Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຄິດແນວໃດກັບເພງທີ່ໃຊ້ເປີດໃນງານສ້າງສັນ


Veteran Member

Status: Offline
Posts: 49
Date:
ທ່ານຄິດແນວໃດກັບເພງທີ່ໃຊ້ເປີດໃນງານສ້າງສັນ


ຂພຈ ຄິດວ່າເພງທີ່ຈະຮ້ອງໃນງານສ້າງສັນບໍ່ວ່າຈະເປັນງານບຸນ ຫຼື ງານອັນໃດກໍຕາມ

 

ຂພຈ ວ່າເພງທີ່ຈະນຳມາຮ້ອງຄວນໃຫ້ມັນມີເນື້ອໃນດີໆ ທີ່ຈະສ້າງຄວາມສາມັກຄີປອງດອງກັນ, ເວົ້າຄວາມຮັກແພງກັນ

 

ຫຼື ບໍ່ກະໃຫ້ເປັນລັກຊະນະໃຫ້ເຫັນຄຸນເຫັນໂທດໃນສິ່ງໃດສິ່ງໜຶ່ງ ແຕ່ເວົ້າໂດຍລວມມັນກະດີງານສ້າງສັນນະຖ້າເຮັດໃຫ້ມັນຖືກ

 

ແຕ່ເພງທີ່ພວກເພິ່ນມັກເປີດແມ່ນມີແຕ່ລັກສະນະຢົ້ວຢວນອາລົມທາງເພດຫຼາຍກວ່າບໍ່ວ່າຈະສື່ຄວາມໝາຍ

 

ໂດຍທາງກົງ ຫຼື ອ້ອມກໍ່ຕາມເຊັ່ນເພງ: ກິນຕັບ.....ແລະຍັງມີອີກຫຼາຍໆເພງແຕ່ດຽວນີ້ມາແຮງສຸດແມ່ນເພງ ຄັນຫູ

 

ມື້ວານນີ້ ຂພຈ ໄດ້ໄປໄຫວ້ພຣະນຳຄູບາຢູ່ວັດແຕ່ຢູ່ຂ້າງວັດພັດຈັດງານສ້າງສັນເປີດສຽງດັ່ງເກີນໄປຈົນບໍ່ໄດ້ຍິນສຽງຄູບາເພິ່ນໄຫວ້ພຣະຊ້ຳ

 

ບໍ່ມີໃຜຫ້າມດອກຖ້າຈະຈັດງານສ້າງສັນແຕ່ກະຄວນໃຫ້ມັນເໝາະສົມແດ່ຢ່າໃຫ້ເກີນຂອບເຂດຫຼາຍ 

 

ການທີ່ເຮົາປ່ອຍສືທີ່ບໍ່ດີໃຫ້ມັນເຂົ້າເຖິງເດັກນ້ອຍເທົ່າກັບຂ້າເດັກນ້ອຍທາງອ້ອມມັນໄປທຳລາຍຈິດໃຈເຂົາ

 

ຜູ້ໃຫຍ່ຄວນເປັນແບບເປັນຢ່າງທີ່ດີໃຫ້ເດັກນ້ອຍເຫັນເຂົາຈຶ່ງໄດ້ເຮັດແນວດີໆຕາມ

 

ອັນນີ້ແມ່ນຫຍັງ 40 50 60 ຍັງພາກັນເຕັ້ນພາກັນຮ້ອງແລ້ວລົມກັນແຕ່ເລື່ອງອາລົມທາງເພດ

 

ເດັກນ້ອຍມັນໄດ້ເຫັນໄດ້ຍິນເຂົາກະເກັບໄປຄິດ ມັນບໍ່ແມ່ນໄດ້ຍິນລະແລ້ວໃດເລື່ອງອາລົມທາງເພດນິເຂົາເກັບໄວ້ໃນໃຈຄິດໄປຄິດມາຢູ່ເລື້ອຍໆ

 

ແລ້ວດົນໆໄປເຂົາຢາກໄປໃສເຂົາກໍ່ໄປຢາກເຮັດຫຍັງເຂົາກະເຮັດ ຫຼື ຢາກແຕ່ງໂຕແບບໃດກໍ່ໄດ້ຕາມໃຈເຂົາເຈົ້າ

 

ບາດບັນຫາມັນເກີດຂື້ນມາພາຍຫຼັງລະພາກັນໂທດແຕ່ເດັກນ້ອຍວ່າເຂົາມັນບໍ່ດີຈັ່ງຊັ້ນຈັ່ງຊີ້ ແລ້ວເຂົາເອົາຕົວຢ່າງມານຳໃຜລະ

 

ຖ້າບໍ່ແມ່ນຜູ້ໃຫຍ່ພາເຮັດມັນກະເປັນຍ້ອນຄ່ານິຍົມຂອງສັງຄົມ ຫາກຜູ້ໃຫຍ່ບໍ່ພ້ອມແລ້ວເດັກນ້ອຍໄປບໍ່ໄດ້ຮອດໃສດອກ

 

ມື້ນັ້ນ ຂພຈ ໄດ້ໄປງານບຸນຢູ່ເຮືອນພີ່ນ້ອງ ມີເດັກນ້ອຍປະມານສິບປີນິລະຢ່າງກາຍມາໂຕະ ຂພຈ ຮ້ອງເພງກິນຕັບເສີຍ....ຂພຈ ໄດ້ແຕ່ຟັງບໍ່ຮູ້ສິເຮັດຫຍັງ 

 

ນີ້ແມ່ນເຂົາເອົາຕົວຢ່າງມາຈາກໃຜຖ້າບໍ່ແມ່ນຜູ້ໃຫຍ່ນະ ຖ້າເຂົາໃຫຍ່ມາແລ້ວເປັນບັນຫາຂອງສັງຄົມຈະວ່າແນວໃດ

 

ການທີ່ເດັກສະສົມເລື່ອງອາລົມທາງເພດໄວ້ຫຼາຍໆແບບນີ້ ມັນອາດເປັນເລື່ອງທຳມະດາຖ້າເຮົາຄິດເບິ່ງແຄບໆ

 

ແຕ່ການທີ່ສະສົມເອົາເລື່ອງທີ່ວ່າທຳມະດາເຂົ້າມາຫຼາຍໆ ເດັກນ້ອຍເຂົາຢາກຈະເຮັດຫຍັງເຂົາກະເຮັດຢ່າກແຕ່ງໂຕແບບໃດກໍແລ້ວແຕ່ເຂົາ

 

ພໍ່ແມ່ຫ້າມກະບໍ່ຟັງ ມັນອາດເປັນຕົ້ນເຫດນ້ອຍໆແຕ່ເປັນຕົ້ນເຫດທີ່ສຳຄັນທີ່ພາໃຫ້ເຂົາບໍ່ຟັງຄວາມພໍ່ແມ່ ຍ້ອນການສະສົມເລື່ອງອາລົມທາງເພດນິລະ

 

ຂພຈ ຢາກຖາມຜູ້ຮູ້ວ່າເປີດເພງແບບນີ້ມັນຜິດກົດໝາຍທາງດ້ານວັດທະນະທຳ ຫຼື ບໍ່ ແລ້ວພວກເຮົາຈະປ່ອຍໃຫ້ເປັນແບບນີ້ຫວາ  

 

ແລ້ວທາງການຈັດຕັ້ງເພິ່ນກະໄດ້ເວົ້າຢູ່ຫວາເລື່ອງນີ້ ຄືວ່າບໍ່ເຫັນເພິ່ນຄວບຄຸມຫຍັງ 

 

ທ່ານມີຄຳເຫັນແບບໃດລະກັບເລື່ອງນີ້...... 



__________________
Kuam sook kue sing t tong karn.
Anonymous

Date:
RE: ທ່ານຄິດແນວໃດກັບເພງທີ່ໃຊ້ເປີດໃນງານສ້າງສັນ


ເຫັນດີນໍາຄວາມຄິດຂອງເຈົ້າ

ຂໍກົດ LIKE ໃຫ້ສິບເທື່ອ biggrin



__________________
Anonymous

Date:

ເຫັນດີນໍາຄວາມຄິດຂອງເຈົ້າ

ຂໍກົດ LIKE ໃຫ້ສິບເທື່ອ biggrin



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard