Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕົວຢ່າງໜັງ short film ທີ່ເດັກນ້ອຍລາວໄປຊະນະ ຢູ່ຢີ່ປຸ່ນ
Anonymous

Date:
ຕົວຢ່າງໜັງ short film ທີ່ເດັກນ້ອຍລາວໄປຊະນະ ຢູ່ຢີ່ປຸ່ນ


ຂໍຊົມເຊີຍນັກຮຽນລາວ ຊາວໜຸ່ມລາວ ແລະ ຄະນະສ້າງຮູບເງົາ ທີ່ເພິ່ນສາມາດຊິງລາງວັນ ໃນການປະກວດຮູບເງົາສັ້ນ ຂອງນັກຣຽນທະວີບອາຊີ ຢູ່ທີ່ປະເທດຍີ່ປຸ່ນ.

ຄັດເລືອກຈາກຫຼາຍຮ້ອຍເລື່ອງ ຈາກຫຼາຍປະເທດ ເຊິ່ງບ້ານເຮົາໄດ້ສົ່ງຮູບເງົາເຂົ້າ ປະກວດພຽງ 3 ເລື່ອງ ຖືວ່າໜ້ອຍກ່ອນໝູ່ ແລະ ປະເທດຍີ່ປຸ່ນ(ເຈົ້າຂອງງານປະກວດຄັ້ງນີ້) ກໍໄດ້ສົ່ງປະກວດ 28 ເລື່ອງ.

ສ່ວນ ຮູບເງົາ ທີ່ ຊະນະ ກໍມີຢູ່ 2 ເລື່ອງຄື :

ຊະນະເລີດ ລາງວັນ ທີ 1 : ” ບໍ່ຕ້ອງຢ້ານ ”



“ບໍ່ຕ້ອງຢ້ານ” ໄດ້ສະແດງໃຫ້ເຫັນເຖິງ ການທຳຄວາມດີ ການກ້າທີ່ຈະສະແດງອອກ ແລະ ຄວາມສຳຄັນ ຂອງການສຶກສາ ສ່ວນໃຈຄວາມຂອງ ຮູບເງົາ “ເພື່ອອານາຄົດ” ແມ່ນການສະທ້ອນຫາ ການຮຽນຂອງຊາວໜຸ່ມ ຄວາມຕັ້ງໃຈເພື່ອ ອານາຄົດ ແລະ ຄວາມຮັກ ທີ່ມີໃຫ້ກັບແມ່.

**ຫຼັງຈາກການມອບ ລາງວັນສິ້ນສຸດແລ້ວ ທາງຊາວໜຸ່ມລາວ ກໍຍັງກຽມການສະແດງ ວັດທະນະທຳລາວ ແລະ ກໍຍັງໄດ້ໄປຮຽນຮູ້ ຢ້ຽມຊົມ ການສ້າງຮູບເງົາກະຕູນ ແລະ ອື່ນໆຢູ່ທີ່ມະຫາວິທະຍາໄລໂຕກຽວ.





__________________
Anonymous

Date:
RE: ຕົວຢ່າງໜັງ short film ທີ່ເດັກນ້ອຍລາວໄປຊະນະ ຢູ່ຢີ່ປຸ່ນ



ຂໍສະແດງຄວາມຍິນດີນໍາແລະຫວັງວ່າຜູ່ຫລັກຜູ່ໃຫຍ່ບ້ານເຮົາເບິ່ງຄລິບນີ້ແລ້ວ ຈະອອກງົບເພື່ອພັດທະນາການສຶກສາໃຫ້ຫລາຍກ່ວາເກົ່າ.

__________________
Anonymous

Date:

ຂ້ອຍວ່າຜູ່ໃຫ່ຽເພິ່ນແຫ່ງດີໃຈເພາະສິມີ ຜູ່ໃຫ້ການຊ່ວຍເຫຼືອເພີ່ມຂື້ນ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard