Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປີໃໝ່ສະບາຍຄັກ
ສາຍເຊລຳເພົາ

Date:
ປີໃໝ່ສະບາຍຄັກ


ໂອ...ປີໃໝ່.........................ມາໄວປານຂີ່ຍົນ
ບໍ່ທັນດົນ............................ປີໃໝ່ວຽນຈອດຈວບເຖິງ
ປີຂານໄປ...........................ລວງເລີຍໄປເວິ່ງໆ
ອີກນານເຫີງ.......................ກໍຈັກໂຄ້ງຕ່າວຄືນມາ

ປີເຖາະເຂົ້າ.........................ເນົານັ່ງເຂດຄອງແທນຂານ
ປະຊາບານ..........................ຊື່ນຊົມຮັບດ້ວຍຄວາມສຸກ
ຄົນເຂົາວ່າ...........................ປີຂານຄອງຄົນມີທຸກ
ປີເຖາະສຸກ..........................ມີດີກວ່າປີຂານຄອງ

ເບິ່ງເຫດການ.......................ຜ່ານມາຄືຄວາມແທ້
ໂລກຜ່າຍແພ້........................ເຫດໃຫຍ່ມະຫາພັຍ
ແຜ່ນດີນໄຫວ.......................ສຶນາມິພັຍຍິ່ງໃຫຍ່
ນໍ້າຖ້ວມໄວ...........................ລົມພາຍຸພັດຮຸນແຮງ

ຫົວປີນັ້ນ...............................ເສດຖະກິດໂລກປັ່ນປ່ວນ
ໂລກຖືກກວນ.........................ຈາກທັມມະຊາດຜ່ອງມືຄົນ
ປີຂານຊົ່ວ...............................ຫຼືຄົນຊົ່ວສັບປະດົນ
ຫຼືວ່າຄົນ.................................ທໍາລາຍໂລກໂລກຕອບຄືນ

ປີໃໝ່ນີ້...................................ປີເຖາະມາແທນແທບ
ຄົນໃຈແຈບ.............................ວ່າປີເຖາະດີລົ້ນເຫຼືອ
ຫາກເຫດການ........................ພັຍພິບັດບໍ່ມີເທື່ອ
ກໍຈັກເຊື່ອ...............................ວ່າປີຂານສານມານຈິງ

ແຕ່ຄົງເປັນ..............................ໄປຕາມນັ້ນແມ່ນບໍ່ໄດ້
ໄພຍິ່ງໃຫຍ່..............................ມະນຸດຕ້ອງປະສົບ
ເຖິງປີຂານ..............................ຜ່ານພົ້ນໄປຍໍມືນົບ
ມະນຸດຊົນ...............................ຈະຕ້ອງພົບກັບພັຍມານ

ເພາະໂລກນີ້............................ມີທັງດີແລະທັງຊົ່ວ
ດີຫຼາຍກວ່າ..............................ຫາກມະນຸດຖືຄອງທັມ
ຫາກມະນຸດ..............................ຍັງສືບຕໍ່ສ້າງບາບກັມ
ປີເຖາະຊໍ້າ................................ແຮງຮ້າຍຍິ່ງກວ່າປີຂານ

ມະນຸດຊົນ.................................ປີເຖາະມາເຖິງແລ້ວ
ຈົ່ງພ້ອມກັນ..............................ສ້າງໂລກໃຫ້ສົດໃສ
ຫາກມະນຸດ..............................ສ້າງໃຈໃຫ້ສີວິໄລ
ຄວາມມີຊັຍ...............................ຍ່ອມຈັກມີກັບປີການ

ປີໃໝ່ແລ້ວ................................ມາຮ່ວມກັບກອບກູ້ໂລກ
ທໍາລາຍໂສກ.............................ທໍາລາຍພັຍດ້ວຍໃຈໃສ
ຈົ່ງສ້າງໂລກ..............................ໃຫ້ສໍາລານຕາມປີໃໝ່
ໃຫ້ສົດໃສ..................................ປີໃໝ່ແລ້ວ ຈົ່ງຈະເລີນ



__________________
Anonymous

Date:

ຂໍນ້ອມນະມັດສະການອາຈານສາຍເຊລໍາເພົາ.

ກ່ອນອື່ນຂ້ານ້ອຍຂໍອ່ວຍພອນໃຫ້ອາຈານຈົງສຸຂພາບເຂັ້ມແຂງແລະປະສົບຜົນສໍາເລັດໃນທຸກຂົງເຂດວຽກງານທີ່ທາງພັກລັດມອບ

ໝາຍໃຫ້. ຂອບໃຈທີ່ອາຈານໄດ້ສະລະເວລາຂຽນກາບກອນນີ້ມາສັ່ງສອນຄົນທີ່ເກີດປີເສືອຄົນນຶ່ງທີ່ນັ່ງຄິດນອນຄິດສ້າງຫວຍພັດ

ທະນານັ້ນສ້າງຫວຍພັດທະນານີ້ຂຶ້ນມາເພື່ອສ້າງຮັ່ງຄູນມີແກ່ຕົນແລະພັກພວກໂດຍບໍ່ຄິດຄໍານຶງເຖິງພະນັກງານ ອົງກອນທີ່ມີເງິນ

ເດືອນພໍປະທັງຊີວິດ. ລະຖິ້ມກິເລດຕັນຫາຂອງທ່ານສາເຖີ້ນ, ພໍແລ້ວ ທ່ານຮັ່ງມີພໍແລ້ວ ຢ່າຄິດສ້າງຫວຍບັງຄັບອອກມາຂູດຮີດ

ປະຊາຊົນອີກເລີຍ !



__________________
Anonymous

Date:

Anonymous wrote:

ຂໍນ້ອມນະມັດສະການອາຈານສາຍເຊລໍາເພົາ.

ກ່ອນອື່ນຂ້ານ້ອຍຂໍອ່ວຍພອນໃຫ້ອາຈານຈົງສຸຂພາບເຂັ້ມແຂງແລະປະສົບຜົນສໍາເລັດໃນທຸກຂົງເຂດວຽກງານທີ່ທາງພັກລັດມອບ

ໝາຍໃຫ້. ຂອບໃຈທີ່ອາຈານໄດ້ສະລະເວລາຂຽນກາບກອນນີ້ມາສັ່ງສອນຄົນທີ່ເກີດປີເສືອຄົນນຶ່ງທີ່ນັ່ງຄິດນອນຄິດສ້າງຫວຍພັດ

ທະນານັ້ນສ້າງຫວຍພັດທະນານີ້ຂຶ້ນມາເພື່ອສ້າງຮັ່ງຄູນມີແກ່ຕົນແລະພັກພວກໂດຍບໍ່ຄິດຄໍານຶງເຖິງພະນັກງານ ອົງກອນທີ່ມີເງິນ

ເດືອນພໍປະທັງຊີວິດ. ລະຖິ້ມກິເລດຕັນຫາຂອງທ່ານສາເຖີ້ນ, ພໍແລ້ວ ທ່ານຮັ່ງມີພໍແລ້ວ ຢ່າຄິດສ້າງຫວຍບັງຄັບອອກມາຂູດຮີດ

ປະຊາຊົນອີກເລີຍ !


 ໃນປີໃໝ່ຂໍໃຫ້ທ່ານ ແລະຄອບຄົວຈົ່ງສົມປອງ ຢ່າມີມານ ຢ່າມີເວນ ຢ່າມີໄພ ຈົ່ງສຸໂຂ ສຸຂີຕລອດໄປ

- ອັນວ່າຫວຍນັ້ນ ເປັນສິ່ງບໍ່ຄວນໃກ້ ຕົກຢູ່ໃນອະປາຍະພູມ ໃຜຕົກເປັນທາດຂອງມັນຍ່ອມອັປປີແທ້ ຢ່າລອງເດີ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard