Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຜູ້ບໍລິຫານ ເວບບຼອກ ສາມາຄົມລາວນີ້ ມີຄວາມຮູ້ດ້ານບັນນາທິການຈິງບໍ ?
Anonymous

Date:
ຜູ້ບໍລິຫານ ເວບບຼອກ ສາມາຄົມລາວນີ້ ມີຄວາມຮູ້ດ້ານບັນນາທິການຈິງບໍ ?
Permalink Closed


ເທົ່າທີ່ຕິດຕາມບົດຄວາມໃນ ສະມາຄົບລາວເວບນີ້ ປະກົດວ່າເປັນເລື່ອງບໍ່ຄ່ອຍໄດ້ສາລະປານໃດ ທີ່ຈິງຄົນຂຽນບົດຄວາມກະດີ ແລະເກ່ງ ແຕ່ປາກົດວ່າບົດດີໆ ກັບຖືກລຶບ ບົດທີ່ບໍ່ສ້າງສັນ ບາງຄັ້ງກໍສະແດງເຖິງຄວາມດ້ອຍປັນຍາພັດປະໄວ້ ບໍ່ຖຶກປະໄວ້ ອັນນີ້ມັນໝາຍເຖິງເຈົ້າຂອບເວບ ບໍ່ເກັ່ງບັນນາທິການ

໑. ກ່ອນຈະລຶບບົດໃດ ຄວນຈະອ່ານເນື້ອໃນໃຫ້ຈົບກ່ອນຈຶ່ງຈະດີ ຫາກຜິດຕໍ່ກົດໝາຍບ້ານເມືອງ ຫຼືແນວທາງພັກລັດຄວນລົບ ບາງຄັ້ງເນື້ອຫາສາລະດີກໍຄວນປະໄວ້ ບາງຄັ້ງເປັນວິຊາການກໍປະໄວ້ ຫຼືບົດຄວາມບາງບົດຄວາມ ເປັນລະສະນະສອງແງ່ສອງງ່າມ ລັກສະນະຈຳກັດຮັດແຄບ ບໍ່ຖືກກັບຄວາມຈິງ ຈຶ່ງລຶບ.

- ເຊັ່ນກະທູ້ທີ່ຄວນລືບ ກັບປ່ອຍໄວ້ຈະຍົກຕົວຢ່າງສອງເລື່ອງ ເຊັ່ນ

ກ. ເປັນຫຍັງຄົນລາວນອກຈຶ່ງບໍ່ມັກທຸງວົງເດືອນ................

ຂ. ເປັນຫຍັງຄົນລາວໃນປະເທດຈຶ່ງບໍ່ມັກທຸງຊ້າງສາມຫົວ...............

(ເມື່ອເຮົາອ່ານສະເພາະຫົວບົດແລ້ວ ມັນຄັບແຄບເກີນໄປ)

- ໃນທັດທະນະທາງການສ້າງປະໂຫຍກ ຜູ້ຕັ້ງເວົ້າແຄບເກີນໄປ ບໍ່ກະຈາຍ ຄື ຈຳເພາະເຈາະຈົງໄປວ່າ "ເປັນຫຍັງຄົນລາວ....ບໍ່ມັກທຸງ...." ຄຳຖາມແບບນີ້ ເໝືອນຈະບອກວ່າ ຄົນລາວບໍ່ມັກທຸງ...ນັ້ນເອົາແທ້ເອົາວ່າ....ໃນຄວາມເປັນຈິງແລ້ວ ບໍ່ໝາຍວ່າຄົນລາວທັງໝົດຈະບໍ່ມັກ, ຫຼືຄົນລາວທັງໝົດຈະລັງກຽດ ຄວນຈະຫາຄຳອື່ນມາໃຊ້ແທນ ເພື່ອໃຫ້ພາສາມີຄວາມສົມບູນ ງົດງາມ ແລະເບິ່ງແລ້ວບໍ່ຈຳກັດຮັດແຄບ.

- ໃນຄວາມເປັນຈິງ ບໍ່ວ່າແຕ່ທຸງວົງເດືອນ ຫຼືທຸງຊ້າງສາມຫົວ ຄົນລາວທັງໃນແລະນອກປະເທດ ບໍ່ໄດ້ປະຕິເສດມັນ ເວົ້າເລື່ອງລາວ ຢູ່ໃນປະເທດລາວບໍ່ໄດ້ໝາຍວ່າຈະຊັງ ເຫັນແລ້ວຕ້ອງເສັຍອາລົມ ດອກ ພຽງແຕ່ວ່າທຸງກາຊ້າງສາມຫົວ ມັນເປັນທຸງລະບອບເກົ່າ ເມື່ອປະເທດເຮົາປົກຄອງລະບອບໃໝ່ແລ້ວ ກໍເລີກໃຊ້ໄປເປັນທຳມະດາ ຂອງກົດເກນ ບໍ່ວ່າແຕ່ປະເທດລາວ ປະເທດໃດໆກໍເປັນ ຂະໜາດປະເທດໄທຍ໌ ເປັນປະເທດທີ່ບໍ່ຄ່ອຍມີການປ່ຽນລະບອບປານໃດ ແຕ່ກ່ອນໃຊ້ທຸງກາຊ້າງເຜືອກ ບັດນີ້ຍັງມາໃຊ້ທຸງໄຕລົງ ແຕ່ເຂົາບໍ່ໄດ້ໝາຍວ່າຈະຮັກທຸງໄຕຣົງ ແລະກໍບໍ່ໄດ້ໝາຍວ່າເຂົາຊັງທຸງກາຊ້າງ ພຽງແຕ່ວ່າເຂົາບໍ່ໃຊ້ທຸງກາຊ້າງ ເພາະມັນຜ່ານສະໄໝໄປແລ້ວ ສຳລາວທີ່ຢູ່ເມືອງນອກ (ສ່ວນຫຼາຍ) ກໍເຊັ່ນດຽວກັນ ບໍ່ໄດ້ໝາຍວ່າເຂົາຮັກທຸງກາຊ້າງ ຫຼືເຂົາທັງທຸງວົງເດືອນທັງໝົດ ຫຼືຊັງທຸງວົງເດືອນ ແລະຮັກທຸງກາຊ້າງ ເຂົາເຂົ້າໃຈພຽງແຕ່ວ່າທຸງເປັນສັນຍະລັກຂອງຊາດ ເຂົາໃຊ້ທຸງນັ້ນ ເພື່ອເປັນເອກະລັກຊື່ໆ

- ໃນຄວາມເປັນຈິງແລ້ວ ທຸງວົງເດືອນກໍບໍ່ໄດ້ໝາຍວ່າ ຊິບໍ່ມີປະຫວັດສາດອັນຍາວນານເລີຍ ປະຫວັດຫຍໍ້ຂອງທຸງວົງເດືອນນັ້ນ ເປັນສັນຍະລັກຂອງແນວອິສລະລຸ້ນແຮກໆ ທີ່ສ້າງຂຶ້ນພາຍໃຕ້ການນຳ ຂອງສະເດັດເຈົ້າເພັດຊະຣາດ ວິຣະບູຣຸດລາວ ເພື່ອລວມລາວຕໍ່ສູ້ກັບຝຣັ່ງ ສະນັ້ນ ຄະນະແນວລາວອິສລະລຸ້ນໆຕ່າງໆ ຈຶ່ງຮັກ, ອັນທຸງຊ້າງສາມຫົວກໍເຊັ່ນກັນ ບໍ່ໄດ້ໝາຍວ່າຊິບໍ່ມີປະຫວັດສາດ ຊ້າງສາມຫົວນັ້ນ ເປັນຊ້າງເອຣະວັນ ຄືຊ້າງຊົງຂອງພຣະຍາອິນຕາມຄວາມເຊື່ອ ຄົນລາວ ວ່າຕົນເອງເປັນລູກ ຂອງພະຍາແຖນ ມີຂຸນບູຣົມເປັນຕົ້ນຕະກູນ ຈຶ່ງເອົາຊ້າງສາມສຽນເປັນ ທຸງ ແຕ່ມາຮອດປັດຈຸບັນ ທຸງຊ້າງສາມສຽນມັນໄດ້ຜ່ານສະໄໝໄປແລ້ວ ແລະເຮົາກໍມີທຸງວົງເດືອນໃຊ້ແທນແລ້ວ ເຮົາກໍໃຊ້ທຸງວົງເດືອນເປັນສັນຍະລັກຂອງຊາດລາວ.

- ນັ້ນຄືຫຼັກການແລະເຫດຜົນ ທີ່ອະທິບາຍ ແຕ່ສິ່ງທີ່ຢາກເວົ້າ ຜູ້ຕັ້ງກະທູ້ ໃຊ້ພາສາບໍ່ເປັນກໍເລີຍເຮັດໃຫ້ບັນຫາປ່ຽນໄປຈາກຄວາມເປັນ ຈິງ ເຈົ້າຂອງກະທູ້ຄວນພິຈາລະນາທາງພາສາ ເພື່ອປ້ອງກັນບໍ່ໃຫ້ຄວາມ ເຂົ້າໃຈຜິດ ໄປທຳລາຍຄວາມສາມັກຄີຂອງລາວທັງຜອງບໍ່ວ່າຢູ່ນອກ ຢູ່ໃນ.

- ຄວາມຈິງ ຄົນຕັ້ງກະທູ້ ເຂົາອາດຊິບໍ່ມີເຫດຜົນທີ່ໃຫ້ຄົນລາວເຂົ້າໃຈຜິດກັນດອກ ແຕ່ມັນສຳຄັນຢູ່ທີ່ເຂົາໃຊ້ພາສາບໍ່ເປັນຊື່ໆ ເມື່ອທາງເວັບ ເປັນຜູ້ກວດກາເນື້ອໃນຂອງບົດ ຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ ມີຄວາມຮູ້ເລື່ອງພາສາ ປະສົມກັບແນວທາງນະໂຍບາຍຂອງພັກ ຂອງລັດ ແລະລະບຽບກົດໝາຍໃຫ້ຄັກແນ່.

- ແຕ່ເທົ່າທີ່ສັງເກດມານີ້ ເຫັນວ່າ "ບົດດີໆໆແຕ່ຄວາມຮູ້ຂອງເຈົ້າຂອງເວບບໍ່ເຖິງ ກັບຖືກລຶບ, ບົດບໍ່ດີ ເນື້ອໃນບໍ່ສອດຄ່ອງ ກັບບົດສ້າງຄວາມເຂົ້າໃຈຜິດ ຄັບແຄບກັບຍັງຢູ່ ອັນນີ້ ເຮັດໃຫ້ຄົນອື່ນໆ ຫຼືຄົນຊາດອື່ນໆ ມອງເຮົາວ່າ ອືມ໌ຄົນລາວ ມີແນວຄິດເທົ່ານີ້ຫຼື ເພື່ອເຂົາມາເບິ່ງບົດສົນທະນາຂອງເຮົາ.

- ການແບນກໍເຊັ່ນກັນ ບໍ່ຄວນທີ່ຈະແບນສາມາຊິກທົ່ວທີບທົ່ວແດນ ຕ້ອງເບິ່ງບົດຄວາມ ກະທູ້ຂອງເຂົາໃຫ້ແຈ້ງໆ ຄັກໆ ບໍ່ດັ່ງນັ້ນ ທາງເວບເອງອາດຊິສົ່ງເສິມ ບົດຄວາມຂີ້ເຍື່ອໄວ້ໃຫ້ລູກໃຫ້ຫຼານລາວ ໃນອະນາຄົດໄດ້ອ່ານ ແລ້ວເສົ້າໃຈຍ້ອນ.

- ຂໍແນະນຳ

໑. ກ່ອນຈະລືບກະທູ້ ຕ້ອງອ່ານທົບທວນໃຫ້ຫຼາຍຄັ້ງ ແລ້ວເບິ່ງເນື້ອໃນລະອຽດ.

໒. ຫາກເປັນບົດຄວາມຜິດຕໍ່ກົດໝາຍ ນະໂຍບາຍຂອງຊາດ ຈົ່ງລຶບໆໄວໆ

໓. ການຂຽນ(ເບິ່ງໃຫ້ຄັກ ຄົນຂຽນໃນເວບນີ້ ມີທັງຄົນລຸ້ນເກົ່າ ແລະລຸ້ນໃໝ່ ການຂຽນອາດຕ່າງກັນ ບາງຄົນຂຽນແບບເກົ່າ ບາງຄົນຂຽນແບບໃໝ່ ຢ່າໄປລຶບຂອງເຂົາເດັດຂາດ-ແຕ່ຫາກເນື້ອໃນບົດ ເປັນການແບ່ງແຍກຄວາມສາມັກຄີລາວທັງຜອງກໍ່ຄວນພິຈາລະນາລຶບໄວ)

- ແຕ່ໃນຄວາມເປັນຈິງ ທາງເວັບ ບໍ່ຄວນຈະລຶບບົດຄວາມ ທີ່ທ່ານເຫັນວ່າບໍ່ຖືກໃຈທ່ານໂດຍພາລະການ-ຄວນອະນຸຍາດໃຫ້ ມວນຊົນແຈ້ງລຶບ ເພື່ອສະແດງໃຫ້ເຫັນນະໂຍບາຍຂອງເວບວ່າເປັນ ປະຊາທິປະໄຕ.

 

ຂໍຂອບທຸກທ່ານ ທີ່ອ່ານຈົບ




__________________


Senior Member

Status: Offline
Posts: 428
Date:
RE: ຜູ້ບໍລິຫານ ເວບບຼອກ ສາມາຄົມລາວນີ້ ມີຄວາມຮູ້ດ້ານບັນນາທິການຈິງບໍ ?
Permalink Closed



ຂໍຂອບໃຈທີ່ຕິຊົມ, ຈະພັດທະນາໃຫ້ດີຂຶ້ນໃນຕໍ່ໜ້າ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard