Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບຸນຊ່ວງ​ເຮືອ​ປີ​ນີ້ຄ່າ​ບໍລິການ​ດ້ານ​ຕ່າງໆ​ ຈະ​ເພີ່ມ​ຂຶ້ນ​ຈາກ​ປີຜ່ານມາ


Senior Member

Status: Offline
Posts: 428
Date:
ບຸນຊ່ວງ​ເຮືອ​ປີ​ນີ້ຄ່າ​ບໍລິການ​ດ້ານ​ຕ່າງໆ​ ຈະ​ເພີ່ມ​ຂຶ້ນ​ຈາກ​ປີຜ່ານມາ


(ຂປລ): ການ​ຫ້າງ​ຫາ​ກະກຽມ ບຸນ​ຊ່ວງ​ເຮ​ືອປະ​ເພນີ​ທ່າ​ວັດ​ຈັນ ນະຄອນຫລວງ​ວຽງ​ຈັນ​ນັ້ນ ຈະ​ມີ​ຄວາມ​ແຕກ​ຕ່າງຫລາຍ​ຈຸດ​ ຈາກຊຸມ​ປີຜ່ານມາ ​ໂດຍ​ສະ​ເພາະ ​ເມືອງ​ຈັນທະ​ບູລີ​ ຈະ​ສຸມ​ໃສ່ 4 ສໍ (ສະ​ຫງົບ, ສະອາດ, ສະຫວ່າງ ​ແລະ ສີ​ຂຽວ) ​​ເປັນ​ມາດຕະຖານ ​ໃນ​ຄວບ​ຄຸມ ​ແລະ ຈັດການ​ບໍລິຫານ​ໃຫ້ມີ​ປະສິດທິ​ຜົນ ພ້ອມ​ດຽວ​ກັນ​ນັ້ນ ​ກໍ​ຈະ​ເນັ້ນ​​ໃຫ້​ມີການ​ອະນຸລັກ​ຮີດຄອງ​ປະ​ເພນີ​ອັນ​ດີງາມ ​ດ້ວຍ​ການ​ສົ່ງ​ເສີມ-ໂຄສະນາ ​ໃຫ້​ປະຊາ ຊົນ​ນຸ່ງ​ຫົ່ມ​ໃຫ້​ຕ້ອງ​ຕາມ​ຮີດຄອງ​ດັ້ງ​ເດີມ ​ແລະ ຈະ​ຫ້າມ​ບໍ່​ໃຫ້​ປະຊາຊົນ​ໃຊ້​ໂຟມ ຫລື ສິ່ງ​ຂອງ​ປະ​ເພດ​ເປັນ​ຢາງຕ່າງໆ​ທີ່​ເປື່ອຍ​ຍາກ ສຳລັບ​ເຮັດ​ເປັນ​ເຮືອ​ໄຟ.

ທ່ານ ​ແສງ​ພອນ ສຸວັນ​ນີ, ຮອງ​ເຈົ້າ​ເມືອງໆ​ຈັນທະ​ບູລີ ນະຄອນຫລວງວຽງຈັນ ​ໄດ້​ໃຫ້​ສຳ​ພາດຕໍ່ນັກ​ຂ່າວ​ ສຳນັກຂ່າວສານ​ປະ​ເທດ​ລາວ ​ໃນວັນ​ທີ 3 ຕຸລາ 2011 ນີ້​ວ່າ: ການ​ຫ້າງ​ຫາກ​ະກຽມ​ບຸນ​ຊ່ວງ​ເຮ​ືອປະ​ເພນີ​ທ່າ​ວັດ​ຈັນ ນະຄອນຫລວງ​ວຽງ​ຈັນ ຈະເລີ່ມ 7-13 ຕຸລາ 2011, ປີ​ນີ້​ຈະ​ມີ​ການ​ຈັດການ​ບໍລິຫານ ​ແລະ ຄຸ້ມ​ຄອງ ​ເປັນ​ລະບົບທີ່​ຕ່າງ​ຈາກ​ປີ​ກາຍ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ ​ແລະ ຖື​ກັບ​ຮີດຄອງ​ປະ​ເພນີ​ໃຫ້​ຫລາຍ​ຂຶ້ນ​ກວ່າ​ປີຜ່ານມາ ຄື: ​1. ຈະ​ເນັ້ນ​ຄວາມ​ເປັນ ​ລະບົບ​ຮຽບຮ້ອຍ​ ໂດຍ​ສົມທົບ​ກັບ​ຫລາຍ​ພາກສ່ວນ​ກ່ຽວຂ້ອງ ​ໃຫ້​ມີ​ການ​ເພີ່ມ​ກຳລັງ​ຕຳຫລວດ​​ເຂົ້າ​ເຄື່ອນ​ໄຫວ ​ແລະ ກວດ​ກາ​ໃນ​ຫລາຍ​ກຸ່ມ​ຄົນ ທີ່​ປະຕິບັດ​​ ໂຕບໍ່​ຖືກຕ້ອງ​ເປັນ​ຕົ້ນ ຫ້າມ​ບໍ່​ໃຫ້​ມີ​ການ​ຄ້າຂາຍ​ ​ແລະ ນໍ​າອາວຸດ​ທ​ີ່​ເປັນ​ອັນຕະລາຍ​ ​ເຂົ້າ​ໄປ​ຂ້າງ​ໃນ​ເດັດຂາດ, ຈະ​ມີ​ໜ່ວຍ​ງານ​ຕິດຕາມ​ກວດກາ​ເບີ່​ງ ຜູ້​ນຸ່ງຖື​ ໃນ​ເວທີ​ໂຄສະນາ​ສີນ​ຄ້າ​​ໃຫ້​​ເໝາະ​ສົມ ພ້ອມ​ເລັ່ງ​ລະດົມ​ໃຫ້​ປະຊາຊົນ​ນຸ່ງ​ເຄື່ອງ​ໃຫ້​ເໝາະ​ສົມ​ໃນ​ເວລາ​ເຂົ້າ​ໄປ​ຫລີ້ນ ຫລື ​ໄຫລ​ເຮືອ​ໄຟ, ​ໃນ​ແຕ່ລະ​ຈຸດ​ ຈະ​ມີ​ເຈົ້າ​ໜ້າ ​ທີ່​ສະ​ເພາະ​ກິດ 4 ຄົນ​ໃຫ້ການ​ຊ່ວຍ​ເຫລືອ-ຕິດຕາມ ​ສຳລັບ​ຜູ້​ເຂົ້າ​ໄປ​​ໄຫລ​ເຮືອ​ໄຟ​ ດ້ວຍ​ການເຮ​ັດລະບຽງ ຫລື ​ເປັນ​ເຂດ​ຄັກ​ແນ່​ສຳ ລັບ​ຜູ້​ມີ​ຈຸດປະສົງ​ເຂົ້າ​ໄປ ​ໄຫລ​ເຮືອ​ໄຟ;

2. ຈະ​​ເປີດ​ໂອກາດ​ໃຫ້​ບໍລິສັດ​ ເຂົ້າ​ໄປ​ປະມູນ​ເອົາ​ວຽກ​ງານ​ອະນາ​ໄມ ແລະ ຮັກສາ​ຄວາມ​ສະອາດ​ຢ່າງ​ເປັນ​ລະບົບ ​ເພື່ອ​ຮັບປະກັນ​ຄວາມ​ສະອາດ-ຈົບງາມ ພາຍຫລັງ​ຊິ້ນ​ສຸດ​ບຸນ;

3. ຮັບປະກັນ​ຕົ້ນ​ໄມ້ ​ແລະ ສວນ​ສາ​ທາ​ລະນະ​ ໃຫ້​ຢູ່​ໃນ​ສະພາບ​ທີ່​ດີ​ເໜືອ​ນ​ເດີມ ​ແລະ ​ເພີ່ມ​​ໄຟ​ແສງ​ສີ​​ໃນ​ແຕ່ລະ​ຂົງ​ເຂດ ​ໃຫ້​ມີ​ຄວາມ​ສະຫວ່າງ​ຂຶ້ນ​ຕື່ມ. ນອກ​ນັ້ນ ພວກ​ເຮົາ​ຍັງ​ໄດ້​ເປີດ​ໂອກາດ​ໃຫ້​ 3 ບໍລິສັດ​ເອກະ​ຊົນ​ລາວ ​ເຂົ້າ​ມາ​ປະມູນ​ກ່ຽວ​ກັບ​ການ​ຈັດການ​ບໍລິຫານ ​ແລະ ກຳນົດ​ ເປັນ​ເຂດ​ຄ້າຂາຍ​​ເປັນ​ລະອຽດ ​ເປັນ​ຕົ້ນ​ ແມ່ນ​​ຂອບ​ເຂດ​ຝາກ​ລົດຈັກ-ລົດ​ໃຫຍ່, ຮ້ານ​ຂາຍ​ເຄື່ອງ​ປະ​ເພດ​ສິນຄ້າ​ຕ່າງໆ, ຮ້ານ​ບັນ​ເທີ​ງ ​ແລະ ຮ້ານອາຫານ. ແນ​ວ​ໃດ​ກໍ​ດີ ທ່ານຮອງ​ເຈົ້າ​ຄອງ​ຍັງ​ກ່າວ​ຕື່ມ​ອີກ​ວ່າ: ລາຄາ​ຄ່າ​ຝາກ​ລົດ ​ແລະ ​ເຊົ່າ​ສະຖານ​ທີ່​ ຈະ​ສູງ​ຂຶ້ນ​ຕື່ມ​ອີກ ຖ້າ​ທຽບກັບ​ປີຜ່ານມາ ​ເນື່ອງ​ຈາກ​ວ່າ​ສະພາບ​ ເສດຖະກິດ ​ແລະ ຄ່າ​ຄອງ​ຊີບ​ນັ້ນ​ເອງ ​ເຊັ່ນ​ວ່າ: ຄ່າ​ຝາກ​ລົດຈັກ ​ເພີ່ມ​ຂຶ້ນ​ເປັນ 10 ພັນ​ກີບ/ຄັນ,​ ລົດ​ຕຸກໆ 15 ພັນ​ກີບ/ຄັນ ​ແລະ ລົດ​ໃຫຍ່ 25 ພັນ​ກີບ/ຄັນ;

ຄ່າ​ເຊົ່າ​ດິນ​ເພື່ອ​ປຸກ​ຮ້ານ​ຂະໜາດ 4​ ແມັດ X 4 ​ແມັດ​ ປະມານ 150​.000 ກີບ-250​.000 ກີບ, ສະຖານ​ທີ່​ບັນ​ເທີ​ງ ​ແລະ ສວນ​ສະໜຸກ​ນັ້ນ​​ ແມ່ນ​ປະມານ 10 ລ້ານ-55 ລ້ານ​ກີບ/ບ່ອນ​ ໂດຍ​ຂຶ້ນ​ກັບ​ຂະໜາດ ​ແລະ ​ເງື່ອນ​ໄຂ​ຕົວ​ຈິງ. ສ່ວນ​ລາງວັນ​ຜູ້​ຊະນ​ະ​ເລີດ​ອັນ​ດັບ​ທີ 1 ຈະ​ເພີ່ມ​ຂຶ້ນ​ເປັນ 10 ລ້ານກີບພ້ອມ​ຂັນ​ເງິນ, ທີ 2 ​ແມ່ນ​ຈະ​ຮັບ​​ເງິນ 8 ລ້ານ​ກີບພ້ອມ​ຂັນ ​ໂດຍ​ຕາມ​ລຳດັບ ​ແລະ ລະບຽບ​ເວລາ​ຄົບງັນ ຫລື ຫລິ້ນ​ ຈະ​ກຳ​ນົດ​ໃຫ້​ຢຸດ​ປະມານ 11:30 ໂມງ ຕອນ ກາງຄືນ ຫລື 23:30 ໂມງ./. ກັບສາລະບານ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard