Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກຂໍລາຍລະອຽດກ່ຽວກັບ boten casino

Member

Status: Offline
Posts: 8
Date:
ຢາກຂໍລາຍລະອຽດກ່ຽວກັບ boten casino

ຢາກຮູ້ລາຍລະອຽດທີ່ມີມູນຄວາມຈິ່ງແທ້ໆ

ຂໍທ່ານຈົ່ງບອກວ່າ ລັດຖະບານລາວເຊັນມອບໃຫ້ມື້ໃດ ແລ້ວທ່ານໃດເປັນຄົນເຊັນສັນຍາສະບັບນີ້

ຢາກຮູ້ວັນທີ ເດືອນ ປີ ແລ້ວ ມີປະຊາຊົນຈັກຄອບຄົວທີ່ຖືກໂຍກຍ້າຍຈາກສະຖານທີ່ນັ້ນ

ຄົນຢູ່ໃນເຂດນັ້ນທີ່ຖືກໂຍກຍ້າຍໄດ້ຮັບຜົນຕອບແທນສົມເຫດສົມຜົນ ຫຼື ບໍ່

ຂໍຂ້ອງມູນທີ່ມີການອ້າງອີງເທົ່ານັ້ນ

ເພາະຢາກໄດ້ຄຳຕອບທີ່ແນ່ນອນ

__________________
ຈາກປາກນັກສຶກສາ
Anonymous

Date:

ທ່ານສາມາດຊອກຫາຄໍາຕອບໄດ້ ດ້ວຍການໂທໄປທີ່ເບີ:
21-254474 ຫລືຈະຂຽນອີແມວຫາກໍ່ໄດ້: 
ncsez@laotel.com

__________________

Member

Status: Offline
Posts: 8
Date:

ຂອບໃຈທ່ານ ດ່ຽວຈະລອງເບິ່ງ

__________________
ຈາກປາກນັກສຶກສາ

Veteran Member

Status: Offline
Posts: 49
Date:

ມີເປັນພາສາລາວບໍ່

ເລື່ອງນີ້ ຂພຈ ຄິດວ່າມີຄົນສົນໃຈຫຼາຍ

ຖ້າໃຜມີກະລຸນາຫາມາໃຫ້ອ່ານແດ່ທ່ານ ພໍສິເປັນຢາຢອດຕາ

ຂພຈ ຍອມລະບໍ່ຮູ້ວ່າຈະເຊື່ອແຫຼ່ງຂ່າວໃດດີ

ກະລຸນາບອກລາຍລະອຽດຄືທ່ານ The Q of Shadow ຂໍ

ຂພຈ ຢາກຮູ້ຄືກັນ

__________________
Kuam sook kue sing t tong karn.
Anonymous

Date:

ຜູ່ທີ່ຢູ່ເບື້ອງຫລັງກາຊິໂນບໍ່ເຕັນແມ່ນເຖົ້າແກ່ຮວງມິນຊວນ(Huang Minxuan),ເຖົ້າແກ່ຈອດຮວງ(George Huang), ເຖົ້າແກ່ເມືອງໄທ, ເຖົ້າແກ່ອັງກິດ, ເຖົ້າແກ່ຣັດເຊຍ,ເຖົ້າແກ່ຢູເຄຼນແລະເຖົ້າແກ່ລາວອີກຫລາຍຄົນແຕ່ບໍ່ສາມາດບອກຊື່ໄດ້.

__________________
Anonymous

Date:

ນາຍເປັນໃຜ ຜູ້ທີ່ໃສ່ຊື່ວ່ານັກສຶກສາຈື່ງຖາມເອົາຖາມເອົາປານວ່າເປັນເຈົ້າຫນ້າທີ່!!!!

__________________

Veteran Member

Status: Offline
Posts: 42
Date:

Anonymous wrote:

ນາຍເປັນໃຜ ຜູ້ທີ່ໃສ່ຊື່ວ່ານັກສຶກສາຈື່ງຖາມເອົາຖາມເອົາປານວ່າເປັນເຈົ້າຫນ້າທີ່!!!!

 ຮູ້ສຶກວ່າ ຄົນນີ້ຈະບໍ່ແມ່ນຄົນລາວແລ້ວ, ເບິ່ງຈາກການຂຽນ ຮ່າໆ

__________________
Anonymous

Date:

http://www.laohomelao.activeboard.com/t43585527/topic-43585527/

BOTEN CASINO

__________________

Member

Status: Offline
Posts: 8
Date:

ຂອບໃຈນຳຄຳຕອບຂອງທຸກໆທ່ານ

ເລື່ອງນີ້ຂະນ້ອຍກະໄດ້ໄປຫາອ່ານແລ້ວຫຼາຍພໍສົມຄວນ ຜົນຮ້າຍຜົນເສຍກໍ່ພໍເຂົ້າໃຈ

ແຕ່ສິ່ງທີ່ຂະນ້ອຍຢາກຮູ້ແມ່ນ

1.) ວັນທີ....ເດືອນ.....ປີ....... ຂອງວັນທີ່ລັດເຊັນສັນຍາຍອມຮັບຢ່າງເປັນທາງການ.

2.) ໃຜເປັນຜູ້ເຊັນສັນຍາຮອງຮັບ.

3.) ມີຈັກຄອບຄົວທີ່ຖືກຍົກຍ້າຍ.

4.) ແລ້ວລັດຖະບານໃຫ້ຄ່າຕອບແທນຊົດເຊີຍໃຫ້ຄົນທີ່ຖືກຍົກຍ້າຍແບບໃດ.

ຖ້າທ່ານຮູ້ຂໍ້ໃດ ກະລຸນາ ຕອບເປັນຂໍ້ໃຜຂໍ້ມັນ

ແລ້ວຖ້າເປັນໄປໄດ້ຂໍຄຳຕອບເປັນພາສາລາວເພາະງ່າຍຕໍ່ການເຂົ້າໃຈ

ຂໍໂທດລ່ວງໜ້າທີ່ຂໍຫຼາຍເກີນໄປ

__________________
ຈາກປາກນັກສຶກສາ
Anonymous

Date:

ຝ່າຍລາວແມ່ນທ່ານ ແສງຍົງ ວົງຈັນຄໍາ ຝ່າຍຈີນແມ່ນທ່ານ ວອງມັນເຊີນ(Wong Man Seun) ເຊັນກັນໃນປີ 2003
ວັນທີກັບເດືອນຫັ້ນບໍ່ຈື່. ປະຊາຊົນບໍ່ໄດ້ຖືກຍົກຍ້າຍຈັກຄອບຄົວແຕ່ເປັນບ່ອນທີ່ເຂົ້າເຮັດໄຮ່ໃສ່.

__________________
Anonymous

Date:

ກ່ອນຊິມາຂໍຂໍ້ມູນຢ່າງເປັນທາງການ, ກ່ອນອື່ນໝົດເຈົ້າຕ້ອງແຈ້ງຂໍ້ມູນຢ່າງເປັນທາງການຂອງເຈົ້າກ່ອນ

ຈຸດປະສົງໃນການເອົາຂໍ້ມູນໄປເພື່ອຫຍັງ ຊິເອົາໄປເຮັດຫຍັງ ແລ້ວເຈົ້າຫັ້ນແມ່ນໃຜ ມາແຕ່ໃສ.

ເວົ້າໃນທີ່ນີ້ບໍ່ແມ່ນວ່າຢາກປົກປ້ອງຫຼືປົກປິດອີ່ຫຍັງ ແຕ່ມັນມີພວກບໍ່ຫວັງດີຕໍ່ປະເທດຊາດ ມັກມາ

ສືບຂໍ້ມູນເອົາໄປໃຫ້ພວກຕ່າງດ້າວ ເພື່ອຈະໂຈມຕີປະເທດຊາດວ່າ ເປັນປະເທດທີ່ກົດຂີ່ຂົມເຫັງ

ປະຊາຊົນ ຂາດສິດເສລີພາບ ອື່ນໆ, ປະເທດພວກນີ້ສ່ວນຫຼາຍກໍ່ແມ່ນຫຼອກໃຊ້ຄົນຂອງ

ປະເທດນັ້ນເອງ ມາສຶບ ເອົາຂໍ້ມູນ ໝາຍຄວາມວ່າ:ໃຊ້ຄົນປະເທດໂຕເອງ ຂ້າໂຕເອງ ຮອດຍາມມາ

ພໍມັນມີຂໍ້ອ້າງ ມັນກໍ່ຍົກທະຫານມາໂຈມຕີແລ້ວບອກວ່າເພື່ອປົດປ່ອຍ, ທີແທ້ເພື່ອມາປຸ້ນເອົາຊັບ

ພະຍາກອນຂອງປະເທດນັ້ນໆ. ເວົ້າມາເທົ່ານີ້ ຫວັງວ່າເຈົ້າຄືຊິຕາສະຫວ່າງ ຂື້ນມາແດ່ນ້ອຍໜື່ງ

ເພາະເຫັນຕົວຢ່າງຫຼາຍໆປະເທດແລ້ວ ວ່າ ຖືກທຳລາຍ ຍ້ອນໃຜ.

__________________

Member

Status: Offline
Posts: 8
Date:

ຈຸດປະສົງແມ່ນເພື່ອຢາກຮູ້ວ່າວ່າເລື່ອງມັນເປັນມາເປັນໄປແນວໃດ

ຖາມວ່າຮູ້ແລ້ວໄດ້ຫຍັງ ສິເຮັດຫຍັງໄດ້

ຖ້າມັນເປັນຄວາມຈິ່ງຜົນເສຍມີຫຼາຍກວ່າເຮົາກະຍັງໄດ້ຮູ້ເຖິ່ງຄວາມຜິດພາດຂອງຕົນເອງ ເພື່ອທທີ່ຈະນຳມາຖອດຖອນບົດຮຽນບໍ່ໃຫ້ພາດພັ້ງຄືເກົ່າ

ຖ້າວ່າສິ່ງທີ່ເຮົາໄດ້ຍິນມາບໍ່ແມ່ນຄວາມຈິ່ງ ມັນກໍ່ເຮັດໃຫ້ເຮົາເປັນຄົນມີສະຕິ ແລະ ວິຈາຣະນະຍານໃນການບໍລິໂພກຂ່າວສານ

ຂະນ້ອຍກະເປັນພຽງນັກສຶກສາໄດ້ຍິນໝູ່ເພື່ອນພາກັນລົມເລື່ອງນີ້ກໍ່ເລີຍສົນໃຈ

ກະຢາກຮູ້ວ່າມີຂໍ້ມູນເຊື່ອຖືໄດ້ຊຳໃດເພາະຍຸກນີ້ມັນເປັນຍຸກແຫ່ງຂໍ້ມູນຂ່າວສານຖ້າບໍ່ມີຂໍ້ມູນອ້າງອີງສ່ວນຫຼາຍເຂົາພາກັນວ່າແມ່ນຂໍ້ມູນປອມ

ມີຫຼາຍໆທ່ານອອກຄວາມເຫັນໃຫ້ໄປຫາເບິ່ງນຳເວັບນັ້ນເວັບນີ້ກະຂໍຂອບໃຈ ຂະນ້ອຍກໍ່ໄປເບິ່ງມາແລ້ວ

ສ່ວນຫຼາຍການໃຫ້ຄວາມຄິດຄຳເຫັນຢູ່ຕາມເວັບຕ່າງໆກໍ່ເປັນລັກຊະນະໃຊ້ອາລົມຕອບເອົາ ສ່ວນຫຼາຍມີແຕ່ຄຳປ້ອຍຄຳດ່າກັນ

ຂະນ້ອຍຢາກຮູ້ຂໍ້ມູນທີ່ເປັນລັກຊະນະວິຊາການຢາກຮູ້ຂໍ້ມູນອ້າງອີງທີ່ມີການຢັ້ງຢືນເປັນລາຍລະອຽດວ່າ: ມັນເປັນແທ້ ຫຼື ຢ່າງໃດ...

ລົດຈັກທີ່ເຮົາຂັບມັນກະຕ້ອງມີສຽງດັ່ງຢູ່ແລ້ວບໍ່ໃຫ້ມັນມີສຽງມັນເປັນໄປໄດ້ຍາກ ຖ້າມັນມີສຽງດັ່ງຜິດປົກກະຕິເຮົາກະຕ້ອງສຳຫຼວດເບິ່ງວ່າມັນເປັນຈັ່ງໃດແທ້

ທີ່ທ່ານຫ່ວງວ່າຢ້ານຄົນບໍ່ອື່ນຈະອາໃສຂໍ້ມູນທີ່ທ່ານມີ ມາກ່າວໂຈມຕີນັ້ນ ຂະນ້ອຍກໍ່ເຂົ້າໃຈ

ຢາກ ຫຼື ບໍ່ ຄົນທີ່ບໍ່ຮັກເຮົາເຮັດຈັ່ງໃດກະບໍ່ຖືກໃຈເຂົາດອກ ສຸພາສິດເພິ່ນຍັງວ່າ

ຄັນວ່າຮັກກັນແລ້ວ ເຖິງສິໃກແສນກ້ຳ
ຍັງຄະນຶງ ຝັນຫາ
ບາດເທືອຊັ່ງກັນແລ້ວ ອັນໃດກໍ່ບໍ່ທໍ່
ພໍແຕ່ຍັບເຂົ້າມາໃກ້ໆ ຄືຈັ່ງໄມ້ທັ່ງຕາ....

ແລ້ວຍັງມີສຸພາສິດອີກອັນເພິ່ນບອກໃຫ້ຄິດກ່ອນຈະຕັດສິນໃຈໃນບາງເລື່ອງ ແລ້ວກະຍັງບອກອີກວ່າບໍ່ຄວນດ່ວນສະຫຼຸບ

ຍິນວ່າຟ້າ ຮ້ອງຕຶ້ງ
ຢ່າຟ້າວວ່າ ຝົນຕົກ
ລາງເທື່ອ ວາໂຍພັດ
ເມຂະໂຍ ໜີຈ້ອຍ....

ກໍ່ເພາະແບບນີ້ຈຶ່ງຢາກຮູ້ວ່າເລື່ອງມັນເປັນມາແນວໃດ

ໃຜຈະໂຜດພໍໃຫ້ຮູ້ນຳ ກະຂໍຂອບໃຈລ່ວງໜ້າ

ຖ້າເຫັນວ່າມັນບໍ່ມີປະໂຫຍດ ແລະ ບໍ່ເປັນຜົນດີຫຍັງກໍ່ຂໍໂທດມານຳພວກທ່ານ

__________________
ຈາກປາກນັກສຶກສາ
Anonymous

Date:

The Q of Shadow wrote:

 ເຈົ້າຄືຊິບໍ່ໄດ້ຕິດຕາມຂ່າວຂອງໂທລະພາບ Laostar ເນາະຫວ່າງອາທິດກ່ອນນີ້ທີ່ເພີ່ນເວົ້າເລື້ອງເຂດເສດຖະກິດພິເສດ ສາມຫູ່ຽມທອງຄໍາເຫັນວ່າມີການ ສົງເສີມປະຊາຊົນປູກພືດເພື່ອປ່ອນໃຫ້ທາງບໍລິສັດ ນອກນັ້ນຍັງມີການສະລົດຈໍາໂປ້ໃຫ້ປະຊາຊົນຈໍານວນ 50 ລໍາ ແລະ ເຮືອໂດຍສານ 2 ລໍາ ເພື່ອສົງເສີມປະຊາຊົນເຂດດັ່ງກ່າວໃຫ້ມີອາຊີບຄົງທີ່. ສ່ວນຄໍາຖາມຂອງເຈົ້າຖາມຫາຄົນເຊັນນັ້ນຕ້ອງແມ່ນຄົນລັດຖະບານແນ່ນອນ ຖ້າມັນດີຫຼືບໍ່ດີນັ້ນລັດຖະບານຕ້ອງຮັບຜິດຊອບ ບໍ່ໝາຍວ່າຜູ້ເຊັນເສຍຊີວິດແລ້ວແຕ່ຜູ້ກໍາຕໍາແໜ່ງໃນປະຈຸບັນຕ້ອງມີສ່ວນໃນການຮັບຜິດຊອບຕົວຢ່າງກໍ່ລະນີ ບໍລິສັດລົງທືນມີການຮ້ອງຟ້ອງ ຫຼື ປະຊາຊົນບໍ່ພໍໃຈຮຽກຮ້ອງຄ່າເສຍຫາຍ ຜູ້ມີອໍານາດປະຈຸບັນຕ້ອງເປັນຄົນຊີ້ແຈງ. ມັນບໍ່ຕ່າງຫຍັງກັບກໍລະນີບໍ່ເຂົ້າໃຈກັນຂອງປະເທດເພື່ອນບ້ານເລື້ອງເຂົາພະວິຫານເຂົາເຊັນກັນມາແຕ່ 50 ປີ ກ່ອນ ຜູ້ເຊັນໄປໝົດແລ້ວແຕ່ປະຈຸບັນມີຂໍ້ຜິດຖຽງກັນລັດຖະບານຍຸກປະຈຸບັນຂອງແຕ່ລະປະເທດໄກ່ເກ່ຍກັນໃໝ່ (ຕ້ອງຮັບຜິດຊອບ). ດັ່ງນັ້ນຄໍາຖາມຂອງເຈົ້າຖາມຫາຜູ້ເຊັນບໍ່ມີຄວາມໝາຍຫຍັງໝົດເພາະໃນການເຮັດວຽກບໍ່ແມ່ນຄົນດຽວເຮັດ ຜູ້ເຊັນເປັນພຽງຜູ້ຕ່າງໜ້າເທົ່ານັ້ນ. ຖ້າເຈົ້າຢາກຮູ້ວ່າດີຫຼືບໍ່ຕ້ອງເບິ່ງປະຈຸບັນ ແລະ ນະໂຍບາຍໃນອານາຄົດວ່າ ປະເທດລາວ ກໍ່ຄື ປະຊາຊົນລາວໃນຮັບຜົນໃນທາງທີ່ດີຂື້ນຫຼືບໍ່ ການດໍາລົງຊີວິດຂອງປະຊາຊົນໃນເຂດດັ່ງກ່າວເປັນແນວໃດທຽບກັນລະຫວ່າງກ່ອນແລະຫຼັງໂຄງການ. 

__________________
Anonymous

Date:

ຕົວຢ່າງ ນີ້ຢູ່ບໍ່ແກ້ວ ແຕ່ໂຕທີ່ເຈົ້າຖາມ ບໍ່ເຕັນ ຢູ່ຫຼວງນໍ້າທາຊາຍແດນຈີນ ຄ່າຍກັນຫັນລະໂຄງການແບບດຽວກັນ

http://www.vimalao.de/laos/?p=230

ໃນວັນທີ 9 ກັນຍາ 2009 ກຸ່ມບໍລິສັດດອກງິ້ວຄຳ ໄດ້ຮ່ວມມືກັບພາກລັດ ແລະ ອຳນາດການປົກຄອງທ້ອງຖິ່ນໃນ
ເຂດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີວາງສີລາລຶກເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ທັງເປັນ
ການເປີດກິດຈະການບັນເທິງໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມ ຫຼັງໄດ້ດຳເນີນການກໍ່ສ້າງມາເປັນເວລາ 2 ປີ ພິທີວາງສີລາລຶກ
ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ກິດຈະການບັນເທີງ ໄດ້ມີຂຶ້ນທ່າມກາງນັກທ່ອງທ່ຽວໃຫ້ຄວາມສົນໃຈ ແລະ ບັນ
ດາແຂກເຂົ້າຮ່ວມຫຼາຍກ່ວາ 300 ຄົນ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ອາຊ່າງ ລາວລີ ຮອງນາຍົກລັດ
ຖະມົນຕີ ແຫ່ງ ສປປ ລາວ ທ່ານ ຄຳໝັ້ນ ສູນວິເລີດ ເຈົ້າແຂວງບໍ່ແກ້ວ ແລະ ທ່ານ ເຈົ້າເວີຍ ປະທານກຸ່ມບໍລິສັດດອກງິ້ວຄຳ
ທ່ານ ຄຳໝັ້ນ ສູນວິເລີດ ໄດ້ກ່າວລະຫວ່າງພິທີວາງສີລາລຶກລາວ່າ ໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງ
ຈອນສາມຫຼ່ຽມຄຳ ເປັນໂຄງການໜ່ຶງທີ່ລັດຖະບານໃຫ້ຄວາມສຳຄັນ ເຊິ່ງກຸ່ມບໍລິສັດດອກງິ້ວຄຳ ໄດ້ເຊັນສັນຍາຮ່ວມກັບລັດ
ຖະບານລາວ ໃນເດືອນເມສາ 2007 ນັບແຕ່ນັ້ນມາທາງກຸ່ມບໍລິສັດດອກງິ້ວຄຳ ກໍໄດ້ເລີ່ມລົງມືພັດທະນາພື້ນຖານໂຄງລ່າງ
ແລະ ສະຖານບັນເທີງຢ່າງຕໍ່ເນື່ອງ ເພື່ອສ້າງປັດໄຈພື້ນຖານໃຫ້ແຂກເຂົ້າມາທ່ຽວຊົມໄດ້ ນອກຈາກນັ້ນຍັງເປັນການພັດທະ
ນາເຊື່ອມໂຍງກັບໂຄງການເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ເປັນຮູບປະທຳໄວຂຶ້ນກ່ວາເກ່ົາ.
ຕາມການເປີດເຜີຍຂອງທ່ານ ອູສະຫວັນ ທີ່ປຶກສາໂຄງການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ
ແລະ ໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນສາມຫຼ່ຽມຄຳ ໄດ້ກ່າວວ່າ ກຸ່ມບໍລິສັດດອກງິ້ວ ຈະລົງທຶນທັງໝົດເຂົ້າ
ໃນສອງໂຄງການນີ້ປະມານ 2 ຕື້ກ່ວາໂດລາ ໃນເນື້ອທີ່ 3.000 ເຮັກຕາ ກັບອາຍຸການສຳປະທານປະມານ 50 ກ່ວາປີ ເຊິ່ງ
ເຂດດ່ັງດ່າວນີ້ຈະເປັນການພັດທະນາຄົບວົງຈອນ ເຊ່ັນ ສະຖານບັນເທີງ ໂຮງຮຽນ ໂຮງໝໍ ໂຮງແຮມ ສະໜາມບິນ ສະ
ໜາມກ໋ອບ ສູນການຄ້າ ທະນາຄານ ທ່າເຮືອ ສວນສາທາລະນະ ແລະ ອື່ນໆ ໂດຍເບື້ອງຕົ້ນຄາດວ່າທຸກໆຢ່າງຈະສຳເລັດ
ໃນປີ 2020.
ທ່ານ ອູສະຫວັນ ຍັງຊື້ແຈງວ່າ ທຳອິດບໍລິສັດດອກງິ້ວຄຳ ໄດ້ລົງທຶນພຽງ 86 ລ້ານໂດລາ ກັບການພັດທະນາ
ເນື້ອທີ່ປະມານ 827 ເຮັກຕາ ສຳລັບສ້າງສະຖານທີ່ບັນເທີງ ໂຮງແຮມ ແລະ ບ່ອນພັກຜ່ອນ ຫຼື ຍ່າງຫຼິ້ນ ຫຼັງຈາກຂະຫຍາຍ
ເພີ່ມຂຶ້ນຈົນຮອດປັດຈຸບັນນີ້ ທາງບໍລິສັດກໍໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ສຳລັບສະຖານບັນເທີງ ແລະ ຈຳ
ນວນໜ່ຶງຂອງໂຮງແຮມ ໂຄງການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ໂຄງການພັດທະນາແຫຼ່ງທ່ອງທ່ຽວ
ຄົບວົງຈອນສາມຫຼ່ຽມຄຳ ແມ່ນຕັ້ງຢູ່ໃນເມືອງຕົ້ນເຜິ້ງ ຫ່າງຈາກແຂວງບໍ່ແກ້ວ ປະມານ 56 ກິໂລແມັດ ທີ່ມີຊາຍແດນຕິດກັບ
ປະເທດໄທ ແລະ ມຽນມາ.

__________________
Anonymous

Date:

ພວກໂຈນຫ້າຮ້ອຍ ຄອງເມືອງ ພວກມັນທຳທຸກຢ່າງ ເພື່ອໃຫ້ຊາດລາວດັບສູນ

file.php?id=801&sid=5309180a0bb53eb1f74f75d989321bcf

file.php?id=813&sid=5309180a0bb53eb1f74f75d989321bcffile.php?id=811&sid=5309180a0bb53eb1f74f75d989321bcf

file.php?id=801&sid=5309180a0bb53eb1f74f75d989321bcf

__________________
Anonymous

Date:

Anonymous wrote:

ກ່ອນຊິມາຂໍຂໍ້ມູນຢ່າງເປັນທາງການ, ກ່ອນອື່ນໝົດເຈົ້າຕ້ອງແຈ້ງຂໍ້ມູນຢ່າງເປັນທາງການຂອງເຈົ້າກ່ອນ

ຈຸດປະສົງໃນການເອົາຂໍ້ມູນໄປເພື່ອຫຍັງ ຊິເອົາໄປເຮັດຫຍັງ ແລ້ວເຈົ້າຫັ້ນແມ່ນໃຜ ມາແຕ່ໃສ.

ເວົ້າໃນທີ່ນີ້ບໍ່ແມ່ນວ່າຢາກປົກປ້ອງຫຼືປົກປິດອີ່ຫຍັງ ແຕ່ມັນມີພວກບໍ່ຫວັງດີຕໍ່ປະເທດຊາດ ມັກມາ

ສືບຂໍ້ມູນເອົາໄປໃຫ້ພວກຕ່າງດ້າວ ເພື່ອຈະໂຈມຕີປະເທດຊາດວ່າ ເປັນປະເທດທີ່ກົດຂີ່ຂົມເຫັງ

ປະຊາຊົນ ຂາດສິດເສລີພາບ ອື່ນໆ, ປະເທດພວກນີ້ສ່ວນຫຼາຍກໍ່ແມ່ນຫຼອກໃຊ້ຄົນຂອງ

ປະເທດນັ້ນເອງ ມາສຶບ ເອົາຂໍ້ມູນ ໝາຍຄວາມວ່າ:ໃຊ້ຄົນປະເທດໂຕເອງ ຂ້າໂຕເອງ ຮອດຍາມມາ

ພໍມັນມີຂໍ້ອ້າງ ມັນກໍ່ຍົກທະຫານມາໂຈມຕີແລ້ວບອກວ່າເພື່ອປົດປ່ອຍ, ທີແທ້ເພື່ອມາປຸ້ນເອົາຊັບ

ພະຍາກອນຂອງປະເທດນັ້ນໆ. ເວົ້າມາເທົ່ານີ້ ຫວັງວ່າເຈົ້າຄືຊິຕາສະຫວ່າງ ຂື້ນມາແດ່ນ້ອຍໜື່ງ

ເພາະເຫັນຕົວຢ່າງຫຼາຍໆປະເທດແລ້ວ ວ່າ ຖືກທຳລາຍ ຍ້ອນໃຜ.

ແມ່ນໃຜລະພໍ່ອາວທີ່ນໍາເອົາທະຫານຕ່າງຊາດມາຈູດເລົາເຜົາຜານເຂັ່ນຂ້າແລະຕົບຕາປະຊາຊົນຕົນເອງວ່າເປັນການປົດປ່ອຍແລະອະນຸຍາດໃຫ້ນາຍທຶນຕ່າງປະເທດເຂົ້າມາຕັດໄມ້ທໍາລາຍປ່າແລະຂຸດຄົ້ນເອົາຊັບພະຍາກອນທີ່ບັນພະບຸລຸດລາວສະລະເລືອດເນື້ອແລະຊີວິດເພື່ອຮັກສາມັນໄວ້ໃຫ້ລູກໃຫ້ຫລານ?
ນໍາເອົາຂໍ້ມູນຄວາມຈິງມາເວົ້າເພື່ອໃຫ້ມີການປ່ຽນແປງ ເພື່ອໃຫ້ເກີດຜົນປະໂຫຍດອັນແທ້ຈິງແກ່ຊາດແກ່ປະຊາຖືວ່າເປັນໜ້າທີ່ຂອງທຸກຄົນ.

   ກູວ່າແລ້ວ ພວກໝານີ້ມາກໍ່ກວນອີກແລ້ວ ພວກຄົນສະຫຼາດແຕ່ບໍ່ມີປັນຍາເອົາຊະນະໂຈນເລີຍໄດ້ແຕ່ເຫົາ ບໍ່ຕ້ອງໄປຊາມັນພວກພີ້ນ້ອງລາວເຮົາເອີຍ ຄໍາໜຶ່ງມັນກ່າວ່າໂຈນສອງຄໍາກະວະໂຈນ ແລ້ວທີຫົວມັນຫັນເດເຮັດຫຍັງໄດ້ ຄັນແນ່ແທ້ກັບມາລາວມາປຸກລະດົມປະຊາຊົນລາວ ຕໍ່ສູ່ກັບລັດທະບານລອງເບິ່ງພວກໝາບໍ່ມີແຜ່ນດິນຢູ່

ເວົ້າກັນແຮງແທ້ພໍ່ອາວ, ມາກິນເຂົ້າສວຍລົມກັນດູຊັ້ນ. ນີ້ເບີໂທ 21 212320

__________________

Senior Member

Status: Offline
Posts: 268

 ລາວບໍ່ຢາກມາກິນເຂົ້າສວາຍນຳເຈົ້າດອກ ພໍ່ອາວ ລາວຢ້າຍນຳ້ໝາກຍ້ອຍ 55555555555

__________________
Anonymous

Date:

ເລື່ອງການໃຫ້ຂໍ້ມູນພາຍໃນ ບາງເທື່ອຕ້ອງໄດ້ເບີ່ງຈຸດປະສົງຂອງຜູ້ຢາກໄດ້ ຄືດັ່ງພວກເຮົາເຫັນຫຼາຍໆປະເທດ

ຖືກທຳລາຍ ຍ້ອນເອົາຂໍ້ມູນໄປຂາຍໃຫ້ພວກຢາກທຳລາຍໝູ່ນີ້ແຫລ.

ຈືງຢູ່ວ່າພາຍໃນປະເທດເຮັດຜິດກະຫຼາຍ ແຕ່ຂີ້ພາຍໃນບ້ານ ບໍ່ຄວນເອົາໄປຂາຍໃຫ້ຜູ້ອື່ນຮູ້ ຢາກຮູ້ໄປເພື່ອຫຍັງ

ຫຼືຈະອ້າງວ່າຢາກມາປົດປ່ອຍແລະຊ່ອຍເຫຼືອ ແລ້ວຍົກກຳລັງທະຫານເຂົ້າມາຂ້າປະຊາຊົນ ຄືເຫັນເຮັດນຳ

ຫຼາຍໆປະເທດ ເອົາໄປເອົາມາ ເອົາຄົນປະເທດຂ້າປະເທດໂຕເອງ ຜູ້ໄດ້ຮັບຜົນລະແມ່ນຄົນອື່ນ.

ແນ່ຈີງລອງຕອບເບີ່ງວ່າ: ເຈົ້າແມ່ນໃຜ ມາແຕ່ໃສ ເອົາຂໍ້ມູນພວກນີ້ໄປເພື່ອຫຍັງ ໄປໃຊ້ອີ່ຫຍັງ

ຖ້າບໍລິສຸດໃຈແທ້ ກໍ່ເຊີນສະຫນີຈຸດປະສົງແລະແນະນຳໂຕເອງກ່ອນແມ້.

ແລ້ວຂ້ອຍຊິບອກເຈົ້າວິທີການເອົາຂໍ້ມູນແບບຖືກຫຼັກການ ຄວນຈະເຮັດແນວໃດ

__________________

Member

Status: Offline
Posts: 8
Date:

ຂະນ້ອຍກະຮຽນຢູ່ນະຄອນຫຼວງນິແລ້ວທ່ານແຕ່ບໍ່ຂໍບອກສະຖານບັນຮຽນ

ຈຸດປະສົງຂະນ້ອຍກະບອກແລ້ວວ່າຢາກຮູ້ຂໍ້ມູນທີ່ແນ່ນອນວ່າມັນແມ່ນຄືເຂົາພາກັນເວົ້າບໍ່ ກະເພື່ອຢາກນຳມາສຶກສາເຖິ່ງຜົນຮ້າຍຜົນດີ ກະເທົ່ານັ້ນ

ຂະນ້ອຍບໍ່ຄິດໃຫ່ຍເຖິ່ງຂັ້ນການເມືອງດອກ ຄວາມຮູ້ທີ່ຂະນ້ອຍມີກະຊຳຂີ້ເລັບມືບໍ່ກ້າດອກທ່ານ

ຂະນ້ອຍກະເວົ້າກ່ອນນີ້ລະເດ້ ຖ້າເຫັນວ່າມັນບໍ່ມີປະໂຫຍດຂະນ້ອຍກະວ່າບໍ່ຮູ້ກະໄດ້

ຖ້າກະທູ້ນີ້ນຳໄປສູ່ການຜິດຖຽງກັນຂະນ້ອຍກະຂໍໂທດຫຼາຍໆຂະນ້ອຍກະຂໍໂທດລ່ວງໜ້າແລ້ວ

ຖ້າທ່ານວ່າຈະໃຫ້ບອກລາຍລະອຽດກ່ອນຈຶ່ງຈະບອກ ຕ້ອງໃຫ້ບອກຊື່ ນາມສະກຸນ ພ້ອມທີ່ທີ່ຢູ່ ຂະນ້ອຍບໍ່ກ້າປານນັ້ນດອກ

ຢ້ານຄົນເຂົາພາກັນມາດ່າຂະນ້ອຍເດ້ ແລ້ວການຕັ້ງກະທູ້ຂອງແຕ່ລະທ່ານ ຂະນ້ອຍກະບໍ່ເຫັນວ່າເຂົາຈະບອກວ່າເຂົາແມ່ນໃຜມາແຕ່ໃສ

ຂະນ້ອຍກະຄິດວ່າເວັບນີ້ເປັນລັກສະນະແຊຄວາມຄິດແບ່ງປັນຄວາມຮູ້ຄວາມຄິດພ້ອມທັ່ງຂໍ້ມູນໃຫ້ເຊິ່ງກັນ ແລະ ກັນ

ມີບາງທ່ານວ່າຂະນ້ອຍບໍ່ໄດ້ເບິ່ງໂທລະພາບກະແມ່ນຄວາມທ່ານ ບ່ອນຂະນ້ອຍຢູ່ບໍ່ມີໂທລະພາບ

ຂະນ້ອຍມີແຕ່ຄອມ ພໍ່ໄດ້ຕໍ່ເນັດອ່ານຂ່າວກະເທົ່ານັ້ນ

ຖ້າເລື່ອງຂະນ້ອຍຕັ້ງກະທູ້ແລ້ວເປັນຕົ້ນເຫດໃຫ້ທ່ານບໍ່ສະບາຍໃຈຂະນ້ອຍກະຂໍໂທດຫຼາຍໆ ຂະນ້ອຍບໍ່ຮູ້ກໍ່ໄດ້

ຂອບໃຈຫຼາຍໆ

 ມີຄອມພິວເຕີທີ່ສາມາດເຊື້ອມຕໍ່ລະບົບອິນເຕີເນັດແຕ່ບໍ່ສາມາດເບິ່ງໂທລະພາບຜ່ານທາງອິນເຕີເນັດໄດ້ ແລະ ບໍ່ມີວິທີຄົ້ນຫາຂໍ້ມູນຕ່າງໆຜ່ານທາງອິນເຕີເນັດໄດ້ ໄປຕົວະເດັກນ້ອຍປະຖົມພຸ້ນໄປ. ອີກຢ່າງ ດຽວນີ້ຢູ່ແຕ່ລະກະຊວງຂອງລາວກໍມີເວັບຂອງຕົວເອງໝົດແລ້ວແລະສາມາດຕິຕໍ່ຜ່ານທາງອີເມວໃນເວັບດັ່ງກ່າວ ໄດ້ເຈົ້າບໍ່ຈໍາເປັນຈະມາໂພດລົງໃນເວັບບ໋ອດນີ້ດອກ. ມັນສະແດງໃຫ້ເຫັນວ່າເຈົ້າມີສິ່ງໃດໜຶ່ງແອບແຝງ, ເອີອີກເລື້ອງໜຶ່ງນັກສຶກສາທີ່ວຽງຈັນເຂົາບໍ່ໃຊ້ຄໍາວ່າ "ຂ້ານ້ອຍ" ເຂົາຈະໃຊ້ຄໍາວ່າ "ຫຼານ" ຫຼື "ນ້ອງ" ແທນ

__________________
Anonymous

Date:

The Q of Shadow wrote:

ຂະນ້ອຍກະຮຽນຢູ່ນະຄອນຫຼວງນິແລ້ວທ່ານແຕ່ບໍ່ຂໍບອກສະຖານບັນຮຽນ

ຈຸດປະສົງຂະນ້ອຍກະບອກແລ້ວວ່າຢາກຮູ້ຂໍ້ມູນທີ່ແນ່ນອນວ່າມັນແມ່ນຄືເຂົາພາກັນເວົ້າບໍ່ ກະເພື່ອຢາກນຳມາສຶກສາເຖິ່ງຜົນຮ້າຍຜົນດີ ກະເທົ່ານັ້ນ

ຂະນ້ອຍບໍ່ຄິດໃຫ່ຍເຖິ່ງຂັ້ນການເມືອງດອກ ຄວາມຮູ້ທີ່ຂະນ້ອຍມີກະຊຳຂີ້ເລັບມືບໍ່ກ້າດອກທ່ານ

ຂະນ້ອຍກະເວົ້າກ່ອນນີ້ລະເດ້ ຖ້າເຫັນວ່າມັນບໍ່ມີປະໂຫຍດຂະນ້ອຍກະວ່າບໍ່ຮູ້ກະໄດ້

ຖ້າກະທູ້ນີ້ນຳໄປສູ່ການຜິດຖຽງກັນຂະນ້ອຍກະຂໍໂທດຫຼາຍໆຂະນ້ອຍກະຂໍໂທດລ່ວງໜ້າແລ້ວ

ຖ້າທ່ານວ່າຈະໃຫ້ບອກລາຍລະອຽດກ່ອນຈຶ່ງຈະບອກ ຕ້ອງໃຫ້ບອກຊື່ ນາມສະກຸນ ພ້ອມທີ່ທີ່ຢູ່ ຂະນ້ອຍບໍ່ກ້າປານນັ້ນດອກ

ຢ້ານຄົນເຂົາພາກັນມາດ່າຂະນ້ອຍເດ້ ແລ້ວການຕັ້ງກະທູ້ຂອງແຕ່ລະທ່ານ ຂະນ້ອຍກະບໍ່ເຫັນວ່າເຂົາຈະບອກວ່າເຂົາແມ່ນໃຜມາແຕ່ໃສ

ຂະນ້ອຍກະຄິດວ່າເວັບນີ້ເປັນລັກສະນະແຊຄວາມຄິດແບ່ງປັນຄວາມຮູ້ຄວາມຄິດພ້ອມທັ່ງຂໍ້ມູນໃຫ້ເຊິ່ງກັນ ແລະ ກັນ

ມີບາງທ່ານວ່າຂະນ້ອຍບໍ່ໄດ້ເບິ່ງໂທລະພາບກະແມ່ນຄວາມທ່ານ ບ່ອນຂະນ້ອຍຢູ່ບໍ່ມີໂທລະພາບ

ຂະນ້ອຍມີແຕ່ຄອມ ພໍ່ໄດ້ຕໍ່ເນັດອ່ານຂ່າວກະເທົ່ານັ້ນ

ຖ້າເລື່ອງຂະນ້ອຍຕັ້ງກະທູ້ແລ້ວເປັນຕົ້ນເຫດໃຫ້ທ່ານບໍ່ສະບາຍໃຈຂະນ້ອຍກະຂໍໂທດຫຼາຍໆ ຂະນ້ອຍບໍ່ຮູ້ກໍ່ໄດ້

ຂອບໃຈຫຼາຍໆ

 ຖ້າເຈົ້າຕ້ອງການຂໍ້ມູນດັ່ງກ່າວໄປທໍາການວິໃຈ ຫຼື ເຮັດບົດໂຄງການຈົບຊັ້ນ ຫຼືແມ່ນແຕ່ວຽກບ້ານ ໃຫ້ເຈົ້າໃບເອົາໃບຢັ້ງຢືນເພື່ອລົງເກັບກໍາຂໍ້ມູນຢູ່ໃນສະຖາບັນທີ່ເຈົ້າຮຽນຢູ່ໄປສະເໜີກັບຫ້ອງການທີ່ກ່ຽວຂອງ ຫຼັງຈາກນັ້ນເພິ່ນຈິ່ງເອົາຂໍ້ມູນໃຫ້ເຈົ້າ. ໃນໃບລົງເກັບກໍາຂໍ້ມູນອາດປະກອບໄປດ້ວຍ:

1. ຊື່ ແລະ ນາມສະກຸນ, ອາຈານທີ່ປຶກສາ

2.  ຫົວຂໍ້ວິໃຈ ຫຼື ໂຄງການຈົບຊັ້ນ ຫຼື້ ຫົວຂໍ້ວຽກບ້ານ

3. ເຊັນຢັ້ງຢືນຈາກໂຮງຮຽນ

ໃນການສຶກສາມັນຕ້ອງມີຂໍ້ມູນອ້າງອີງສະຖາບັນຕ່າງຈິ່ງຮັບຮູ້. ໃນເວັບບ໋ອດນີ້ບໍ່ສາມາດນໍາໄປເປັນຂໍ້ມູນອ້າງຫຍັງໄດ້ດອກ.

ຖ້າເຈົ້າສົນໃຈທີ່ຈະສຶກສາແທ້ເລື້ອງທີ່ເຈົ້າສົນໃຈສາມາດມີໄດ້ຫຼາຍຫົວຂໍ້ເຊັ່ນ: ດ້ານວັດຖະນາທໍາ, ດ້ານສັງຄົມ, ດ້ານສິ່ງແວດລ້ອມ ແລະ ອື່ນໆ.

ຫວັງຢ່າງຍິງວ່າ ເຈົ້າຈະເຮັດຕາມຄໍາແນະນໍາຂອງຂ້ອຍຖ້າເຈົ້າຕ້ອງການສຶກສາແທ້. ບໍ່ແມ່ນຈະມາເອົາຂໍ້ມູນທາງການໃນເວັບບ໋ອດນີ້ ແຕ່ຖ້າເຈົ້າຕ້ອງການຂໍ້ມູນທີ່ຕໍ່ຕ້ານລັດຖະບານເພື່ອມາ ປຸກລະດົມປະຊາຊົນແລ້ວແນະນໍາໃຫ້ເຈົ້າຕິດຕໍ່ເອເຊຍເສລີເດີ

ໂຊກດີເດີ ນ້ອງຊາຍ

__________________

Member

Status: Offline
Posts: 8
Date:

ໂດຍຂອບໃຈຫຼາຍໆອ້າຍ

ຄວາມຈິ່ງເຮົາບໍ່ໄດ້ເຮັດບົດຈົບຊັ້ນດອກພຽງແຕ່ຢາກຮູ້ເທົ່ານັ້ນ

ຂໍໂທດກັບການຕັ້ງກະທູ້ນີ້

ໂທຖາມທ່ານ ພານທອງ ທິດທຸມມາ ຫັ້ນເດ໋ຖ້າຢາກຮູ້ຂໍ້ມູນລະອຽດເພາະເພິ່ນເປັນຜູ່ຮັບຜິດຊອບເຂດເສດຖະກິດພິເສດບໍ່ເຕັນແດນຄໍາ.

__________________
Anonymous

Date:

ແປກດີ ຖ້າວ່າເຈົ້າແມ່ນນັກສຶກສາທີ່ຄິດຈະຂຽນບົດຢູ່ລາວອີ່ຫຼີ

ອາຈານຜູ້ນຳພາເຈົ້າຈະຕ້ອງຮູ້ວ່າ ຫົວບົດຫຼືຂອບເຂດຂອງການຂຽນບົດເຈົ້າຄວນມີໄດ້ຊໍ່າໄດ

ແລະອາຈານຜູ້ນຳພາຂອງເຈົ້າຈະຕ້ອງຮູ້ວິທີການຂໍຂໍ້ມູນແບບທາງການຄືແນວໃດ.

ບໍ່ໄດ້ເວົ້າເພື່ອຢາກຜິດກັນ ແຕ່ເວົ້າໃຫ້ຄິດວ່າ ຊິເຮັດຫຍັງຕ້ອງໄດ້ຮອບຄອບ ໃຫ້ເບີ່ງຫຼາຍໆມຸມ

ວ່າສີ່ງທີ່ເຮັດຈະມີຜົນກະທົບຕໍ່ຄວາມໝັ້ນຄົງແລະຄວາມສະຫງົບຂອງປະເທດຊາດໄດ້ຫຼາຍໜ້ອຍຊໍ່າໃດ.

ອີກຢ່າງ ຂໍ້ມູນທາງອີນເຕີເນັດ ທີ່ມີແຕ່ຄົນບອກຕໍ່ໆກັນ ໃຊ້ເປັນຂໍ້ມູນອ້າງອີງໃນການຂຽນບົດບໍ່ໄດ້ ມັນບໍຫນ້າ

ເຊື່ອຖືພໍ,​ບໍ່ມີບໍລິສັດໃດ ຫຼື ອົງກອນໃດທີ່ເປັນທາງການ ຈະ ຂຽນຂໍ້ບໍ່ດີຂອງຕົນໄວ້ໃຫ້ເປັນເອກະ ສານຄົ້ນຄ້ວາແນ່ນອນບໍ່ວ່າຢູ່ປະເທດໃດ  ລອງກັບໄປຄິດຄືນດີໆເບີ່ງວ່າສີ່ງທີ່ເຈົ້າຕອບວ່າ ເອົາໄປຂຽນບົດຄົ້ນຄ້ວາສົມເຫດສົມຜົນດີບໍ່.

__________________
Anonymous

Date:

Anonymous wrote:
The Q of Shadow wrote:

ຂະນ້ອຍກະຮຽນຢູ່ນະຄອນຫຼວງນິແລ້ວທ່ານແຕ່ບໍ່ຂໍບອກສະຖານບັນຮຽນ

ຈຸດປະສົງຂະນ້ອຍກະບອກແລ້ວວ່າຢາກຮູ້ຂໍ້ມູນທີ່ແນ່ນອນວ່າມັນແມ່ນຄືເຂົາພາກັນເວົ້າບໍ່ ກະເພື່ອຢາກນຳມາສຶກສາເຖິ່ງຜົນຮ້າຍຜົນດີ ກະເທົ່ານັ້ນ

ຂະນ້ອຍບໍ່ຄິດໃຫ່ຍເຖິ່ງຂັ້ນການເມືອງດອກ ຄວາມຮູ້ທີ່ຂະນ້ອຍມີກະຊຳຂີ້ເລັບມືບໍ່ກ້າດອກທ່ານ

ຂະນ້ອຍກະເວົ້າກ່ອນນີ້ລະເດ້ ຖ້າເຫັນວ່າມັນບໍ່ມີປະໂຫຍດຂະນ້ອຍກະວ່າບໍ່ຮູ້ກະໄດ້

ຖ້າກະທູ້ນີ້ນຳໄປສູ່ການຜິດຖຽງກັນຂະນ້ອຍກະຂໍໂທດຫຼາຍໆຂະນ້ອຍກະຂໍໂທດລ່ວງໜ້າແລ້ວ

ຖ້າທ່ານວ່າຈະໃຫ້ບອກລາຍລະອຽດກ່ອນຈຶ່ງຈະບອກ ຕ້ອງໃຫ້ບອກຊື່ ນາມສະກຸນ ພ້ອມທີ່ທີ່ຢູ່ ຂະນ້ອຍບໍ່ກ້າປານນັ້ນດອກ

ຢ້ານຄົນເຂົາພາກັນມາດ່າຂະນ້ອຍເດ້ ແລ້ວການຕັ້ງກະທູ້ຂອງແຕ່ລະທ່ານ ຂະນ້ອຍກະບໍ່ເຫັນວ່າເຂົາຈະບອກວ່າເຂົາແມ່ນໃຜມາແຕ່ໃສ

ຂະນ້ອຍກະຄິດວ່າເວັບນີ້ເປັນລັກສະນະແຊຄວາມຄິດແບ່ງປັນຄວາມຮູ້ຄວາມຄິດພ້ອມທັ່ງຂໍ້ມູນໃຫ້ເຊິ່ງກັນ ແລະ ກັນ

ມີບາງທ່ານວ່າຂະນ້ອຍບໍ່ໄດ້ເບິ່ງໂທລະພາບກະແມ່ນຄວາມທ່ານ ບ່ອນຂະນ້ອຍຢູ່ບໍ່ມີໂທລະພາບ

ຂະນ້ອຍມີແຕ່ຄອມ ພໍ່ໄດ້ຕໍ່ເນັດອ່ານຂ່າວກະເທົ່ານັ້ນ

ຖ້າເລື່ອງຂະນ້ອຍຕັ້ງກະທູ້ແລ້ວເປັນຕົ້ນເຫດໃຫ້ທ່ານບໍ່ສະບາຍໃຈຂະນ້ອຍກະຂໍໂທດຫຼາຍໆ ຂະນ້ອຍບໍ່ຮູ້ກໍ່ໄດ້

ຂອບໃຈຫຼາຍໆ

 ຖ້າເຈົ້າຕ້ອງການຂໍ້ມູນດັ່ງກ່າວໄປທໍາການວິໃຈ ຫຼື ເຮັດບົດໂຄງການຈົບຊັ້ນ ຫຼືແມ່ນແຕ່ວຽກບ້ານ ໃຫ້ເຈົ້າໃບເອົາໃບຢັ້ງຢືນເພື່ອລົງເກັບກໍາຂໍ້ມູນຢູ່ໃນສະຖາບັນທີ່ເຈົ້າຮຽນຢູ່ໄປສະເໜີກັບຫ້ອງການທີ່ກ່ຽວຂອງ ຫຼັງຈາກນັ້ນເພິ່ນຈິ່ງເອົາຂໍ້ມູນໃຫ້ເຈົ້າ. ໃນໃບລົງເກັບກໍາຂໍ້ມູນອາດປະກອບໄປດ້ວຍ:

1. ຊື່ ແລະ ນາມສະກຸນ, ອາຈານທີ່ປຶກສາ

2.  ຫົວຂໍ້ວິໃຈ ຫຼື ໂຄງການຈົບຊັ້ນ ຫຼື້ ຫົວຂໍ້ວຽກບ້ານ

3. ເຊັນຢັ້ງຢືນຈາກໂຮງຮຽນ

ໃນການສຶກສາມັນຕ້ອງມີຂໍ້ມູນອ້າງອີງສະຖາບັນຕ່າງຈິ່ງຮັບຮູ້. ໃນເວັບບ໋ອດນີ້ບໍ່ສາມາດນໍາໄປເປັນຂໍ້ມູນອ້າງຫຍັງໄດ້ດອກ.

ຖ້າເຈົ້າສົນໃຈທີ່ຈະສຶກສາແທ້ເລື້ອງທີ່ເຈົ້າສົນໃຈສາມາດມີໄດ້ຫຼາຍຫົວຂໍ້ເຊັ່ນ: ດ້ານວັດຖະນາທໍາ, ດ້ານສັງຄົມ, ດ້ານສິ່ງແວດລ້ອມ ແລະ ອື່ນໆ.

ຫວັງຢ່າງຍິງວ່າ ເຈົ້າຈະເຮັດຕາມຄໍາແນະນໍາຂອງຂ້ອຍຖ້າເຈົ້າຕ້ອງການສຶກສາແທ້. ບໍ່ແມ່ນຈະມາເອົາຂໍ້ມູນທາງການໃນເວັບບ໋ອດນີ້ ແຕ່ຖ້າເຈົ້າຕ້ອງການຂໍ້ມູນທີ່ຕໍ່ຕ້ານລັດຖະບານເພື່ອມາ ປຸກລະດົມປະຊາຊົນແລ້ວແນະນໍາໃຫ້ເຈົ້າຕິດຕໍ່ເອເຊຍເສລີເດີ

ໂຊກດີເດີ ນ້ອງຊາຍ

        ຮາໆໆໆ ເຫັນດີນຳ.

__________________
Anonymous

Date:

1. ເຈົ້າບອກວ່າເຈົ້າເປັນນັກສຶກສາ ຢາກສຶກສາຜົນຮ້າຍຜົນດີຊື່ໆ ແຕ່ພັດຢາກໄດ້ຂໍ້ມູນຢ່າງເປັນທາງການ ມັນຟັງບໍ່ສົມເຫດສົມຜົນປານໃດ..........ການທີ່ຕ້ອງການຂໍ້ມູນຢ່າງເປັນທາງການກໍ່ຕໍ່ເມື່ອຕ້ອງການໃຫ້ເປັນເອກະສານອ້າງອີງທີ່ຫນ້າເຊື່ອຖືໄດ້

ເພື່ອຈຸດປະສົງບາງຢ່າງ

2. ຖ້າວ່າເປັນນັກສຶກສາຢູ່ກຳແພງນະຄອນແທ້:

(1). ອາຈານຜູ້ນຳພາຈະຕ້ອງແນະນຳເຈົ້າໄປແລ້ວວ່າ ການຂໍຂໍ້ມູນຢ່າງເປັນທາງການຄວນຈະເຮັດແນວໃດ

(2). ສົງໃສຈະເປັນນັກສຶກສາລຸ້ນອາວຸໂສຂະໜາດ ເພາະໃຊ້ແຕ່ສຸພາສິດແຕ່ສະໃໝດຶກດຳບັນ ທີ່ບໍ່ຄ່ອຍ

ໄດ້ຍີນໃນສະໃໝປະຈຸບັນ.

3. ເຈົ້າບອກວ່າໃຫ້ຕອບເປັນພາສາລາວທີ່ເຂົ້າໃຈງ່າຍໆ

ສົງໃສຈະເປັນນັກສຶກສາກຳແພງນະຄອນ ທີ່ເປັນລູກຊອດດດດດດດດດດດດດດດກະຈາ.

4. ເລື່ອງການບໍລິຫານພາຍໃນປະເທດ ບໍ່ປະຕິເສດວ່າ ມີອັນທີ່ບໍ່ເໝາະສົມ ແຕ່ບໍ່ຈຳເປັນກໍ່ບໍ່ຄວນ

ສັກເສິກເຂົ້າບ້ານໂຕເອງ ເຈົ້າອາດຈະສະຫຼາດບໍ່ເທົ່າຄົນທີ່ລໍ້ເຈົ້າຖາມກະໄດ້.ຄືເຫັນຕົວຢ່າງ:ການຫຼົ້ມສະຫຼາຍ

ຂອງໂຊວຽດ, ຕໍ່ໄປອາດຈະແມ່ນຫວຽດນາມແລະພະມ້າກໍ່ໄດ້ ເພາະປະເທດມະຫາອຳນາດທີ່ກະຫາຍສົງຄາມ(ສ້າງຄວາມຮັ່ງມີດ້ວຍການເຮັດສົງຄົມ)

ມັນສົ່ງຄົນພື້ນທີ່ຄືເຈົ້ານີ້ແຫລະເຂົ້າໄປສຶບຂໍ້ມູນແລ້ວແຊກຊືມ ໂຈມຕີເທື່ອລະໜ້ອຍ. ຫວັງວ່າຊິມີຄວາມຮັກຊາດໃຫ້ຖືກທາງແລະມີສະຕິກ່ອນນີ້.

__________________

Member

Status: Offline
Posts: 8
Date:

1. ເຫດຜົນມີພຽງແຕ່ຢາກຮູ້ເທົ່ານັ້ນ ຄວາມຄິດຂອງຄົນພ້ອມທັ່ງຄວາມຢາກຮູ້ຢາກເຫັນບາງເທືອຂະນ້ອຍກະບໍ່ທັນໄດ້ໄຕ່ຕອງພິຈາລະນາໃຫ້ລະອຽດກ່ອນຈຶ່ງຈະຕັ້ງຄຳຖາມ

ມີແຕ່ຄິດບວກກັບຄວາມຢາກຮູ້ຈຶ່ງໄດ້ຖາມອອກໄປ ຂະນ້ອຍເກີດໃໝ່ໃຫ່ຍລຸນປັນຍາຍັງບໍ່ກ້າບໍ່ແຂງເລີຍບໍ່ທັນຍັ້ງຄິດວ່າຈະມີປັນຫາຕາມມາພາຍຫຼັງ

ເວົ້າໂດຍລວມຄວາມຮັບຜິດຊອບຍັງຕ່ຳຍັງບໍ່ທັນຮູ້ວ່າອັນໃດຄວນບໍ່ຄວນ ຂໍໂທດກັບທຸກໆທ່ານທີ່ບໍ່ສະບາຍໃຈໃນເລື່ອງນີ້

ບໍ່ແມ່ນວ່າອາຈານຢາກໃຫ້ເຮັດບົດຫຼາຍງານດອກອ້າຍ ເຮົາຕັ້ງສະລອກກອກຢາກຮູ້ເອົາຊື່ໆນິລະ

ຂະນ້ອຍເອງມັນຕັ້ງຊົ່ວຢາກຮູ້ໃນເລື່ອງທີ່ບໍ່ສົມຄວນ ຂໍໂທດນຳທ່ານຫຼາຍໆ

(2). ຂະນ້ອຍອາຍຸ 19 ປີ ຮຽນພຽງແຕ່ປີ 1 ຢູ່ເຮືອນຂະນ້ອຍມີປື້ມເກົ່າໆຂອງລາວແລ້ວມັນມີຄຳສຸພາສິດ ອ່ານມາແຕ່ນ້ອຍກະເລີຍຈື່

ມັນບໍ່ຂື້ນກັບອາຍຸດອກເລື່ອງແບບນີ້ໃຜອ່ານໃຜກະຮູ້ຄືກັນ

3. ຂະນ້ອຍກະລູກຊອດ ແຕ່ຊອດຊຽງຂວາງກັບອັດຕະປື ທີ່ວ່ານີ້ບໍ່ໄດ້ໝາຍເຖິງເວົ້າແບບກວມລວມ

ລູກຊອດແບບນີ້ມີແຕ່ຂະນ້ອຍດອກທີ່ຊົ່ວ.

ໄດ້ຍິນເພິນວ່າສັງຄົມລາວເປັນສັງຄົມທີ່ເຕັມໄປດ້ວຍຄວາມໂອບເອື້ອອາລີຮັກແພງເຊິ່ງກັນແລະກັນ

ເມືອຢາມຜິດຜາດກໍ່ໃຫ້ອະໄພກັນໄດ້ ຫຼື ວ່າສັງຄົມເຮົາມັນໄດ້ປ່ຽນໄປແລ້ວ....

ເພິ່ນວ່າບໍ່ມີໃຜທີ່ຈະບໍ່ເຄີຍຜິດຜາດ ນອກຈາກຄົນທີ່ບໍ່ເຄີຍເຮັດຫຍັງເລີຍ

ເຮົາກະຂໍໂທດຫຼາຍເທື່ອແລ້ວ ໃຫ້ອະໄພກັນແດ່ບໍ່ໄດ້ຫວາ...

__________________
ຈາກປາກນັກສຶກສາ
Anonymous

Date:

ຂ້ອຍອ່ານຄໍາຖາມທີ່ເຈົ້າຖາມແລ້ວ ຄືບໍ່ເຫັນຄໍາຖາມໃດ໋ຜິດຕໍ່ກົດ
ໝາຍບ້ານເມືອງນະ The Q of Shadow, ແຕ່ບັນຫາທີ່ວ່າ
ບໍ່ມີໃຜຕອບເຈົ້າໄດ້ເທົ່ານັ້ນເພາະຂ່າວສານຂໍ້ມູນທີ່ໜັງສືພິມ Vientianetimes.org.la ໄດ້ຖືກລຶບອອກຈາກຖານຂໍ້ມູນ
ແລ້ວເພາະມັນດົນນານເປັນເວລາ 8-9 ປີແລ້ວ.

__________________
Anonymous

Date:

Anonymous wrote:

1. ເຈົ້າບອກວ່າເຈົ້າເປັນນັກສຶກສາ ຢາກສຶກສາຜົນຮ້າຍຜົນດີຊື່ໆ ແຕ່ພັດຢາກໄດ້ຂໍ້ມູນຢ່າງເປັນທາງການ ມັນຟັງບໍ່ສົມເຫດສົມຜົນປານໃດ..........ການທີ່ຕ້ອງການຂໍ້ມູນຢ່າງເປັນທາງການກໍ່ຕໍ່ເມື່ອຕ້ອງການໃຫ້ເປັນເອກະສານອ້າງອີງທີ່ຫນ້າເຊື່ອຖືໄດ້

ເພື່ອຈຸດປະສົງບາງຢ່າງ

2. ຖ້າວ່າເປັນນັກສຶກສາຢູ່ກຳແພງນະຄອນແທ້:

(1). ອາຈານຜູ້ນຳພາຈະຕ້ອງແນະນຳເຈົ້າໄປແລ້ວວ່າ ການຂໍຂໍ້ມູນຢ່າງເປັນທາງການຄວນຈະເຮັດແນວໃດ

(2). ສົງໃສຈະເປັນນັກສຶກສາລຸ້ນອາວຸໂສຂະໜາດ ເພາະໃຊ້ແຕ່ສຸພາສິດແຕ່ສະໃໝດຶກດຳບັນ ທີ່ບໍ່ຄ່ອຍ

ໄດ້ຍີນໃນສະໃໝປະຈຸບັນ.

3. ເຈົ້າບອກວ່າໃຫ້ຕອບເປັນພາສາລາວທີ່ເຂົ້າໃຈງ່າຍໆ

ສົງໃສຈະເປັນນັກສຶກສາກຳແພງນະຄອນ ທີ່ເປັນລູກຊອດດດດດດດດດດດດດດດກະຈາ.

4. ເລື່ອງການບໍລິຫານພາຍໃນປະເທດ ບໍ່ປະຕິເສດວ່າ ມີອັນທີ່ບໍ່ເໝາະສົມ ແຕ່ບໍ່ຈຳເປັນກໍ່ບໍ່ຄວນ

ສັກເສິກເຂົ້າບ້ານໂຕເອງ ເຈົ້າອາດຈະສະຫຼາດບໍ່ເທົ່າຄົນທີ່ລໍ້ເຈົ້າຖາມກະໄດ້.ຄືເຫັນຕົວຢ່າງ:ການຫຼົ້ມສະຫຼາຍ

ຂອງໂຊວຽດ, ຕໍ່ໄປອາດຈະແມ່ນຫວຽດນາມແລະພະມ້າກໍ່ໄດ້ ເພາະປະເທດມະຫາອຳນາດທີ່ກະຫາຍສົງຄາມ(ສ້າງຄວາມຮັ່ງມີດ້ວຍການເຮັດສົງຄົມ)

ມັນສົ່ງຄົນພື້ນທີ່ຄືເຈົ້ານີ້ແຫລະເຂົ້າໄປສຶບຂໍ້ມູນແລ້ວແຊກຊືມ ໂຈມຕີເທື່ອລະໜ້ອຍ. ຫວັງວ່າຊິມີຄວາມຮັກຊາດໃຫ້ຖືກທາງແລະມີສະຕິກ່ອນນີ້.

ບໍ່ຕ້ອງຂໍ້ໂທດດອກ

 ດີແລ້ວທີ່ສົນໃຈເລື້ອງແບບນີ້ ບໍ່ຮູ້ວ່າເຈົ້າຮຽນສາຂາໃດ ດັ່ງທີ່ເຄີຍເວົ້າເລື້ອງນີ້ສາມາດເຮັດເປັນບົດລະດັບປະຣີນຍາໂທໄດ້ເລີຍເຊັ່ນ: ອາດໃສ່ຊື່ວ່າ "ສຶກສາການປ່ຽນແປງທາງດ້ານວັດທະນາທໍາສັງຄົມຂອງປະຊາຊົນທ້ອງຖີ້ນ (ພື້ນທີ່ສຶກສາ: ເຂດເສດຖະກິດພິເສດບໍ່ເຕັນແດນຄໍາ)", ແລະອື່ນໆອືກຫຼາຍຫົວຂໍ້ ໃນການເຮັດບົດຕ້ອງໄດ້ລົງເກັບກໍາຂໍ້ມູນຕົວຈິ່ງໃນເຂດພີ້ນທີ່ສຶກສາໂດຍການຂຽນແບບຟອມຫຼືສໍາພາດຫຼັງຈາກນັ້ນຈິ່ງນໍາຂໍ້ມູນມາວິເຄາະ ດ້ວຍໂປຼແກຼມທາງສະຖິຕິເຊັ່ນ: SPSS ຫຼື ໂປຼແກຼມອື່ນໆ. ໃນການເຮັດສິງກໍ່ສ້າງໃຫຍ່ໆເພິ່ນກໍ່ສຶກສາໝົດຫັນແລ້ວແຕ່ບໍ່ໄດ້ເຜີຍແຜ່ທົ່ວໄປ, ກ່ອນຈະເຮັດກໍ່ຕ້ອງໄດ້ສຶກສາ ແລະ ຂຽນບົດວິພາກທາງເສດຖະກິດ, ຜົນກະທົບທາງສັງຄົມ, ສິ່ງແວດລ້ອມ ແລະ ອື່ນໆ. ໃນການສຶກສາຜ່ານແບບຟອມ ຫຼື ສໍາພາດ ຄົນ 100 ຄົນ ແລ້ວຈະໃຫ້ຖືກໃຈຄົນໝົດທຸກຄົນມັນເປັນໄປບໍ່ໄດ້ ຕ້ອງໄດ້ຫາຄາ ໃຫຍ່ສຸດ ນ້ອຍສຸດ ຄ່າບ່ຽງເບນ ແລະ ອື່ນໆ ແລ້ວຈິ່ງນໍາໄປປຽບທຽບກັບຄ່າມາດຕະຖານ ຈິ່ງສາມາດຕັດສິນໃຈໄດ້ວ່າໂຄງການຄວນຈະສ້າງຫຼືບໍ່ ແລະ ຖ້າສ້າງແລ້ວຄວນຈະຢຸດຕິການທໍາກິດຈະການດັ່ງກ່າວຫຼືບໍ່. ຖ້າຍັງຮຽນຢູ່ປີ 1 ສິ່ງທີ່ເຈົ້າຕ້ອງຮຽນຄືເລກທາງສະຖິຕິຕ້ອງໃຫ້ເຂົ້າໃຈເພາະສິ່ງເຫຼົ່ານີ້ເປັນສ່ວນໜຶ່ງທີ່ຈະໄດ້ນໍາໃຊ້ໃນເວລາເຮັດວຽກຕົວຈິງ ຂໍ້ແນະນໍາອືກເທື່ອໜຶ່ງໃນການຫຼີ້ນເວບບອດມັນມີທາງຝ່າຍຄານ ແລະ ຝ່າຍລັດທະບານ ຕ້ອງຟັງຫູໄວ້ຫູ ບໍ່ເຫັນຝ່າຍໃດເອົາຫຼັກຖານມາດັນກັນ ມີແຕ່ໃສ່ຮ້າຍປ້າຍສີກັນເພື່ອຫວັງອໍານາດໃນອານາຄົດ ແຕ່ຝ່າຍລັດຖະບານອາດໄດ້ປຽບໜ້ອຍໜຶ່ງເພາະຢູ່ຊົນຊັ້ນປົກຄອງ. ໃຫ້ເບິ່ງສັງຄົມໄທເປັນຕົວຢ່າງເດີເຮັດຫຍັງກັນບໍ່ໄດ້ດອກຜູ້ໃດກໍ່ວ່າຜູ້ນັ້ນດີ ມື້ວານນີ້ເບິ່ງຂ່າວມີຄົນແກ້ອາຍຸ 61 ສົ່ງ SMS ໝື່ນປະໝາດເບື້ອງສູງສຸດທ້າຍ ຜິດມາດຕາ 112 ສານຕັດສິນລົງໂທດ 20 ປີ (ປະຊາທິປະໄຕຫຼືບໍ່).

ດັ່ງນັ້ນ, ໃນການຈະເອົາຂໍ້ມູນທາງການຕ້ອງເຮັດຕາມຂັ້ນຕອນ ຫຼື ວິຈານຊົນຊັ້ນປົກຄອງຕ້ອງໃຫ້ມີຫຼັກຖານພຽງພໍ ຖ້າບໍ່ດັ່ງນັ້ນຜົນຮ້າຍຈະຕາມມາ ດັ່ງຄໍາສຸພາສິດທີ່ວ່າ "ເຂົ້າບ້ານຕາລິວໃຫ້ລິວຕາຕາມ".

ດ້ວຍຄວາມເປັນຫ່ວງ, ຫວັງຢ່າງຍິ່ງວ່າຄົງໄດ້ຮ່ວມງານກັນໃນອານາຄົດ.

__________________
Anonymous

Date:

The Q of Shadow wrote:

1. ເຫດຜົນມີພຽງແຕ່ຢາກຮູ້ເທົ່ານັ້ນ ຄວາມຄິດຂອງຄົນພ້ອມທັ່ງຄວາມຢາກຮູ້ຢາກເຫັນບາງເທືອຂະນ້ອຍກະບໍ່ທັນໄດ້ໄຕ່ຕອງພິຈາລະນາໃຫ້ລະອຽດກ່ອນຈຶ່ງຈະຕັ້ງຄຳຖາມ

ມີແຕ່ຄິດບວກກັບຄວາມຢາກຮູ້ຈຶ່ງໄດ້ຖາມອອກໄປ ຂະນ້ອຍເກີດໃໝ່ໃຫ່ຍລຸນປັນຍາຍັງບໍ່ກ້າບໍ່ແຂງເລີຍບໍ່ທັນຍັ້ງຄິດວ່າຈະມີປັນຫາຕາມມາພາຍຫຼັງ

ເວົ້າໂດຍລວມຄວາມຮັບຜິດຊອບຍັງຕ່ຳຍັງບໍ່ທັນຮູ້ວ່າອັນໃດຄວນບໍ່ຄວນ ຂໍໂທດກັບທຸກໆທ່ານທີ່ບໍ່ສະບາຍໃຈໃນເລື່ອງນີ້

ບໍ່ແມ່ນວ່າອາຈານຢາກໃຫ້ເຮັດບົດຫຼາຍງານດອກອ້າຍ ເຮົາຕັ້ງສະລອກກອກຢາກຮູ້ເອົາຊື່ໆນິລະ

ຂະນ້ອຍເອງມັນຕັ້ງຊົ່ວຢາກຮູ້ໃນເລື່ອງທີ່ບໍ່ສົມຄວນ ຂໍໂທດນຳທ່ານຫຼາຍໆ

(2). ຂະນ້ອຍອາຍຸ 19 ປີ ຮຽນພຽງແຕ່ປີ 1 ຢູ່ເຮືອນຂະນ້ອຍມີປື້ມເກົ່າໆຂອງລາວແລ້ວມັນມີຄຳສຸພາສິດ ອ່ານມາແຕ່ນ້ອຍກະເລີຍຈື່

ມັນບໍ່ຂື້ນກັບອາຍຸດອກເລື່ອງແບບນີ້ໃຜອ່ານໃຜກະຮູ້ຄືກັນ

3. ຂະນ້ອຍກະລູກຊອດ ແຕ່ຊອດຊຽງຂວາງກັບອັດຕະປື ທີ່ວ່ານີ້ບໍ່ໄດ້ໝາຍເຖິງເວົ້າແບບກວມລວມ

ລູກຊອດແບບນີ້ມີແຕ່ຂະນ້ອຍດອກທີ່ຊົ່ວ.

ໄດ້ຍິນເພິນວ່າສັງຄົມລາວເປັນສັງຄົມທີ່ເຕັມໄປດ້ວຍຄວາມໂອບເອື້ອອາລີຮັກແພງເຊິ່ງກັນແລະກັນ

ເມືອຢາມຜິດຜາດກໍ່ໃຫ້ອະໄພກັນໄດ້ ຫຼື ວ່າສັງຄົມເຮົາມັນໄດ້ປ່ຽນໄປແລ້ວ....

ເພິ່ນວ່າບໍ່ມີໃຜທີ່ຈະບໍ່ເຄີຍຜິດຜາດ ນອກຈາກຄົນທີ່ບໍ່ເຄີຍເຮັດຫຍັງເລີຍ

ເຮົາກະຂໍໂທດຫຼາຍເທື່ອແລ້ວ ໃຫ້ອະໄພກັນແດ່ບໍ່ໄດ້ຫວາ...

 ບໍ່ຕ້ອງຂໍ້ໂທດດອກ

 ດີແລ້ວທີ່ສົນໃຈເລື້ອງແບບນີ້ ບໍ່ຮູ້ວ່າເຈົ້າຮຽນສາຂາໃດ ດັ່ງທີ່ເຄີຍເວົ້າເລື້ອງນີ້ສາມາດເຮັດເປັນບົດລະດັບປະຣີນຍາໂທໄດ້ເລີຍເຊັ່ນ: ອາດໃສ່ຊື່ວ່າ "ສຶກສາການປ່ຽນແປງທາງດ້ານວັດທະນາທໍາສັງຄົມຂອງປະຊາຊົນທ້ອງຖີ້ນ (ພື້ນທີ່ສຶກສາ: ເຂດເສດຖະກິດພິເສດບໍ່ເຕັນແດນຄໍາ)", ແລະອື່ນໆອືກຫຼາຍຫົວຂໍ້ ໃນການເຮັດບົດຕ້ອງໄດ້ລົງເກັບກໍາຂໍ້ມູນຕົວຈິ່ງໃນເຂດພີ້ນທີ່ສຶກສາໂດຍການຂຽນແບບຟອມຫຼືສໍາພາດຫຼັງຈາກນັ້ນຈິ່ງນໍາຂໍ້ມູນມາວິເຄາະ ດ້ວຍໂປຼແກຼມທາງສະຖິຕິເຊັ່ນ: SPSS ຫຼື ໂປຼແກຼມອື່ນໆ. ໃນການເຮັດສິງກໍ່ສ້າງໃຫຍ່ໆເພິ່ນກໍ່ສຶກສາໝົດຫັນແລ້ວແຕ່ບໍ່ໄດ້ເຜີຍແຜ່ທົ່ວໄປ, ກ່ອນຈະເຮັດກໍ່ຕ້ອງໄດ້ສຶກສາ ແລະ ຂຽນບົດວິພາກທາງເສດຖະກິດ, ຜົນກະທົບທາງສັງຄົມ, ສິ່ງແວດລ້ອມ ແລະ ອື່ນໆ. ໃນການສຶກສາຜ່ານແບບຟອມ ຫຼື ສໍາພາດ ຄົນ 100 ຄົນ ແລ້ວຈະໃຫ້ຖືກໃຈຄົນໝົດທຸກຄົນມັນເປັນໄປບໍ່ໄດ້ ຕ້ອງໄດ້ຫາຄາ ໃຫຍ່ສຸດ ນ້ອຍສຸດ ຄ່າບ່ຽງເບນ ແລະ ອື່ນໆ ແລ້ວຈິ່ງນໍາໄປປຽບທຽບກັບຄ່າມາດຕະຖານ ຈິ່ງສາມາດຕັດສິນໃຈໄດ້ວ່າໂຄງການຄວນຈະສ້າງຫຼືບໍ່ ແລະ ຖ້າສ້າງແລ້ວຄວນຈະຢຸດຕິການທໍາກິດຈະການດັ່ງກ່າວຫຼືບໍ່. ຖ້າຍັງຮຽນຢູ່ປີ 1 ສິ່ງທີ່ເຈົ້າຕ້ອງຮຽນຄືເລກທາງສະຖິຕິຕ້ອງໃຫ້ເຂົ້າໃຈເພາະສິ່ງເຫຼົ່ານີ້ເປັນສ່ວນໜຶ່ງທີ່ຈະໄດ້ນໍາໃຊ້ໃນເວລາເຮັດວຽກຕົວຈິງ ຂໍ້ແນະນໍາອືກເທື່ອໜຶ່ງໃນການຫຼີ້ນເວບບອດມັນມີທາງຝ່າຍຄານ ແລະ ຝ່າຍລັດທະບານ ຕ້ອງຟັງຫູໄວ້ຫູ ບໍ່ເຫັນຝ່າຍໃດເອົາຫຼັກຖານມາດັນກັນ ມີແຕ່ໃສ່ຮ້າຍປ້າຍສີກັນເພື່ອຫວັງອໍານາດໃນອານາຄົດ ແຕ່ຝ່າຍລັດຖະບານອາດໄດ້ປຽບໜ້ອຍໜຶ່ງເພາະຢູ່ຊົນຊັ້ນປົກຄອງ. ໃຫ້ເບິ່ງສັງຄົມໄທເປັນຕົວຢ່າງເດີເຮັດຫຍັງກັນບໍ່ໄດ້ດອກຜູ້ໃດກໍ່ວ່າຜູ້ນັ້ນດີ ມື້ວານນີ້ເບິ່ງຂ່າວມີຄົນແກ້ອາຍຸ 61 ສົ່ງ SMS ໝື່ນປະໝາດເບື້ອງສູງສຸດທ້າຍ ຜິດມາດຕາ 112 ສານຕັດສິນລົງໂທດ 20 ປີ (ປະຊາທິປະໄຕຫຼືບໍ່).

ດັ່ງນັ້ນ, ໃນການຈະເອົາຂໍ້ມູນທາງການຕ້ອງເຮັດຕາມຂັ້ນຕອນ ຫຼື ວິຈານຊົນຊັ້ນປົກຄອງຕ້ອງໃຫ້ມີຫຼັກຖານພຽງພໍ ຖ້າບໍ່ດັ່ງນັ້ນຜົນຮ້າຍຈະຕາມມາ ດັ່ງຄໍາສຸພາສິດທີ່ວ່າ "ເຂົ້າບ້ານຕາລິວໃຫ້ລິວຕາຕາມ".

ດ້ວຍຄວາມເປັນຫ່ວງ, ຫວັງຢ່າງຍິ່ງວ່າຄົງໄດ້ຮ່ວມງານກັນໃນອານາຄົດ.

__________________
Anonymous

Date:

ຂໍໂທດດ້ານເທິງຕອບຜິດຄົນທີ່ແທ້ຢາກຕອບເຈົ້າຂອງກະທູ້

ຜູ້ຕັ້ງຄຳຖາມນີ້ພັດວ່າເຫຼັ້ນລະຄອນເກັ່ງອີກຕ່າງຫາກ ຕອບກະບໍ່ຕົງປະເດັນ ປີ້ນໄປປີ້ນມາ

ດຽວກະວ່າຊິເອົາໄປຂຽນບົດ ດຽວກະວ່າຢາກຮູ້ຊື່ໆພັດຕ້ອງເອົາຂໍ້ມູນຢ່າງເປັນທາງການ

ເປັນຄົນລາວພັດບອກວ່າໃຫ້ຕອບເປັນພາສາລາວງ່າຍໆ......ນີ້ແຫລະຄົນເຮົາ.

ເຊີນຕົວະແລະເຫຼັ້ນລະຄອນຕໍ່ໂລດ ເຊື່ອເຈົ້າຢູ່.

__________________

Member

Status: Offline
Posts: 8
Date:

ອ້າຍລອງໄປອ່ານຄຳຕອບເຮົາໃຫ່ມເບິ່ງເຮົາບໍ່ໄດ້ເວົ້າຈັກຄວາມວ່າຈະເອົາໄປຂຽນບົດ

ທີ່ວ່າຢາກໃຫ້ຕອບເປັນພາສາລາວເພາະທ່ານທີ່ໃຫ້ຄຳເຫັນທຳອິດນັ້ນລາວໄດ້ບອກວ່າ:

"ທ່ານສາມາດຊອກຫາຄໍາຕອບໄດ້ ດ້ວຍການໂທໄປທີ່ເບີ:
21-254474 ຫລືຈະຂຽນອີແມວຫາກໍ່ໄດ້:
ncsez@laotel.com"

ເພິ່ນໄດ້ແນະນຳໃຫ້ຂະນ້ອຍໄປເອົາຂໍ້ມູນທີ່ ncsez@laotel.com ຂະນ້ອຍກະເຂົ້າ google

ເປັນ PDF ແຕ່ນັ້ນເປັນພາສາອັງກິດເຮົາມັນເປັນຄົນປຶກໜາອ່ານພາສາເຂົາບໍ່ເກັ່ງ ກໍ່ເລີຍຢາກໃຫ້ທ່ານທີ່ໃຫ້ຄຳແນະນຳນັ້ນ

ເອົາໂຕເປັນພາສາລາວໃຫ້ເພື່ອຈະເປັນຫານງ່າຍຕໍ່ຄວາມເຂົ້າໃຈ

ທີ່ວ່ານີ້ຢາກໃຫ້ອ້າຍເຂົ້າໃຈ

ເຮົາເຮັດໃຫ້ຄົນອື່ນມາມັກເຮົາບໍ່ໄດ້ດອກ ຖ້າອ້າຍຍັງຢາກຈະດ່າເຮົາຕໍ່ກະຕາມໃຈເຮົາຫ້າມບໍ່ໄດ້ແນວເປັນສິດຂອງອ້າຍ

__________________
ຈາກປາກນັກສຶກສາ
Anonymous

Date:

The Q of Shadow wrote:
 ເພິ່ນໄດ້ແນະນຳໃຫ້ຂະນ້ອຍໄປເອົາຂໍ້ມູນທີ່ ncsez@laotel.com ຂະນ້ອຍກະເຂົ້າ google

ເປັນ PDF ແຕ່ນັ້ນເປັນພາສາອັງກິດເຮົາມັນເປັນຄົນປຶກໜາອ່ານພາສາເຂົາບໍ່ເກັ່ງ ກໍ່ເລີຍຢາກໃຫ້ທ່ານທີ່ໃຫ້ຄຳແນະນຳນັ້ນ

ເອົາໂຕເປັນພາສາລາວໃຫ້ເພື່ອຈະເປັນຫານງ່າຍຕໍ່ຄວາມເຂົ້າໃຈ

ທີ່ວ່ານີ້ຢາກໃຫ້ອ້າຍເຂົ້າໃຈ

ເຮົາເຮັດໃຫ້ຄົນອື່ນມາມັກເຮົາບໍ່ໄດ້ດອກ ຖ້າອ້າຍຍັງຢາກຈະດ່າເຮົາຕໍ່ກະຕາມໃຈເຮົາຫ້າມບໍ່ໄດ້ແນວເປັນສິດຂອງອ້າຍ

__________________

ຈາກປາກນັກສຶກສາ
**********************************************
ເຖິງນັກສຶກສາ
ເຖິງແນວໃດເຈົ້າຖາມ ເຈົ້າເວົ້າມັນຖືກແລ້ວ,  ແລະໃຜຊິຮຸ້ບໍ່ຮູ້ ຊິບອກໃຫ້ຫຼືບໍ່ມັນກໍເປັນນໍ້າໃນຂອງແຕ່ລະຄົນ.
ເພາະເຈົ້າກໍຖາມດ້ວຍຄວາມຢາກຮູ້ ແລະເວົ້າດີໆຢຸ່, ສະນັ້ນເຫັນບາງຄົນເວົ້າບໍ່ດີ ຕໍານິເຈົ້າບໍ່ເຂົ້າທ່າແນວນັ້ນ
ເຫັນວ່າ ມັນເປັນບໍ່ນັບຖືສິດທິຂອງຄົນອື່ນ ເພາະເວທີນີ້ເປັນເວທີສາກົນ ແລະເພື່ອແລກປ່ຽນບົດຮຽນ
ແລກປ່ຽນຄວາມຄິດເຫັນກັນ ບໍ່ແມ່ນເຮັດເພື່ອຜູ່ໃດສະເພາະ,
ດັ່ງນັ້ນ ຜູ່ຮູ້ກໍຄວນບອກດ້ວຍຄວາມຈິງໃຈ ບໍ່ຮູ້ກໍແລ້ວໄປ, ແລະບໍ່ຢາກບອກກໍມິດໄປ ຜ່ານໄປ.....
ບໍ່ແມ່ນມາສະແດງນິໄສພານອອກມາ ໃຫ້ຄົນອື່ນສັບສົນ.
ພີ່ນ້ອງຄວນລະວັງກັນແດ່ ການໃຊ້ພາສາ ສໍານວນ,
ຄວນຮັກສານໍ້າໃຈກັນແດ່ ເບິ່ງຄົນຮ້າຍຄົນດີໃຫ້ມັນຄັກສາກ່ອນ
ຂໍໃຫ້ຮັກແພງກັນ
------------------------------------
ລາວສະມູໄຣ

__________________
Anonymous

Date:

Anonymous wrote:

ເຖິງນັກສຶກສາ

ເຖິງແນວໃດເຈົ້າກໍຖາມຖືກ, ເຈົ້າເວົ້າມັນຖືກແລ້ວແລະໃຜຊິຮຸ້ ຫຼືບໍ່ຮູ້  !

ຊິບອກໃຫ້ ຫຼືບໍ່ບອກ - ມັນກໍເປັນນໍ້າໃນຂອງແຕ່ລະຄົນ.

ເພາະເຈົ້າກໍຖາມດ້ວຍຄວາມຢາກຮູ້ ແລະເວົ້າດີໆຢຸ່, ສະນັ້ນ ເມື່ອເຫັນບາງຄົນເວົ້າບໍ່ດີ ໃສ່,  ຕໍານິເຈົ້າແບບບໍ່ເຂົ້າທ່າແນວນັ້ນ...........!

ເຫັນວ່າ ມັນເປັນເລື້ອງທີ່ບໍ່ນັບຖືສິດທິຂອງຄົນອື່ນເກີນໄປ !

ເພາະເວທີນີ້ເປັນເວທີສາກົນ  ແລະເພື່ອແລກປ່ຽນບົດຮຽນ

ແລກປ່ຽນຄວາມຄິດເຫັນກັນ .

ບໍ່ແມ່ນເຮັດເພື່ອຜູ່ໃດສະເພາະ,

ດັ່ງນັ້ນ ຜູ່ຮູ້ກໍຄວນບອກດ້ວຍຄວາມຈິງໃຈ ,

ບໍ່ຮູ້ກໍແລ້ວໄປ, ແລະບໍ່ຢາກບອກກໍຜ່ານໄປ.....

ບໍ່ແມ່ນມາສະແດງນິໄສພານອອກມາວ່າໃຫ້ຄົນອື່ນສັບສົນ.

ພີ່ນ້ອງຄວນລະວັງກັນແດ່ ການໃຊ້ພາສາ-ແລະຄໍາເວົ້າຫັ້ນ,

ຄວນຮັກສານໍ້າໃຈກັນແດ່ ..

ເບິ່ງຄົນຮ້າຍຄົນດີໃຫ້ມັນຄັກສາກ່ອນ

ຂໍໃຫ້ຮັກແພງກັນ

------------------------------------

ລາວສະມູໄຣ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard