Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສົມທຽບລາວກັບປາແລສຕິນ
ບົ້ງກື

Date:
ສົມທຽບລາວກັບປາແລສຕິນ


ຢ່າຟ້າວດ່າແມ່ກັນເດີພີ່ນ້ອງ, ຜ່ານໄປໄດ້ຍິນເຂົາລົມກັນເລື້ອງນີ້ກໍ່ຍົກມາລົມກັນຊື່ໆ ບໍ່ໄດ້ມີເຈດ

ຕະນາຈະລົບລູ່ຫລືດູຖູກຫລືມິ່ນປະໝາດປະເທດຂອງຕົນດອກ ພຽງແຕ່ຢາກໃຫ້ຮູ້ວ່າຄົນຊາດອື່ນ

ເຂົາຄິດຈັ່ງໃດ໋ກັບເຮົາແລະເຮົາຈະປັບປຸງແກ້ໄຂຕົນເອງແນວໃດ໋ໃນອະນາຄົດ.

1. ເດັກນ້ອຍຢູ່ລາວມີໂອກາດຕາຍປະມານ 2.3 ເທື່ອຖ້າທຽບໃສ່ເດັກນ້ອຍທີ່ເກີດໃນປະເທດ

    ປາແລສຕິນ.

    ຕາມສະຖິຕິ ເດັກນ້ອຍລາວອາຍຸຕໍ່າກ່ວານຶ່ງປີ ໃນປີນຶ່ງໆ 1000ຄົນໃດ໋ຈະຕາຍ 76,01ຄົນ

    ໃນຂະນະທີ່ເດັກນ້ອຍປາແລວຕິນອາຍຸຕໍກ່ວານຶ່ງປີ ໃນປີນຶ່ງໆ 1000ຄົນໃດ໋ຈະຕາຍພຽງ

    33,12ຄົນ.

2. ຖ້າເຈົ້າເປັນຄົນລາວ ເຈົ້າຈະມີໂອກາດໄດ້ເຮັດວຽກເຮັດການຫລາຍກ່ວາຄົນປາແລສຕິນ.

    ອັດຕາຄົນວ່າງງານໃນປະເທດລາວໃນແຕ່ລະປີມີພຽງ 2,5%, ຢູ່ປະເທດປາແລສຕິນ

    ແຕ່ລະປີຈະມີຄົນວ່າງງານເຖິງ 59%. ສະແດງວ່າຄົນລາວມີວຽກເຮັດງານທໍາຫລາຍກ່ວາ

    ຄົນປາແລສຕິນປະມານ 95,76%.

3. ຄົນລາວໃຊ້ນໍ້າມັນນ້ອຍກ່ວາຄົນປາແລສຕິນ.

    ມື້ນຶ່ງຄົນລາວຜູ່ນຶ່ງໃຊ້ນໍ້່າມັນພຽງແຕ່ 0,068ລິດ ແຕ່ຄົນປາແລວຕິນໃຊ້ 0,1ລິດ.

4. ຄົນປາແລສຕິນອາຍຸຍືນກ່ວາຄົນລາວ.

    ຄົນລາວອາຍຸຍືນປະມານ 59,96ປີ ຄົນປາແລສຕິນ 73,5ປີ.

5. ຄົນປາແລສຕິນໃຊ້ໄຟຟ້າຫລາຍກ່ວາຄົນລາວ. ປີນຶ່ງ ຄົນລາວຜູ່ນຶ່ງຈະໃຊ້ໄຟຟ້າພຽງແຕ່

    257 Kwh ສ່ວນຄົນປາແລສຕິນໃຊ້ 396Kwh.

6. ຄົນປາແລສຕິນຫາເງິນເກັ່ງກ່ວາຄົນລາວ. ປີນຶ່ງຄົນປາແລສຕິນຈະຫາເງິນໄດ້ຜູ່ນຶ່ງປະ

    ມານ $2900 ຄົນລາວຫາໄດ້ແຕ່ $2100.

7. ຄົນລາວຜະລິດເດັກນ້ອຍເກັ່ງກ່ວາຄົນປາແລສຕິນ. ແຕ່ລະປີ ຄົນລາວ 1000ຄົນໃດ໋

    ຈະເກີດລູກ 33,44ຄົນ ສ່ວນຄົນປາແລສຕິນຈະເກີດແຕ່ 30,59ຄົນ.

ຜູ່ໃດ໋ຢາກສົມທຽບຄວາມແຕກຕ່າງລະຫວ່າງສອງປະເທດ ກໍ່ເຂົ້າໄປລອງຢູ່ລິ້ງລຸ່ມນີ້:

http://www.ifitweremyhome.com/compare/listing/LA





    



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard