ບັນຫາ “ຄົນຝາກ” ພວມເປັນເລື່ອງຮືຮາຟ້າລັ່ນກັນທັງເມືອງ, ເລື່ອງດັ່ງກ່າວມັນປຽບສະເຫມືອນສອງຫນ້າ ເຊິ່ງມີຄົນຝາກບາງຄົນກໍ່ເກັ່ງ-ກໍ່ດີແທ້, ມີຄວາມສາມາດສູງ ເຮັດສຳເລັດ ຫນ້າວຽກທີ່ຜູ້ບັນຊາມອບຫມາຍໃຫ້ ແຕ່ຄົນຝາກບາງຄົນກໍ່ມີແທ້ “ໃບປະລິນຍາ” ແຕ່ເຮັດອັນໃດ ກໍ່ບໍ່ໄດ້ເລື່ອງ ເຮັດແບບມ້າມແປະພຸງ ແຕ່ບາດຜົນປະໂຫຍດເພິ່ນພັດຫນັກກວ່າຄົນແທ້ອີກໃດ໋.ການຝາກຄົນ ຫລື ຄົນຝາກ ມັນແມ່ນວັດທະນະທຳອັນຫນຶ່ງທີ່ຕົກທອດກັນມາແຕ່ສະໄຫມກ່ອນ ດັ່ງພວກເຮົາເຄີຍຍິນ-ເຄີຍເຫັນນ້ອງຊາຍຝາກລູກໃຫ້ອ້າຍເຂົ້າເຮັດວຽກ, ຝາກເຂົ້າໂຮງ ຮຽນຕໍ່ໃນສາຍຕ່າງໆ ແລະ ຝາກໃຫ້ອຸປະຖຳ ແລະ ອື່ນໆ, ແຕ່ມາເຖິງປະຈຸບັນປັນຫາ “ຄົນຝາກ” ໄດ້ຮັບການພັດທະນາໃຫ້ເປັນທຸລະກິດມີບາງກຸ່ມ-ບາງຄົນ ກໍ່ບອກວ່າ: ຖ້າເຈົ້າຢາກໃຫ້ລູກເຈົ້າເຂົ້າເຮັດວຽກຢູ່ບ່ອນນັ້ນບ່ອນນີ້, ເຂົ້າສະຖາບັນການສຶກສາຕ່າງໆກໍ່ຕ້ອງຈ່າຍເທົ່ານີ້ເທົ່ານັ້ນເຊັ່ນດຽວກັນ, ບາງຄົນທີ່ມີຖານະທາງດ້ານເສດຖະກິດ, ກໍ່ໄປຝາກເຂົາເຮັດວຽກທີ່ມີເງື່ອນໄຂອັນດີ ເວົ້າລວມແລ້ວກໍ່ແມ່ນບ່ອນທີ່ຈະໄດ້ກິນໄດ້ຫຍ້ຳໄດ້ກືນຫັ້ນລະ ແຕ່ເຈົ້າຂອງ ຫລື ຫົວຫນ້າອົງກອນບໍ່ຮັບກໍ່ບໍ່ໄດ້ເພາະເພິ່ນຜູ້ໃຫຍ່ ແລະ ມີທັງລາຍໄດ້ ເມື່ອເຂົ້າເອົາເງິນຍັດໃຫ້ກໍ່ຮັບເອົາແລ້ວກໍ່ວິ່ງເຕັ້ນໃຫ້ໄດ້ເຂົ້າການ-ເຂົ້າຮຽນ ຫລື ຫນ້າທີ່ການງານດີບາດເອົາໄປເຮັດວຽກພັດງົມໆທາວໆ.ສະນັ້ນ, ຕໍ່ບັນຫາດັ່ງກ່າວ ພວກເຮົາຕ້ອງມານັ່ງຄິດ-ນັ່ງຫງຳເບິ່ງເຖິງຜົນຮ້າຍ-ຜົນດີຕໍ່ບ້ານເມືອງ, ບາງບ່ອນຄົນຝາກເຫລົ່ານັ້ນ ພັດບໍ່ນັບຖືຮອດການຈັດຕັ້ງຂອງຕົນຍ້ອນວ່າ: ຕົນເອງເປັນລູກຫລານຂອງຄົນມີເງິນເປັນຄົນຂອງຜູ້ມີຖານະຕຳແຫນ່ງ ເຊິ່ງຢາກເຮັດຫຍັງ-ຢາກເວົ້າຫຍັງກໍ່ເວົ້າຕາມລຳພັງໃຈ ເພາະວ່າບໍ່ມີໃຜໃຫຍ່ກວ່າໂຕວ່າຊັ້ນ ດັ່ງທີ່ພວກເຮົາເຄີຍຍິນວ່າ: ຜູ້ນັ້ນແມ່ນລູກຫລານທ່ານນັ້ນ ຫລານທ່ານນີ້ໄດ້ລະວັງປາກລະວັງຄໍແດ່ເດີ ຢ່າເວົ້າຫຍັງໃຫ້ເຂົາເຈົ້າໃດ໋ ຖ້າບໍ່ດັ່ງນັ້ນຈະຟົ້ງຈາກຕັ່ງ ຫລື ນັ່ງຕັ່ງຈົນແປບໍ່ຄືບຫນ້າຄືບຕາ.ຜູ້ຂຽນຕ້ອງສະແດງຄວາມຍິນດີນຳຫລາຍທ່ານທີ່ປະຕິເສດບໍ່ໃຫ້ຈຸ່ມເຈື້ອເຊື້ອສາຍຕົນເປັນຄົນຝາກ ເຊິ່ງໄດ້ສະແດງອອກການເຂົ້າເຮັດວຽກຕ້ອງຜ່ານຂັ້ນຕອນຕາມລະບຽບກົດຫມາຍ, ບໍ່ຢູ່ເບື້ອງຫລັງບັນຫາ ແລະ ຫວ່າງມໍ່ໆມານີ້ກໍ່ມີອົງກອນຫນຶ່ງຂໍສະຫງວນຊື່ໄວ້ທີ່ອອກມາຖະແຫລງຂ່າວ ໂດຍບໍ່ຮັບຄົນຝາກໂດຍເດັດຂາດ, ຖ້າຜູ້ໃດຢາກເຂົ້າເຮັດວຽກໃນຖານະທີ່ດັ່ງກ່າວຕ້ອງຜ່ານການສອບເສັງ-ກວດກາຈາກເຈົ້າຫນ້າທີ່ທີ່ມີຄວາມຊ່ຽວຊານດ້ານນີ້ໂດຍສະເພາະ, ຖ້າເສັງຜ່ານກໍ່ຖືວ່າໄດ້ບໍ່ຜ່ານກໍ່ຄືບໍ່ຜ່ານ ແລະ ຕ້ອງເອົາຄົນເກັ່ງ-ຄົນດີເຂົ້າເຮັດວຽກ ເພື່ອຮອງຮັບການຂັບເຄື່ອນທຸກກົນໄກໄປສູ່ຄວາມສຳເລັດເຕັມ 100%.ຕໍ່ເລື່ອງດັ່ງກ່າວມັນຍິ່ງຈຳເປັນເຮັດໃຫ້ທັງສອງຝ່າຍນັບທັງຢູ່ຝາກ ແລະ ຜູ້ຮັບຝາກຄຳນຶງເຖິງຜົນປະໂຫຍດລວມຂອງຊາດ-ຂອງສະຖາບັນຂອງຕົນ ຖ້າບໍ່ດັ່ງນັ້ນມັນຈະຢູ່ໃນສະພາບ “ເຫລືອບໍ່ພໍ” ຫລື ວ່າບໍ່ມີຄົນວ່າງງານແຕ່ຄົນເຮັດວຽກບໍ່ມີປະສິດທິຜົນ ເຊິ່ງມັນບໍ່ສາມາດແຂ່ງຂັນກັບສາກົນໄດ້ ເພາະປະຈຸບັນປະເທດເຮົາພວມເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນມັນຍິ່ງຕ້ອງການ “ຄົນທີ່ໄດ້ມາດຕະຖານ-ຄົນທີ່ມີຄວາມພ້ອມຮອບດ້ານ”.