Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານສົມບັດເປີດໄຟຂຽວໃຫ້ສອນພາສາວຽດໃນນະຄອນຫລວງ
FID

Date:
ທ່ານສົມບັດເປີດໄຟຂຽວໃຫ້ສອນພາສາວຽດໃນນະຄອນຫລວງ


ອາດຈະເປັນຍ້ອນວ່າມີນັກລົງທຶນຊາວວຽດນາມເຂົ້າມາລົງທຶນໃນລາວຫລາຍ ທ່ານສົມບັດ ເຢຍລີເຮີ ຈຶ່ງໄດ້ຕັດສິນໃຈເຊັນ

ບົດບັນທຶກຄວາມເຂົ້າໃຮກັບວຽດນາມເພື່ອອະນຸຍາດໃຫ້ນໍາເອົາພາສາວຽດນາມມາສອນໃນຊັ້ນມັດທະຍົມໃນຂອບເຂດ

ນະຄອນຫລວງວຽງຈັນ, ຈໍາເປັນແທ້ບໍທີ່ຕ້ອງໄດ້ບັງຄັບໃຫ້ລູກລາວຫລານລາວຮຽນພາສາວຽດນາມ?

http://en.baomoi.com/Info/Vientiane-boosts-educational-ties/3/131728.epi



__________________
Anonymous

Date:
RE: ທ່ານສົມບັດເປີດໄຟຂຽວໃຫ້ສອນພາສາວຽດໃນນະຄອນຫລວງ


OH! my god soon will no more Laotian Only viet and speak viet LOL!!



__________________
Anonymous

Date:
RE:ທ່ານສົມບັດເປີດໄຟຂຽວໃຫ້ສອນພາສາວຽດໃນນະຄອນຫລວງ


Anonymous wrote:

OH! my god soon will no more Laotian Only viet and speak viet LOL!!


 ຄົນລາວກໍ່ຈະຍັງຢູ່ ແຕ່ວັດທະນະທໍາສັງຄົມອາດຈະປ່ຽນໄປນິຍົມໃສ່ກຸບກິນບັ໊ນມີ໋ຫລາຍກ່ວາ.

 



__________________
Anonymous

Date:
RE: ທ່ານສົມບັດເປີດໄຟຂຽວໃຫ້ສອນພາສາວຽດໃນນະຄອນຫລວງ


Anonymous wrote:
Anonymous wrote:

OH! my god soon will no more Laotian Only viet and speak viet LOL!!


 ຄົນລາວກໍ່ຈະຍັງຢູ່ ແຕ່ວັດທະນະທໍາສັງຄົມອາດຈະປ່ຽນໄປນິຍົມໃສ່ກຸບກິນບັ໊ນມີ໋ຫລາຍກ່ວາ.

 


 Oh c'm on guys, there is a few Vietnamese and Chinese schools in Savannakhet and Vientiane way before PDR toke over the country. Don't tell me you guys didn't know that... I had many lao friends who ended up in these schools even they were not a Lao chinese or lao vietnamese. and doesn't matter how many languges we learn, we still a poor lao. Right!!!!!!!!!!!!!!!!!!!!!!!!!!!!!!!!!!!!!.

 



__________________
Anonymous

Date:

FID wrote:

ອາດຈະເປັນຍ້ອນວ່າມີນັກລົງທຶນຊາວວຽດນາມເຂົ້າມາລົງທຶນໃນລາວຫລາຍ ທ່ານສົມບັດ ເຢຍລີເຮີ ຈຶ່ງໄດ້ຕັດສິນໃຈເຊັນ

ບົດບັນທຶກຄວາມເຂົ້າໃຮກັບວຽດນາມເພື່ອອະນຸຍາດໃຫ້ນໍາເອົາພາສາວຽດນາມມາສອນໃນຊັ້ນມັດທະຍົມໃນຂອບເຂດ

ນະຄອນຫລວງວຽງຈັນ, ຈໍາເປັນແທ້ບໍທີ່ຕ້ອງໄດ້ບັງຄັບໃຫ້ລູກລາວຫລານລາວຮຽນພາສາວຽດນາມ?

http://en.baomoi.com/Info/Vientiane-boosts-educational-ties/3/131728.epi


 

 ປານກະຕ່າຍຕື່ນຕຸ່ມເອົາໂລດນໍ! ເວລາອ່ານຂ່າວພາສາອັງກິດກໍຄວນອ່ານໃຫ້ຖີ່ຖ້ວນ ບໍ່ແມ່ນເຫັນພາສາຫວຽດທີ່ເພິ່ນຈະເອົາມາສອນຢູ່ໂຮງຮຽນມັດທະຍົມມິດຕະພາບວຽງຈັນ-ໂຮ່ຈີມິນ (ມັດທະຍົມສົມບູນສີໂຄດ (ຊື່ເກົ່າ)) ປັບ ກໍຟ້າວມາໂວຍວາຍປານເຈັກຕື່ນໄຟ.

ລອງອ່ານແລະແປໃຫ້ມັນຄັກກ່ອນເດີ...

Under a memorandum of understanding signed by representatives of two cities in Vientiane on April 11, the Vientiane-HCM City Friendship High School will be upgraded and the Vietnamese language taught in the near future.

ໃນບົດບັນທຶກຄວາມເຂົ້າໃຈ ຊຶ່ງລົງນາມໂດຍຜູ້ແທນຂອງສອງນະຄອນຢູ່ນະຄອນຫຼວງວຽງຈັນໃນວັນທີ 11 ເມສານີ້, ໂຮງຮຽນມັດທະຍົມມິດຕະພາບວຽງຈັນ-ນະຄອນໂຮ່ຈິມິນຈະໄດ້ຮັບການຍົກລະດັບ ແລະນຳເອົາພາສາຫວຽດນາມເຂົ້າສອນໃນອະນາຄົດອັນໃກ້ນີ້.

ຈາກເນື້ອໃນຂ່າວບໍ່ໄດ້ເວົ້າວ່າ ຈະນຳເອົາພາສາຫວຽດນາມເຂົ້າສອນໃນໂຮງຮຽນມັດທະຍົມທຸກແຫ່ງໃນວຽງຈັນເລີຍ! ມີພຽງແຕ່ໂຮງຮຽນມັດທະຍົມມິດຕະພາບວຽງຈັນ-ນະຄອນໂຮ່ຈິມິນເທົ່ານັ້ນ.

ດັ່ງນັ້ນ ເວລາອ່ານຂ່າວຕ້ອງໃຊ້ວິຈາລະນາຍານດີໆ!




__________________
Anonymous

Date:

ແນ່ນອນທີ່ສຸດໃນເມື່ອຜູ່ເປັນນາຍເຫນືອສັ່ງລົງມາກໍຕ້ອງໄດ້ເຮັດ

ໄດ້ປະຕິບັດ ບໍ່ແມ່ນແຕ່ໂຮງຮຽນແຫ່ງນີ້ແຫ່ງດຽວທີ່ຕ້ອງສອນ

ແລະຕ້ອງຮຽນພາສາແກວ, ຢູ່ໂຮງຮຽນການເງິນບ້ານດົງຄຳຊ້າງ

ກໍສອນມາໄດ້ຕັ້ງແຕ່ມື້ເປີດທຳອິດ ເພາະແກວເປັນຜູ່ອອກທຶນ

ສ້າງ, ສ່ວນອາດຍາລາວນັ້ນ ວຽກບໍ່ຫາ ນາບໍ່ເຮັດ

ມີແຕ່ພາກັນເວົ້າແລະເວົ້າແຕ່ຄວາມເກົ່າ ດົມຂີ່ແຫ້ງຂອງໂຕເອງ.




__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

OH! my god soon will no more Laotian Only viet and speak viet LOL!!


 ຄົນລາວກໍ່ຈະຍັງຢູ່ ແຕ່ວັດທະນະທໍາສັງຄົມອາດຈະປ່ຽນໄປນິຍົມໃສ່ກຸບກິນບັ໊ນມີ໋ຫລາຍກ່ວາ.

 


 Oh c'm on guys, there is a few Vietnamese and Chinese schools in Savannakhet and Vientiane way before PDR toke over the country. Don't tell me you guys didn't know that... I had many lao friends who ended up in these schools even they were not a Lao chinese or lao vietnamese. and doesn't matter how many languges we learn, we still a poor lao. Right!!!!!!!!!!!!!!!!!!!!!!!!!!!!!!!!!!!!!.

 


 ກ່ອນປີ1975 ເພິ່ນອະນຸຍາດໃຫ້ມີໂຮງຮຽນຕ່າງດ້າວແທ້ແຕ່ໃຫ້ມີຮອດແຕ່ຊັ້ນປະຖົມແລະຕ້ອງໄດ້ສອນພາສາລາວອາ

ທິດນຶ່ງ5ຊົ່ວໂມງ.

 



__________________
Anonymous

Date:

ກາຣສູນເສັຽທີ່ເສົ້າສລົດໃຈທີ່ສຸດໃນປະວັດສາດຂອງລາວ, ກາຣທີ່ຈະໃຫ້ລາວນອກກັບຄືນເມືອສ້າງເມືອງລາວນັ້ນຍາກກວ່າແກ່ເຫງົ້າໄມ້ຂຶ້ນພູເຂົາ,, ເຊົາໆພວກລາວແດງຢ່າມາເວົ້າຂນາດວ່າເດັກອາຍຸ-20-ປີເມືອເລັ້ນສິເກມ ອາຕິ ສົມສະຫວາດເລງສວັດ ມັນຍັງໃລ່ພວກລູກປະຕິການກັບສະຫະຣັຖອະເມຣິກາໄດ້ ຖ້າມີຜູ້ເມືອກໍ່ຈະມີແຕ່ພວກບ້າອຳນາຈເງິນເພື່ອຈະໄປຂົ່ມຂູ້ລູກຫລານຜູ້ທີ່ຍາກຈົນເທົ່ານັ້ນ ຖ້າພວກປະຕິກາຣທີ່ດີໆນັ້ນບໍ່ມີຜູ້ສິ່ເມືອຫາພວກແກວດອກເພາະພວກລາວນອກເບື່ອກາຣຕົວະຕົ້ມຫລອກລວງ ຂອງພວກລາວແດງຍິ່ງກ່ວາບັກລາອີ່ມເຂົ້າຫລາມ ແມ່ນພວກສະຫາຍອົມພຣະບາງມາເວົ້າ ເຂົາກໍ່ບໍ່ເຊື່ອອີກແລ້ວ ຖ້າມີກໍ່ອາຈແມ່ນພວກບ້າຍົດບ້າຢາກມີອຳນາຈ ພວກບ້າໆບໍໆ ແລະພວກບໍ່ເຕັມບາດພວກບ້າບໍພໍປົວ ພວກສະຕິຝັ່ນເຝືອນເທົ່ານັ້ນແລ້ວ ສວ່ນພວກຫົວກະທິໃຫ່ຽນັ້ນຢ່າຫວັງເລີຍເພາະພວກລາວນອກເຂົາສະບາຍແລ້ວ ໂດຍສະເພາະອະນຸຊົນຣຸ່ນຫລັງແຕ່ລະຄົນຂະເຈົ້າຮຽນສູງໆໝົດແລ້ວແລະຂະເຈົ້າກໍ່ມີເງິນເດືອນເປັນແສນໆຕໍ່ປີ
ເຣື້ອງອັນໃດຂະເຈົ້າຈະກັບໄປຮັບໃຊ້ພວກລາວແດງແຕ່ພວກລາວແດງເອງຍັງບໍ່ມີເງິນເດືອນພໍຮອດສາມສິບໂດລາ ພວກລາວແດງນີ້ມີດີຕັ້ງແຕ່ເຫົ່າເອີ້ນລາວນອກໃຫ້ກັບຄືນເມືອເມືອງລາວເພື່ອຮ່ວມສ້າງສາພັທນາແຕ່ບໍ່ເຫັນສ້າງເງື່ອນໄຂໃຫ້ເລີຍ ອັນນັ້ນເຂົາເອີ້ນວ່າໂຄສະນາຫວັງຕົວະຕົ້ມຫລອກລວງຊາວລາວ ແລະຊາວໂລກຜູ້ຫູເບົາເທັ່ານັ້ນ ໃນທ້າຍປີ-1990-ເມື່ອສະຫະພາພໂຊວຽລົ້ມລະລາຍ
ພວກລາວແດງງົງເໝືອນໄກ່ຕາແຕກ ດີ້ນຣົນເໝືອນໝາຖືກນ້ຳຮອ້ນລວກ ເພາະມັນສໍ່ສະແດງໃຫ້ເຫັນວ່າທິສດີເພີຝັນອັນຈະເດີນໄປສູ່ສັງຄົມຄອມມູນິສ ທີ່ສເມີພາພຮາບເໝືອນໜ້າກອງໄຊ ນັ້ນມັນສລາຍໃນປິບຕາດຽວ ສະຫະພາພໂຊວຽດທີ່ພວກມັນໂຄສະນາໜັກໜາວ່າ ເປັນກຳແພງແກ້ວກຳແພງເພັດເປັນກະແສຟອງປະຕິວັດ ທີ່ຈະພັທນາຫລົ່ມເຂົ້າໃສຄ້າຍນາຍທຶນ ຊ້ຳພັດໄປກະທົບໃສ່ຄື້ນຍັກກຳລັງປະຊາທິປະໄຕ ເລີຍສລາຍຫາຍຕົວໄປ ພວກລາວແດງໄດ້ພົບທາງຕັນ ຫັນມາໃຊ້ລະບົບມາເຟັຽຫັນປ່ຽນທິດທາງສັງຄົມນິຍົມມາເປັນແກ້ງໂຈຣ.ເປັນກຸ່ມຜເດັດກາຣປຸ້ນຊາຕປຸ້ນປະຊາຊົນ ພວກລາວແດງນີ້ມັນພາກັນມາປົກຄອງປະເທສລາວ ມາໄດ້ສາມສິບກວ່າປີພ່ານມາແລ້ວ ມັນບໍ່ເຫັນມີຫຍັງດີຂຶ້ນເລີຍ ຊ້ຳບໍ່ໜຳພວກລາວແດງນີ້ມັນຍັງພາກັນແກ່ດຶງເມືອງລາວໃຫ້ຕ່ຳຕອ້ຍດອ້ຍພັທນາລົງເລື້ອຍໆຈົນກາຍເປັນ
ປະເທດດ້ອຍພັທທນາທີ່ສຸດຂອງໂລກ ພວກລາວແດງຮູ້ເຕັມອົກວ່າພວກມັນຢູ່ບໍ່ນານ ພວກມັນຈຶ່ງຂຸ້ນຂ້ຽວປຸ້ນບ້ານພັງເມືອງ ກອບໂກຍເອົາເງິນຣາສເງິນຫລວງໄປຝາກໃວ້ ໃນທະນາຄານຕ່າງປະເທສ ເພື່ອເມື່ອພວກມັນໝົດອຳນາຈແລ້ວ ພວກມັນກໍ່ຈະພາກັນໜີໄປຊົມໃຊ້ໃນບັ້ນປາຍຂອງຊີວິດ ໃຫ້ພວກມັນຝັນໄປເພາະໃນບໍ່ນານນີ້ລູກໆຫລານໆລາວຈະນຳພວກມັນຂຶ້ນສານໂລກ ໃນຂໍ້ຫາອາສຍາກອນສົງຄາມແລະກໍ່ຈະນຳກວດເອົາ ທຸກບີ້ທຸກອັດທີ່ພວກມັນສໍ້ໂກງໄປ ບໍ່ວ່າເງິນຈຳນວນນັ້ນຈະຕົກໄປຢູ່ຫົນແຫ່ງໃດກໍ່ຕາມ ຜູ້ໃດປູກລົມກໍ່ຈະໄດ້ຜົລເປັນພະຍຸ ບາບກັມມັນບໍ່ແມ່ນຊາຕໜ້າແຕ່ມັນສນອງໃນຊາຕນີ້ ເຊັ່ນປະທານສຸພາວຸວົງ ນາຍໄກສອນ ແລະທ່ານອຸດົມຂັນຕິຍະໄດ້ຖືກພວກແກວນຳເອົາໄປຂ້າຢູ່ຮ່າໂນ່ຍ ໄປວັນທີ-9-ໜັ່ງໄປສະບາຍແຕ່ເວລາກັບມາກໍ່ມານຳຫີບ ອັນນີ້ແລ້ວຄືບາບກັມມັນບໍ່ແມ່ນຊາຕໜ້າເລີຍ ເພາະບາບກັມຕິດຈະຣວດມາໃຫ້ຣະວັງເອົາໃວ້ ພວກບໍ່ຫວັງດີຕຣອດມາ ຄຽດແຄ້ນຕາມລ້າງຕາມຜານຄົນລາວດວ້ຍກັນ ຢ່າງບໍ່ມີວັນສິ້ນສຸດ


__________________
Anonymous

Date:

ຖ້າສອນໃນໂຮງຮຽນມິດຕະພາບວຽງຈັນ-ຮາໂນ໊ຍ ໄດ້ ໂຮງຮຽນມິດຕະພາບລາວ-ວຽດ ຢູ່ຕາມ

ແຂວງແຮກສ່ຽວຕ່າງກໍ່ສອນໄດ້ ແລະໃນອະນາຄົດກໍ່ຈະແຜ່ລາມອອກໄປຫາມັດທະຍົມຕ່າງໆ

ອີກ, ຖ້າເພິ່ນໃຫ້ນັກຮຽນເລືອກຮຽນນັ້ນຖືກຕ້ອງ ບໍ່ແມ່ນຈະບັງຄັບໃຫ້ເຂົາເຈົ້າຮຽນຄືແນວນີ້.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard