ທ່ານ ລີຕູ ບົວປາວ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະກິລາຖະແຫຼງຍອມຮັບວ່າ ສົກຮຽນປະຈໍາປີ 2011-2012 ທີ່ໄດ້ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 1 ກັນຍານີ້ ກໍຍັງປະກົດວ່າ ໂຮງຮຽນທີ່ຢູ່ໃນເຂດຊົນນະບົດຂອງລາວນັ້ນ ຍັງຄົງຕ້ອງປະເຊີນໜ້າກັບບັນຫາຂາດແຄນບຸກຄະລາກອນຄູ ຕໍ່ໄປ ເຖິງແມ່ນວ່າລັດຖະບານລາວຈະອະນຸມັດໃຫ້ເພີ່ມຈໍານວນຄູໄດ້ເຖິງ 9,600 ຄົນກໍຕາມ ຫາກແຕ່ກໍມີຄູພຽງສ່ວນໜ້ອຍ ທີ່ໄດ້ສະໝັກໃຈປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດ.
ສາເຫດທີ່ຄູສ່ວນໃຫຍ່ບໍ່ຢາກໄປປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດນັ້ນກໍເພາະວ່າ ບໍ່ຢາກໃຊ້ຊີວິດຢ່າງລໍາບາກ ແລະ ທີ່ສໍາຄັນອີກປະການນຶ່ງກໍຄື ຄູໃນເຂດຊົນນະບົດ ຍັງໄດ້ຮັບເງິນເດືອນບໍ່ຕົງຕາມກໍານົດເວລາອີກດ້ວຍ. ໃນຂະນະທີ່ຄູໃນເຂດຕົວເມືອງນັ້ນ ມີທັງຄວາມສະດວກສະບາຍໃນການໃຊ້ຊີວິດ ແລະໄດ້ຮັບເງິນເດືອນຕາມກໍານົດເວລາໂດຍຜ່ານລະບົບທະນາຄານອີກດ້ວຍ. ດ້ວຍສະພາບການທີ່ເປັນຢູ່ນີ້ ຈຶ່ງເຮັດໃຫ້ເຂດຕົວເມືອງມີຈໍານວນຄູເກີນລະດັບຄວາມຕ້ອງການ, ໃນຂະນະທີ່ຄູແຕ່ລະຄົນທີ່ຢູ່ເຂດຊົນະບົດນັ້ນ ກັບຕ້ອງຮັບພາລະໃນການສອນນັກຮຽນເຖິງ 70 ຄົນ ຫຼື 2 ຫ້ອງ ຮຽນເປັນຢ່າງໜ້ອຍ.
ທັງນີ້ ໃນປັດຈຸບັນຢູ່ທົ່ວປະເທດລາວ ມີຈຳນວນຄູທັງໝົດຫຼາຍກ່ວາ 63,000 ຄົນ ເຊິ່ງໃນນີ້ກໍມີຢູ່ປະມານ 37,000 ຄົນ ທີ່ເປັນຄູໃນໂຮງຮຽນຂອງລັດຖະບານ. ສ່ວນທີ່ເຫຼືອ ກໍເປັນຄູຕາມສະຖານສຶກສາຂອງພາກເອກະຊົນ ໂດຍສ່ວນໃຫຍ່ກໍຄືບັນດາຄູ ທີ່ບໍ່ຍອມໄປປະຈໍາ ຢູ່ໂຮງຮຽນຂອງລັດຖະບານໃນເຂດຊົນນະບົດນັ້ນເອງ.
ແຕ່ຢ່າງໃດກໍຕາມ ທ່ານພັນຄໍາ ວິພາວັນ ລັດຖະມົນຕີແລະເລຂາພັກກະຊວງສຶກສາ ແລະກິລາ ຖະແຫລງຢືນຢັນວ່າ ເປົ້າໝາຍສໍາຄັນຂອງແຜນຍຸດທະສາດ ການປະຕິຮູບການສຶກສາແຫ່ງຊາດ ຈາກປັດຈຸບັນເຖິງປີ 2015 ກໍຄືການຂະຫຍາຍໂອກາດທາງດ້ານການສຶກສາ ເພື່ອຄົນລາວທຸກຄົນ ໂດຍສະເພາະແມ່ນການຂະຫຍາຍໂອກາດດ້ານການສຶກສາ ໄປສູ່ເຂດຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ໃນທົ່ວປະເທດ ລວມທັງຍັງຈະພັດທະນາການສຶກສາໃນລາວໃຫ້ມີຄຸນນະພາບທີ່ໄດ້ມາດຕະຖານດຽວກັນ ກັບປະເທດສະມາຊິກໃນກຸ່ມອາຊ່ຽນນໍາກັນອີກດ້ວຍ.
ສໍາລັບການຈັດຕັ້ງປະຕິບັດ ໃນພາກຕົວຈິງ ທີ່ຈະເຮັດໃຫ້ທາງການລາວ ສາມາດບັນລຸເປົ້າໝາຍ ທີ່ວາງໄວ້ດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ທ່ານພັນຄໍາ ກໍໄດ້ຖະແຫລງເນັ້ນຢໍ້າໃນຕອນນຶ່ງວ່າ:
“ຈະສືບຕໍ່ດໍາເນີນການປະຕິຮູບລະບົບການສຶກສາໄລຍະທີ 2 ຢ່າງເຖິງຖອງ ຮັບປະກັນ 3 ລັກສະນະການສຶກສາຂອງພັກຄື ລັກສະນະຊາດ, ລັກສະນະວິທະຍາສາດທັນສະໄໝ ແລະລັກ ສະນະມະຫາຊົນ, ຮັບປະກັນໃຫ້ໄດ້ຕາມ 5 ຫລັກມຸ້ງຂອງການສຶກສາຂອງພັກ ຄືຄຸນສົມບັດການສຶກສາ ປັນຍາສຶກສາ ສິນລະປະສຶກສາ ພະລະສຶກສາ ແລະແຮງງານສຶກສາ, ປະຕິບັດໃຫ້ໄດ້ວິໄສທັດທີ່ວ່າ ສ້າງຄູເພື່ອສ້າງຄົນ ແລະສ້າງຄົນເພື່ອສ້າງຊາດ.”
ເຖິງແມ່ນວ່າໃນປັດຈຸບັນນີ້ ລາວຈະມີໂຮງຮຽນປະຖົມຢູ່ເຖິງ 94% ຂອງຈໍານວນໝູ່ບ້ານທັງໝົດໃນທົ່ວປະເທດ ແລະໃນຂະນະດຽວກັນ ກໍເຮັດໃຫ້ 91.6% ຂອງເດັກນ້ອຍໃນໄວຮຽນທັງໝົດ ມີໂອກາດໄດ້ຮຽນໜັງສືໃນລະດັບປະຖົມ ແລະສ່ວນ 68% ກໍໄດ້ຮຽນຈົນຈົບມັດທະຍົມຕົ້ນກໍຕາມ ຫາກແຕ່ວ່າໂອກາດໃນການໄດ້ຮຽນລະດັບມັດທະຍົມປາຍ ແລະລະດັບປະລິນຍາຕີນັ້ນ ກໍຍັງຄົງມີອັດຕາສະເລ່ຍທີ່ຕໍ່າຫລາຍ ໂດຍສະເພາະແມ່ນໃນລະດັບປລິນຍາຕີນັ້ນ ມີຄົນລາວບໍ່ເຖິງ 1% ຂອງປະຊາກອນລາວໃນທົ່ວປະເທດ ທີ່ມີໂອກາດໄດ້ຮຽນກັບທັງຍັງປາກົດວ່າ ມີຄຸນນະພາບການສຶກສາໃນລະດັບທີ່ຕໍ່າອີກດ້ວຍ. ເຖິງແມ່ນວ່າໃນປັດຈະບັນນີ້ ລັດຖະບານລາວຈະປະກາດລົບລ້າງການບໍ່ຮູ້ໜັງສືຂອງປະຊາຊົນລາວ ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປໄດ້ຢ່າງສິ້ນເຊີງແລ້ວໃນ 94 ເມືອງ ຈາກທັງໝົດ 143 ເມືອງ ທົ່ວປະເທດກໍຕາມ.
ຍຸກສະໄໝປັດຈຸບັນນີ້ບໍ່ຕ່າງຫຍັງກັບກ່ອນໜ້ານີ້ໄດ້ສາມສິບກ່ວາປີຜ່ານມາກໍຍັງບໍ່ມີໃຜທີ່ມີຄວາມຮູ້ຄວາມສາມາດ ຢາກອາສາສະໝັກໃຈເຂົ້າບຳລຸງໂອບຮົມເປັນນາຍຄຣູ ເຫດຜົນກໍ່ຍອ້ນວ່າປາກທອ້ງມັນຫິວ ຄວາມຕ້ອງການກໍ່ນັບມື້ນັບຫຼາຍຂື້ນ
ອາໃສແຕ່ເງິນເດືອນກິນກະບໍ່ກຸ້ມ ຊ້ຳບໍ່ໜຳການເບີກຈ່ຍເງີນເດືອນກໍ່ບໍ່ທັນເວລາ ແລ້ວຍັງຈະຊຸກຍູ້ກັນໃຫ້ເປັນຄຣູບ້ານນອກອີກ ໃຜລະຢາກເປັນ? ອັນນີ້ລະຄືຈຸດອ່ອນຂອງລັດຖະບານລາວເຮົາຕັ້ງແຕ່ໃດມາບໍ່ຫຼຽວມອງເຫັນຄວາມສຳຄັນຂອງ
ອາຊີບນີ້ ຂພຈ ຂໍໂທດນຳ ຫາກໄດ້ເວົ້າຄວາມຈິງເກີນໄປເພາະຂພຈເອງກໍ່ເຄີຍໄດ້ຜ່ານອາຊີບນີ້ເໝືອນກັນ. ຖ້າເຮົາເບີ່ງປະເທດເພື່ອນບ້ານແລ້ວເຂົາບໍ່ພຽງແຕ່ນັບຖືໃຫ້ກຽດແກ່ຜູ້ເປັນຄຣູເທົ່ານັ້ນ ເຂົາຍັງຍົກສູງຖືສຳຄັນກ່ວາອາ ຊີບອື່ນໃດ ເພາະເຮັດແນວໃດລູກຫຼານຈະສະຫຼາດ ປະເທດຊາດຈະ ຈະເລີນກ້າວໜ້າໄວເທົ່າທັນກັບປະເທດເຂົາໄດ້. ຂໍໃຫ້
ບັນດາທ່ານທັງຫຼາຍລອງເກັບເອົາໄປຄິດເບີ່ງວ່າ ຂພຈ ເວົ້າມາມີເຫດຜົນບໍ່?
Anonymous wrote:ຍຸກສະໄໝປັດຈຸບັນນີ້ບໍ່ຕ່າງຫຍັງກັບກ່ອນໜ້ານີ້ໄດ້ສາມສິບກ່ວາປີຜ່ານມາກໍຍັງບໍ່ມີໃຜທີ່ມີຄວາມຮູ້ຄວາມສາມາດ ຢາກອາສາສະໝັກໃຈເຂົ້າບຳລຸງໂອບຮົມເປັນນາຍຄຣູ ເຫດຜົນກໍ່ຍອ້ນວ່າປາກທອ້ງມັນຫິວ ຄວາມຕ້ອງການກໍ່ນັບມື້ນັບຫຼາຍຂື້ນອາໃສແຕ່ເງິນເດືອນກິນກະບໍ່ກຸ້ມ ຊ້ຳບໍ່ໜຳການເບີກຈ່ຍເງີນເດືອນກໍ່ບໍ່ທັນເວລາ ແລ້ວຍັງຈະຊຸກຍູ້ກັນໃຫ້ເປັນຄຣູບ້ານນອກອີກ ໃຜລະຢາກເປັນ? ອັນນີ້ລະຄືຈຸດອ່ອນຂອງລັດຖະບານລາວເຮົາຕັ້ງແຕ່ໃດມາບໍ່ຫຼຽວມອງເຫັນຄວາມສຳຄັນຂອງອາຊີບນີ້ ຂພຈ ຂໍໂທດນຳ ຫາກໄດ້ເວົ້າຄວາມຈິງເກີນໄປເພາະຂພຈເອງກໍ່ເຄີຍໄດ້ຜ່ານອາຊີບນີ້ເໝືອນກັນ. ຖ້າເຮົາເບີ່ງປະເທດເພື່ອນບ້ານແລ້ວເຂົາບໍ່ພຽງແຕ່ນັບຖືໃຫ້ກຽດແກ່ຜູ້ເປັນຄຣູເທົ່ານັ້ນ ເຂົາຍັງຍົກສູງຖືສຳຄັນກ່ວາອາ ຊີບອື່ນໃດ ເພາະເຮັດແນວໃດລູກຫຼານຈະສະຫຼາດ ປະເທດຊາດຈະ ຈະເລີນກ້າວໜ້າໄວເທົ່າທັນກັບປະເທດເຂົາໄດ້. ຂໍໃຫ້ບັນດາທ່ານທັງຫຼາຍລອງເກັບເອົາໄປຄິດເບີ່ງວ່າ ຂພຈ ເວົ້າມາມີເຫດຜົນບໍ່?
you're RIGHT, absolutly RIGHT!!!
ຄູຢູ່ເມກາສອນຫລາຍແຕ່ໄດ້ເງິນນ້ອຍ. ຢາກຮູ້ລາຍລະອຽດກົດອ່ານໄດ້ເລີຍ
ແມ່ນຄວາມທີ່ທ່ານວ່ານັ້ນແຫຼະ
ສາມັນຊົນ
ໃຜວ່າອາຊີບຄູຕໍ່າຕ້ອຍ ຂາດເຂີນ ຄິດຜິດບໍ່ແມ່ນສະເໝີໄປຖ້າຄູຜູ້ນັ້ນຮັກອາຊີບຕົນເອງ ຮູ້ຈັກໝູນໃຊ້ຄວາມຮູ້ມາຫາເງີນບໍ່ມີທຸກດອກໂດຍສະເພາະໃນຕົວເມືອງໃຫ່ຍພວກອາຈານ ສອນມັດທະຍົມ ແລະມະຫາວິທະຍາໄລ ມີລາຍໄດ້ເປັນກອບເປັນກຳມີໜ້າມີຕາລູກສິດ ລູກຫາເຕັມບ້ານເຕັມເມືອງ ຍົກຕົວຢ່າງ: ອາຈານສອນເລກຢູ່ ມສ ວຽງຈັນ ຮັບສອນພິເສດ 5ແສນກີບ/ຄົນ/ເດືອນ ມີນັກຮຽນຢ່າງໜ້ອຍ 20 ຫາ 30ຄົນ ຄູນເອົາເອງປີນຶ່ງໄດ້ເທົ່າໃດ, ສ່ວນທຸລະກິດຂະແໜງການສຶກສາບໍ່ເຫັນໂຮງຮຽນເອກະຊົນບ່ອນໃດເຈັ້ງກົງກັນຂ້າມມີເພີ້ມຂຶ້ນ ມາດຕະຖານສູງຂຶ້ນໂຮງຮຽນແຕ່ລະແຫ່ງລົງທຶນເປັນເກືອບ100ລ້ານໂດລາ ຖ້າບໍ່ມີກຳໄລຄິດວ່າກິດຈະການດ້ານນີ້ບໍ່ຂະຫຍາຍຕົວໄວປານນີ້ດອກ. ສ່ວນຄູຈົບໃໝ່ ແນ່ນອນແຫຼະກໍ່ຕ້ອງໄປເອົາປະສົບການກ່ອນເດັກນ້ອຍສະໄໝນີ້ຄິດແຕ່ເລື້ອງເງີນຫຼາຍໂພດເຮັດການປີດຽວຊີ່ໃຫ້ໄດ້ຄືຜູ້ອາວຸໂສ
ອາຊີບຄຣູເປັນອາຊີບທີ່ມີກຽດສະງ່າງາມແລະຫນ້າຍົກຍ້ອງສັນລະເສີນຈາກຄົນໃນສັງຄົມ ແຕ່
ຄົນສ່ວນຫລາຍບໍ່ຢາກຍຶດອາຊີບນີ້ຍ້ອນນະໂຍບາຍສົ່ງເສີມການສຶກສາຍັງບໍ່ທັນເຮັດໄດ້ດີຕາມ
ທີ່ຄວນ. ຢູ່ໃນຕົວເມືອງໃຫຍ່ ຄຣູ-ອາຈານສອນທໍາມະຊາດແລະອາຈານພາສາ ອາດຈະມີສ່ອງ
ທາງຫາເງິນນອກເວລາຄືທ່ານເວົ້າມາຫັ້ນລະ ແຕ່ຄຣູ-ອາຈານຢູ່ຕາມຕົວເມືອງນ້ອຍທີ່ບໍ່ມີໂຮງ
ຮຽນເອກະຊົນປົ່ງຂຶ້ນຄືຫນໍ່ໄມ້ເດ໋ຊັ້ນຈະມີລາຍໄດ້ພິເສດຈາກໃສ? ຄຣູອາສາສະຫມັກຢູ່ຊົນນະ
ບົດບໍ່ໄດ້ຮັບເງິນໄຕຣມາດເປັນປົກກະດີ ຖ້າຊາວບ້ານບໍ່ລ້ຽງເກືອກໍ່ຕ້ອງໄດ້ລົງທ່າຫາປູຫາປາກິນ
ເອງ, ສະນັ້ນ ນັກຮຽນສ່ວນຫລາຍຈຶ່ງຫັນຄວາມສົນໃຈໄປຮຽນວິຊາອື່ນທີ່ໄດ້ເງິນເດືອນຫລາຍ
ແລະໄວກ່ວາ. ຂ້ອຍຢາກສະເໜີໃຫ້ເພິ່ນມີນະໂຍບາຍພິເສເສໍາລັບຄຣູ-ອາຈານ ເຊັ່ນວ່າ: ເວລາ
ຂຶ້ນລົດລົງເຮືອໃຫ້ເຂົາເຈົ້າເສັຽເຄິ່ງຄ່າ, ຫລຸດລາຄາເຄື່ອງອຸປະໂພກແລະບໍລິໂພກປະມານ 30%, ບໍ່ໃຫ້ເສັຽຄ່ານໍ້າຄ່າໄຟ ຄືປະເທດໄກ້ຄຽງເຂົາເຮັດຫັ້ນນະ.
Anonymous wrote:ອາຊີບຄຣູເປັນອາຊີບທີ່ມີກຽດສະງ່າງາມແລະຫນ້າຍົກຍ້ອງສັນລະເສີນຈາກຄົນໃນສັງຄົມ ແຕ່ຄົນສ່ວນຫລາຍບໍ່ຢາກຍຶດອາຊີບນີ້ຍ້ອນນະໂຍບາຍສົ່ງເສີມການສຶກສາຍັງບໍ່ທັນເຮັດໄດ້ດີຕາມທີ່ຄວນ. ຢູ່ໃນຕົວເມືອງໃຫຍ່ ຄຣູ-ອາຈານສອນທໍາມະຊາດແລະອາຈານພາສາ ອາດຈະມີສ່ອງທາງຫາເງິນນອກເວລາຄືທ່ານເວົ້າມາຫັ້ນລະ ແຕ່ຄຣູ-ອາຈານຢູ່ຕາມຕົວເມືອງນ້ອຍທີ່ບໍ່ມີໂຮງຮຽນເອກະຊົນປົ່ງຂຶ້ນຄືຫນໍ່ໄມ້ເດ໋ຊັ້ນຈະມີລາຍໄດ້ພິເສດຈາກໃສ? ຄຣູອາສາສະຫມັກຢູ່ຊົນນະບົດບໍ່ໄດ້ຮັບເງິນໄຕຣມາດເປັນປົກກະດີ ຖ້າຊາວບ້ານບໍ່ລ້ຽງເກືອກໍ່ຕ້ອງໄດ້ລົງທ່າຫາປູຫາປາກິນເອງ, ສະນັ້ນ ນັກຮຽນສ່ວນຫລາຍຈຶ່ງຫັນຄວາມສົນໃຈໄປຮຽນວິຊາອື່ນທີ່ໄດ້ເງິນເດືອນຫລາຍແລະໄວກ່ວາ. ຂ້ອຍຢາກສະເໜີໃຫ້ເພິ່ນມີນະໂຍບາຍພິເສເສໍາລັບຄຣູ-ອາຈານ ເຊັ່ນວ່າ: ເວລາຂຶ້ນລົດລົງເຮືອໃຫ້ເຂົາເຈົ້າເສັຽເຄິ່ງຄ່າ, ຫລຸດລາຄາເຄື່ອງອຸປະໂພກແລະບໍລິໂພກປະມານ 30%, ບໍ່ໃຫ້ເສັຽຄ່ານໍ້າຄ່າໄຟ ຄືປະເທດໄກ້ຄຽງເຂົາເຮັດຫັ້ນນະ.
ປະເທດໃດທ່ານຄືຊີ່ແມ່ນໄທເນາະເຈົ້າຊີ່ໄປເພີ້ຝັນນຳເຂົາເຮັດຫັຍງມັນແມ່ນນະໂຍບາຍພັກການເມືອງເຂົາຫາສຽງຊື່ໆເຫັນບໍ່ພັກໃໝ່ມາສັ່ງຍົກເລີກແລ້ວເດມັນບໍ່ຢັ້ງຢືນດອກ ອີກຢ່າງນຶ່ງຂໍໃຫ້ເຂົ້າໃຈວ່າ ສປປລາວ ແມ່ນປະເທດດ້ອຍພັດທະນາຍັງຂາດໆເຂີນໆຢູ່ຢ່າໄປສົມທຽບກັບປະເທດທີ່ຈະເລີນແລ້ວ ການຈະເສຍເຄິ່ງຄ່າ ຫຼື ລຸດ30% ເຮັດໄດ້ຖ້າປະລະບົບບໍລິຫານເກື້ອກູນ(ລະບົບເສດຖະກິດແບບສັງຄົມນິຍົມ)ເພາະລັດ ເປັນເຈົ້ງຂອງທັງໝົດ ແຕ່ວ່າ ສປປ ລາວ ໄດ້ນຳໃຊ້ລະບົບເສດຖະກິດຕະລາດ(ລະບົບທີ່ປະເທດຕາເວັນຕົກໃຊ້ກັນໃນທຸກມື້ນີ້) ເຈົ້າຂອງກິດຈະການ95%ເປັນເອກະຊົນເຮັດໄດ້ຢາກ.
ເປັນຄູ ມີແຕ່ຄົນຢຽບ ຄັນເປັນ ຄຣູ ກະຊິໄຄແດ່. ຊັງພວກຜູ່ສາວມັກເວົ້າວາ: ເອົາຜົວຄຣູ ລ້ຽງໝູດີກວ່າ.
ຫາກພັກລັດ ເພິ່ນເຫັນຄວາມສັມຄັນຂອງການສຶກສາເພິ່ນກະສົ່ງເສີມອາຊີບຄຣູແລ້ວ ອັນນີ້ຕັ້ງສາມສິບກວ່າປີແລ້ວ ອາຊີບຄຣູກະຍັງຄືເກົ່າ ໂດຍສເພາະຄຣູຕາມເຂດຊົນນະບົດ ກະຍັງໄດ້ຮັບເງິນເດືອນບໍ່ປົກກະຕິຢູ່ຄືເກົ່າ. ຊໍ້າບໍ່ພໍເງີນເດືອນຍັງຖືກຕັດອີກເດືອນນຶ່ງສເລັ່ຍ ປະມານຊາວເປີເຊັນ ໂດຍອ້າງວ່າຄ່ານັ້ນຄ່ານີ້ ຢູ່ຕລອດ ໂດຍສເພາະ ແມ່ນແຂວງຈໍາປາສັກ. ຊາຂອ້ຍນີ້ຄຶດວ່າລັດຖະບານຕັ້ງແກ້ງດຶງໃຫ້ການສຶກສາຕໍ່າ ເພຶ່ອວ່າຈະໄດ້ເຮັດໃຫ້ຄົນລາວມີຄວາມ ຮູ້ນ້ອຍ ຊຶ່ງເປັນຜົນດີ ຕໍ່ການປົກຄອງຂອງເພິ່ນ. ຖ້າເພິ່ນຢາກສົ່ງເສີມໃຫ້ຄົນມີຄວາມກະຕືລືລົ້ນ ຢາກເປັນຄຣູ ໂດຍສເພາະເຂດຊົນນະບົດ ເພິ່ນກໍຄວນໃຫ້ສິດພິເສດເຖິງເງິນເດືອນນ້ອຍກໍຄວນໃຫ່ຄ່າ ຊົດເຊີຍທາງອື່ນ ເຊັ່ນວ່າສຖານທີ່ ທໍາມາຫາກີນ, ທີ່ຢູ່ອາສັຍເປັນຕົ້ນ. ຕົວຢ່າງ ໃຫ້ທີ່ດິນສໍາລັບເຮັດກະສິກໍາຄຣູບ້ານນອກຄົນລະ ສອງເຮັກຕາດັ່ງນີ້ ເພາະທີ່ດິນເຮົາກໍຍັງວ່າງຫຼາຍຢູ່. ຫາກເພິ່ນເຮັດດັ່ງນີ້ເຊື່ອວ່າ ຈະມີຄົນທີ່ຈົບ ຈາກຄຣູ ຈະສມັກໄປຢູ່ຊົນນະບົດເພີ່ມຂື້ນແນ່ນອນ. ຂໍຈົບ ຈາກຄຣູບ້ານນອກ
Anonymous wrote:ເປັນຄູ ມີແຕ່ຄົນຢຽບ ຄັນເປັນ ຄຣູ ກະຊິໄຄແດ່. ຊັງພວກຜູ່ສາວມັກເວົ້າວາ: ເອົາຜົວຄຣູ ລ້ຽງໝູດີກວ່າ.ຫາກພັກລັດ ເພິ່ນເຫັນຄວາມສັມຄັນຂອງການສຶກສາເພິ່ນກະສົ່ງເສີມອາຊີບຄຣູແລ້ວ ອັນນີ້ຕັ້ງສາມສິບກວ່າປີແລ້ວ ອາຊີບຄຣູກະຍັງຄືເກົ່າ ໂດຍສເພາະຄຣູຕາມເຂດຊົນນະບົດ ກະຍັງໄດ້ຮັບເງິນເດືອນບໍ່ປົກກະຕິຢູ່ຄືເກົ່າ. ຊໍ້າບໍ່ພໍເງີນເດືອນຍັງຖືກຕັດອີກເດືອນນຶ່ງສເລັ່ຍ ປະມານຊາວເປີເຊັນ ໂດຍອ້າງວ່າຄ່ານັ້ນຄ່ານີ້ ຢູ່ຕລອດ ໂດຍສເພາະ ແມ່ນແຂວງຈໍາປາສັກ. ຊາຂອ້ຍນີ້ຄຶດວ່າລັດຖະບານຕັ້ງແກ້ງດຶງໃຫ້ການສຶກສາຕໍ່າ ເພຶ່ອວ່າຈະໄດ້ເຮັດໃຫ້ຄົນລາວມີຄວາມ ຮູ້ນ້ອຍ ຊຶ່ງເປັນຜົນດີ ຕໍ່ການປົກຄອງຂອງເພິ່ນ. ຖ້າເພິ່ນຢາກສົ່ງເສີມໃຫ້ຄົນມີຄວາມກະຕືລືລົ້ນ ຢາກເປັນຄຣູ ໂດຍສເພາະເຂດຊົນນະບົດ ເພິ່ນກໍຄວນໃຫ້ສິດພິເສດເຖິງເງິນເດືອນນ້ອຍກໍຄວນໃຫ່ຄ່າ ຊົດເຊີຍທາງອື່ນ ເຊັ່ນວ່າສຖານທີ່ ທໍາມາຫາກີນ, ທີ່ຢູ່ອາສັຍເປັນຕົ້ນ. ຕົວຢ່າງ ໃຫ້ທີ່ດິນສໍາລັບເຮັດກະສິກໍາຄຣູບ້ານນອກຄົນລະ ສອງເຮັກຕາດັ່ງນີ້ ເພາະທີ່ດິນເຮົາກໍຍັງວ່າງຫຼາຍຢູ່. ຫາກເພິ່ນເຮັດດັ່ງນີ້ເຊື່ອວ່າ ຈະມີຄົນທີ່ຈົບ ຈາກຄຣູ ຈະສມັກໄປຢູ່ຊົນນະບົດເພີ່ມຂື້ນແນ່ນອນ. ຂໍຈົບ ຈາກຄຣູບ້ານນອກ
ຄົນໃຕ້ : ສະບາຍດີທ່ານ ຄຣູບ້ານນອກ ຂ້າພະເຈົ້າກໍເປັນຜູ້ຫນຶ່ງທີ່ຈົບວິຊາຄູແຕ່ບໍ່ໄດ້ສອນເພາະສະພາບຂອງສັງຄົມ ທີ່ເຮັດໄຫ້ຂ້າພະເຈົ້າຕ້ອງມີການປ່ຽນອາຊີບ. ແຕ່ຂ້າພະເຈົ້າກໍຍັງຮັກໃນອາຊີບທີ່ຮຽນຈົບມາ. ມັນຂຶ້ນກັບສະຖານະການແລະມຸມມອງຂອງແຕ່ລະຄົນຕົວອາວ. ຖ້າຫາກເອົາຜົວຄູແລະລ້ຽງຫມູນຳມັນກໍຄົງຈະດີເນາະ. ຂ້າພະເຈົ້າກໍເຄີຍເຫັນປະກົດການຫຍໍ້ທໍ້ຂອງການດຳລົງຊີວິດຂອງຄູໂດຍສະເພາະໃນເຂດຫ່າງໄກສອກຫຼີກ. ເງິນເດືອນກໍຫນ້ອຍແຖມຍັງບໍ່ໄດ້ຮັບເປັນປົກກະຕິ. ຄູທັງສອນແລະທັງຫາລ້ຽງຊີບໄປວັນໆແຕ່ຖ້າຄູໃນເມືອງໃຫຍ່ກໍ ຂ້ອນຂ້າງອ່າວໄຄແດ່ພໍໄດ້ມີອາຊີບເສີມ. ເວົ້າແບບນີ້ຂ້າພະເຈົ້າບໍ່ໄດ້ຕິລັດຖະບານແຕ່ຢ່າງໃດ. ເພາະສະພາບແວດລ້ອມ,ຈຸດທີ່ຕັ້ງໂດຍສະເພາະ ເຂດພູດອຍ.ແຕ່ທັງນັ້ນທັງນີ້ກໍຂໍວິ່ງວອນໃຫ້ ລັດຖະບານແລະອຳນາດການປົກຄອງທ້ອງຖິ່ນຊ່ວຍສະຫນັບສະຫນູນຄູແດ່. ບໍ່ແມ່ນຊິພາກັນຂາຍແຕ່ໄມ້ຂະຍູງຈົນລືມຜູ້ທີ່ເປັນແມ່ພິມຂອງຊາດ.
Anonymous wrote:ທ່ານ ລີຕູ ບົວປາວ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະກິລາຖະແຫຼງຍອມຮັບວ່າ ສົກຮຽນປະຈໍາປີ 2011-2012 ທີ່ໄດ້ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 1 ກັນຍານີ້ ກໍຍັງປະກົດວ່າ ໂຮງຮຽນທີ່ຢູ່ໃນເຂດຊົນນະບົດຂອງລາວນັ້ນ ຍັງຄົງຕ້ອງປະເຊີນໜ້າກັບບັນຫາຂາດແຄນບຸກຄະລາກອນຄູ ຕໍ່ໄປ ເຖິງແມ່ນວ່າລັດຖະບານລາວຈະອະນຸມັດໃຫ້ເພີ່ມຈໍານວນຄູໄດ້ເຖິງ 9,600 ຄົນກໍຕາມ ຫາກແຕ່ກໍມີຄູພຽງສ່ວນໜ້ອຍ ທີ່ໄດ້ສະໝັກໃຈປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດ. ສາເຫດທີ່ຄູສ່ວນໃຫຍ່ບໍ່ຢາກໄປປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດນັ້ນກໍເພາະວ່າ ບໍ່ຢາກໃຊ້ຊີວິດຢ່າງລໍາບາກ ແລະ ທີ່ສໍາຄັນອີກປະການນຶ່ງກໍຄື ຄູໃນເຂດຊົນນະບົດ ຍັງໄດ້ຮັບເງິນເດືອນບໍ່ຕົງຕາມກໍານົດເວລາອີກດ້ວຍ. ໃນຂະນະທີ່ຄູໃນເຂດຕົວເມືອງນັ້ນ ມີທັງຄວາມສະດວກສະບາຍໃນການໃຊ້ຊີວິດ ແລະໄດ້ຮັບເງິນເດືອນຕາມກໍານົດເວລາໂດຍຜ່ານລະບົບທະນາຄານອີກດ້ວຍ. ດ້ວຍສະພາບການທີ່ເປັນຢູ່ນີ້ ຈຶ່ງເຮັດໃຫ້ເຂດຕົວເມືອງມີຈໍານວນຄູເກີນລະດັບຄວາມຕ້ອງການ, ໃນຂະນະທີ່ຄູແຕ່ລະຄົນທີ່ຢູ່ເຂດຊົນະບົດນັ້ນ ກັບຕ້ອງຮັບພາລະໃນການສອນນັກຮຽນເຖິງ 70 ຄົນ ຫຼື 2 ຫ້ອງ ຮຽນເປັນຢ່າງໜ້ອຍ.ທັງນີ້ ໃນປັດຈຸບັນຢູ່ທົ່ວປະເທດລາວ ມີຈຳນວນຄູທັງໝົດຫຼາຍກ່ວາ 63,000 ຄົນ ເຊິ່ງໃນນີ້ກໍມີຢູ່ປະມານ 37,000 ຄົນ ທີ່ເປັນຄູໃນໂຮງຮຽນຂອງລັດຖະບານ. ສ່ວນທີ່ເຫຼືອ ກໍເປັນຄູຕາມສະຖານສຶກສາຂອງພາກເອກະຊົນ ໂດຍສ່ວນໃຫຍ່ກໍຄືບັນດາຄູ ທີ່ບໍ່ຍອມໄປປະຈໍາ ຢູ່ໂຮງຮຽນຂອງລັດຖະບານໃນເຂດຊົນນະບົດນັ້ນເອງ.ແຕ່ຢ່າງໃດກໍຕາມ ທ່ານພັນຄໍາ ວິພາວັນ ລັດຖະມົນຕີແລະເລຂາພັກກະຊວງສຶກສາ ແລະກິລາ ຖະແຫລງຢືນຢັນວ່າ ເປົ້າໝາຍສໍາຄັນຂອງແຜນຍຸດທະສາດ ການປະຕິຮູບການສຶກສາແຫ່ງຊາດ ຈາກປັດຈຸບັນເຖິງປີ 2015 ກໍຄືການຂະຫຍາຍໂອກາດທາງດ້ານການສຶກສາ ເພື່ອຄົນລາວທຸກຄົນ ໂດຍສະເພາະແມ່ນການຂະຫຍາຍໂອກາດດ້ານການສຶກສາ ໄປສູ່ເຂດຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ໃນທົ່ວປະເທດ ລວມທັງຍັງຈະພັດທະນາການສຶກສາໃນລາວໃຫ້ມີຄຸນນະພາບທີ່ໄດ້ມາດຕະຖານດຽວກັນ ກັບປະເທດສະມາຊິກໃນກຸ່ມອາຊ່ຽນນໍາກັນອີກດ້ວຍ. Songrit Pongernກອງປະຊສໍາມະນາກ່ຽວກັບການສ້າງຄູ ທີ່ຈັດຂຶ້ນໃນເດືອນຕຸລາ ປີ 2010 ສໍາລັບການຈັດຕັ້ງປະຕິບັດ ໃນພາກຕົວຈິງ ທີ່ຈະເຮັດໃຫ້ທາງການລາວ ສາມາດບັນລຸເປົ້າໝາຍ ທີ່ວາງໄວ້ດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ທ່ານພັນຄໍາ ກໍໄດ້ຖະແຫລງເນັ້ນຢໍ້າໃນຕອນນຶ່ງວ່າ:“ຈະສືບຕໍ່ດໍາເນີນການປະຕິຮູບລະບົບການສຶກສາໄລຍະທີ 2 ຢ່າງເຖິງຖອງ ຮັບປະກັນ 3 ລັກສະນະການສຶກສາຂອງພັກຄື ລັກສະນະຊາດ, ລັກສະນະວິທະຍາສາດທັນສະໄໝ ແລະລັກ ສະນະມະຫາຊົນ, ຮັບປະກັນໃຫ້ໄດ້ຕາມ 5 ຫລັກມຸ້ງຂອງການສຶກສາຂອງພັກ ຄືຄຸນສົມບັດການສຶກສາ ປັນຍາສຶກສາ ສິນລະປະສຶກສາ ພະລະສຶກສາ ແລະແຮງງານສຶກສາ, ປະຕິບັດໃຫ້ໄດ້ວິໄສທັດທີ່ວ່າ ສ້າງຄູເພື່ອສ້າງຄົນ ແລະສ້າງຄົນເພື່ອສ້າງຊາດ.” ເຖິງແມ່ນວ່າໃນປັດຈຸບັນນີ້ ລາວຈະມີໂຮງຮຽນປະຖົມຢູ່ເຖິງ 94% ຂອງຈໍານວນໝູ່ບ້ານທັງໝົດໃນທົ່ວປະເທດ ແລະໃນຂະນະດຽວກັນ ກໍເຮັດໃຫ້ 91.6% ຂອງເດັກນ້ອຍໃນໄວຮຽນທັງໝົດ ມີໂອກາດໄດ້ຮຽນໜັງສືໃນລະດັບປະຖົມ ແລະສ່ວນ 68% ກໍໄດ້ຮຽນຈົນຈົບມັດທະຍົມຕົ້ນກໍຕາມ ຫາກແຕ່ວ່າໂອກາດໃນການໄດ້ຮຽນລະດັບມັດທະຍົມປາຍ ແລະລະດັບປະລິນຍາຕີນັ້ນ ກໍຍັງຄົງມີອັດຕາສະເລ່ຍທີ່ຕໍ່າຫລາຍ ໂດຍສະເພາະແມ່ນໃນລະດັບປລິນຍາຕີນັ້ນ ມີຄົນລາວບໍ່ເຖິງ 1% ຂອງປະຊາກອນລາວໃນທົ່ວປະເທດ ທີ່ມີໂອກາດໄດ້ຮຽນກັບທັງຍັງປາກົດວ່າ ມີຄຸນນະພາບການສຶກສາໃນລະດັບທີ່ຕໍ່າອີກດ້ວຍ. ເຖິງແມ່ນວ່າໃນປັດຈະບັນນີ້ ລັດຖະບານລາວຈະປະກາດລົບລ້າງການບໍ່ຮູ້ໜັງສືຂອງປະຊາຊົນລາວ ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປໄດ້ຢ່າງສິ້ນເຊີງແລ້ວໃນ 94 ເມືອງ ຈາກທັງໝົດ 143 ເມືອງ ທົ່ວປະເທດກໍຕາມ.
ອ່ານຫົວບົດແລ້ວຕົກອົກຕົກໃຈຢ່າງໃຫຍ່ ນຶກວ່າຢູ່ເມືອງລາວ ບໍ່ມີຄູຄົນລາວ ນຶກໄປທົ່ວທີບນຶກວ່າມີແຕ່ເຈັກ ແກວ ໄທ ຝຣັ່ງມາເປັນຄູສອນຄົນລາວແລ້ວ ຊັ້ນດອກ ຜູ້ຕັ້ງຫົວຂໍ້ກະທູ້ຈັ່ງແມ່ນເຊີ້ຊ້າ/ ອ່ານສາມຫຼົບຈຶ່ງຮູ້ວ່າຄູຂາດແຄນ /ຜູ້ຕອບກະທູ້ ກໍເຂົ້າມາຕອບກັນໜ້າຕາເສີຍ ບໍ່ທັກບໍ່ທ້ວງກັນຈັກດີ້ / ສາທຸ ຢ່າໃຫ້ຄົນຕັ້ງກະທູ້ ໄດ້ເປັນຄູນຳເຂົາເດີ ມັນຊິພານັກຮຽນໂລກເລ