Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການໃຊ້ຄຳວ່າ "ຫວະ" ກັບ "ເຮີ້ຍ" ຖືວ່າແມ່ນຄຳບໍ່ສຸພາບບໍ?
Anonymous

Date:
ການໃຊ້ຄຳວ່າ "ຫວະ" ກັບ "ເຮີ້ຍ" ຖືວ່າແມ່ນຄຳບໍ່ສຸພາບບໍ?

ສະບາຍດີພີ່ນ້ອງ

ເວລາເວົ້າກັບຜູ້ໃຫຍ່ ໃຊ້ "ຫວະ" ໄດ້ບໍ? ເຊັ່ນ ທ່ານເຮັດຫຍັງຢູ່ຫວະ

ແລ້ວ "ເຮີ້ຍ" ເດ? ໃຊ້ເອີ້ນຜູ້ໃຫຍ່ໄດ້ບໍ ເຊັ່ນ ເຮີ້ຍ ທ່ານແມ່ນໃຜແດ່?

ຂອບໃຈ

__________________
Anonymous

Date:
RE: ການໃຊ້ຄຳວ່າ "ຫວະ" ກັບ "ເຮີ້ຍ" ຖືວ່າແມ່ນຄຳບໍ່ສຸພາບບໍ?

ຈະສຸພາບຫລືບໍ່ແມ່ນຂຶ້ນສຽງສໍານຽງ, ຕົວຢ່າງທີ່ທ່ານຂຽນມານັ້ນ ບໍ່ສຸພາບແທ້ເພາະນໍ້າສຽງເປັນສີຮ້າຍໆ. ແຕ່ເວົ້າລວມແລ້ວ "ຫວາ" ແລະ "ເຮີຍ" ບໍ່ສົມຄວນໃຊ້ກັບຜູ່ທີ່ມີອາຍຸແກ່ກ່ວາເຮົາແລະຜູ່ຊົງຄຸນວຸທິ.

__________________
Anonymous

Date:

Anonymous wrote:

ຈະສຸພາບຫລືບໍ່ແມ່ນຂຶ້ນສຽງສໍານຽງ, ຕົວຢ່າງທີ່ທ່ານຂຽນມານັ້ນ ບໍ່ສຸພາບແທ້ເພາະນໍ້າສຽງເປັນສີຮ້າຍໆ. ແຕ່ເວົ້າລວມແລ້ວ "ຫວາ" ແລະ "ເຮີຍ" ບໍ່ສົມຄວນໃຊ້ກັບຜູ່ທີ່ມີອາຍຸແກ່ກ່ວາເຮົາແລະຜູ່ຊົງຄຸນວຸທິ.

 ຂໍໂທດແດ່, ຄັນຊັ້ນ ຄວນໃຊ້ຫຍັງແທນ "ຫວາ" ແລະ "ເຮີຍ" ໃນກໍລະນີດຽວກັບໂຕຢ່າງອັນຂ້ອຍໃຫ້ໄປ?

ຂອບໃຈຫຼາຍໆ  

__________________
Anonymous

Date:

ເວົ້າກັບຜູ້ໃຫຍ່ ຈະບໍ່ສາມາດໃຊ້ຄຳວ່າ ( ຫວາ ຫລື ຫວະ ) ເດັດຂາດ.  ຄຳສູພາບນອບນ້ອມກໍຄວນຈະເປັນ:  ຍາລຸງກຳລັງເຮັດຫຍັງຢູ່ນໍ

( ຂ້ານ້ອຍ )   ທ່ານກິນເຂົ້າແລ້ວບໍ່ ຂ້ານ້ອຍ   ( ບໍ່ແມ່ນຊິເວົ້າວ່າ ທ່ານກິນເຂົ້າແລ້ວຫວາ )  ນັ້ນແມ່ນພວກໄພ່ທີ່ບໍ່ມີຜູ້ດີເວົ້າກັນ!

ເຮັດຫຍັງຢູ່ ເຮີຍຫມູ່?  ແມ່ນເພື່ອນຝຸງເວົ້າກັນ.   ເຮີຍທ່ານແມ່ນໃຜ   ພວກຜູ້ດີເຂົາບໍ່ເວົ້າກັນ  ມີແຕ່ທ່ານເວົ້າຜູ້ດຽວເນີ

 ສະຫລຸບຕ້ອງໃຊ້ "ນໍ" ແທນ "ຫວາ" ຍາມເວົ້ານຳຜູ້ໃຫຍ່.

ຂອບໃຈ ຂ້ານ້ອຍ!!

ຄືສະໄໝນີ້ຂ້ອຍບໍ່ເຄີຍໄດ້ເຫັນຜູ້ໃດໃຊ້ "ຂ້ານ້ອຍ" ບ່ອຍຄືແຕ່ກ່ອນ.

ໝູ່ຂ້ອຍບາງຄົນຢາກໃຫ້ຄົນລາວໃຊ້  "ຂ້ານ້ອຍ" ໃນແບບທີ່ຄົນໄທໃຊ້ "ຄຣັບ/ຄ່ະ" ເຊັ່ນ "ສະບາຍດີ ຂ້ານ້ອຍ"

ແຕ່ກໍ່ສຳລັບຂ້ອຍ ມັນຍັງຟັງແປກໆ ຫູ.

 ຂອບໃຈອີກເທື່ອ.​ ຂ້ອຍບໍ່ຢາກປາກຄືໄພ່ເດີ ຮາໆໆໆໆ.

__________________
Anonymous

Date:

ດຽວນີ້ເພິ່ນນໍາເອົາຄໍາສຸພາບໆທີ່ເຄີຍໃຊ້ໃນສະໃໜພະລາດຊະອະນາຈັກລາວມາໃຊ້ຄືນຫລາຍຄໍາແລ້ວເຊັ່ນ: ໂດຍ, ຂ້ານ້ອຍ, ພະນະທ່ານ, ໝ່ອມ, ຍາທ້າວ, ຍານາງ...ແຕ່ເຈົ້າອາດຈະບໍ່ໄດ້ຍິນໃນທີ່ສາທາລະນະຫລືຢູ່ຕາມບ້ານເຮືອນຂອງຄົນທໍາມະດາສາມັນຄືໜູ່ເຮົາເຈົ້າຂ້ອຍ.

__________________
Anonymous

Date:

Anonymous wrote:

ສະບາຍດີພີ່ນ້ອງ

ເວລາເວົ້າກັບຜູ້ໃຫຍ່ ໃຊ້ "ຫວະ" ໄດ້ບໍ? ເຊັ່ນ ທ່ານເຮັດຫຍັງຢູ່ຫວະ

ແລ້ວ "ເຮີ້ຍ" ເດ? ໃຊ້ເອີ້ນຜູ້ໃຫຍ່ໄດ້ບໍ ເຊັ່ນ ເຮີ້ຍ ທ່ານແມ່ນໃຜແດ່?

ຂອບໃຈ

 ເປັນຄຳຖາມທີ່ດີ ທ່ານຕັ້ງກະທູ້ມານັ້ນ ຄວນແກ່ການສຶກສາຢ່າງຍິ່ງ ອາຈານບໍ່ຢາກໃຫ້ຄົນລາວໃຊ້ຫວ້ະ ເຊັ່ນ ແມ່ນຫວ້ະ, ຫວາ, ຄວນຈະໃຊ້ວ່າ ແມ່ນບໍ່, ແມ່ອີຫຼີບໍ ? ເຫີ້ຍໆໆໆ ກໍເຊັ່ນກັນ ບໍ່ຄວນເລີຍ ສໍາລັບໃຊກ້ກັບຜູ້ໃຫຍ່ໄມ້ສູງ ຫາກເວົ້າກັບຄົນສໍ່າຮານປານກັນ ໃນສະຖານທີ່ສາທາລະນະທີ່ເປັນທາງການ ໜ້າຈະໃຊ້ຄໍາ ທ່ານນັ້ນ ທ່ານນີ້ ເຈົ້າ ຫຼືຄໍາໃດທີ່ເໝາະສົມ ຊ່ວຍກັນເຮັດຊ່ວຍກັນເວົ້າເທື່ອລະນ້ອຍ ຈະດີມາກມາຍ ບໍ່ເຫິງກໍປ່ຽນໄດ້ ເພາະຫວ໊ະໆໆ ນີ້ກັບມານີ້ຍົມບໍ່ເຫິງນີ້ເອງ

__________________
Anonymous

Date:

Anonymous wrote:

ດຽວນີ້ເພິ່ນນໍາເອົາຄໍາສຸພາບໆທີ່ເຄີຍໃຊ້ໃນສະໃໜພະລາດຊະອະນາຈັກລາວມາໃຊ້ຄືນຫລາຍຄໍາແລ້ວເຊັ່ນ: ໂດຍ, ຂ້ານ້ອຍ, ພະນະທ່ານ, ໝ່ອມ, ຍາທ້າວ, ຍານາງ...ແຕ່ເຈົ້າອາດຈະບໍ່ໄດ້ຍິນໃນທີ່ສາທາລະນະຫລືຢູ່ຕາມບ້ານເຮືອນຂອງຄົນທໍາມະດາສາມັນຄືໜູ່ເຮົາເຈົ້າຂ້ອຍ.

Thank you for taking the time to explain. Our Lao language reflects how kind and well mannered we are. I will teach my kids to use "khanoi" more often.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard