Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫນຸ່ມຍີ່ປຸ່ນຫລັບໃນ ຕໍາກົກໄມ້ຕາຍຄາທີ່ ທີ່ວຽງຈັນ
Anonymous

Date:
ຫນຸ່ມຍີ່ປຸ່ນຫລັບໃນ ຕໍາກົກໄມ້ຕາຍຄາທີ່ ທີ່ວຽງຈັນ


ຂ່າວ: ສຸ​ລີນ

   ເຫດ​ສະ­ເທືອນ​ຂວັນ​ຫນຸ່ມ ຍີ່­ປຸ່ນ​ເຈົ້າ​ຂອງ​ລົດ​ຕູ້​ຍີ່­ຫໍ້ ໂຕ​ໂຢ​ຕາ ປ້າຍ​ສີ­ຟ້າ ທະ­ບຽນ ກຳ­ແພງ​ນະຄອນ​ຫມາຍ​ເລກ ກກ 3245 ແລ່ນ ຈາກ​ຖະ­ຫນົນ​ທ່າ​ເດື່ອ​ມຸ່ງ​ຫນ້າເຂົ້າ​ໃນ​ເມືອງ​ດ້ວຍ​ຄວາມ​ໄວ​ແລ້ວ ເກີດ​ເສຍ​ຫລັກ​ຕຳ​ເອົາ​ຕົ້ນ­ໄມ້​ແຄມທາງ​ຢ່າງ​ແຮງ ເຮັດ​ໃຫ້​ຜູ້​ຂັບ​ຕາຍຄາ​ທີ່ ເຈົ້າ​ຫນ້າ­ທີ່​ສັນ­ນິ­ຖານ​ຜູ້​ຂັບຫລັບ​ໃນ.

   ຜູ້​ເຫັນ​ເຫດ­ການ​ກ່າວ​ວ່າ: ອຸບັດ​ເຫດ​ເກີດ​ຂຶ້ນ​ຕອນ​ປະ­ມານ 4 ໂມງ​ເຊົ້າຂອງ​ວັນ​ທີ 8 ເມ­ສາ ເຊິ່ງ​ຜູ້ຕາຍ​ເປັນ​ຄົນ​ຍີ່­ປຸ່ນ​ອາ­ຍຸ​ປະ­ມານ 30 ກວ່າ​ປີທີ່​ມາ​ເຮັດ​ວຽກ​ຢູ່​ລາວຂີ່​ລົດ​ຕູ້​ຍີ່­ຫໍ້ ໂຕ​ໂຢ ​ຕາ ແລ່ນ​ມາຈາກ​ຖະ­ຫນົນ​ທ່າ​ເດື່ອ​ມຸ່ງ​ຫນ້າເຂົ້າ​ມາ​ໃນ​ເມືອງ​ດ້ວຍ​ຄວາມ​ໄວ ພໍ​ເຖິງ 4 ແຍກ​ບ້ານ​ເກົ້າ​ຍອດບໍ­ລິ­ເວນ​ວັດ​ກາ­ໂຕ­ລິກ ລົດ​ຜູ້​ຕາຍເກີດ​ເສຍ​ຫລັກ​ຂ້າມ​ເສັ້ນ­ທາງ​ມາຕຳ​ເອົາ​ຕົ້ນ­ໄມ້​ທີ່­ຢູ່​ຝັ່ງ​ກົງ­ກັນ­ຂ້າມ ເຮັດ​ໃຫ້​ຜູ້​ຂັບ​ຄົນ​ດຽວ​ໃນ​ລົດ​ທີ່ເປັນ​ຄົນ​ຍີ່­ປຸ່ນ​ທີ່​ຍັງ​ບໍ່​ຮູ້​ແຈ້ງ​ສະຖານ​ທີ່​ເຮັດ​ວຽກ​ເສຍ​ຊີ­ວິດ, ສ່ວນສະ­ພາບ​ຂອງ​ລົດ​ເປ່​ເພ​ເສຍ​ຫາຍຢ່າງ​ຫນັກ.

   ຝ່າຍ​ເຈົ້າ​ຫນ້າ­ທີ່​ສັນ­ນິ­ຖານ​ຜູ້ຕາຍ​ດື່ມ​ສິ່ງ​ມຶນ­ເມົາ​ເກີນ​ຂອບ​ເຂດຂາດ​ສະ­ຕິ​ບັງ­ຄັບ​ພວງ​ມະ​ໄລ​ພາໃຫ້​ເກີດ​ອຸ­ບັດ­ເຫດ​ຈົນ​ເຖິງ​ແກ່​ຊີວິດ. ປະ­ຈຸ​ບັນ ທາງ​ເຈົ້າ​ຫນ້າ­ທີ່ຈະ­ລາ­ຈອນ​ນະ­ຄອນ­ຫລວງ​ກຳລັງ ຕິດ­ຕໍ່​ຫາ​ຍາດ​ພີ່­ນ້ອງ ຫລື ສະຖານ​ທີ່​ເຮັດ​ວຽກ​ຂອງ​ຜູ້​ຕາຍ​ເພື່ອຮັບ​ສົບ.



__________________
Anonymous

Date:

ເສັຍໃຈນໍາຫລາຍໆ.

__________________
Anonymous

Date:
RE: ຫນຸ່ມຍີ່ປຸ່ນຫລັບໃນ ຕໍາກົກໄມ້ຕາຍຄາທີ່ ທີ່ວຽງຈັນ


Drink no driver!!



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard