Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງປະເທດລາວບໍ່ມີໝີ່ສໍາເລັດຮູບ
Anonymous

Date:
ເປັນຫຍັງປະເທດລາວບໍ່ມີໝີ່ສໍາເລັດຮູບ

ມື້ວານນີ້ ໝູ່ກໍາປູເຈຍ ເອົາໝີສໍາເລັດຮູບທີ່ຫາກໍ່ເຄີຍຜະລິດໄດ້ພາຍໃນປະເທດ ມາໃຫ້ຊີມ

ລົດຊາດແຊບດີ ແຕ່ທີ່ເໜືອໄປກ່ວາລົດຊາດ ກໍ່ຄືຄວາມພູມໃຈຂອງຄົນຂະເມນ ທີ່ຕໍ່ໄປບໍ່ຈໍາເປັນຕ້ອງໄປງໍ້ຊື້ໝີ່ໄວໆ ຫຼື ມ້າໆຈາກປະເທດໄທ ອີກຕໍ່ໄປແລ້ວ

ຖາມວ່າ ເປັນຫຍັງປະເທດລາວ ຄືບໍ່ຄິດຜະລິດໝີ່ສໍາເລັດຮູບຂອງຕົວເອງ ແລະປ່ອຍໃຫ້ໝີ່ຂອງໄທ ແລະ ຫວຽດນາມ ແຂ່ງຂັນເຕັມບ້ານເຕັມເມືອງ

__________________
Anonymous

Date:

ຫມີ່ບໍ່ແມ່ນອາຫານປະຈໍາຊາດລາວ, ເຮັດເຂົ້າປຸ້ນສໍາເລັດຮູບ ຂໍສະຫນັບສະຫນູນ.

__________________
Anonymous

Date:

Anonymous wrote:

 ປະເທດໃດກະບໍ່ໝີ່ສຳເລັດຮູບ ມີແຕ່ໝີ່ເຄິ່ງສໍາເລັດຮູບ (ຍັງຕ້ອງໄດ້ປຸງຕໍ່ອີກຢ່າງນ້ອຍ 3 ນາທີ) ຮາໆໆໆໆໆໆໆໆໆໆ

__________________
Anonymous

Date:

ຜຂ ຄຶດວ່າຖ້າວ່າຈະເຮັດ ກໍ່ຄົງເຮັດໄດ້ຢູ່ດອກ

ບາງທີກຸ່ມບໍລິສັດຜະລິດໝີ່ເຄີ່ງສຳເລັດຮູບ ຂອງ

ໄທບໍ່ຢາກໃຫ້ລາວເຮົາຜະລິດ ແລະ ຢາກໃຫ້ລາວ

ເຮົາຊົມໃຊ້ຂອງໄທ ແລະ ກໍ່ເປົ່າຫູພາກສ່ວນກ່ຽວ

ຂອ້ງຂອງລາວຕ່າງໆນາໆ ແລ້ວພວກເພ່ີນກໍ່ເສື່ອ

ເຂົາ ແລະ ກໍ່ບໍ່ສືກສາຄວາມອາດສາມາດເປັນໄປ

ໃດ້ທີ່ຈະຜະລິດຢູ່ໃນລາວ ສົ່ງຂື້ນໄປໃຫ້ຂັ້ນສູງກວ່າ

ຜິຈາລະນາກໍ່ອາດເປັນໃດ້.

ຍົກຕວາຢ່າງເໝື່ອຫລາຽປີຜ່ານມາ ເຮົາໄດ້ເລີ້ມເຮັດ

ໂຮງງານຜະລິດນ້ຳຕານຢູ່ປາກຊາບ ເພາະວ່າຢູ່ບ້ານ

ເຮົາປູກອ້ອຍໄດ້ດີຫລາຍ ຕໍ່ມາໄທກໍ່ມາຮ່ວມທືນນຳ

ບໍ່ພໍທໍ່ໄດໄທກໍ່ປະກາດທາງໜ້າໜັງສືພີມຂອງລາວເຮົາ

ຢູ່ໂຮງຜະລິດນ້ຳຕານປາກຊາບ ມີນ້ຳຕານຊາຍຂາວ

ກາມົດຂາຍ ແລະ ກໍ່ຍັງປະກາດຕໍ່ໄປວ່າ ນ້ຳຕານ

ຊາຍຂາວກາມົດ ຂາວສະສະອາດ ຖືກຫລັກອານາ

ໃມດີ ແລະ ກໍ່ໄດ້ມາດຕະຖານກວ່າວ່າຊັ້ນ.

ບັນດາພີ່ຈົ່ງຄຶດເອົາເດີວ່າ ໂຮງງານນ້ຳຕານລາວ

ທີ່ປາກຊາບເປັນແນວ ? ຜູ້ໃດຮູ້ກໍ່ເວົ້າໃຫ້ກັນຟັງ

ແດ່ເດີ ແຕ່ນັ້ນມາກໍ່ຄ້ານຕິດຕາມ.

ຈາກ ເດັກນ້ຽລ້ງຽຄວາຍ

__________________
Anonymous

Date:

ຂໍໂທດເມົາແຕ່ໃຈຮ້າຍລືມໄປ

ນ້ຳຕານຊາຍຂາວກາມົດ ແມ່ນນ້ຳຕານຈາກໄທ

__________________
Anonymous

Date:

Anonymous wrote:

ມື້ວານນີ້ ໝູ່ກໍາປູເຈຍ ເອົາໝີສໍາເລັດຮູບທີ່ຫາກໍ່ເຄີຍຜະລິດໄດ້ພາຍໃນປະເທດ ມາໃຫ້ຊີມ

ລົດຊາດແຊບດີ ແຕ່ທີ່ເໜືອໄປກ່ວາລົດຊາດ ກໍ່ຄືຄວາມພູມໃຈຂອງຄົນຂະເມນ ທີ່ຕໍ່ໄປບໍ່ຈໍາເປັນຕ້ອງໄປງໍ້ຊື້ໝີ່ໄວໆ ຫຼື ມ້າໆຈາກປະເທດໄທ ອີກຕໍ່ໄປແລ້ວ

ຖາມວ່າ ເປັນຫຍັງປະເທດລາວ ຄືບໍ່ຄິດຜະລິດໝີ່ສໍາເລັດຮູບຂອງຕົວເອງ ແລະປ່ອຍໃຫ້ໝີ່ຂອງໄທ ແລະ ຫວຽດນາມ ແຂ່ງຂັນເຕັມບ້ານເຕັມເມືອງ

 ເປັນຫຍັງສິບໍ່ມີ ບັກຫໍາແລ້...

ແຕ່ກີ້(5ປີກ່ອນ) ໂຮງງານມັນຢູ່ປາກຊັນຮັ່ນເດ່, ຂ້ອຍຍັງໄດ້ກິນ, ແຕ່ມັນຕິດຢູ່ບ່ອນວ່າ ຄົນລາວຕິດກິນໝີ່ເຄິ່ງສໍາເລັດຮູບໄທຍ ຫຼາຍກ່ອນ, ກິດຈະການເລີຍຢຸບໄປ.

__________________
Anonymous

Date:

ໝີ່ເຄິ່ງສຳເລັດຮູບຂອງລາວ ກະມີຕວ່າ! ມີຕັ້ງແຕ່ກີ້ພຸ້ນນ່າ, ແຕ່ກະສູ້ໝີ່ຂອງຫວຽດ, ຂອງໄທ, ຂອງຈີນ, ຂອງເກົາຫຼີບໍ່ໄດ້ ກໍເລີຍປິດໂຮງງານຂາຍເປັນເຫຼັກເສດ... ເຖິງບໍ່ມີໝີ່ເຄິ່ງສຳເລັດຮູບ ແຕ່ພວກເຮົາກໍມີແຈ່ວບ່ອງຫຼວງພະບາງ, ແຈ່ວບ້ຳຊຳເໜືອ ພວກເຮົາກໍຄວນພູມໃຈ... ແຈ່ວດັ່ງກ່າວເປັນອາຫານລາວຂະໜານແທ້ແລະດັ້ງເດີມ, ສ່ວນໝີ່ແມ່ນອາຫານຂອງພວກທີ່ໃສ່ໄມ້ຖູ່ເປັນອາວຸດໃນການຈັບເອົາອາຫານເຂົ້າປາກ ບໍ່ຕ້ອງສະອອນອາຫານປະເພດນີ້ກະໄດ້!

__________________
Anonymous

Date:

Anonymous wrote:

ຫມີ່ບໍ່ແມ່ນອາຫານປະຈໍາຊາດລາວ, ເຮັດເຂົ້າປຸ້ນສໍາເລັດຮູບ ຂໍສະຫນັບສະຫນູນ.

 You hit it right at the head brother, I'll give you an AAA for the Answer... Our country ''Laos'' had no history of producing a ''MEE'' ever.except our own tradition Khao Poon,''    If anybody thought that  Mee Wai Wai and Mee MAMa is a thai tradition noodles, they would've to think it over again. Mee or Noodle was brought from China by a Chinese immigrant to Siam for over 200 something years maybe longer than I thought...  So if a person who came up with the question in term of business or trying to make money, well,yes  we should come up with our own taste of the Noodle that similar to Mee Wai Wai or Mee MaMa.....

.

__________________
Anonymous

Date:

ການຄ້າຄືການຫຼອກລວງ

__________________
Anonymous

Date:

Anonymous wrote:

ການຄ້າຄືການຫຼອກລວງ

 ເຈົ້າເຄີຍໄດ້ຍິນຜູ່ເຖົ້າຜູ່ແກ່ເພິນເວົ້າບໍ່? ເພິ່ນວ່າ ໄປເສິກໄປຂ້າ ໄປຄ້າໄປຕົວະ. ເຈົ້າສັງເກດເບິ່ງເດີ ພໍ່ຄ້າແມ່ຄ້າຄົນໃດ໋ຍິ້ມແຍ້ມແຈ່ມໃສ ເວົ້ານົວຫົວມ່ວນ  ຊ່າງຕົວະເປັນແດ່ ຄ້າຂາຍຊິຂຶ້ນໄວ, ແມ່ຄ້າຄົນໃດ໋ໝ້າບູດຈູ່ລູ່ ສາມປີບໍ່ໃຊ້ Listerine ຈັກເທື່ອ ຫາລູກຄ້າຊິຍ່າງກາຍໝ້າຮ້ານກະຍາກ. ການຕົວະຂອງພໍ່ຄ້າແມ່ຄ້າກໍ່ມີຫລາຍຮູບການ, ສ່ວນຫລາຍຈະຕົວະດ້ວຍການໂຄສະນາ ຄືຕົວຢ່າງຂ້າງລຸ່ມນີ້:

ແຕ່ອາຕິ໋ອາໜ໋ວຍບ້ານເຮົາຊິມັກຕົວະແບບຕາໃສໆ, ຕົວຢ່າງ: ເວລາເຮົາຕໍ່ລາຄາສິນຄ້າລົງ ອາໜ໋ວຍມັກຊິເວົ້າວ່າທຶນມາທໍ່ນັ້ນທໍ່ນີ້ແລ້ວ ຫລຸດໃຫ້ບໍ່ໄດ້ຊິຂາດທຶນ, ບາດເຮົາຊິຍ່າງໝີພັດດຶງແຂນເຮົາໄວ້ແລະຂາຍໃຫ້ຕາມລາຄາທີ່ເຮົາຕໍ່ລອງ. ນີ້ລະເອີ້ນວ່າແມ່ຄ້າຊື້ຫ້າ ຂາຍສິບ.

ການຄ້າບໍ່ແມ່ນການຫລອກລວງ. ຫລອກລວງແມ່ນການກະທໍາທີ່ເຮັດໃຫ້ຄົນອື່ນເຊື່ອໃນສິ່ງທີ່ບໍ່ຈິງແລະໄປເປັນບໍ່ໄດ້. ຕົວຢ່າງ: ທ້າວກໍຫລອກລວງສາວຂໍວ່າ ຖ້າຂ້ອຍໄດ້ເຈົ້າເປັນເມຍ ຂ້ອຍຊິຊື້ລົດວິໂກໃຫ້ເຈົ້າຂີ່, ພໍໄດ້ນອນນໍາສາວຂໍແລ້ວ ທ້າວກໍຫາຍຕົວເຂົ້າໄປໃນຫລືບເມກ ປ່ອຍໃຫ້ສາວຂໍໂສກເສົ້າເສຍໃຈຢູ່ຄົນດຽວ.

__________________
Anonymous

Date:

ໝີ່ຂອງເກົາຫຼີກໍ່ແຊບຫຼາຍຕີ

__________________
Anonymous

Date:

Anonymous wrote:

ຜຂ ຄຶດວ່າຖ້າວ່າຈະເຮັດ ກໍ່ຄົງເຮັດໄດ້ຢູ່ດອກ

ບາງທີກຸ່ມບໍລິສັດຜະລິດໝີ່ເຄີ່ງສຳເລັດຮູບ ຂອງ

ໄທບໍ່ຢາກໃຫ້ລາວເຮົາຜະລິດ ແລະ ຢາກໃຫ້ລາວ

ເຮົາຊົມໃຊ້ຂອງໄທ ແລະ ກໍ່ເປົ່າຫູພາກສ່ວນກ່ຽວ

ຂອ້ງຂອງລາວຕ່າງໆນາໆ ແລ້ວພວກເພ່ີນກໍ່ເສື່ອ

ເຂົາ ແລະ ກໍ່ບໍ່ສືກສາຄວາມອາດສາມາດເປັນໄປ

ໃດ້ທີ່ຈະຜະລິດຢູ່ໃນລາວ ສົ່ງຂື້ນໄປໃຫ້ຂັ້ນສູງກວ່າ

ຜິຈາລະນາກໍ່ອາດເປັນໃດ້.

ຍົກຕວາຢ່າງເໝື່ອຫລາຽປີຜ່ານມາ ເຮົາໄດ້ເລີ້ມເຮັດ

ໂຮງງານຜະລິດນ້ຳຕານຢູ່ປາກຊາບ ເພາະວ່າຢູ່ບ້ານ

ເຮົາປູກອ້ອຍໄດ້ດີຫລາຍ ຕໍ່ມາໄທກໍ່ມາຮ່ວມທືນນຳ

ບໍ່ພໍທໍ່ໄດໄທກໍ່ປະກາດທາງໜ້າໜັງສືພີມຂອງລາວເຮົາ

ຢູ່ໂຮງຜະລິດນ້ຳຕານປາກຊາບ ມີນ້ຳຕານຊາຍຂາວ

ກາມົດຂາຍ ແລະ ກໍ່ຍັງປະກາດຕໍ່ໄປວ່າ ນ້ຳຕານ

ຊາຍຂາວກາມົດ ຂາວສະສະອາດ ຖືກຫລັກອານາ

ໃມດີ ແລະ ກໍ່ໄດ້ມາດຕະຖານກວ່າວ່າຊັ້ນ.

ບັນດາພີ່ຈົ່ງຄຶດເອົາເດີວ່າ ໂຮງງານນ້ຳຕານລາວ

ທີ່ປາກຊາບເປັນແນວ ? ຜູ້ໃດຮູ້ກໍ່ເວົ້າໃຫ້ກັນຟັງ

ແດ່ເດີ ແຕ່ນັ້ນມາກໍ່ຄ້ານຕິດຕາມ.

ຈາກ ເດັກນ້ຽລ້ງຽຄວາຍ

 Good idea Good Idea man

ເປັນຫຍັງປະເທສລາວບໍມີໝີສຳເລັດຮູບ ຫລີ ເຄີງສຳເລັດຮູບ 50%

ເປັນຄວາມຄີດທີດີຫລາຍ ຄວນນຳສະເນີປັນຫານີ ຕໍ່ນັກຂ່າວລາວ ຫໍການຄ້າລາວ

ສິງເລັກໆ ນ້ອຍເຮັດບໍໄດ້  ຊິພັທນະຫຍັງໄດ້  ? ຖ້າຢາກໄດ້ເງີນເຂົ້າປະເທສ ກໍຕ້ອງຜະລິດສີນຄ້າຂາຍ ຈຳໜາຍທົວໂລກ ແບບໄທ ຈີນ ວຽດນາມ

ມີແຕ່ຊື້ຈາກຕ່າງປະເທສ ເງີນໍກໍໝົດ (ເງີນມີໜ້າສົດ ເງີນໝົດໜ້າແຫ້ງ)

ຕ້ອງພັທນາເປັນຂົັ້ນຕອນ  ເຮັດໄດ້  ເຮັດດີ  ເຮັດເກັງ

ທຳອິດຂໍໃຫ້ໄດ້ເຮັດ ເຮັດໃຫ້ໄດ້

ຂັ້ນຕໍໄປ ພັທນາຄູນພາບ ໃຫ້ແຊບ / ງາມ/ຮາຄາຖືກ/ທັນສະມັຍ

ຂັ້ນສຸທ້າຍ ຂາຍໄປທົວໂລກ

ຖ້າບໍມີຄວາມສາມາດ ກໍໃຫ້ຕ່າງຊາດມາລົງທືນໂດຍກົງ  ແຕ່ໃສ່ຊືລາວ

ເຊັນ ມະມີ ວຽດນາມ ກໍ ປະເທສຍີປຸນ ແລະເກົາຫລີ ລົງທືນ

ມະມີໄທ ກໍປະເທສຍີປຸນ ລົງທືນ ຕໍມາໄທຊື້ເອົາກິຈະການມາຈາກຍີປຸນ ເພາະຂາຍດີ

ມະມີລາວ ຈະໃຫ້ຕ່າງຊາດມາລົງທືນ100%  ຫລື ລວມກັນລົງທືນ ຝ່າຍລະ 50%

ຕ່າງຮຽນຮູ້ການຄ້າ ຮຽນຮູ້ການຜະລິດ ເມືອລາວຊຳນານກໍ ເທກ ໂອ ເວີ  ໂຮງງານ 100%

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard