Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອານິສົງການສ້າງເຈດີຊາຍ
ສາຍເຊລໍາເພົາ

Date:
ອານິສົງການສ້າງເຈດີຊາຍ


- ບຸນປີໃໝ່ລາວນັ້ນ ຄົນລາວແຕ່ເໜືອຮອດໃຕ້ ຮຽກອີກນາມໜຶ່ງວ່າ ບຸນສັງຂານ ມາຫຼັງໆນີ້ ກະຄືປະມານປີ 1990 ປາຍມານີ້ເອງ ຄົນລາວ ໄດ້ປ໋ຽນມາຮຽກວ່າ ບຸນສົງການ (ສົງການ ມາຈາກພພາສາສັນສະກຣິດວ່າ ສົງກຣານ, ໄທຍນິຍົມເວົ້າ, ສ່ວນລາວ, ລ້ານນາ, ຊຽງຕຸງ, ຊຽງຮຸ່ງ, ສິບສອງຈຸໄທ ຮຽກສັງຂານ ມາຈາກພາສາປາລີ ແຕ່ປັດຈຸບັນນີ້ ທັງພາສາເວົ້າ ແລະສື່ກໍພາກັນວ່າບຸນສົງການໄປໝົດ-ສະແດງວ່າເຮົາເສັຍເອກະຣາດທາງພາສາອີກແລ້ວ 1 ຢ່າງ) ທັງສັງຂານ

- ໃນບຸນສັງຂານນັ້ນ ຕາມປົກກະຕິແລ້ວໃນລາວເຮົາເຮັດກັນ 3 ວັນກະມີ 4 ວັນກະມີ ຄື ວັນໃດມີສັງຂານເນົາວັນດຽວ ກໍມີ 3 ວັນ, ຫາກວັນໃດ ມີວັນສັງຂານເນົາ 2 ວັນ ກໍເຮັດບຸນສັງຂານປີໃໝ່ລາວ 4 ວັນ, ໃນ 4 ວັນນັ້ນ ມັກຈະເຮັດໃນກາງເດືອນເມສາ ບໍ່ສາມາດກໍານົດຕາຍໂຕໄດ້ວ່າວັນທີເທົ່າໃດ ? (ຕ້ອງອີກຕາມການຄິດໄລ່ ທາງປະຕິທິນ) ແຕ່ວ່າບາງປີ ເລີ່ມວັນທີ 13 ໄປສິ້ນສຸດວັນທີ 15 ຫາກເນົາສອງວັນ ເລີ່ມວັນທີ 13 ໄປສິ້ນສຸດວັນທີ 16, ບາງປີ ເລີ່ມວັນທີ 14 ໄປສິ້ນສຸດວັນທີ 16 ຫາກເປັນເນົາ 2 ວັນ ກໍສິ້ນສຸດວັນທີ 17, ໃນວັນສັງຂານນັ້ນ ມີກໍາກົດ ແລະຮຽກຊື່ແຕກຕ່າງກັນອອກໄປ ຄື 1. ວັນສັງຂານລ່ວງ ຫຼືສັງຂານລ່ອງ (ວັນນີ້ເອົາພຣະລົງສົງ), 2, ວັນສັງຂານເນົາ ຄືວັນສອງລາສີເຂົ້າສູ່ກັນ ບາງປີສອງວັນ ບາງປີວັນດຽວ ວັນນີ້ຫ້າມເອົາເງິນໃນຄັງອອກຈ່າຍ, ຫ້າມທຳການແລະວຽກງານຕ່າງ, ຫ້າມນອນເວັນ ແລະອື່ນໆ ດີແຕ່ໃຫ້ໄປທ່ຽວທໍາບຸນທີ່ວັດ ຫຼືບ້ານ ແລະສົມບັດສົມມາພໍ່ແມ່ ຜູ້ສູງ ແລະໄປຫຼິ້ນທ່ຽວຕາມພາສາໃຈ) 3. ວັນສັງຂານຂຶ້ນ ຄື ມີກິດຈະກັມຫຼາຍຢ່າງ ຕາມແບບບູຮານ ຄື ບາສີສູ່ຂວັນສະຫຼອງປີໃໝ່, ນິມົນພຣະສັນເຊົ້າຫຼືເພນທີ່ບ້ານ ຫຼືສູດມຸງຄຸນເຮືອນ, ຕອນແລງໜຸ່ມສາວເຂົ້າປ່າເກັບດອກໄມ້ ເຂົ້າວັດໄປບູຊາພຣະ ແລະຫົດສົງພຣະສົງ ແລະພຣະພຸດທະຮູບ ໃນນັ້ນມີກາຂົນດິນເຂົ້າວັດ ແລະກໍ່ເຈດີຊາຍ ເພື່ອສະເດາະເຄາະ ແລະສົມມາວັດວາສາສນາ ໃນປີໜຶ່ງທີ່ໄດ້ໄປຢຽບດິນວັດ ແລະຖົ່ມນໍ້າລາຍຄາຍຂີ້ມູກໃສ່ວັດ.

- ເວົ້າເລື່ອງປີໃໝ່ລາວ ຫຼືບຸນສັງຂານ ໃນປັດຈຸບັນມີການປ່ຽນແປງໄປຫຼາຍ ທີ່ຍັງເຮັດກັນທຸກໆວັດໃນປັດຈຸບັນ ຄືເຮັດບຸນກໍ່ເຈດີຊາຍ ກອງເຈດີຊາຍທີ່ເຫັນນີ້ ແມ່ນ ກອງເຈດີຊາຍວັດວຽງຈະເລີນ ຈັ່ງຫາເລີກຕອນຫົວຄໍ່າເອງ.


1. ອານິສົງສ໌ການກໍ່ເຈດີຊາຍ:
- ອານິສົງສ໌ຂອງການສ້າງເຈດີຊາຍນັ້ນ ທ່ານວ່າຈະເປັນຜູ້ທີ່ຄວາມມັ່ງຄັ່ງສົມບູນດ້ວຍໂພຄະຊັບ ເກີດຊາດໃດໆ ມີສັບສົມບັດມາກມາ (ກໍຣະນີກໍ່ເຈດີຊາຍໃນວັດ ເຊັ່ນໃນວັນບຸນຂຶ້ນສັງຂານນັ້ນ ຖືວ່າໄດ້ອານິສົງຫຼາຍຢ່າງ ຄື 1. ເປັນການສະເດາະເຄາະຫຼວງປະຈໍາປີ, ເປັນການໃຊ້ໜີ້ສົງ ທີ່ເຮົາເຂົ້າວັດເດີນຢຽບດິນຕິດຕີນອອກນອກວັດໂດຍບໍ່ໄດ້ຕັ້ງໃຈ ແລະບໍ່ຮູ້ຕົວ ຄົນລາວບູຮານບາບເລັກໆນ້ອຍໆເຊັ່ນນີ້ ເຂົາກໍຖື ບໍ່ປະໝາດ ຈຶ່ງເຮັດບຸນກໍ່ພຣະທາດຊາຍ ເພື່ອໃຊ້ໜີ້ວັດ ບາງຄົນຖົ່ມນໍ້າລາຍຄາຍຂີ້ມູກໃສ່ວັດເລົ່ານີ້ເປັນຕົ້ນ.

2. ການກໍ່ເຈດີຊາຍເຮັດທີ່ໃດ ເຮັດເມື່ອໃດ ?
- ການເຮັດບຸນກໍ່ເຈດີຊາຍເຮັດທີ່ໃດ ?
1. ເຮັດທີ່ໃດກໍໄດ້, ຫາດຊາຍ ແລະກາງປ່າທີ່ມີຊາຍ.

2. ເຮັດທີ່ວັດ.
- ເຮັດເມື່ອໄດ້.
1. ເຮັດໄດ້ທຸກເມື່ອ ຕາມສັດທາ ແລະມີຄວາມຕ້ອງການຈະເຮັດ (ບໍ່ກຳນົດເວລາ)
2. ເຮັດຍາມບຸນສັງຂານ ສະເພາະວັນສັງຂານຂຶ້ນເປັນຕົ້ນໄປຈົນຮອດ ເດືອນ 6 ເພັງຈຶ່ງໝົດເຂດ.

3. ການເຮັດບຸນກໍ່ເຈດີຊາຍໃຜເຮັດໄດ້ແນ່ ?
- ໃຜເຮັດກໍໄດ້ ພຣະສົງ-ສາມະເນນ, ພໍ່ຂາວແມ່ນຂ່າວ ອອກຕົນຍາດໂຍມທົ່ວໄປເຮັດໄດ້ໝົດ

3. ຄວາມເປັນມາຂອງການເຮັດບຸນກໍ່ເຈດີຊາຍ. 3.1. ຕົ້ນເຫດເທດເລື່ອງການເຮັດບຸນກໍ່ເຈດີຊາຍ.

- ສະໄໝໜຶ່ງ ພຣະຜູ້ມີພຣະພາກເຈົ້າຂອງເຮົາ ສະເດັດປະທັບທີ່ວັດບຸພພາຣາມມະຫາວິການ ເມືອງສາວັດຖີ, ວັນໜຶ່ງອາກາດຮ້ອຍອົບເອົ້າຍິ່ງໜັກ (ວັນນີ້ ຂຽນເລື່ອງນີ້ ອາກາດກໍຮ້ອນອົບເອົ້າອີ່ຫຼີ ແຕ່ໝົດເຂດລະດູໜາວມາບໍ່ເຄີຍໄດ້ເປີດແອ ວັນນີ້ຕ້ອງເປີດແອຣ໌) ພຣະເຈົ້າປັດເສນທີ່ໂກສົນ ເຈົ້າຄອງນະຄອນ ສາມວັດຖີແຫ່ງນັ້ນ ມີຄວາມປາຖະໜາຕັ້ງໃຈໄວ້ແລ້ວ ຈຶ່ງສະເດັດອອກໄປພັກຜ່ອນອິຣິຍະບົດພ້ອມດ້ວຍບໍຣິວານ ເພື່ອໃຫ້ສະບາຍພຣະວໍຣະກາຍ ນະທີ່ແຄມ ຫາດຊາຍ ບໍ່ໄກຈາກພຣະນະຄອນບໍ່ໄກປານໃດ, ພຣະອົງທອດພຣະເນດເຫັນຊາຍທີ່ຫາດຂາວສະອາດບໍຣິສຸດ ຈິດໍາຣິຈະກໍ່ເຈດີຊາຍຂື້ນ ເພື່ອຖວາຍເປັນພຸດທະ ບູຊາ ທັມມະບູຊາ ສັງຄະບູຊາ ຄືບູຊາພຣະຣັຕນະຕຣັຍດີກວ່າທີ່ເຮົາຈະມາເດີນຫຼິ້ນໃຫ້ເສັຍລ້າຫາປະໂຍຊບໍ່ໄດ້ ເມື່ອດໍາຣິແລ້ວ ກໍຊົງກໍ່ພຣະເຈດີຊາຍດ້ວຍພຣະ ອົງເອງ ພວກບໍຣິວານເຫັນແລ້ວ ກໍລົງມືກໍ່ຕາມພຣະອົງດ້ວຍ ເມື່ອມອງເຫັນແລ້ວກໍເປັນທິວແຖວທີ່ສວຍງາມ ເມື່ອນັບເບິ່ງແລ້ວ ມີຈໍານວນຫຼາຍເຖິງ 8 ໝື່ນ 4 ພັນອົງ, ພຣະບໍຣົມມະກະສັດ ທອດພຣະເນດເຫັນແລ້ວກໍຊົງປີດາໂສມມະນັດຍິ່ງໜັກ ພຣະອົງຈື່ງຍົກມືສາທຸອະນຸໂມທະນາ ຖວາຍແກ່ພຣະຣັຕະນະຕຣັຍ ເສັດແລ້ວກໍສະເດັດໄປຍັງບຸພພາຣາມມະຫາາວິຫານ ເຂົ້າເຝົ້າພຣະພຸທເຈົ້າ ອະພິວາດບັງຄົມແລ້ວ ກໍຖາມເຖິງອານິສົງຂອງການສ້າງເຈດີຊາຍ ພຣະພຸດທະອົງ ຊາດບແລ້ວ ກໍຕັດເຖິງອານິສົງສະຂອງການສ້າງເຈດີຊາຍ ພຣະບໍຣົມມະກະສັດກໍນັ່ງສະຫງົບສະດັບຟັງໂດຍຕລອດ.

3.2. ພຣະອົງຕັດເຖິງການສ້າງເຈດີຊາຍ ແລະອານິສົງຂອງການສ້າງເຈດີຊາຍໃຫ້ແກ່ພຣະເຈົ້າປັດເສນທີ່ໂກສົນສະດັບ ດັ່ງນີ້:
- ດູກ່ອນມະຫາບໍພິດ ນໍຣະຊົນຍິງຊາຍ ເຫຼົ່າໃດ ມີຄວາມເຫຼື້ອມໃສ ອຸສະຫະພາກພຽນພະຍາຍາມ ທໍາການກໍ່ສ້າງພຣະເຈດີຊາຍໃຫຍ່ນ້ອຍພຽງໜຶ່ງເຈດີ ຫຼືມີຫຼວງຫຼາຍເຖິງ 8 ໝື່ນ 4 ພັນອົງກໍດີ, ດ້ວຍສັດທາອັນແຮງກ້າ ກໍບໍ່ໄດ້ໄປສູ່ອະບາຍະພູມຕະຫຼອດຮ້ອຍຊາດ ຖ້າເປັນມະນຸດ ກໍຈະເປັນຜູ້ມັ່ງຄັ່ງດ້ວຍຊັບ ສົມບັດ ຍົດ ສັກ ບໍຣິວານເປັນອັນມາກ ຄັນຕາຍໄປກໍຈະໄດ້ໄປເກີດໃນສະຫວັນສະເຫວີຍທິພພະສົມບັດ, ແມ່ນແຕ່ພຣະອົງເອງກໍເຄີຍທໍາມາແລ້ວ ໃນຄັ້ງເປັນໂພທິສັດບໍາເພັງປາຣະມີຢູ່ ແລ້ວພຣະອົງກໍຕັດເຖິງອະດີດຊາດ ມາສະແດງແກ່ພຣະເຈົ້າປັດເສນທິໂກສົນວ່າ:

3.3. ພຣະພຸດທະເຈົ້າສະແດງອະດີດຊາດນິທານ ເຣື່ອງທີ່ພຣະອົງເຄີຍສ້າງເຈດີຊາຍໃນຄາວສະເຫວີຍຊາດເປັນພຣະໂພທິສັດ ສ້າງປາຣະມີ.
- ຄັ້ງນັ້ນ ຕະຖາຄົດ ເກີດໃນຕະກູນອະນາຖາ ຄັນຈະເຣີນໄວກໍຕ້ອງໄດ້ເຂົ້າປ່າຫາຟື່ນມາຂາຍເພື່ອລ້ຽງຊີບ ແລະລ້ຽງບິດາມານດາ ທໍາຢ່າງນີ້ຢູ່ເປັນອາຈີນ, ຢູ່ມາວັນໜຶ່ງໄດ້ພົບຫາດຊາຍສະອາດຂາວບໍຣິສຸດ ກໍເກີດສັດທາອັນແຮງກ້າ ກໍໄດ້ກໍ່ເປັນເຈດີຊາຍຖວາຍພຣະຣັຕນະຕຣັຍ, ກໍໄດ້ສະຫຼະເວລາບໍ່ຕັດຟືນ ຄັນສໍາເຣັດແລ້ວ ກໍໄດ້ຈີກເອົາຜ້ານຸ່ງມາເຮັດເປັນທຸງໄຊຍ໌ປະດັບ, ແລ້ວຖວາຍບູຊາພຣະຣັຕນະຕຣັຍໃນສາສນາຂອງພຣະຕິສສະສັມມາສັມພຸດທະເຈົ້າ ແລ້ວຕັ້ງຄວາມປາຖະໜາວ່າຂໍໃຫ້ຂ້າພະເຈົ້າສໍາເຣັດພຣະສັມມາສັມໂພທິຍານ ໃນອະນາຄົດຕະການນັ້ນເທີ້ນ.
- ຄັນທໍາສໍາເຣັດກໍໄດ້ດໍາຣົງຊິບດ້ວຍຄວາມຜາສຸຂ ຄັນແຕກກາຍທໍາລາຍຂັນແລ້ວ ກໍໄດ້ໄປຈຸຕິເກີດໃນສະຫວັນຊັ້ນດຸສິດ ມີວິວານຄໍາສູງ 12 ໂຍດ, ສະເຫວິຍທິບພຣະສົມບັດຢູ່ 2 ພັນປີທິບ, ເມື່ອສິ້ນອາຍຸໄຂແລ້ວ ກໍໄດ້ກັບມາຈຸດຕິເກີດເປັນພຣະໂອຣົດຂອງພຣະເຈົ້າກຸງພາລານະສີ, ໄດ້ທ່ອງທ່ຽວຢູ່ໃນ ມະນຸດສາໂລກ ແລະສະຫວັນໂລກ ສ້າງປາຣະມີຈົນເຕັມປ່ຽມບໍຣິບູນແລ້ວ ກໍໄດ້ມາເປັນພຣະຕະຄົດ ທີ່ພຣະມະຫາບໍພິດປາຣົບດ້ວຍໃນຂະນະນີ້.
- ເມື່ອຟັງຣົສສາທັມມະເທສະນາຈົບລົງແລ້ວ ພຣະເຈົ້າປັດເສນທີໂກສົນ ພ້ອມດ້ວຍບໍຣະວານກໍມີຄວາມສົມມະນັດຍິນດີ ທີ່ໄດ້ຊາຍອະນິສົງຂອງການ ກໍ່ເຈດີຊາຍ ໄດ້ອານິສົງຫຼວງຫຼາຍເຖິງຂະໜາດນີ້ ມີຄວາມໂສມມະນັດການທີ່ພຣະອົງໄດ້ກໍເຈດີຊາຍຖວາຍພຣະຣັຕນະຕຣັຍໂດຍໍ່ເສັຍປະໂຍດ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard