Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂ້າເມຍຖືພາ ຫວັງເອົາລູກຫຼອດ
Anonymous

Date:
ຂ້າເມຍຖືພາ ຫວັງເອົາລູກຫຼອດ


 ເຫດການບໍ່ຄາດຄິດ ທີ່ເກີດຂຶ້ນຈາກຄວາມໂຫດຫ້ຽມຂອງຄົນຮ້າຍລາຍນີ້ ເກີດຢູ່ເມືອງຄູນ ແຂວງຊຽງຂວາງ ມື້ວັນທີ 3 ມັງກອນ 2011 ເຫດການນີ້ ເຮັດໃຫ້ນາງ ເວິ່ນ ຢູ່ ບ້ານນາດີ ເຂດງານເມືອງຄູນ ແຂວງຊຽງຂວາງ ຈົບຊີວິດລົງເມື່ອອາຍຸໄດ້ພຽງ 24 ປີ ທີ່ກຳລັງຕັ້ງທ້ອງລູກຫົວສາວ ປະມານ 5 ເດືອນ ຍ້ອນນ້ຳມືຜູ້ເປັນຜົວ ຄື ທ້າວ ສົມ ພອນ ອາຍຸ 38 ປີ ທີ່ຫວັງເອົາລູກຫຼອດ.

ໃນວັນທີ 2 ມັງກອນ ທ້າວ ສົມພອນ ໄດ້ຖືປືນແກັບເຂົ້າປ່າໄປຫາຍິງນົກ ຮອດຕອນຄ້າຍຄ່ຳ ກໍກັບເມືອເຮືອນ ແລະ ບອກເມຍວ່າ ເຫັນລິ່ນໂຕໜຶ່ງ ຢູ່ໂກນໄມ້ ແຕ່ເອົາບໍ່ ໄດ້ ແລະ ໄດ້ອັດໄວ້ຢ່າງດີແລ້ວ ຮອດເວລາ 4:00 ໂມງເຊົ້າຂອງວັນທີ 3 ມັງກອນ ທ້າວ ສົມພອນ ໄດ້ພານາງ ເວິ່ນ ຜູ້ເປັນເມຍ ໄປນຳເອົາໂຕລິ່ນ ທ້າວ ສົມພອນ ໄດ້ ຖືຂວານຫອນໄປ 1 ດວງ ເມື່ອໄປຮອດກາງປ່າ ທ້າວ ສົມພອນ ໄດ້ປະກອບຂວານໃສ່ດ້າມ ລອງຕັດໄມ້ແຄມທາງ ແລ້ວພາເມຍໄປນັ່ງເຊົາຢູ່ແຄມຫ້ວຍ ເພື່ອກິນເຂົ້າເຊົ້າ ຫຼັງຈາກກິນເຂົ້າເຊົ້າແລ້ວ ທ້າວ ສົມພອນ ກໍນັ່ງຢູ່ຂອນໄມ້ ສ່ວນນາງ ເວິ່ນ ຜູ້ເປັນເມຍ ກໍນັ່ງຢູ່ກ້ອນຫີນ ປິ່ນຫຼັງໃສ່ຜົວ ທ້າວ ສົມພອນ ໄດ້ໂອກາດ ກໍຈັບຂວານຟັນຄໍ ທາງດ້ານຫຼັງນາງ ເວິ່ນ ລົ້ມລົງຄາທີ່ ແລ້ວ ທ້າວ ສົມພອນ ກໍແກ່ຂາຂ້າມຂອນໄມ້ໄປໄລຍະ 5,80 ແມັດ ແລ້ວກໍໃຊ້ຂວານຜ່າກະດູກ ແຕ່ກາງສັນຫຼັງ ລົງຈຳຮູທະວານ ເອົາມືງ້າງອອກສອງເບື້ອງ ແລ້ວຈົກເຂົ້າມົດລູກ ດຶງເອົາລູກນ້ອຍ ແລ້ວຍ່າງກັບຄືນເມືອບ້ານ ໄດ້ປະມານ 1 ກິໂລແມັດ

 

ແລ້ວທ້າວ ສົມພອນ ໄດ້ດັງໄຟໃສ່ຂອນໄມ້ ຢ້າງ ເອົາລູກໃນພົກ ປະມານ 2 ຊົ່ວໂມງ ແລະ ຖິ້ມຂວານລົງ ເຜົາໃນເຕົາໄຟນັ້ນ ແລ້ວກໍກັບເມືອເຮືອນ ຮອດ 4:00 ໂມງເຊົ້າຂອງວັນທີ 4 ມັງກອນ 2011 ທ້າວ ສົມພອນ ໄດ້ກວາດເອົາເຄື່ອງຂອງມີຄ່າ ແລ້ວກໍໜີໄປຂຶ້ນລົດເມຢູ່ໂພນສະຫວັນ ເພື່ອລົງໄປວຽງຈັນ ເມື່ອຍາດພີ່ນ້ອງຮູ້ວ່ານາງ ເວິ່ນ ຖືກຂ້າຕາຍ ຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ ໄດ້ ໄລ່ຕິດຕາມໄປ ທັນຈັບຕົວຢູ່ເມືອງກາສີ ແຂວງວຽງຈັນ ໃນວັນດຽວກັນ ຕາມການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ ໄດ້ລົງມືຂ້ານາງ ເວິ່ນ ເພື່ອປຸ້ນເອົາລູກຫຼອດ ຕາມຄວາມເຊື່ອຂອງຕົນແທ້ ສ່ວນລູກທີ່ປຸ້ນໄດ້ນັ້ນ ຜູ້ກ່ຽວກັບວ່າໄດ້ຖິ້ມຕາມທາງ ເວລາຈອດລົດລົງຖ່າຍເບົາ ແຕ່ເລື່ອງນີ້ ເຈົ້າໜ້າທີ່ບໍ່ໄດ້ຫຼົດລະ ການສືບສວນ-ສອບສວນຫາຂໍ້ມູນທີ່ແທ້ຈິງ ເພາະການໃຫ້ປາກຄຳຂອງຜູ້ຕ້ອງຫາ ພຽງແຕ່ເປັນການຮັບສາລະພາບເບື້ອງຕົ້ນ ທ້າວ ສົມພອນ ອາຍຸ 38ປີ ເກີດຢູ່ບ້ານອໍ່ ຫຼຽງ (ພຽງສ້ຽວ) ເມືອງຫົວເມືອງ ແຂວງຫົວພັນ ຜູ້ຕ້ອງຫາລາຍນີ້ ອອກຈາກບ້ານແຕ່ອາຍຸ 18 ປີ ແລະ ບໍ່ມີທີ່ຢູ່ແນ່ນອນ ຮອດເດືອນ 5 ປີ 2010 ຈຶ່ງໄດ້ຍ້າຍໄປຢູ່ ແຂວງຊຽງຂວາງ ແລະ ແຕ່ງດອງກັບຜູ້ຖືກເຄາະຮ້າຍ ຄະດີທີ່ເກີດຂຶ້ນຈາກນ້ຳມືຂອງ ຜູ້ໃຈໂຫດຮ້າຍສາມານລາຍນີ້ ໄດ້ກາຍເປັນພາບສະເທືອນຂວັນ ແລະ ເປັນອັນຕະ ລາຍຮ້າຍແຮງຕໍ່ສັງຄົມ ທີ່ກົດໝາຍຈະຕ້ອງໄດ້ລົງໂທດ ຢ່າງສະສົມ.



__________________
Anonymous

Date:

ຂອບໃຈທີ່ສະລະເວລາກັອບມາໃຫ້ອ່ານອີກເທື່ອໝຶ່ງ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard