Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢ້ານຄູບາໜຸ່ມລາວ ບາງອົງຂາດສະຕິ
Anonymous

Date:
ຢ້ານຄູບາໜຸ່ມລາວ ບາງອົງຂາດສະຕິ


ລຸງ​ແມ່ນ​ຜູ້​ອ່ານ​ປະ­ຈຳ ຄັນ​ບໍ່​ໄດ້​ອ່ານ​ມື້­ໜຶ່ງ​ກິນ​ເຂົ້າ​ກະ​ບໍ່​ແຊບ ຫງຸດ​ຫງິດ ມຸດ​ໝັດ​ແນວ­ໃດ​ບຸ ? ມື້­ນີ້​ເລີຍ​ຂໍ​ມີ​ສ່ວນ​ຮ່ວມ​ນຳ ຄັນ​ເຫັນ​ວ່າ​ມັນ​ມີ​ປະ­ໂຫຍດ​ກໍ​ຊ່ວຍ​ພິມ​ລົງ​ໃຫ້​ແດ່ ລຸງ​ມີ 2 ເລື່ອງ​ທີ່​ຂໍ​ຍົກ​ຂຶ້ນ​ມາ​ສົນ­ທະ­ນາ​ໃນ​ທາງ​ສ້າງ­ສັນ ບໍ່​ໄດ້​ໂຈມ​ຕີ​ໃຜ​ດອກ.

1. ເວ­ລາ​ຄູ­ບາ​ອາ­ຈານ​ເພິ່ນ​ເທດ ຫຼື ເຜີຍ­ແຜ່​ທຳ​ມະ ບາງ­ເທື່ອ​ກໍ​ອອກ​ວິ­ທະ­ຍຸ-ໂທລະ­ພາບ ແມ່ນ​ສອນ​ໃຫ້​ຄົນ​ກະ­ທຳ​ດີ ແຕ່​ຄູ­ບາ​ໜຸ່ມ​ບາງ​ອົງ ເວົ້າ​ສັບ​ພາ­ສາ​ໄທ​ບັກ​ຫຼາຍໆ ຊ້ຳ​ບໍ່​ພໍ ບາງ​ອົງ​ເທດ​ເປັນ​ສຳ­ນຽງ​ໄທ​ອ້ອຍ­ຕ້ອຍ.

ລຸງ​ຮູ້​ວ່າ: ຄູ­ບາ​ອາ­ຈານ​ຫຼາຍ​ອົງ ເພິ່ນ​ຮຽນ​ຈົບ​ມາ​ແຕ່​ປະ­ເທດ​ໄທ ນອກ­ຈາກ​ນີ້ ຕຳ­ລາ​ຫຼາຍ​ອັນ ກໍ​ນຳ​ເອົາ​ປຶ້ມ​ໄທ​ເຂົ້າ​ມາ ແລ້ວ​ເຮົາ​ຊິ​ພາ­ກັນ​ປ່ອຍ­ປະ​ໃຫ້​ມັນ​ເປັນ​ໄປ​ແນວ​ນີ້​ໄປ​ເລີຍ​ເບາະ ? ໂດຍ​ສະ­ເພາະ ເວ­ລາ​ເພິ່ນ​ໄປ​ສອນ​ເດັກ­ນ້ອຍ​ເຍົາ­ວະ​ຊົນ ຊາວ​ໜຸ່ມ ເຂົາ​ຊິ​ບໍ່​ເອົາ​ເປັນ​ແບບ­ຢ່າງ​ບໍ ?.

ເພິ່ນ​ຍັງ​ຝາກ​ຂໍ້​ແລກ­ປ່ຽນ​ແນະ­ນຳ​ມາ​ວ່າ: ອົງ­ການ​ພຸດ​ທະ​ສາດ­ສະ­ໜາ​ສຳ­ພັນ​ລາວ ຄວນ​ເປັນ​ເຈົ້າ​ການ ສົມ­ທົບ​ກັບ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ​ບໍ ? ຄວນ​ກ່າວ​ເຕືອນ ຫຼື ວາງ​ວິ­ໄນ​ໃນ​ການ​ເທດ​ອອກ​ບໍ ? ປຶ້ມ​ທຳ​ມະ​ກໍ​ຄວນ​ແປ ແລະ ພິມ​ອອກ​ຫຼາຍໆ ແລ້ວ​ຢາຍ​ໃຫ້​ທຸກໆ​ວັດ.

2. ດຽວ­ນີ້ ເຫັນ​ຂ່າວ​ຄາວ​ຂອງ​ປະ­ເທດ​ເພື່ອນ​ບ້ານ ມີ​ປະ­ກົດ​ການ​ຄູ­ບາ​ເຮັດ​ຜິດ​ວິ­ໄນ​ສົງ ເຊັ່ນ: ລັກ​ມີ​ຊູ້​ມີ​ແຟນ ກາງ­ຄືນ​ໃສ່​ໝວກ ນຸ່ງ​ໂສ້ງ ໜີ​ວັດ​ໄປ​ມົ້ວ​ສຸມ ຫຼື ກະ­ທຳ​ຜິດ​ທຳ​ມະ​ວິ­ໄນ ປະ​ປົນ​ກັນ​ລະ­ຫວ່າງ​ທາງ​ໂລກ ແລະ ທາງ​ທຳ ເພິ່ນ​ວ່າ: ຢ້ານ​ມັນ​ລອຍ​ຂ້າມ​ຂອງ​ມາ ເລື່ອງ​ນີ້​ເຈົ້າ​ອາ­ວາດ​ແຕ່​ລະ​ວັດ​ຕ້ອງ​ຮູ້​ດີ.

ລຸງ​ຝາກ​ບອກ​ວ່າ: ຢາກ​ໃຫ້​ຊ່ວຍ ຕັດ​ໄຟ​ແຕ່​ຕົ້ນ​ລົມ ເພາະ​ສາດ­ສະ­ໜາ​ພຸດ ແມ່ນ​ສູນ​ລວມ​ໃຈ​ຂອງ​ຄົນ​ລາວ​ທຸກ​ຄົນ ຈົ່ງ​ຊ່ວຍ​ກັນ​ຮັກ­ສາ.

ຈາກ: ລຸງ​ຄຳ​ເມືອງ​ສີ​ໂຄດ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard