Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫລໍ່ດີ
Anonymous

Date:
ຫລໍ່ດີ


(ຂປລ) ທ່ານ ສຸວັນດີ ສີສະຫວັດ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຮັບຜິດຊອບ ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ເຊັນບົດບັນທຶກ ການກວດກາການອອກແບບ ຮູບຫລໍ່ຜູ້ນຳຮຸ່ນ ທຳອິດ ຂອງການປະຕິວັດລາວ ຮ່ວມກັບ ຄະນະຜູ້ແທນວິຊາການ ສປ ຈີນ ນຳໂດຍ ທ່ານ ເສິນ ຈິງ ສຽນ, ຫົວ ໜ້າສູນພົວພັນເສດຖະກິດຈີນ, ໃນວັນທີ 15 ທັນວາ 2011 ຫ້ອງວ່າການສູນກາງພັກ(ຫລັກ 6) ໃນໂອກາດ ທີ່ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 10-15 ທັນວາ 2011.

ຜ່ານການເຮັດວຽກຮ່ວມກັນ, ສອງຝ່າຍໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ກວດກາຮູບປັ້ນຈຳລອງຜູ້ ນຳຮຸ່ນທຳອິດຂອງການປະຕິວັດຈຳນວນ 7 ທ່ານ, ທ່ານລະ 2 ແບບ, ຂະໜາດ 60 ຊັງຕີແມັດ ທີ່ຄະນະຜູ້ແທນ ສປ ຈີນ ນຳມາ, ສອງຝ່າຍເຫັນດີເປັນເອກະພາບກັນທາງດ້ານວິຊາການຄື: ຮູບປັ້ນຂອງ ທ່ານ ໜູຮັກ ພູມສະ ຫວັນ ແມ່ນເຫັນດີເອົາຮູບແບບທີ 1 ແຕ່ໃຫ້ດັດແກ້ບາງຈຸດ, ທ່ານ ພູມີ ວົງວິຈິດ ເຫັນດີເອົາຮູບແບບທີ 1, ທ່ານ ພູນ ສີປະເສີດ ເຫັນດີເອົາຮູບແບບທີ 1 ແຕ່ໃບໜ້າໃຫ້ດັດເອົາຮູບແບບທີ 2 ໃສ່, ທ່ານ ສີສົມພອນ ລໍວັນໄຊ ເຫັນດີເອົາຮູບແບບທີ 2 ມືຈັບປຶ້ມ, ທ່ານ ສີທົນ ກົມມະດຳ ເຫັນດີເອົາຮູບແບບທີ 1 ແຕ່ເຮັດໃຫ້ຮ່າງຄີງ, ຄໍ, ຫົວ ແລະ ໃບໜ້າໃຫຍ່ຂຶ້ນ, ທ່ານ ໄຟດ່າງ ລໍເບຼຍຢາວ ເຫັນດີເອົາແບບທີ 1 ແຕ່ໃຫ້ຊຸດແວັດ ໃຫ້ເປັນເອກະພາບກັບ ທ່ານຜູ້ນຳອື່ນໆ ແລະ ທ່ານ ຕູ້ຢາ ໄຊຈູ ເຫັນດີເອົາຮູບແບບທີ 2 ທ່າຢືນຍົກກຳປັ້ນ.

ໃນບົດບັນທຶກ, ສອງຝ່າຍເປັນເອກະພາບການນຳຮູບຈຳລອງດັ່ງກ່າວ ຜ່ານກອງປະຊຸມກົມການເມືອງ ແລະ ຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ ຄັ້ງວັນທີ 5-6/01/2012 ເພື່ອກວດກາ ແລະ ຮັບຮອງຢ່າງເປັນທາງການ; ຝ່າຍລາວ ເຫັນດີເຊີນວິຊາການຝ່າຍຈີນ ຈຳນວນ 3 ທ່ານ ເດີນທາງມາ ເຮັດວຽກຢູ່ ສປປ ລາວ ເພື່ອຮັບເອົາເນື້ອໃນຈິດໃຈຊີ້ນຳຈາກຂັ້ນເທິງຂອງ ສປປ ລາວ. ພ້ອມກັນນີ້, ສອງຝ່າຍ ໄດ້ພ້ອມກັນປຶກສາຫາລືກ່ຽວກັບ ໂຄງຮ່າງ ສັນຍາມອບໝາຍຜະລິດຮູບຫລໍ່ຜູ້ນຳຮຸ່ນ ທຳອິດຂອງການປະຕິວັດລາວ ແລະ ເປັນເອກະພາບນຳກັນວ່າ ຈະນຳສະເໜີລາຍງານຂໍທິດຊີ້ນຳຈາກ ຂັ້ນເທິງ ຂອງຕົນ./.

kpl



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard