Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຍົກເລີກເກັບເງິນຄ່າຜ່ານຂົວ ແລະບູລະນະທາງທົວປະເທດ
Anonymous

Date:
ຍົກເລີກເກັບເງິນຄ່າຜ່ານຂົວ ແລະບູລະນະທາງທົວປະເທດ


ທ່ານໃດທີ່ຜ່ານກາຍໄປເໜືອເຖິງໃຕ້ແມ່ນບໍ່ເຫັນການເກັບຄ່າທາງອີກແລ້ວພວກຕຳລວດກໍບໍ່ເຫັນ

ມາກວດເອກສານລົດເພື່ອຮີດໄຖອີກແລ້ວ ຜູ້ໃດຮູ້ເຫດຜົນຊ່ວຍອະທິບາຍແດ່

 

ກ່ອນໜ້ານີແມ່ນຕ້ອງກຽມເງິນເສຍສ່ວຍທາງແຕ່ລະບ່ອນຖ້າລົດກະບະກໍ5000ກີບແລະຜ່ານແຕ່ລະແຂວງ

ຫລືຂົວແມ່ນມີຕະລອດທາງຕ້ອງໄດ້ເສຍສ່ວຍຕລອດນອກຈາກຄ່າທາງແລ້ວກໍຍັງມີຕຳຫລວດມາຮີດໄຖໃສ່ຢາວ່າ

ເອກສານລົດຈັງຊັ້ນຈັງຊີ້ຕ້ອງໄດ້ເສຍເງິນມາດຕານັ້ນນີ້ຕລອດຜູ້ເວລາບໍ່ມີກໍເສຍກັບທີ່ແຕ່ບໍ່ມີບິນແລ້ວກໍຜ່ານ

ໄດ້. ອັນເສຍຄ່າຜ່ານທາງນັ້ນກະຫາກວ່າຢູ່ນອກຈາກແຕ່ລະປີໄປເສຍຄ່າທາງແລ້ວກະຍັງໄດ້ເສຍຕາມຂົວແຕ່ລະ

ບ່ອນອີກອັນນີ້ມັນແມ່ນການເສຍສ່ວຍແລະຮີດໄຖ. 

 

ຂໍຊົມເຊີຍຄຳສັ່ງທີ່ຍົກເລີກບໍ່ໃຫ້ເກັບຄ່າທາງນີ້ ຊົມເຊີຍນາຍົກໃໝ່ສຸດໃຈ

 



__________________
Anonymous

Date:
RE: ຍົກເລີກເກັບເງິນຄ່າຜ່ານຂົວ ແລະບູລະນະທາງທົວປະເທດ


 

ຂ້ອຍກໍ່ແປກໃຈເຊັ່ນດຽວກັນ ເມື່ອກ່ອນລົງໄປອັດຕະປື ຜ່ານດ່ານ 4-5 ບ່ອນ ເສຍເງິນຫຼາຍໝື່ນກີບຢູ່ໃດ

ດີຫຼາຍ



__________________
Anonymous

Date:

Anonymous wrote:

 

ຂ້ອຍກໍ່ແປກໃຈເຊັ່ນດຽວກັນ ເມື່ອກ່ອນລົງໄປອັດຕະປື ຜ່ານດ່ານ 4-5 ບ່ອນ ເສຍເງິນຫຼາຍໝື່ນກີບຢູ່ໃດ

ດີຫຼາຍ


  ດີແລ້ວພີ່ນ້ອງເອີຍ ຢ່າຊູໄປແປກໃຈເຖາະ ປະຊາຊົນລາວບໍ່ຄ່ອຍຈະມີລາຍຮັບ ມີແຕ່ເປັນຊາວໄຮ່ຊາວນາ ຊິແລ່ນລົດອອກໄປນາ ກໍ່ຕ້ອງໄດ້ເສຍເງີນຄ່າບູລະນະທາງ ບັດຄ່າທາງທີ່ເຈົ້າຂອງລົດເສຍແຕ່ລະປີໄປໃສຫມົດ

ຂພຈ ເຫັນດີຫລາຍໃນມະຕິຄຳສັ່ງສອງສະບັບນີ້  ຄົງຈະເປັນຄຳສັ່ງຂອງ ທ່ານນາຍຍົກ ທອງສີງ ທັມມະວົງສາ

ຊົມເຊີຍ ຊົມ ເຊີຍ ທ່ານ ນາຍຍົກ worship.gif    worship.gif      worship.gif      juggle.gif

 



__________________
Anonymous

Date:

ບໍ່ຮູ້ເຫດຜົນລະອຽດ ແຕ່ຄົງເປັນເພາະມັນບໍ່ມີປະສິດທິຜົນ ຍ້ອນຄົນເກັບໃຜໆກໍຮັ່ງ ບໍລິສັດທຸກລົງ(ເພາະສຳປະທານເປັນປີ) ຄົນທຸກຈ່າຍເພີ່ມ ແຕ່ຫົນທາງເປເພຍິ່ງຂຶ້ນ....ຊົມເຊີຍການຍົກເລີກດັ່ງກ່າວ



__________________
Anonymous

Date:

ຜູ້ລັບຜູ້ໃຫຍ່ ພ ກາມີການປ່ຽນແປງ+ອັບເດດສະຖານະການໃຫ້ມັນດີຂື້ນເລື້ອຍໆໆໆຕົວະ......ພ ຍົກເລີກການເກັບເງິນນຳຄ່າຜ່ານຂົວ...............ປ່ຽນມາເປັນການເພີ່ມລາຄານ້ຳມັນ ເພາະຈະໄດ້ຫັກເອົາພາສານຳນ້ຳມັນ ເພື່ອສ່ວນເຫຼືອຈະໄດ້ເອົາມາຮັບໃຊ້ປະເທດຊາດ



__________________
ລາວຮັກຊາດ

Date:

ຢ່າສູ່ອ່ານ ແລະເບິ່ງແຕ່ຂ່າວໄທຫຼາຍ ອ່ານຂ່າວລາວແດ່ເພື່ອຈະຮູ້ຂ່າວສານບ້ານເມືອງ, ຄຳສັ່ງຍົກເລີກປ້ອມ, ດ່ານ, ການກວດລົດ, ການເກັບເງີນຜ່ານທາງ ແມ່ນຄຳສັ່ງຂອງ     ທ່ານ ນາຍົກ ທອງສິງ ທຳມະວົງ ສະໃຈ ແລະສົມນ້ຳໜ້າພວກສວຍໂອກາດ ໂດຍສະເພາະແມ່ນກະຊວງໂຍທາທິການທີ່ຫາກິນນຳການເກັບຄ່າຜ່ານທາງ ແລະຄ່າຕິດຊັ່ງນ້ຳໜັກ

ຊົມເຊີຍທ່ານ ນາຍົກ ທອງສີງ ທຳມະວົງ ທີ່ມີຄວາມຕັດສີນໃຈສູງ ອີກບັນຫາໜຶ່ງຖ້າເພິ່ນແກ້ໄດ້ຈະເປັນຜົນງານອັນລ້ຳເລີດ ຄື: ບໍ່ໃຫ້ເອົາລົດລັດໄປຈອດໄວ້ເຮືອນ, ຈັດສັນລົດໃຫ້ແຕ່ລະພາກສ່ວນຕາມໜ້າວຽກ ແລະຄວາມຕ້ອງການ ລົດຕຳແໜ່ງກໍ່ບໍ່ ໃຫ້ເອົາຍ້າຍໄປນຳ ຈະປະຫຍັດເງີນງົບປະມານໃນການຊື້ລົດໃໝ່ ແລະສ້ອມແປງລົດເກົ່າ ເນື່ອງຈາກວ່າໝົດໂລກມີພຽງ ລາວປະເທດດຽວທີ່ເຮັດແບບນີ້ ລວມທັງປະເທດສັງຄົມນິຍົມຄື ຈີນ ແລະ ຫວຽດນາມ ກໍ່ບໍ່ເຮັດຄືລາວ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard