Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນັກຮຽນມະຫາໄລ ຍອມທຸກຢ່າງເພື່ອໃຫ້ເສັງຜ່ານ
Anonymous

Date:
RE: ນັກຮຽນມະຫາໄລ ຍອມທຸກຢ່າງເພື່ອໃຫ້ເສັງຜ່ານ


Anonymous wrote:

ອ້າຍອັນນນລາວເວາເລື່ອງນັກຮຽນນັກສຶກສາຍິງບາງຄົນຂາຍໂຕ ຢ່າໄປຫຸ້ມດ່າລາວດ້ວຍຄຳຫຍາບຊ້າເທາະ ! ລາວບອກໃຫ້ຮູ້ສະພາບຕົວຈິງກະດີແລ້ວເດ່ ! ຫລືຢາກໄດ້ຍິນແຕ່ລາຍງານດອກໄມ້ ຊນເບາະ ??? ຮູ້ບັນຫາແລ້ວກຫາວິທີແກ້ໄຂຊ່ອຍກັນຊນຕົວະ ! ຮູ້ບສາເຫດຂອງນັກຮຽນນັກສຶກສາບາງຄົນຍອມເອົາເນອໜັງແລກເງິນ ມັນຍ້ອນຫຍັງ ? ຍ້ອນເຂົາເຈາບຮູ້ຫລືບຍອມຮັບຄຳວ່າ " ພູມໃຈໃນສິ່ງທີ່ຕົນເອງມີ " ພວກເຂົາຫລົງນຳແບບຢ່າງຂອງ ໜັງ TV MV Web sites ໄທ ເກົາຫລີ ຈີນ ຫວຽດ ອາເມລິກາ .... ຫລົງໄຫລ ບ້າ ນຳວັດຖຸນິຍົມ ບໍລິໂພກນິຍົມ ທງໆທີ່ຍັງຫາເງິນບເປັນຈັກກີບ ! ພຊ ລົດຈັກຈີນ ໂຄລາວໃຫ້ພໍໄດ້ທຽວໂຮງຮຽນ ກບພໍໃຈ ຢາກໄດ້ ຟີໂນ ຫລື ປີແກັນໂຕ! ແມ່ຊມືຖື 2-3 ແສນໃຫ້ເພື່ອຕິດຕກັນ ກບເອົາ ຢາກໄດ້ລຸ້ນສຳພັດ 2-3 ລ້ານ ແລະອື່ນໆ ! ນັກສຶກສາສູ່ມນີ ມັນບທຸກຫລາຍຄືຍຸກກ່ອນດອກ ຄັນອົດທຸກໜ້ອຍໜຶ່ງ ແລະຄຶດເຫັນສັກສີຂອງລູກຜູ້ຍິງນຳ ມັນກຮຽນລອດຢູ່ ບຕ້ອງໄປແບໃຫ້ໃຜ ກະໄດ້ ! ແລ້ວເປັນຫຍັງ ຄູອາຈານ ຍຸກນ ຈຶ່ງບສຶກສາອົບຮົມ ຫລື ປູກຈິດສຳນຶກເລື່ອງນໃຫ້ເຂົາເຈາຫລາຍໆແດ່ ! ຍາມມແລງຄືເຫັນແຕ່ໄປນັ່ງຕຳຈອກກັບນັກສຶກສາອຶກກະທຶກຢູ່ ດີບດີ ເຫັນຜູ້ໃດງາມໆ ຫາວິທີຟັນອີກ ! ໂອຍ , ຂະນ້ອຍໜ່າຍເດ່ noconfuse


buk hoo khee ery.......mee tae hao gub hao...

__________________
Anonymous

Date:

Anonymous wrote:

ສະບາຍດີທ່ານຄົນໃຕ້

ດົນແລ້ວບໍ່ເຫັນທ່ານມາປະກອບຄໍາເຫັນ ຫຍຸ້ງຍາກນໍາວຽກງານເບາະທ່ານຫລື

ຫຍຸ້ງນໍາກິກ? ຄວາມຈິງແລ້ວ ເຂົາບໍ່ຄວນຂາຍເຄື່ອງດື່ມຂອງເມົາໃຫ້ຜູ່ທີ່ມີອາຍຸ

ຕໍ່າກ່ວາ ໒໑ປີ.


 You must be kidding me right?

In Lao, there is no age limits for drinking.



__________________
Anonymous

Date:

ຢູ່ວຽດນາມ ນັກສຶກສາມັກໄປວັດເພື່ອຂໍພອນໃຫ້ສອບເສັງຜ່ານ. ກົດບ່ອນນນີ້ຖ້າຢາກຮູ້ວ່າວຽດນາມໃຫ້ໄດ້ຄະແນນ TOEFL ຈັກຄະແນນຈຶ່ງຈະສາມາດໄດ້ PhD.

__________________
Anonymous

Date:

ມີການເຜົາອິ່ດາຣາບັກຄຳ ຜ ອ ກ ສຽງ ອມຣກ ແລະ ອິ່ ວຽງໄຊຫລວງໂຄດຊະນະນິກອນ ຫັວໂປ່ໄຫ່ຍ ເອເຊັຍເສີຣິ ທີ 16.03.12 ທີ່




http://tiny.cc/serixonlao






Sent: Friday, 16 March 2012 10:25 PM
Subject:





03-08-2012

ໜຸ່ມລາວຕັດສິນໃຈ ກັບຄືນເມືອຢູ່ ບ້ານເກີດເມືອງນອນ ຫລັງໃຊ້ ຊີວິດຢູ່ຕ່າງປະເທດ ຫລາຍປີ
ລາຍງານໂດຍ ກິ່ງສະຫວັນ ປະຖໍາມະວົງ | ວໍຊິງຕັນ ດີຊີ
·

·

·

·


·

·

·





ຮູບຈາກ: KS

ແສງແກ້ວ ຟຣິຈິດຕະວົງ ຫັລງຈາກໄດ້ໃຊ້ຊີວິດເປັນເວລາຫລາຍປີ ທີ່ ປະເທດການາດາ ບັດນີ້ໄດ້ ກັບຄືນມາຊື່ນບານກັບປ່າດົງພົງໄພ ອັນເປັນ ບ້ານເກີດເມຶອງນອນທີ່ ເມືອງວັງວຽງ ແຂວງວຽງຈັນ.

ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນຂອງ​ວີ​ໂອ​ເອ ​ແລງ​ມື້​ນີ້ສະ​ເໜີ ການ​ສໍາພາດ​ກັບ
ແສງ​ແກ້ວ ຟຣິຈິດຕະວົງ ໜຸ່ມ​ລາວລູກບ້ານ​ຫລານ​ເມືອງວັງ​ວຽງ ​ທີ່​ໄດ້ອົບ​ພະຍົບ​ໄປ​ຢູ່
ປະ​ເທດ​ກາ​ນາ​ດາ ຫລາຍ​ປີ ​ແຕ່​ແລ້ວ​ກໍ​ໄດ້ຕັດສິນ​ໃຈຍ້າຍ​ກັບ​ຄືນ​ເມືອ​ຢູ່​ບ້ານ​ເກີດ​ເມືອງ​
ນອນ​ ​ຊຶ່ງ​ແສງ​ແກ້ວ ​ຈະ​ມາ​ລົມ​ສູ່​ຟັງ​ວ່າເປັນ​ດ້ວຍ​ເຫດ​ໃດລາວ​ຈຶ່ງ​ໄດ້​ຕັດ​ສີນ​ໃຈ​​ເຮັດ​ແບບ​
ນັ້ນ ​ແລະ​ເວລາ​ນີ້ລາວ​ດໍາລົງ​ຊີວິດ​ແບບ​ໃດ ຢູ່​ປະ​ເທດ​ລາວ​ນັ້ນ. ​ເຊີນ​ທ່ານ​ຕິດຕາມ​ຮັບ
ຟັງ​ຈາກ​ ກິ່ງ​ສະຫວັນ​ ໄດ້​ໃນ​ອັນ​ດັບ​ຕໍ່​ໄປ.

ເ​ມື​ອງວັງ​ວຽງ ​ຕັ້ງ​ຢູ່​ຫ່າງຈາກ ນະຄອນ​ຫລວງ​ວຽງ​ຈັນ ໄປ​ທາງ​ທິດ​ເໜືອປະມານ​ຮ້ອຍ
​ກວ່າ ກິ​ໂລແມດ ​ແລະ ​ໄຊ້​ເວລາ​ເດີນ​ທາງ​ໂດຍ​ທາງ​ລົດປະມານສອງ​ຊົ່ວ​ໂມງ. ​​​​ແຕ່​ລະຍະ
​ທາງຈາກນະ​ຄອນຫລວງ​ວຽງ​ຈັນ ​ເຂົ້າ​​ໄປ​ສູ່​ເມືອງ​ວັງ​ວຽງ​ນັ້ນ ທ່ານຈະ​ສັງ​ເກດ​ເຫັນຖະ
ໜົນຫົນ​ທາງ​ປູຢາງ​ໄປ​ຕະຫລອດ ​ແຕ່​ວ່າການ​ສັນຈອນ​ບໍ່ຫລາຍ. ໃນທັງສອງ​ຟາກ​ທາງ
ທ່າ​ນຈະ​ເຫັນທົ່ງ​ນາ ປ່າ​​ໄມ້ອັນ​ຂຽວ​ງາມ ​​ແລະໝູ່ບ້ານ​ຂອງ​ຊາວ​ຊົນນະບົດທີ່​ເຕັມ​ໄປ​ດ້ວຍ
ຊີວິດ​ການ​ເປັນຢູ່​​ແບບ​ທໍາ​ມະ​ຊາດ. ພໍ​ແຕ່​ລົດ​​ແລ່ນ​ເຂົ້າມາ​ເຖີງ ຕົວເມືອງ​ວັງ​ວຽງ ທ່ານ​ຈະ
ເຫັນຕຶກ ຮ້າ​ນຄ້າ ເຮືອນຫ້ອງ​ແຖວ ​ແລະ ຮ້ານ​ໄມ້ຢາຍ​ໄປຕາມ​ຖະນົນ. ສີນ​ຄ້າທີ່ຫ້ອຍ ​
ແລະວາງ​ຂາຍ​ສ່ວນ​ໃຫ່ຍ​​​ເປັນເຄື່ອງ​ແຫ້ງ​ ເຊັ່ນ​ວ່າ: ​ປາ​ແຫ້ງ, ປາ​ແດກ, ສົ້ມ​ໝູ, ​ຜັກ​ສົດ,
ປາ​ສົດ, ສັດ​ປ່າ, ​ເຄື່ອງ​​ໄຊ້​ຕ່າງໆໃນ​ບ້ານ​ເຮືອນ ​ແລະຮ້ານ​ອາຫານ.





KS



ເ​ມື​ອງ​ວັງ​ວຽງ ​ເປັນ​ເມືອງ​ທີ່​ມີທໍາ​ ມະ​ຊາດອັນສວຍ​ສົດ​ງົດ​ງາ​ມ​​ ເໝືອນ​ດັ່ງ​ຮູ​ບ​​ແຕ້ມ ທີ່​ເທບ​ພະ​ເຈົ້າ​ໄດ້​ສ້າງ​ເອົາ​ໄວ້ ມີພູຜາສູງ​ແຫ​ລ​​ມຢາຍ​ກັນ​ໄປທົ່ວຂົງ​ເຂດ ​ປົກ​ຄຸມ​ໄປ​ດ້ວຍປ່າ​​ໄມ້​ອັນ​ຂຽວງາມ ​ທົ່ງ​ນາທີ່​ກ້ວາງ​​ໄປ​ຈຸ​ເຖິງຕີນ​ພູ ມີໝອກຂາວກົ້ວປົກ​ຄຸມ​ຢູ່​ຕາ​ມຮອມ​ພູ ​ເບິ່ງແລ້ວ ຊີວິດຄົນແລະສັດ​ໃນ​ຂົງ​ເຂດ​ນີ້​​ ແມ່ນເຕັ​​ມໄປ​​ແຕ່​​ຄວາມ​ຮົ່ມເຢັນເປັນສຸກ ຢູ່​ຕາມ​ໝູ່​ບ້ານ​ ມີດອກ​ໄມ້​
ປ່າ​ນາໆ​ຊະນິດ ບານ​ເດຍລະດາດ ຕົ້ນ​ພ້າວ ຕົ້ນ​ຕານ ຕົ້ນໝາກທີ່​ຢືນຢຽດ​ສູູງ ສະ​ແດງ​ໃຫ້
​ເຫັນເຖິງ​ຄວາມ​ອຸດົ​ມສົມບູນ ​ແລະ​ການ​ດໍາລົງຊີວິດທີ່​ມີ​ມາ​​​​ແຕ່ຍາວ​ນານ ໂດຍ​ສະ​ເພາະ​ຢ່າງ​
ຍິ່ງ ສາຍ​ນໍ້າຊອງ​ ທີ່ໄສ​ເຢັນໄຫລ​ຜ່ານໝູ່​ບ້ານ ອັນ​ເປັນ​ໝາກຫົວ​ໃຈຂອງ​ຊາວ​ວັງ​ວຽງ ການ
ດໍາລົງຊີວິດຂອງຊາວ​ເມືອງ​ວັງ​ວຽງ​ທີ່​ມີ​ມາ​ແຕ່​ດຶກ​ດໍາ​ບັນ​ນັ້ນ​ກໍ​ຄື ການປະ​ໂມງ ​​ເຮັດ​​ໄຮ່ເຮັດ
ນາ ​ເຮັດ​ສວນ ​ແລະ ​ໂຮ່​ເນື້ອ​ ທີ່​ກ່າວ​​ມາ​ທັງ​ໝົດ​ນີ້​ມີຊີວິດ​ຊີ​ວາອັນ​ແທ້​ຈິງ​ຊຶ່ງ ຂ້າພ​ະ​ເຈົ້າ ກິ່ງ
​ສະຫວັນ ຜູ້​ລາຍ​ງານ​ຂ່າວ​ນີ້ ​​ໄດ້​ໄປ​ເຫັນ​ເປັນ​ພິຍານ​ຫລັກຖານ​ໃນ​ປີ 2006​ ​ແລະກໍດ້ວຍ
ເຫດຜົນດັ່ງ​ກ່າວ​ມາ​ນີ້ ທ່ານແສງ​ແກ້ວ ຟຣິຈິດຕະວົງ ຈຶ່ງ​ໄດ້​ຕັດ​ສີນ​ໃຈກັບ​ຄືນ​​ເມືອຢູ່​ບ້ານ​
ເກີດ​ເມືອງ​ນອນ​ ຫລັງ​ຈາກ​ທີ່​ໄດ້​ໄປ​ໃຊ້​ຊີວິດ​ຢູ່​ປະ​ເທດ​ການ​າດາ ​ເປັນ​ເວລາ​ຫລາຍ​ປີ ​ຊຶ່ງ
ລາວ​​ເລົ່າ​ຄວາ​ມເປັນ​ມາ​​ໃຫ້​ຟັງດັ່ງ​ນີ້:

ທ່າ​ນ​ແສງ​ແກ້ວ ​ໄດ້​ເຮັດ​ວຽກຢູ່​ໃນ​ໂຮງງານ ຜລິດ​ເຄື່​ອງອາ​ໄລ​ລົດ ​ແຕ່​ເຊົ້າ​ຈົນ​ເທົ້າ​ຄໍ່າ ຫ້າ​ຫາຫົກ​ມື້​ຕໍ່​ອາທິດ ​ເປັນ​ເວລາ​​ເຈັດ​ປີ ຊີວິດການ​

ຫາ​​ເຊົ້າ​ກີ​ນຄໍ່າ ອັນ​ຊໍ້າ​ຊາກດັ່ງ​ກ່າວ​ນີ້ ເຮັດ​ໃຫ້​ແສງ​​ແກ້ວ ຄິດ​ເຖິງທໍາ​ມະ​ຊາດ ​ແລະສິ່ງ​ແວດລ້ອມ ທີ່​ລາວ​ໄດ້​ໜີ​ປະໄປນັ້ນ​ຢູ່ສະ​ເໝີ.

ເມື່ອ​ຫລາຍໆ​ປີຜ່ານມາ​ນີ້ ບັນດາ​ນັກ​ທ່ອງ​ທ່ຽວ​​ໄດ້ໄປພົບ​ເຫັນ​ທໍາ​ມະ​ຊາດ​ອັນ​ລີ້​ລັບ ສວຍ ​ງາມ​ຂອງເມືອງ​ວັງ​ວຽງ ​​ທີ່ບໍ່​ໄດ້​ຖືກ​ແຕະຕ້ອງ​ ຈາກ​ໂລກ​ພາຍ​ນອກມາ​ກ່ອນ. ຜົນ​ທີ່​ຕາມ​ມາ​ ກໍ​ຄື ພວກນັກ​ທອງ​ທ່ຽວຕ່າງປະ​ເທດທີ່​ເປ້​ຖົງ ພາກັນຫລັ່ງ​ໄຫລ ເຂົ້າ​​​ໄປຢ້ຽ​ມຢາ​ມຊື່ນ​ຊົມ

​ກັບທໍາ​ມະ​ຊາດອັນ​ສວຍ​ງາມ​ນັ້ນ ​ແລະ​ມັນ​ເລີ້​ມ​ເຮັດ​ໃຫ້​ຊີວິດການ​ເປັນ​ຢູ່​ຂອງຊາວ​ເມືອງ​ວັງ ​ວຽງ ມີ​ການ​​ປ່ຽນ​ແປງ ​​ແລະນໍາ​ຜົນ​ສະທ້ອນ​ມາ ສູ່ທໍາ​ມະ​ຊາດ​ ສິ່ງ​ແວດ​ລ້ອມອັນງົດ​ງາ​ມ​ພ້ອມ​ທັງ​ການ​ດໍາລົງ​ຊີວິດ ​ຊຶ່ງ​ທ່ານ​ແສ​ງ​ແກ້ວອະທິບາຍ​ວ່າ:

ໃນການ​ກັ​ບຄືນມາ​ຕັ້ງຖີ່​ນຖານ​ໃໝ່ ຢູ່​ບ້ານ​ເກີດ​ເມືອງ​ນອນ​​ນັ້ນ ທ່ານ​ແສງ​ແກ້ວ ​ ໄດ້​ນໍາເອົາແນວ​ຄິດ​ຫລາຍໆ​ຢ່າງ​ມາປັບ​ປຸ​ງ​ແລະພັດທະນາ ​ເພື່ອຊ່ວຍຊາວບ້ານຂອງ​ທ່ານ ​ເປັນ​ຕົ້ນວ່າ ສອນ​ພາສາ​ອັງກິດ​​ໃຫ້​ເຂົາ​ເຈົ້າ ໂດຍ​​ອາ​ໄສນັກ​ທອງ​ທ່ຽວ​ ອາສາ​ສະມັກ​ມາ​
ຊ່ວຍ​ສອນພວກ​ເດັກນ້ອຍ​ນັກຮຽນ ​ແລະ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ນັ້ນ​ກໍ​ຄື ທ່ານ​​ແສງ​ແກ້ວ​ ຢາກ​ແນະ​ນໍາ​ໃຫ້​ຊາວ​ບ້ານ ພະຍາຍາມ​​ໄຊ້ຢາຂ້າ​ແມງ​ໄມ້​ແບບ​ທໍາ​ມ​ະຊາດ ​ໃນ​ການ​ປູ​ກຜັກ​ປູກ​ໝີ່ ທີ່​ນໍາ​ໃຊ້​ໃນ​ການປຸງ​​ແຕ່ງ​ອາຫານ​ເພື່ອສຸຂະພາບ​ທີ່​ດີ​ຂຶ້ນ​ ສໍາລັບ​ທັງ​ຊາວບ້ານ​ຊາວ​ເມືອງ ​ແລະ​ນັກ​ທ່ອງ​ທ່ຽວນໍາ​ດັ່ງທີ່ທ່ານ​ໄດ້​ເລົ່າ​ສູ່​ຟັງ​ດັ່ງ​ນີ້:





ທ່ານ​ແສງ​ແກ້ວມ້ວນທ້າຍ​ການ​ໃຫ້​ສໍາພາດ​ ໂດຍຂໍສົ່ງ​ຂ່າວຜ່ານ​ມາ​ທາງ​ລາຍການວີ​ໂອ​ເອ ວ່າ ຖ້າ​ຫາກທ່ານ​ໃດ​ມີ​ໂອກາດ​ໄດ້​ກັບຄືນ​ມາ​ຢ້ຽມຢາມ​ເມືອງລາວ ​​ໂດຍ​ສະ​ເພາະ ເມືອງ ​ວັງ​ວຽງແລ້ວ ທ່ານ​ແສງ​ແກ້ວ ຍິນດີ​ຕ້ອນຮັບ​ທຸກໆ​ທ່າ​ນ ​ແລະ​ຕິດ​ຕໍ່​ໄດ້​ທີ່:ສະບາຍດີທ່ານທັງຫລາຍ

....................................................................................................................................................................................................l





ຢ່າສູ່ພາກັນ ຟ້າວຕື່ນເຕັ້ນ ແລະ ຟ້າວດີໃຈ ທີ່ເຫັນຄົນລາວ ຜູ້ທີ່ຕັດສິນໃຈກັບບ້ານເກີດ ມີຄວາມດີໃຈ ເພາະຜູ້ກ່ຽວ

ໄດ້ຢູ່ໃນໂລກແຄບ ບໍ່ເຄີຍໄດ້ເຫັນສະພາບ ຄວາມເປັນຈິງ ເວລາ ໄປຢາມລາວ ແມ່ນໄປທ່ອງທ່ຽວ ເງິນໂຮງການເຂົາ

ຍັງເບິກໃຫ້ຢູ່ ດັ່ງນັ້ນ ການດຳຣົງຊີວິດ ເວລາທ່ອງທ່ຽວລາວມັນຈຶ່ງມີຄວາມສຸກດີ.





ສະພາບຂອງຜູ້ກ່ຽວທີມີຊີວິດ ອັນອຸດົມ ສົມບຸນນີ້ ມັນໄດ້ກາຍເປັນ ອະດິດໄປແລ້ວ . ທ້າວ ແສງແກ້ວ ຟຣີຈິຕວົງ

ເປັນຄົນທີ່ບໍ່ໄດ້ກ່ຽວກັບການຈັດຕັ້ງລາວນອກ ໃດຯທັງສິ້ນ ລາວສະມັກໃຈກັບບ້ານເອງ ລາວຕ້ອງກຸ້ມຕົນເອງ

ຮັປກັນຕົນເອງ, ຮັ່ງເອງ, ທຸກເອງ.





ທ່ານແສງແກ້ວ ເປັນໄທບ້ານວັງວຽງ ຄົນທີ່ 3 ທີ່ກັບຄືນວັງວຽງ ທີ່ມີທັມຊາດ ສວຍງາມ ເວລາທ່ອງທ່ຽວ ແຕ້ ດ້ານ

ຊີວິດການກິນຢູ່ ແລະ ຊີວິດຢູ່ພາຍໃຕ້ການປົກຄອງ ລະບອບຜະເດັດການ ໃນບໍ່ໄດ້ສວຍງາມ ຄືທັມຊາດ.





ຜູ້ທີ່ນຶ່ງ ຄືທ່ານ ບຸນ ມ. ຢູ່ປະເທດ​ ນີວຊີແລນ ຂາຍເຮືອນ ແລ້ວ ຕັດສິນໃຈ ໂຫບເງິນ ທີ່ໄດ້ກຳໄລ ໄປຢູ່ລາວ ເພິ່ນຍັງເວົ້າ

ວ່າ “ ເສົາ” ແປວ່າ ເຮົາ ຈະໄປຢູ່ລາວ ມັນສະບາຍ ພີ່ນ້ອງເຮົາກໍມີຫລາຍ ມັນດີຢູ່ ແຕ່ຈະໄປແບ່ງເອົາມູນນັ້ນບໍ່ໄດ້ ເພາະ

ຕົນເອງເປັນຄົນຕ່າງຊາດແລ້ວ. ທ່ານໄດ້ວິ່ງເຕັ້ນຄ້າຂາຍ ເຮັດທຸກວິທີທາງ ຢູ່ໄດ້ 3 ປີ ເງິນຫມົດ ຫີ້ວຫີບກັບປະເທດ

ນຊລ ນະໂຍບາຍ ເຂົາດີຢູ່ ເຂົາໃຫ້ກິນເງິນຫວ່າງງານຄືນ ແຕ່ຊອກວຽກບໍ່ໄດ້ກິນ ແຕ່ເຫລົ້າ ສຸດທ້າຍ ເລີຍເຂົ້າບວດ ເປັນ

ພຣະທັມະກາຍ ໄປຮຽນ ແລ້ວຢູ່ໄທກັບມາ ຄົນລາວບໍ່ນິຍົມ ເລີຍສິກອອກຈາກວັດ ແລ້ວເລີຍເປັນຫມາກຫໍ້ຫມາກນອຍ.





ຜູ້ທີ່ ສອງ ຄືທ່ານ ບຸນ ອ. ຢູປະເທດ ອອສເຕຣເລັຽ ໄດ້ເງິນອອກການ (​ ໂຮງການປິດ ) ໂຫບເງິນຫນີໄປລາວ ໄປເຮັດການຄ້າ

ເມັຽ ແລະ ລູກ ບໍ່ໄປນຳ, ບໍ່ຮອດ 2 ປີ ເງິນຫມົດ. ກັບມາໃຫ້ເມັຽ ຂາຍເຮືອນ , ບໍ່ຊາຄວາມຍາກ ລູກຈ້າງໃຫ້ອອກເຮືອນ ເອົາເງິນ

ກັບໄປ ວັງວຽງອີກ ບໍ່ຮອດ ປີ ເງິນຫມົດອີກ ກັບມາ ເມັຽຕຽມໃບຢ່າຮ້າງ ໄວ້ຖ້າ ມາຣອດພໍດີມາເຊັນ ແລ້ວກໍ່ກິນເງິນຫວ່າງງານ

ໄປ ອາໄສຢູ່ເຮືອນຫລວງນຳຫມູ່ ຈະປະກັນເອົາເມັຽມາແຕ່ລາວກໍບໍ່ໄດ້ ເພາະເປັນຄົນຫວ່າງງານ.





ທ້າຍປີແລ້ວນີ້ ລູກສາວເຮັດດອງ ເຊີນແຂກ 350 ຄົນ ບໍ່ຍອມເຊີນພໍ່ມາຢຽບຮອດດອງຊ້ຳ. ມີຄົນຖາມເປັນຫັຽງ ?

ລູກສາວຕອບວ່າ: “ເບື່ອຄົນຮັກບ້ານເກີດແຮງ”





ເປັນເຣຶ່ອງຈິງ ເຊີນ VOA ໄປສັມພາດ ມາລົງຄໍລັມ ແດ່ ພໍຈະໄດ້ເຕືອນສະຕິຄົນຫລົງທາງ,









ສອງ ຄົນນີ້ບໍ່ໄດ້ໄປ ໃຫ້ສັມພາດນຳ VOA





ທ່ານທັງຫລາຍຈົ່ງລໍເບິ່ງ ທ່ານແສງແກ້ວ ຟຣີຈິຕວົງ ທີ່ໄປຈາກການາດາ ຈະດີກວ່ານີ້ ຫລື ຮ້າຍກວ່ານີ້.





ມິຕພາບ

ອາຕ




__________________
Anonymous

Date:

ສະແດງວ່າການສຶກສາໃນລາວປັດຈຸບັນນີ້ແຂງຂຶ້ນກ່ວາສະໃໝ 34 ປີກ່ອນ, ຕອນນັ້ນ ກ່ອນຈະມີການສອບເສັງພາກຮຽນຫລື ເສັງຈົບຊັ້ນ ອາຈານໄດ້ເອົາຂໍ້ສອບມາໃຫ້ຄົ້ນຄ້ວາເປັນເວລານຶ່ງ ເດືອນ, ແຕ່ລະທິດ ເພິ່ນຈະມາຄັດຈ້ອນບົດຄົ້ນຄ້ວາເຂົ້າໃຫ້ນ້ອຍ ລົງໆຈົນເຫລືອແຕ່ຂໍ້ທີ່ເພິ່ນຈະອອກໃນເວລາສອບເສັງ. ເຖິງວ່າ ຈະເປີດກ່ອນແທງກໍ່ຕາມ ແຕ່ຍັງມີນັກຮຽນຈໍານວນນຶ່ງເສັງບໍ່ຜ່ານ ແລະເພິ່ນກໍ່ມີນະໂຍບາຍໃຫ້ເສັງອີກເປັນຄັ້ງທີສອງ ທີສາມຈົນ ກ່ວາຈະເສັງໄດ້ຕາມຄາດໝາຍ 100%. ສະນັ້ນ ນັກຮຽນລຸ້ນ ຂ້ອຍບໍ່ມີໃຜຄ້າງຫ້ອງຫລືເສັງບໍ່ຜ່ານ, ນັກຮຽນຄົນໃດ໋ເຈັບເປັນ ບໍ່ສາມາດມາເສັງໄດ້ ຖ້າມີຄຸນສົມບັດດີ ອອກແຮງງານເກັ່ງ ມີແນວຄິດຫລັກໝັ້ນການເມືອງອຸ່ນອ່ຽງທຸ່ນທ່ຽງ ຮັກຊາດ ຮັກຜູ່ ນໍາ ເພິ່ນກໍ່ອະນຸໂລມໃຫ້ຂຶ້ນຊັ້ນນໍາໝູ່. ສ່ວນການຄັດເລືອກເອົານັກຮຽນໄປສຶກສາຕໍ່ຢູ່ຕ່າງປະເທດນັ້ນ ແມ່ນຕ້ອງເປັນຜູ່ທີ່ເຂົ້າອົງການຈັດຕັ້ງຊາວໜຸ່ມ ເພດຍິງເທົ່ານັ້ນ ຄະແນນການຮຽນບໍ່ກ່ຽວ. ສະນັ້ນ ຈຶ່ງມີນັກສຶກສາຫລາຍຄົນ ຖືກສົ່ງກັບຄືນຈາກປະເທດໂຊວຽດ ໂປໂລຍ ເຊັກໂກ ເຍັຽຣະມັນ ຍ້ອນຮຽນບໍ່ໄດ້ແລະບາງຄົນກໍ່ມີບັນຫາເລື້ອງໄພສັງ, ແຕ່ເຂົາ ເຈົ້າເປັນຄົນມີບຸນວາດສະໜາສູງສົ່ງ ຮຽນບໍ່ໄດ້ ຮຽນບໍ່ຈົບກໍ່ ໄດ້ຖືກສັບຊ້ອນເຂົ້າຮັບຕໍາແໜ່ງສູງໆ ສ່ວນລູກພໍ່ໄຮ່ພໍ່ນາຍ່າງ ແຕ່ຫໍພັກນົກກາງແກໄປຫາສູນກົດໝາຍທຸກມື້ຈົນເກີບຕີນລົດ ຫ້ຽນກໍ່ບໍ່ມີຊື່ເຂົ້າສັບຊ້ອນຢູ່ບ່ອນໃດ ຈົນບາງຄົນຕ້ອງໄດ້ຕັດ ສິນແຕ່ງງານກັບລູກຜູ່ນໍາເພື່ອອະນາຄົດຂອງຕົນ.

__________________
Anonymous

Date:

Anonymous wrote:

ນິລະນິໃສຂອງຄົນຕຳ່ຊ້າ ໝົດປັນຍາຖຽງຜູ້ອື່ນດ້ວຍເຫດຜົນແລ້ວ ກສະແດງສັນດານໝາວໍ້ ອອກມາໃຫ້ເຫັນແນວນລະ ພີ່ນ້ອງເອີຍ ! ຍອມຈຳນົນດ້ວຍເຫດຜົນແລ້ວ ກເອົານິໃສນັກເລງອອກມາໃຊ້ແນວນແລ້ວ ! ຕາສົມເພດ ລູກໂສຖມພແມ່ biggrin


buk hoo khee, son teen, loog mung pen ga lee, pai tye sa!

__________________
Anonymous

Date:

ເລື້ອງແບບນີ້ຊໍາເຮື້ອມາເປັນເວລາ 35 ປີແລ້ວ ມາຮອດປັດຈຸບັນ ນີ້ ເພິ່ນຍັງແກ້ບໍ່ທັນໄດ້ແລະມີທ່າທີຈະເຕີບໃຫຍ່ຂະຫຍາຍຕົວໄປ ທຸກໆແຂວງ. ຕອນສົກປີຮຽນ 1976-77, ທຸກໆແລງວັນສຸກຈະ ມີບ່າວຊິນເວີຂີ່ລົດສະເກັມເບິນໄປຈອດລໍຖ້າຮັບສາວຫໍພັກດົງ ໂດກ ສາທາ ກາຟາ ເພື່ອອອກມາຫາລາຍໄດ້ພິເສດຂ້າງນອກ. ໃນເວລານັ້ນ ເມັຽນ້ອຍຫລືກິກຍັງບໍ່ທັນເປັນແຟຊັ້ນຄືດຽວນີ້, ເຂົາຈຶ່ງອອກແລງວັນສຸກ ແລງວັນທິດຈຶ່ງກັບຫໍພັກ. ຂ້ອຍເວົ້ານີ້ ບໍ່ໄດ້ໝາຍຄວາມວ່າສາວຫໍພັກເປັນແນວນັ້ນທຸກຄົນເນີ ມີຈໍານວນນຶ່ງເທົ່ານັ້ນທີ່ຫາລາຍໄດ້ພິເສດຈາກການບັນເທີງ, ຍ້ອນ ບໍ່ຢາກກິນແກງໝາກອຶໃສ່ວິນຍານໝູ ເຂົາຈຶ່ງຝືນໃຈເຮັດໄປແນວ ນີ້.

__________________
Anonymous

Date:

ບາງຄົນ ຊ່ວຍຕັ້ງແຕ່ມໍ7 ຈົນຮອດມະຫາໄລ  ໜັກແຕ່ທຳຕອນອິດ ດົນໄປກໍ່ທຳມະດາ ການສຶກສາເປັນສີ່ງສຳຄັນໃນການພັດທະນາຊັບພະຍາກອນມະນຸດ  ເລື້ອງນອນນຳອາຈານ ກ່ານອນໂລດອາຈານບໍ່ທັນມີເມຍ (ໂສດ)ອິກ  ຮ່າ..ຮ່າ..ຮ່າ  ໂຄຍບໍ່ແມ່ນຂອງເມືອງເດີ້ ໂຄຍແຂວງ



__________________
Anonymous

Date:

ທ່ານທຸກຄົນທ່ີເຂົ້າມາອ່ານ ເວບນີ້ ຂພຈ ເຊື່ອວ່າຄົງຈະເປັນຜູ້ໃຫຍ່ໝົດແລ້ວທຸກຄົນ, ຂໍຄວາມເປັນທຳແດ່ເຖາະ ຢ່າໄປຕີລວດກວດພຽງເຖາະ, ມັນກະມີແທ້ອັນນັກຮຽນຂາຍຕົວ, ນັກຮຽນເອົາຕົວແລກກັບຄະແນນ,ບໍ່ແມ່ນມີແຕ່ນັກຮຽນມະຫາວິທະຍາ

ໄລເທົ່ານັ້ນ, ມັນມີເກືອບທຸກສະຖາບັນເລີຽ ແຕ່ວ່າຜູ້ທ່ີເຮັດຄືດັ່ງກ່າວນັ້ນມັນບໍ່ມີຮອດ 10% ຂອງນັກຮຽນຍິງທັງໝົດດອກ, ບັນດາຄູອາຈານກໍ່ເຊັ່ນກັນ ກໍ່ຫາກມີແທ້ປະກົດການຄືຫລາຍທ່ານກ່າວມາ ແຕ່ມີຈຳນວນນ້ອຍ ຖືວ່າເປັນພວກບໍດີ, ຢ່າໄປເວົ້າທົ່ວໄປອີຕົນ ພວກຄູອາຈານເຖົ້າທ່ີພວມເອົາໃຈໃສ່ສິດສອນເດັກນ້ອຍຜູ້

ທຸກຍາກໃນຊົນນະບົດ.



__________________
Anonymous

Date:

 ກູເປັນນັກຮຽນຢູ່ດົງໂດກ

 ມາກິນປີ້ງເອັນຢູ່ນາຖົ່ມເດີມື້ແລງ14-03-12ກູຊິລ້ຽງມືງ

----------------------------

ທ່ານ ທ່ີເປັນເຈົ້າຂອງຄວາມເວົ້າຂ້າງເທິງນີ້ ເບິ່ງຊົງຄືຊີ່ຮຽນຢູ່ດົງໂດກແທ້

ແຕ່ອາດຈະແມ່ນຫ້ອງກຽມ ປ1. (ຫລືຖ້າແມ່ນ 50ປີຫລັງເຂົາເອີ້ນວ່າ ຫ້ອງທີ່ຫ້ານ້ອຍ), ບໍແມ່ນ ນັກສຶກສາ ມຊ ດອກ ເພາະເຊື່ອວ່າຄວາມເວົ້າ

ຂອງນັກສຶກສາ ມຊ ແນ່ນອນຕ້ອງສຸພາບແລະມີເຫດຜົນກວ່ານີ້.



__________________
Anonymous

Date:

ກະທູ້ ສຳນັກທຳຫລັກ 38 ລຶບໄປອີກແລ້ວພີ່ນ້ອງເອີຍ ! ເປັນຈັ່ງໃດ ຮູ້ແຈ້ງແລ້ວບໍ່ວ່າ ທາດແທ້ ຂອງເວັບນີ້ ມັນມີໃຜຢູ່ເບື້ອງຫລັງ biggrin



__________________
Anonymous

Date:

ໜ້າເຫັນໃຈພາບພົດຂອງຄູຄຳເນາະທີ່ຖຶກລູກສິດປະໝາດ



__________________
Anonymous

Date:

Anonymous wrote:

ໜ້າເຫັນໃຈພາບພົດຂອງຄູຄຳເນາະທີ່ຖຶກລູກສິດປະໝາດ


 ອາດຍາ ຊິໄປອີ່ຕົນເພິ່ນຫຍັງຄູຄຳ ??? ເພິ່ນຢູ່ສູງແລ້ວ ທຸກຄົນເຫຼື້ອມໃສສັດທາເພິ່ນໝົດ ດຶງເພິ່ນມາເກືອກກົ້ວກັບພວກຄູຊົ່ວເຮັດຫຍັງ ?? ຄູດີຄືກັນ ຢ່າດຶງເຂົາເຈົ້າເຂົ້າມາວົງດຽວກັບພວກຄູຊົ່ວຈຳນວນນີ້ແມ້ ! ເຈົ້າບ້າຫວະ ??? ຄູບາຢູ່ວັດຍັງບໍ່ດີໝົດ ! ກາງຄືນມາ ລັກນຸ່ງສົ້ງເສື້ອໃສ່ໝວກ ອອກໄປທ່ຽວເທັກ ໄປຕ່ອຍກັບແມ່ອອກສາວ ກໍ່ຍັງມີ ແຍກໃຫ້ມັນອອກແດ່ຄັນມີລະດັບແທ້ນະ !



__________________
Anonymous

Date:

Anonymous wrote:
Anonymous wrote:

ເຈາຢ່າເວາແກ້ຕາງຫລາຍ ລູກຫລານຂ້ອຍເວາໃຫເຟັງເຕັມຫູຢູ່ຄູ່ມ ລາງເທື່ອຂໍເງິນນັກຮຽນແບບໜ້າດ້ານໆແບບບມີຢາງອາຍເພື່ອເອົາຄະແນນໃຫ້ເຂົາກຍັງມີ ! ຄູເງິນເດືນໜ້ອຍ ບຖຽງເຈາ ແຕ່ເຈາຖຽງຂ້ອຍໄດ້ບວ່າ ປີໜຶ່ງສະເລ່ຍແລ້ວ ຄູມີມພັກຫລາຍກວ່າອາຊີບອື່ນ ໂດຍສະເພາະ ປະຖົມ ມັດທະຍົມ ??? ທັງພັກທາງການ ທັງພັກເອົາເອງ ເຈາວ່າ ມັນຈັກເດືອນ ເປັນຫຍັງບສ້າງເສດຖະກິດຄອບຄົວແດ່ ???? ສະບາຍໂພດຈົນເຮັດໃຫ້ຂີຄ້ານສັນຫລັງຍາວ ຈົນຄ້ານເຮັດຮອດອາຊີບໂຕເອງຕິ !


           ເຈົ້າເວົ້າຫັ້ນຜິດແລ້ວ, ຈິງຢູ່ວ່າຊົ່ວໂມງສອນຂອງຄູອາຈານໜ້ອຍ ກ່ອນອາຊີບລັດຖະກອນຜູ້ອື່ນ

           ແຕ່ເຈົ້າຮູ້ບໍ່ວ່າ ການຕຽມບົດຮຽນເພື່ອໄປສິດສອນໃຊ້ເວລາກ່ອນອາຊີບອື່ນອີກຮ້ອຍພັນເທົ້າ

          ແລະນອກຈາກຊົ່ວໂມງສອນແລ້ວ ຍັງມີຫນ້າທີ່ອື່ນໆອີກຮ້ອຍແປດພັນເກົ້າທີ່ຕ້ອງໄດ້ຮັບຜິດຊອບ

          ນຳນັກຮຽນ. ຢ່າໄປຕີລວດກວດພຽງ ຢ່າໄປເໝົາລວມວ່າຄົນທີ່ເປັນຄູຂີ້ຄ້ານສັນຫຼັງຍາວກັນໝົດ

           ຄູດີໆ ມີເຕັມ ຕາເຈົ້າບໍ່ມືນ ຖ້າເຈົ້າເວົ້າວ່າຄູທຸກມື້ນີ້ຂີ້ຄ້ານກັນໝົດ ບໍ່ໄດ້ໃຈເຈົ້າ ເຈົ້າຄືບໍ່ມາເປັນ

          ຄູເອງຊະ ບໍ່ໍຊັ້ນກໍ່ເຊີນເຈົ້າໄປສອນລູກຫຼານເຈົ້າເອງເລີຍໂລດ ບໍ່ຕ້ອງມາເພີ່ງພາຄູຜູ້ເຈົ້າວ່າຂີ້ຄ້ານສັນ

           ຫຼັງຍາວ.

            ອີກຢ່າງເຈົ້າລອງລີສອອກມາໃຫ້ຂ້ອຍເບີ່ງດູວ່າມີຄູຈຳນວນຈັກຄົນທີ່ໄປຂໍເງີນເຈົ້າໜ້າດ້ານໆຫຼື

            ມີຈັກຄົນທີ່ສັນຫຼັງຍາວ, ເວລາເພີ່ນກະກຽມບົດຮຽນສອນຄິດຫາເຕັກນິກການສອນຕ່າງໆນາໆ

           ມັນໃຊ້ເວລາແລະສຸຂະພາບຈິດສູງ ໂດຍສະເພາະກັບນ/ຮທີ່ບໍ່ຕັ້ງໃຈຮຽນ

          ຫົວບ້ຽວຕິໝວກຄືເຈົ້າຫັ້ນ


 ແມ່ນຄວາມເຈົ້າເວົ້າແລ້ວ ຂອ້ຍເຫັນດີນຳ ອ່ານເບີ່ງລາວຂຽນມາແລ້ວຄືກັບວ່າລາວບໍ່ໄດ້ເຂົ້າໂຮງຮຽນກັບຄົນອື່ນຈັກເທື່ອດອກ ລາວຈິງບໍ່ຮູ້ຊິວິດຄູ ວ່າເປັນແບບໃດ



__________________
Anonymous

Date:

 

ນັກຮຽນ

ມະຫຳວິທະຍາລອກຍາໄລ

ຍອມກອງກົ້ນໃຫ້ເຂົາຖູຮູກະປູ



__________________
Anonymous

Date:

Anonymous wrote:

 

ຂ້ອຍໄດ້ຍິນວ່າ ມີນັກຮຽນທີ່ຮຽນຢູ່ມະຫາໄລຫຼາຍຄົນ ທີ່ຍອມເຮັດທຸກຢ່າງ ເພື່ອໃຫ້ຕົນເອງເສັງຜ່ານ

ບໍ່ວ່າຈະເປັນ ການເອົາເງິນໄປຈ້າງອາຈານ ການລ້ຽງອາຈານ ການຕິດສິນບົນ ຫຼື ແມ້ກະທັ້ງ ການ ຍອມແລກໂຕ ເພື່ອໃຫ້ໄດ້ມາ ຂອງການເສັງຜ່ານ

ເລື້ອງນີ້ ມີຄວາມຈິງແນວໃດ ຢາກໃຫ້ ຜູ້ຮູ້ ມາຊ່ອຍອະທິບາຍໃຫ້ຟັງແດ່


 ພີ່ນ້ອງເອີຍ....ນີ້ມັນຄືການແລກປ່ຽນສີນຄ້າຍ່າເວົ້າກັນດັງ ດຽວພີ່ນ້ອງກຸ້ມອາຊຽນເຂົາຈະໄດ້ຍີນ ທຸກຄົນເຂົາຮູ້ດີ ວ່າເວລາກີນຫຍ້າອ່ອນມັນເປັນຈັງໄດ  ປະຈຸບັນນີ້ ກຸ້ມບັນດາຜູ້ຫລັກຜູ້ໃຫຍ່ໃນລັດ

ເຮົາ ເຂົາກຳລັງມີແຜນນ່ະໂຍບາຍດ້ານນີ້ໂດຍຕົງ **ເພາະເງີນເດືອນນ້ອຍ ** ສ່ວນເລືອງນັກຮຽນ

ນ່ະ ວັນນີ້ທາງໂຮງຮຽນໃຫ້ສິດທິພິເສດ ດ້ານການແລກປ່ຽນສີນຄ້າກັບຄູ່ອາຈານ ບໍ່ວ່າຈະເອົາຫຍັງ

ແລກກໍ່ຕາມ ທ່ານຈົງຄິດເສີຍວ່ານີ້ຄື ** ສີນຄ້າ ** ບັນດາທ່ານຜູ້ມີຄວາມຮູ້ສູງທັງຫລາຍ ການທີ່

ນັກສືກສາທຳຢ່າງນີ້ເພາະຄວາມຈຳເປັນ ມັນເປັນວິຖິຊິວິດຂອງໂຮງຮຽນຕັ້ງແຕ່ຂ້ານ້ອຍຮຽນມາແລ້ວ

 ** ບໍ່ຍາກເວົ້າຫລາຍອາຍ...** ເພາະຂ້ານ້ອຍກໍ່ຮັກເດັກນັກຮຽນຄືກັນ...



__________________
«First  <  1 2 | Page of 2  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard