ບົດປາໄສຂອງທ່ານດຣ.ທອງລຸນ ສີສຸລິດ ບົດປາໄສຂອງທ່ານດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດກ່າວ ໃນກອງປະຊຸມລະດັບໂລກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ
ກ່ອນອື່ນໝົດຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ທີ່ໄດ້ເຊື້ອເຊີນຂ້າພະເຈົ້າ ເຂົ້າຮ່ວມກອງ ປະຊຸມລະດັບໂລກໃນຄັ້ງນີ້ ແລະ ຂຶ້ນປະກອບຄວາມ ເຫັນໃນຫົວຂໍ້“ ບົດບາດນຳພາຂອງອົງການເຄືອຄ່າຍ ສະຫະປະຊາຊາດ ໃນການຈັດຕັ້ງປະຕິບັດເປົ້າ ໝາຍສະຫັດສະຫວັດດ້ານການພັດທະນາ”, ເຊິ່ງເປັນຫົວຂໍ້ທີ່ບັນດາປະເທດກຳລັງພັດທະນາມີຄວາມຕ້ອງການ ແລະ ຄວາມຫວັງທີ່ຈະເຫນການປະຕິບັດ MDGຂອງ ເຂົາເຫັນ ຜົນໄດ້ຮັບ, ເຫັນບັນຫາ ທີ່ຈະຕ້ອງແກ້ໄຂ ແລະ ອານາຄົດ ແຫ່ງບົດບາດ ນຳພາ ຂອງອົງການໂລກນີ້ ທີ່ມີຕໍ່ການບັນລຸເປົ້າໝາຍສະຫັດ ສະວັດ ຂອງເຂົາເຈົ້າ.
ພາຍຫລັງທີ່ເປົ້າໝາຍສະຫັດສະວັດດ້ານການພັດທະນາໄດ້ຖືກຮັບຮອງເອົາ, ວົງຄະນະຍາດສາ ກົນໄດ້ຖືເອົາເປົ້າໝາຍດັ່ງກ່າວນີ້ເປັນເປັນພື້ນຖານ ອັນສຳຄັນ ສຳລັບການພັດທະນາ ແລະ ຄວາມກ້າວໜ້າ ທັງສັງຄົມ ແລະ ເປັນໄມລາວັດແທກຄວາມຄືບໜ້າ ແລະ ລະດັບການພັດທະນາຂອງແຕ່ລະປະເທດ ໂດຍສະ ເພາະປະເທດກຳລັງພັດທະນາ. ສປປລາວໄດ້ຖືເອົາMDGsມາເປັນເປົ້າໝາຍແຕ່ຫົວທີ ແລະ ໄດ້ບັນຈຸເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມສະບັບທີ່ 5 (2001-2005) ແລະ ທີ 6 (2006-2010) ເປັນຕົ້ນມາທັງໄດ້ຖືເອົາ ເປັນເຄື່ອງມືໃນການບັນລຸເປົ້າໝາຍ MDGs.
10 ປີທີ່ຜ່ານມາ, ລັດຖະບານລາວ ໄດ້ຮ່ວມກັບອົງການເຄືອຄາ່ຍ ສປຊ ວາງນະໂຍບາຍ ແລະ ມາດຕະການຫລາຍຢ່າງ ຄື: ໄດ້ ຮັບຮອງເອົາຍຸດທະສາດ ເພື່ອການເຕີບໂຕ ແລະ ລຶບລ້າງຄວາມ ທຸກຍາກ ແຫ່ງຊາດ (NGPS) ໂດຍສຸມໃສ່ 4 ຂະແໜງບຸລິມະສິດ ຄື: ກະສິກຳ-ປ່າໄມ້, ການສຶກສາ, ສາທາລະນະສຸກ ແລະ ການສ້າງພື້ນຖານໂຄງລ່າງ . ຍຸດ ທະສາດດັ່ງກ່າວ ໄດ້ຖືກບັນຈຸເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຢ່າງເຕັມສ່ວນ ໂດຍມີເປົ້າໝາຍ ສູ້ຊົນ ເຮັດໃຫ້ການເຕີບໂຕດ້ານເສດຖະກິດ ຢູ່ໃນ ລະດັບ7.5% ຕໍ່ປີຂຶ້ນໄປ ແລະ ວາງເປົ້າໝາຍຂອງການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫລຸດລົງໃນແຕ່ລະປີ .
ເພື່ອປະຕິບັດແຜນດັ່ງກ່າວ, ລັດຖະ ບານ ໄດ້ປຸກລະດົມທຸກພາກສ່ວນໃນສັງຄົມເຂົ້າຮ່ວມລວມທັງສ້າງເງື່ອນ ໄຂໃຫ້ກອງທຶນພັດທະນາທ້ອງຖິ່ນ, ຈັດກຸ່ມທ້ອນເງີນ ເພື່ອສ້າງກອງທຶນຫລຸດຜ່ອນ ຄວາມທຸກຍາກ . ນອກຈາກນີ້, ລັດຖະບານ ຍັງໄດ້ສ້າງນະໂຍບາຍການສ້າງບ້ານວັດທະນະທຳ, ບ້ານປອດຄະດີ, ບ້ານປອດຢາເສບຕິດດັ່ງ ນີ້ເປັນຕົ້ນ. ລັດຖະບານຍັງໄດ້ຖືສຳຄັນ ແລະ ເອົາເອົາໃຈໃສ່ການລົງທຶນພາຍໃນ ແລະ ຕ່າງປະເທດຢ່າງກ້ວາງຂວາງ ທັງມີນະໂຍບາຍທີ່ດືງດູດເໜາະສົມໃຫ້ຜູ້ລົງທຶນ ການກະຈາຍໄປສູ່ຊົນນະບົດ, ເຂດຫ່າງໄກ ແລະ ທຸກຍາກ ໄປພ້ອມກັບເປີດກວ້າງຕະຫລາດ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ເຕີບໂຕ ແລະ ຂະ ຫຍາຍຕົວສົ່ງເສີມການທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ.
ສ້າງເງື່ອນໄຂໃນຊາວນາຢູ່ຊົນນະບົດໄດ້ມີໂອກາດເຂົ້າເຖິງສິນເຊື່ອ, ເຂົ້າເຖິງຕະຫລາດ ເພື່ອເພີ່ມ ລາຍຮັບແກ້ໄຂຊີວິດການເປັນຢູ່ຂອງຊາວກະສິກອນ. ສ້າງເງື່ອນໄຂໃຫ້ຊາວ ກະສິກອນ ແລະ ລູກຫລານຂອງເຂົາໄດ້ເຂົ້າເຖິງການສຶກສາ ແລະ ການບໍລິການ ດ້ານສາທາລະນະສຸກນັບມື້ນັບດີຂື້ນ .
ຜ່ານການຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການຂ້າງເທິງນີ້ກໍເຫັນວ່າ 10 ປີຜ່ານມາລະດັບການ ຂະຫຍາຍຕົວ ດ້ານເສດຖະກິດຂອງ ສປປ ລາວ ໄດ້ເພີ້ມຂຶ້ນໂດຍສະເລ່ຍໃນລະດັບ 7% ຕໍ່ປີຈຳນວນຄອບຄົວ ທຸກຍາກໄດ້ຫລຸດລົງ ຈາກ 48% ໃນປີ 1990 ມາເປັນ 26% ໃນປີ 2010. ອັດຕາສ່ວນຂອງເດັກນ້ອຍເຂົ້າ ໂຮງຮຽນຂັ້ນປະຖົມ ໄດ້ເພີ້ມຂຶ້ນ ແລະ ອັດຕາການຕາຍຂອງແມ່ ແລະ ເດັກ ໄດ້ຫລຸດລົງ. ພ້ອມດຽວກັນນີ້, ບົດບາດຂອງແມ່ຍິງລາວໃນສັງຄົມ ໄດ້ຮັບ ການຍົກສູງຂື້ນກວ່າເກົ່າ.
ແຕ່ເຖິງຢ່າງນັ້ນກໍຕາມການປະຕິບັດໃຫ້ບັນລຸ MDGs ຢູ່ປະເທດຂອງພວກຂ້າພະເຈົາຍັງມີຫລາຍປະການເປັນຕົ້ນ, ປັດຈຸບັນປະມານ 40% ຂອງເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຍັງປະເຊີນກັບການຂາດສານອາຫານ. ອັດຕາການຕາຍຂອງແມ່ ແລະ ເດັກຍັງຢູ່ໃນເກນສູງຖ້າທຽບໃສ່ປະເທດໃກ້ຄຽງ ແລະ ຄຸນະພາບ ຂອງການສຶກ ສາຂັ້ນປະຖົມຍັງຕ່ຳ, ພ້ອມດຽວກັນນີ້ຄວາມແຕກໂຕນທາງດ້ານໂອກາດໄດ້ຮັບການສຶກສາ ລະຫວ່າງ ເດັກຍິງ ແລະ ເດັກຊາຍຍັງສູງຢູ່ ; ບັນຫາ ການບໍລິການສຸຂະອານາໄມກໍຄືການສະໜອງນ້ຳສະອາດໃນຊົນນະບົດຖ້າເອົາລະ ດັບຄາດໝາຍ MDGs ມາສົມທຽບແລ້ວ ສປປ ລາວ ຍັງຄວາມທ້າທາຍ ບໍ່ໜ້ອຍຊຶ່ງມັນຮຽກຮ້ອງໃຫ້ມີຄວາມບຸກ ບືນສູງເພື່ອແຂງຂັນກັບເວລາຂອງຄາດໝາຍ MDGs ຫລືກ້າວໜ້າໄປສູ່ຄາດໝາຍທີ່ລັດຖະບານ ສປປ ລາວ ວາງ ອອກ ເພື່ອຫລຸດພົ້ນອອກຈາກຄວາມດ້ວຍພັດທະນາໃນປີ2020 ອີກດ້ານໜຶ່ງ, ສົງຄາມອິນດູຈີນໄດ້ປະຖີ້ມລະເບີດຕົກຄ້າງ ແລະ ສິ່ງເສດເຫລືອສົງຄາມເປັນຈຳນວນ ຫລວງຫລາຍໃນຜືນແຜ່ນດິນລາວເຊິ່ງໄດ້ສຶບຕໍ່ທຳລາຍ ຊີວິດ ແລະ ຊັບສິນຂອງປະຊາຊົນຈົນເຖີງປະຈຸບັນ ໃນແຕ່ລະປີຫລາຍກວ່າ 300 ຄົນ ໄດ້ຮັບເຄາະຮ້າຍຈາກລະເບີດຕົກຄ້າງດັ່ງກ່າວເຊິ່ງໄດ້ກໍໃຫ້ເກີດອຸປະ ສັກອັນໃຫຍ່ຫລວງຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນລາວ ຫລາຍກວ່າ 30% ຂອງພື້ນທີ່ທົ່ວປະເທດ ແມ່ນລະເບີດບໍ່ທັນແຕກຕົກຄ້າງຍັງຝັງຢູ່ ເຊິ່ງການເປັນອຸປະສັກ ແລະ ສິ່ງທ້າທາຍອັນໃຫຍ່ຫລວງ ສຳລັບ ສປປ ລາວ ໃນການບັນລຸເປົ້າໝາຍດ້ານການພັດທະນາແຫ່ງຊາດ ແລະ ເປົ້າໝາຍສະຫັດ ສະວັດ.
ໂດຍອິງໃສ່ຄວາມຈຳເປັນ ພິເສດດັ່ງກ່າວຢູ່ໃນກອງປະຊຸມໂຕະມົນຄັ້ງທີ 10, ລັດຖະບານລາວ ແລະ ຄູ່ຮ່ວມພັດທະນາ ໄດ້ຮ່ວມກັນລົງນາມ ແລະ ຮັບຮອງເອົາເປົ້າໝາຍ MDG9 ວ່າດ້ວຍການແກ້ໄຂວ່າດ້ວຍການແກ້ໄຂ ບັນຫາລະເບີດບໍ່ທັນແຕກ. ໜຶ່ງໃນ ປັດໃຈອັນຕົ້ນຕໍ ຂອງການບັນລຸເປົ້າໝາຍ MDGs ທັງ 7 ເປົ້າໝາຍນັ້ນ ແມ່ນ ການປະຕິບັດເປົ້າໝາຍ ທີ່ 8 (MDG8) ຄື ການຮ່ວມມືສາກົນ. ລັດຖະ ບານ ສປປ ລາວ ຕີລາຄາສູງ ຕໍ່ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຂອງອົງການເຄືອຄາຍສະຫະປະຊາຊາດ ພາຍໄຕ້ການ ນຳພາ ຂອງ ອົງການ UNDP.
ອົງການເຄືອຄ່າຍ ສປຊ ມີບົດບາດສຳຄັນຍິ່ງ ໃນການບັນລຸເປົ້າໝາຍ MDGs. ຜົນສຳເລັດຕ່າງໆເບື້ອງຕົ້ນທີ່ ສປປ ລາວ ຍາດມາໄດ້ໃນການຈັດຕັ້ງ ປະຕິບັດ MDGs ນັ້ນ, ອົງການເຄືອຄ່າຍ ສປຊ ມີສ່ວນປະກອບສ່ວນສຳຄັນຍິ່ງ.
ການຮ່ວມມືຂອງສປຊ ໄດ້ສະແດງອອກໃນຫລາຍດ້ານ ແລະ ຫລາຍ ຮູບແບບ ດ້ານ ເຊັ່ນ: UNDP ເປັນປະທານຮ່ວມກັບລັດຖະບານໃນການຂະບວນການໂຕະມົນ ເຊິ່ງເປັນກົນໄກສຳຄັນ ໃນການລະດົມທຶນຊ່ວຍເຫລືອ, ອົງ ການ UNDP ໄດ້ສະເໜີ ຂໍ້ລິເລີ້ມ ໃນການລະດົມກຳລັງແຮງ ຂອງ ຄູ່ຮ່ວມພັດທະນາ ທຸກໜ່ວຍງານ ໃນ
ທ່ານທອງລຸນປາໃສໃສກອງປະຊຸມ LDC-IV
http://www.unmultimedia.org/tv/webcast/2011/05/lao-peoples-democratic-republic-dpm-4th-plenary-meetings.html