Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮ້ານເຝີຢີ່ປຸ່ນ ເປີດຢູ່ລາວແລ້ວ
Anonymous

Date:
ຮ້ານເຝີຢີ່ປຸ່ນ ເປີດຢູ່ລາວແລ້ວ


ຂ່າວ: ຕາ​ດຳ

   ຮ້ານ​ຊາ​ກາ​ໂນ່ ເປັນ​ອາຫານ​ຍີ່­ປຸ່ນ ແຕ່​ມີ​ການ​ປະ­ສົມ​ປະສານ​ເລື່ອງ​ລົດ​ຊາດ​ໃຫ້​ເຂົ້າ​ກັບ​ຄົນລາວ​ໄດ້​ຢ່າງ​ລົງ​ຕົວ ການ​ບໍ​ລິ ການ​ວ່ອງ­ໄວ​ທັນ­ໃຈບັນ­ຍາ­ກາດດີ ລາ­ຄາ​ບໍ່​ແພງ ເຫມາະ​ກັບ​ພະນັກ​ງານ​ທີ່​ມີ​ເວ­ລາ​ຫນ້ອຍ​ໃນ​ການຮັບ​ປະ­ທານ​ອາ­ຫານ.

   ທ່ານ ນາງ ນາ​ຍາ​ນາ ສິມມາ­ລາ​ວົງ ເຈົ້າ​ຂອງ​ຮ້ານ​ໄດ້​ເປີດເຜີຍ​ວ່າ: ຮ້ານ​ຊາ​ກາ​ໂນ່ ເປັນຮ້ານ​ອາ­ຫານ​ຍີ່­ປຸ່ນ​ທີ່​ເນັ້ນ​ອາ­ຫານປະ­ເພດ​ເສັ້ນ​ທີ່​ມີ​ຊື່​ສຽງ​ຂອງ​ປະເທດ​ຍີ່­ປຸ່ນ ຄື ລາ​ເມນ (ເສັ້ນ​ຫມີ່ສີ­ເຫລືອງ) ທີ່​ມີ​ດ້ວຍ​ກັນ​ເຖິງ 4 ນໍ້າ ປະ­ກອບ​ມີ: ນ້ຳ​ລາ​ເມນ​ທີ່ເຮັດ​ຈາກ​ກະ­ດູກ​ຫມູ, ຖົ່ວ­ເຫລືອງ, ສະ­ອິວ ແລະນ້ຳ​ເກືອ ເຊິ່ງ​ເປັນສູດ​ມາ​ຈາກ​ປະ­ເທດ​ຍີ່­ປຸ່ນ ໂດຍ​ໄດ້ມີ​ການ​ປັບ​ລົດ​ຊາດ ​ໃຫ້​ເຂົ້າ​ກັບ​ຄົນລາວ ແລະ ໄດ້​ກາຍ­ເປັນ​ອາ­ຫານຂຶ້ນ​ຊື່​ຂອງ​ທາງ​ຮ້ານ.

   ນອກ­ຈາກ​ນີ້ ຍັງ​ມີ​ອາ­ຫານ​ອີກຫລາຍ​ຊະ­ນິດ​ທີ່​ທຸກ​ຄົນ ເຊິ່ງ​ນັບວ່າ​ຫາ​ຮັບ​ປະ­ທານ​ໄດ້​ຍາກ ສະເພາະ​ທີ່​ປະ­ເທດ​ລາວ ເປັນ​ອາຫານ​ທີ່​ຮັບ​ປະ­ທານ​ງ່າຍ​ເຊັ່ນ: ຍຳ​ສະ­ຫລັດ​ຍີ່­ປຸ່ນ ແລະອື່ນໆ ອີກ​ຫລາຍ​ຢ່າງ ລວມ​ເຖິງ​ຍັງ​ມີເຄື່ອງ​ດື່ມ­ນ້ຳ​ປັ່ນ​ຫມາກ​ໄມ້ ແລະ ທາງ​ຮ້ານ​ຍັງ​ມີ​ກາ­ເຟ​ທີ່​ເປັນ​ສູດ​ສະເພາະ​ຂອງ​ທາງ​ຮ້ານ.

   ສຳ­ລັບ​ລາ­ຄາ​ອາ­ຫານ​ແມ່ນ​ບໍ່ແພງ ເລີ່ມ​ຕົ້ນ​ທີ່​ລາ­ຄາ 15.000 ກີບ ຫາ 25.000 ກີບ​ຕໍ່​ຈານພິ­ເສດ​ໃນ​ເດືອນ​ເມ­ສາ​ນີ້ ຈະ​ມີແຖມ​ຍຳ​ສະ­ຫລັດ 1 ຈານ ເປີດ ໃຫ້​ບໍ­ລິ­ການ​ແຕ່ 10:00 ໂມງ ເຊົ້າ​ຫາ 10:00 ໂມງ​ກາງ­ຄືນ ຮ້ານ​ຊາ​ກາ​ໂນ່ ຕັ້ງ​ຢູ່​ບ້ານ​ມີ​ໄຊ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫລວງວຽງ​ຈັນ ຫລື ຢູ່​ຊັ້ນ 2 ຂອງຮ້ານ​ອາ­ຫານ​ໄຊ­ໂຍ (ຂ້າງ​ຫໍ​ວັດທະ­ນະ​ທຳ​ແຫ່ງ​ຊາດ).

   ໃນ​ມື້​ດຽວ​ກັນ​ຂອງ​ວັນ​ທີ 8 ເມ­ສາ​ຜ່ານ​ມາ ຮ້ານ​ອາ­ຫານ​ໄຊໂຍ ກໍ່​ໄດ້​ເປີດ​ອີກ​ຫລັງ​ທີ່​ໄດ້​ປິດທຳ​ການ​ປັບ­ປຸງ​ມາ​ໄດ້​ໄລ­ຍະ​ຫນຶ່ງ ເຊິ່ງ​ຮ້ານ​ໄຊ­ໂຍ​ໄດ້​ຕົກ­ແຕ່ງ​ຮ້ານໃຫມ່​ທີ່​ສະ­ອາດ ແລະງົດ​ ງາມກວ່າ​ເກົ່າ ເພີ່ມ​ລາຍ­ການ​ອາ­ຫານທີ່​ຫລາກ​ຫລາຍ ເນັ້ນ​ເລື່ອງ​ຄຸນນະ​ພາບ​ຂອງ​ລົດ​ຊາດ​ເພື່ອ​ໃຫ້​ກຸ້ມຄ່າ​ກັບ​ເງິນ​ລູກ​ຄ້າ​ທີ່​ເສຍ​ໄປ​ແຖມບໍ­ລິ­ການ​ຍັງ​ວ່ອງ­ໄວ​ທັນ­ໃຈ.



__________________
Anonymous

Date:

ຂອບໃຈຫລາຍໆທີ່ນໍາຂ່າວດີນີ້ມາບອກ, ຜູ່ໃດ໊ໄດ້ໄປກິນກໍ່ເພື່ອແດ່ ຂ້ານ້ອຍຄືບຊິບໍ່ມີໂອກາດໄດ້ໄປກິນຮ້ານໃຫຍ່ໆແບບນີ້ດອກເພາະບໍ່ເຫັນທາງທີ່ເພິ່ນເຮັດໃຫ້ພວກນັ່ງ Wheelchiar ໃຊ້.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard