Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາລະຍາດ ການຂັບລົດຂອງຄົນບ້ານເຮົາ

Veteran Member

Status: Offline
Posts: 41
Date:
ມາລະຍາດ ການຂັບລົດຂອງຄົນບ້ານເຮົາ

ຕາມການສັງເກດການຂັບລົດຂອງຄົນບ້ານເຮົາ ຂ້ອຍຄິດວ່າແມ່ນບໍ່ມີມາລະຍາດເລີຍ 

ຕົວຢ່າງ: 

1. ຄົນທີ່ຢ່າງ ແລະ ຢາກຂ້າມທາງ ແຕ່ຄົນທີ່ຂັບລົດກະບໍ່ຈອດໃກ້

2. ລົດມາເປັນສາຍ ແລະ ມີລົດຄັນຫນື່ງທີ່ຢາກລ້ຽວເຂົ້າຮ່ອມ ແຕ່ກໍ່ບໍ່ມີລົດຄັນໃດຈອດໃຫ້

3. ທາງວົງວຽນບໍ່ມີໃຜຈອດໃຫ້ກັນ ທັງທີ່ຄົນຢູ່ໃນວົງວຽນຈະຕ້ອງໄດ້ໄປກ່ອນ ແຕ່ກະບໍ່ມີໃຜສົນ ຂີ່ເຂົ້າໄປທຸກຄົນ ສຸດທ້າຍກະຕິດກັນຢູ່ຫັນ ສຸດທ້າຍກະບໍ່ມີໃຜໄດ້ໄປ ຄັນຈອດໃຫ້ກັນນະປານນີ້ໄດ້ໄປແລ້ວ

ນີ້ແລະເປັນອີກຫນື່ງຢ່າງທີ່ຂ້ອຍຮັບບໍ່ໄດ້ ເຫັນຕ່າງປະເທດທີ່ຢາກຂ້າມທາງ ແລະເຮົາບໍ່ຈອດໃຫ້ກະເຈົ້າ ຂ້ອຍແຮງຮູ້ສຶກອາຍ ເພາະຕອນທີ່ຢູ່ບ້ານກະເຈົ້ານະ ກະເຈົ້າມີມາລະຍາດຫລາຍ

ສະນັ້ນກໍ່ຂໍໃຫ້ທຸກໆຄົນທີ່ອ່ອນກະທູ້ນີ້ ຊ່ອຍເປັນແບບຢ່າງແລະບຸກລະດົມຄົນໃກ້ຄຽງໃຫ້ມີມາລະຍາດ ໃຫ້ກຽດກັນ ເພື່ອເຮັດໃຫ້ປະເທດເຮົາຫນ້າຢູ່ຕື່ມ ແລະ ເປັນສະເຫນ່ໃຫ້ບ້ານເຮົາ ໃຫ້ຄົນຕ່າງດ້າວທ້າວຕ່າງເມື່ອງ ຊື່ນຊົມ ແລະ ເວົ້າແຕ່ສິ່ງດີໆເມື່ອກະເຈົ້າກັບບ້ານ..

__________________
Marker...!
Anonymous

Date:

DDDDD , pa ya yam der pou dai yang bor dai pa ti but der , koi ka ja start na but now la der

__________________
Anonymous

Date:

Jayden ເເມ່ນເຈົ້າຂຽນພາສາລາຫຼືພາສາຫຍັງກັນ?
 ຂ້ອຍອ່ານແລ້ວອ່ານອີກແຕ່ກໍ່ຍັງບໍ່ເຂົ້າໃຈເລີຍ!confuse

__________________

Veteran Member

Status: Offline
Posts: 41
Date:

thanks all comment..  well I wrote Lao but there are so many mistakes and I try to adjust it,, thanks again.. 

__________________
Marker...!
ຊະນະໄພ

Date:

ຂ້ອຍກໍ່ເຫັນດີນຳຄວາມເຫັນຂອງບັນດາທ່ານຄົນລາວເຮົາເລີ້ມແລ້ງນໍ້າໃຈລົງໄປທຸກວັນ ແຕ່ກໍ່ຍັງດີກ່ວາຢູ່ຈີນທີ່ມີຄົນຢຽບເດັກນ້ອຍສອງປີແລ້ວມີລົດຄັນອື່ນມາຢຽບຊໍ້າອີກ ແລະມີຄົນຢ່າງຜ່ານໄປແຕ່ບໍ່ມີຄົນສົນໃຈເປັນຕາສັງເວດ ຂໍຢ່າໃຫ້ຄົນລາວເປັນແນວນັ້ນເດີ

__________________
Anonymous

Date:

ຊະນະໄພ wrote:

 ອີກບໍ່ດົນດອກ ຮູບພາບແບບນີ້ ຈະມາແພ່ລາມຕາມຖະໜົນໃນເມືອງລາວ ຖ້າຫາກ ອຳນາດການປົກຄອງ

ບໍ່ເອົາໃຈໃສ່ເຂັ້ມງວດ ກ່ຽວກັບບັນຫານີ້  ໂດຍສະເພາະ ກ່ອນອຶ່ນໝົດ ເດັດຂາດດຳເນີນຄະດີຖືກຕ້ອງຕາມ

ກົດໝາຍແລະທຳມະນູນ ພາຍໄຕ້ກົດປະຕິບັດກົດລະບຽບຂອງການຈາລະຈອນ  ປາບປາມການຊື້ຈ້າງຈອບ

ອອຍຫຼືຮັບບົນສິນຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູກພັນກັບຄະດີນີ້  ກວດສອບພົນລະເມືອງທີ່ຂັບລົດທຸກຊະນິດ

ຕ້ອງມີໃບອະນຸຍາດແທ້ຈິງຫຼືບໍ່.   ເຫັນແລ້ວ ຂໍຍໍມື ສາທຸ ບຸນແຕ່ຂ້ານ້ອຍ ບໍ່ຈຳເປັນຕ້ອງມາໄຊ້ຊີວິດແບບນີ້

ນີ້ຄື ຄວາມໂຫດທີ່ຊົ່ວຊ້າທີ່ສຸດຂອງໝານຸດທີ່ເຮັດໄດ້ ຍິ່ງໂຫດກ່ວາສັດເດັຍລະສານ   ໂຊກດີເດີ ພີ່ນ້ອງຕາມທາງ ທັງຫຼາຍ

__________________
Anonymous

Date:

Sood tai mar maen MAE TAW kab kee juar pen poo tee xuoy dek chinese 2 pee wai.

At the end it was an old chinese woman who collect rubbish as a job, found the little 2 years old chinese girl, and took her to the hospital. The chinese 2 year old parent then knee in front of that old chinese woman to say Thank You helping their little daughter. CONCLUSION SOMETIME POOR PEOPLE ARE MORE HUMAN THAN THE RICH ONE.

__________________

Senior Member

Status: Offline
Posts: 120
Date:

ນິໃສຄົນລາວບາງຈຳພວກ ກໍ່ເປັນແບບນີ້ລະ ພວກບໍ່ໄດ້ຮັບການສຶກສາອົບຮົມທີ່ດີຈາກ ສະຖາບັນຄອບຄົວ ເຊິ່ງເປັນສະຖາບັນທີ່ມີຜົນ ແລະອິດທິພົນຕໍ່ພຶດຕິກຳ ຂອງຄົນໆໝຶ່ງ. ຄວາມຕ່າວພະໂລ ອວດດີ, ອວດເກັ່ງ, ອວດສະຫຼາດ ຂອງບາງຊະນິດຄົນ ທີາມີປົມດ້ອຍ ແລ້ວ ຢາກສະແດງອອກ ຕໍ່ສາທາລະນະຊົນ ເພື່ອດຶງດູດຄວາມສົນໃຈ ແລະຮຽກຮ້ອງ ຄວາມສົນໃຈດ້ວຍ ວິທີທາງ ທີາຜິດໆ. ບາດຂ້ອຍເຫັນຄົນລາວທີ່ຂັບລົດຂ້າມໄປບ້ານເພິ່ນ ຄືມີແຕ່ຄົນຂ້ອນຂ້າງທີ່ມາລະຍາດດີ ຮູ້ຈັກເຄົາລົບກົດຈາລະຈອນຢ່າງເຂັ້ມງວດ ຮູ້ຈັກປ່ອຍທາງ ຮູ້ຈັກຢືນລຽນແຖວເປັນຢ່າງດີ. ຫຼືວ່າບຸກຄົນເລົ່ານັ້ນແມ່ນບັນດາກຸ່ມຄົນທີ່ມີ ຄວາມສະຫຼາດ ແລະວິວັດທະນາການທາງດ້ານມັນສະໜອງສູງກວ່າ ທັງໆທີ່ເປັນມະນຸດມີທຸກຢ່າງໃນຮ່າງກາຍຄືກັນ.

__________________
Anonymous

Date:

YESSS, SOMETIME POOR PEOPLE ARE MORE HUMAN, MORE GENEROUS THAN THE RICH ONE...SATU DER HAI MEE KON TOOK BAEB NEE LAI LAI.....FUOK NAR FAR JAI SUD HUN HAI TAI MOD KAR DEE.biggrinbiggrinbiggrin

__________________

Veteran Member

Status: Offline
Posts: 41
Date:

ຂໍເພີ່ມເຕີ່ມເດີ້....

ເຮົາຢ່າຟ້າວທໍ້ໃຈເດີ້..! ແບບວ່າເຮົາຈອດໃຫ້ກະເຈົ້າຂ້າມທາງ ແລະ ຈອດໃຫ້ກະເຈົ້າລ້ຽວກ່ອນ ແຕ່ບາດທີ່ເຮົາແລ້ວບໍ່ເຫັນມີໃຜຈອດໃຫ້ເລີຍ ບາງທີ່ຂ້ອຍກະໃຈຮ້າຍໃດ ແລະ ຄິດວ່າສິບໍ່ຈອດ

ແຕ່ສຸດທ້າຍກໍ່ພະຍາຍາມສັ່ງໂຕເອງບໍ່ໃຫ້ຄຽດ ແລະ ຈອດໃຫ້ກະເຈົ້າແບບເກົ່າ

ສະນັ້ນຈຶ່ງຂໍໃຫ້ທຸກຄົນພະຍາຍາມເດີ້ ຍ່າທໍ້ ຂໍໃຫ້ເຮົາເປັນແບບຢ່າງ ຖື່ງແມ່ນວ່າຈະບໍ່ມີໃຜຮູ້ວ່າເຮົາແມ່ນໃຜ
ແລະສຸດທ້າຍສິ່ງທີ່ເຮົາເຮັດກໍ່ຈະມີປະໂຫຍດຕໍ່ສັງຄົມ

ຂໍໃຫ້ທຸກຄົນໂຊກດີ ແລະ ແຂງແຮງ..

__________________
Marker...!
Anonymous

Date:

Sad stories are everywhere, there is in the news, 1 woman gave birth to a baby, in the bush, and left the baby to die....rich country like Australia but people don't want to look after a baby. Now australian Police is looking for the mother....Sad stories are everywhere.crycrycry

__________________
Anonymous

Date:

ຊະນະໄພ wrote:

ຂ້ອຍກໍ່ເຫັນດີນຳຄວາມເຫັນຂອງບັນດາທ່ານຄົນລາວເຮົາເລີ້ມແລ້ງນໍ້າໃຈລົງໄປທຸກວັນ ແຕ່ກໍ່ຍັງດີກ່ວາຢູ່ຈີນທີ່ມີຄົນຢຽບເດັກນ້ອຍສອງປີແລ້ວມີລົດຄັນອື່ນມາຢຽບຊໍ້າອີກ ແລະມີຄົນຢ່າງຜ່ານໄປແຕ່ບໍ່ມີຄົນສົນໃຈເປັນຕາສັງເວດ ຂໍຢ່າໃຫ້ຄົນລາວເປັນແນວນັ້ນເດີ

 I have a daughter and I can't even finish watching this tape. Because I can't stand these heartless scumbag just walked by or driven by this  little gril lie on the street. OMG,

What the hell were they thinking ?  hurry to make some money ? late for work ? or they just don't care because China has more than one billions populations or the grils in China is not important to society?  it' look like the commercial area and where all of those people in the area ? How come they didn't see a little gril liedown on the street ? and those two trucks drivers that ran her over need to takes their licenses away from them and ban them for life.......

__________________
Anonymous

Date:

This is God in the image of an Old rubbish woman collector for her living, which only 1 person offered help to the little chinese girl. God should send more people in the image of poor people with a heart of SAINT. MAE TAW KAB KEE JUAR TAE HUAR JAI TEVEDA. KON KUB LOD KANG TAE HUAR JAI SUD.

__________________
Anonymous

Date:

ຂໍໂທດຫຼາຍໆ   ຂໍຖາມຈິງໆ  ຄົນຈີນໃຈໂຫດຮ້າຍເຖີງຂັ້ນນີ້ຫວະ?  ແລ້ວສັງຄົມລາວທີ່ກຳລັງປະເຊີນກັບຄວາມສັບສົນ

ປົນກັນສັບຊ້ອນດຳລົງຊີວິດກັບບັນດາຊາວຈີນທັງຫຼາຍທີ່ມາຢູ່ໃນລາວປັດຈຸບັນນີ້  ແລະ ຜົນສະທ້ອນທີ່ຈະຕາມມາ

ຈະເປັນແນວໃດ? ນີ້ເປັນພຽງແຕ່ເປີດເຜີຍແບບແຈ້ງໆ ຕໍ່ສາຍຕາຂອງສັງຄົມ ແລ້ວ ສ່ວນທີ່ລັບໆ ລີ້ໆ ເດ? ແນ່

ນອນຕ້ອງໂຫດຮ້າຍໄປກ່ວານີ້ຫຼາຍພັນເທົ່າ ແມ່ນບໍ?  nonono

__________________
Anonymous

Date:

SICK WORLD WE LIVE IN, PEOPLE GAVE BIRTH AND LEFT THE BABY DIE, SOME EVEN DON'T CARE A CHILD LYING INJURED. This is Sick World.furiousfuriousfurious Some dropped bombs and kill nearly 1000 people....in Pakistan.Sick World we live in.

__________________
Anonymous

Date:

Last news said that police arrested two drivers who hit and drive over body of litle girl, they sure that these two guy will be sentenced as dead penalty, for the litle girl, her brain has already dead, so sad. Whish her to go to heaven.

__________________
Anonymous

Date:

andy wrote:

ນິໃສຄົນລາວບາງຈຳພວກ ກໍ່ເປັນແບບນີ້ລະ ພວກບໍ່ໄດ້ຮັບການສຶກສາອົບຮົມທີ່ດີຈາກ ສະຖາບັນຄອບຄົວ ເຊິ່ງເປັນສະຖາບັນທີ່ມີຜົນ ແລະອິດທິພົນຕໍ່ພຶດຕິກຳ ຂອງຄົນໆໝຶ່ງ. ຄວາມຕ່າວພະໂລ ອວດດີ, ອວດເກັ່ງ, ອວດສະຫຼາດ ຂອງບາງຊະນິດຄົນ ທີາມີປົມດ້ອຍ ແລ້ວ ຢາກສະແດງອອກ ຕໍ່ສາທາລະນະຊົນ ເພື່ອດຶງດູດຄວາມສົນໃຈ ແລະຮຽກຮ້ອງ ຄວາມສົນໃຈດ້ວຍ ວິທີທາງ ທີາຜິດໆ. ບາດຂ້ອຍເຫັນຄົນລາວທີ່ຂັບລົດຂ້າມໄປບ້ານເພິ່ນ ຄືມີແຕ່ຄົນຂ້ອນຂ້າງທີ່ມາລະຍາດດີ ຮູ້ຈັກເຄົາລົບກົດຈາລະຈອນຢ່າງເຂັ້ມງວດ ຮູ້ຈັກປ່ອຍທາງ ຮູ້ຈັກຢືນລຽນແຖວເປັນຢ່າງດີ. ຫຼືວ່າບຸກຄົນເລົ່ານັ້ນແມ່ນບັນດາກຸ່ມຄົນທີ່ມີ ຄວາມສະຫຼາດ ແລະວິວັດທະນາການທາງດ້ານມັນສະໜອງສູງກວ່າ ທັງໆທີ່ເປັນມະນຸດມີທຸກຢ່າງໃນຮ່າງກາຍຄືກັນ.

 ທ້າວຄວາມເຫັນເທິງນີ້ !

ເຈົ້າເວົ້າໃຫ້ໃຜ ???

ຖ້າເວົ້າໃຫ້ຄົນທີ່ມາໂພສ ແລະ ມາອອກຄວາມເຫັນຕ່າງໆ ລະ ແມ່ນ ເຈົ້າຫັ້ນລະເປັນບ້າ ! ອວດດີ ! ອວດຮູ້ !

ຄົນເຂົານໍາມາສະເໜີເພື່ອໃຫ້ເປັນບົດຮຽນ ເປີດຕາ ເປັນຂໍ້ຄິດ.........

ແລະຄົນມາອອກຄວາມເຫັນຕາມທັສນະຕ່າງໆ ນັ້ນກໍເປັນການສະແດງໃຫ້ເຫັນຊີວະທັດໃນຫຼາຍແງ່ມຸມຂອງຄົນເຮົາ......

ເພາະບ່ອນນີ້ມັນເປັນເວທີສະແດງອອກ ແລະທີສໍາຄັນຂະເຈົ້າບໍ່ໄດ້ ໃສ່ຮ້າຍໂຈມຕີໃຜ ພຽງເອົາຄວາມຈິງທີ່ບາງຄົນບໍ່ຮູ້ ແລະ

ຍັງບໍ່ຄິດເຖິງມາເປີດເຜີຍ ມັນເປັນການດີແລ້ວ............

ຖ້າເຈົ້າບໍ່ຢາກຮັບຮູ້ອີ່ຫຍັງ ບໍ່ຢາກອອກສູ່ເວທີປະຊາທິປະໄຕແລ້ວ ຈະອອກມາຕາຍຫຍັງ?

ຄືບໍ່ມຸດຫົວຫົ່ມຜ້າກົ້ມເບິ່ງແຕ່ຂອງໂຕເອງ ໝົດມື້ໝົດຄືນ ຄົງບໍ່ມີໃຜວ່າຫຍັງ !

ຢາກ ພົບຕົວຈິງເດ່ນໍ 55555555  ຄືຊິມັນສົມຄວນ !

__________________
Anonymous

Date:

Anonymous wrote:
andy wrote:

ນິໃສຄົນລາວບາງຈຳພວກ ກໍ່ເປັນແບບນີ້ລະ ພວກບໍ່ໄດ້ຮັບການສຶກສາອົບຮົມທີ່ດີຈາກ ສະຖາບັນຄອບຄົວ ເຊິ່ງເປັນສະຖາບັນທີ່ມີຜົນ ແລະອິດທິພົນຕໍ່ພຶດຕິກຳ ຂອງຄົນໆໝຶ່ງ. ຄວາມຕ່າວພະໂລ ອວດດີ, ອວດເກັ່ງ, ອວດສະຫຼາດ ຂອງບາງຊະນິດຄົນ ທີາມີປົມດ້ອຍ ແລ້ວ ຢາກສະແດງອອກ ຕໍ່ສາທາລະນະຊົນ ເພື່ອດຶງດູດຄວາມສົນໃຈ ແລະຮຽກຮ້ອງ ຄວາມສົນໃຈດ້ວຍ ວິທີທາງ ທີາຜິດໆ. ບາດຂ້ອຍເຫັນຄົນລາວທີ່ຂັບລົດຂ້າມໄປບ້ານເພິ່ນ ຄືມີແຕ່ຄົນຂ້ອນຂ້າງທີ່ມາລະຍາດດີ ຮູ້ຈັກເຄົາລົບກົດຈາລະຈອນຢ່າງເຂັ້ມງວດ ຮູ້ຈັກປ່ອຍທາງ ຮູ້ຈັກຢືນລຽນແຖວເປັນຢ່າງດີ. ຫຼືວ່າບຸກຄົນເລົ່ານັ້ນແມ່ນບັນດາກຸ່ມຄົນທີ່ມີ ຄວາມສະຫຼາດ ແລະວິວັດທະນາການທາງດ້ານມັນສະໜອງສູງກວ່າ ທັງໆທີ່ເປັນມະນຸດມີທຸກຢ່າງໃນຮ່າງກາຍຄືກັນ.

 ທ້າວຄວາມເຫັນເທິງນີ້ !

ເຈົ້າເວົ້າຫຍັງ ຄືບໍ່ເຂົ້າໃຈ ?

__________________
Anonymous

Date:

Jayden wrote:

ອີກບໍ່ດົນດອກ ຮູບພາບແບບນີ້ ຈະມາແພ່ລາມຕາມຖະໜົນໃນເມືອງລາວ ຖ້າຫາກ ອຳນາດການປົກຄອງ

ບໍ່ເອົາໃຈໃສ່ເຂັ້ມງວດ ກ່ຽວກັບບັນຫານີ້  ໂດຍສະເພາະ ກ່ອນອຶ່ນໝົດ ເດັດຂາດດຳເນີນຄະດີຖືກຕ້ອງຕາມ

ກົດໝາຍແລະທຳມະນູນ ພາຍໄຕ້ກົດປະຕິບັດກົດລະບຽບຂອງການຈາລະຈອນ  ປາບປາມການຊື້ຈ້າງຈອບ

ອອຍຫຼືຮັບບົນສິນຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູກພັນກັບຄະດີນີ້  ກວດສອບພົນລະເມືອງທີ່ຂັບລົດທຸກຊະນິດ

ຕ້ອງມີໃບອະນຸຍາດແທ້ຈິງຫຼືບໍ່.   ເຫັນແລ້ວ ຂໍຍໍມື ສາທຸ ບຸນແຕ່ຂ້ານ້ອຍ ບໍ່ຈຳເປັນຕ້ອງມາໄຊ້ຊີວິດແບບນີ້

ນີ້ຄື ຄວາມໂຫດທີ່ຊົ່ວຊ້າທີ່ສຸດຂອງໝານຸດທີ່ເຮັດໄດ້ ຍິ່ງໂຫດກ່ວາສັດເດັຍລະສານ   ໂຊກດີເດີ ພີ່ນ້ອງຕາມທາງ ທັງຫຼາຍ

--------------------------------------------------------------------

ຂໍເພີ່ມເຕີ່ມເດີ້....

ເຮົາຢ່າຟ້າວທໍ້ໃຈເດີ້..! ແບບວ່າເຮົາຈອດໃຫ້ກະເຈົ້າຂ້າມທາງ ແລະ ຈອດໃຫ້ກະເຈົ້າລ້ຽວກ່ອນ ແຕ່ບາດທີ່ເຮົາແລ້ວບໍ່ເຫັນມີໃຜຈອດໃຫ້ເລີຍ ບາງທີ່ຂ້ອຍກະໃຈຮ້າຍໃດ ແລະ ຄິດວ່າສິບໍ່ຈອດ

ແຕ່ສຸດທ້າຍກໍ່ພະຍາຍາມສັ່ງໂຕເອງບໍ່ໃຫ້ຄຽດ ແລະ ຈອດໃຫ້ກະເຈົ້າແບບເກົ່າ

ສະນັ້ນຈຶ່ງຂໍໃຫ້ທຸກຄົນພະຍາຍາມເດີ້ ຍ່າທໍ້ ຂໍໃຫ້ເຮົາເປັນແບບຢ່າງ ຖື່ງແມ່ນວ່າຈະບໍ່ມີໃຜຮູ້ວ່າເຮົາແມ່ນໃຜ
ແລະສຸດທ້າຍສິ່ງທີ່ເຮົາເຮັດກໍ່ຈະມີປະໂຫຍດຕໍ່ສັງຄົມ

ຂໍໃຫ້ທຸກຄົນໂຊກດີ ແລະ ແຂງແຮງ..

 ຊົມຄວາມ ສອງ ທ່ານ ຂ້າງເທິງນີ້ ເວົ້າຖືກຫຼາຍ ..............

ຈັກໜ່ອຍບ້ານເຮົາກໍຈະເປັນ,  ແລະມີໃຫ້ເຫັນ ຄັນຄົນລາ ເຈົ້ານາຍລາວຍັງບໍ່ຄິດ ຍັງຕິດແຕ່ຜົນປະໂຫຍດ.........

ຈັກໜ່ອຍຊາດອື່ນກໍຈະເຫັນພາບອະໜາດໃຈ ຄືເຮົາເຫັນບ້ານເມືອງຂອງຄົນອື່ນ

ມັນທ່ຽງແທ້ ແນ່ນອນ ຫາກບໍ່ພາກັນ ຄິດຫາທາງ

__________________
Anonymous

Date:

Jayden wrote:

ອີກບໍ່ດົນດອກ ຮູບພາບແບບນີ້ ຈະມາແພ່ລາມຕາມຖະໜົນໃນເມືອງລາວ ຖ້າຫາກ ອຳນາດການປົກຄອງ

ບໍ່ເອົາໃຈໃສ່ເຂັ້ມງວດ ກ່ຽວກັບບັນຫານີ້  ໂດຍສະເພາະ ກ່ອນອຶ່ນໝົດ ເດັດຂາດດຳເນີນຄະດີຖືກຕ້ອງຕາມ

ກົດໝາຍແລະທຳມະນູນ ພາຍໄຕ້ກົດປະຕິບັດກົດລະບຽບຂອງການຈາລະຈອນ  ປາບປາມການຊື້ຈ້າງຈອບ

ອອຍຫຼືຮັບບົນສິນຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູກພັນກັບຄະດີນີ້  ກວດສອບພົນລະເມືອງທີ່ຂັບລົດທຸກຊະນິດ

ຕ້ອງມີໃບອະນຸຍາດແທ້ຈິງຫຼືບໍ່.   ເຫັນແລ້ວ ຂໍຍໍມື ສາທຸ ບຸນແຕ່ຂ້ານ້ອຍ ບໍ່ຈຳເປັນຕ້ອງມາໄຊ້ຊີວິດແບບນີ້

ນີ້ຄື ຄວາມໂຫດທີ່ຊົ່ວຊ້າທີ່ສຸດຂອງໝານຸດທີ່ເຮັດໄດ້ ຍິ່ງໂຫດກ່ວາສັດເດັຍລະສານ  

ໂຊກດີເດີ ພີ່ນ້ອງຕາມທາງ ທັງຫຼາຍ

--------------------------------------------------------------------

ຂໍເພີ່ມເຕີ່ມເດີ້....

ເຮົາຢ່າຟ້າວທໍ້ໃຈເດີ້..! ແບບວ່າເຮົາຈອດໃຫ້ກະເຈົ້າຂ້າມທາງ ແລະ ຈອດໃຫ້ກະເຈົ້າລ້ຽວກ່ອນ ແຕ່ບາດທີ່ເຮົາແລ້ວບໍ່ເຫັນມີໃຜຈອດໃຫ້ເລີຍ ບາງທີ່ຂ້ອຍກະໃຈຮ້າຍໃດ ແລະ ຄິດວ່າສິບໍ່ຈອດ

ແຕ່ສຸດທ້າຍກໍ່ພະຍາຍາມສັ່ງໂຕເອງບໍ່ໃຫ້ຄຽດ ແລະ ຈອດໃຫ້ກະເຈົ້າແບບເກົ່າ

ສະນັ້ນຈຶ່ງຂໍໃຫ້ທຸກຄົນພະຍາຍາມເດີ້ ຍ່າທໍ້ ຂໍໃຫ້ເຮົາເປັນແບບຢ່າງ ຖື່ງແມ່ນວ່າຈະບໍ່ມີໃຜຮູ້ວ່າເຮົາແມ່ນໃຜ
ແລະສຸດທ້າຍສິ່ງທີ່ເຮົາເຮັດກໍ່ຈະມີປະໂຫຍດຕໍ່ສັງຄົມ

ຂໍໃຫ້ທຸກຄົນໂຊກດີ ແລະ ແຂງແຮງ..

 ຊົມເຊີຍຄວາມເຫັນ ສອງ ທ່ານ ຂ້າງເທິງນີ້

ເວົ້າຖືກຫຼາຍ ..............

ຈັກໜ່ອຍບ້ານເຮົາກໍຈະເປັນ,  ແລະມີໃຫ້ເຫັນ ຄັນຄົນລາວ,

ເຈົ້ານາຍລາວຍັງບໍ່ຄິດ ຍັງຕິດແຕ່ຜົນປະໂຫຍດ.........

__________________

Senior Member

Status: Offline
Posts: 120
Date:

ໂອບໍ່ໄດ້ເວົ້າໃຫ້ໃຜ ແຕ່ຖ້າວ່າໃຜຫາກຄິດວ່າມັນຄ້າຍຄືພຶດຕິກຳຂອງຕົນ ແລະຢາກຮັບເອົາກໍ່ບໍ່ໄດ້ຫ້າມເດີ້

__________________

Veteran Member

Status: Offline
Posts: 91
Date:

ໃຫ້ເຈົ້າໜ້າທີ່ລົງໄປປະຕິບັດໃຫ້ເບິ່ງທຸກມື້ ເພາະຄົນລາວນິໄສຢາກອຶງໄປແດ່ໜ້ອຍໜຶ່ງ
ສອນເວລາໄຟແດງ ຄົນຂັບລົດຄວນເຮັດແນວໃດ ຄົນຂ້າມທາງຄວນເຮັດແນວໃດ
ຈັ່ງຊີ້ລະຄົນລາວເຮົາຈັ່ງສິປະຕິບັດນຳbiggrinbiggrinbiggrin

__________________

Member

Status: Offline
Posts: 12
Date:

ໃນຄວາມຄິດຂອງຂ້າພະເຈົ້າ
ສ່ວນຫນື່ງ ແມ່ນຜູ້ຂັບຂີ່ລົດ ບໍ່ມີຄວາມຮູ້ກົດຈາລະຈອນ ຫລື ຮູ້ພໍແຕ່ ປູໆປາ ເລີຍບໍ່ຮູ້ຊິເຮັດແນວໃດ.
ອີກສ່ວນຫນື່ງ ແມ່ນອາດຈະເປັນຄວາມເຫັນແກ່ໂຕ ຄືບໍ່ຍອມຜູ້ໃດ, ຄວາມຫມາຍຄື (ກູຕ້ອງໄດ້ປຽບກ່ອນ)

__________________
Anonymous

Date:

CORRECT... !

__________________
Anonymous

Date:

loukkhonlao wrote:

ໃຫ້ເຈົ້າໜ້າທີ່ລົງໄປປະຕິບັດໃຫ້ເບິ່ງທຸກມື້ ເພາະຄົນລາວນິໄສຢາກອຶງໄປແດ່ໜ້ອຍໜຶ່ງ
ສອນເວລາໄຟແດງ ຄົນຂັບລົດຄວນເຮັດແນວໃດ ຄົນຂ້າມທາງຄວນເຮັດແນວໃດ
ຈັ່ງຊີ້ລະຄົນລາວເຮົາຈັ່ງສິປະຕິບັດນຳbiggrinbiggrinbiggrin

 ບໍ່ເຖີງຂັ້ນນັ້ນດອກ ທ່ານເອີຍ  ຊາດວ່າຄົນ ຈະເປັນເຊື້ອຊາດໃດກໍຕາມ ຍ່ອມມີຄວາມຮູ້ສຶກເໝືອນໆກັນໄປໝົດ.

ຄິດແຕ່ວ່າ ລີງ ຫຼື ສັດຕົວອື່ນໆ ທີ່ສະແດງດີໆ ຂອງພວກກາຍະສີນ ມັນກໍຍັງຝຶກຊ້ອມໄດ້ ບໍ່ຄິດດອກວ່າພວກຄົນ

ເລົ່ານີ້ຈະຫຶກໄປກ່ວາສັດທັງນັ້ນ. ບັນຫາຕົ້ນຕໍ ກໍ່ແມ່ນຄວາມເຄັ່ງຄັດຂອງເຈົ້າໜ້າທີ່ ທີ່ຮັກສາ ກົດລະບຽບຂອງການ

ຈາລະຈອນ ໄຫ້ມີປະສິດຕິພາບ ດຳເນີນການໄຫ້ຖືກຕ້ອງແທ້ຈິງ ໄຫ້ເປັນສິ່ງທີ່ໄວ້ວາງໃຈແລະນັບຖືຂອງສັງຄົມຢ່າງແທ້

ແນ່ນອນ. ປາບປາມທຸກການລະເມີດຂອງກົດຈາລະຈອນ ໄປຕາມມາດຕາການຂອງກົດລະບຽບ ໂດຍຫຼີກລຽງການ

ສວຍໂອກາດເພື່ອຜົນປະໂຫຍດແບບບໍ່ຖືກຕ້ອງເຊ່ນ  ສວຍໄຊ້ອຳນາດ ສ້າງລາຍໄດ້ແກ່ສ່ວນຕົວ ນີ້ຄືບັນຫາທີ່ສຳຄັນ

ທີ່ສຸດ ເພື່ອເປັນແບບຢ່າງທີ່ດີ ຕໍ່ສັງຄົມ ແບບຢ່າງທີ່ດີແດ່ການເຄົາລົບແລະນັບຖືກົດລະບຽບຂອງສັງຄົມ

ທ່ານ ລອງຄິດເບີ່ງດູ ! ຢູ່ໃນບັນດາ ປະເທດທີ່ເຂົາຈະເລີນ ເປັນຫັຍງເຂົາຈິ່ງເປັນລະບຽບຮຽບຮ້ອຍແທ້? ເບີ່ງການ

ປະຕິບັດງານຂອງ ບັນດາເຈົ້າໜ້າທີ່ ເຂົາເປັນແບບໃດ?

__________________
Anonymous

Date:

ໂອຍ ຕອບຖຶກໃຈເດີ້ ຂ້ອຍກະວ່າຫັນແລະ 

ບ້ານເຮົາລະ ຖາມເອົາແຕ່ເງິນ 555+

__________________

Veteran Member

Status: Offline
Posts: 91
Date:

ບ່ແມ່ນປະຊາຊົນຖາມເອົາໃຫ້ເບາະ biggrinbiggrinbiggrin

ລະເຈົ້າໜ້າທີເພິນກະຮັບnonono

__________________
Anonymous

Date:

loukkhonlao wrote:

ບ່ແມ່ນປະຊາຊົນຖາມເອົາໃຫ້ເບາະ biggrinbiggrinbiggrin

ລະເຈົ້າໜ້າທີເພິນກະຮັບnonono

 ນີ້ລະ ຄືການຮັບສິນບົນ ສ້າງລາຍໄດ້ສ່ວນຕົວ ຂາດຄວາມສັກສິດ ຂອງຄຸນສົມບັດສິນທຳປະຕິວັດ ສຸດທ້າຍ

ກໍໝາຍຄວາມວ່າ ຄົນບໍ່ຕ້ອງນັບຖືກົດລະບຽບ ພຽງແຕ່ ນັບຖືເຈົ້າໜ້າທີ່ດ້ວຍສິນບົນ ນີ້ເປັນພະຍາດທີ່ອັນ

ຕະລາຍທີ່ສຸດຂອງບັນດາປະເທດທີ່ດ້ອຍການພັດທະນາ ເຂົາເອີ້ນວ່າ   ກາຝາກ  ຂອງສັງຄົມແລະເສຖະກິດno

ໃນປະເທດທີ່ຈະເລີນ ເຂົາຈະບໍ່ກ້າຮັບ ແລະ ບຸກຄົນທີ່ໄຫ້ບົນສິນກໍ່ຈະໂທດໜັກຕື່ມ ນີ້ຄືຄວາມສັກສິດຂອງກົດໝາຍ

ທີ່ເປັນຕົວຮັບປະກັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ

__________________
Anonymous

Date:

andy wrote:

ນິໃສຄົນລາວບາງຈຳພວກ ກໍ່ເປັນແບບນີ້ລະ ພວກບໍ່ໄດ້ຮັບການສຶກສາອົບຮົມທີ່ດີຈາກ ສະຖາບັນຄອບຄົວ ໝາຍເຖີງພວກໃດ?ເຊິ່ງເປັນສະຖາບັນທີ່ມີຜົນ ແລະອິດທິພົນຕໍ່ພຶດຕິກຳ ຂອງຄົນໆໝຶ່ງ. ຄວາມຕ່າວພະໂລ ອວດດີ (ນ່ວຍໂລກດວງນີ້ຍັງມີດິນແດນແຫ່ງຄວາມສີວິໄລ ພ້ອມທັງແນວຄິດແລະ ຄວາມເຂົ້າໃຈຄົນ ລວມທັງ ວິທະຍາສາດເດີ  ຢ່າເຂົ້າໃຈວ່າທຸກໆມູມຂອງໂລກນີ້ຈະມີແຕ່ຄວາມມືດມົນທີ່ເຕັມໄປດ້ວຍຄົນໄຮ້ມະນຸດສະທຳເໝືອນກັນດັ່ງທີ່ໃນສາຍຕາທີ່

ເຫັນປະຈຳໃນຊີວິດຂອງຕົນເອງເດີ), ອວດເກັ່ງ, ອວດສະຫຼາດ (ອັນນີ້ສະທ້ອນເຖີງທັສະນະຂອງຜູ້ກ່ຽວຢ່າງຊັດເຈັນ ທີ່ບໍ່ມີໂອກາດ ສຳພັດຕໍ່ສະພາບແຫ່ງອື່ນ ທີ່ເຂົາພັດທະນາກັນໄປແລ້ວ ທັງດ້ານແນວຄິດແລະວັດທະນະທຳ) ຂອງບາງຊະນິດຄົນ ທີາມີປົມດ້ອຍ ການທາລຸນຕໍ່ຊີວິດຄົນອື່ນບໍ່ເປັນສີ່ງທີ່ຈະເອົາມາເປັນແບບຢ່າງຫຼືເປັນຄວາມພູມໃຈຂອງຕົນທີ່ເຮັດໄດ້ ທ່ານເອີຍ ມີໃຜແດ່ ທີ່ເຮັດບໍ່ໄດ້ແບບນີ້ແລ້ວ ຈະເກີດມີຄວາມປອມດ້ອຍຕົວເອງຂໍຖາມເຖີດທ່ານ ທີ່ວາສໜາສູງ ? ແລ້ວ ຢາກສະແດງອອກ ຕໍ່ສາທາລະນະຊົນ ເພື່ອດຶງດູດຄວາມສົນໃຈ ແລະຮຽກຮ້ອງ ຄວາມສົນໃຈດ້ວຍ ວິທີທາງ ທີາຜິດໆ.ສະແດງວ່າຕົວເອງ ແມ່ນນຶ່ງຂອງອົງປະກອບ ຂອງອາດຍະກຳໃນສັງຄົມ ທີ່ເຕັມໄປດ້ວຍ ຄວາມມືດມົນ ທຸກດ້ານ ຕ້ອງການທັງສັງຄົມໄຫ້ຢູ່ພາຍໄຕ້ລາຍມື ທີ່ເຕັມໄປດ້ວຍເລືອດແຫ່ງການຄາດຕະກຳຊີວິດຂອງຜູ້ອື່ນແມ່ນບໍ? ບາດຂ້ອຍເຫັນຄົນລາວທີ່ຂັບລົດຂ້າມໄປບ້ານເພິ່ນ ຄືມີແຕ່ຄົນຂ້ອນຂ້າງທີ່ມາລະຍາດດີ ແນ່ນອນ ບ້ານເພີ່ນ ຢູ່ໃສຄືບ້ານໂຕເອງ? ແນວຄິດເຂົາພັດທະນາ ຄົນມີລະດັບການສຶກສາ ເຂົາກໍຕ້ອງຮູ້ຈັກເຄົາລົບກົດໝາຍຂອງການຈາລະຈອນ ຖ້າບໍ່ເຮັດເຊ່ນນັ້ນ ກໍຈະຖືກເຈົ້າໜ້າທີ່ເຂົາ ໄກ່ເກ່ຍອອກຈາກການສັນຈອນຂອງເຂົາ ເພາະເຂົາບໍ່ຕ້ອງການຄົນເລົ່ານີ້ ຮູ້ຈັກເຄົາລົບກົດຈາລະຈອນຢ່າງເຂັ້ມງວດ ຮູ້ຈັກປ່ອຍທາງ ຮູ້ຈັກຢືນລຽນແຖວເປັນຢ່າງດີ. ຫຼືວ່າບຸກຄົນເລົ່ານັ້ນແມ່ນບັນດາກຸ່ມຄົນທີ່ມີ ຄວາມສະຫຼາດ ແລະວິວັດທະນາການທາງດ້ານມັນສະໜອງສູງກວ່າ ທັງໆທີ່ເປັນມະນຸດມີທຸກຢ່າງໃນຮ່າງກາຍຄືກັນ. ຄົນດີຈະຕົກນາລົກກໍຍັງເປັນຄົນດີສະເໝີ ຄົນອັບປີ ຈະຕົກນາລົກ ມັນກໍຍິ່ງຊົ່ວຕໍ່ ເພາະຢູ່ນາລົກຈະມີຄົນຊົ່ວຫຼາຍກ່ວາຄົນດີແມ່ນບໍ?

__________________
Anonymous

Date:

ເສນາມາຂິກາອີກແລ້ວ ທຳຕົວເປັນນັກວິຈານອີກແລ້ວ ຈົບຫຍັງມາເດເນາະ ຢ່າມາເຮັດເປັນນັກວິຊາການ ຂີ້ຄັນຄາກເດີ້ຈັກໝ່ອຍສິຖືກເດັກນ້ອຍດ່າເສຍລ້າໃດເດີ້ ເຮີເຮີເຮີ[spoiler]

__________________
Anonymous

Date:

andy wrote:

ນິໃສຄົນລາວບາງຈຳພວກ ກໍ່ເປັນແບບນີ້ລະ ພວກບໍ່ໄດ້ຮັບການສຶກສາອົບຮົມທີ່ດີຈາກ ສະຖາບັນຄອບຄົວ ເຊິ່ງເປັນສະຖາບັນທີ່ມີຜົນ ແລະອິດທິພົນຕໍ່ພຶດຕິກຳ ຂອງຄົນໆໝຶ່ງ. ຄວາມຕ່າວພະໂລ ອວດດີ, ອວດເກັ່ງ, ອວດສະຫຼາດ ຂອງບາງຊະນິດຄົນ ທີາມີປົມດ້ອຍ ແລ້ວ ຢາກສະແດງອອກ ຕໍ່ສາທາລະນະຊົນ ເພື່ອດຶງດູດຄວາມສົນໃຈ ແລະຮຽກຮ້ອງ ຄວາມສົນໃຈດ້ວຍ ວິທີທາງ ທີາຜິດໆ. ບາດຂ້ອຍເຫັນຄົນລາວທີ່ຂັບລົດຂ້າມໄປບ້ານເພິ່ນ ຄືມີແຕ່ຄົນຂ້ອນຂ້າງທີ່ມາລະຍາດດີ ຮູ້ຈັກເຄົາລົບກົດຈາລະຈອນຢ່າງເຂັ້ມງວດ ຮູ້ຈັກປ່ອຍທາງ ຮູ້ຈັກຢືນລຽນແຖວເປັນຢ່າງດີ. ຫຼືວ່າບຸກຄົນເລົ່ານັ້ນແມ່ນບັນດາກຸ່ມຄົນທີ່ມີ ຄວາມສະຫຼາດ ແລະວິວັດທະນາການທາງດ້ານມັນສະໜອງສູງກວ່າ ທັງໆທີ່ເປັນມະນຸດມີທຸກຢ່າງໃນຮ່າງກາຍຄືກັນ.

 Well at least Jao don't insulted all the people 555.

__________________

Senior Member

Status: Offline
Posts: 120
Date:

Anonymous wrote:

ເສນາມາຂິກາອີກແລ້ວ ທຳຕົວເປັນນັກວິຈານອີກແລ້ວ ຈົບຫຍັງມາເດເນາະ ຢ່າມາເຮັດເປັນນັກວິຊາການ ຂີ້ຄັນຄາກເດີ້ຈັກໝ່ອຍສິຖືກເດັກນ້ອຍດ່າເສຍລ້າໃດເດີ້ ເຮີເຮີເຮີ[spoiler]

. ໂອຍຈັ່ງແມ່ນເວົ້າໄດ້ໃຈເດທ່ານ ຂ້າພະເຈົ້າຂໍຄາລະວະ ທ່ານ ຈົ່ງຈະເລີນ ໜື່ນປີ ໜື່ນໆປີ

__________________

Member

Status: Offline
Posts: 20
Date:

Anonymous wrote:

ເສນາມາຂິກາອີກແລ້ວ ທຳຕົວເປັນນັກວິຈານອີກແລ້ວ ຈົບຫຍັງມາເດເນາະ ຢ່າມາເຮັດເປັນນັກວິຊາການ ຂີ້ຄັນຄາກເດີ້ຈັກໝ່ອຍສິຖືກເດັກນ້ອຍດ່າເສຍລ້າໃດເດີ້ ເຮີເຮີເຮີ[spoiler]

ເວົ້າຖືກໃຈຫຼາຍ...5555 ເຮັດໂຕເປັນນັກວິຈານ ຈັກວ່າຫົວສູງມາແຕ່ສະຫວັນວິມານຊັ້ນໃດ

__________________

ເມື່ອເວລາມາຮອດ

Member

Status: Offline
Posts: 20
Date:

- ອັນບັນຫາການຈາລະຈອນໃນລາວນິກະເປັນບັນຫາໜຶ່ງທີ່ເຮັດໃຫ້ເຈັບຫົວ!

ຈະໄປໂທດຜູ້ນັ້ນໂທດຜູ້ນີ້ກະຈະເຮັດໃຫ້ຫຼາຍຄົນບໍ່ພໍໃຈຊື່ໆເນາະ!

ເພາະວ່າບັນຫານີ້ເກີດຂຶ້ນຈາກຫຼາຍໆຄົນ ທີ່ຂັບຂີ່ລົດຕາມທ້ອງຖະໜົນ!

ຄົນຂີ່ຊ້າກະເວົ້າໃຫ້ຄົນຂີ່ໄວ !

ຄົນຂີ່ໄວກະເວົ້າໃຫ້ຄົນຂີ່ຊ້າ !

 ບາງຄົນໃຈເຢັນ ເຢັນຈົນເຍືອກ:ມີລົດຫຼູລົດງາມຂີ່ລະເຮັດຂີ່ແບບສະບາຍໃຈເຢັນບໍ່ໄດ້ສົນໃຈໃຜ

ບາງຄົນຟ້າວໄປກະຮ້ອນແທ້ຮ້ອນວ່າ..!ຮ້ອງດ່າກັນກະມີ 

- ອີກຢ່າງໜຶ່ງປະເທດລາວກໍ່ເປັນປະເທດທີ່ກຳລັງຈະພັດທະນາ ເລື່ອງເຕັກນິກການຂັບລົດຂອງຫຼາຍຄົນ ມັນກໍຄືຈະກຳລັງພັດທະນາໄປຕາມ

ປະເທດ...;ຈຳນວນລົດທີ່ເພີ່ມຫຼາຍຂຶ້ນຫຼາຍຂຶ້ນ ແລະໃນນັ້ນກໍ່ອາດມີຈຳ

ນວນຫຼາຍທີ່ຍັງອ່ອນໃນການຂັບຂີ່ລົດ ແຕ່ກໍຢາກອອກມາປະຈົນໄພ ຕາມທ້ອງຖະໜົນ ເຮັດໃຫ້ເກີດການຈາລະຈອນຂັດສົນ,ສັບສົນ!

ບາງຄົນກໍ່ບໍ່ຈິງຈັງໃນການຂັບຂີ່ລົດເລີຍ..

ຄົນຂັບເກັ່ງ ຕັດ ຄົນບໍ່ເກັ່ງ; ຂີ່ໄວ ຕັດ ຂີ່ຊ້າ; ຂີ້ແບບບ້າ ຕັດ ຂີ່ດີ

ຄົນທີ່ມາລະຍາດດີໃນການຂັບຂີ່ບາງຄົນ ເຂົ້າໄປຢູ່ທ່າມກາງສະພາວະແບບ

ນີ້ຂ້ອຍກະເຈັບຫົວນຳຄືກັນ 55555

=>ນີ້ແມ່ນຈາກທີ່ຂ້ອຍສັງເກດເຫັນເປັນສ່ວນຫຼາຍ.

__________________

ເມື່ອເວລາມາຮອດ

Member

Status: Offline
Posts: 8
Date:

ຄວາມປະທັບໃຈແລະເປັນແຮງບັນດານໃຈຂອງຂ້າພະເຈົ້າແມ່ນ ຕອນຮຽນມໍ 6
ຕອນນັ້ນກຳລັງຂັບລົດຈັກກັບບ້ານຕອນສວຍໆ ແດດຮ້ອນໆ ຈອດລົດຖ້າຂ້າມສີ່ແຍກ ລົດກະຫລາ
ແລະບໍ່ມີທີທ່າວ່າຈະໄດ້ໄປງ່າຍໆ , ຈົນເວລາຜ່ານໄປປະມານ 20 ຫາ 30 ນາທີ ກໍມີລົດໃຫຍ່ຄັນຫນຶ່ງຈອດລົດໃຫ້
ແລ້ວກ້ວກມືໃຫ້ ຂ້ອຍຂ້າມໄປໄດ້ ແລະຕອນນັ້ນກໍເປັນສິ່ງທີ່ຂ້ອຍຕື້ນຕັນໃຈຫລາຍ ມັນເຮັດໃຫ້ຂ້ອຍລືມຄວາມຮ້ອນ ແລະ ເວລາທີ່ຖ້າມາ ເພາະຄິດວ່າ ຈະມີລົດໃຫຍ່ຄັນໃດອີກ ທີ່ຈະໃຫ້ກຽດແລະເສຍເວລາຈອດໃຫ້ລົດຈັກຂ້າມທາງ , ແລະຕັ້ງແຕ່ມື້ນັ້ນມາ ຈົນເຖິງປະຈຸບັນ ຂ້ອຍກໍໄດ້ເຮັດແບບດຽວກັນກັບລົດໃຫຍ່ຄັນນັ້ນ ມາຕະຫລອດ , ເພາະຢາກແບ່ງປັນຄວາມຮູ້ສຶກດີໆ ທີ່ຂ້ອຍເຄີຍໄດ້ຮັບມານັ້ນໃຫ້ຄົນອື່ນໆເຊັ່ນດຽວກັນ.
"ຖ້າມີຄົນເລີ່ມ ມັນກໍຕ້ອງມີຄົນຕໍ່ ຂໍແຄ່ຢ່າທໍ້ ເພາະຄົນທີ່ບໍ່ສົນໃຈ"

__________________
ປິດປາກໄວ້ ແລ້ວຕັ້ງໃຈເຮັດ

Senior Member

Status: Offline
Posts: 268
Date:

REVOLUTIONIST wrote:

ຄວາມປະທັບໃຈແລະເປັນແຮງບັນດານໃຈຂອງຂ້າພະເຈົ້າແມ່ນ ຕອນຮຽນມໍ 6
ຕອນນັ້ນກຳລັງຂັບລົດຈັກກັບບ້ານຕອນສວຍໆ ແດດຮ້ອນໆ ຈອດລົດຖ້າຂ້າມສີ່ແຍກ ລົດກະຫລາ
ແລະບໍ່ມີທີທ່າວ່າຈະໄດ້ໄປງ່າຍໆ , ຈົນເວລາຜ່ານໄປປະມານ 20 ຫາ 30 ນາທີ ກໍມີລົດໃຫຍ່ຄັນຫນຶ່ງຈອດລົດໃຫ້
ແລ້ວກ້ວກມືໃຫ້ ຂ້ອຍຂ້າມໄປໄດ້ ແລະຕອນນັ້ນກໍເປັນສິ່ງທີ່ຂ້ອຍຕື້ນຕັນໃຈຫລາຍ ມັນເຮັດໃຫ້ຂ້ອຍລືມຄວາມຮ້ອນ ແລະ ເວລາທີ່ຖ້າມາ ເພາະຄິດວ່າ ຈະມີລົດໃຫຍ່ຄັນໃດອີກ ທີ່ຈະໃຫ້ກຽດແລະເສຍເວລາຈອດໃຫ້ລົດຈັກຂ້າມທາງ , ແລະຕັ້ງແຕ່ມື້ນັ້ນມາ ຈົນເຖິງປະຈຸບັນ ຂ້ອຍກໍໄດ້ເຮັດແບບດຽວກັນກັບລົດໃຫຍ່ຄັນນັ້ນ ມາຕະຫລອດ , ເພາະຢາກແບ່ງປັນຄວາມຮູ້ສຶກດີໆ ທີ່ຂ້ອຍເຄີຍໄດ້ຮັບມານັ້ນໃຫ້ຄົນອື່ນໆເຊັ່ນດຽວກັນ.
"ຖ້າມີຄົນເລີ່ມ ມັນກໍຕ້ອງມີຄົນຕໍ່ ຂໍແຄ່ຢ່າທໍ້ ເພາະຄົນທີ່ບໍ່ສົນໃຈ"

 ແມ່ນແລ້ວທ່ານ ຂ້າພະເຈົ້າກະພະຍາຍາມເຮັດແນວນັ້ນຢູ່ ເຖິງຈະຟ້າວປານໃດ ກະຄວນໃຫ້ກຽດກັນ ຂ້ອຍໄປກ່ອນ ເຈົ້າໄປກ່ອນ ກໍໄດ້ ຖ້າຂ້ອຍຢຸດໃຫ້ເຈົ້າກະໄປ ຖ້າຂ້ອຍເຮັດທ່າຄືຊິໄປເຈົ້າກະຕ້ອງຢຸດໃຫ້ ແລະ ຖ້າເຂົາມາກ່ອນ ເຮົາກະຕ້ອງຢຸດເພື່ອໃຫ້ເຂົາໄປກ່ອນ ອັນນີ້ເປັນມາລະຍາດຂອງການຂັບຂີ່

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard