Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຜູ້ນຳລາວໄດ້ຮັບຄຳຊົມເຊີຍຈາກປະເທດເພື່ອນມິດ
ຊຽງລໍ

Date:
ຜູ້ນຳລາວໄດ້ຮັບຄຳຊົມເຊີຍຈາກປະເທດເພື່ອນມິດ


ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ປະ­ທານ​ປະ­ເທດ ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ ແລະ ທ່ານ ດຣ.ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແຫ່ງ ສປປ ລາວ ຕ່າງ​ກໍ​ໄດ້​ຮັບ​ຄຳ​ຊົມ­ເຊີຍ​ຜ່ານ​ໂທລະ­ເລກ​ຈາກ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ ປະ­ເທດ​ເພື່ອນ​ມິດ ເຊັ່ນ: ທ່ານ ວາ​ຄຣາບ​ໂຄ​ສ ປະ­ທາ­ນາ­ທິ­ບໍ­ດີ ທ່ານ ເພ​ທ ນີ​ກາ​ສ ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ ຄາ​ເຣວ​ສະ​ວາ ເຊັນ​ເປີກ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແຫ່ງ ສາ­ທາ­ລະ­ນະ​ລັດ​ເຊັກ ແລະ ທ່ານ ອາ­ລີ ອັກ​ບາ ຊາ​ເລ​ຮີ ລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ ແຫ່ງ ສາ­ທາ­ລະ­ນະ​ລັດ​ອິດ​ສະ​ລາມ ອີ​ຣານ ໃນ​ໂອ­ກາດ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ຄືນ­ໃໝ່.

 

ເນື້ອ​ໃນ​ໂທລະ­ເລກ​ຂຽນ​ວ່າ: ພວກ​ຂ້າ­ພະ­ເຈົ້າ​ຂໍ​ສະ­ແດງ​ຄວາມ​ຊົມ­ເຊີຍ​ມາ​ຍັງ​ພະ­ນະ​ທ່ານ​ທີ່​ໄດ້​ຮັບ​ ເລືອກ​ຕັ້ງ​ຄືນ­ໃໝ່ ໃຫ້​ດຳ­ລົງ​ເປັນ​ປະ­ທານ​ປະ­ເທດ ນາ­ຍົກ­ລັດ­ຖະ­ມົນ­ຕີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແຫ່ງ ສປປ ລາວ.

 

ເນື່ອງ​ໃນ​ໂອ­ກາດ​ດັ່ງ­ກ່າວ ພວກ​ຂ້າ­ພະ­ເຈົ້າ​ຂໍ​ອວຍ­ພອນ​ມາ​ຍັງ​ພະ­ນະ​ທ່ານ​ຈົ່ງ​ມີ​ສຸ­ຂະ­ພາບ​ ເຂັ້ມ­ແຂງ ແລະ ປະ­ສົບ​ຜົນ­ສຳ­ເລັດ​ໃນ​ພາ­ລະ­ກິດ​ຂອງ​ພະ­ນະ​ທ່ານ.

http://vientianemai.net/teen/khao/1/3884

 

ທ່ານໃດ໋ກໍ່ໄດ້ ຊ່ອຍບອກແດ່ວ່າ ຊົມເຊີຍ ພາສາອັງກິດແມ່ນຫຍັງ? ຕາມທີ່ເຂົ້າໃຈ congratulate ແມ່ນສະແດງຄວາມຍິນດີ, ຂອບໃຈຫລາຍໆ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard