ຖ້າ ເງິນພາສີ ເກັບແລ້ວ ເຂົ້າງົບປະມານລັດ ແລະ ໃຊ້ໃນທາງ ທີ່ຖືກຕ້ອງ ກະບໍ່ວ່າ ຫຍັງ
ຂ້ອຍ ເສຍພາສີ ເດືອນ ໜຶ່ງ 20 % = 1.2 ລ້ານ ກີບ ... ກະເສຍດາຍຫລາຍ ແຕ່ ລັດເພິ່ນ ເກັບ ພາສີ ນຳ ຕ່າງປະເທດ ພຽງ ແຕ່ 10 % ເທົ່ານັ້ນ ... ຄວນຈະມີ ການ ທົບທວນໃໝ່ ເລື່ອງນີ້
ບາງຄົນບາງພວກ,ເກັບເຂົ້າຖົງຕົວເອງຫຼາຍກ່ວາ,ບາງຄົນໄດ້ແຕ່ອ້າປາກເບີ່ງ,ເພາະຍັງບໍ່ທັນຮອດ ຜຽນໂຕເອງ
ທ່ານເວົ້າມານັ້ນມັນຖືກຕອ້ງພຽງແຕ່ເຄີ່ງນື່ງເດີ້
ສວ່ນເຫຼືອເຄີ່ງນື່ງເພີ່ນກໍເອົາໄປຝາກທະນາຄານເອົາຂີ້ດອກອອກມາລ້ຽງສາວນອ້ຍ
ສວ່ນໃຫ່ຍແມ່ນເອົາຝາກໄວ້ນຳໃບຕຣາດິນຢູ່ນະຄອນຫຼວງຫຼືຕົວເມືອງໃຫ່ຍ ນັບເປັນເຫັກຕ້າຂື້ນເມືອພຸ້ນເດີ້.ນອກນັ້ນກໍ່ເອົາມາເຮັດເຮືອນວິລາໄດ້ຫຼາຍ
ຫຼັງແລະກໍ່ລົດຂີ່ຄັນງາມໆຫຼາຍຄັນຫັ້ນເດ ! ຊິໃຫ້ເພີ່ນເອົາ ເງີນເດືອນຊັ້ນເບາະມາຊື້ເອງ.ຂພຈ.ຄິດວ່າ
ເງີນເດືອນກິນຂອງພັກລັຖຜູ້ນຳ ສປປ ລາວ ຖ້າທຽບໃສ່ປະເທດອື່ນໄກຫຼືໃກ້ຄຽງແມ່ນເພີ່ນຈະມີລາຍໄດ້ ກີນແບບສະບາຍ ສະບາຍ ພາສີອາກອນລາຍໄດ້-ລາຍຮັບ ປຊຊ ບໍ່ສົນໃຈນຳດອກ ກໍ່ຍອ້ນວ່າພັກຜູ້ນຳສະຫຼາດນັ້ນຫລະ
ຈື່ງເຮັດໃຫ້ ປຊຊ ສວ່ນໃຫ່ຍທຸກຍາກປາກໝອງຢູ່ດຽວນີ້. ຢາກໃຫ້ພັກຣັຖເປີດຫູມືນຕາເບີ່ງ ສະພາບເປັນຈີງຂອງ ປຊຊ ແດ່ ຢ່າໃຫ້ຕ່າງປະເທດໄກໃກ້ເຂົາດູຖູກນີນທາຄົນລາວຫຼາຍ ອາຍເຂົາເດີ້. ຂພຈ ຢາກໃຫ້ຄົນຂັ້ນຣັຖມົນຕຮີຫຼືຢ່າງນອ້ຍກໍ່ ລາວໃນ ຊວ່ຍແນະນຳໃຫ້ເຂົາເຈົ້າເຂົ້າມາອ່ານເບີ່ງແດ່ວ່າຄົນລາວຫວ່ງລາວຫຼາຍເທົ່າໃດ? ກຽດສັກສີແລະຄວາມພູມໃຈທີ່ເກີດເປັນຄົນ
ລາວນັ້ນ ຢ່າໃຫ້ເຂົາເວົ້າຍ່ຳຍີເດີ້.ນີ້ແມ່ນຫວັງດີ ບໍ່ໄດ້ປອ້ຍດ່າ ຫຼືວ່າເຫົ່າຫອນໃດໆ ຈະແມ່ນ
ລາວໃນຫຼືລາວນອກ ກໍ່ຕາມ ພວກເຮົາຕອ້ງສາມັກຄີຮັກແພງກັນ ຊອ່ຍຕຳນິຕິຕຽນກັນເອົາໄວ້.
ບໍ່ແມ່ນຈະຊອກຫາແຕ່ເລື້ອງຜິດຖຽງກັນແບບເດັກນອ້ຍບໍ່ຮູ້ ຂີ້ໝູ ຂີ້ໝາກັນ.
ຈາກ ລາວແທ້ໆໆ
ລັດເກັບເງິນພາສີອາກອນ ແລ້ວເອົາໄປ:
1. ຈ່າຍເງິນເດືອນໃຫ້ພະນັກງານຂອງລັດ
2. ສ້າງຖະໜົນຫົນທາງ (ປານນັ້ນກໍຍັງບໍ່ພໍ ຕ້ອງຂໍຢືມນຳຕ່າງປະເທດ ຫລືບໍ່ກໍຂໍໃຫ້ຕ່າງປະເທດຊ່ອຍລ້າໆ)
3. ແລະອື່ນໆ
ແຕ່ກໍບໍ່ພຽງພໍດອກ ເພາະພາສີຈຳນວນໜຶ່ງຖືກພວກພະນັກງານຊົ່ວງາບກິນ ແລະອີກຈຳນວນໜຶ່ງກໍຖືກປະຊາຊົນຜູ້ຊົ່ວຊ້າຫຼີກໜີພາສີ ບໍ່ຍອມຈ່າຍຢ່າງຄົບຖ້ວນ.
ດັ່ງນັ້ນ, ປະຊາຊົນຜູ້ຮັກຊາດ ແລະພະນັກງານທີ່ມີຈັນຍາບັນຕ້ອງເອົາໃຈໃສ່ເກັບພາສີໃຫ້ເຂົ້າຄັງລັດໃຫ້ຄົບຖ້ວນ! ຄັນບໍ່ຊັ້ນຈະຖືກກ່າວຫາວ່າເປັນ ຜູ້ສໍ້ຫຼວງບັງລາດ ແລະ ຜູ້ສໍ້ລາດບັງຫຼວງ!!!
ບັກນີ້ຂຽນສີເຈັບຕາຮູ້ບໍ່
Anonymous wrote:ພະນັກງານບາງຄົນລວຍຫຼາຍ,ບາງຄົນຄືຍັງທຸກຢູ່
ພະນັກງານບາງຄົນລວຍຫຼາຍ,ບາງຄົນຄືຍັງທຸກຢູ່
ພະນັກງານພາສີບໍ່ໄດ້ລວຍທຸກຄົນໃດ໋ພໍ່ອາວ ຜູ່ຂີ່ລົດອີ່ຮ້າງໄປການກໍ່ມີຫລາຍ, ຜູ່ມີເງິນຊື້ລົດເລັກສັດໃຫ້ກິກຂີ່ໄປມ່າຍຜູ່ບ່າວກໍ່ມີແຕ່ຜູ່ທີ່ມີຕໍາແນ່ງດີ ພະນັກງານຊັ້ນຕົ້ນກໍ່ກືນນໍ້າລາຍຈົນຄໍແຫ້ງພຸ້ນລະ.
ເພີ່ນກະປຸກເຮືອນໃຫ້ເມຍນ້ອນຊັ້ນຕົວະ
ທັງຜູ້ທີ່ຂຽນຕົວໜັງສືສີແດງ ແລະ ສີຟ້າຫັ້ນ
ເວົ້າບໍ່ຖືກ ພວກເພີ່ນເອົາໄປຟາກໄວ້ນຳກົມຕາດີນ
ແດ່ ຟາກໄວ້ນຳຮ້ານຂາຽໂຕໂຢຕາ ????
ເກັບເອົາເຂົ້າຖົງໃນຖົງນອກຕົວະ ກະຊັ້ນເຮັດແນວໃດຫຼະມັນຈັ່ງ
ຊິຮັ່ງຊິລວຍ ເມື່ອລວຍພໍແລ້ວກໍ່ປຽ່ນຕຳແໜ່ງໃຫ້ຜູ້ໃໝ່ຂື້ນມາແທນ ເທົ່ານີ້
ເອງມັນເປັນເລື້ອງຈິດຈອ້ຍແມ່ນບໍ່??
ຖ້າເອົາໄປສ້າງໂຄງການໃດນື່ງ ກໍ່ອາດເປັນພຽງແຕ່ຕົວເລກມາ
ຫຼອກລວງຕາປຊຊ ຊື່ໆ.ຜູ້ທີ່ເກັບກຳລາຍໄດ້ສະທິຕິແຫ່ງຊາດ
ກໍ່ສາມາດດັດແປງຕົວເລກໄດ້ຕາມເຄີຍ ເພາະຂາດການກວດ
ກາຈາກຫຼາຍພາກສວ່ນທີ່ບໍ່ຂື້ນກັບພັກ ຄມນ
ລັດເກັບພາສີມາແລ້ວເອົາເງິນເຂົ້າຖົງໂຕເອງຫມົດ
ພາສີອາກອນບາງຄົນ ຂູດຮີດ ປະຊາຊົນ ທັງໆ ທີ່ເຂົາຄ້າຂາຍຖືກກົດໝາຍ