Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: “ຄົນ​ຝາກ”
Anonymous

Date:
“ຄົນ​ຝາກ”


ບັນ­ຫາ “ຄົນ​ຝາກ” ພວມເປັນ​ເລື່ອງ​ຮື​ຮາ​ຟ້າ​ລັ່ນ​ກັນ​ທັງເມືອງ, ເລື່ອງ​ດັ່ງ­ກ່າວ​ມັນ​ປຽບສະ​ເຫມືອນ​ສອງ​ຫນ້າ ເຊິ່ງ​ມີ​ຄົນຝາກ​ບາງ​ຄົນ​ກໍ່​ເກັ່ງ-ກໍ່​ດີ​ແທ້, ມີຄວາມ​ສາ­ມາດ​ສູງ ເຮັດ​ສຳ­ເລັດ ຫນ້າ​ວຽກ​ທີ່​ຜູ້​ບັນ­ຊາ​ມອບ​ຫມາຍໃຫ້ ແຕ່​ຄົນ​ຝາກ​ບາງ​ຄົນ​ກໍ່​ມີ​ແທ້ “ໃບ​ປະ­ລິນ­ຍາ” ແຕ່​ເຮັດ​ອັນ​ໃດ ກໍ່​ບໍ່​ໄດ້​ເລື່ອງ ເຮັດ​ແບບ​ມ້າມ​ແປະພຸງ ແຕ່​ບາດ​ຜົນ​ປະ­ໂຫຍດ​ເພິ່ນພັດ​ຫນັກ​ກວ່າ​ຄົນ​ແທ້​ອີກ​ໃດ໋.

ການ​ຝາກ​ຄົນ ຫລື ຄົນ​ຝາກ ມັນ​ແມ່ນ​ວັດ­ທະ­ນະ­ທຳ​ອັນ​ຫນຶ່ງທີ່​ຕົກ​ທອດ​ກັນ​ມາ​ແຕ່​ສະ­ໄຫມກ່ອນ ດັ່ງ​ພວກ​ເຮົາ​ເຄີຍ​ຍິນ-ເຄີຍເຫັນ​ນ້ອງ​ຊາຍ​ຝາກ​ລູກ​ໃຫ້​ອ້າຍເຂົ້າ​ເຮັດ​ວຽກ, ຝາກ​ເຂົ້າ​ໂຮງ ຮຽນ​ຕໍ່​ໃນ​ສາຍ​ຕ່າງໆ ແລະ ຝາກໃຫ້​ອຸ­ປະ­ຖຳ ແລະ ອື່ນໆ, ແຕ່​ມາເຖິງ​ປະ­ຈຸ​ບັນ​ປັນ­ຫາ “ຄົນ​ຝາກ” ໄດ້​ຮັບ​ການ​ພັດ­ທະ­ນາ​ໃຫ້​ເປັນ​ທຸລະ​ກິດ​ມີ​ບາງ​ກຸ່ມ-ບາງ​ຄົນ ກໍ່ບອກ​ວ່າ: ຖ້າ​ເຈົ້າ​ຢາກ​ໃຫ້​ລູກເຈົ້າ​ເຂົ້າ​ເຮັດ​ວຽກ​ຢູ່​ບ່ອນ​ນັ້ນບ່ອນ​ນີ້, ເຂົ້າ​ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆ​ກໍ່​ຕ້ອງ​ຈ່າຍ​ເທົ່າ​ນີ້​ເທົ່ານັ້ນ​ເຊັ່ນ​ດຽວ​ກັນ, ບາງ​ຄົນ​ທີ່​ມີຖາ­ນະ​ທາງ​ດ້ານ​ເສດ­ຖະ­ກິດ, ກໍ່ໄປ​ຝາກ​ເຂົາ​ເຮັດ​ວຽກ​ທີ່​ມີ​ເງື່ອນໄຂ​ອັນ​ດີ ເວົ້າ​ລວມ​ແລ້ວ​ກໍ່​ແມ່ນບ່ອນ​ທີ່​ຈະ​ໄດ້​ກິນ​ໄດ້​ຫຍ້ຳ​ໄດ້​ກືນຫັ້ນ​ລະ ແຕ່​ເຈົ້າ​ຂອງ ຫລື ຫົວຫນ້າ​ອົງ​ກອນ​ບໍ່​ຮັບ​ກໍ່​ບໍ່​ໄດ້​ເພາະເພິ່ນ​ຜູ້​ໃຫຍ່ ແລະ ມີ​ທັງ​ລາຍ​ໄດ້ ເມື່ອ​ເຂົ້າ​ເອົາ​ເງິນ​ຍັດ​ໃຫ້​ກໍ່​ຮັບເອົາ​ແລ້ວ​ກໍ່​ວິ່ງ​ເຕັ້ນ​ໃຫ້​ໄດ້​ເຂົ້າການ-ເຂົ້າ​ຮຽນ ຫລື ຫນ້າ­ທີ່​ການງານ​ດີ​ບາດ​ເອົາ​ໄປ​ເຮັດ​ວຽກ​ພັດງົມໆ​ທາວໆ.

ສະ­ນັ້ນ, ຕໍ່​ບັນ­ຫາ​ດັ່ງ­ກ່າວ ພວກ​ເຮົາ​ຕ້ອງ​ມາ​ນັ່ງ​ຄິດ-ນັ່ງຫງຳ​ເບິ່ງ​ເຖິງ​ຜົນ​ຮ້າຍ-ຜົນ​ດີ​ຕໍ່ບ້ານ​ເມືອງ, ບາງ​ບ່ອນ​ຄົນ​ຝາກເຫລົ່າ­ນັ້ນ ພັດ​ບໍ່​ນັບ­ຖື​ຮອດ​ການຈັດ​ຕັ້ງ​ຂອງ​ຕົນ​ຍ້ອນ​ວ່າ: ຕົນເອງ​ເປັນ​ລູກ​ຫລານ​ຂອງ​ຄົນ​ມີເງິນ​ເປັນ​ຄົນ​ຂອງ​ຜູ້​ມີ​ຖາ­ນະ​ຕຳແຫນ່ງ ເຊິ່ງ​ຢາກ​ເຮັດ​ຫຍັງ-ຢາກເວົ້າ​ຫຍັງ​ກໍ່​ເວົ້າ​ຕາມ​ລຳ­ພັງ​ໃຈ ເພາະ­ວ່າ​ບໍ່​ມີ​ໃຜ​ໃຫຍ່​ກວ່າ​ໂຕ​ວ່າຊັ້ນ ດັ່ງ​ທີ່​ພວກ​ເຮົາ​ເຄີຍ​ຍິນ​ວ່າ: ຜູ້​ນັ້ນ​ແມ່ນ​ລູກ​ຫລານ​ທ່ານ​ນັ້ນ ຫລານ​ທ່ານ​ນີ້​ໄດ້​ລະ­ວັງ​ປາກ​ລະວັງ​ຄໍ​ແດ່​ເດີ ຢ່າ​ເວົ້າ​ຫຍັງ​ໃຫ້​ເຂົາເຈົ້າ​ໃດ໋ ຖ້າ​ບໍ່​ດັ່ງ­ນັ້ນ​ຈະ​ຟົ້ງ​ຈາກຕັ່ງ ຫລື ນັ່ງ​ຕັ່ງ​ຈົນ​ແປ​ບໍ່​ຄືບ​ຫນ້າຄືບ​ຕາ.

ຜູ້​ຂຽນ​ຕ້ອງ​ສະ­ແດງ​ຄວາມຍິນ​ດີ​ນຳ​ຫລາຍ​ທ່ານ​ທີ່​ປະ­ຕິ­ເສດບໍ່​ໃຫ້​ຈຸ່ມ​ເຈື້ອ​ເຊື້ອ­ສາຍ​ຕົນ​ເປັນຄົນ​ຝາກ ເຊິ່ງ​ໄດ້​ສະ­ແດງ​ອອກການ​ເຂົ້າ​ເຮັດ​ວຽກ​ຕ້ອງ​ຜ່ານ​ຂັ້ນຕອນ​ຕາມ​ລະ­ບຽບ​ກົດ­ຫມາຍ, ບໍ່ຢູ່​ເບື້ອງ​ຫລັງ​ບັນ­ຫາ ແລະ ຫວ່າງມໍ່ໆມານີ້​ກໍ່​ມີ​ອົງ​ກອນ​ຫນຶ່ງ​ຂໍ​ສະຫງວນ​ຊື່​ໄວ້​ທີ່​ອອກ​ມາ​ຖະ­ແຫລງຂ່າວ ໂດຍ​ບໍ່​ຮັບ​ຄົນ​ຝາກ​ໂດຍເດັດ­ຂາດ, ຖ້າ​ຜູ້​ໃດ​ຢາກ​ເຂົ້າ​ເຮັດວຽກ​ໃນ​ຖາ­ນະ​ທີ່​ດັ່ງ­ກ່າວ​ຕ້ອງຜ່ານ​ການ​ສອບ­ເສັງ-ກວດ­ກາຈາກ​ເຈົ້າ​ຫນ້າ­ທີ່​ທີ່​ມີ​ຄວາມ​ຊ່ຽວຊານ​ດ້ານ​ນີ້​ໂດຍ​ສະ­ເພາະ, ຖ້າເສັງ​ຜ່ານ​ກໍ່​ຖື​ວ່າ​ໄດ້​ບໍ່​ຜ່ານ​ກໍ່​ຄື​ບໍ່ຜ່ານ ແລະ ຕ້ອງ​ເອົາ​ຄົນ​ເກັ່ງ-ຄົນ​ດີ​ເຂົ້າ​ເຮັດ​ວຽກ ເພື່ອ​ຮອງ​ຮັບການ​ຂັບ​ເຄື່ອນ​ທຸກ​ກົນ​ໄກ​ໄປ​ສູ່ຄວາມ​ສຳ­ເລັດ​ເຕັມ 100%.

ຕໍ່​ເລື່ອງ​ດັ່ງ­ກ່າວ​ມັນ​ຍິ່ງ​ຈຳເປັນ​ເຮັດ​ໃຫ້​ທັງ​ສອງ​ຝ່າຍນັບທັງ​ຢູ່​ຝາກ ແລະ ຜູ້​ຮັບ​ຝາກ​ຄຳນຶງ​ເຖິງ​ຜົນ​ປະ­ໂຫຍດ​ລວມ​ຂອງຊາດ-ຂອງ​ສະ​ຖາ​ບັນ​ຂອງ​ຕົນ ຖ້າ​ບໍ່​ດັ່ງ­ນັ້ນ​ມັນ​ຈະ​ຢູ່​ໃນ​ສະ­ພາບ “ເຫລືອ​ບໍ່​ພໍ” ຫລື ວ່າ​ບໍ່​ມີ​ຄົນວ່າງ​ງານ​ແຕ່​ຄົນ​ເຮັດ​ວຽກ​ບໍ່​ມີປະ​ສິດ­ທິ​ຜົນ ເຊິ່ງ​ມັນ​ບໍ່​ສາ­ມາດແຂ່ງ­ຂັນ​ກັບ​ສາ­ກົນ​ໄດ້ ເພາະ​ປະຈຸ​ບັນ​ປະ­ເທດ​ເຮົາ​ພວມ​ເຊື່ອມໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາກົນ​ມັນ​ຍິ່ງ​ຕ້ອງ­ການ “ຄົນ​ທີ່​ໄດ້ມາດ­ຕະ­ຖານ-ຄົນ​ທີ່​ມີ​ຄວາມພ້ອມ​ຮອບ­ດ້ານ”.




__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard