Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວຽງຈັນຈະເລີນແລ້ວຫຼືຍັງ ເບິ່ງຮູບເຫຼົ່ານີ້
Anonymous

Date:
ວຽງຈັນຈະເລີນແລ້ວຫຼືຍັງ ເບິ່ງຮູບເຫຼົ່ານີ້

ງາມບໍ່ພີ່ນ້ອງ

ຊໍານີ້ ຈະເລີນແລ້ວຫຼືຍັງ 

__________________
Anonymous

Date:
RE: ວຽງຈັນຈະເລີນແລ້ວຫຼືຍັງ ເບິ່ງຮູບເຫຼົ່ານີ້

Oh Wow Ngarm lai der, Thanks for sharing. It's so beautiful and lots of different compare to year 1999 and 2006 that i visited.

__________________
Anonymous

Date:

ຄ່າຍ້ອງ ຕື່ມຮູບໃຫ້ອີກ 

ຢາກເຫັນບ່ອນອື່ນອີກ ຂໍມາ ຈະຈັດໃຫ້

__________________
ຊະນະໄພ

Date:

ຢາກໃຫ້ພີ່ນ້ອງຄົນລາວທີ່ອາໃສຢູ່ຕ່າງປະເທດຈຳນວນນຶ່ງທີ່ມັກດ່າລັດຖະບານລາວ ວ່າບໍ່ພັດທະນາຫັຍງ ແລະຍັງດູຖູກວ່າຈະເອົາວຽງຈັນເປັນມໍລະໂດກໂລກ ລອງເບິ່ງແລ້ວສົມທຽບໃສ່ 36 ປີຜ່ານມາວ່າມີອັນແຕກຕ່າງຫຼືບໍ່ ແຕ່ກໍ່ຄືເກົ່າຫັ້ນແຫຼະແນວຄົນມັກເວົ້າດູຖູກປະເທດຕົນເອງພວກເພິ່ນກໍ່ຈະເອົາ ໄປສົມທຽບປະເທດເພິ່ນຢູ່ຄືເກົ່າຫັ້ນແລ້ວໂດຍສະເພາະແມ່ນພວກຢູ່ ຝຣັ່ງ ແລະອາເມຣິກາ ສ່ວນທີ່ຢູ່ປະເທດອື່ນສັງເກດເຫັນວ່າເພິ່ນກໍ່ຍອມຮັບ ຄວາມປ່ຽນແປງ ແລະໃຫ້ການຊ່ວຍເຫຼືອເຊັ່ນ: ລາວອົສຕາລີ, ລາວຍີ່ປຸ່ນ ແລະອື່ນໆ.

__________________
Anonymous

Date:

ອັນໝຶ່ງແນ່ນອນ ທີ່ຈະຕາມມາພ້ອມກັບການພັດທະນາ ນັ້ນກໍ່ຄື

ປັນຫາລົດຕິດ, ຂີ້ເຫຍື້ອ, ແລະໂຈນລັກປຸ້ນຕ່າງໆ

ຖ້າພັດທະນາແລ້ວເປັນແນວນີ້ ຢູ່ແບບບ້ານນອກ ກໍ່ດີໃດນໍ

__________________
Anonymous

Date:

ການຖ່າຍພາບແຕ່ລະພາບມີສິນລະປະດີ ແລະໄດ້ມຸມງາມຫຼາຍ

__________________
Anonymous

Date:

​ເປັນ​ພາບ​ຖ່າຍ​ທີ່​ງາມ​ຫຼາຍ ຂໍ​ຕື່ມ​ອີກ​ຫຼາຍໆ​ພາບ​ແດ່​​ເດີ! ​ໂດຍ​ສະ​ເພາະ​ເຂດ​ພະທາດ​ຫຼວງ - ຫໍ​ວັດທະນະທຳ - ຫໍພິພິທະ​ພັນ - ມະຫາວິະຍາ​ໄລ​ແຫ່ງ​ຊາດ - ກະຊວງ​ທະບວງ​ກົມ​ຕ່າງໆ ​ແລະ ​ເຂດ​ແຄມ​ຂອງ​ຍາມ​ຄໍ່າ​ລົງ​ແລງ...

ຫວັງ​ວ່າ​ຄົງ​ຈັດ​ໃຫ້​ນໍ!!! ຂໍ​ຊົມ​ເຊີຍ​ຈາກ​ໃຈ​ຈິງ​ວ່າ​ສີມື​ການຖ່າຍ​ພາບ​ຍອມ​ຢ້ຽມ​ອີ່ຫຼີ!

__________________
Anonymous

Date:

ຂພຈ  ອາໃສຢູ່ຕ່າງປະເທດເດີ ປະມານ 20 ປີ ແລ້ວ  ທີ່ເຄີຍໄດ້ມາຢ້ຽມຢາມວຽງຈັນເທື່ອສຸດທ້າຍ

ໃນສະພາບຄາວນັ້ນຈະເວົ້າແຈ້ງໆນໍ ກໍບໍ່ມີຫັຍງຫຼວງຫຼາຍປ່ຽນແປງ ພໍເຫັນແຕ່ຄວາມທຸກຈົນຂອງ

ຄອບຄົວແລະຍາດຕິພີ່ນ້ອງຂອງຕົນເອງຫຼາຍ ທີ່ຕົນເອງບໍ່ສາມາດຈະຊ່ວຍເຫຼືອໄດ້ ກໍ່ເລີຍເກີດມີ

ຄວາມເທາະຖອຍແລະຂາດຄວາມສົນໄຈບໍ່ຢາກມາເຫັນສະພາບຕົວຈິງອີກ ຄືເວົ້າແຈ້ງໆອີກກໍຄືຄວາມ

ດ້ອຍການພັດທະນາຂອງປະເທດຊາດຕົວເອງ   ແຕ່ມາເຫັນຮູບພາບຕອນນີ້ ຂພຈ ຮູ້ສຶກດີໄຈ ພູມ

ໄຈຫຼາຍ ຖ້າຈະທຽບໄສ່ສະພາບ20ປີຄືນຫຼັງ  ຄິດວ່າຈະພະຍາຍາມມາຢ້ຽມຢາມອີກ ງາມຫຼາຍແລ້ວ

ເຖີງຈະບໍ່ຈະເລີນ ແຕ່ກໍໄດ້ພັດທະນາດີກ່ວາເດີມ ງາມກ່ວາເດີມ  ຢ່າຟ້າວນ້ອຍໃຈເດີພີ່ນ້ອງຮ່ວມຊາດ

ດຽວກັນ ຄຳວ່າຈະເລີນ  ອາດຈະໄຊ້ຜິດພາດກໍໄດ້ ເພາະປະເທດທີ່ເຂົາຈະເລີນແທ້ ຮູບພາບດີກ່ວານີ້

ຫຼາຍເທົ່າ ໄຊ້ສັບວ່າ ພັດທະນາສານໍ ຈະເປັນການຖະໜອມຖອມຕົວແດ່ນ້ອຍນຶ່ງ

__________________
Anonymous

Date:

__________________
Anonymous

Date:

ເສັຍດາຍບໍ່ເຫັນກຳແພງກັນນ້ຳ  ບາດນ້ຳຂອງຖ້ວມ ວຽງຈັນ ຕ້ອງໄດ້ຮັບຄວາມເສັຍຫາຍຫຼາຍ

__________________
Anonymous

Date:

Anonymous wrote:

ເສັຍດາຍບໍ່ເຫັນກຳແພງກັນນ້ຳ  ບາດນ້ຳຂອງຖ້ວມ ວຽງຈັນ ຕ້ອງໄດ້ຮັບຄວາມເສັຍຫາຍຫຼາຍ

 ເຮັດໄດເຈົ້າບໍ່ເຫັນກໍາແພງກັນນໍ້າຊັນເບາະ ກະບ່ອນເຈົ້າອານຸຢືນຫັນແດ່ມັນເປັນຄູຍາວໄປເລີຍ ສຸງປະມານ 3 ແມັດນິລະ ສັງເກດເບິ່ງຄືນໃໝ່ຄັກໆເບິ່ງດູ

__________________
Anonymous

Date:

Anonymous wrote:

ຂພຈ  ອາໃສຢູ່ຕ່າງປະເທດເດີ ປະມານ 20 ປີ ແລ້ວ  ທີ່ເຄີຍໄດ້ມາຢ້ຽມຢາມວຽງຈັນເທື່ອສຸດທ້າຍ

ໃນສະພາບຄາວນັ້ນຈະເວົ້າແຈ້ງໆນໍ ກໍບໍ່ມີຫັຍງຫຼວງຫຼາຍປ່ຽນແປງ ພໍເຫັນແຕ່ຄວາມທຸກຈົນຂອງ

ຄອບຄົວແລະຍາດຕິພີ່ນ້ອງຂອງຕົນເອງຫຼາຍ ທີ່ຕົນເອງບໍ່ສາມາດຈະຊ່ວຍເຫຼືອໄດ້ ກໍ່ເລີຍເກີດມີ

ຄວາມເທາະຖອຍແລະຂາດຄວາມສົນໄຈບໍ່ຢາກມາເຫັນສະພາບຕົວຈິງອີກ ຄືເວົ້າແຈ້ງໆອີກກໍຄືຄວາມ

ດ້ອຍການພັດທະນາຂອງປະເທດຊາດຕົວເອງ   ແຕ່ມາເຫັນຮູບພາບຕອນນີ້ ຂພຈ ຮູ້ສຶກດີໄຈ ພູມ

ໄຈຫຼາຍ ຖ້າຈະທຽບໄສ່ສະພາບ20ປີຄືນຫຼັງ  ຄິດວ່າຈະພະຍາຍາມມາຢ້ຽມຢາມອີກ ງາມຫຼາຍແລ້ວ

ເຖີງຈະບໍ່ຈະເລີນ ແຕ່ກໍໄດ້ພັດທະນາດີກ່ວາເດີມ ງາມກ່ວາເດີມ  ຢ່າຟ້າວນ້ອຍໃຈເດີພີ່ນ້ອງຮ່ວມຊາດ

ດຽວກັນ ຄຳວ່າຈະເລີນ  ອາດຈະໄຊ້ຜິດພາດກໍໄດ້ ເພາະປະເທດທີ່ເຂົາຈະເລີນແທ້ ຮູບພາບດີກ່ວານີ້

ຫຼາຍເທົ່າ ໄຊ້ສັບວ່າ ພັດທະນາສານໍ ຈະເປັນການຖະໜອມຖອມຕົວແດ່ນ້ອຍນຶ່ງ

 ບໍ່ຮູ້ວ່າທ່ານຢູ່ປະເທດໃດເນາະ? ຄືດຽວກັບລຸງຂ້ອຍເລີຍເນາະ ດຽວນີ້ຢູ່ ອົດສຕາຣີ ໄປແຕ່ປີ 1976 ປານນີ້ຍັງບໍ່ເຫັນກັບມາ ຢາມບ້ານເທື່ອສົງໃສລາວຢ້ານລູກຫຼານຂໍເງິນຕິເບາະມີແຕ່ໂທລະສັບມາ ຂະໝາດແມ່ເຈັບເພິ່ນກະຍັງບໍ່ມາດຽວນີ້ແມ່ເພິ່ນໄດ້ 95 ປີ ແລ້ວ ຖ້າເພິ່ນບໍ່ມາບໍ່ຮູ້ວ່າເພິ່ນຊິມີໂອກາດເຫັນໜ້າແມ່ເພິ່ນບໍ່ເພາະແມ່ເພິ່ນເຖົ້າຫຼາຍແລ້ວ. ບໍ່ຕ້ອງຢ້ານລູກຫຼານຂໍເງິນດອກກະພໍໄດ້ກິນຢູ່ ອິນເຕີເນັດກະພໍໄດ້ໃຊ້ນໍາປະເທດເພິ່ນຢູ່ ຄັນເພິ່ນມາຢຽມຊິຂ້າງົວກິນລ້ຽງກັນຈັກ 5 ໂຕນິ ບໍ່ໄດ້ເວົ້າໂມໄດເຖິງທຸກກໍ່ພໍມີໃຫ້ກິນຢູ່ 

 ຄົນໃຕ້: ຮ້ວຍອາວນີ້ເວົ້າຖືກໃຈແທ້ໆນິໃສຄົນລາວເຮົາເປັນຄົນໃຈໃຫຍ່,ເອື້ອເຟື້ອເພື່ອແຜ່ແມ່ນບໍອາວ.

ບໍ່ມີເງິນກໍຍັງຕິດຫນີ້ເບຍຂ້າງບ້ານມາສູ່ຫມູ່ກິນພຸ້ນຕົວ. ເງິນເດືອນອອກຄ່ອຍຈ່າຍກໍຍັງມີຕົວຜູ້ຂ້ານີ້.

ເພີ່ນບໍ່ມາກໍຢ່າເພີ່ນຖ້າເພີ່ນບໍ່ຄິດເຫັນແຜ່ນດິນແມ່ຂອງເພີ່ນ.ທຳໃຈເອົາເດີອາວ, ເຫັນໃຈຢູ່ດອກວາ.

__________________
Anonymous

Date:

ຂພຈ ກໍ່ເປັນຄົນຢູ່ນອກປະເທດ, ຄົນທາງນີ້ ມີບັນຫາລາຍທີ່ສຸດ ກໍ່ຊິບໍ່ໃດ້

ກັບບ້ານໄປຢຽ້ມຍາມຖາມຂ່າວຫັ້ນ.

ນື່ງ່ . ໂຊກບໍ່ດີ ເຣັດການບໍ່ໃດ້ເງີນຫລາຍຄືຄົນອື່ນ່

ສອງ. ສຸຂະພາບບໍ່ໃຫ້

ສາມ. ຫລີ້ນການພະນັນ ຂາດຂາບໍ່ໃດ້ ຫລືຂາດພາເຂົ້າຢູ່ກາຊີໂນ

ສີ່ .    ໂອກາດ ບໍ່ເຫມາະສົມ ຖືກກັກຂັງ.ລັຖບານບໍ່ໃຫ້ ປາສປໍ

        ເປັນໂທດທີ່ສາລຫມາຍເກາະໃວ້

ຫ້າ. ເປັນນັກການເມືອງທີ່ບໍ່ມັກລັດທິຄອມມູນິດ

ຫົກ. ໃດ້ຢູ່ດີກິນແຊບ ເລີຍລືມບ້ານເກີດ. ລືມພີ້ລືມນ້ອງ.

ເຈັດ. ບາງຄົນໃດ້ເມັຍ ຊາດອື່ນ.

ແປດ. ຕິດຫນີ້ ຫລາຍ

__________________
Anonymous

Date:

ເຈົ້າຂອງກະທູ້ຄືເບີ່ງຮູບບໍ່ໄດ້ບອກແນ່ໄດ້ບໍແວັບສິດຮູບທີ່ເອົາມາລົງຊິໄປເບີ່ງເອງ

__________________
Anonymous

Date:

ເວົ້າຕາມຄວາມຈິງເດີ້ ອັນນີ້

ສຳລັບຄຳວ່າຈະເລີນແມ່ນຍັງບໍ່ທັນໃຊ້ໄດ້

ຖ້າໃຫ້ຄົນທີ່ຢູ່ຕ່າງແຂວງມາເຫັນເຂົາກະວ່າຈະເລີນແນ່ນອນ

ແຕ່ຈະທຽບໃສ່ປະເທດອື່ນແລ້ວຍັງໄກເຕີບ

ກຳລັງພັດທະນາຫັ້ນຖືກແລ້ວ ເຫດຜົນກໍຍ້ອນວ່າໄລຍະຫຼັງມານີ້(ປະມານສິບກ່ວາປີ)ລັດຖະບານລາວເປີດປະເທດ ເຮັດໃຫ້ມີການລົງທຶນຈາກເອກກະຊົນແລະຕ່າງປະເທດຫຼາຍຂຶ້ນ(ແຕ່ກອ່ນບໍ່ມີໃຜກ້າເຂົ້າມາລົງທຶນ)

ຜູ້ທີ່ຢາກລົງທຶນ ກໍມີແລ່ງທຶນ ໂຮງຈັກໂຮງງານກໍມີຫຼາຍຂຶ້ນ ປະຊາຊົນກໍມີວຽກມີການ ຊີວິດການເປັນຢູ່ກໍດີຂຶ້ນ

__________________
Anonymous

Date:

ແມ່ນແລ້ວ ຖ້າທຽນໃສ່ຮ່າໂນ່ຍ ຫຼືໂຮ່ຈີມິນ ແມ່ນໄກໆໆໆໆໆຫຼາຍຍັງຫຼຸດເຂົາຢູ່ອີກ 30-40ປີຄືນຫັຼງດ້ວຍເຫດໃດຈຶ່ງວ່າຊັ້ນຄື: 1. ພື້ນຖານໂຄງລ່າງ ທາງເຂົາອອກເມືອງຂອງເຂົາແມ່ນເປັນຖະໝົນໄຮເວແລ້ວທຸກໆທິທິດທີ່ມຸ່ງໝ້າເຂົ້າສູ່ເຂດຕົວເມືອງເຊິ່ງເຂົາໄປແມ່ນຢຽບແປດແສນ ເພາະມີຮາວກັ້ນທາງຈາລາຈອນແບ່ງເລນ ແລະຮາວທາງຂ້າງທັງສອງເບື້ອງແຍກລົດຈັກບໍ່ໃຫ້ເຂົ້າມາໃນດລນຂອງລົດໃຫຍ່ ປ້າຍບອກທິດທາງຂະໝາດໃຫຍ່ຢ່າງບໍ່ຂາດໄລຍະ ບໍ່ຕ່າງຫຍັງກັບປະເທດຕາເວັນຕົກ ຫຼືບັນດາປະເທດອາຊຽນທີ່ຈະເລີນ. 2. ຕຶກອາຄານທີ່ສູງສຽດຟ້າທີ່ລຽງລາຍແລະເຕັມເມືອງເຊິ່ງເປັນສິ່ງປະດັບແລະເອ້ຍ້ອງ ບົງບອກເຖິງການຂະຫຍາຍຕົວຂອງການລົງທຶນຕ່າງຊາດທີ່ມີການກໍ່ສ້າງສິ່ງປຸກສ້າງດັ່ງກ່າວປານດອກເຫັດ ເບິ່ງແລ້ວຈະເລີນຫູຈະເລີນຕາ. 3.ທາງດວ່ນ ກໍ່ກຳລັງມີການກໍ່ສ້າງຫຼາຍເສັ້ນ ແລະຈຸດຕັດສີ່ແຍກໃຫຍ່ໆ ທີ່ມີການສັນຈອນແອອັດເພິ່ນກໍ່ສ້າງຂົວຂ້າມທາງບົກເລີຍ. 4.ລົດໄຟຟ້າ ເພິ່ນກໍ່ກຳລັງມີການກໍ່ສ້າງ ທັງແບບລອຍຟ້າ ແລະໃຕ້ດິນ ສ້າງພ້ອມກັນທັງສອງບ່ອນເລີຍ ຄືຮ່າໂນ່ຍແລະໂຮ່ຈີມິນ. 5.ຄວາມກ້ວາງໃຫຍ່ຂອງເຂດຕົວເມືອງ ມັນໃຫຍ່ອີຫຼີ ຖ້າເບິ່ງຢູ່ເວັບ ກູເກິ້ລເຮົາຈະຮູ້ເລີຍວ່າ ວຽງຈັນຍັງບໍ່ຖືກຈັດໃນປະເພດຈະເລີນເດີ້. ຄັນສິເອີ້ນວ່າຈະເລີນກໍ່ສະເພາະແຕ່ໃນທັດສະຮະຄະຕິຂອງຜູ້ຕັ້ງກະທູ້ເທົ່ານັ້ນແລ້ວ ແຕ່ບໍ່ແມ່ນລະດັບສາກົນ ທີ່ເພິ່ນຈະເລີນກັນທ່ານເອີຍ ຕັ້ງກະທູ້ໃຫ້ມັນຖືກແລະແທດເໜາະແດ່ ອ້າຍເພິ່ນ ຈັກໝ່ອຍເພິ່ນສິວ່າຄົນໃນຊາດຄິດໄດ້ແຕ່ຊຳ່ນີ້ແລະ ກໍ່ຫົຼງຂຶ້ກະທໍຍໍຍົກຕົວເອງ ຕ້ອງເບິ່ງເພິ່ນແດ່ ຕ້ອງສົບທຽບໂດຍປຽບທຽບມັນຈຶ່ງຈະຖືກຕ້ອງ.

__________________
Anonymous

Date:

ຂ້ອຍບໍ່ສົນໃຈກັບຄຳດູໜິ່ນປະເທດເຮົາ ຂ້ອຍພູມໃຈທີ່ໄດ້ເກີດຢູ່ປະເທດນີ້ ເຖິງເຮົາຈະ ຈະເລີນຊ້າແຕ່ຂ້ອຍກະດີໃຈທີ່ໄດ້ເກີດມາໃນຍຸກສະໄຫມນີ້ ທີ່ໄດ້ເຫັນທັງກ່ອນການປ່ຽນແປງ ແລະ ຈະ ໄດ້ເຫັນຫຼັງປ່ຽນແປງ

You are good at photogarph, thack you for your sharing, 10 point out of 10

ລະຖ່າຍມາໃຫ້ເບິງອີກແນ່ເດີມັກໆ!!!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard