Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການກ່າວຄຳຕ້ອນຮັບ ແລະຄຳອຳລາ
ສາຍເຊລຳເພົາ

Date:
ການກ່າວຄຳຕ້ອນຮັບ ແລະຄຳອຳລາ


ການກ່າວຄຳຕ້ອນຮັບ ແລະຄຳອຳລາ

- ການກ່າວຄໍາທັກທາຍ ຕອນແຮກພົບ ຄົນລາວເຮົາປັດຈຸບັນນີ້ ວ່າ
ກ. ແຮກພົບ "ສະບາຍດີ"
ຂ. ອໍາລາ : "ສະບາຍດີ" ສະບາຍດີຊື່ໆມັນບໍ່ຄັກໃຈສ່ວນຫຼາຍຈະໃຊ້ຄໍາວ່າ "ສະບາຍດີ ບາຍໆໆ" ບາງຄົນຄັກເຂົ້າໄປກວ່ານັ້ນ "ສະບາຍດີ ບາຍໆຈູບໆໆໆ" ຮ່າໆໆໆໆໆໆໆໆໆ.


- ສ່ວນໂຄສົກ ທາງວິທະຍຸ, ໂທລະພາບ ຫຼືປາຖະກະຖາ ໂຄສະນາ ມັກຈະໃຊ້ຄໍາຄໍາວ່າ "ສະບາຍດີ"(ສັ້ນໆ) ແຕ່ເຂົາຈະອອກສຽງວ່າ "ສະບາຍຫຼີ" ທັງຂຶ້ນທັງລ່ອງເລີຍຮຽບຮ້ອຍໂຮງຮຽນຈີນ.

- ພາສາ ເປັນວັດທະນະທັມຂະແໜງໜຶ່ງຂອງວັດທະນະທັມລາວ ສະນັ້ນ, ຄົນລາວເຮົາແຕ່ກ່ອນ ຈຶ່ງມີການກ່າວຄໍາທັກທາຍ ແລະອໍາລາຍແຕກຕ່າງ ກັນຕາມສະຖານະ ແລະບຸກຄົນ.

ກ. ທັກທາຍ : "ສະບາຍດີ" ແລ້ວຈຶ່ງໃຊ້ຄໍາວ່າ "ຍິນຕ້ອນຮັບ" (ເບິ່ງຕາມໂອກາດສະຖານະ, ງານ ແລະບຸກຄົນ)ເປັນການທັກທາຍແບບສາມັນ.
ຂ. ອໍາລາ : ຈະໃຊ້ຄໍາວ່າ "ສຸກສໍາບາຍ ຫຼືສຸກສະບາຍ" (ໃນສະໄໝກ່ອນປົດປ່ອຍ ມີຄໍາຝຣັ່ງອັງກິດເຂົ້າມາແທນ ຄື "ບາຍໆໆ) ຄໍາວ່າ "ສຸກສໍາບາຍ ຫຼືສະບາຍດີ" ຈຶ່ງຖືກຫຼົງລືມໄປ ໃນສັງຄົມຊັ້ນສູງ ແລະສັງຄົມຄົນ ເມືອງ ຖືວ່່າເກ້ໄກ໊ທັນສະໄໝສຳລັບຜູ້ເວົ້າ ແຕ່ສັງຄົມທ້ອງຖິ່ນບາງທ້ອງຖິ່ນ ຍັງໃຊ້ຢູ່.


- ນອກຈາກນີ້ ຍັງໃຊ້ຄໍາວ່າ "ຢູ່ດີມີແຮງ, ຈະເລີນໆໆເດີ, ໄປດີມາດີເດີ, ຈົ່ງໄປດີມີໄຊ, ບາງຄົນໃຊ້ຄໍາວ່າ ໂຊກດີ(ຄຳດຽວສະບາຍທາດ)" ໃຫ້ແທນຄໍາວ່າ "ສຸກສະບາຍ" ສະນັ້ນເຮົາຈຶ່ງເຫັນຄໍາເວົ້າແບບສໍານວນວ່າ "ຢູ່ດີມີໄຊໄປດີມີໂຊກ ແລະຜູ້ຢູ່ຈົ່ງມີໄຊ ຜູ້ໄປຈົ່ງມີໂຊກ"

- ໃນອະດີດ ນອກຈາກໃຊ້ຄໍາຕ້ອນຮັບອໍາລາດັ່ງທີ່ກ່າວແລ້ວໃນຂ້າງຕົ້ນ ຍັງມີ ການກ່າວຄໍາຕ້ອນຮັບອໍາລາ ແບບພິເສດ ແລະຖືຕາມຣືກອີກ ຖືວ່າເປັນການ ກ່າວຄໍາຕ້ອນຮັບ ອໍາລາແບບພິເສດ ຄື

ກ. ຕ້ອນຮັບ : ສະຫວັດດີ (ປາລີ) ສະຫວັດສະດີ(ຕຣີ) (ສັນສະກຣິດ)
- ຕອນເຊົ້າ : ອະຣຸນສະຫວັດ (ປາລີ)
- ຕອນກາງເວັນ: ທີວາສະຫວັດ (ປາລີ)
- ຕອນກາງຄືນ: ຣາຕຣີສະຫວັດ(ປາລີ)
- (ບໍ່ປາກົດເຫັນການກ່າວຄໍາອໍາລາໃນເວລາແລງ ທີ່ຄວນເວົ້າວ່າ "ສາຍັນສະຫວັດ"(ປາລີ)
(ແຕ່ປັດຈຸບັນນີ້ ເຮົາເຂົ້າໃຈວ່າເປັນພາສາໄທຍ໌ ຈຶ່ງບໍ່ນິຍົມເວົ້າ ເຖິງຢ່າງໃດກໍຕາມ ເຖິງເຮົາບໍ່ເວົ້າເຮົາກໍຮຽນຮູ້ວັດທະນະທໍາການຕ້ອນຮັບອໍາລາແບບຊາດມີອາຣະຍະທໍາໄວ້ ກໍບໍ່ໜັກບໍ່ໜາສາຫັດອີສັງ)


ຂ. ຄໍາອໍາລາ ຫາກແມ່ນກ່າວປາຖັກກະຖາ ຫຼືໂຄສົກມັກຈະໃຫ້ຄຳວ່າ "ຂອບໃຈ" ຫຼື "ສະບາຍດີ" ຫາກແມ່ນການໄປພົບພໍ້ສັງສັນກັນ ມັກຈະວ່າ "ໄປກ່ອນດີ, ຢູ່ດີ ມີແຮງເດີ, ສຸກສະຫວັດດີ, ໂຊກກີ, ຂໍລາ, ຂາບລາ ແລະອື່ນໆ.

- ຕອນສະໄໝໂທລະພາບລາວຊ່ອງໜຶ່ງ(ທີ່ຈິງສະໄໝນັ້ນຢູ່ໝາຍເລກ ໙) ຈະໃຊ້ຄໍາວ່າ "ທໍລະທັດ" ຕໍ່ມາກໍໃຊ້ຄໍາວ່າ "ໂທລະທັດ" ມາເມື່ອ ໑໐ ມານີ້ ວ່າ ໂທລະພາບ" ການກ່າວຄໍາທັກທາຍສະໄໝທໍາອິດ ໃຊ້ຄໍາວ່າ "ສະບາຍດີ" (ບໍ່ນົບບໍ່ໄຫວ້ນັ່ງຄົກມົກຊື່ໆແລ້ວກໍປະກາດຂ່າວໄປເລີຍ, ບາງຄັ້ງກໍກ່າວຄຳ ທັກທາຍຕາມເວລາວ່າ "ສະບາຍດີຕອນເຊົ້າ" ແຕ່ຕອນແລງ ບໍ່ເຫັນວ່າ "ສະບາຍດີຕອນແລງ" ມັກຈະໃຊ້ຄໍາວ່າ "ສະບາຍດີ" ບາດຕົກກາງຄືນ ຕອນຈະປິດໂທລະພາບ ຈະໃຊ້ຄໍາວ່າ "ລາຕີສະຫວັດ" ສົງໃສມີຄົນຕິ ຈຶ່ງປ່ຽນມາໃຊ້ຄໍາວ່າ "ລາຕີສຸກສັນ" ກໍໜ້າຮັກກັນໄປອີກແບບໜຶ່ງ(ຊົມເຊີຍ ທີ່ສາມາດສ້າງຄໍາທີ່ສຸພາບ ແລະຖືກຕ້ອງມາໃຊ້)

ນອກນັ້ນ ຍັງພົບຄໍາວ່າ:
- ສະບາຍດີຕອນເຊົ້າ.
- ສະບາຍດີຕອນແລງ.
- ສະບາຍດີຕອນກາງຄືນ ກັບສະບາຍດີຕອນສວາຍ ສະບາຍດີຕອນທ່ຽງ ບໍ່ປາກົດເຫັນໃຜໃຊ້ເລີຍ"

ເມື່ອເຮົາມາເບິ່ງພາສາອັງກິດ ທີ່ຖືວ່າເປັນພາສາທີ່ແຄບ ມີຫຼາຍຄໍາ ທີ່ແປໄປໄດ້ ຫຼາຍຄວາມໝາຍ ແຕ່ການທັກທາຍ ແລະຄໍາອໍາລາກັນ ເຫັນວ່າມີຫຼາຍຄໍາທີ່ໃຊ້ ແຕກຕ່າງກັນ ແຕ່ຜູ້ຂຽນບໍເກ່ງເລື່ອງພາສາອັງກິດ ຈຶ່ງບໍ່ວ່າໃນທີ່ນີ້ ຈະໃຫ້ຜູ້ເກ່ງພາສາອັງກິດ ພາສາຝຣັ່ງ ແລະພາສາອື່ນວ່າເອງຈະດີກວ່າ.


- ສ່ວນການກ່າວຕ້ອນຮັບ ອໍາລາແບບສັງຄົມກະສັດ ມີອີກຕ່າງຫາກ ຈະບໍກ່າວໄວ້ໃນທີ່ນີ້ເພາະວ່າບ້ານເຮົາເລີກໃຊ້ລະບົບກະສັດແລ້ວ(ຫາກທ່ານໃກຢາກຊອກຮູ້ພິເສດ ໃຫ້ຊອກຫາເບິ່ງຕ່າງຫາກ)

- ສໍາລັບສັງຄົມພຣະສົງສະມະເນນ ກໍມີການກ່າວຄໍາຕ້ອນຮັບອໍາລາຕ່າງ ຫາກໄປອີກດັ່ງນີ້.
ກ. ການກ່າວຄໍາຕ້ອນຮັບ : "ນ້ອມນະມັດສະການ/ຂາບນະມັດສະການ" ກໍວ່າ (ພຣະຜູ້ພັນສາອ່ອນກ່າວຕໍ່ພຣະຜູ້ພັນສາແກ່),
- ພຣະຜູ້ໃຫຍ່ກ່າວຕ້ອນຮັບ "ນະມັດສະການ" ຫຼື ນ້ອມໄຫວ້ກະວ່າໄດ້.
ຂ. ສາມະເນນ: ນ້ອມນະມັດສະການ ຫຼືຂາບນະມັດສະການ
- ພຣະພິກຂຸຕອບ : ເທົ່າທີ່ພົບມັກຈະໃຊ້ຄໍາລາວ "ດີໆໆໆ"
ຄ. ເວລາຕອບຮັບ : ພຣະຜູ້ແກ່ມັກຈະວ່າ "ສາທຸ" ສ່ວນພຣະຜູ້ອ່ອນມັກຈະວ່າ "ສາທຸ ພັນເຕ"

ເວລາກ່າວຄໍາອໍາລາ "ມັກຈະໃຊ້ ຄໍາວັນທາ ຖືເປັນຄໍານອບນ້ອມ ຄື "ອຸກາສະ ວັນທາ ມິ ພັນເຕ ສັບພັງ ອັປປະຣາທັງ ຂະມະຖະເມ ພັນເຕ ມະຍັງກະຕັງ ປຸນຍັງ ສາມິນາ ອະນຸໂມ ທິຕັບພັງ ສາມິນາກະຕັງ ປຸນຍັງ ໄມຫັງທາຕັບພັງ ສາທຸ ສາທຸ ສາທຸ ອະນຸໂມທາມີ" (ເທົ່າທີ່ເຄີຍພົບ ແລະເຄີຍທໍາມາແລ້ວ ມັກ ຈະໃຊ້ທັງການກ່າວຄໍານອບນ້ອມຕອນເຂົ້າພົບ ແລະການຄໍາອໍາລາ ແຕ່ການ ກ່າວອໍາລາ ມັກຕະຕັດ "ອຸກາສະ" ອອກ ວ່າແຕ່ "ວັນທາມິ ພັນເຕ..." ໄປເລີຍ)

ຢ່າງໃດກໍຕາມ ທ່ານໃດເຫັນສົມຄວນ ຕາມສັງຄົມກໍວ່າໄປຕາມນັ້ນກ່ອນ ອັນ ນີ້ຂຽນໄວ້ໃຫ້ຮູ້ ຊື່ໆໆໆໆ ຢ່າວ່າກັນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard