Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄຣູຂາດເຂີນ ຍ້ອນຜົນຕອບແທນໜ້ອຍ
Anonymous

Date:
ຄຣູຂາດເຂີນ ຍ້ອນຜົນຕອບແທນໜ້ອຍ


2011-09-26

ໂຄງການ ສົ່ງຄຣູ ໄປສອນ ຢູ່ເຂດ ສອກຫລີກ ຫ່າງໄກ ຕາມ ແຜນການ ທີ່ ຣັຖບານ ສປປລາວ ວາງອອກ ນັ້ນ ບໍ່ໄດ້ຜົນ ຕາມ ເປົ້າໝາຍ ເລີຍ ເພາະ ນັກສຶກສາ ທີ່ ຮຽນຈົບ ໂຮງຮຽນ ສ້າງຄຣູ ບໍ່ຍອມ ໄປ ປະຕິບັດ ໜ້າທີ່ ຢູ່ ໃນເຂດ ຊົນນະບົດ ມັກ ຢູ່ແຕ່ ໃນເມືອງ.

2011-09-26

ດຣ. ມີທອງ ສຸວັນວິໄຊ ຫົວໜ້າ ກົມສ້າງຄຣູ ກະຊວງ ສຶກສາ ທິການ ແລະ ກິລາ ກ່າວວ່າ ຣັຖບານ ໄດ້ຈັດ ໂຄຕ້າ ສົ່ງຄຣູ ໄປສອນ ຢູ່ເຂດ ຊົນນະບົດ ໃນປີນີ້ ຕື່ມເຖິງ 9,000 ຄົນ; ແຕ່ ປະກົດວ່າ ມີຄຣູ ໄປ ປະຈຳການ ພຽງສ່ວນນື່ງ ເທົ່ານັ້ນ ເປັນເຫດໃຫ້ ເຂດ ສອກຫລີກ ຫ່າງໄກ ຍັງຂາດເຂີນ ຄຣູ ຢ່າງໜັກຢູ່. 

ໂຄງການ ສົ່ງຄຣູ ໄປສອນ ຢູ່ເຂດ ສອກຫລີກ ຫ່າງໄກ ຕາມ ແຜນການ ທີ່ ຣັຖບານ ສປປລາວ ວາງອອກ ນັ້ນ ບໍ່ໄດ້ຜົນ ຕາມ ເປົ້າໝາຍ ເລີຍ ເພາະ ນັກສຶກສາ ທີ່ ຮຽນຈົບ ໂຮງຮຽນ ສ້າງຄຣູ ບໍ່ຍອມ ໄປ ປະຕິບັດ ໜ້າທີ່ ຢູ່ ໃນເຂດ ຊົນນະບົດ ມັກ ຢູ່ແຕ່ ໃນເມືອງ.

ດຣ. ມີທອງ ອະທິບາຍ ສາເຫດ ວ່າ ນັກຮຽນຄຣູ ສ່ວນຫລາຍ ເປັນນັກຮຽນ ທີ່ມາຈາກ ເຂດທົ່ງພຽງ ແລະ ໃນເມືອງ; ສະນັ້ນ ເມື່ອ ຮຽນຈົບ ພວກເຂົາຈຶ່ງ ບໍ່ຍອມ ໄປສອນ ຢູ່ທີ່ອື່ນ ເພາະຊີວິດ ການເປັນຢູ່ ທຸກຍາກ ລຳບາກ; ອີກຢ່າງນຶ່ງ ໂອກາດ ຈະໄດ້ ຮັບຄວາມ ກ້າວໜ້າ, ເຊັ່ນໄດ້ ຮັບທຶນ ໄປ ສຶກສາຕໍ່ ຫລືໄປ ຝຶກອົບຮົມ ກໍມີໜ້ອຍ. ດຣ. ມິທອງ ສຸວັນວິໄຊ ກ່າວອີກວ່າ ນັບແຕ່ນີ້ ເປັນຕົ້ນໄປ ກົມສ້າງຄຣູ ຈະສ້າງ ໂຄງການ ນຶ່ງຂື້ນ ເພື່ອຊຸກຍູ້ ສົ່ງເສີມຄຣູ ໃຫ້ໄປສອນ ຢູ່ເຂດ ຊົນນະບົດ, ເຊັ່ນຈະຕັ້ງ ກອງທຶນ ເພື່ອໃຫ້ ການຊ່ວຍເຫລືອ ແກ່ຄຣູ ທີ່ ໄປສອນ ຢູ່ເຂດ ສອກຫລີກ ຫ່າງໄກ ພ້ອມທັງຈະ ປະຕິບັດ ນະໂຍບາຍ ໃຫ້ຄວາມ ສະດວກ ສະບາຍ ແກ່ຄຣູ ຢ່າງເຕັມທີ່.

ເຂດຊົນນະບົດ ຂອງລາວ ປະສົບກັບ ບັນຫາ ການຂາດເຂີນ ຄຣູ ມາເປັນ ເວລາ ຫລາຍ ສິບປີ ແລ້ວ; ຣັຖບານ ບໍ່ສາມາດ ແກ້ໄຂ ໄດ້ຈັກເທື່ອ. ໃນລະຍະ ປີກ່ອນ ຣັຖບານ ກໍອອກ ນະໂຍບາຍ ໃຫ້ ເງິນໂບນັສ ພິເສດ ແກ່ຄຣູ ທີ່ໄປສອນ ຢູ່ເຂດ ຊົນນະບົດ ແຕ່ກໍ ບໍ່ໄດ້ຜົນ. ໃນແຜນການ ປະຕິຮູບ ການສຶກສາ ຣັຖບານ ລາວ ວາງເປົ້າໝາຍ ໄວ້ວ່າ ຈະສົ່ງເສີມ ໃຫ້ເດັກນ້ອຍ ໄດ້ເຂົ້າ ໂຮງຮຽນ ຊັ້ນປະຖົມ ໝົດທຸກ ຄົນພາຍ ໃນສອງສາມ ປີ ຂ້າງໜ້າ; ແຕ່ ປັດຈຸບັນ ເປົ້າໝາຍ ດັ່ງກ່າວ ຍັງໄກ ຫລາຍ ຍ້ອນບໍ່ມີ ຄຣູ; ຢູ່ ບາງບ້ານ ບາງເມືອງ ຄຣູຜູ້ນຶ່ງ ມີນັກຮຽນ ເຖິງ 70 ຄົນ.

F-kids-in-school.jpg

Tyler Chapman

ໂຮງຮຽນ ໃນເຂດ ຊົນນະບົດ ສປປລາວ ທີ່ມີ ນັກຮຽນ ກໍາລັງ ຄອງຖ້າ ການຊ່ວຍເຫຼືອ



__________________
Anonymous

Date:

ຄູ, not ຄຣູ 



__________________
Anonymous

Date:

ຄູແປໄດ້ຫລາຍຄວາມໝາຍ, ຄູປ້ານນໍ້າກໍ່ແມ່ນຄູ ຄູສອນໜັງສືກໍ່ແມ່ນຄູ. ສ່ວນຄຣູນັ້ນມີພຽງຄວາມໝາຍດຽວຄືຜູ່ທີ່ສອນໜັງສືໃນຊັ້ນປະຖົມສຶກສາ. ຖ້າຫັນລີ້ນຍາກ ກໍ່ໃຊ້ຄູ ຖ້າຢາກຊ້ອມຫັນລີ້ນກໍ່ໃຊ້ຄຣູ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard