Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຖືສາສນາ ຈັ່ງໃດດີ
ສາຍເຊລຳເພົາ

Date:
ຖືສາສນາ ຈັ່ງໃດດີ

ທຸກຄົນຈະຕ້ອງມີສາສະໜາ ແລະສາສະໜານັ້ນ ຈະຕ້ອງເປັນສາສະໜາທີ່ສອດ ຄ່ອງກັບການໃຊ້ສະຕິປັນຍາ. ຖ້າບຸກຄົນໃດ ບໍ່ຮັກສາສິນໃນສາສະໜາໃດໜຶ່ງ ບຸກ ຄົນນັ້ນ ກໍຈະເປັນອັນຕະລາຍຕໍ່ສັງຄົມ. ໂດຍເຫດນີ້ເອງ ຈິ່ງບໍ່ມີຄວາມສົງໄສເລີຍວ່າ ເປັນຫຍັງນັກວິທະຍາສາດ ແລະນັກຈິດຕະວິທະຍາຈິ່ງເປີດກ້ວາງໂລກະທັດຂອງພວກເຮົາ ແຕ່ພວກເຂົາບໍ່ສາມາດ ທີ່ຈະບອກກ່ຽວກັບເປົ້າໝາຍໃນຊີວິດຂອງພວກເຮົາໄດ້. ແຕ່ສາສະໜາທີ່ດີສາມາດບອກເລື່ອງນີ້ໄດ້. ສະນັ້ນ, ຄົນເຮົາຈິ່ງສົມ ຄວນເລືອກນັບຖືສາສະໜາທີ່ມີຄວາມໝາຍແລະຫຼັກເຫດຜົນຕາມສັດທາຂອງຕົນໂດຍປາດສະຈາກການອີງອາໄສພຽງແຕ່ຕາມຄວາມເຊື່ອ, ຕາມປະເພນີ, ຮີດຄອງແລະທິດສະດີໃດໆ. ການບັງຄັບໃຫ້ຄົນອື່ນນັບຖືສາສະໜາຂອງຕົນໂດຍສວຍໃຊ້ຄວາມທຸກ, ຄວາມບໍ່ຮູ້ໜັງສື ແລະຄວາມຮູ້ສຶກອ່ອນແອຂອງຄົນອື່ນນັ້ນເປັນສິ່ງບໍ່ຄວນ. ການນັບຖືສາສະໜາ ຄວນຈະເປັນໄປຕາມລັກສະນະສະໝັກໃຈ. ມະນຸດຄວນຈະມີເສລີພາບໃນການເລືອກນັບຖືສາສະໜາຂອງຕົນຕາມຄວາມມັກແລະຄວາມສາມາດທາງສະຕິປັນຍາ. ການນັບຖືສາສະໜາແບບງົມງາຍໂດຍບໍ່ເຂົ້າ ໃຈ ກໍຈະເປັນການເສື່ອມເສຍຄຸນຄ່າທາງດ້ານຈິດໃຈ ແລະສູນເສຍກຽດສັກສີຂອງຄວາມເປັນມະນຸດຂອງຜູ້ນັບຖືສາສະໜານັ້ນໆ. ມະນຸດມີສະຕິປັນຍາ ແລະສາມັນສຳນຶກທີ່ຈະຮູ້ຈັກຈຳແນກວ່າ ອັນໃດຖືກແລະອັນໃດຜິດ. ພວກເຂົາສາມາດປັບຕົນເອງໃຫ້ເຂົ້າກັບສະພາບການໄດ້. ດ້ວຍເຫດນີ້ ພວກເຂົາຈິ່ງຄວນຈະເລືອກສາສະໜາ ທີ່ເຂົ້າກັບພວກເຂົາໄດ້ ແລະຕອບສະໜອງກັບພູມປັນຍາຂອງຄວາມເປັນມະ ນຸດຂອງພວກເຂົາ. ພວກເຂົາຄວນຈະໄດ້ຮັບການແນະນຳສັ່ງສອນຢ່າງຖືກ ຕ້ອງ ເໝາະສົມ. ຈົ່ງໃຫ້ໂອກາດເຂົາເຈົ້າເຫຼົ່ານັ້ນມີສິດຕັດສິນນັບຖືໂດຍປາດສະຈາກການນາບຂູ່ໂດຍປະການທັງປວງ.

MESSAGE FOR ALL

Every man must have a religion and that religion must be one which will appeal to the intellectual mind. A man failing to observe religious principles, becomes a danger to society. There is no doubt that scientist and psychologists have widened our horizon but they have not been able to tell us our purpose in life. A proper religion can do this. Man must therefore choose a rational and meaningful religion according to his conviction without depending on mere beliefs, traditions, customs and theories. No one has the right to force another person to accept any religion. No one should exploit poverty, illiteracy or arouse human emotional feelings to induce others to accept a religion. Religion should be a free choice. Man should be free to choose his own religion according to his liking and intellectual capacity. To follow a religion blindly without any understanding, would deprive the religion of its spiritual value and the follower of his human dignity. Human beings have intelligence and common sense to differentiate what is right and wrong. They can adapt themselves according to circumstances. They should therefore choose a religion that is adaptable to them and one that meets with their human intelligence. They must be properly guided. Give them a chance to decide freely without any undue coercion.

__________________
Anonymous

Date:

ຂ້ອຍມັກສາດສະຫນາພູດ,ຢູ່ລາວເຮົາມີສາດສະຫນາໃດແດ່?

__________________
ຊະນະໄພ

Date:

ສະບາຍດີທ່ານສາຍເຊລຳເພົາ ຂ້ອຍອ່ານຄວາມເຫັນຂອງເຈົ້າກ່ຽວກັບສາສະໜາແລ້ວຂ້ອຍຍອມຮັບໃນຄວາມ ຮູ້ແທ້ຂອງເຈົ້າ ຂໍໃຫ້ເຈົ້າຈົ່ງນຳເອົາຄວາມຮູ້ທີ່ມີອອກມາແບ່ງປັນແກ່ຜູ້ທີ່ຍັງບໍ່ເຂົ້າໃຈແຈ້ງຕໍ່ບັນຫນີ້ຕໍ່ໄປເຖີ້ນ

__________________
ສາຍເຊລຳເພົາ

Date:

Anonymous wrote:

ຂ້ອຍມັກສາດສະຫນາພູດ,ຢູ່ລາວເຮົາມີສາດສະຫນາໃດແດ່?

- ຢູ່ລາວເທົ່າທີ່ທາງການຮັບຮອງແລ້ວ ມີສາສນາໃຫຍ່ຢູ່ ຄື ໑. ສາສນາພຸດ ມີ ໙໐ ເປີເຊັນ ເຫຼືອນັ້ນ ມີ ໒. ສາສນາຄຣິດ ໓. ບາຮາຍ ໔. ອິສຣາມ ------------- ນອກຈາກນັ້ນ ມີຜູ້ຖືລັດທິຜີ ອີກຈຳນວນຫຼວງຫຼາຍ

__________________
Anonymous

Date:

ຊະນະໄພ wrote:

 ຈະພະຍາຍາມ ຕາມສົມຄວນ ແລະເວລາ ຂໍຂອບໃຈທີ່ເຂົ້າອ່ານ

__________________
Anonymous

Date:

ສາດສໜາໃດທີ່ບໍ່ຫວັງໃຫ້ຄົນສຫຼະຊີວິດຍ້ອນຫຼືບົ່ງໃຫ້ສຳມະຊິກໂມທະນາສ່ວນນຶ່ງຂອງ
ລາຍໄດ້ໃຫ້ວັດເປັນປະຈຳຕະຫຼ້ອດໄປຫຼືທັບຖົມສາດສໜາອື່ນຈະບໍ່ແມ່ນສາດສໜາທີ່ຂ້ອຍ
ຈະນັບຖື. ຊາດນີ້ຂ້ອຍຄືສິຂໍເປັນແຕ່ຊາວພຸດຕະທຳເທົ່ານີ້ຕະຫຼອດຊາດລະ!

__________________
Anonymous

Date:

ຂໍນ້ອມນະມັດສະການອາຈານສາຍເຊລໍາເພົາ

ຕອນອ່ານຫົວຂໍ້ບົດສົນທະນາ ຂ້ານ້ອຍຄິດວ່າອາຈານຈະອະທິບາຍວິທີນັບຖືສາດສະໜາ ຈະຖືເຄັ່ງຄັດຫຼືຍານ

ຊໍ່າໃດ໋ຈຶ່ງຈະເກີດສຸກ, ແຕ່ເມື່ອເຂົ້າມາອ່ານເນື້ອໃນ ຈຶ່ງຮູ້ວ່າອາຈານບອກທາງເລືອກໃນການນັບຖືສາດສະໜາ.

ຂ້ານ້ອຍນັບຖືສາດສະໜາພຸດກໍ່ຍ້ອນປູ່ຍ່າ ພໍ່ເຖົ້າແມ່ເຖົ້າ ພໍ່ແມ່ແລະຄົນໃນບ້ານນັບຖື, ສໍາລັບລູກຫຼານ ຂ້າ

ນ້ອຍຈະອະນຸຍາດໃຫ້ເຂົາຕັດສິນໃຈເອົາເອງຫຼັງຈາກອາຍຸເຂົາຮອດ 18 ປີ.

 ຖັ່ບຖົມສາສໜາພຸດທັງອອ້ມຕົວນິ!!!biggrin

__________________
Anonymous

Date:

ພໍ່ແມ່ທີ່ດີຄວນແນະນຳໃຫ້ລູກຫຼານເດິ່ນທາງທີ່ດີ

ຂພຈ ບໍ່ໄດ້ນັບຖືສາດສະໜາພຸດເພາະວ່າພໍ່ແມ່ ປູ່ຍ່ານັບຖືມາ ແຕ່ ຂພຈ ນັບຖືສາດສະໜາພຸດ ເພາະວ່າສາດສະໜາພຸດເປັນສາດສະໜາດຽວໃນໂລກທີ່ສອນແບບມີເຫດມີຜົນ ສອນຕາມຄວາມເປັນຈິງ ເທົ່າທີສຶກສາມາຍັງບໍ່ມີສາດສາໃດທີ່ສອນແບບນີ້

__________________
Anonymous

Date:

ສາຍເຊລຳເພົາ wrote:
Anonymous wrote:

ຂ້ອຍມັກສາດສະຫນາພູດ,ຢູ່ລາວເຮົາມີສາດສະຫນາໃດແດ່?

- ຢູ່ລາວເທົ່າທີ່ທາງການຮັບຮອງແລ້ວ ມີສາສນາໃຫຍ່ຢູ່ ຄື ໑. ສາສນາພຸດ ມີ ໙໐ ເປີເຊັນ ເຫຼືອນັ້ນ ມີ ໒. ສາສນາຄຣິດ ໓. ບາຮາຍ ໔. ອິສຣາມ ------------- ນອກຈາກນັ້ນ ມີຜູ້ຖືລັດທິຜີ ອີກຈຳນວນຫຼວງຫຼາຍ

ອາດຍາ ໄດ້ມາຈາກປະເທດໃດນໍ ເສື່ອສນາ ອິສຣາມ ນັ້ນ. ເຄີຍໄດ້ຍິນແຕ່ ອິສລາມ ຊັ້ນດອກ

 ແມ່ນແລ້ວ ອິສລາມ ບໍ່ແມ່ນ ອິສຣາມ (ຂຽນຜິດ) ອະໄພ

__________________
Anonymous

Date:

Anonymous wrote:

ຂໍນ້ອມນະມັດສະການອາຈານສາຍເຊລໍາເພົາ

ຕອນອ່ານຫົວຂໍ້ບົດສົນທະນາ ຂ້ານ້ອຍຄິດວ່າອາຈານຈະອະທິບາຍວິທີນັບຖືສາດສະໜາ ຈະຖືເຄັ່ງຄັດຫຼືຍານ

ຊໍ່າໃດ໋ຈຶ່ງຈະເກີດສຸກ, ແຕ່ເມື່ອເຂົ້າມາອ່ານເນື້ອໃນ ຈຶ່ງຮູ້ວ່າອາຈານບອກທາງເລືອກໃນການນັບຖືສາດສະໜາ.

ຂ້ານ້ອຍນັບຖືສາດສະໜາພຸດກໍ່ຍ້ອນປູ່ຍ່າ ພໍ່ເຖົ້າແມ່ເຖົ້າ ພໍ່ແມ່ແລະຄົນໃນບ້ານນັບຖື, ສໍາລັບລູກຫຼານ ຂ້າ

ນ້ອຍຈະອະນຸຍາດໃຫ້ເຂົາຕັດສິນໃຈເອົາເອງຫຼັງຈາກອາຍຸເຂົາຮອດ 18 ປີ.

 ຖືສາສນາໃດກະດີ ຫາກຖືແລ້ວປະຕິບັດຕາມຄຳສອນຂອງສາສນານັ້ນ, ຖ້າທ່ານນັບຖືຕາມປະເພນີ ທ່ານກໍໄດ້ແຕ່ປະເພນີເທົ່ານັ້ນ, ທ່ານຄິດຖືກແລ້ວ ທີ່ໃຫ້ລູກຂອງທ່ານຖືສາສນາຕາມການຕັດສິນໃຈຂອງເຂົາ, ໂດຍບໍ່ໄດ້ບັງຄັບບັນຊາ ຖືວ່າເປັນເງື່ອນໄຂຂອງສາສນາພຸດ ທີ່ບໍ່ບັງຄັບໃຜໃຫ້ນັບຖືສາສນາຢູ່ແລ້ວ ເພີ່ນໃຫ້ຖືໂດຍສັດທາ ຜະສົມປັນຍາ ຈຶ່ງຈະດີ

- ແຕ່ທີ່ທ່ານວ່າມານັ້ນ ພໍສະຫຼຸບໄດ້ດັ່ງນີ້ ຄື

ກ. ສຳລັບທ່ານ ທີ່ຖືສາສນາຕາມປະເພນີ ຄືຖືຕາມພໍ່ຕາມແມ່ມາ, ຫາກທ່ານບໍ່ມີຄວາມເຫຼື້ອມໃສໃນສິ່ງທີ່ທ່ານທຳນັ້ນແລ້ວ ເທົ່າກັບທ່ານ ໄດ້ຫວ່ານກ້າ ຫຼືພັນພືດລົງພະລານຫີນເທົ່ານັ້ນ ຍ່ອມບໍ່ສາມາດໃຫ້ຜົນ ຜລິດຫຍັງແກ່ທ່ານເລີຍ.

ຄ. ສຳລັບລູກຂອງທ່ານ ຫາກມີການັບຖືແບບປະເພນີເໝືອນທ່ານ, ກໍໄດ້ອານິສົງແບບດຽວກັບທ່ານ ເວັ້ນແຕ່ເຂົາໄດ້ປະຕິບັດຕາມຄຳສອນ ຂອງສາສນາພຸດຕາມສັດທາ, ເມື່ອລູກຂອງທ່ານຕັດສິນໃຈ ບໍ່ເຊື່ອສາສນາໃດໆ ຫຼືເຊື່ອຢ່າງອື່ນ ກໍເປັນຜົນຜລິດທີ່ທ່ານປູກພືດ ຜິດທີ່ຜິດທາງ ກາຍເປັນໝາກໄມ້ລົ່ນໄກຕົ້ນ.

__________________
Anonymous

Date:

ໃຜຢາກເຫລືອ

ແຕ່ໝາກແກ່ນຫຳ

ໃຫ້ເຂົ້າຮ່ວມຂະບວນການ

ຂອງສາສນາກອບໂກຍ

-(ສະມາຊິກພັກລັດສ່ວນຫລາຍຖືສາດສະໜາກອບໂກຍ)

ແມ່ຮ້າງແມ່ໝ້າຍ

ຈຳນວນໜຶ່ງຖືສາສນາໂກຍຄຳ

__________________
ສັກສິດ

Date:

Anonymous wrote:
ສາຍເຊລຳເພົາ wrote:
Anonymous wrote:

ຂ້ອຍມັກສາດສະຫນາພູດ,ຢູ່ລາວເຮົາມີສາດສະຫນາໃດແດ່?

- ຢູ່ລາວເທົ່າທີ່ທາງການຮັບຮອງແລ້ວ ມີສາສນາໃຫຍ່ຢູ່ ຄື ໑. ສາສນາພຸດ ມີ ໙໐ ເປີເຊັນ ເຫຼືອນັ້ນ ມີ ໒. ສາສນາຄຣິດ ໓. ບາຮາຍ ໔. ອິສຣາມ ------------- ນອກຈາກນັ້ນ ມີຜູ້ຖືລັດທິຜີ ອີກຈຳນວນຫຼວງຫຼາຍ

ອາດຍາ ໄດ້ມາຈາກປະເທດໃດນໍ ເສື່ອສນາ ອິສຣາມ ນັ້ນ. ເຄີຍໄດ້ຍິນແຕ່ ອິສລາມ ຊັ້ນດອກ

 ເສື່ອສນາ ທ່ານຜູ້ຕິເພິ່ນນັ້ນ ສີແດງນັ້ນ ທ່ານໝາຍເຖິງຫຍັງລະ ? (ນົກເຄົ້າທ້ອງຕາແມ່ ຂີ້ຮ້າຍກວ່າເພິ່ນອີກ) 

- ເສື່ອ - ທີ່ປູນັ່ງປູນອນ

- ເຊື່ອ - ຄວາມເຊື່ອ

(ເສື່ອສນາ) ທ່ານໝາຍເຖິງຫຍັງລະ ?

__________________
Anonymous

Date:

Anonymous wrote:

ໃຜຢາກເຫລືອ

ແຕ່ໝາກແກ່ນຫຳ

ໃຫ້ເຂົ້າຮ່ວມຂະບວນການ

ຂອງສາສນາກອບໂກຍ

-(ສະມາຊິກພັກລັດສ່ວນຫລາຍຖືສາດສະໜາກອບໂກຍ)

ແມ່ຮ້າງແມ່ໝ້າຍ

ຈຳນວນໜຶ່ງຖືສາສນາໂກຍຄຳ

 ທ່ານນີ້ມາຈາກໃສ ເວົ້າບໍ່ຄືໝູ່ ເຂົາກອບໂກຍເອົາເມຍເຈົ້າຫວະ

__________________
Anonymous

Date:

ສັກສິດ wrote:
Anonymous wrote:
ສາຍເຊລຳເພົາ wrote:
Anonymous wrote:

ຂ້ອຍມັກສາດສະຫນາພູດ,ຢູ່ລາວເຮົາມີສາດສະຫນາໃດແດ່?

- ຢູ່ລາວເທົ່າທີ່ທາງການຮັບຮອງແລ້ວ ມີສາສນາໃຫຍ່ຢູ່ ຄື ໑. ສາສນາພຸດ ມີ ໙໐ ເປີເຊັນ ເຫຼືອນັ້ນ ມີ ໒. ສາສນາຄຣິດ ໓. ບາຮາຍ ໔. ອິສຣາມ ------------- ນອກຈາກນັ້ນ ມີຜູ້ຖືລັດທິຜີ ອີກຈຳນວນຫຼວງຫຼາຍ

ອາດຍາ ໄດ້ມາຈາກປະເທດໃດນໍ ເສື່ອສນາ ອິສຣາມ ນັ້ນ. ເຄີຍໄດ້ຍິນແຕ່ ອິສລາມ ຊັ້ນດອກ

 ເສື່ອສນາ ທ່ານຜູ້ຕິເພິ່ນນັ້ນ ສີແດງນັ້ນ ທ່ານໝາຍເຖິງຫຍັງລະ ? (ນົກເຄົ້າທ້ອງຕາແມ່ ຂີ້ຮ້າຍກວ່າເພິ່ນອີກ) 

- ເສື່ອ - ທີ່ປູນັ່ງປູນອນ

- ເຊື່ອ - ຄວາມເຊື່ອ

(ເສື່ອສນາ) ທ່ານໝາຍເຖິງຫຍັງລະ ?

 ເພິ່ນກໍໝາຍເຖິງຄວາມເຊື່ອນັ້ນລະ

__________________
Anonymous

Date:

ສາເຫດໃດ໋ທີ່ເຮັດໃຫ້ທ່ານເຫຼື້ອມໃສໃນພະພຸດທະສາດສະໜາ? ແລະທ່ານຮູ້ຈັກພະພຸດທະສາດສະໜາໄດ້ແນວໃດ໋?

__________________
Anonymous

Date:

Anonymous wrote:

ພໍ່ແມ່ທີ່ດີຄວນແນະນຳໃຫ້ລູກຫຼານເດິ່ນທາງທີ່ດີ

ຂພຈ ບໍ່ໄດ້ນັບຖືສາດສະໜາພຸດເພາະວ່າພໍ່ແມ່ ປູ່ຍ່ານັບຖືມາ ແຕ່ ຂພຈ ນັບຖືສາດສະໜາພຸດ ເພາະວ່າສາດສະໜາພຸດເປັນສາດສະໜາດຽວໃນໂລກທີ່ສອນແບບມີເຫດມີຜົນ ສອນຕາມຄວາມເປັນຈິງ ເທົ່າທີສຶກສາມາຍັງບໍ່ມີສາດສາໃດທີ່ສອນແບບນີ້

 1world.jpg

ໃນຈໍານວນ 14 ສາດສະໜາໃຫຍ່ໆ ທ່ານໄດ້ສຶກສາມາໝົດແລ້ວບໍ?

__________________
Anonymous

Date:

ໃນຈໍານວນ 14 ສາດສະໜາໃຫຍ່ໆ ທ່ານໄດ້ສຶກສາມາໝົດແລ້ວບໍ?

ເກືອບໝົດແລະບໍ່ມີສາດສະໜາໜ້ານັບຖື ນອກຈາກສາດສາໜາພຸດ

__________________

Veteran Member

Status: Offline
Posts: 26
Date:

ສັກສິດ wrote:
Anonymous wrote:
ສາຍເຊລຳເພົາ wrote:
Anonymous wrote:

ຂ້ອຍມັກສາດສະຫນາພູດ,ຢູ່ລາວເຮົາມີສາດສະຫນາໃດແດ່?

- ຢູ່ລາວເທົ່າທີ່ທາງການຮັບຮອງແລ້ວ ມີສາສນາໃຫຍ່ຢູ່ ຄື ໑. ສາສນາພຸດ ມີ ໙໐ ເປີເຊັນ ເຫຼືອນັ້ນ ມີ ໒. ສາສນາຄຣິດ ໓. ບາຮາຍ ໔. ອິສຣາມ ------------- ນອກຈາກນັ້ນ ມີຜູ້ຖືລັດທິຜີ ອີກຈຳນວນຫຼວງຫຼາຍ

ອາດຍາ ໄດ້ມາຈາກປະເທດໃດນໍ ເສື່ອສນາ ອິສຣາມ ນັ້ນ. ເຄີຍໄດ້ຍິນແຕ່ ອິສລາມ ຊັ້ນດອກ

 ເສື່ອສນາ ທ່ານຜູ້ຕິເພິ່ນນັ້ນ ສີແດງນັ້ນ ທ່ານໝາຍເຖິງຫຍັງລະ ? (ນົກເຄົ້າທ້ອງຕາແມ່ ຂີ້ຮ້າຍກວ່າເພິ່ນອີກ) 

- ເສື່ອ - ທີ່ປູນັ່ງປູນອນ

- ເຊື່ອ - ຄວາມເຊື່ອ

(ເສື່ອສນາ) ທ່ານໝາຍເຖິງຫຍັງລະ ?

 ຍາລູງສັກສິດ ເຈົ້າມາຄືປຶກແທ້ນໍ ຮຽນຫ້ອງໃດນໍ? ມັນກໍສົມຄວນທີ່ຂ້ອຍຂຽນ ເສື່ອສນາ ເພາະເຂົາຂຽນ ສາດສນາ   ສາດ ແລະ ເສື່ອ  ມັນແປກກັນຕົງໄໜ ຮາ ໆໆ!

__________________
Anonymous

Date:

ສັກສິດ wrote:
Anonymous wrote:
ສາຍເຊລຳເພົາ wrote:
Anonymous wrote:

ຂ້ອຍມັກສາດສະຫນາພູດ,ຢູ່ລາວເຮົາມີສາດສະຫນາໃດແດ່?

- ຢູ່ລາວເທົ່າທີ່ທາງການຮັບຮອງແລ້ວ ມີສາສນາໃຫຍ່ຢູ່ ຄື ໑. ສາສນາພຸດ ມີ ໙໐ ເປີເຊັນ ເຫຼືອນັ້ນ ມີ ໒. ສາສນາຄຣິດ ໓. ບາຮາຍ ໔. ອິສຣາມ ------------- ນອກຈາກນັ້ນ ມີຜູ້ຖືລັດທິຜີ ອີກຈຳນວນຫຼວງຫຼາຍ

ອາດຍາ ໄດ້ມາຈາກປະເທດໃດນໍ ເສື່ອສນາ ອິສຣາມ ນັ້ນ. ເຄີຍໄດ້ຍິນແຕ່ ອິສລາມ ຊັ້ນດອກ

 ເສື່ອສນາ ທ່ານຜູ້ຕິເພິ່ນນັ້ນ ສີແດງນັ້ນ ທ່ານໝາຍເຖິງຫຍັງລະ ? (ນົກເຄົ້າທ້ອງຕາແມ່ ຂີ້ຮ້າຍກວ່າເພິ່ນອີກ) 

- ເສື່ອ - ທີ່ປູນັ່ງປູນອນ

- ເຊື່ອ - ຄວາມເຊື່ອ

(ເສື່ອສນາ) ທ່ານໝາຍເຖິງຫຍັງລະ ?

 ອາຈານສັກສິດໄປທາງໃດ ເຂົ້າໃຈແລ້ວບໍຄຳວ່າ ( ເສື່ອສນາ)ນັ້ນ

 ສີຟ້າ ນົກເຄົ້າທ້ອງຕາແມ່ ໝາຍວ່າຢ່າງໃດ ພັດແຮງຄັກເຂົ້າໄປພວກເຈົ້ານີ້

__________________
Anonymous

Date:

ຂ້ອຍມັກສາດສະໜາພູດ

ພາສາໄທຍ-ສາດສະໜາພູດບໍ່ເຮັດຫຍັງມີແຕ່ປະກາດເວົ້າທໍລະໂຄ່ງຫົວລຳໂພງ-ປາກເລີສະປິກເກີໝົດມື້

ພາສາລາວ-ສາດສະໜາພູດມີແຕ່ປັນແບ່ງພູດ-ພູດຊີ້ນພູດປາປາກະເຕົາຍັງແບ່ງເປັນພູດ-ແບບນີ້

ຂ້ອຍສົນໃຈຢາກເຂົ້າສາດສະໜາພູດນີ້ຫລະ

__________________
Anonymous

Date:

__________________
Anonymous

Date:

ຂໍຖາມທ່ານສາຍເຊລຳເພົາ ແລະທ່ານຜູ້ຮູ້ທັງຫຼາຍຊ່ວຍສອນຂ້າພະເຈົ້າແດ່:

1. ພຣະພຸດທະສາສນາມີຈັກນິກາຍ, ແຕ່ລະນິກາຍແຕກຕ່າງກັນແນວໃດ, ພຸດແບບລາວແມ່ນນິກາຍໃດ, ສ່ວນຕີເບດ, ຈີນ, ຍີ່ປຸ່ນ, ເກົາຫຼີເດ?

2. ສະມານະສັກ(ຕຳແໜ່ງ)ຂອງພຣະສົງມີຈັກຊັ້ນ, ແຕ່ລະຊັ້ນຊື່ວ່າຈັ່ງໃດ?

3. ການບັນລຸທັມມີຈັກຂັ້ນກ່ອນຈະຮອດພຣະອໍຣະຫັນ, ແຕ່ລະຂັ້ນມີຊື່ວ່າແນວໃດ?

4. ແມ່ທອງແກ້ວ ເຈົ້າສຳນັກ ສູນປະຕິບັດທັມຫຼັກ 38 ຈັດຢູ່ປະເພດໃດ? ຜ່ານມາໄດ້ມີຂ່າວວ່າມີພຣະສົງຊັ້ນຜູ້ໃຫ່ຍ (ຮອງປະທານອົງການ ພຸດທະສາສນາສຳພັນລາວ) ຮ້ອງຟ້ອງແມ່ທອງແກ້ວຫາແນວລາວສ້າງຊາດ ປະຈຸບັນຄະດີດັ່ງກ່າວຍັງພິຈາລະນາກັນຢູ່ ໂດຍອີງຕາມຂໍ້ມູນຈາກບົດຄວາມ ຂອງໜັງສືພີມປະເທດລາວໄດ້ກ່າວຫາວ່າ ແມ່ທອງແກ້ວໄດ້ຢຶດວັດພູສາລີຢູ່ ແຂວງຈຳປາສັກແລ້ວປ່ຽນຊື່ໃໝ່ເປັນຊື່ຂອງລູກຊາຍຕົນ ແລະອ້າງຕົນເປັນຜູ້ມີຍານວິເສດ ມັນແມ່ນຄວາມຈິງແທ້ບໍ່ຊ່ວຍອະທິບາຍແດ່

ຂໍຂອບໃຈ.

 ຊິເອົາຮາໄປຮອດໃສນິ 5555555555

__________________
Anonymous

Date:

ເຄີຍໄດ້ຍີນບໍ່ ສາດສະໜາໃດກໍສອນໃຫ້ເປັນຄົນດີໝົດຫັ້ນແລະ ມີແຕ່ຄົນຫັ້ນລະເປັນົນບໍ່ດີເອງ

__________________
Anonymous

Date:

Anonymous wrote:

ຂໍຖາມທ່ານສາຍເຊລຳເພົາ ແລະທ່ານຜູ້ຮູ້ທັງຫຼາຍຊ່ວຍສອນຂ້າພະເຈົ້າແດ່:

1. ພຣະພຸດທະສາສນາມີຈັກນິກາຍ, ແຕ່ລະນິກາຍແຕກຕ່າງກັນແນວໃດ, ພຸດແບບລາວແມ່ນນິກາຍໃດ, ສ່ວນຕີເບດ, ຈີນ, ຍີ່ປຸ່ນ, ເກົາຫຼີເດ?

2. ສະມານະສັກ(ຕຳແໜ່ງ)ຂອງພຣະສົງມີຈັກຊັ້ນ, ແຕ່ລະຊັ້ນຊື່ວ່າຈັ່ງໃດ?

3. ການບັນລຸທັມມີຈັກຂັ້ນກ່ອນຈະຮອດພຣະອໍຣະຫັນ, ແຕ່ລະຂັ້ນມີຊື່ວ່າແນວໃດ?

4. ແມ່ທອງແກ້ວ ເຈົ້າສຳນັກ ສູນປະຕິບັດທັມຫຼັກ 38 ຈັດຢູ່ປະເພດໃດ? ຜ່ານມາໄດ້ມີຂ່າວວ່າມີພຣະສົງຊັ້ນຜູ້ໃຫ່ຍ (ຮອງປະທານອົງການ ພຸດທະສາສນາສຳພັນລາວ) ຮ້ອງຟ້ອງແມ່ທອງແກ້ວຫາແນວລາວສ້າງຊາດ ປະຈຸບັນຄະດີດັ່ງກ່າວຍັງພິຈາລະນາກັນຢູ່ ໂດຍອີງຕາມຂໍ້ມູນຈາກບົດຄວາມ ຂອງໜັງສືພີມປະເທດລາວໄດ້ກ່າວຫາວ່າ ແມ່ທອງແກ້ວໄດ້ຢຶດວັດພູສາລີຢູ່ ແຂວງຈຳປາສັກແລ້ວປ່ຽນຊື່ໃໝ່ເປັນຊື່ຂອງລູກຊາຍຕົນ ແລະອ້າງຕົນເປັນຜູ້ມີຍານວິເສດ ມັນແມ່ນຄວາມຈິງແທ້ບໍ່ຊ່ວຍອະທິບາຍແດ່

ຂໍຂອບໃຈ.

 ຖາມມາກະຕອບໄປ:

໑. ພຸດທະສາສນາ ມີ ໒ ນິກາຍໃຫຍ່ ແລະນິກາຍນ້ອຍໆແຕກອອກໄປອີກຫຼາຍສາຂາ.

- ພຸດທະສາສນາ ແຕ່ລະນິກາຍນັ້ນ ສ່ວນຫຼາຍຈະຕ່າງກັນແຕ່ຮູບແບບ ແລະການປະພຶດ, ພຸດທະສາສນານິກາຍເຖຣະວາດ (ຫິນະຍານ-ແປວ່າຍານລະອຽດ) ຄືແບບລາວ, ໄທ ຂະເໝນ ແລະພະມ້າ.....ນີ້ຈະຖືຄອງແບບເດີມ ໂດຍຖືເອົາຕາມຄຳສອນຂອງພຣະເຖຣະ ທີ່ສືບທອດກັນມາແຕ່ພຣະອໍຣະຫັນທີ່ທຳສັງຄາຍະນາພຸດທະພົດຂອງພຣະພຸດທະເຈົ້າ ໂດຍສະເພາະແມ່ນ ອີງຕາມພຣະໄຕປີດົກລ້ວນໃນເບື້ອງຂອງຄຳສອນ, ສ່ວນນິກາຍມະຫາຍານ (ຍານກວ້າງ)ຫຼືອະຣິຍະຈະຣິຍະວາດ ຈະຖືເອົາຕາມອາຈານຜູ້ສອນ ຄື ແບບຈີນ ທິເບດ ຍີ່ປຸ່ນ ນິກາຍນີ້ ຈະຖືເອົາຄຳສອນຂອງພຣະ ພຸດທະເຈົ້າໃນບາງສ່ວນ ປະສົມປະສານກັບລັດທິອື່ນ ເຊິ່ງແຕ່ລະນິກາຍຈະບໍ່ຄືກັນ ຄືແຕກຕ່າງກັນໄປອີກເລັກໆນ້ອຍ.

໒. ສະມະນະສັກຂອງພຸດທະສາສນາແທ້ ຈະບໍ່ຖືເປັນສຳຄັນ ຈະຖືຫຼັກຂອງການສະເໝີກັນສອງຢ່າງ ຄື

໑. ມີສິລສະເໝີກັນ

໒. ມີທິດຖີສະເໝີກັນ

- ສ່ວນສະມະນະສັກຂອງພຣະສົງແຕ່ລະປະເທດນັ້ນ ຈະຖືກັນໃນແຕ່ລະປະເທດເທົ່ານັ້ນ ຈະມີໄວ້ສຳລັບ ວຽກງານການປົກຄອງ ຢູ່ໃນລາວເຮົາ ມີການໃຊ້ແຕ່ບູຮານ (ມາບັດນີ້ບໍ່ມີການໃຊ້) ຄື

ກ. ສະເດັດ (ສາມັນ)

ຂ. ຊາ (ສາມັນ)

ຄ. ຄຣູ (ສາມັນ)

ງ. ຫຼັກຄຳ (ເຈົ້າແຂວງ)

ຈ. ລູກແກ້ວ (ຣາຊາຄະນະ ຣະດັບສົມເດັດ)

ສ. ຍອດແກ້ວ (ຣາຊາຄະນະ ຣະດັບພຣະສັງຄະຣາດ)

໓. ການບັນລຸທັມ ມີ

- ມັກ ໔ ຜົນ ໔ ແລ້ວຈຶ່ງ ອໍຣະຫັນ (ນິພານ)

໔. ສຳລັບແມ່ທອງແກ້ວ ຍັງບໍ່ທັນຮູ້ ບໍ່ທັນເຫັນເພີ່ນ ຈຶ່ງບໍ່ຮູ້ວ່າ ເພິ່ນສຳເຣັດທຳລະດັບໃດ ? ແຕ່ເຊື່ອວ່າຍັງ ບໍ່ທັນບັນລຸທັມຂັ້ນສູງສຸດໃນທາງພຸດທະສາສນາປານໃດ, ອັນໜຶ່ງ ເຮົາບໍ່ສາມາດທຳນວາຍຄວາມສຳເຣັດ ຍານຂອງບຸກຄົນອື່ນໄດ້ ເວັ້ນແຕ່ພຣະພຸດທະເຈົ້າເທົ່ານັ້ນ.

__________________

Senior Member

Status: Offline
Posts: 269
Date:

ສາດສະໜາພຸດແບບລາວນີ້ດີແລ້ວ ກິນໝູ ໝາ ປູ ປາ ງົວ ຄວາຍ ກິນໄດ້ທຸກຢ່າງ ແລະກໍ່ບໍ່ມີການບັງຄັບກັນ ໃຜຢາກເຂົ້າວັດກໍ່ເຂົ້າ ໃຜບໍ່ຢາກເຂົ້າກໍ່ສຸດແລ້ວ ແຕ່ຍັງມີພຸດແບບ ຈີນ ຫວຽດນາມ ຍີປຸ່ນ ຄູບາເອົາເມຍໄດ້ ສວ່ນຫຼາຍ ປຊຊ ຂອງ ເຂົາຈະບໍ່ນັບຖືເພາະຖືວ່າຕັດກິເລດຕັນຫາບໍ່ໄດ້ ບໍ່ຄືພຸດ ຂອງລາວ ໄທ ກຳປູເຈຍ ໂດຍສະເພາະໄທຍ ຄູບາແຕ່ລະອົງນີ້ລວຍກັນທັງນັ້ນໄປຕັກບາດແຕ່ລະເທືອຂົນມາເປັນຂະບວນລົດ ລວຍຈົນເງິນບໍ່ມີບ່ອນມ້ຽນ ບາງອົງເລີຍຮຽນສະແຕກເຫຼົ້າ ເຄົ້າໂລກີ ກາງຄືນໃສ່ຜົມປອມອອກທ່ຽວຜູ້ຍິງກາງຄືນ ຮ່າໆໆໆໆ ນີ້ຄວາມຈິງນະ (ອອກຂ່າວເປັນປະຈຳ) ຕົວຢ່າງພະຢັນຕຣະ ເຂົາໃຫ້ສິກກໍ່ບໍ່ຍອມ ເພາະສິກແລ້ວບໍ່ຮູ້ວ່າຈະຫາເງິນແບບໃດຈິ່ງຈະລວຍເໝືອນເປັນຄູບາ ສາດສະໜາຄຣິສນັ້ນຕ້ອງເຂົ້າວັດເປັນປະຈຳ ແຕ່ລະເດີອນຕ້ອງເສຍເງິນສະຕິ (ຂໍເອີ້ນວ່າເງິນສະຕິເປັນສະມາຊິກຕ່ຳສຸດ 10 ໂດລາຕໍ່ເດືອນ) ມີການສາລະພາບບາບອີກ ດີຢູ່ບ່ອນວ່າ ຈະມີເງິນຊ່ວຍເຫຼືອຜູ້ ຄັບຂັນ ມີພວກຢູໂຣບທີ່ນັບຖືຄຣິສມາຊວນຂ້າພະເຈົ້າເຂົ້າເປັນສາວົກ ເຂົາບອກວ່າສາດສະໜາພຸດນັ້ນມັນບູຮານ ກວ່າຄຣິສ 543ປີ ຂພຈເລີຍຕອບວ່າຖ້າເຂົ້າເປັນສາວົກນີບໍ່ເອົາ ແຕ່ເຂົ້າເປັນຄຸນພໍ່ນີ້ເປັນກໍ່ເປັນ ໂດຍສະເພາະເວລາລ້າງບາບໃຫ້ສາວໆຢູໂຣບ ມັກຫຼາຍ ມັນເລີຍວ່າ **** you ແປວ່າຈັ່ງໃດກໍ່ບໍ່ຮູ້. ບາງສາດສະໜາ ກິນໝູບໍ່ໄດ້ແຕ່ລະວັນຕ້ອງປະຕິບັດທຳ ສອງເທື່ອ...ຢ່າງນ້ອຍ ມີເດືອນຕ້ອງອົດອາຫານອີກ ຍັງມີອີກບາງສາດສະໜານັບຖືໜູ(ໜູກັດເຄື່ອງກັດຂອງໃນເຮືອນ)ເປັນພະເຈົ້າ ວັດຂອງຄົນທີ່ນັບຖືສາດສະໜານີ້ ໃນວັດໜູຈະເຕັມໄປໝົດ ມີ່ແຕ່ໂຕອ້ວນໆ ບາງສາດສະໜານັບຖືງົວ ຖ້າງົວມາຢືນຕັນທາງລົດກໍ່ຕ້ອງລໍຈົນກວ່າພະເຈົ້າງົວເດີນກາຍໄປກ່ອນຈິ່ງໄປຕໍ່ໄດ້ (ຢ່າໄປໄລ່ພະເຈົ້າງົວນະ ປຊຊເຂົາຈະມາໄລ່ທ່ານຕໍ່)....
ນີ້ຄືຄວາມຮູ້ທີ່ ຂພຈມີ ສຸດແລ້ວແຕ່ທ່ານໃດສົນໃຈຈະນັບຖືສາດສະໜາໃດຕັດສິນເອົາເອງກໍ່ແລ້ວກັນ

__________________

Senior Member

Status: Offline
Posts: 269
Date:

ຮ່າໆໆໆໆໆ ເວບນີ້ມີເຊັນເຊີ (**** you ມາຈາກຄຳວ່າຟັກຢູ ເດີ)

__________________
Anonymous

Date:

ຂ້ອຍບໍ່ແມ່ນຄຣິສຕຽນ ແຕ່ຂ້ອຍມັກໄປສາລະພາບບາບຢູ່ໂບດໄກ້ບ້ານທຸກຄັ້ງທີ່ຂ້ອຍຄິດຢາກກິນນ້ອງເມຍ ເພາະມັນແມ່ນວິທີນຶ່ງທີ່ຜ່ອນຄາຍຄວາມຕຶງຄຽດ, ຖ້າຈະໄປເວົ້າໃຫ້ຄູບາຟັງກໍ່ຢ້ານເພິ່ນເອົາໄມ້ຕາດໄລ່ຕີອ້ອມວັດ.

__________________

Senior Member

Status: Offline
Posts: 269
Date:

Anonymous wrote:

ຂ້ອຍບໍ່ແມ່ນຄຣິສຕຽນ ແຕ່ຂ້ອຍມັກໄປສາລະພາບບາບຢູ່ໂບດໄກ້ບ້ານທຸກຄັ້ງທີ່ຂ້ອຍຄິດຢາກກິນນ້ອງເມຍ ເພາະມັນແມ່ນວິທີນຶ່ງທີ່ຜ່ອນຄາຍຄວາມຕຶງຄຽດ, ຖ້າຈະໄປເວົ້າໃຫ້ຄູບາຟັງກໍ່ຢ້ານເພິ່ນເອົາໄມ້ຕາດໄລ່ຕີອ້ອມວັດ.

 ຮ່າໆໆໆໆໆໆໆໆໆ ໄດ້ເອື້ອຍແລ້ວຍັງຢາກໄດ້ນ້ອງ ເປັນຫຍັງຈິ່ງບໍ່ແຕ່ງເອົາທັງເອື້ອຍທັງນ້ອງເວລາດຽວກັນເລີຍ ແບບນີ້ມິນກໍ່ທໍລະມານຫົວໃຈລະຕີ ບໍ່ແມ່ນຫວາ ລະວັງເອື້ອຍຫວງ ຈະໂດນຕັດນ້ອງຊາຍ ແລ້ວໝົດໂອກາດນະ ຮ່າໆໆໆໆໆໆໆໆໆໆໆທ

__________________
Anonymous

Date:

ເຈົ້າເຄີຍໄປປະຕິບັດທັມຢູ່ສູນປະຕິບັດທັມຫຼັກ 38 ແລ້ວຫວາ ຖ້າຍັງເຈົ້າຄວນໄປປະຕິບັດລອງເບິ່ງແລ້ວເຈົ້າຈະຮູ້ວ່າ ທ່ານແມ່ທອງແກ້ວ ແມ່ນໃຜ ທ່ານແມ່ນຜູ້ປະເສີດເລີດຍິ່ງທີ່ສຸດເຈົ້າຮູ້ບໍ່.

__________________
Anonymous

Date:

ສະບາຍດີ ທ່ານ ທັງຫຼາຍຜູ້ທີ່ໄດ້ Post sms ລົງໃນເວັບນີ້ ທຸກຄົນຂ້າພະເຈົ້າມີຄວາມຮູ້ສຶກຢາກກ່າວໃຫ້ຝັງກ່ຽວກັບສູນປະຕິບັດທັມຫຼັກ38 ຂ້າພະເຈົ້າເອງຫໍ່ເປັນຜູ້ໜຶ່ງທີ່ມັກສຶກສາເລື່ອງທັມມະຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ທ່ານທັງຫຼາຍເອີຍ! ບາບກັມມີຈິ່ງ ຂໍໃຫ້ທ່ານທຸກຄົນຢ້ານກ່ວາຕໍ່ບາບເຖີດ ສຳລັບຜູ້ທີ່ເຂົ້າໃຈແລ້ວຂ້າພະຂໍອະນຸໂນທະນານຳ ສຳລັບຜູ້ທີ່ຍັງກໍ່ຄວນທີ່ຈະສຶກສາໃຫ້ເຂົ້າໃຈກ່ອນທີ່ຈະເວົ້າຫຍັງໄປ  ຜ່ານການປະຕິບັດຂອງຂ້າພະເຈົ້າຢູ່ສູນປະຕິບັດທັມຫຼັກ38 ແມ່ນມີຄວາມປຽນແປງຫຼາບທາງດ້ານຮ່າງກາຍແລະຈິດໃຈ ເຮັດໃຫ້ໃຈດີ ໃຈເຢັນຂີ້ນ ຮູ້ວ່າສາສາໜາພຸດແທ້ພຸດຈິງແມ່ນຫຍັງກັນແທ້ ຮູ້ໄດ້ຢ່າງເລິກເຊິ່ງ ເພາະທ່ານສອນບໍ່ໃຫ້ເປັນຄົນງົມງວາຍ ງົມງາຍ  ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ມາພົບມາພໍ ແລະ ໂຊກດີຫຼາຍ ທ່ານທັງຫຼາຍເອີຍຂ້າພະເຈົ້າຢາກໃຫ້ພວກທ່ານໄປເດແລ້ວທ່ານຈະ ຮູ້ວ່າເປັນແນວໃດ ສຳລັບທ່ານໃດທີ່ຍັງບໍ່ໄດ້ໄປພິສູດຫາຄວາມຈິ່ງ ຂໍພະເຈົ້າຂໍນຳຫຼາຍໆ ຢ່າເວົ້າໂລເລ ຢ້ານບາບ ຢ້ານກັມ ສິນຳສະໜອງທ່ານ ທີ່ຜ່ານມາຂ້າພະເຈົ້າໄດ້ຍິນຂ່າວບໍ່ດີກ່ຽວກັບສູນປະຕິບັດທັມຫຼັກ38 ທ່ານທັງຫຼາຍເອີຍຄວາມຈິງບໍ່ໄດ້ເປັນຢ່າງທີ່ເວົ້າ ຂ້າພະເຈົ້າບໍ່ຮູ້ວ່າຜູ້ທີ່ເວົ້າໃຫ້ເພິ່ນຕ້ອງການຫຍັງກັນແທ້ເປັນຫຍັງຄືບໍ່ຢ້ານບາບກັມ ໂຕເອງບໍ່ຮູ້ເວົ້າໄປໂລເລ ຂ້າພະເຈົ້າເຫັນແຕ່ເພິ່ນສອນໃຫ້ເປັນຄົນດີ ມີເມດຕາຕໍ່ທຸກຄົນ ຂ້າພະເຈົ້າຢາກເວົ້າຫຼາຍກ່ວານີ້ແຕ່ໃຫ້ທ່ານໄປພິສູດເອງແລ້ວທ່ານຈະຮູ້ໄດ້ດ້ວຍຕົນເອງວ່າສິ່ງທີ່ຂ້າພະເຈົ້າເວົ້າມານີ້ແມ່ນຄວາມຈິງບໍ...

ຂໍໃຫ້ພວກທ່ານຈົ່ງເປັນຜູ້ໂຊດດີມີສຸກທຸກຄົນເຖີດ!

ຂໍຂອບໃຈ 

__________________
Anonymous

Date:

ສາຍເຊລຳເພົາ wrote:

ທຸກຄົນຈະຕ້ອງມີສາສະໜາ ແລະສາສະໜານັ້ນ ຈະຕ້ອງເປັນສາສະໜາທີ່ສອດ ຄ່ອງກັບການໃຊ້ສະຕິປັນຍາ. ຖ້າບຸກຄົນໃດ ບໍ່ຮັກສາສິນໃນສາສະໜາໃດໜຶ່ງ ບຸກ ຄົນນັ້ນ ກໍຈະເປັນອັນຕະລາຍຕໍ່ສັງຄົມ. ໂດຍເຫດນີ້ເອງ ຈິ່ງບໍ່ມີຄວາມສົງໄສເລີຍວ່າ ເປັນຫຍັງນັກວິທະຍາສາດ ແລະນັກຈິດຕະວິທະຍາຈິ່ງເປີດກ້ວາງໂລກະທັດຂອງພວກເຮົາ ແຕ່ພວກເຂົາບໍ່ສາມາດ ທີ່ຈະບອກກ່ຽວກັບເປົ້າໝາຍໃນຊີວິດຂອງພວກເຮົາໄດ້. ແຕ່ສາສະໜາທີ່ດີສາມາດບອກເລື່ອງນີ້ໄດ້. ສະນັ້ນ, ຄົນເຮົາຈິ່ງສົມ ຄວນເລືອກນັບຖືສາສະໜາທີ່ມີຄວາມໝາຍແລະຫຼັກເຫດຜົນຕາມສັດທາຂອງຕົນໂດຍປາດສະຈາກການອີງອາໄສພຽງແຕ່ຕາມຄວາມເຊື່ອ, ຕາມປະເພນີ, ຮີດຄອງແລະທິດສະດີໃດໆ. ການບັງຄັບໃຫ້ຄົນອື່ນນັບຖືສາສະໜາຂອງຕົນໂດຍສວຍໃຊ້ຄວາມທຸກ, ຄວາມບໍ່ຮູ້ໜັງສື ແລະຄວາມຮູ້ສຶກອ່ອນແອຂອງຄົນອື່ນນັ້ນເປັນສິ່ງບໍ່ຄວນ. ການນັບຖືສາສະໜາ ຄວນຈະເປັນໄປຕາມລັກສະນະສະໝັກໃຈ. ມະນຸດຄວນຈະມີເສລີພາບໃນການເລືອກນັບຖືສາສະໜາຂອງຕົນຕາມຄວາມມັກແລະຄວາມສາມາດທາງສະຕິປັນຍາ. ການນັບຖືສາສະໜາແບບງົມງາຍໂດຍບໍ່ເຂົ້າ ໃຈ ກໍຈະເປັນການເສື່ອມເສຍຄຸນຄ່າທາງດ້ານຈິດໃຈ ແລະສູນເສຍກຽດສັກສີຂອງຄວາມເປັນມະນຸດຂອງຜູ້ນັບຖືສາສະໜານັ້ນໆ. ມະນຸດມີສະຕິປັນຍາ ແລະສາມັນສຳນຶກທີ່ຈະຮູ້ຈັກຈຳແນກວ່າ ອັນໃດຖືກແລະອັນໃດຜິດ. ພວກເຂົາສາມາດປັບຕົນເອງໃຫ້ເຂົ້າກັບສະພາບການໄດ້. ດ້ວຍເຫດນີ້ ພວກເຂົາຈິ່ງຄວນຈະເລືອກສາສະໜາ ທີ່ເຂົ້າກັບພວກເຂົາໄດ້ ແລະຕອບສະໜອງກັບພູມປັນຍາຂອງຄວາມເປັນມະ ນຸດຂອງພວກເຂົາ. ພວກເຂົາຄວນຈະໄດ້ຮັບການແນະນຳສັ່ງສອນຢ່າງຖືກ ຕ້ອງ ເໝາະສົມ. ຈົ່ງໃຫ້ໂອກາດເຂົາເຈົ້າເຫຼົ່ານັ້ນມີສິດຕັດສິນນັບຖືໂດຍປາດສະຈາກການນາບຂູ່ໂດຍປະການທັງປວງ.

MESSAGE FOR ALL

Every man must have a religion and that religion must be one which will appeal to the intellectual mind. A man failing to observe religious principles, becomes a danger to society. There is no doubt that scientist and psychologists have widened our horizon but they have not been able to tell us our purpose in life. A proper religion can do this. Man must therefore choose a rational and meaningful religion according to his conviction without depending on mere beliefs, traditions, customs and theories. No one has the right to force another person to accept any religion. No one should exploit poverty, illiteracy or arouse human emotional feelings to induce others to accept a religion. Religion should be a free choice. Man should be free to choose his own religion according to his liking and intellectual capacity. To follow a religion blindly without any understanding, would deprive the religion of its spiritual value and the follower of his human dignity. Human beings have intelligence and common sense to differentiate what is right and wrong. They can adapt themselves according to circumstances. They should therefore choose a religion that is adaptable to them and one that meets with their human intelligence. They must be properly guided. Give them a chance to decide freely without any undue coercion.

 ທ່ານ ເຊລຳເພົາເອີຍ ! ທຸກຄົນຕ້ອງຖືສາສນາ ! ທ່ານເປັນຜູ້ອອກກົດໝາຍເອງຕິ ??? ໃນລັດຖະທຳມະນູນລາວ ບອກວ່າ ທຸກຄົນມີສິດນັບຖື ແລະ ບໍ່ນັບຖືສາສນາ ! ສະອອນຄວາມຮູ້ທໍ່ຫາງເຕົ່າຂອງທ່ານເດ່ນໍ biggrin

ຢາກຫອມແກ້ມເຈົ້າເດອ້າຍ ຈັ້ງແມນເວົ້າຖືກໃຈ smile ຂ້ອງເປັນໄຕດຳ ພໍ່ແມ່ພາຖືຜີມາແຕ່ເກີດ ກໍ່ເປັນຄົນດີນຳບ້ານນຳເມືອງຢູ່ໄດ໋ລະ !

 ສາສນາໃດກໍ່ດີ ຂໍແຕ່ຢ່າມີກົນອຸບາຍທີ່ບໍ່ດີແອບແຝງ ! ບໍ່ແມ່ນຖືສາສນາ ຖືລັດທິນັ້ນແລ້ວ ເຮັດໃຫ້ສັງຄົມ ຄອບຄົວ ຜົວ ເມຍ ພໍ່ ແມ່ ລູກ ແຕກແຍກ ເບີ່ງໜ້າກັນບໍ່ໄດ້ ຫລືເຖິງຂັ້ນບໍ່ກິນເຂົ້າຮ່ວມພາກັນ ! ຄັນສາສນາໃດເປັນແນວນັ້ນ ຊ່ວຍກັນມ້າງມັນໂລດ ພີ່ນ້ອງເອີຍ !

__________________
Anonymous

Date:

Anonymous wrote:

ເຈົ້າເຄີຍໄປປະຕິບັດທັມຢູ່ສູນປະຕິບັດທັມຫຼັກ 38 ແລ້ວຫວາ ຖ້າຍັງເຈົ້າຄວນໄປປະຕິບັດລອງເບິ່ງແລ້ວເຈົ້າຈະຮູ້ວ່າ ທ່ານແມ່ທອງແກ້ວ ແມ່ນໃຜ ທ່ານແມ່ນຜູ້ປະເສີດເລີດຍິ່ງທີ່ສຸດເຈົ້າຮູ້ບໍ່.

 ຄວາຍຕູ້ເອີຍ ! ໂຕເອງໂງ່ງົມງວາຍເປັນຄວາຍຕູ້ ຍັງບໍ່ພໍເນາະ no ຍັງມີໜ້າມາຊວນຜູ້ອື່ນໄປບ້ານຳອີກ ! ໄປແຕ່ແກັງພວກເຈົ້າສາ ! ຜູ້ມີສະຕິສຳປະຊັນຍະດີ ເຂົາບໍ່ໄປນຳດອກ ຍ້ອນຢ້ານທາງການຊິເອົາລົດ 66 ມາຂົນໄປລົງຢູ່ໂຮງໝໍໂຣກຈິດໃນມໍ່ໆນິລະ biggrinbiggrinbiggrin

 ແມ່ນ , ອີກບໍ່ດົນນິລະ ແມ່ທອງແກ້ວ ຊິພາຜີບ້າພວກນີ້ ຂ້າຕົວຕາຍໝູ່ໄປຫາພະຜູ້ເປັນເຈົ້າ biggrinbiggrinbiggrin

 ຂະນ້ອຍວ່າ ສາສນາພຸດນິລະດີແລ້ວ ເປັນວິທະຍາສາດດີ ບໍ່ສອນໃຫ້ຄົນງົມງວາຍ ! ປີໜຶ່ງບໍ່ເຂົ້າວັດກະໄດ້ ເພາະສາສນາຢູ່ທີ່ໃຈ , ແມ່ນບໍ່ ??? ບໍ່ຄືບາງສາສນາໄດ໋ ຄາວຽກຊິຕາຍ ວັນເສົາວັນທິດກໍ່ຕ້ອງໄດ້ແລ່ນຕາຕີ່ຕາລານເຂົ້າໂບດ ເພື່ອໄປຮ້ອງເພງ ຮ້ອງຫາພະຜູ້ເຈົ້າ ອາເມນ ອາເມນ ຢູ່ !!! ບາດເດືອດຮ້ອນມາ ຊິຕາຍມາ ບໍ່ເຫັນວ່າພະຜູ້ເປັນເຈົ້າຊິຊ່ວຍຫຍັງໄດ້ ??!!! ໂງ່ biggrinbiggrinbiggrin

 Every man must have a religion.  where on earth have you beeeeen!!!booooooo!!!!! 

__________________
Anonymous

Date:

Anonymous wrote:
Anonymous wrote:

ຂໍຖາມທ່ານສາຍເຊລຳເພົາ ແລະທ່ານຜູ້ຮູ້ທັງຫຼາຍຊ່ວຍສອນຂ້າພະເຈົ້າແດ່:

1. ພຣະພຸດທະສາສນາມີຈັກນິກາຍ, ແຕ່ລະນິກາຍແຕກຕ່າງກັນແນວໃດ, ພຸດແບບລາວແມ່ນນິກາຍໃດ, ສ່ວນຕີເບດ, ຈີນ, ຍີ່ປຸ່ນ, ເກົາຫຼີເດ?

2. ສະມານະສັກ(ຕຳແໜ່ງ)ຂອງພຣະສົງມີຈັກຊັ້ນ, ແຕ່ລະຊັ້ນຊື່ວ່າຈັ່ງໃດ?

3. ການບັນລຸທັມມີຈັກຂັ້ນກ່ອນຈະຮອດພຣະອໍຣະຫັນ, ແຕ່ລະຂັ້ນມີຊື່ວ່າແນວໃດ?

4. ແມ່ທອງແກ້ວ ເຈົ້າສຳນັກ ສູນປະຕິບັດທັມຫຼັກ 38 ຈັດຢູ່ປະເພດໃດ? ຜ່ານມາໄດ້ມີຂ່າວວ່າມີພຣະສົງຊັ້ນຜູ້ໃຫ່ຍ (ຮອງປະທານອົງການ ພຸດທະສາສນາສຳພັນລາວ) ຮ້ອງຟ້ອງແມ່ທອງແກ້ວຫາແນວລາວສ້າງຊາດ ປະຈຸບັນຄະດີດັ່ງກ່າວຍັງພິຈາລະນາກັນຢູ່ ໂດຍອີງຕາມຂໍ້ມູນຈາກບົດຄວາມ ຂອງໜັງສືພີມປະເທດລາວໄດ້ກ່າວຫາວ່າ ແມ່ທອງແກ້ວໄດ້ຢຶດວັດພູສາລີຢູ່ ແຂວງຈຳປາສັກແລ້ວປ່ຽນຊື່ໃໝ່ເປັນຊື່ຂອງລູກຊາຍຕົນ ແລະອ້າງຕົນເປັນຜູ້ມີຍານວິເສດ ມັນແມ່ນຄວາມຈິງແທ້ບໍ່ຊ່ວຍອະທິບາຍແດ່

ຂໍຂອບໃຈ.

 ຖາມມາກະຕອບໄປ:

໑. ພຸດທະສາສນາ ມີ ໒ ນິກາຍໃຫຍ່ ແລະນິກາຍນ້ອຍໆແຕກອອກໄປອີກຫຼາຍສາຂາ.

- ພຸດທະສາສນາ ແຕ່ລະນິກາຍນັ້ນ ສ່ວນຫຼາຍຈະຕ່າງກັນແຕ່ຮູບແບບ ແລະການປະພຶດ, ພຸດທະສາສນານິກາຍເຖຣະວາດ (ຫິນະຍານ-ແປວ່າຍານລະອຽດ) ຄືແບບລາວ, ໄທ ຂະເໝນ ແລະພະມ້າ.....ນີ້ຈະຖືຄອງແບບເດີມ ໂດຍຖືເອົາຕາມຄຳສອນຂອງພຣະເຖຣະ ທີ່ສືບທອດກັນມາແຕ່ພຣະອໍຣະຫັນທີ່ທຳສັງຄາຍະນາພຸດທະພົດຂອງພຣະພຸດທະເຈົ້າ ໂດຍສະເພາະແມ່ນ ອີງຕາມພຣະໄຕປີດົກລ້ວນໃນເບື້ອງຂອງຄຳສອນ, ສ່ວນນິກາຍມະຫາຍານ (ຍານກວ້າງ)ຫຼືອະຣິຍະຈະຣິຍະວາດ ຈະຖືເອົາຕາມອາຈານຜູ້ສອນ ຄື ແບບຈີນ ທິເບດ ຍີ່ປຸ່ນ ນິກາຍນີ້ ຈະຖືເອົາຄຳສອນຂອງພຣະ ພຸດທະເຈົ້າໃນບາງສ່ວນ ປະສົມປະສານກັບລັດທິອື່ນ ເຊິ່ງແຕ່ລະນິກາຍຈະບໍ່ຄືກັນ ຄືແຕກຕ່າງກັນໄປອີກເລັກໆນ້ອຍ.

໒. ສະມະນະສັກຂອງພຸດທະສາສນາແທ້ ຈະບໍ່ຖືເປັນສຳຄັນ ຈະຖືຫຼັກຂອງການສະເໝີກັນສອງຢ່າງ ຄື

໑. ມີສິລສະເໝີກັນ

໒. ມີທິດຖີສະເໝີກັນ

- ສ່ວນສະມະນະສັກຂອງພຣະສົງແຕ່ລະປະເທດນັ້ນ ຈະຖືກັນໃນແຕ່ລະປະເທດເທົ່ານັ້ນ ຈະມີໄວ້ສຳລັບ ວຽກງານການປົກຄອງ ຢູ່ໃນລາວເຮົາ ມີການໃຊ້ແຕ່ບູຮານ (ມາບັດນີ້ບໍ່ມີການໃຊ້) ຄື

ກ. ສະເດັດ (ສາມັນ)

ຂ. ຊາ (ສາມັນ)

ຄ. ຄຣູ (ສາມັນ)

ງ. ຫຼັກຄຳ (ເຈົ້າແຂວງ)

ຈ. ລູກແກ້ວ (ຣາຊາຄະນະ ຣະດັບສົມເດັດ)

ສ. ຍອດແກ້ວ (ຣາຊາຄະນະ ຣະດັບພຣະສັງຄະຣາດ)

໓. ການບັນລຸທັມ ມີ

- ມັກ ໔ ຜົນ ໔ ແລ້ວຈຶ່ງ ອໍຣະຫັນ (ນິພານ)

໔. ສຳລັບແມ່ທອງແກ້ວ ຍັງບໍ່ທັນຮູ້ ບໍ່ທັນເຫັນເພີ່ນ ຈຶ່ງບໍ່ຮູ້ວ່າ ເພິ່ນສຳເຣັດທຳລະດັບໃດ ? ແຕ່ເຊື່ອວ່າຍັງ ບໍ່ທັນບັນລຸທັມຂັ້ນສູງສຸດໃນທາງພຸດທະສາສນາປານໃດ, ອັນໜຶ່ງ ເຮົາບໍ່ສາມາດທຳນວາຍຄວາມສຳເຣັດ ຍານຂອງບຸກຄົນອື່ນໄດ້ ເວັ້ນແຕ່ພຣະພຸດທະເຈົ້າເທົ່ານັ້ນ.

  ແມ່ທອງແກ້ວຊຶ່ງໄດ້ປ່ຽນຊື່ເປັນແມ່ພຣະແກ້ວໄດ້ປະກາດແລ້ວວ່າລາວແມ່ນພຣະພຸດທະເຈົ້າອົງປະຈຸບັນ ຄືອົງທີ່ຫ້າ ສ່ວນເຈົ້າຊາຍສິດທະທະແມ່ນອົງທີ່ສີ່ ເພິ່ນໄດ້ຕັດສະຮູ້ແລ້ວດຽວນີ້ມີພາລະກິດດຽວຄືໄປໂປດມວນມະນຸດເພາະໂລກກຳລັງຈະແຕກແລ້ວ ແຕ່ວ່າດຽວນີ້ແມ່ນຄາໂປດຜົວຂອງເພິ່ນເອງຊື່ພໍ່ພຣະຄຳແສງຊຶ່ງມີເມັຍນ້ອຍທີ່ໄປຍາດເອົາເມຍໝູ່ມາອີກຕໍ່ນຶ່ງ ແລະແມ່ພຣະແກ້ວກໍ່ສາມາດໄປຍາດເອົາຜົວຕົນເອງກັບມາແລ້ວດຽວນີ້ກໍ່ຢູ່ນຳກັນຢູ່ສູນຫຼັກ38. ເພິ່ນວ່າໃຜບໍ່ເຊື່ອເຊີນໄປພິສູດດ້ວຍຕົນເອງ ສ່ວນວ່າເປັນພຣະພຸດທະເຈົ້າຄືມີຜົວຢູ່ ເພິ່ນຊີ້ແຈງວ່າມັນບໍ່ກ່ຽວກັນເລື້ອງຜົວແມ່ນເລື້ອງຂອງຜູ້ເປັນກາຍ ສ່ວນຈິດແມ່ນເປັນພຣະພຸດທະເຈົ້າ. ພິຈາລະນາຊ່ວຍກັນເບິ່ງວ່າແມ່ນແທ້ບໍ່

__________________
Anonymous

Date:

ວະຈີກມັ ບາບໜາທ່ານຮູ້ບໍ່.....ຄວນເວົ້າໃນສິ່ງທີ່ຕໍ່ເອງໄດ້ພິສູນແລະເຂົ້າໃຈ ຢ່າເວົ້າຕາມຄົນອື່ນເວົ້າ ຢ່າເຊື່ອຄົນງ່າຍ ຖ້າໄດ້ພິສູດແລ້ວຈິ່ງເຊື່ອ.

 ອີ່ນາຍຜີບ້ານີ້ ບັງອາດຂະໜາດເນາະ !! ວ່າເປັນພະພຸດທະເຈົ້າອົງທີ 5 ພຸ້ນນະ ??!?! ຟັງຊຳ່ນີ້ ຄັນຄົນມີສະໝອງມີສະຕິດີ ກໍ່ຮູ້ໂລດວ່າ ອີ່ນາຍນີ້ ບ້າແຮງຊຳ່ໃດ ????? ສ່ວນຄົນທີ່ໄປຫລົງເຊື່ອອີ່ນາຍນີ້ ແຮ່ງບ້າແຮງກວ່າ ອີ່ນາຍນີ້ອີກ biggrinbiggrinbiggrin

__________________
Anonymous

Date:

ທ່ານ ຮູ້ບໍ່ ສາດສະໜາຕ່າງໆ ເຮັດໃຫ້ຄົນໂງ່ ຫູໜາຕາມືດ ແລະ ຫລົງໂຕເອງ ວ່າຕົນເອງ ເປັນຜູ້ວິເສດ ບັນລຸ ແລະ ສຳເລັດ ຂັ້ນຕ່າງໆນາໆ ຂ້າກັນຢູ່ບໍ່ເຊົາໃນໂລກນີ້ ສາເຫດ ກໍແມ່ນ ມາຈາກສາດສະໜາ ການວາງໂຕເປັນຄົນດີ ບໍ່ຕອ້ງມີສາດສະໜາກໍໄດ້ ປະຕິບັດ ຕໍ່ກົດລະບຽບ ຂອງ ບ້ານເມືອງ ກໍພໍແລ້ວ?

 ອາວ ! ຄັນຮູ້ວ່າລາວບ້າແຮງປານນີ້ ພວກນາຍບ້ານ ນາຍແບ້... ພວກເຈົ້າເມືອງ ແລະນະຄອນຫລວງ ຫູໜວກຕາບອດໝົດແລ້ວຫວະ ຊັ້ນນະ ???? ປ່ອຍໃຫ້ຄົນຜີບ້າຕັ້ງສຳນັກບັກໃຫຍ່ ຕົວະຕົ້ມຫລອກລວງຄົນເຮັດຫຍັງ ຊັ້ນນະ ! ປ້າຍທາງເຂົ້າກໍ່ໃຫຍ່ທໍ່ປ້າຍ ປກສ ນະຄອນຫລວງ ພຸ້ນນະ biggrinbiggrinbiggrinbiggrinbiggrin

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:
Anonymous wrote:

ເຈົ້າເຄີຍໄປປະຕິບັດທັມຢູ່ສູນປະຕິບັດທັມຫຼັກ 38 ແລ້ວຫວາ ຖ້າຍັງເຈົ້າຄວນໄປປະຕິບັດລອງເບິ່ງແລ້ວເຈົ້າຈະຮູ້ວ່າ ທ່ານແມ່ທອງແກ້ວ ແມ່ນໃຜ ທ່ານແມ່ນຜູ້ປະເສີດເລີດຍິ່ງທີ່ສຸດເຈົ້າຮູ້ບໍ່.

 ຄວາຍຕູ້ເອີຍ ! ໂຕເອງໂງ່ງົມງວາຍເປັນຄວາຍຕູ້ ຍັງບໍ່ພໍເນາະ no ຍັງມີໜ້າມາຊວນຜູ້ອື່ນໄປບ້ານຳອີກ ! ໄປແຕ່ແກັງພວກເຈົ້າສາ ! ຜູ້ມີສະຕິສຳປະຊັນຍະດີ ເຂົາບໍ່ໄປນຳດອກ ຍ້ອນຢ້ານທາງການຊິເອົາລົດ 66 ມາຂົນໄປລົງຢູ່ໂຮງໝໍໂຣກຈິດໃນມໍ່ໆນິລະ biggrinbiggrinbiggrin

 ແມ່ນ , ອີກບໍ່ດົນນິລະ ແມ່ທອງແກ້ວ ຊິພາຜີບ້າພວກນີ້ ຂ້າຕົວຕາຍໝູ່ໄປຫາພະຜູ້ເປັນເຈົ້າ biggrinbiggrinbiggrin

 ຂະນ້ອຍວ່າ ສາສນາພຸດນິລະດີແລ້ວ ເປັນວິທະຍາສາດດີ ບໍ່ສອນໃຫ້ຄົນງົມງວາຍ ! ປີໜຶ່ງບໍ່ເຂົ້າວັດກະໄດ້ ເພາະສາສນາຢູ່ທີ່ໃຈ , ແມ່ນບໍ່ ??? ບໍ່ຄືບາງສາສນາໄດ໋ ຄາວຽກຊິຕາຍ ວັນເສົາວັນທິດກໍ່ຕ້ອງໄດ້ແລ່ນຕາຕີ່ຕາລານເຂົ້າໂບດ ເພື່ອໄປຮ້ອງເພງ ຮ້ອງຫາພະຜູ້ເຈົ້າ ອາເມນ ອາເມນ ຢູ່ !!! ບາດເດືອດຮ້ອນມາ ຊິຕາຍມາ ບໍ່ເຫັນວ່າພະຜູ້ເປັນເຈົ້າຊິຊ່ວຍຫຍັງໄດ້ ??!!! ໂງ່ biggrinbiggrinbiggrin

 ຂ້ອຍເຫັນປ້າຂ້ອຍຢູ່ຂ້າງເຮືອນ ເພິ່ນໄປຖືເຈົ້າແມ່ກວນອິມ ທຽວໄປຝັ່ງນັ້ນຕະຫລອດ ກິນເຈ ໜ້າຈືດໆ ບໍ່ເອົາໃຈໃສ່ໂຕເອງ ນຸ່ງເສື້ອຕິດກະດຸມຄືເຈັກນິລະ ມັກວິນມັກວຽນ ເວລາສວດມົນ ກໍ່ຮ້ອງເຫລີລົ້ມເຫລີຕາຍ ຄືຜີບ້ານິລະ !!! ແຕ່ເພິ່ນກໍ່ບໍ່ຍອມໄດ໋ລະ ! ຍັງຊັກຊວນຜົວກັບລູກເຂົ້າເປັນສາວົກນຳ ຂະເຈົ້າບໍ່ເອົານຳ ກໍ່ໃຈຮ້າຍຜິດກັບລູກກັບຜົວ ບໍ່ກິນເຂົ້າຮ່ວມພາກັນ ກາຍເປັນຄົນເກັບກົດ ລ້ອມປ່ຽວໂຕເອງ ! ນິຫວະ ສາສນາດີ ?!?! ຄຶດເບີ່ງນຳກັນເອງເດີ້ພີ່ນ້ອງ ! ບໍ່ຢາກວິຈານຫລາຍ ຢ້ານເຈົ້າແມ່ກວນອິມເຫາະມາຮ້າຍ 555555555

 LMAO ຂ້ອຍຫົວຈົນເຈັບທ້ອງຕອນເຈົ້າວ່າ "ບໍ່ຢາກວິຈານຫຼາຍ,ຢ້ານເຈົ້າແມ່ກວນອິນ
ເຫາະມາຮ້າຍ"

ຜູ້ກຽ່ວເດລະຖືສາສນາຫຍັງເດນໍ?

__________________
Anonymous

Date:

ສຳລັບຂ້ອຍແມ່ນຖືສາສນາພຸດດີທີ່ສຸດໃນໂລກຄະແນມວ່າຢ່າຊູໄປຫຼົງຕົກໂງ່ແລະ
ເຊື່ອຟັງພວກຄູບາອາຈານທີ່ສວຍໂອກາດຢົວະເອົາເງິນນຳຜູ້ເຖົ້າໄປຟັງທຳຢູ່ວັດ
ຫັ້ນເດີ້!
ພະພຸດທະເຈົ້າເອງເພິ່ນສອນດີທີ່ສຸດ,ມີແຕ່ຄົນຫັ້ນລະມາປຽ່ນຄຳຊັ່ງສອນຂອງ
ເພິ່ນຕະຜຶດຕະພືເພື່ອປະໂຫຍດສ່ວນຕົວແລ້ວເຮັດໃຫ້ຄົນເຊື່ອຖືກັນຖ້າຢາກເກີດ

ເປັນເສດຖີຊາດໜ້າຢູ່ຊາດນີ້ຕ້ອງຈົກເງິນເຮັດບຸນຫຼາຍໆ!
ປານຊື້ປີ້ຂຶ້ນສະຫວັນນໍ!!!!biggrinbiggrinbiggrinbiggrinbiggrin

__________________
Anonymous

Date:

Anonymous wrote:

ທ່ານ ຮູ້ບໍ່ ສາດສະໜາຕ່າງໆ ເຮັດໃຫ້ຄົນໂງ່ ຫູໜາຕາມືດ ແລະ ຫລົງໂຕເອງ ວ່າຕົນເອງ ເປັນຜູ້ວິເສດ ບັນລຸ ແລະ ສຳເລັດ ຂັ້ນຕ່າງໆນາໆ ຂ້າກັນຢູ່ບໍ່ເຊົາໃນໂລກນີ້ ສາເຫດ ກໍແມ່ນ ມາຈາກສາດສະໜາ ການວາງໂຕເປັນຄົນດີ ບໍ່ຕອ້ງມີສາດສະໜາກໍໄດ້ ປະຕິບັດ ຕໍ່ກົດລະບຽບ ຂອງ ບ້ານເມືອງ ກໍພໍແລ້ວ?

 ໂອຍຈັ່ງແມ່ນເຈົ້າຖືກຕ້ອງດີແທ້ເດ!!!!!
ຂ້ອຍຈັ່ງແມ່ນອອນຊອນພວກທີ່ເພິ່ນເຂົ້າວັດບັດອອກມາແລ້ວໄປຫຼິ້ນກະຊີໂນ້ທັງ
ຫຼິ້ນສາວຫຼິ້ນເມັຽໝູ່ ຄັນແມ່ນແມ່ອອກກະຫຼິ້ນກັນກັບຄູບາອາຈານອຶກກະຖຶກນຶກຄົມ!ສຳລັບຂ້ອຍຢູ່
ເຮືອນນົບຮ້ານພະຢູ່ຫົວບ່ອນນອນຂ້ອຍກະຄືຊິໃດ້ຂຶ້ນສະຫວັນນຳເພິ່ນຢູ່ດອກຂ້ອຍວ່າ.

__________________
1 2  >  Last»  | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard