Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນັກຮຽນຕິດໂທລະສັບ ຈະແກ້ໄຂແນວໃດ?
Anonymous

Date:
ນັກຮຽນຕິດໂທລະສັບ ຈະແກ້ໄຂແນວໃດ?


 


ຍຸກ​ແຫ່ງ​ໂລ­ກາ​ພິ​ວັດ​ການສື່­ສານ​ມີ​ຄວາມ​ຈຳ­ເປັນ​ຢ່າງ​ຍິ່ງໃຫຍ່​ໃນ​ທຸກໆ​ດ້ານ​ເທັກ​ໂນ​ໂລ​ຊີດ້ານ​ການ​ສື່­ສານ​ໄດ້​ເຂົ້າ​ມາ​ມີ​ບົດບາດ​ໃນ​ຊີ­ວິດ​ປະ­ຈຳ​ວັນ​ຫລາຍຂຶ້ນ ໂດຍ​ສະ­ເພາະ​ການ​ໃຊ້​ໂທລະສັບ​ໃນ​ສັງ­ຄົມ​ລາວ​ເວົ້າ​ໄດ້​ວ່າ: ເປັນ​ປັດ​ໄຈ 5 ທີ່​ຈຳ­ເປັນ​ອີກ​ປັດໄຈ​ຫນຶ່ງ.

   ຈາກ​ບັນ­ດາ​ຜູ້​ອ່ານ​ຫລາຍທ່ານ​ສ່ອງ​ແສງ​ມາ​ວ່າ​ເດັກ­ນ້ອຍນັກ­ຮຽນ​ຕິດ​ໂທລະ­ສັບ​ຈົນ​ເຖິງຂັ້ນ​ບໍ່​ຮຽນ​ຫນັງ­ສື, ນອນ​ເດິກ, ຫລິ້ນ​ຂໍ້­ຄວາມ, ເກມ​ໃນ​ຫ້ອງຮຽນບໍ່​ສົນ­ໃຈ​ຕໍ່​ຄຳ​ຄູ​ອະ­ທິ­ບາຍ.

   ຈາກ​ຂໍ້​ມູນ​ດັ່ງ­ກ່າວ, ຂ້າ​ພະເຈົ້າ​ຂໍ​ສະ­ແດງ​ຄວາມ​ຄິດ​ເຫັນ​ໃນການ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ​ເຫັນວ່າ ­ການ​ທີ່​ຈະ​ແກ້​ໄຂ​ບັນ­ຫາ​ນັກຮຽນ​ຕິດ​ໂທລະ­ສັບ​ບໍ່​ຫລັບ​ບໍ່​ນອນນີ້ ຕ້ອງ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກທຸກ​ຝ່າຍ (ຕົວ​ຜູ້​ທີ່​ຕິດ​ເອງ, ຜູ້​ປົກຄອງ ແລະ ຄົນ​ໃນ​ສັງ­ຄົມ​ທຸກໆຄົນ) ເນື່ອງ​ຈາ​ກວ່າ ຖ້າ​ບໍ່​ໄດ້​ຮັບການ​ຮ່ວມ​ມື​ເຖິງ​ຈະ​ມີ​ວິ­ທີ​ທີ່​ດີປານ­ໃດ​ກໍ່​ຕາມ ກໍ່​ຈະ​ບໍ່​ສາ­ມາດແກ້​ໄຂ​ຢູ່​ຝ່າຍ​ດຽວຕາມ​ຄວາມຕ້ອງ­ການ​ຂອງ​ຕົວ​ເອງ​ຝ່າຍດຽວ

ດັ່ງ­ນັ້ນ ກ່ອນ​ຈະ​ແກ້​ບັນ­ຫານັກ­ຮຽນ​ຕິດ​ໂທລະ­ສັບເຮົາ​ອາດຈະ​ໄດ້​ຖາມ​ເຂົາ­ເຈົ້າ​ກ່ອນ​ວ່າ ເປັນ​ຫຍັງ​ຈິ່ງ​ຕິດ, ແລ້ວ​ອາດຖາມ​ຕື່ມ​ວ່າ​ຢາກ​ເຊົາ​ບໍ່ດັ່ງ­ນີ້​ເປັນຕົ້ນ ເມື່ອ​ໄດ້​ຮັບ​ການ​ຮ່ວມ​ມື​ແລ້ວ ກໍ່​ບໍ່​ແມ່ນ​ເລື່ອງ​ຍາກ​ທີ່​ຈະ​ແກ້​ໄຂ, ແຕ່​ຖ້າ​ບໍ່​ໄດ້​ຮັບ​ການ​ຮ່ວມ​ມື​ກໍ່ຕ້ອງ​ຫາ​ວິ­ທີ​ການ​ອະ­ທິ­ບາຍ ແລະ ສະ­ແດງ​ໃຫ້​ເຂົາ​ເຫັນ​ໄດ້​ວ່າ­ການທີ່​ເຂົາ​ມີ​ພຶດ­ຕິ​ກຳ​ຕິດ​ໂທລະ­ສັບ ໂດຍ​ບໍ່​ຮູ້­ຈັກ​ຄວບ​ຄຸມ​ນັ້ນ​ມັນ​ມີຜົນ​ດີ, ຜົນ​ຮ້າຍ​ແນວ­ໃດ ເພາະບາງ­ເທື່ອ​ເຂົາ​ອາດ​ຈະ​ລືມ​ເຖິງຈຸດ​ນີ້ ເນື່ອງ​ຈາ​ກວ່າ​ມົວ­ເມົາ​ແຕ່ມ່ວນ­ຊື່ນ​ຢູ່ ບໍ່​ຕ່າງ​ຫຍັງ​ກັບ​ຄົນເມົາ​ເຫລົ້າ​ແຕ່​ເຮົາ​ຈະ​ໄປ​ໂທດ​ແຕ່ເດັກ­ນ້ອຍ​ຢ່າງ​ດຽວ​ແມ່ນ​ບໍ່​ຖືກຕ້ອງ ເນື່ອງ​ຈາ​ກວ່າ​ເຂົາ­ເຈົ້າເຫລົ່າ­ນັ້ນ​ກໍ່​ໄດ້​ຮັບ​ການ​ເອື້ອ​ອຳນວຍ​ຈາກ​ຜູ້​ໃຫຍ່​ເຊັ່ນ​ກັນ, ໂດຍສະ­ເພາະ​ແມ່ນ​ຜູ້​ປົກ­ຄອງ ເພາະຖ້າ​ສັງ­ເກດ​ຈາກ​ສັງ­ຄົມ​ຕົວ​ຈິງ​ກໍ່ຄືເດັກ­ນ້ອຍ​ຈະ​ຮຽນ​ແບບ​ຜູ້​ໃຫຍ່ ເມື່ອ​ເຮົາ​ຈະ​ໂທດ​ກໍ່​ບໍ່​ສາ­ມາດໂທດ​ໃຜ​ໄດ້​ບໍ່​ມີ​ໃຜ​ຜິດບໍ່​ມີ​ໃຜ​ຖືກ

ເລື່ອງ​ແບບ​ນີ້​ຕ້ອງ​ໄດ້​ຮ່ວມ​ມື​ກັນແກ້​ໄຂ. ວິ­ທີ​ຫນຶ່ງ​ທີ່​ສາ­ມາດ​ເຮັດໄດ້​ກໍ່​ຄື: ແທນ​ທີ່​ຈະ​ແຍກ​ໂທລະ ສັບ​ອອກ​ຈາກ​ເຂົາ​ແຕ່​ເຮົາ​ມາ ສອນ​ວິ­ທີ​ໃຊ້​ທີ່​ຖືກ­ຕ້ອງ​ໃຫ້​ກັບ ເຂົາ​ຫນ້າ​ຈະ​ດີ​ກວ່າ ເພາະ­ວ່າ​ໂທ ລະ​ສັບ​ມັນ​ກໍ່​ມີ​ປະ­ໂຫຍດ​ຫລາຍ ຢ່າງ ເມື່ອ​ສອນ​ວິ­ທີ​ໃຊ້​ທີ່​ເຫມາະ ສົມມັນ​ກໍ່​ຈະ​ເຮັດ​ໃຫ້​ເກີດ​ຜົນ​ດີຫລາຍ​ກວ່າ​ຜົນ​ເສຍ, ໃຫ້​ຮູ້­ຈັກວ່າ​ຈະ​ໃຊ້​ໃນ​ຍາມ​ໃດ, ເພື່ອ​ຫຍັງ, ກັບ​ໃຜ, ເຮັດ​ໄປ​ແລ້ວ​ມັນ​ຈະ​ໄດ້ຫຍັງ​ຈຳ­ເປັນ​ບໍ່ ບໍ່​ໃຊ້​ແບບ​ນັ້ນ​ໄດ້ ບໍ່ຖ້າ​ເຮັດ​ໄດ້​ມັນ​ກໍ່​ຈະ​ເຮັດ​ໃຫ້ເທັກ​ໂນ​ໂລ​ຊີ​ໂທລະ­ສັບ​ມີ​ປະໂຫຍດ​ອັນ​ມະ­ຫາ­ສານ ເດັກ​ກໍ່​ຈະມີ​ການ​ພັດ­ທະ­ນາ​ອັນ​ດີ ປະ­ເທດຊາດ​ກໍ່​ຈະ​ຈະ­ເລີນ​ທັງ​ທາງ​ດ້ານວັດ­ຖຸ ແລະ ຈິດ­ໃຈ ແຕ່​ກ່ອນ​ຈະປະ­ຕິ­ບັດ​ເຖິງ​ຂັ້ນ​ຕອນ​ນັ້ນ ກໍ່​ອາດຈະ​ຕ້ອງ​ຜ່ານ​ຂັ້ນ​ຕອນ​ອື່ນໆ​ມາ ກ່ອນເປັນ­ຕົ້ນ​ວ່າ​ເມື່ອ​ຮູ້​ເຫດ­ຜົນວ່າ​ເປັນ​ຫຍັງ​ຈິ່ງ​ໃຊ້​ໂທລະ­ສັບຈົນ​ບໍ່​ສົນ­ໃຈ​ຮຽນ, ບໍ່​ນອນ, ອັນຫນຶ່ງ​ທີ່​ໄດ້​ຈາກ​ການ​ຖາມ​ນຳນ້ອງໆ​ແມ່ນ​ບໍ່​ຮູ້​ວ່າ​ຈະ​ເຮັດ​ຫຍັງໃຫ້​ເຊົາ​ເບື່ອ, ໃຫ້​ເຊົາ​ເຫງົາ ແລະ ໃຫ້​ມ່ວນ ແຕ່​ຄາດ​ຄະ­ເນ​ວ່າ ຫລາຍ​ຄົນ​ກໍ່​ຈະ​ຄ້າຍ­ຄື​ກັນ,

ສະນັ້ນ, ເຮົາ​ກໍ່​ມາ​ຫາ​ກິດ­ຈະ­ກຳ ຫລື ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ສຳພັນ​ລະ­ຫວ່າງ​ຄອບ­ ຄົວ ແລະ ຫມູ່ເພື່ອນ​ໃນ​ທາງ​ສັງ​ສັນມັນ​ກໍ່​ຈະເຮັດ​ໃຫ້​ເຂົາ­ເຈົ້າ​ຮູ້​ວ່າ​ຈະ​ໃຊ້​ໂທລະ​ສັບ​ເມື່ອ​ໃດ ເພື່ອ​ຫຍັງ... ເຊັ່ນ: ຜູ້​ປົກ­ຄອງ​ຜູ້​ເປັນ​ພໍ່-ແມ່​ກໍ່​ຕ້ອງໄດ້​ຫມັ່ນ​ຫາ​ເວ­ລາ​ລົມ​ກັບ​ລູກຫລິ້ນ​ກີ­ລາ​ກັບ​ລູກ​ເລົ່າ​ນິ­ທານ ຫລື ເລື່ອງ​ທີ່​ເປັນ​ປະ­ໂຫຍດ​ໃຫ້ລູກ​ຟັງ, ຫາ​ເວ­ລາ​ກິນ​ເຂົ້າ​ຮ່ວມກັນ, ຫມັ່ນ​ຖາມ​ລູກ​ວ່າ​ໄລ­ຍະ​ນີ້ ຕ້ອງ­ການ​ເຮັດ​ຫຍັງ, ລູກ​ມີ​ຫຍັງຢາກ​ເລົ່າ​ໃຫ້​ພໍ່ແມ່​ຟັງ​ບໍ່, ພໍ່ແມ່ບໍ່​ພໍ­ໃຈ​ຫຍັງ​ກໍ່​ເວົ້າ​ໃຫ້​ລູກ​ຟັງ​ບໍ່ມັກ​ຫຍັງ​ຈັ່ງ​ໃດກໍ່​ເວົ້າ​ໃຫ້​ລູກ​ຟັງດ້ວຍ​ເຫດ​ດ້ວຍ​ຜົນ ເປັນ​ຫຍັງ​ຈິ່ງຫ້າມ ຫ້າມ​ຍ້ອນ​ຫຍັງ... ບໍ່​ແມ່ນອ້າງ​ແຕ່​ວ່າ​ບໍ່​ມີ​ເວ­ລາ ຄາ​ແຕ່​ວຽກຫາ​ກວ່າ​ສັງ­ເກດ​ຕົວ​ຈິງ​ແລ້ວ​ເວລາ­ມັນ​ມີ​ຢູ່ ແຕ່​ບໍ່​ຮູ້​ບໍ­ລິ­ຫານ​ທະ​ເຍີທະ­ຍານ​ຢາກ​ລ້ຳ​ຢາກ​ລວຍ ຫລາຍ​ເກີນ​ໄປ​ກໍ່​ເລີຍ​ລືມ​ຄິດ​ເຫັນຄອບ­ຄົວ ແລະ ຄົນ​ອ້ອມ​ຂ້າງ... ທ່ານ​ເດ ມີ​ຄວາມ​ເຫັນ​ແນວ­ໃດ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard