Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 3 ວັນ ຕາຍ 28 ເຈັບ 302 ຄົນ
ຂາກົບ

Date:
3 ວັນ ຕາຍ 28 ເຈັບ 302 ຄົນ


12909711902736099270.jpg

ທ່ານ​ພັນ​ໂທ ບຸນ​ທຳ ຄຳ​ຊົມພູ ຮອງ​ຫົວ­ຫນ້າ​ກົມ​ຕຳ­ຫລວດຈະ­ລາ­ຈອນ ໄດ້​
ເປີດ­ເຜີຍ​ຕໍ່​ຜູ້​ສື່ຂ່າວ​ໃນ​ມື້­ວານ​ນີ້​ຮູ້​ຕື່ມ​ວ່າ: ໃນໄລ­ຍະ​ການ​ສະ­
ເຫລີມ­ສະ­ຫລອງງານ​ບຸນ­ປີ­ໃຫມ່​ລາວພຽງ 3 ວັນຄື​ນັບ​ແຕ່​ວັນ​ທີ 14-15-16 ເມ­
ສາ 2011 ນີ້ ທົ່ວ​ປະ­ເທດ​ມີ​ອຸບັດ​ເຫດ​ເກີດ​ຂຶ້ນ​ທັງ​ຫມົດ 157 ລາຍ, ພາ­ຫະ­
ນະ​ເປ່​ເພ​ທັງ​ຫມົດ 172 ຄັນ, ຈຳ­ນວນ​ຄົນ ໄດ້​ຮັບບາດ­ເຈັບ​ທັງ​ຫມົດ 302
ຄົນ ແລະ ມີ​ຜູ້​ເສຍ​ຊີ­ວິດ 28 ຄົນ, ທ່ານ​ກ່າວ​ຕື່ມ​ວ່າ ເມື່ອ​ທຽບ­ໃສ່ໄລ­
ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​ເຫັນວ່າ ຈຳ­ນວນ​ອຸ­ບັດ­ເຫດ​ໄດ້​ຫລຸດລົງ 13
ລາຍ, ແຕ່​ຈຳ­ນວນ​ຄົນເສຍ​ຊີ­ວິດ​ຊ້ຳ​ຜັດ​ເພີ່ມ​ຂຶ້ນ​ສູງ​ເຖິງ 11 ຄົນ, ສຳ­
ລັບ​ແຂວງ​ທີ່​ເກີດ​ອຸບັດ​ເຫດ​ຫລາຍ​ກວ່າ​ຫມູ່​ແມ່ນ​ນະຄອນ​ຫລວງ​ວຽງ​ຈັນ ມີ​
ເຖິງ 49 ລາຍ, ພາ­ຫະ­ນະ​ເປ່​ເພ 91 ຄັນ, ມີ​ຜູ້​ໄດ້​ຮັບ​ບາດ­ເຈັບ 112 ຄົນ
ແລະ ເສຍ​ຊີ­ວິດ 5 ຄົນ ຮອງ​ລົງມາ​ແມ່ນ​ແຂວງ​ສະ­ຫວັນ​ນະ​ເຂດ ມີ 21 ລາຍ, ເສຍ​
ຊີ­ວິດ 6 ຄົນ ແລະ ແຂວງ​ວຽງ​ຈັນ 18 ລາຍ, ເສຍ​ຊີ­ວິດ 5 ຄົນ, ຈຳ­ປາ​ສັກ ມີ
14 ລາຍ, ເສຍ​ຊີ­ວິດ 2 ຄົນ, ສ່ວນ​ອຸ­ບັດ­ເຫດ​ຫລັກ​ທີ່​ພາ­ໃຫ້​ເກີດອຸ­ບັດ­
ເຫດ​ກໍ່​ແມ່ນ​ພະ­ຍາດ​ເດີມ​ຄື ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ຂັບ​ລົດ, ຂັບລົດ​ໄວ​
ເກີນ​ຂອບ​ເຂດ ແລະສ່ວນຫລາຍ​ອຸ­ບັດ­ເຫດ​ມັກ​ເກີດ​ຂຶ້ນ​ຢູ່ເຂດ​ຊານ­ເມືອງ
ເຊິ່ງ​ມີ​ລັກ­ສະ­ ນະຮ້າຍ​ແຮງ​ຂຶ້ນ.

ຂໍສະແດງຄວາມເສັຍໃຈນໍາຄອບຄົວຂອງຜູ່ປະສົບເຄາະຮ້າຍທຸກຄົນເດີ.






__________________
Anonymous

Date:

ແອນ ຟິບຕີຟາຍ ດາຍ ອິນ ເຊເວັນເດ



__________________


Senior Member

Status: Offline
Posts: 428
Date:

 

ຄົນຕາຍແລະເຈັບຫຼາຍປານເກີດແຜນດິນໄຫວ ທັ້ງໆ ທີ່ ຄວາມເຈັບຕາຍນີ້ ສາມາດຫຼີກລ້ຽງແລະປ້ອງກັນໄດ້

ຄວນມີມາດຕະການແບບເດັດຂາດ ເພື່ອແກ້ໄຂປັນຫານີ້ ເພາະວ່າ ມັນເກີດຂຶ້ນທຸກປີ



__________________
Anonymous

Date:

ທ່ານເວັບມັສເຕີ ເຫັນແລ້ວບໍ່ ຮູບໂປ້ ?



__________________
Anonymous

Date:

Anonymous wrote:

ທ່ານເວັບມັສເຕີ ເຫັນແລ້ວບໍ່ ຮູບໂປ້ ?


 ຫ້າມບໍ່ໃຫ້ເຈົ້າກົດບ່ອນນີ້ເດັດຂາດ ຖ້າບໍ່ມັກເບິ່ງຂອງຫາຍາກ!

 



__________________


Newbie

Status: Offline
Posts: 3
Date:

ປັນຫານີ້ ມັນເກີດຂຶ້ນຊ້ຳຊ້ອນທຸກໆປີ ການຫລິ້ນນ້ຳສົງການ ໄດ້ຜິດໄປຈາກ ວັດທະນະທຳລາວ ແລ້ວ

__________________
MAX
Anonymous

Date:

No action taken by the Webmaster. That means, all kind of the nude, naked ladies or man or non-gentleman genital, or any photos or pictures deemed inappropriate can be posted here in this site webboard, I did not know that.

Well, that's good. Freedom of speech in Laos is better than some other country. Believe me or not.pc.gif 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard