ຍຸກແຫ່ງໂລກາພິວັດການສື່ສານມີຄວາມຈຳເປັນຢ່າງຍິ່ງໃຫຍ່ໃນທຸກໆດ້ານເທັກໂນໂລຊີດ້ານການສື່ສານໄດ້ເຂົ້າມາມີບົດບາດໃນຊີວິດປະຈຳວັນຫລາຍຂຶ້ນ ໂດຍສະເພາະການໃຊ້ໂທລະສັບໃນສັງຄົມລາວເວົ້າໄດ້ວ່າ: ເປັນປັດໄຈ 5 ທີ່ຈຳເປັນອີກປັດໄຈຫນຶ່ງ.
ຈາກບັນດາຜູ້ອ່ານຫລາຍທ່ານສ່ອງແສງມາວ່າເດັກນ້ອຍນັກຮຽນຕິດໂທລະສັບຈົນເຖິງຂັ້ນບໍ່ຮຽນຫນັງສື, ນອນເດິກ, ຫລິ້ນຂໍ້ຄວາມ, ເກມໃນຫ້ອງຮຽນບໍ່ສົນໃຈຕໍ່ຄຳຄູອະທິບາຍ.
ຈາກຂໍ້ມູນດັ່ງກ່າວ, ຂ້າພະເຈົ້າຂໍສະແດງຄວາມຄິດເຫັນໃນການແກ້ໄຂບັນຫາດັ່ງກ່າວເຫັນວ່າ ການທີ່ຈະແກ້ໄຂບັນຫານັກຮຽນຕິດໂທລະສັບບໍ່ຫລັບບໍ່ນອນນີ້ ຕ້ອງໄດ້ຮັບການຮ່ວມມືຈາກທຸກຝ່າຍ (ຕົວຜູ້ທີ່ຕິດເອງ, ຜູ້ປົກຄອງ ແລະ ຄົນໃນສັງຄົມທຸກໆຄົນ) ເນື່ອງຈາກວ່າ ຖ້າບໍ່ໄດ້ຮັບການຮ່ວມມືເຖິງຈະມີວິທີທີ່ດີປານໃດກໍ່ຕາມ ກໍ່ຈະບໍ່ສາມາດແກ້ໄຂຢູ່ຝ່າຍດຽວຕາມຄວາມຕ້ອງການຂອງຕົວເອງຝ່າຍດຽວ
ດັ່ງນັ້ນ ກ່ອນຈະແກ້ບັນຫານັກຮຽນຕິດໂທລະສັບເຮົາອາດຈະໄດ້ຖາມເຂົາເຈົ້າກ່ອນວ່າ ເປັນຫຍັງຈິ່ງຕິດ, ແລ້ວອາດຖາມຕື່ມວ່າຢາກເຊົາບໍ່ດັ່ງນີ້ເປັນຕົ້ນ ເມື່ອໄດ້ຮັບການຮ່ວມມືແລ້ວ ກໍ່ບໍ່ແມ່ນເລື່ອງຍາກທີ່ຈະແກ້ໄຂ, ແຕ່ຖ້າບໍ່ໄດ້ຮັບການຮ່ວມມືກໍ່ຕ້ອງຫາວິທີການອະທິບາຍ ແລະ ສະແດງໃຫ້ເຂົາເຫັນໄດ້ວ່າການທີ່ເຂົາມີພຶດຕິກຳຕິດໂທລະສັບ ໂດຍບໍ່ຮູ້ຈັກຄວບຄຸມນັ້ນມັນມີຜົນດີ, ຜົນຮ້າຍແນວໃດ ເພາະບາງເທື່ອເຂົາອາດຈະລືມເຖິງຈຸດນີ້ ເນື່ອງຈາກວ່າມົວເມົາແຕ່ມ່ວນຊື່ນຢູ່ ບໍ່ຕ່າງຫຍັງກັບຄົນເມົາເຫລົ້າແຕ່ເຮົາຈະໄປໂທດແຕ່ເດັກນ້ອຍຢ່າງດຽວແມ່ນບໍ່ຖືກຕ້ອງ ເນື່ອງຈາກວ່າເຂົາເຈົ້າເຫລົ່ານັ້ນກໍ່ໄດ້ຮັບການເອື້ອອຳນວຍຈາກຜູ້ໃຫຍ່ເຊັ່ນກັນ, ໂດຍສະເພາະແມ່ນຜູ້ປົກຄອງ ເພາະຖ້າສັງເກດຈາກສັງຄົມຕົວຈິງກໍ່ຄືເດັກນ້ອຍຈະຮຽນແບບຜູ້ໃຫຍ່ ເມື່ອເຮົາຈະໂທດກໍ່ບໍ່ສາມາດໂທດໃຜໄດ້ບໍ່ມີໃຜຜິດບໍ່ມີໃຜຖືກ
ເລື່ອງແບບນີ້ຕ້ອງໄດ້ຮ່ວມມືກັນແກ້ໄຂ. ວິທີຫນຶ່ງທີ່ສາມາດເຮັດໄດ້ກໍ່ຄື: ແທນທີ່ຈະແຍກໂທລະ ສັບອອກຈາກເຂົາແຕ່ເຮົາມາ ສອນວິທີໃຊ້ທີ່ຖືກຕ້ອງໃຫ້ກັບ ເຂົາຫນ້າຈະດີກວ່າ ເພາະວ່າໂທ ລະສັບມັນກໍ່ມີປະໂຫຍດຫລາຍ ຢ່າງ ເມື່ອສອນວິທີໃຊ້ທີ່ເຫມາະ ສົມມັນກໍ່ຈະເຮັດໃຫ້ເກີດຜົນດີຫລາຍກວ່າຜົນເສຍ, ໃຫ້ຮູ້ຈັກວ່າຈະໃຊ້ໃນຍາມໃດ, ເພື່ອຫຍັງ, ກັບໃຜ, ເຮັດໄປແລ້ວມັນຈະໄດ້ຫຍັງຈຳເປັນບໍ່ ບໍ່ໃຊ້ແບບນັ້ນໄດ້ ບໍ່ຖ້າເຮັດໄດ້ມັນກໍ່ຈະເຮັດໃຫ້ເທັກໂນໂລຊີໂທລະສັບມີປະໂຫຍດອັນມະຫາສານ ເດັກກໍ່ຈະມີການພັດທະນາອັນດີ ປະເທດຊາດກໍ່ຈະຈະເລີນທັງທາງດ້ານວັດຖຸ ແລະ ຈິດໃຈ ແຕ່ກ່ອນຈະປະຕິບັດເຖິງຂັ້ນຕອນນັ້ນ ກໍ່ອາດຈະຕ້ອງຜ່ານຂັ້ນຕອນອື່ນໆມາ ກ່ອນເປັນຕົ້ນວ່າເມື່ອຮູ້ເຫດຜົນວ່າເປັນຫຍັງຈິ່ງໃຊ້ໂທລະສັບຈົນບໍ່ສົນໃຈຮຽນ, ບໍ່ນອນ, ອັນຫນຶ່ງທີ່ໄດ້ຈາກການຖາມນຳນ້ອງໆແມ່ນບໍ່ຮູ້ວ່າຈະເຮັດຫຍັງໃຫ້ເຊົາເບື່ອ, ໃຫ້ເຊົາເຫງົາ ແລະ ໃຫ້ມ່ວນ ແຕ່ຄາດຄະເນວ່າ ຫລາຍຄົນກໍ່ຈະຄ້າຍຄືກັນ,
ສະນັ້ນ, ເຮົາກໍ່ມາຫາກິດຈະກຳ ຫລື ສິ່ງທີ່ຈະເຮັດໃຫ້ເກີດຄວາມສຳພັນລະຫວ່າງຄອບ ຄົວ ແລະ ຫມູ່ເພື່ອນໃນທາງສັງສັນມັນກໍ່ຈະເຮັດໃຫ້ເຂົາເຈົ້າຮູ້ວ່າຈະໃຊ້ໂທລະສັບເມື່ອໃດ ເພື່ອຫຍັງ... ເຊັ່ນ: ຜູ້ປົກຄອງຜູ້ເປັນພໍ່-ແມ່ກໍ່ຕ້ອງໄດ້ຫມັ່ນຫາເວລາລົມກັບລູກຫລິ້ນກີລາກັບລູກເລົ່ານິທານ ຫລື ເລື່ອງທີ່ເປັນປະໂຫຍດໃຫ້ລູກຟັງ, ຫາເວລາກິນເຂົ້າຮ່ວມກັນ, ຫມັ່ນຖາມລູກວ່າໄລຍະນີ້ ຕ້ອງການເຮັດຫຍັງ, ລູກມີຫຍັງຢາກເລົ່າໃຫ້ພໍ່ແມ່ຟັງບໍ່, ພໍ່ແມ່ບໍ່ພໍໃຈຫຍັງກໍ່ເວົ້າໃຫ້ລູກຟັງບໍ່ມັກຫຍັງຈັ່ງໃດກໍ່ເວົ້າໃຫ້ລູກຟັງດ້ວຍເຫດດ້ວຍຜົນ ເປັນຫຍັງຈິ່ງຫ້າມ ຫ້າມຍ້ອນຫຍັງ... ບໍ່ແມ່ນອ້າງແຕ່ວ່າບໍ່ມີເວລາ ຄາແຕ່ວຽກຫາກວ່າສັງເກດຕົວຈິງແລ້ວເວລາມັນມີຢູ່ ແຕ່ບໍ່ຮູ້ບໍລິຫານທະເຍີທະຍານຢາກລ້ຳຢາກລວຍ ຫລາຍເກີນໄປກໍ່ເລີຍລືມຄິດເຫັນຄອບຄົວ ແລະ ຄົນອ້ອມຂ້າງ... ທ່ານເດ ມີຄວາມເຫັນແນວໃດ.