Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກິນຫວານຢ່າລືມຄາວ
ສາຍເຊລຳເພົາ

Date:
ກິນຫວານຢ່າລືມຄາວ


ຄັນເມື່ອກິນຄາວແລ້ວ ຢ່າລືມຕໍ່ອາຫານຫວານ
ອາຫານຫວານອາຫານຄາວ ຄູ່ກັນສັນບໍ່ມີຊິ້ນ
ບາງເທື່ອກິນຫວານລ້າ ຍັງບໍ່ນົວແຊບອະຣ່ອຍ
ຍັງຕ້ອງໂຮຍເກືອດ້ວຍ ຈຶ່ງນົວລິ້ນແຊບອີຫຼີ

ຫວານຄາວຄູ່ກັນແທ້ ສະເໝີດັ່ງວາຈາຄົນ
ມີແຕ່ຫວານຢ່າງດຽວ ຈົ່ງໃຄ່ຄວນຄຳນຶງຢ້ານ
ຫວານຫຼາຍຟັງຍິນແຈ້ງ ມະໂນໃນໃຈມ່ວນ
ອາດຈະມີລົດສົ້ມ ເຈັບຊ້ຳຍິ່ງກວ່າຄາວ

ຂອງຫວານຄາວລົດສົ້ມ ມັນບູດໂອ່ເປັນພິດ
ຄວນທີ່ຄຳນຶງຄິດ ໃສ່ໃຈຈຳໄວ້
ຫວານຄາວຄຳນຶງຖ້ວນ ໃຫ້ເຫັນໄນແຈ້ງແຈບ
ແຊບທີ່ປາກທໍ່ນັ້ນ ຈະເຈັບທ້ອງເມື່ອລຸນ ທ່ານເອີຍ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard