ບອກແດ່ ມັນກໍ່ຈະໄປລອດຢູ່ຫວານີ້
ຄົນທີ່ຈະໄປຊື້ຫຸ້ນເຂົາມີເງິນຢູ່ແຕ່ເຂົາເຈົ້າບໍ່ໄວ້ວາງໃຈຕໍ່ກັບຜູ້ບໍລິຫານງານຫຼາຍກວ່າ. ການນຳລັດວິສະຫະກິດມາເປັນບໍລິສັດມະຫາຊົນນັ້ນເປັນແນວຄິດທີ່ດີ ແຕ່ການບໍລະຫານຍັງເປັນແບບເກື້ອກູນ ( ແບບລະບົບລັດຄືເກົ່າ ), ມັນຍ່ອມສ້າງຄວາມເຊື່ອຖືໄດ້ຍາກຕໍ່ກັບມະຫາຊົນ. ຜູ້ທີ່ຈະມາບໍລິຫານງານບໍລິສັດມະຫາຊົນຕ້ອງເປັນຄົນທີ່ມີປະຫັວດການບໍລິຫານທຸລະກິດບໍ່ແມ່ນແບບຖືກແຕ່ງຕັ້ງຄືກັນພາກັນເຮັດທຸມື້ນີ້. ອັນນີ້ແມ່ນຄວາມຄິດເຫັນສ່ວນຕົວເດີ້ທ່ານ. ຖ້າຜູ້ໃດມີຄວາມຄິດດີໆກໍ່ແບ່ງປັນກັນແດ່.
ກະຄິດຄືກັບທ່ານຄືກັນ. ຖ້າສັງເກດແລະສົມທຽບໂຮງຮຽນລະດັບຂັ້ນອະນຸບານຂື້ນໄປຈະເຫັນວ່າໂຮງຮຽນເອກກະຊົນຈະເປັນທີ່ຊື່ນຊອບຂອງຜູ້ປົກຄອງຫຼາຍກວ່າໂຮງຮຽນຂອງລັດ ກໍ່ເພາະວ່າກົດລະບຽບເຄັ່ງຄັດດີ, ມີຜູ້ບໍລິຫານໂຮງຮຽນເອົາໃຈໃສ່ແລະເຂັ້ມງວດ ຈຶ່ງເປັນທີ່ພໍໃຈຂອງເຂົາເຈົ້າທີ່ຈະຝາກອານາຄົດລູກເຂົາເຈົ້າໄວ້ທີ່ນັ້ນ. ແລະກໍ່ເຊັ່ນດຽວກັນຖ້າຜູ້ມີເງິນຈຳນວນບໍ່ຫຼາຍກໍ່ຄົງຄິດລຳບາກທີ່ຈະຝາກອານາຄົດໄວ້ກັບຜູ້ບໍລິຫານທີ່ບໍ່ມີປະສັບການທາງທຸລະກິດມາກ່ອນ ເພາະມັນບໍ່ແມ່ນການເຂົ້າຮວ່ມຊີວິການເມືອງຂອງໜ່ວຍງານພາກລັດມີແຕ່ຕົບມືຊົມເຊີຍ, ສ່ວນບັນຫາບໍ່ມີໃຜກ້າຍົກຂື້ນໃນກອງປະຊຸມ ເຊິ່ງມັນແຕກຕ່າງກັນຢ່າງຊີ້ນເຊີງໃນລະບົບບໍລິຫານແບບເອກກະຊົນ. ທຸລະກິດຈຶ່ງເດີນໄດ້ຕາມກົນໄກຕະຫຼາດ.
ໄປຊື້ຫວຍດີກ່ວາ
Anonymous wrote:ບອກແດ່ ມັນກໍ່ຈະໄປລອດຢູ່ຫວານີ້
Where is the Graph that tell you that Lao Market minus everyday ? Show here please.
Stock market information in Laos is available here
http://www.vientianetimes.org.la/sub-new/LaoStockMarket/LSX_Index.htm
ຕາມທັດສະນະຂອງຂ້າພະເຈົ້າແລ້ວ ສັງເກດເຫັນວ່າ ຜູ້ປະກອບຄວາມເຫັນສ່ວນຫລາຍແມ່ນບໍ່ຄ່ອຍມີຂໍ້ມູນກ່ຽວກັບບົດລາຍງານການເງິນຂອງບໍລິສັດທັງສອງ.
ກ່ຽວກັບປະສິດທິພາບຂອງຜູ້ບໍລິຫານຂອງສອງບໍລິສັດ ນັ້້ນຖືວ່າບໍ່ໄດ້ຕ່ຳກວ່າມາດຕະຖານແຕ່ງຢ່າງໃດ ເພາະສັງເກດຈາກບົດລາຍງານຜົນໄດ້ຮັບແມ່ນບັນລຸເປົ້າທີ່ຕັ້ງໄວ້. ການທີ່ນັກລົງທຶນເປັນຫ່ວງນັ້ນກໍ່ມີຫລາຍປັດໃຈ ແຕ່ສາເຫດທິ່ເຮັດໃຫ້ຫຸ້ນປິດລົບຕະຫລອດນັ້ນ ຂ້າພະເຈົ້າວິເຄາະຕາມພະວະຕົວຈິງດັ່ງນີ້(ເປັນການວິເຄາະສ່ວນຕົວ):
1: ວຽກງານການຕະຫລາດຂອງຕະຫລາດຫັລກສັບເອງຍັງບໍ່ເຂັ້ມແຂງ, ຂາດການປະຊາສຳພັນຢ່າງຕໍ່ເນຶ່ອງ ເຊິ່ງອາດເປັນຍ້ອນລະບຽບກົດຫມາຍ. ຫມາຍຄວາມວ່າຍັງບໍ່ສາມາດທຳຄວາມເຂົ້າໃຈແກ່ນັກລົງທຶນໃຫມ່ໆພາຍໃນປະເທດໄດ້ ຫລືໄດ້ພຽງນັກລົງທຶນລາຍຍ່ອຍເທົ່ານັ້ນ, ນັກລົງທຶນທີ່ມີປະຈຸບັນສ່ວນຫລາຍແມ່ນນັກລົງທຶນທີ່ມີປະສົບການຈາກຕ່າງປະເທດ ຫລືຢ່າງຫນ້ອຍ ກໍ່ເປັນນັກລົງທຶນ Laoທີ່ໄດ້ຕັດສິນໃຈ ຊື້ຫຸ້ນ IPOs.
2: ມວນຊົນລາວທົ່ວໄປຍັງບໍ່ຮູ້ ບໍ່ເຂົ້າໃຈກ່ຽວກັບຕະຫລາດຫັລກຊັບ, ສ່ວນຫລາຍຍັງເຂົ້າໃຈຫລືມີທັດສະນະຄະຕິໃນທາງທີ່ລົບ(ດັງຜູ້ປະກອບຄວາມເຫັນຂ້າງເທິງ ເວົ້າວ່າ ຊື້ນຫວຍດີກວ່າ, ຫມາຍຄວາມວ່າບໍ່ເຂົ້າໃຈ ລະຫວ່າງຫວຍ ແລະ ຫຸ້ນ ອັນໃດຄວນລົງທຶນ)
3. ບັນດາບໍລິສັດຕ່າງໆຂອງຄົນລາວຢູ່ໃນລາວຍັງບໍ່ມີບຸກຄະລາກອນທີ່ຈະສຶກສາຄວາມເປັນໄປໄດ້ໃນການລົງທຶນໃນຕະຫລາດຫັລກຊັບ, ບໍລິສັດມີແຕ່ລົງທຶນໃນທຸລະກິດຫລັກຂອງຕົນເອງ ໂດຍບໍ່ຮູ້ແລະ ບໍ່ສົນໃຈວ່າຍັງມີຊ່ອງທາງໃນການລົງທຶນດ້ານອື່ນ ເຊັ່ນການຊຶ້ ຮູ້ນ.
4. ຂໍ້ຈຳກັດດ້ານເງິນທຶນ, ບໍ່ແນ່ໃຈວ່າບັນດາທະນາຄານຕ່າງໆ ມີການອະນຸມັດເງິນກູ້ສຳຫັລບການລົງທຶນໃນຕະຫລາດຫຸ້ນຫລື ບໍ່?
5. ການສຶກສາກ່ຽວກັບຕະຫລາດຫັລກຊັບ ຖືເປັນຄວາມບົກຜ່ອງຂອງລັດຖະບານເອງ, ມີແຜນແນ່ນອນແລ້ວວ່າ ຈະເປີດຕະຫລາດຫລັກຊັບ, ແຕ່ການສຶກສາພັດບໍ່ໄດ້ກະກຽມ, ມີແຕ່ສົງຄົນທີ່ຢູ່ໃນທີມບໍລິຫານໄປເຝິກອົບຮົມ, ສ່ວນວິທະຍາໄລ, ມະຫາວິທະຍາໄລ ແມ່ນບໍ່ໄດ້ລົງເລິກແຕ່ຢ່າງໃດ, ດັ່ງຈະເຫັນນັກສຶກສາຈົບປະລິນຍາຕີສາຍການເງິນ ຫລືໂທ ຍັງບໍ່ຮູ້ເລື່ອງຮູ້ນ.
6. ໄລຍະເວລາ ແລະ ຮູບແບບການຊຶ້ຂາຍກໍ່ເປັນຂໍ້ຈຳກັດແກ່ນັກລົງທຶນ ເຊັ່ນ: ເປີດການຊື້ຂາຍ(ຈັບຄູ່ວັນລະ 2 ຄັ້ງ) ການຊຶ້ຂາຍແມ່ນຮູບແບບການປະມູນລາຄາ ຂອງຜູ້ຕ້ອງການຊຶ້ ແລະ ຕ້ອງການຂາຍ.
7. ຈຳນວນບໍລິສັດຈົດທະບຽນຍັງມີຫນ້ອຍ.ມີແຕ່ 2 ບໍລິສັດ ແລະ ກຳລັງຈະເຂົ້າມາອີກ ຈຳນວນນຶ່່ງຕື່ມ.
8. ນັກລົງທຶນສ່ວນຫລາຍແມ່ນ ບໍ່ແມ່ນນັກເກງກຳໄລ ສ່ວນຫລາຍແມ່ນຖືໄວ້ໄລຍະຍາວ ໂດຍສະເພາະຮູ້ນ ຂອງ ໄຟຟ້າລາວ ມະຫາຊົນ, ເຖິງວ່າຈະມີການຊຶ້້ຂາຍເກງກຳໄລແຕ່ກໍ່ເປັນໄປແບບ ເບົາບາງ ແລະກໍ່ເປັນໄປຕາມກົນໄກ ຂອງຕະຫລາດ, ແລະ ທີ່ສັງເກດອີກດ້ານນຶ່ງຄື ນັກລົງທຶນບໍ່ຄ່ອຍສົນໃຈນຳບົດວິເຄາະ ແລະ ບົດລາຍງານຕ່າງໆ, ສ່ວນຫລາຍມີແຕ່ເບິ່ງຂໍ້ມູນການປ່ຽນແປງລາຄາຜ່ານມາ ເພື່ອກຳນົດລາຄາ ຊື້ຂາຍ, ສັງເກດໄດ້ຈາກ ບົດລາຍງານຜົນໄດ້ຮັບຂອງ ທັງສອງບໍລິສັດເຖິງວ່າຈະມີຜົນປະກອບການທີ່ດີ ແຕ່ລາຄາຮູ້ນພັດຄືເກົ່າ ຫລື ຫລຸດລົງຊໍ້າ.
9. ບັນດາບໍລິສັດຕ່າງໆໃນລາວ ຍັງຂາດມາດຕະຖານດ້ານການບໍລິຫານຈັດການທີ່ມີປະສິດທິພາບ ຈຶ່ງຍັງບໍ່ສາມາດເຂົ້າໄປຈົດທະບຽນໄດ້, ນີ້ກໍ່ເປັນຂໍ້ບົກຜ່ອງຂອງພາກລັດເຊັ່ນກັນທີ່ຕ້ອງໄດ້ຖອດຖອນບົດຮຽນ, ດັ່ງທີ່ກ່າວໄວ້ວ່າບໍ່ມີການວາງແຜນແລະເປົ້າຫມາຍລະອຽດ, ຄິດຢາກເປີດກໍ່ເລັ່ງປຸກອາຄານ, ສ້າງນິກຳ ແລະ ບຸກຄະລາກອນ ເທົ່ານັ້ນ ສ່ວນໂຄງສ້າງອື່ນທີ່ສຳຄັນພັດເຮັດບໍ່ໄດ້ ເຊັ່ນ ບໍລິສັດທີ່ຈະຈົດທະບຽນເຂົ້າໃນຕະຫລາດຫັລກຊັບ, ສຳຫລັບຂ້າພະເຈົ້າແລ້ວ ຄວນຕ້ອງມີເຖິງ 10 ບໍລິສັດ ໃນມື້ເປີດ ຄື: ຈາກລັດວິສາຫະກິດ 5 ແລະ ເອກະຊົນ ອີກ 5 ບໍລິສັດຈຶ່ງຈະເປີດ ມັນຈັ່ງຊິສົມນ້ຳສົມເນຶ້ອ, ອັນນີ້ ເປີດມາຊິໄດ້ປີແລ້ວ ກະຍັງມີແຕ່ 2 ບໍລິສັດ.
ເອົາລະ ພໍຫອມປາກຫອມຄຳ. ສ່ວນທ່ານທີ່ກຳລັງສົງໃສວ່າຈະໄປຫລອດຫລືບໍ່ຫລອດນັ້ນ ບໍ່ຕ້ອງເປັນຫ່ວງ ໂປຣດຕິດຕາມຕອນຕໍ່ໄປ, ທຸກໆປະເທດທີ່ເປີດໃຫມ່ກໍ່ເປັນຄືກັນນີ້ແຫລະ, ຂໍເວລາໃຫ້ຄະນະຮັບຜິດຊອບເພີ່ນໃຫ້ເຕັມທີ່ກ່ອນ. ແນວໃດກໍ່ຕາມຂໍເປັນກຳລັງໃຈໃຫ້, ຍັງດີທີ່ມີແລ້ວເລື່ອງອື່ນຈິ່ງຄ່ອຍເຮັດໄປຕາມຂັ້ນຕອນ ເນາະ
ເປັນພຽງຂໍ້ຄິດເຫັນສ່ວນຕົວກະລຸນາໃຊ້ວິຈາລະນະຍານໃນການ ບໍລິໂພກຂໍ້ມູນ.
KHMU wrote:ຕາມທັດສະນະຂອງຂ້າພະເຈົ້າແລ້ວ ສັງເກດເຫັນວ່າ ຜູ້ປະກອບຄວາມເຫັນສ່ວນຫລາຍແມ່ນບໍ່ຄ່ອຍມີຂໍ້ມູນກ່ຽວກັບບົດລາຍງານການເງິນຂອງບໍລິສັດທັງສອງ.ກ່ຽວກັບປະສິດທິພາບຂອງຜູ້ບໍລິຫານຂອງສອງບໍລິສັດ ນັ້້ນຖືວ່າບໍ່ໄດ້ຕ່ຳກວ່າມາດຕະຖານແຕ່ງຢ່າງໃດ ເພາະສັງເກດຈາກບົດລາຍງານຜົນໄດ້ຮັບແມ່ນບັນລຸເປົ້າທີ່ຕັ້ງໄວ້. ການທີ່ນັກລົງທຶນເປັນຫ່ວງນັ້ນກໍ່ມີຫລາຍປັດໃຈ ແຕ່ສາເຫດທິ່ເຮັດໃຫ້ຫຸ້ນປິດລົບຕະຫລອດນັ້ນ ຂ້າພະເຈົ້າວິເຄາະຕາມພະວະຕົວຈິງດັ່ງນີ້(ເປັນການວິເຄາະສ່ວນຕົວ):1: ວຽກງານການຕະຫລາດຂອງຕະຫລາດຫັລກສັບເອງຍັງບໍ່ເຂັ້ມແຂງ, ຂາດການປະຊາສຳພັນຢ່າງຕໍ່ເນຶ່ອງ ເຊິ່ງອາດເປັນຍ້ອນລະບຽບກົດຫມາຍ. ຫມາຍຄວາມວ່າຍັງບໍ່ສາມາດທຳຄວາມເຂົ້າໃຈແກ່ນັກລົງທຶນໃຫມ່ໆພາຍໃນປະເທດໄດ້ ຫລືໄດ້ພຽງນັກລົງທຶນລາຍຍ່ອຍເທົ່ານັ້ນ, ນັກລົງທຶນທີ່ມີປະຈຸບັນສ່ວນຫລາຍແມ່ນນັກລົງທຶນທີ່ມີປະສົບການຈາກຕ່າງປະເທດ ຫລືຢ່າງຫນ້ອຍ ກໍ່ເປັນນັກລົງທຶນ Laoທີ່ໄດ້ຕັດສິນໃຈ ຊື້ຫຸ້ນ IPOs. 2: ມວນຊົນລາວທົ່ວໄປຍັງບໍ່ຮູ້ ບໍ່ເຂົ້າໃຈກ່ຽວກັບຕະຫລາດຫັລກຊັບ, ສ່ວນຫລາຍຍັງເຂົ້າໃຈຫລືມີທັດສະນະຄະຕິໃນທາງທີ່ລົບ(ດັງຜູ້ປະກອບຄວາມເຫັນຂ້າງເທິງ ເວົ້າວ່າ ຊື້ນຫວຍດີກວ່າ, ຫມາຍຄວາມວ່າບໍ່ເຂົ້າໃຈ ລະຫວ່າງຫວຍ ແລະ ຫຸ້ນ ອັນໃດຄວນລົງທຶນ)3. ບັນດາບໍລິສັດຕ່າງໆຂອງຄົນລາວຢູ່ໃນລາວຍັງບໍ່ມີບຸກຄະລາກອນທີ່ຈະສຶກສາຄວາມເປັນໄປໄດ້ໃນການລົງທຶນໃນຕະຫລາດຫັລກຊັບ, ບໍລິສັດມີແຕ່ລົງທຶນໃນທຸລະກິດຫລັກຂອງຕົນເອງ ໂດຍບໍ່ຮູ້ແລະ ບໍ່ສົນໃຈວ່າຍັງມີຊ່ອງທາງໃນການລົງທຶນດ້ານອື່ນ ເຊັ່ນການຊຶ້ ຮູ້ນ.4. ຂໍ້ຈຳກັດດ້ານເງິນທຶນ, ບໍ່ແນ່ໃຈວ່າບັນດາທະນາຄານຕ່າງໆ ມີການອະນຸມັດເງິນກູ້ສຳຫັລບການລົງທຶນໃນຕະຫລາດຫຸ້ນຫລື ບໍ່?5. ການສຶກສາກ່ຽວກັບຕະຫລາດຫັລກຊັບ ຖືເປັນຄວາມບົກຜ່ອງຂອງລັດຖະບານເອງ, ມີແຜນແນ່ນອນແລ້ວວ່າ ຈະເປີດຕະຫລາດຫລັກຊັບ, ແຕ່ການສຶກສາພັດບໍ່ໄດ້ກະກຽມ, ມີແຕ່ສົງຄົນທີ່ຢູ່ໃນທີມບໍລິຫານໄປເຝິກອົບຮົມ, ສ່ວນວິທະຍາໄລ, ມະຫາວິທະຍາໄລ ແມ່ນບໍ່ໄດ້ລົງເລິກແຕ່ຢ່າງໃດ, ດັ່ງຈະເຫັນນັກສຶກສາຈົບປະລິນຍາຕີສາຍການເງິນ ຫລືໂທ ຍັງບໍ່ຮູ້ເລື່ອງຮູ້ນ.6. ໄລຍະເວລາ ແລະ ຮູບແບບການຊຶ້ຂາຍກໍ່ເປັນຂໍ້ຈຳກັດແກ່ນັກລົງທຶນ ເຊັ່ນ: ເປີດການຊື້ຂາຍ(ຈັບຄູ່ວັນລະ 2 ຄັ້ງ) ການຊຶ້ຂາຍແມ່ນຮູບແບບການປະມູນລາຄາ ຂອງຜູ້ຕ້ອງການຊຶ້ ແລະ ຕ້ອງການຂາຍ.7. ຈຳນວນບໍລິສັດຈົດທະບຽນຍັງມີຫນ້ອຍ.ມີແຕ່ 2 ບໍລິສັດ ແລະ ກຳລັງຈະເຂົ້າມາອີກ ຈຳນວນນຶ່່ງຕື່ມ.8. ນັກລົງທຶນສ່ວນຫລາຍແມ່ນ ບໍ່ແມ່ນນັກເກງກຳໄລ ສ່ວນຫລາຍແມ່ນຖືໄວ້ໄລຍະຍາວ ໂດຍສະເພາະຮູ້ນ ຂອງ ໄຟຟ້າລາວ ມະຫາຊົນ, ເຖິງວ່າຈະມີການຊຶ້້ຂາຍເກງກຳໄລແຕ່ກໍ່ເປັນໄປແບບ ເບົາບາງ ແລະກໍ່ເປັນໄປຕາມກົນໄກ ຂອງຕະຫລາດ, ແລະ ທີ່ສັງເກດອີກດ້ານນຶ່ງຄື ນັກລົງທຶນບໍ່ຄ່ອຍສົນໃຈນຳບົດວິເຄາະ ແລະ ບົດລາຍງານຕ່າງໆ, ສ່ວນຫລາຍມີແຕ່ເບິ່ງຂໍ້ມູນການປ່ຽນແປງລາຄາຜ່ານມາ ເພື່ອກຳນົດລາຄາ ຊື້ຂາຍ, ສັງເກດໄດ້ຈາກ ບົດລາຍງານຜົນໄດ້ຮັບຂອງ ທັງສອງບໍລິສັດເຖິງວ່າຈະມີຜົນປະກອບການທີ່ດີ ແຕ່ລາຄາຮູ້ນພັດຄືເກົ່າ ຫລື ຫລຸດລົງຊໍ້າ.9. ບັນດາບໍລິສັດຕ່າງໆໃນລາວ ຍັງຂາດມາດຕະຖານດ້ານການບໍລິຫານຈັດການທີ່ມີປະສິດທິພາບ ຈຶ່ງຍັງບໍ່ສາມາດເຂົ້າໄປຈົດທະບຽນໄດ້, ນີ້ກໍ່ເປັນຂໍ້ບົກຜ່ອງຂອງພາກລັດເຊັ່ນກັນທີ່ຕ້ອງໄດ້ຖອດຖອນບົດຮຽນ, ດັ່ງທີ່ກ່າວໄວ້ວ່າບໍ່ມີການວາງແຜນແລະເປົ້າຫມາຍລະອຽດ, ຄິດຢາກເປີດກໍ່ເລັ່ງປຸກອາຄານ, ສ້າງນິກຳ ແລະ ບຸກຄະລາກອນ ເທົ່ານັ້ນ ສ່ວນໂຄງສ້າງອື່ນທີ່ສຳຄັນພັດເຮັດບໍ່ໄດ້ ເຊັ່ນ ບໍລິສັດທີ່ຈະຈົດທະບຽນເຂົ້າໃນຕະຫລາດຫັລກຊັບ, ສຳຫລັບຂ້າພະເຈົ້າແລ້ວ ຄວນຕ້ອງມີເຖິງ 10 ບໍລິສັດ ໃນມື້ເປີດ ຄື: ຈາກລັດວິສາຫະກິດ 5 ແລະ ເອກະຊົນ ອີກ 5 ບໍລິສັດຈຶ່ງຈະເປີດ ມັນຈັ່ງຊິສົມນ້ຳສົມເນຶ້ອ, ອັນນີ້ ເປີດມາຊິໄດ້ປີແລ້ວ ກະຍັງມີແຕ່ 2 ບໍລິສັດ.ເອົາລະ ພໍຫອມປາກຫອມຄຳ. ສ່ວນທ່ານທີ່ກຳລັງສົງໃສວ່າຈະໄປຫລອດຫລືບໍ່ຫລອດນັ້ນ ບໍ່ຕ້ອງເປັນຫ່ວງ ໂປຣດຕິດຕາມຕອນຕໍ່ໄປ, ທຸກໆປະເທດທີ່ເປີດໃຫມ່ກໍ່ເປັນຄືກັນນີ້ແຫລະ, ຂໍເວລາໃຫ້ຄະນະຮັບຜິດຊອບເພີ່ນໃຫ້ເຕັມທີ່ກ່ອນ. ແນວໃດກໍ່ຕາມຂໍເປັນກຳລັງໃຈໃຫ້, ຍັງດີທີ່ມີແລ້ວເລື່ອງອື່ນຈິ່ງຄ່ອຍເຮັດໄປຕາມຂັ້ນຕອນ ເນາະ ເປັນພຽງຂໍ້ຄິດເຫັນສ່ວນຕົວກະລຸນາໃຊ້ວິຈາລະນະຍານໃນການ ບໍລິໂພກຂໍ້ມູນ.
ຂໍອະນຸຍາດເພີ່ມເຕີມ: ທັດສະນະຂອງຄົນລາວທົ່ວໄປກ່ຽວກັບຕະຫລາດຫລັກຊັບໃນປະຈຸບັນ ຖ້າທຽບໃສ່ກິລາ ກໍ່ຄົງທຽບໄດ້ກັບກິລາ ກັອຟ,
ຫລາຍຄົນຄິດວ່າກິລາກັອຟ ເປັນກິລາຂອງຄົນລວຍ ແຕ່ຄວາມຈິງໃຜກໍ່ຫລີ້ນໄດ້ ຖ້າມີອຸປະກອນ(ຖ້າບໍ່ມີກໍ່ເຊົ່າເອົາ) ແລະ ມີເງິນພໍຈ່າຍຄ່າທຳນຽມສະຫນາມ ແລະ ທີ່ຂາດບໍ່ໄດ້ກໍ່ຕ້ອງມີການສ້ອມແດ່ຈັກຫນ້ອຍນຶ່ງ ຂໍເນ້ນຫນ້ອຍດຽວເທົ່ານັ້ນລະ(ຕີໃຫ້ຖືກລູກກ່ອນເປັນສຳຄັນ).
ເພາະຂ້າພະເຈົ້າກໍ່ເຄີຍຄິດແບບນີ້ຄືກັນ, ແຕ່ພໍໄດ້ຫລີ້ນແລ້ວ ມັນກໍ່ບໍ່ມີຄວາມແຕກຕ່າງຫຍັງກັບຕີຫມາກບູ່ນ
ຄົນທີ່ຫລີ້ນກັອຟເຂົາຈະຄິດວ່າ ມັນເປັນກິລາທຳມະດາຊະນິດນຶ່ງ ແຕ່ຄົນບໍ່ຫລີ້ນນັ້ນແຫລະດັນໄປ ຍົກມັນຂຶ້ນ ແລ້ວ ດັນຕົນເອງລົງ ວ່າບໍ່ເຫມາະກັບຕົນເອງ ຫາວ່າກິລາກັອຟ ເປັນກິລາທີ່ສູງສົ່ງໂດຍທີ່ບໍ່ທັນໄດ້ລອງ.
ການປຽບທຽບນີ້ຂໍມອບເປັນໂຈດແກ່ຜູ້ບໍລິຫານຕະຫລາດຫລັກຊັບລາວ ເດີ, ທ່ານຕ້ອງເອົາຊະນະທັດສະນະຄະຕິແບບນີ້ອອກຈາກປະຊາຊົນລາວ ຜູ້ເຊີ່ງຈະກາຍເປັນນັກລົງທຶນຂອງທ່ານໃນອະນາຄົດ.
konlaoderm wrote:ຄວນຈະໃຫ້ນັກວິຊາກການລຸ້ນໃໝ່ຮຽນຮູ້ກ່ຽວກັບຫຼັກການລົງທຶນຢ່າງຈິງຈັງ ຈື່ງຈະມີຄວາມຈະເລີນກ້າວໜ້າທາງດ້ານການຫຼີ້ນຫຸ້ນ ເນື່ອງຈາກຫຼາຍຄົນຍັງບໍ່ມີຄວາເຂົ້າໃຈທາງດ້ານຫຼັກຊັບຫຼາຍ ຈັ່ງເປັນແບບນີ້
ຄວນຈະໃຫ້ນັກວິຊາກການລຸ້ນໃໝ່ຮຽນຮູ້ກ່ຽວກັບຫຼັກການລົງທຶນຢ່າງຈິງຈັງ ຈື່ງຈະມີຄວາມຈະເລີນກ້າວໜ້າທາງດ້ານການຫຼີ້ນຫຸ້ນ ເນື່ອງຈາກຫຼາຍຄົນຍັງບໍ່ມີຄວາເຂົ້າໃຈທາງດ້ານຫຼັກຊັບຫຼາຍ ຈັ່ງເປັນແບບນີ້
ເວົ້າບໍ່ທັນຮອດ ສອງວັນ, ມີແຈ້ງການອອກມາວ່າ ຕັ້ງແຕ່ວັນທີ່ 10-10-2011 ຕະຫລາດຫລັກຊັບລາວຈະໄດ້ເປີດໃຫ້ມີການຊື້ຂາຍ ຈາກ 2 ຄັ້ນຕໍ່ວັນ ເປັນ 6 ຄັ້ງຕໍ່ວັນ.
http://www.lsx.com.la/info/notice/listPosts.do?lang=en