Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມີແຜນສ້ອມແປງຖະຫນົນຫລັກ ເກືອບ 10 ເສັ້ນ ກຽມໃສ່ອາເຊມ
Anonymous

Date:
ມີແຜນສ້ອມແປງຖະຫນົນຫລັກ ເກືອບ 10 ເສັ້ນ ກຽມໃສ່ອາເຊມ

   ນະ­ຄອນ­ຫລວງ ມີ​ແຜນສ້ອມ­ແປງ​ຖະ­ຫນົນ​ຫລັກ​ເກືອບ 10 ເສັ້ນ ເພື່ອ​ກຽມ​ເປັນ​ເຈົ້າ­ພາບກອງ​ປະ­ຊຸມ​ອາ​ເຊມ ໃນ​ທ້າຍ​ປີຫນ້າ ຂະ­ນະ​ທີ່​ດ້ານ​ງົບ​ຍັງ​ຢູ່​ຂັ້ນຕອນ​ສະ­ເຫນີ​ຕໍ່​ລັດ­ຖະ­ບານ​ຄາດ ບໍ່​ຕ່ຳ​ກວ່າ​ຕື້​ກີບ.

   ເພື່ອ​ຮອງ​ຮັບ ແລະ ກຽມ​ໃສ່ການ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະຊຸມ​ອາ­ຊີ-ເອີ​ຣົບ ຫລື ອາ​ເຊມ​ທີ່ຈະ​ຈັດ​ຂຶ້ນ​ທີ່​ນະ­ຄອນ­ຫລວງ​ວຽງຈັນ ເດືອນ​ພະ­ຈິກ 2012ນະ­ຄອນ­ຫລວງ​ວຽງຈັນ  ເຊິ່ງ​ເປັນ­ໃຈ​ກາງ​ທາງ​ດ້ານເສດ­ຖະ­ກິດ ແລະ ສັງ­ຄົມ​ຂອງລາວ ກໍ່​ໄດ້​ມີ​ການ​ຂຶ້ນ​ແຜນ​ປັບປຸງ​ເສັ້ນ­ທາງ​ສາຍ​ຫລັກ​ທັງ​ຫມົດຈຳ­ນວນ 9ເສັ້ນ.

   ອົງ­ການ​ພັດ­ທະ­ນາ ແລະ ບໍ​ລິ ຫານ​ຕົວ​ເມືອງ ຫລື ອພບ ຂອງ ນະ­ຄອນ­ຫລວງ​ວຽງ​ຈັນ  ເຜີຍ​ຕໍ່ທີມ​ຂ່າວ​ເສດ­ຖະ­ກິດ​ເມື່ອ​ບໍ່​ດົນມາ​ນີ້​ວ່າ: ໃນ​ຈຳ­ນວນ​ຖະ­ຫນົນ 9 ເສັ້ນ​ດັ່ງ­ກ່າວ​ແມ່ນ​ລ້ວນ​ແລ້ວ ແຕ່​ມີ​ອາ­ຍຸ​ກວ່າ 10 ປີ​ປະ­ກອບ​ມີຖະ­ຫນົນ ໄກ­ສອນ ພົມ­ວິ­ຫານ,  ເຈົ້າ­ຟ້າ​ງຸ່ມ, ເຈົ້າ​ອາ​ນຸ​ວົງ, ດົງ​ປ່າ ລານ, ຄູ​ວຽງ, ກຳ­ແພງ​ເມືອງ, ຫນອງ​ບອນ ແລະ ຖະ­ຫນົນ​ລ້ານຊ້າງ.

   ຢ່າງ­ໃດ​ກໍ່​ຕາມ ອພບ ອະ­ທິບາຍ​ວ່າ: ແຜນ­ການ​ປັບ­ປຸງ​ໃນຄັ້ງ​ນີ້​ບໍ່​ແມ່ນ​ຈະ​ຂະ­ຫຍາຍ​ຄວາມກວ້າງ​ຂອງ​ແຕ່​ລະ​ ເສັ້ນ​ອອກ ແຕ່ ອພບ ຈະ​ປັບ­ປຸງ ແລະ ເສີມຄວາມ​ຫນາ​ຂອງ​ຫນ້າ​ທາງ​ແຕ່ລະ​ເສັ້ນ​ຫລາຍ​ກວ່າ.

   ດ້ານ​ງົບ­ປະ­ມານ​ທີ່​ຈະ​ນຳໃຊ້​ເຂົ້າ​ໃນ​ການ​ປັບ­ປຸງ​ປະ­ຈຸ​ບັນ ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງການ​ສະ­ເຫນີ​ຕໍ່​ລັດ­ຖະ­ບານ​ຄາດວ່າ​ແຜນ­ການ​ ປັບ­ປຸງ​ດັ່ງ­ກ່າວ​ນີ້​ອາດ​ຈະ​ມີ​ມູນ​ຄ່າ​ທັງ​ຫມົດ​ປະມານ 1,2 ຕື້​ກວ່າ​ກີບ.

   ສ່ວນ­ວ່າ​ຄຳ​ສ່ອງ​ແສງ​ຂອງຜູ້​ໃຊ້​ລົດ​ໃຊ້​ຖະ­ຫນົນ​ທີ່​ຜ່ານກາຍ​ຖະ­ຫນົນ​ເລກ​ ທີ 13 ໃຕ້ (ບໍ​ລິເວນ​ສະ­ຫນາມ​ກີ­ລາ​ແຫ່ງ​ຊາດຫລັກ 16) ກ່ຽວ​ກັບ​ຄວາມ​ເປ່​ເພຂອງ​ຖະ­ຫນົນ​ບໍ­ລິ­ເວນ​ດັ່ງ­ກ່າວ ເຖິງ​ຂ່າວ​ເສດ­ຖະ­ກິດ ເມື່ອ​ບໍ່​ດົນມາ​ນີ້​ທາງ ອພບ ຊີ້​ແຈງ​ວ່າ​ໂຄງ­ການ​ນີ້​ບໍ່​ຢູ່​ໃນ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ

ຈາກໜັງສືພິມ: ເສດຖະກິດ-ສັງຄົມ

__________________
Anonymous

Date:
RE: ມີແຜນສ້ອມແປງຖະຫນົນຫລັກ ເກືອບ 10 ເສັ້ນ ກຽມໃສ່ອາເຊມ

ໂອຍຢາກໃຫ້ຈັດກອງປະຊຸມ ລະດັບໃຫຍ່ທຸກໆປີເດ ບ້ານເມືອງຄືສິງາມຂຶ້ນຕື່ມ

__________________

Senior Member

Status: Offline
Posts: 268
Date:

ແລ້ວກອງປະຊຸມລະມັນຊິບໍ່ເພບໍ

__________________
Anonymous

Date:

ກພຢາກວ່າຢູ່ເດີ້ທ່ານ ສ່ວນຫຼາຍຣູບແບບການເຮັດວຽກຂອງເພິ່ນ ແມ່ນຖາງຫຍ້າຖົມຂໆໝາ ອີ່ຫຍັງກໍ່ເຮັດດວ່ນ ເຮັດຟ້າວ ບໍ່ຮອດປີກໍ່ເປ່ເພເສຍຫາຍ ຊີ້ນເປືອງງົບປະມານ ຖ້າເປັນຕ່າງຊາດມາເຮັດກໍ່ສິທົນທານແດ່

   ຢ່າງແຄມຂອງທີ່ເກົາຫຼີມາຄວບຄຸມ ແລະດຳເນີນການກໍ່ສ້າງເອງ ດິນບຣັອກທີ່ປູພື້ກໍ່ງາມບໍ່ແມ່ນຊີເມັນທຳມະດາ ຖ້າມີຮອຍບິນ ຮອຍແຕກເຂົາສັ່ງຮື້ຖິ້ມ ແລ້ວກໍ່ໃໝ່ທັນທີ ແຕ່ຖ້າໂຄງການສຳເລັດ ແລ້ວມອບໃຫ້ ອບພ ເບິ່ງແຍງດູແລ ຢ້ານເໜົ່າຕາມເຄີຍ ໄຟກໍ່ຄົງຈະບໍ່ເປີດ ໃຫ້ແສງສະຫວ່າງໃນຍາມຄຳ່ຄືນ ຄົງຈະມືດຕຶບ ແບບສ່ວນອື່ນໆຫັ້ນລະ ຄົງຈະບໍ່ແຕກຕ່າງ ຫຍັງດອກ  disbeliefdisbeliefdisbeliefdisbeliefdisbeliefdisbeliefdisbelief

__________________
Anonymous

Date:

ທາງໄປສະໜາມກິລາແຫ່ງຊາດ ຫຼັກສິບຫົກ ຫັ້ນ ຄື ບໍ່ປົວແປງແດ່ 

ທາງໄປ ດຽວນີ້ ຄ້າຍຄືກັບ ທາງໄປສະໜາມຮົບ

ຫຼື ຊິລໍຖ້າ ໃຫ້ຮອດ ຊີເກມຄັ້ງທີ່ 35 ກ່ອນ furious

__________________
Anonymous

Date:

ຖນົນ ສີ່ຮ້ອຍຫ້າສິບປີ  ຂອງອາດີດເຈົ້າຄອງກຳແພງນະຄອນລີເຍັຽເຮີ  ກໍຂີ້ກາກຂນາດ  ແລ່ນໄປ ລົດເຕັ້ນໄປ  ປານໄປດວງຈັນ   ເຫັນບໍ່ລະ ກິນແຕ່ເງິນ ມັນກໍເປັນແນວນັ້ນລະ  ຫນ້າອັບອາຍຂາຍຫນ້າ. ຖນົນໄປຫລັກ1ຼ   ກໍຫາປົວແປງໃຫມ່  ກໍເປັນຖນົນຂຸມຂີ້ຫມາໄປແລ້ວ   ເຮີ ນີ້ລະນໍ ລາວ!

__________________
Anonymous

Date:

ຍັງບໍ່ເທົ່ານັ້ນທາງຕາມຮ່ອມຕ່າງໆກໍ່ເປ່ເພເປັນທີ່ຮຽບຮ້ອຍໜົດແລ້ວ ເຮັດບໍ່ໄດ້ມາດຕະຖານ ເຮັດຫຼາຍເທື່ອເພື່ອໄດ້ກິນເງິນຂອງພາສີຂອງປະຊາຊນໄດ້ຢູ່ຕະຫຼອດ ປະຊາຊົນຜູ້ເສຍພາສີໃຫ້ຫຼວງ ພັດບໍ່ໄດ້ຮັບຄວາມສະດວກສະບາຍໃນການໃຊ້ຖະໝົນຫົນທາງ ເສັ້ນໃດເຮັດແລ້ວກໍ່ເໝົ່າກໍ່ເພ

__________________
Anonymous

Date:

Anonymous wrote:

ຖນົນ ສີ່ຮ້ອຍຫ້າສິບປີ  ຂອງອາດີດເຈົ້າຄອງກຳແພງນະຄອນລີເຍັຽເຮີ  ກໍຂີ້ກາກຂນາດ  ແລ່ນໄປ ລົດເຕັ້ນໄປ  ປານໄປດວງຈັນ   ເຫັນບໍ່ລະ ກິນແຕ່ເງິນ ມັນກໍເປັນແນວນັ້ນລະ  ຫນ້າອັບອາຍຂາຍຫນ້າ. ຖນົນໄປຫລັກ1ຼ   ກໍຫາປົວແປງໃຫມ່  ກໍເປັນຖນົນຂຸມຂີ້ຫມາໄປແລ້ວ   ເຮີ ນີ້ລະນໍ ລາວ!

 ເຄີຍມາລາວຢູ່ບໍ່ ຫຼື ມີແຕ່ນັ່ງເຫົ່າຢູ່ໜ້າຄອມນີ້ ເອີເທື່ອໜ້າຂຽນພາສາລາວໃຫ້ມັນຖືແດ່ເດີ

__________________
ຊະນະໄພ

Date:

ຂ້ອຍກໍ່ຢາກມີຄວາມເຫັນມາດົນແລ້ວກ່ຽວກັບການສ້າງທາງໃໝ່ ຫຼື ສ້ອມແປງທາງເກົ່າ ກໍ່ເປັນຄືຫຼາຍທ່ານມີຄວາມເຫັນມາ ແມ້ແຕ່ໂຄງການສາກົນຍັງບໍ່ໄດ້ມາດຕະຖານ (ຖ້າບໍ່ເຊື່ອມາເບິ່ງທາງເລກ9 ສະຫັວນນະເຂດ ແລະ A3 ບໍ່ແກ້ວ-ບໍ່ເຕັນ)ເຮັດບໍ່ແລ້ວ ປານນີ້ ສ່ວນໂຄງການລັດຖະບານແຮງບໍ່ເວົ້າເຖິງ ແລ້ວພວກທ່ານຮູ້ບໍ່ ເງີນທີ່ນຳມາສ້າງທາງ 90%ແມ່ນກູ້ຢືມຕ່າງປະເທດ ຂ້ອຍມີໝູ່ເປັນຜູ້ຮັບເໝົາກໍ່ສ້າງ ຂົວທາງ ແລະຕິດຕັ້ງສາຍສົ່ງໄຟຟ້າລາວເວົ້າວ່າບໍ່ມີໂຄງການໃດມີກຳໄລງາມເທົ່າເຮັດ ທາງ ແລະຕິດຕັ້ງສາຍສົ່ງກຳໄລເກີນ 50% ສິ່ງສຳຄັນແມ່ນເຮັດແນວໃດຈະໄດ້ ໂຄງການເພາະຈ່າຍໜັກຄິດເປັນ% ແລະຕ້ອງຈ່າຍສົດກ່ອນເລີ້ມໂຄງການອີກ ສະນັ້ນຈຶ່ງເປັນສາຍເຫດໃຫ້ຫຼຸດມາດຕະຖານເກີນ50%. ສະເໜີທ່ານນາຍົກທອງສິງ ກັບທ່ານບຸນທອງ ຈິດມະນີ ປາບໃຫ້ແດ່ຈະເປັນກຽດແກ່ທ່ານແລະແນ່ນອນຊື່ສຽງ ຂອງທ່ານກໍ່ຈະຖືກຈາລຶກໄວ້ໃນປື້ມປະຫັວດສາດຂອງຊາດລາວ. ບັນຫານີ້ບໍ່ມີໃຜແກ້ໄດ້ ນອກຈາກທ່ານສອງທ່ານນີ້ແລ້ວ.

__________________
Anonymous

Date:

ນັບຖື ນັບຖື ແມ່ນລະ ທ່ານນາຍົກໃໝ່ເພິ່ນເຄີຍຢູ່ໃນ ສະພາແຫ່ງຊາດລາວ ສະນັ້ນບັນຫາແລະຄວາມເດືອດຮ້ອນຕ່າງໆ ເພິ່ນຈະຮູ້ຈັກດີ ເພາະໃນແຕ່ລະຄັ້ງທີ່ມີການປະຊຸມສະພາ ກໍ່ຈະມີສາຍດ່ວນທາງໂທລະສັບເຂົາໄປຫາເພື່ອສ່ອງແສງ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຈາກສຽງຂອງປະຊາຊົນ ແລະຂໍ້ຫຍິບຍົກຕ່າງໆ ທີ່ຕົວແທນ ສສ ນຳມາລາຍງານຢູ່ປະຊຸມສະພາກໍ່ລ້ວນແລ້ວ ແຕ່ແມ່ນຂໍ້ມູນອັນເປັນປະໂຫຍດອັນສຳຄັນ ຕໍ່ການແກ້ໄຂດັ່ງກ່າວ.

__________________

Member

Status: Offline
Posts: 23
Date:

ບາດແລ້ວຢ່າລືມຫາທຶນໄປແປງເສັ້ນທາງເຊື່ອມຕໍ່ບັນດາແຂວງຕໍ່ແຂວງຂອງພາກເໜືອແດ່, ຈັ່ງແມ່ນຫຍຸ້ງຍາກອີ່ຫຼີທັງ ຍາມຝົນ ແລະຍາມແລ້ງ.
ດ້ວຍຄວາມນັບຖື

__________________
souk
Anonymous

Date:

Anonymous wrote:
Anonymous wrote:

ຖນົນ ສີ່ຮ້ອຍຫ້າສິບປີ  ຂອງອາດີດເຈົ້າຄອງກຳແພງນະຄອນລີເຍັຽເຮີ  ກໍຂີ້ກາກຂນາດ  ແລ່ນໄປ ລົດເຕັ້ນໄປ  ປານໄປດວງຈັນ   ເຫັນບໍ່ລະ ກິນແຕ່ເງິນ ມັນກໍເປັນແນວນັ້ນລະ  ຫນ້າອັບອາຍຂາຍຫນ້າ. ຖນົນໄປຫລັກ1ຼ   ກໍຫາປົວແປງໃຫມ່  ກໍເປັນຖນົນຂຸມຂີ້ຫມາໄປແລ້ວ   ເຮີ ນີ້ລະນໍ ລາວ!

 ເຄີຍມາລາວຢູ່ບໍ່ ຫຼື ມີແຕ່ນັ່ງເຫົ່າຢູ່ໜ້າຄອມນີ້ ເອີເທື່ອໜ້າຂຽນພາສາລາວໃຫ້ມັນຖືແດ່ເດີ

 ຫາເວົ້າໃຫ້ເຂົາ ເຈົ້າກະຂຽນໃຫ້ມັນຖືກແດ່ ຄວາຍເອີ້ຍ!!!

__________________
Anonymous

Date:

ແປງທາງໃສ່ຊີເກມຫວ່າງໜຶ່ງນິກະ ພໍແຕ່ແລ້ວຊີເກມ ໝຸ່ນໝົດ!!ທາງໄປນາຂ້ອຍຍັງງາມກ່ອນ

"ແປງຖະໜົນຫຼັກໃສ່ອາເຊມ.." ມັນກະຄືຊິແມ່ນທົນຢູ່ແຕ່ໃນອາເຊມຫັນແຫຼະ ໄປບໍຮອດໄສດ໋ອກ!

ຈັກແມ່ນວ່າພາກັນເຮັດແນວໃດ...ຫ່ວຍແຕກ!!

__________________

Member

Status: Offline
Posts: 23
Date:

ສະບາຍດີສະມາຊິກທຸກທ່ານ,

ຂ້າພະເຈົ້າບໍ່ເຂົ້າໃຈກ່ຽວກັບໂຄງການນີ້ ວ່າ ເພິ່ນສ້າງເພື່ອຕ້ອນຮັບປະມຸກລັດຕ່າງປະເທດທີ່ເປັນແຂກບ້ານແຂກເມືອງບໍ? ຫຼື ເປັນບ້ານຂອງປະມຸກຂອງປະເທດເຮົາ? ເພິ່ນ ສ້າງຂຶ້ນແມ່ນເພື່ອເປັນໃບໜ້າໃບຕາຂອງບ້ານເມືອງເທົ່ານັ້ນບໍ? ຫຼື ຍ້ອນເຫດຜົນແນວໃດ????

ຖ້າຫາກສະມາຊິກທ່ານໃດເຂົ້າໃຈ ຊ່ວຍອະທິບາຍໃຫ້ເຂົ້າໃຈແດ່.......

ນັບຖື
ໂສພາວັນ

__________________
souk
Anonymous

Date:

A ming wrote:

 ຈັ່ງແມ່ນໂງ່ຂ່າວເພິ່ນກໍ່ເວົ້າແຈ້ງແລ້ວເດສ້າງເພື່ອເປັນເຮືອນຮັບແຂກປະມຸກລັດທີ່ມາເຂົ້າຮ່ວມກອງປະຊຸມ ຫຼັງຈາກນັ້ນກໍ່ຕົກເປັນຊັບສິນຂອງບໍລິສັດຜູ້ສຳປະທານເຂົາຊີ່ເປີດເປັນໂຮງແຮມ, ເຮືອນເຊົ່າ ຫຼື ຂາຍ ໃຜມີເງີນຫຼາຍກໍ່ໄປຊື້ເອົາ ສ່ວນປະມຸກລັດເຮົາມີຫຼາຍແລ້ວ ໃຫ່ຍກ່ວານັ້ນອີກ

  ເອີຫາວ່າແດ່ ເກີນວ່າມັນສະຫຼາດຫຼາຍອ່ານຂ່າວກໍ່ບໍ່ຮູ້ໃຈຄວາມ ຄັນມີເງິນລະກຽມຈອງໄວ້ໂລດຢ່າສູ່ຫາດ່າແຕ່ຜູ້ນໍາຫຼາຍ

__________________
Anonymous

Date:

ພີ່ນອ້ງເອີຍ ຖນົນລາ້ນຊາ້ງກ່າຈະເຮັດອີກບໍ ?

ຄືວ່າຫາກ່າເຮັດວ່າງບໍ່ພໍເທົ່າໃດປີມານີ້ ຣາຄາກິ

ໂລແມດລະ ໒ ລ້ານໂດລາ ແພງປານນັ້ນເສັ້ນແບ່ງ

ຊ່ອງທາງແລ່ນກ່າລຶບເມິດແລ້ວ, ເປັນຕານຸຕົນນໍ.

__________________
Anonymous

Date:

ເພິ່ນຂຶ້ນງົບຫຼາຍຄັ້ງເພື່ອກິນຫຼາຍ ລວຍແມ່ນບັນດາຜູ້ຮັບເໜົາ ເພາະມີອຳນາດລັດຄຸ້ມຫົວ ເຊັ່ນເຂົາເຮັດກັນຫ້ອ້າຍນ້ອງຕັ້ງ ບໍລິສັດເພື່ອທຳທ່າມາແຂ່ງຂັນໃນການປະມູນໂຄງການຕ່າງໆ ຮັບສິດທິປະໂຫຍດໄປໜົດ ສ້າງໂຮງແຮມເພື່ອຮັບແຂກຂອງທາງການ ແລະສ້າງໂຮງງານເຟີນິເຈີ້ທີ່ທັນສະໄໜ ເພື່ອຜະລີດໆ ຕະພັນປ້ອນໂຄງການທີ່ເຂົາກໍ່ສ້າງ ສະຫຼຸບແລ້ວເຂົາຫຸບໜົດ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard