ບໍ່ມີສະຕິຊາດ ສະນັ້ນເຈົ້າບໍ່ຕ້ອງແກ້ໂຕຕາງເຂົາເຈົ້າກະໄດ້ ພວກບໍ່ມີສະຕິຊາດຄືແນວນີ້ ສົມຄວນຖືກລົງໂທດ.

__________________
Anonymous

Date:

ສະເໜີລັດຖະບານປິດ ອີຄອນເນີໂດຍໄວເທົ່າທີ່ຈະໄວໄດ້

__________________
Anonymous

Date:

Anonymous wrote:

ຄົນອີສານເກືອບ ສາມສິບລ້ານຄົນລ້ວນແຕ່ຄົນລາວກໍບໍ່ມັກເວົ້າພາສາລາວຍ້ອນແນວຄິດກືນກິນຊາດຂອງໄທ

ຈິ່ງຫັນເຫແນວຄິດຈິດໃຈເຂົາເຈົ້າ,ປານນັ້ນລູກຫລານຄົນອີສານຮຸ່ນໃໝ່ເຂົາປະຕິເສດທີ່ຈະມີເຊື້ອຊາດວ່າເປັນລາວ

ແລະຖ້າພວກເຮົາບໍ່ສະກັດກັ້ນລູກຫລານລາວຝັ່ງຊ້າຍໃຫ້ມີອຸດົມການອັນສູງສົ່ງຕໍ່ເຊື້ອຊາດເຜົ່າພັນກໍຄົງລຳບາກ

ເນື່ອງຈາກໄທຍາມໃດກໍຢາກກືນກິນທັງແຜ່ນດິນແລະວັດທະນະທັມ, ແມ້ກະທັ້ງແຄນທີ່ເປັນດົນຕຣີພື້ນເມືອງ

ລາວເຂົາກໍຍັງວ່າແມ່ນເປັນຂອງໄທ, ປາແດກກິ່ນເໝັນໆເຂົາກໍຍັງວ່າພູມປັນຍາຊາວໄທປະດິດສ້າງມາທັ້ງທີ່

ເປັນອາຫານທຸກຄາບເຂົ້າແລງງາຍຂອງຄົນລາວແທ້ໆ

 ແມ່ນແລ້ວ ໄທຍສ່ວນຫຼາຍມັກໃຊ້ວິທີການແຊກແຊງແລະເສື່ອມຊືມແນວຄວາມຄິດນຳກຸ່ມຄົນລາວຜູ້ທີ່ມັນ

ບໍ່ມີສະຕິຮັກຊາດ ບໍ່ມີສະໝອງຄິດ ທີ່ມັກເຮີ່ກັບສັງຄົມແລະຄວາມຈະເລີນຂອງໄທຍ ຄືພວກທີມງານອີຄອນເນີ້

ນີ້ແຫລະ. ເຮັດຜິດຍັງມາແກ້ໂຕວ່າ ຢ້ານເສຍໂອກາດ ຢ້ານຄົນໄທຍບໍ່ເຂົ້າໃຈ ສີນລະປິນລາວແຕ່ລະຄົນເຂົາ

ໄປສຳພາດຮອດເມືອງໄທຍ ເຂົາຍັງນຸ່ງສີ້ນ ປາກພາສາລາວ. ອັນວ່າຊາດພວກເຈົ້າຢູ່ເມືອງລາວແທ້ໆ ສຳພາດ

ອອກອາກາດໃຫ້ຄົນລາວເບີ່ງແທ້ໆ ຍັງດັດຈະລິດເວົ້າເປັນພາສາໄທຍ. ບໍ່ຮູ້ວ່າກະຊວງວັດທະນາທຳເຮັດຫຍັງຢູ່

ສົມຄວນລະເບາະທີ່ຈະໃຫ້ ກຸ່ມຄົນບໍ່ຮູ້ຈັກຄິດແນວນີ້ ສືບຕໍ່ດຳເນີນລາຍການໃຫ້ຄົນລາວເບີ່ງ.

__________________
Anonymous

Date:

Anonymous wrote:

ສະເໜີລັດຖະບານປິດ ອີຄອນເນີໂດຍໄວເທົ່າທີ່ຈະໄວໄດ້

         ຂ້ອຍເຫັນດີ ບໍ່ຄວນຈະໃຫ້ອີຄອນເນີ້ ດຳເນີນລາຍການຕໍ່ ມັນບໍ່ຮູ້ຈັກຄິດ ບໍ່ມີສະຕິຮັກຊາດ ຍັງມາແກ້ໂຕນໍ້າຂຸ່ນໆຄືແນວນີ້ ປິດມັນໂລດ. ເດັກນ້ອຍລຸ້ນໃໝ່ຈະໄດ້ບໍ່ເອົາໄປເປັນແບບຢ່າງ .

__________________
Anonymous

Date:

ອືມ...ແມ່ນແທ້ຫວະກັບເຫດຜົນທີ່ຍົກຂື້ນມາຊີ້ແຈງ

ບໍ່ແມ່ນເວລາເຮັດບໍ່ໄດ້ຄິດຫຍັງເລີຍຕິຜົນມັນຈິງອອກມາຢ່າງທີ່ເຫັນ

ແຕ່ຖ້າແມ່ນຄິດດີແລ້ວໄດ້ຊຳນີ້ ກໍ່ຄວນພິຈາລະນາຕົນເອງຄືນ

ບໍ່ຊັ້ນມັນຈະບໍ່ເຫມາະສົມກັບຄຳວ່າ " ສື່ມວນຊົນດ້ານໄອທີຂອງລາວ "

" ຢ່າໄດ້ເອົາຄວາມມັກງ່າຍ ມາທຳລາຍຄວາມເປັນລາວ "

ເຫັນດີນຳເດີ້. ມັນບໍ່ແມ່ນວ່າເຂົາເຈົ້າມັກງ່າຍດອກ ຍ້ອນຄວາມບໍ່ຮັກຊາດຫຼາຍກ່ອນ, ເທີດທູນວົງການໄອທີຂອງໄທຍ ພໍເຂົາມາສຳພາດ ຟ້າວໂດດໃສ່ ແບບບໍ່ໃຊ້ມັນສະໝອງຄິດວ່າມັນສົມຄວນຫຼືບໍ່ສົມຄວນ.​ ຖ້າເຂົາເຈົ້າຈະຮຽນຮູ້ແດ່ຈະຮູ້ໃນໂຕໂລດວ່າກະຊວງວັດທະນາທຳລາວ ບໍ່ເຄີຍອະນຸຍາດໃຫ້ຄົນລາວ ຫຼືສີນລະປີນລາວຜູ້ໃດ ເວລາໄປສຳພາດນຳໄທຍ ແລ້ວໃຊ້ພາສາໄທຍໄດ້.​ຖ້າວ່າໃຊ້ຄຳຕາງຫນ້າລາວ ຕ້ອງຮູ້ວ່າຄວນຈະວາງໂຕແນວໃດ ນຸ່ງຖືແນວໃດ ເວົ້າພາສາຫຍັງ ອັນນີ້ແມ່ນຄວາມຮູ້ພື້ນຖານຂອງພື້ນຖານ

ຂອງຄົນລາວທົ່ວໆໄປທີ່ຄວນຈະຮູ້ ສະເຫນີໃຫ້ທີມງານອີຄອນເນີ້ກັບໄປໂຮງຮຽນແລະຮຽນຄືນໃໝ່.

ບໍ່ແມ່ນຄິດວ່າໂຕເອງເກັ່ງໄອທີແລ້ວສຸດໆແລ້ວ ເລື່ອງອື່ນບໍ່ແຄບໍ່ສົນ ແລ້ວຢ່າໄດ້ວ່າຫຼົງໂຕເອງ

ວ່າເປັນຕົວແທນໄອທີຂອງລາວ. ດີແທ້ ສະເຫນີໃຫ້ກະຊວງວັດທະນາທຳ ສັ່ງປິດລາຍການນີ້ຊະ

ເພື່ອຈະໄດ້ບໍ່ເປັນແບບຢ່າງທີ່ບໍ່ດີໃຫ້ແກ່ຄົນລຸ້ນຫຼັງທີ່ກຳລັງເຮີ່ກັບສັງຄົມໄທຍ ຈົນລືມຄວາມຮັກຊາດຂອງ

ໂຕເອງ. ທີມງານອີຄອນເນີ້ ຍັງດ້ອຍທາງດ້ານຄວາມຄິດເກີນໄປ ທີ່ຈະເຮັດລາຍການສື່ມວນຊົນ ອອກອາກາດໃຫ້ຄົນລາວເບີ່ງໄດ້.

___________________________________

ເຫັນດີນຳທັງສອງທ່ານທີ່ກ່າວມາ ຖ້າຄິດຮອບຄອບແລ້ວໄປເຮັດເຊັ່ນນີ້ຍິ່ງຄວນພິຈາລະນາຕົນເອງໄວໆ, ເຊິ່ງໃນ

ຖານະບໍ່ມີແນວຄິດແລະມັນສະໝອງທີ່ຈະຄິດໃຫ້ເລິກກ່ວານີ້. ຖ້າພວກທ່ານທິມງານອີຄອນເນີເຮັດໜ້າ

ທີ່ນີ້ຕໍ່ໄປກໍຄົງເສຍຫາຍຕໍ່ສ່ວນລວມແນນອນ ຊາມຊາຄິດຊໍ່ານີ້ຍັງບໍ່ໄດ້ກໍຄວນເບີ່ງຕົນເອງຄືນ

__________________

Member

Status: Offline
Posts: 21
Date:

I'm Thai but I think that reasons of e-corner programme do not make sense.

If TV programme in Thailand wants to get information from Laos by interviewing lao people, it has to accept a reply in lao language. Why did e-corner (the giving side) has to please Thai TV programme (the begging side) that much? Both languages are quite similar, even though one side may not understand 100% of another side's utterances but the context will help both sides acknowledge an overall message. Time limit doesn't matter.

Anyway, I know that e-corner has a good intention to render hospitality. So this case should not be taken so serious as to withdraw the programme. Please forgive e-corner, I believe that it will be more careful next time.

ขออนุญาตพิมพ์เป็นภาษาไทยด้วยนะคะ (จะได้ยืนยันว่าเป็นคนไทยจริงๆ อย่าเข้าใจผิดเป็นอื่นนะคะ)

ดิฉันเป็นคนไทยแต่คิดว่าคำชี้แจงของรายการ e-corner ไม่ค่อยเป็นเหตุเป็นผลเท่าไรนัก

ถ้ารายการทีวีของไทยต้องการข้อมูลจากลาวด้วยการสัมภาษณ์คนลาว ก็ต้องยอมรับภาษาของผู้ให้สัมภาษณ์ ทำไมรายการ e-corner ซึ่งเป็นผู้ให้ข้อมูล จะต้องเอาใจรายการทีวีของไทย ซึ่งเป็นฝ่ายไปขอข้อมูล มากมายขนาดนั้นด้วยล่ะ ภาษาทั้งสองคล้ายกันมาก แม้ว่าฝ่ายหนึ่งอาจจะไม่เข้าใจอีกฝ่ายหนึ่งได้ 100% แต่บริบท (ถ้อยคำแวดล้อม) จะช่วยให้ทั้งสองฝ่ายเข้าใจภาพรวมของการสนทนาไปเองแหละ การมีเวลาจำกัดไม่ใช่ปัญหา

อย่างไรก็ตาม ทางรายการ e-corner ก็มีเจตนาดีที่จะให้ความอนุเคราะห์ด้วยน้ำใจอันงาม เพราะฉะนั้น กรณีนี้อย่าถือโทษกันถึงขั้นร้องเรียนให้ถอดรายการออกเลยค่ะ ให้อภัยทางรายการ e-corner เถอะ เชื่อว่าทางรายการคงจะระมัดระวังมากกว่านี้ในโอกาสต่อไป

__________________
Anonymous

Date:

ผมเห็นด้วยนะ กับคำชี้แจงของรายการ Lao E-corner

และผมรู้สึกสงสารและเห็นใจรายการLao E-corner ด้วยซ้ำ

ความจริง มันไม่ควรจะเป็นปัญหาด้วยซ้ำไป

ถ้าคนไทยพูดภาษาลาวได้ แล้วให้ัสัมภาษสื่อลาวเป็นภาษาลาว มันไม่ได้ทำให้ผมรู้สึกไม่ดีหรือต่อว่าคนไทยเลยแม้แต่นิดเดียว มันไม่ควรจะเอามาเป็นปัญหาด้วยซ้ำไป

ดาราลาวในไทย พูดไทย ให้สัมภาษณ์เป็นภาษาไทย ก็เห็นปกติดี ไม่เห็นออกมาแอนตี้เลยนิ

แล้วเรื่องเล็กๆแค่นี้ ผมมองว่าเล็กนะ เอามาขยายความให้มันเป็นปัญหาได้ไง

ผมว่าคนลาวใจกว้างนะ เรื่องแค่นี้ทำไมใจแคบจังเลยครับ

ผมเห็นหลายคนทับถมรายการLao E-corner แรงจังครับ

แล้วรายการ แบ๋ไต๋ มันรายการไทยไม่ใช่เหรอครับ ไม่ใช่ไปพูดไทยในรายการทีวีลาวสักหน่อย นี้ถ้าให้สัมภาษณ์เป็นภาษาเวียดนาม จีน คงจะชมกันใหญ่กว่าเก่งภาษาต่างประเทศ

__________________
Anonymous

Date:

นักข่าวไทยคนนี้ เขาเรียนจบจากญี่ปุ่น

สื่อญี่ปุ่น มาสัมภาษณ์เกี่ยวกับน้ำท่วมไทย

ไก่ ภาษิต ก็ให้สัมภาษณ์เป็นภาษาญี่ปุ่น เก่งจัง

แต่กล้ากลับกัน

ถ้านักข่าวคนนี้เป็นคนลาว

สงสัยจะไม่ยอมพูดญี่ปุ่น แต่จะพูดลาวหรือพูดอังกฤษ แล้วให้สื่อญี่ปุ่นไปแปลเอาเอง จบ

11-11-52-431485667.gif

ອັນນີ້ມັນຄົນລະປະເດັນກັນບໍ່ໄດ້ກ່ຽວກັນເລີຍ, ຖ້າພາສາໄທກັບລາວບໍ່ເຂົ້າໃຈກັນແບບພາສາ ຂະເໝນ

ກັບລາວມັນກໍອາດສຳພາດເປັນພາສາຂະເໝັນໄດ້ ອັນນີ້ລາວແລະໄທມັນບໍ່ຕ່າງຫຍັງກັນບໍ່ຄວນຈະມາແປ

ທັບສັບໃຫ້ມັນລິ້ນພົງໄປເລີຍ

__________________
Anonymous

Date:

Anonymous wrote:

นักข่าวไทยคนนี้ เขาเรียนจบจากญี่ปุ่น

สื่อญี่ปุ่น มาสัมภาษณ์เกี่ยวกับน้ำท่วมไทย

ไก่ ภาษิต ก็ให้สัมภาษณ์เป็นภาษาญี่ปุ่น เก่งจัง

แต่กล้ากลับกัน

ถ้านักข่าวคนนี้เป็นคนลาว

สงสัยจะไม่ยอมพูดญี่ปุ่น แต่จะพูดลาวหรือพูดอังกฤษ แล้วให้สื่อญี่ปุ่นไปแปลเอาเอง จบ

11-11-52-431485667.gif

 ເຫັນດີກັບຄໍາເຫັນນິ້ເປັນຢ່າງຍີ່ງ

ແລະອິກເລື່ອງໜື່ງທີ່ວ່າຢາກໃຫ້ຢຸດລາຍການ e-cornerໄປເລີຍຍ້ອນການອອກສໍາພາດເປັນພາສາໄທນັ້ນ, ຢາກໃຫ້ພວກທ່ານຄິດເບີ່ງວ່າ ເພງລາວໃນປະຈຸບັນ ສ່ວນຫຼາຍມີສໍານຽງ ທໍານອງອອກເປັນເພງໄທເປັນສ່ວນໃຫຍ່! ຖ້າບໍ່ຟັງດີໆ ຄິດວ່າແມ່ນເພງໄທຊໍ້າ!!

ແລ້ວເລື່ອງແນວນິໍຄືບໍ່ບອກໃຫ້ລັດຖະບານໄປກວດສອບແລ້ວຢຸດເພງນັ້ນເລີຍລະ!

 ຂໍຖາມແດ່ ເຈົ້າເປັນຄົນລາວຢູ່ບໍ່? ຈິດສຳນືກຮັກຊາດ ຮັກພາສາ ຮັກວັດທະນະທຳ

ມັນຫາຍໄປໃສຫມົດ ເປັນຫຍັງໄປເຫັນດີເຫັນພ້ອມກັບເຂົາໂດຍບໍ່ແຍກແຍະ ຄວາມຜຶດຖືກ

ຄວາມເຫມາະສົມ ຄວາມແຕກຕ່າງ ທີ່ເຂົາເວົ້າມັນຄົນລະປະເດັນກັນ ໄທກັບຍີ່ປຸ່ນຢູ່ຄົນລະທີບກັນ

ພາສາວັດທະນະທຳກໍ່ບໍ່ມີສ່ວນໃດຄືກັນເລີຍຈັກຫນ໋ອຍ ແຕກຕ່າງກັບ ລາວ-ໄທ ພາສາແລະວັດທະນະທຳ

ເກືອບຈະເປັນອັນດຽວກັນຢູ່ແລ້ວ ດັ່ງນັ້ນບໍ່ຈຳເປັນທີ່ຄົນລາວຈະໄປເວົ້າໄທ ໃຫ້ຄົນໄທຟັງ

ຄົນລາວເວົ້າລາວ ຄົນໄທຟັງກໍ່ເຂົ້າໃຈ ,ຄົນໄທເວົ້າໄທ ຄົນລາວຟັງກໍ່ເຂົ້າໃຈ

ຖ້າຄົນລາວຄິດແບບນີ້ຫມົດ ພາສາລາວ ວັດທະນະທຳລາວ ຄົງຖືກໄທກືນກິນຫົມດ

__________________
Anonymous

Date:

ໂອຍນໍ້ພວກເຈົ້າຖຽງກັນໄປຖຽງກັນມາໃຫ້ມັນຍືດຍາວແລ້ວມັນເຮັດໃຫ້ທີວີລາວມີລາຍການ
ເພີ້ມຂຶ້ນອີກກະພໍວ່ານຳແນ່!
ໃຫ້ພວກເຈົ້າສຳນຶກຄຶດເບິ່ງດຸແຕ່ປະເທດອື່ນເຂົາມີລາຍການທີວີດົນກວ່າຄົນລາວເຮົາຕັ້ງ
ເປັນ໕໐ກວ່າປີພ່ານມາເຂົາກໍຍັງມີຄວາມຜິດພາດຈົນນັບເທື່ອບໍ່ໄດ້ກະເສີນວ່າລາວເຮົາຫາກໍ່

ຮູ້ຈັກເຮັດລາຍການອອກທີວີບໍ່ຮອດເທົ່ໃດປີກະສິບໍ່ໃຫ້ມີຄວາມຜິດພາດມັນເປັນໄປບໍ່ໄດ້
ດອກ! ທາງທີ່ດີແລ້ວຫົວໜ້າອີຄອນເນີ້ຄວນຮັບສາລະພາດຄວາມຜິດພາດທີ່ເຮັດໃຫ້ຜູ້
ຊົມຢູ່ທາງບ້ານໄດ້ເກີດມີຄວາມບໍ່ພໍໃຈນຳແລ້ວກໍຄອ່ຍປັບປຸງເຮັດໃຫ້ດີຂຶ້ນເລື້ຍໆໄປເພື່ອ
ຈະໄດ້ດຶງດູດເອົາໃຈຂອງຜູ້ຊົມຢູ່ທາງບ້ານໃໝ່ອີກ. ຄວາມຜິດພາດເທົ່ານີ້ມັນກໍຄວນໃຫ້ອາໄພກັນໄດ້ຢູ່ຕີ້ເພື່ອເປັນການໃຫ້ໂອກາດຜູ້ຈັດລາຍການນີ້ດັດແປງຄວາມ

ຂາ້ດຕົກບົກຜ່ອງຂອງອີຄອນເນີ້ໃຫ້ດີຂຶ້ນເພື່ອບໍ່ໃຫ້ທີວີຕ້ອງຂ້າດລາຍການໄປອີກ.

ໃຫ້ເຫັນໃຈຊຶ່ງກັນແລະກັນເທີ້ນພີ່ນອ້ງເອີຍ,

__________________
Anonymous

Date:

ຄົນຕໍແຫລຫັນເດ້ມັນບໍ່ເຂົ້າໃຈພາສາລາວນາ

__________________
Anonymous

Date:

Anonymous wrote:

ຄົນຕໍແຫລຫັນເດ້ມັນບໍ່ເຂົ້າໃຈພາສາລາວນາ

 ເຈົ້າໝາຍເຖິງໃຜ????

__________________
Anonymous

Date:

 ຂໍຖາມແດ່ ເຈົ້າເປັນຄົນລາວຢູ່ບໍ່? ຈິດສຳນືກຮັກຊາດ ຮັກພາສາ ຮັກວັດທະນະທຳມັນຫາຍໄປໃສຫມົດ ເປັນຫຍັງໄປເຫັນດີເຫັນພ້ອມກັບເຂົາໂດຍບໍ່ແຍກແຍະ ຄວາມຜຶດຖືກຄວາມເຫມາະສົມ ຄວາມແຕກຕ່າງ ທີ່ເຂົາເວົ້າມັນຄົນລະປະເດັນກັນ ໄທກັບຍີ່ປຸ່ນຢູ່ຄົນລະທີບກັນພາສາວັດທະນະທຳກໍ່ບໍ່ມີສ່ວນ

ໃດຄືກັນເລີຍຈັກຫນ໋ອຍ ແຕກຕ່າງກັບ ລາວ-ໄທ ພາສາແລະວັດທະນະທຳ

ເກືອບຈະເປັນອັນດຽວກັນຢູ່ແລ້ວ ດັ່ງນັ້ນບໍ່ຈຳເປັນທີ່ຄົນລາວຈະໄປເວົ້າໄທ ໃຫ້ຄົນໄທຟັງ

ຄົນລາວເວົ້າລາວ ຄົນໄທຟັງກໍ່ເຂົ້າໃຈ ,ຄົນໄທເວົ້າໄທ ຄົນລາວຟັງກໍ່ເຂົ້າໃຈ

ຖ້າຄົນລາວຄິດແບບນີ້ຫມົດ ພາສາລາວ ວັດທະນະທຳລາວ ຄົງຖືກໄທກືນກິນຫົມດ

ກາຮູ້ຢູ່ວ່າຄົນໄທມັນດູຖູກຄົນລາວຊິຕາຍລາສິໄປເວົ້ານໍາ

ໂຄດແມ່ມັນເຮັດຫຍັງບໍ່ເຂົ້າໄຈກາຢ່າພໍ່ມັນຖະແມະ ຊັງມັນນະ

ພວກໄທຕໍແຫລນິ

__________________
Anonymous

Date:

ເຖິງຄົນໄທທີ່ວ່າບໍ່ເຂົ້າໃຈພາສາລາວ

__________________
Anonymous

Date:

Anonymous wrote:
Anonymous wrote:

ຄົນຕໍແຫລຫັນເດ້ມັນບໍ່ເຂົ້າໃຈພາສາລາວນາ

 ເຈົ້າໝາຍເຖິງໃຜ????

ຄົນໄທທີ່ບອກວ່າບໍ່ເຂົ້າໃຈພາສາລາວຫັນນະ

 ໂອຍຂ້ອຍເປັນລາວຄືເຈົ້າຫັ້ນແລ້ວແຕ່ຂອ້ຍເປັນຄົນທີ່ມັກໃຫ້ໂອກາດຄົນເພື່ອຄວາມເປັນ
ມະນຸດກາຍຍະທຳຂອງໂລກຢູ່ໃນໂລກມະນຸດເຮົາພໍ່ອາວ...

__________________
Anonymous

Date:

ຂອ້ຍ ເປັນຄົນລາວ ທີ່ມາອາໄສຢູ່ Canada ດົນນານແລ້ວ ຂອ້ຍຮູ້ສຶກເສັຽໃຈ ທີ່ຮູ້ວ່າ ລູກຫລານ ລາວຄົນຮຸ້ນໃໝ່ ລືມຊາດ ຂອງຕົວເອງ ແລ່ນນຳ ປະເທດອື່ນ ດ້ວຍຮູບການ Technology ຫລື ວ່າແນວໃດ?  ການໃຫ້ອາໄພກັນ ເປັນສິ່ງທີ່ດີ ແຕ່ເທື່ອໜ້າຢ່າໃຫ້ ເກີດຂຶ້ນອີກ ບັນນາທິການຂ່າວ ຕອ້ງເຂັ້ມແຂງ. ໃນທຸກໆມື້ ຫລັງຈາກ ກັບເຮືອນ ຂອ້ຍພາລູກຫລານ ເບິ່ງ Lao star TV ພູມໃຈຫລາຍ.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ຄົນຕໍແຫລຫັນເດ້ມັນບໍ່ເຂົ້າໃຈພາສາລາວນາ

 ເຈົ້າໝາຍເຖິງໃຜ????

ຄົນໄທທີ່ບອກວ່າບໍ່ເຂົ້າໃຈພາສາລາວຫັນນະ

ໂອທຳອິດຂ້ອຍເຂົ້າໃຈວາ່ແມ່ນຄົນລາວເຮົາຈົ່ມຕີກັນຍ້ອນຜູ້ສຳພາ້ດຂອງລາຍການອີຄອນ
ເນີ້ຫຼົງເວົ້າພາສາໄທນຳແຂກມາຈາກປະເທດໄທຊັ້ນດອກ.
ສຳລັບຂ້ອຍແລ້ວກໍບໍ່ເຫິນດີນຳດອກທີ່ຄົນລາວຈະຕ້ອງເວົ້າພາສາໄທຖ້າບໍ່ມີຄວາມຈຳເປັນ
ແທ້ແຕ່ສິ່ງທີ່ເກີດຜ່ານມາກຽ່ວກັບອີຄອນເນີ້ນີກໍຂໍຖືກວ່າເປັນການຜິດພາດຄັ້ງທຳອິດສາເພື່ອໃຫ້ໂອກາດກັນ

ໃດ້ແກ້ໄຂບັນຫາແລະດັດແປງໃຫ້ດີຂຶ້ນຂ້ອຍວ່າມັນດີຈະຕັດກັນອອກ.
ຈັກນ່ອຍໃຜໆກໍບໍ່ກ້າຈະເຮັດລາຍການອອກໂຊທີວີລາວແລ້ວມັນແຮງເຮັດໃຫ້ປະຊາຊົນ
ລາວຫັນໜ້າໄປເບິ່ງແຕ່ລາຍການຂອງປະເທດອຶ່ນບໍ່ແມ່ນຫວາພໍ່ອາວ.

__________________
Anonymous

Date:

Anonymous wrote:

ຂອ້ຍ ເປັນຄົນລາວ ທີ່ມາອາໄສຢູ່ Canada ດົນນານແລ້ວ ຂອ້ຍຮູ້ສຶກເສັຽໃຈ ທີ່ຮູ້ວ່າ ລູກຫລານ ລາວຄົນຮຸ້ນໃໝ່ ລືມຊາດ ຂອງຕົວເອງ ແລ່ນນຳ ປະເທດອື່ນ ດ້ວຍຮູບການ Technology ຫລື ວ່າແນວໃດ?  ການໃຫ້ອາໄພກັນ ເປັນສິ່ງທີ່ດີ ແຕ່ເທື່ອໜ້າຢ່າໃຫ້ ເກີດຂຶ້ນອີກ ບັນນາທິການຂ່າວ ຕອ້ງເຂັ້ມແຂງ. ໃນທຸກໆມື້ ຫລັງຈາກ ກັບເຮືອນ ຂອ້ຍພາລູກຫລານ ເບິ່ງ Lao star TV ພູມໃຈຫລາຍ.

ຂ້ອຍເຫັນດີນຳເຈົ້າທີ່ສຸດພໍ່ອາວແຕ່ຂ້ອຍເອງກະບໍ່ມີລົດນິຍົມນຳການບັນເທິງຂອງ
ໄທແລະຂ້ອຍເອງກະບໍ່ມີຈິດໃຈລັງກຽ່ດຫຍັງກຳໄທດອກເພາະຂ້ອຍເຊື່ອວ່າທຸກໆຊາດ
ມັນກໍມີຄົນດີແລະຄົນບໍ່ດີເໝືອນກັນ. ແຕ່ງຈັ່ງໃດໃນບາງຄັ້ງບາງຄາວຂ້ອຍກໍ່ເບິ່ງຢູ່ດອກ
ບໍ່ວ່າຈະເປັນໜັງໄທຫຼືໜັງອາເມຣິກາເພາະການສະແດງຂອງເຂົາມັນມາດຕະຖານດີແຕ່ຂ້ອຍ

ກະບໍ່ໄດ້ເສັຽຄວາມອຸດໃຫ້ແກ່ນັກບັນເທິງຂອງລາວດອກເພາະຜູ້ເກ່ງກະມີພໍໄດ້ເບິ່ງແລະຊົມເຊີຍນຳພໍອາວເອີຍ.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ຄົນຕໍແຫລຫັນເດ້ມັນບໍ່ເຂົ້າໃຈພາສາລາວນາ

 ເຈົ້າໝາຍເຖິງໃຜ????

ຄົນໄທທີ່ບອກວ່າບໍ່ເຂົ້າໃຈພາສາລາວຫັນນະ

 ຕໍແຫລ ບໍ່ມີ ມີແຕ່ຕີ 2 ໜ້າ

__________________
Anonymous

Date:

ຄວາມເຫັນຂອງຂ້ອຍຄິດວ່າ ໃຫ້ອາໄພໄດ້ ແຕ່ຢ່າເຮັດອີກ ທີ່ຜ່ານມາກະຖືເປັນປະສົບການ

ຖ້າຊິໄຊ້ພາສາອື່ນແທ້ ກະຂໍໃຫ້ໄຊ້ພາສາກາງ ເຊັ່ນ ພາສາອັງກິດ.

ແລ້ວທີ່ຂໍ້ອ້າງຫຼືຄຳເວົ້າຕ່າງໆນາໆຫັ້ນ ກອ່ນທີ່ຈະຖ່າຍທຳລາຍການຫຍັງກໍຕ້ອງມີການກະກຽມວ່າຊິເອົາຮູບແບບໃດເວົ້າແບບໃດເວົ້າຫຍັງ.

ກໍຄ້າຍໆສະແດງລະຄອນໃຫ້ຄົນເບີ່ງຫັ້ນລະ ຕ່າງແຕ່ວ່າເຈົ້າຊິສະແດງແບບໃດໃຫ້ເບີ່ງ

ຄົນລາວເອົາພາສາໄທມາໄຊ້ຫຼາຍແລ້ວ ຖ້າເຮັດຫຍັງທີຊວ່ຍອານຸລັກພາສາຊາດໄດ້ ກະຊວ່ຍກັນແດ່ ໃຜກະຈຳເປັນຕ້ອງໄຊ້ພາສາອື່ນໝົດໃຜຊິມາໄຊ້ພາສາລາວບາກນີ້ ໃຜກະມີເຫດຜົນໃຜກະຖືກໝົດ

__________________
Anonymous

Date:

ພວກເຮົາໃນຖານະຄົນ ບໍລິໂພກ ອອກມາຊ່ວຍກັນຕຳຫນິຕິຊົມກັນແນວນີ້ລະ ດີແລ້ວ

ເພື່ອຈະໄດ້ເປັນການ ຢ້ຳເຕື່ອນຜູ້ຜະລິດ ຜູ້ສ້າງສິງຕ່າງໆ ອອກສູ່ສັງຄົມໃຫ້ຄິດຮອບຄອບ

ໃຫ້ມີຄວາມຮັບຜິດຊອບຕໍ່ສິງທີ່ທ່ານໄດ້ເຜີຍແຜ່ອອກໄປ ຖ້າພວກເຮົາບໍ່ຊ່ວຍກັນເປັນຫູເປັນຕາ

ແລະ ອອກຄຳຄິດຄຳເຫັນ ສັງຄົມຈະບໍ່ມີການຮຽນຮູ້ ວ່າສິງໃດຜິດສິງໃດຖືກ ເຫມາະສົມ ບໍ່ເຫມາະສົມ

ບົດຮຽນຄັ້ງນີ້ເປັນບົດຮຽນອັນຍີ່ງໃຫຍ່ຂອງ E-Corner ຫວັງວ່າທາງທີມງານຈະນຳເອົາໄປພິຈາລະນາ

ແລະປັບປຸງລາຍການໃຫ້ດີຂື້ນ ພ້ອມທັງສືກສາຜົນໄດ້ຜົນເສຍ ຂອງສິງທີ່ຈະເຜີຍແຜ່ອອກໄປສູ່ສົງຄົມ

ໃຫ້ຫລາຍກວ່ານີ້.

__________________
Anonymous

Date:

ບໍ່ແມ່ນວ່າຄົນລາວບໍ່ຢາກໃຫ້ອະໄພຄົນລາວນຳກັນ ແຕ່ທີ່ເຮັດໃຫ້ເຂົາເຈົ້າບໍ່ມັກກໍ່ຄື

ການເຮັດຜິດແລ້ວບໍ່ຮູ້ຈັກແກ້ໄຂ ຍັງມາແກ້ໂຕນໍ້າຂຸ່ນໆ ແລ້ວພະຍາຍາມຊອກ

ເອົາເລື່ອງອື່ນມາແກ້ໂຕພຸ້ນ. ສະແດງໃຫ້ເຫັນເຖີງສັນດານທີ່ບໍ່ຮູ້ຈັກຍອມຮັບຜິດແລ້ວໄປແກ້ໄຂ

ແຕ່ມີສັນດານທີ່ພະຍາຍາມແກ້ໂຕ ແລ້ວຊອກເອົາຂໍ້ອ້າງອື່ນມາຊ່ອຍເພື່ອລອດໂຕ.

ເລື່ອງຄົນລາວເວົ້າພາສາຢີ່ປຸ່ນ ອັງກິດໄດ້ ຖືວ່າເກັ່ງແທ້ແລະສົມຄວນເວົ້າຕອບເປັນພາສານັ້ນໄດ້

ເພາະວ່າ:ບໍ່ມີພາສາຢີ່ປຸ່ນ,ເກົາຫຼີຫຼືອັງກິດໄດ ມີຄວາມຄ້າຍຄືກັບພາສາລາວ ພໍທີ່ຈະໃຫ້ກືນກິນ

ຄວາມເປັນຊາດລາວໄດ້ແລະບໍ່ມີທາງເປັນໄປໄດ້ທີ່ຄົນຊາດລາວຈະເວົ້າພາສາຢີ່ປຸ່ນ ເກົາຫຼີຫຼືອັງກິດແທນພາສາຊາດໂຕເອງ.

ເຊີ່ງມັນກົງກັນຂ້າມກັບພາສາໄທຍ ເທົ່ານີ້ພວກເຈົ້າທີມງານອີຄອນເນີ້ແລະຜູ້ແກ້ຕາງຍັງບໍ່ມີສະໝອງຄິດ

ຍັງໄປຊອກຫາຂໍ້ແກ້ໂຕມາຢັ້ງຢືນເຮັດໃຫ້ໂຕເອງເບີ່ງຄືຜິດນ້ອຍລົງອີກຫວາ.

ສະເຫນີໃຫ້ເຈົ້າຂອງລາວສະຕາ ແລະ ກະຊວງວັດທະນາທຳ ອອກມາຈັດການ ປິດລາຍການນີ້ຊະ

ເພາະມັນເປັນແບບຢ່າງທີ່ບໍ່ດີ ເຮັດຜິດແລ້ວ ບໍ່ຍອມແກ້ໄຂ ແກ້ໂຕ ຊອກວິທີຕ່າງໆນາໆເພື່ອຈະໄດ້ພົ້ນຜິດ

ບໍ່ສົມຄວນໃຫ້ມາເຮັດລາຍການໃຫ້ຄົນລາວໄດ້ເບີ່ງອີກ.

__________________
Anonymous

Date:

Anonymous wrote:

นักข่าวไทยคนนี้ เขาเรียนจบจากญี่ปุ่น

สื่อญี่ปุ่น มาสัมภาษณ์เกี่ยวกับน้ำท่วมไทย

ไก่ ภาษิต ก็ให้สัมภาษณ์เป็นภาษาญี่ปุ่น เก่งจัง

แต่กล้ากลับกัน

ถ้านักข่าวคนนี้เป็นคนลาว

สงสัยจะไม่ยอมพูดญี่ปุ่น แต่จะพูดลาวหรือพูดอังกฤษ แล้วให้สื่อญี่ปุ่นไปแปลเอาเอง จบ

11-11-52-431485667.gif

       ພາສາເກົາຫຼີ,ຢີ່ປຸ່ນ,ອັງກິດ,ຝຮັ່ງ ບໍ່ມີຫຍັງທີ່ຄ້າຍຄືພາສາລາວເລີຍແລະບໍ່ມີຄວາມເປັນໄປໄດ້ ທີ່ຈະ

ໃຫ້ພາສາພວກນີ້ເຂົ້າມາແທນທີ່ຫຼືເຮັດໃຫ້ພາສາລາວດັບສູນໄດ້. ເຊີ່ງມັນກົງກັນຂ້າມກັບພາສາໄທຍ

ຢາກໃຫ້ເຈົ້າແລະທີມງານພັກພວກຂອງພວກເຈົ້າກໍ່ຄືອີຄອນເນີ້ ມືນຕາເບີ່ງແດ່ວ່າ ບໍ່ເຄີຍມີຜູ້ນຳຜູ້ໃດຫຼືສິນລະປີນລາວຜູ້ໃດ ເວລາໃຫ້ສຳພາດທໍລະທັດໄທຍເປັນພາສາໄທຍ

ເກີດເປັນຄົນໃຫ້ເປັນຄົນແກ້ໄຂ ຢ່າເປັນຄົນແກ້ໂຕແລ້ວຊອກແນວມາຢືນຢັນວ່າໂຕເອງບໍ່ໄດ້ເຮັດຜິດຫຍັງ

ມຸມມອງແລະຄວາມຄິດຂອງພວກເຈົ້າມັນຍັງອ່ອນແລະດ້ອຍເກີນກ່ວາຈະມາເຮັດລາຍການອອກທໍລະທັດ

ໃຫ້ຄົນລາວໄດ້ເບີ່ງ. ພວກເຈົ້າແຮງເຮັດແນວນີ້ ແຮງບໍ່ສົມຄວນໃຫ້ໂອກາດກັບມາແກ້ໂຕ ເພາະສີ່ງທີ່ພວກເຈົ້າ

ພາຍາຍາມແກ້ໂຕ ມັນສະແດງເຖີງສັນດານຂອງຄວາມເປັນຄົນທີ່ບໍ່ຍອມຮັບຜິດ ແຕ່ຈະຊອກຫາວິທີໃນການ

ແກ້ໂຕແລ້ວລອດໄປໄດ້.

ສະເຫນີໃຫ້ທໍລະພາບລາວ-ສະຕາຣແລະກະຊວງວັດທະນາທຳ ສັ່ງປິດລາຍການອີຄອນເນີ້ຊະ ເພາະທີມງານບໍ່ມີຄວາມຄິດແລະມຸມມອງທີ່ຖືກຕ້ອງພໍທີ່ຈະເຮັດລາຍການອອກໄດ້ ຄົນກຸ່ມນີ້ບໍ່ມີສະຕິຊາດ ຖ້າຍັງໃຫ້ສຶບຕໍ່ດຳເນີນລາຍການຕໍ່ໄປ ມີແຕ່ຈະເປັນແບບຢ່າງທີ່ບໍ່ດີໃຫ້ແກ່ຫນຸ່ມນ້ອຍ ນຳເອົາວັດທະນາທຳຕ່າງຊາດມາກືນກິນວັດທະນາທຳຂອງຊາດໂຕເອງ.......ຂ້ອຍຈະເປັນຄົນຫນື່ງທີ່ຈະບອກຕໍ່ໆ ວ່າບໍ່ຕ້ອງເບີ່ງຊ້ອງລາວສະຕາຣ ຖ້າຍັງໃຫ້ອີຄອນເນີ້ດຳເນີນລາຍການຕໍ່ ເພາະຢ້ານລູກຂ້ອຍຮຽນເອົາແນວບໍ່ດີນຳ.

__________________
Anonymous

Date:

Anonymous wrote:

ຄວາມເຫັນຂອງຂ້ອຍຄິດວ່າ ໃຫ້ອາໄພໄດ້ ແຕ່ຢ່າເຮັດອີກ ທີ່ຜ່ານມາກະຖືເປັນປະສົບການ

ຖ້າຊິໄຊ້ພາສາອື່ນແທ້ ກະຂໍໃຫ້ໄຊ້ພາສາກາງ ເຊັ່ນ ພາສາອັງກິດ.

ແລ້ວທີ່ຂໍ້ອ້າງຫຼືຄຳເວົ້າຕ່າງໆນາໆຫັ້ນ ກອ່ນທີ່ຈະຖ່າຍທຳລາຍການຫຍັງກໍຕ້ອງມີການກະກຽມວ່າຊິເອົາຮູບແບບໃດເວົ້າແບບໃດເວົ້າຫຍັງ.

ກໍຄ້າຍໆສະແດງລະຄອນໃຫ້ຄົນເບີ່ງຫັ້ນລະ ຕ່າງແຕ່ວ່າເຈົ້າຊິສະແດງແບບໃດໃຫ້ເບີ່ງ

ຄົນລາວເອົາພາສາໄທມາໄຊ້ຫຼາຍແລ້ວ ຖ້າເຮັດຫຍັງທີຊວ່ຍອານຸລັກພາສາຊາດໄດ້ ກະຊວ່ຍກັນແດ່ ໃຜກະຈຳເປັນຕ້ອງໄຊ້ພາສາອື່ນໝົດໃຜຊິມາໄຊ້ພາສາລາວບາກນີ້ ໃຜກະມີເຫດຜົນໃຜກະຖືກໝົດ

ແມ່ນ...ເຈົ້າມີເຫ້ດຜົນດີ.
ທຳມະດາແທ້ມັນກໍ່ຄວນໄດ້ກະຕຽມຄືເຈົ້າເວົ້າຫັ້ນລະພໍ່ອາວ. ເພື່ອຈະບໍ່ໄດ້ປະສົບຄວາມອັບອາຍຂາຍໜ້າຫຼືຄວາມຜິດພ້າດຂອງຜູ້ຈັດລາຍການນັ້ນເອງ. ສລຸບເບິ່ງແລ້ວຂ້ອຍສົງໃສອາດຍ້ອນວ່າຜູ້ຈັດລາຍການຕ່າງໆທີໂຊອອກທີວີລາວອາດຈະບໍ່ໄດ້ຮັບການຮໍ່າຮຽນ

ຫຼືຝຶກຊ້ອມກົດລະບຽບຂອງນັກສຳພາດຄືປະເທດອື່ນໆນີ້ກໍ່ເປັນສ່ວນທີ່ມີສາເຫ້ດເຮັດໃຫ້ຜູ້ກຽ່ວບໍ່ຮູ້ຈັກກະເທ

ຊະໃນການໄຊ້ພາສາເມື່ອເວລາທີ່ຖ່າຍທອ້ດສົດອອກທີວີ.

ເຈົ້າຄິດວ່າຈັ່ງໃດພໍ່ອາວ?

__________________
1 2 3 4  >  Last»  | Page of 4  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard