Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຄິດແນວໃດ ໃນການປ່ຽນບ່ອນເຮັດວຽກລັດຖະບານເປັນໂຮງແຮມ
Anonymous

Date:
ທ່ານຄິດແນວໃດ ໃນການປ່ຽນບ່ອນເຮັດວຽກລັດຖະບານເປັນໂຮງແຮມ


 

ວາງສີລາລຶກໂຄງການ​ກໍ່ສ້າງອາຄານສຳນັກ
ງານ
ສູນກາງສະຫະພັນກຳມະບານລາວ

ພິທີວາງສີລາລຶກໂຄງການກໍ່ສ້າງອາຄານສຳນັກງານສູນກາງສະຫະພັນກຳມະບານລາວ ແລະ ໂຮງແຮມຣາມາຢານາ 
ບູຕິກ ຈຳກັດ ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2011 ນີ້ຢູ່ນະຄອນຫລວງວຽງຈັນ.

ເຂົ້າຮ່ວມໃນການວາງສີລາລຶກຄັ້ງນີ້ ມີທ່ານ ຄຳຫລ້າ ລໍລອນສີ ກຳມະການສູນກາງພັກປະທານສູນກາງສະຫະພັນກຳມະ
ບານລາວ
ມີຮອງປະທານທ່ານ ຕະມິງເຈົາ ເອກອັກຄະລັດຖະທູດວິຊາມັນເຕັມແຫ່ງ ສສ ຫວຽດນາມ ພ້ອມດ້ວຍກຳມະ
ການຜູ້ຈັດການໂຮງແຮມຣາມາຢານາ ບູຕິກ
 ຈຳກັດ ແລະ ຜູ້ຈັດການທົ່ວໄປຕາງຫນ້າກຸ່ມບໍລິສັດແສນເພັດການຄ້າເຂົ້າຮ່ວມ 
ວາງສີລາຈາລຶກໂຄງການກໍ່ສ້າງອາຄານສຳນັກງານສູນກາງສະຫະພັນກຳມະບານລາວ.

ການກໍ່ສ້າງອາຄານສຳນັກງານສູນກາງສະຫະພັນກຳມະບານລາວຫລັງໃຫມ່ ໃນລະດັບ 4 ຊັ້ນ ຫລັງກໍ່ສ້າງອາຄານ
ໂຮງແຮມຣາມາຢານາບູຕິກ
 ໃນລະດັບ 5 ດາວ ຊັ້ນ ຫລັງ ພື້ນທີ່ການກໍ່ສ້າງໂຄງການມີ 5.074 ຕາແມັດມູນຄ່າການ
ກໍ່ສ້າງ
 ແລະ ຕົບແຕ່ງ 10 ລ້ານໂດລາສະຫະລັດ.

ຫລັງຈາກນັ້ນກໍ່ໄດ້ເຊັນສັນຍາລະຫວ່າງເຈົ້າຂອງໂຄງການກັບ ບໍລິສັດ ຮັບເຫມົາກໍ່ສ້າງ ຊຶ່ງໄດ້ກຳນົດໄລຍະເວລາຈັດຕັ້ງປະຕິ
ບັດໂຄງການໃຫ້ສຳເລັດແມ່ນ
 18 ເດືອນນັບແຕ່ມື້ລົງມືກໍ່ສ້າງເປັນຕົ້ນໄປຫລັງຈາກສຳເລັດການກໍ່ສ້າງແລ້ວຈະຕ້ອງໄດ້ມີການ
ມອບ
 - ຮັບໂຄງການລະຫວ່າງຜູ້ຮັບເຫມົາກໍ່ສ້າງ ແລະ ເຈົ້າຂອງໂຄງການສະນັ້ນໃນເມື່ອໂຄງການນີ້ຫາກໄດ້ຮັບການກໍ່ສ້າງ 
ສຳເລັດຈະເປັນການປະກອບສ່ວນອັນສຳຄັນ ແລະ ຈະເປັນຜົນປະໂຫຍດອັນສູງສຸດໃຫ້ແກ່ພັກ - ລັດ ແລະ ອົງການຈັດຕັ້ງກຳ
ມະບານລາວໃນອະນາຄົດ
.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard