Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາຊາວຕ່າງປະເທດ ທີ່ທຳມາຫາກິນ ແລະ ອອກແຮງງານຮັບຈ້າງຢູ່ລາວ
Anonymous

Date:
ບັນຫາຊາວຕ່າງປະເທດ ທີ່ທຳມາຫາກິນ ແລະ ອອກແຮງງານຮັບຈ້າງຢູ່ລາວ


ເພື່ອນ​ຜູ້​ອ່ານ​ຕັ້ງ​ບັນ­ຫາ​ເລື່ອງ​ນີ້​ຂຶ້ນ​ມາ

​ວ່າ ຈະ​ຄຸ້ມ​ຄອງ ແລະ ແກ້​ໄຂ​ກັນ​ຢ່າງ­ໃດ ?.

Read more here...

your opinion!wink



__________________
ແນວລາວປົນຂະມນ

Date:
RE: ບັນຫາຊາວຕ່າງປະເທດ ທີ່ທຳມາຫາກິນ ແລະ ອອກແຮງງານຮັບຈ້າງຢູ່ລາວ


ຜູ່ໃຊ້ນາມປາກກາແນວລາວຕອບບັນຫາແບບເກງໃຈໂພດ. ແມ່ນແທ້ບັນຫາຂາຍແຮງງານແບບຜິດກົດໝາຍມີຢູ່ຫລາຍປະເທດ

ໂດຍສະເພາະແມ່ນປະເທດທີ່ມີຄ່າແຮງງານສູງ ແຕ່ປະເທດເຫລົ່ານັ້ນມີກົດໝາຍແລະຜູ່ຮັກສາກົດໝາຍກໍ່ທໍາໜ້າທີ່ຕາມທີ່ເຂົາ

ໄດ້ຖືກມອບໝາຍໃຫ້ເປັນຢ່າງດີ.

ແຮງງານຜິດກົດໝາຍເປັນຜົນສະທ້ອນທາງລົບຫລາຍ ໂດຍສະເພາະແມ່ນດ້ານເສດຖະກິດ ສັງຄົມແລະຄວາມປອດໄພແຫ່ງ

ຊາດ. ເມື່ອມີຄົນຕ່າງຊາດເຂົ້າມາຍາດແຍ່ງທີ່ຢູ່ທໍາກິນ ແນ່ນອນຄົນທ້ອງຖິ່ນກໍ່ຕ້ອງຍອມສ່ຽງໄປຂາຍແຮງງານຢູ່ອີກປະເທດ

ນຶ່ງ, ບາງຄົນບໍ່ມີທາງອອກ ກໍ່ຕ້ອງທໍາການປຸ້ນຈີ້ ງັດແງະ ຂ້າເຈົ້າເອົາຂອງຄືພວກເຮົາໄດ້ປະສົບພົບພໍ່ໃນທຸກວັນນີ້.

ແນວລາວແນະນໍາວ່າ:

ຫັນ​ເຂົ້າ​ສູ່​ການ​ຄຸ້ມ​ຄອງ​ຕາມ​ກົດ­ໝາຍ ແລະ ລະ­ບຽບ​ການ​ຕ່າງໆ​ທີ່​ກ່ຽວ­ຂ້ອງ​ຂອງ ສປປ ລາວ ເທື່ອ​ລະ​ກ້າວ​ຢ່າງ​ເຂັ້ມ​ງວດ ບົນ​ພື້ນ­ຖານ​ການ​ຮັບ­ປະ­ກັນ​ຄວາມ​ສະ­ຫງົບ ອຸນ​ອ່ຽນ​ໃນ​ການ​ທຳ​ມາ​ຫາ​ກິນ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ ລວມ​ທັງ​ຄວາມ​ເປັນ​ມິດ​ໄມ­ຕີ​ກັບ​ພົນ­ລະ­ເມືອງ​ປະ­ເທດ​ອື່ນ ທີ່​ເຂົ້າ​ມາ​ທຳ​ມາ​ຫາ​ກິນ​ຢູ່​ປະ­ເທດ​ເຮົາ ໂດຍ​ສອດ­ຄ່ອງ​ກັບ​ແນວ­ທາງ​ການ​ຕ່າງ­ປະ­ເທດ​ຂອງ​ພັກ ແລະ ລັດ​ເຮົາ ປົກ​ປ້ອງ​ຜົນ​ປະ­ໂຫຍດ​ຂອງ​ພົນ­ລະ­ເມືອງ ແລະ ປະ­ເທດ​ຊາດ​ຢ່າງ​ເໝາະ​ສົມ.

ແນວທາງການຕ່າງປະເທດຂອງພັກແລະລັດຫັ້ນຄວນໄດ້ມີການປັບປຸງກ່ອນບັນຫາອື່ນໃດ໋!

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard